ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 26, 2008 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ຄຳວ່າຊັບໄດ້ແກ້ວັດຖຸ ເຄື້ອງພູມໃຈ ຊື່ນໃຈ ໝາຍຄວາມວ່າໃຜ່ມີຊັບສົມບັດຫຼາຍກໍເຮັດ ໃຫ້ ຄົນນັ້ນຊື່ນໃຈ ພູມໃຈ ດີໃຈ ມີໜ້າມີຕາມີພວກພ້ອງບໍຣິຫວານ ມີຄົນນັບໜ້າຖືຕາ ມີອຳນາດ ມີຄົນເຂົາລົບນັບຖື ດ້ວຍເຫດນີ້ມະນຸດທັ້ງຫຼາຍ ຈຶງໄດ້ພາກັນຊອກສະແຫວງຫາຊັບດ້ວຍ ວິທີ່ການຕ່າງໆ ທັງຖຶກແລະຜິດທັງກາງເວັນແລະກາງຄືນ ມື້ເຊົ້າກາຂາຍແພງ ມື້ແລງກະຂາຍຖຶກ ເພາະຢາກໄດ້ຊັບຫຼາຍໆມາໄວ້ຄອບຄອງ ມາໄວ້ໃຊ້ຈ່າຍຕາມທີ່ຕ້ອງການ ມະນຸດທັງຫຼາຍ ພາກັນຍົກຍ້ອງຊັບວ່າເປັນເທບພະເຈົ້າ ເປັນແກ້ວສາລະພັດນຶກ ສາມາດ ດົນບັນດານຫຼືເນລະມິດໃຫ້ມະນຸໄດ້ທຸກຢ່າງຕາມຄວາມຕ້ອງການ ເຊັ່ນຊັບເຮັດໃຫ້ງາມ, ເຮັດໃຫ້ງ່າຍ, ເຮັດໃຫ້ງ່ອຍ,ເຮັດໃຫ້ງຽບ,ເຮັດໃຫ້ຫງາຍ,ເຮັດໃຫ້ຫງັດ, ເຮັດໃຫ້ງົກ, ໝາຍຄວາມວ່າ ຊັບສາມາດເຮັດໃຫ້ທຸກສິ່ງທຸກຢ່າງ ງາມແລະງ່າຍໄດ້ເຊັ່ນ: ໜ້າຕາ. ປາກ,ດັງຊວດຊົງບໍ່ງາມກໍ່ເອົາເງິນໄປຈ້າງຕັດ ເຕີມ ເສີມແຕ່ງໃຫ້ສວຍໃຫ້ງາມໄດ້ ຊື້ເຄື່ອງ ແຕ່ງຕົວ ເຄື່ອງປະດັບໃຫ້ເຫຼື່ອມເຕັມຕົວກໍ່ໄດ້ ສ້າງເຮືອນຫຼັງໃຫຍ່ໆງາມໆກໍ່ໄດ້ ຈະໄປໃສມາໃສຈະໄກຫຼືໃກ້ພາຍໃນຫຼືຕ່າງປະເທດ ຈະໄປທາງລົດຫຼືຍົນກໍບໍ່ມີບັນຫາ ຈະຕິດຕໍ່ການສຶກສາຮໍ່າຮຽນ ຫຼືທຸລະກິດການງານໃດໆ ກໍງ່າຍສະດວກສະບາຍ ຖ້າບໍ່ມີເງິນອັນໃດມັນກໍຢາກໄປໝົດ ແມ່ນແຕ່ພີ່ນ້ອງໝູ່ເພື່ອນກໍບໍ່ມີ ດັ່ງຄຳທີ່ວ່າ ມີເງິນເຂົານັບວ່ານ້ອງ ມີທອງເຂົານັບວ່າພີ່ ບໍ່ມີເງິນບໍ່ມີທອງພີ່ນ້ອງກໍບໍ່ມີ ສັງຄົມມັນເປັນຢ່າງນີ້ ບາງເທື່ອເງິນກໍເຮັດໃຫ້ງ່ອຍ ເຮັດໃຫ້ງຽບເຊັ່ນເກີດເລື້ອງລາວ ຜິດບ້ານຜິດເມືອງ ຂຶ້ນໂຮງຂຶ້ນສານ ມີປາກມີສຽງດັ່ງສະນັ່ນ ຜູ້ມີເງິນຫຼາຍເອົາ ເງິນອັດປາກສາ ຊະນະເລື້ອງດັ່ງກໍ່ມິດງຽບໄປ ບາງເທື່ອເກີດເລື້ອງໃຫຍ່ໂຕ ຜິດກົດໝາຍ ບ້ານເມືອງ ແຕ່ຫາຫຼັກຖານສຶບເອົາຄວາມຜິດບໍ່ໄດ້ເລື້ອງກໍມິດງຽບໄປ ແຕ່ພໍເອົາເງິນວ່ານ ຈ້າງເປັນ ແສນເປັນລ້ານເລື້ອງທີ່ງຽບສຳຜັດຫງາຍຂຶ້ນ ບາງເທື່ອເງິນກໍ ເຮັດໃຫ້ງັດ ເພາະຂັດແຍ້ງຜົນປະໂຫຍດກັນ ຊິງດີຊິງເດັ່ນກັນ ຍາດຕະຫຼາດການຄ້າກັນ ຜູ້ມີເງິນໜ້ອຍ ກິດຈະການໜ້ອຍກໍລົ້ມລະລາຍໄປ ບາງຄົນມີເງິນຫຼາຍສຳພັດງົກ ຄືມີເງິນຫຼາຍເທົ່າໃດ ຍິ່ງມີຄວາມໂລບຫຼາຍຂຶ້ນ ຂີ້ຖີ້ຕະໜີ ຕະໜຽວຫຼາຍຂຶ້ນ ເຂົາຮຽກວ່າຄົນງົກ ທີ່ກ້າວມານີ້ ຄືອຳນາດຂອງເງິນທີ່ເຮັດໃຫ້ຄົນເປັນໄປຕ່າງໆ ນານາໆ ແຕ່ກໍບໍ່ໝາຍຄວາມວ່າເປັນ ໝົດທຸກຄົນ ບາງຄົນມີເງິນມີຄຳກໍເອື້ອເຟື້ອເຜື່ອແຜ່ແກ່ລູກຫຼານ ຍາດພີ່ນ້ອງ ພວກພ່ອງ ບໍຣິວານ ແກ່ສັງ ແລະປະເທດຊາດສາສະນາບໍ່ເປັນຄົນງົກ....... ເກັບມາຝາກໃຫ້ອ່ານຫຼີ້ນຊືໆ

       ຖ້າທ່ານມີເງິນທ່ານຈະຮູ້ຈັກຕົວທ່ານເອງ ແຕ່ຖ້າບໍ່ມີເງິນຄົນອື່ນຈະບໍ່ຮູ້ຈັກທ່ານ...........ຖ້າຜິດເນື່ອໃນຄຳເວົ້າຂໍອະໄພນຳນັກອ່ານນັກຂຽນທັງຫຼາຍໆ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 21, 2008 | ມີ 8 ຄຳເຫັນ ແລະ 0 trackback(s)

 

ບັນດາທ່ານຜູ້ຮູ້ ແລະຜູ້ອ່ານສະມາຊິກພັນລາວທຸກໆທ່ານ ທີ່ໜ້າຮັກແລະນັບຖືທັງຫຼາຍ ຜ່ານມາຂ້ານ້ອຍ(kava)ໄດ້ຕັ້ງກະຖຸຄຳຖາມກຽວກັບຢາເສບຕິດ ຂຶ້ນມາເປັນຫົວຂໍແບບສຳ ຫຼວດວ່າ (ສາເສບຕິດເປັນພິດໄພໃຫ້ແກ່ສັງແມ່ນແທ້ບໍ່?)ຫຼາຍໆທ່ານອອກຄຳເຫັນວ່າ ຜົນດີມັນກໍມີ ແຕ່ຜົນຮ້າຍມັນກໍມີຫຼາຍ ແຕ່ເຖິງຢ່າງໃດກໍດີຂ້ານ້ອຍກໍບໍ່ຢາກ ກ່າວກາຍ ຜູ້ທີ່ເພີ່ນຮູ້ເລື້ອງຜົນດີ ແລະຜົນຮ້າຍພໍພຽງແຕ່ມາເລົ່າອາການຂອງກາເສບຕິດຊະນີດຕ່າງໆ ແລະການປອງກັນຢາເສບຕິດ ຢູ່ບ້ານເຮົາ ໃນປະຈຸບັນນີ້ນັບມື້ນັບຂອນຂ້າງໝັກໃຈໃຫ້ ແກ່ໝວ່ຍງານ ປ້ອງກັນຄວາມ ສະຫງົບ ຄວາມເປັນລະບຽບຂອງສັງຄົມ ບ້ານເຮົາພໍສົມຄວນ ເພາະມີປະກົດການທີ່ບໍ່ ດີບໍ່ງາມເກີດຂຶ້ນ ຍ້ອນຢາເສບຕິດທີ່ເປັນພິດໄພ ໃຫ້ແກ່ສັງຄົມ.........
1ຄຳວ່າຢາເສບຕິດ
2, ປະເພດຂອງຢາເສບຕິດ
3, ລິດຂອງຢາເສບຕິດ
4, ສາເຫກທີ່ຄົນຕິດຢາເສບຕິດ
5, ໂທດຂອງຢາເສບຕິດ
6, ການປອງກັນ
7,ຜູ້ທີ່ມີໜ້າທີ່ຮັບຜິດຊອບທີ່ກຽວຂ້ອງ
      ຄຳວ່າຢາເສບຕິດ ໄດ້ແກ່ ສິ່ງທີ່ມະນຸດກິນດື່ມ ດົມ ສູບແລະຊັກເຂົ້າໃນຕົວ ເຮັດໃຫ້ຕິດ ເຮັດໃຫ້ປະສາດມຶນຊາ ຫຼົງລືມສະຕິ ເຮັດໃຫ້ໃຈລອຍ ປະສາດຫຼອນ ເຮັດໃຫ້ບໍ່ຢາກນອນ ເຮັດໃຫ້ສຸຂະພາບອ່ອນເພັຍແລະຊຸດໂຊມ ເຮັດໃຫ້ເສຍທາດຂາດຄຸນ ເສຍອະນາຄົດແລະອື່ນໆ ເລົ່ານີ້ເປັນຕົ້ນ.
   ປະເພດຂອງຢາເສບຕິດ ຢາເສບຕິດມີ2ປະເພດຄື:
      1, ຢາເສບຕິດທຳມະຊາດ ໄດ້ແກ່ຢາສູບ ກັນຊາ ຢາຝິ່ນ ກາເຟ ຊາແຊ່ນໍ້າດື່ມ ເປັນຕົ້ນ.
       2,ຢາເສບຕິດສັງເຄາະ ໄດ້ແກ່ສຸລາ ມໍຝິ່ນ ເຮໂຣອີນ ຢາບ້າ ຢາເຄ ຢາອີ ໂຄເຄນ   ສານລະເຫີຍ ເປັນຕົ້ນ.
_ ລິດຂອງຢາເສບຕິດແຕ່ລະຢ່າງ:
- ເຫຼົ່າຫຼືສຸຣາ ເມື່ອດື່ມເຂົ້າໄປແລ້ວເຮັດໃຫ້ເມົາ     ເຮັດໃຫ້ຂາດສະຕິສັມປະຊັນຍະເຮັດໃຫ້ກ້າ ຫານໃນທາງທີ່ຜິດ ເຮັດໃຫ້ປ່ຽນນິດໃສ ເຮັດໃຫ້ຮ່າງກາຍ ອ່ອນເປັ້ຍເພັຍຫຼ່ອຍແລະອື່ນໆ
- ຢາສູບເປັນສານມີລິດກະຕຸ້ນປະສາດສວ່ນກາງ ເຮັດໃຫ້ຫົວໃຈເຕັ້ນໄວ ຫຼອດລົມຫົດຕົວເຂົ້າ ເຮັດໃຫ້ຄັນຄໍ ມີອາການໄອ ເຮັດໃຫ້ເກີດມະເຮັງເປັນໂຣກປອດ.
-ຝຶ່ນ ອອກລິດບີບປະສາດ ເຮັດໃຫ້ມຶນຊາ ຫຼົງລືມສະຕິ.
- ມໍຝິ່ນ ອອກລິດບີບປະສາດ ເຮັດໃຫ້ມຶນຊາ, ຂາດຄວາມຮູ້ສຶກເຈັບປວດ ເຮັດໃຫ້ນອນລັບ ອອກລິດແຮງກວ່າຝິ່ນ 8-10 ເທົ່າ(ສະກັດອອກຈາກຝິ່ນ)
 -ເຮໂຣອີນ ອອກລິດແຮງກວ່າມໍຝິນ 4-8 ເທົ່າ.
-ກັນຊາ ອອກລິດບັງຄັບປະສາດ,ກະຕຸ້ນປະສາດຫຼອນໃຈລ້ອຍ ບໍ່ສາມາດຄວບຄຸມຕົນເອງໄດ້ ຝັນຫວານເລີ້ອຍເປີ້ອຍໄປ...................
- ຢາບ້າ. ຢາອີ ເປັນຜົງຂາວມີທັງຊະນິດເມັດແລະແຄບຊູນກິນແລ້ວຈະກະຕຸ້ນ ປະສາດເຮັດໃຫ້ບໍ່ຢາກນອນ ອົດທົນ ຂະຫຍັນ ພວກທີນິຍົມຮັບປະທານ ແມ່ນພວກທີ່ ເຮັດວຽກໜັກ ເຮັດວຽກກາງຄືນຫຼືພວກທີ່ມັກທ່ຽວກາງຄືນຫຼືພວກຂີ້ລັກ ພວກກໍອາຊະຍາກຳ.
-ຢາເຄ ອອກລິດເຮັດໃຫ້ສະລົບ.
-ໂຄເຄນ ອອກລິດກະຕຸ້ນປະສາດ ເຮັດໃຫ້ປະສາດຕື່ນຕົວ.
* ສາເຫດທີ່ພາໃຫ້ຕິດຢາເສບຕິດ(ຂາດການຮ່ວມມືກັນຂອງຄົນໃນຊາດ)
1,ຂາດການສຶກສາອົບຮົມໃຫ້ປະຊາຊົນເຂົ້າໃຈແຈ້ງເຖິງໂທດ ຫຼືພິດໄພອັນຕະລາຍ ຂອງຢາເສບຕິດ
2,ຢາກລອງ ຢາກຮູ້ຣົດຊາດ
3, ມີໝູ່ຕິດຢາຊັກຊວນ ຍົວະເຍົ້າດ້ວຍວິທີຕ່າງໆວ່າກິນແລ້ວມ້ວນມີກຳລັງວັງຊາ ຊູ້ຊ້າ ລ່າເລີງກໍເລີຍເສບ.
4,ຖຶກການຍົວະເຍົ້າຈາກຄົນອື່ນ ເພື່ອປະໂຫຍດທາງການຄ້າ
5, ຂາດຄວາມລະມັດລະຫວັງ ຂາດສະຕິປັນຍາ
6,ສະພາບແວດລ້ອມຫຍຸ້ງຍາກສັບສົນແລະບັນຫາຕ່າງໆໃນຄອບຄົວແລະສັງຄົມ
-ໂທດແລະພິດໄພອັນຕະລາຍຂອງຢາເສບຕິດ ຢາເສບຕິດເປັນໄພອັນຕະລາຍມະຫາສານເຊັ່ນ:
 1,ເຮັດໃຫ້ສຸຂະພາບອ່ອນເພັຍແລະຊຸດໂຊມ
2,ຈິດຟຸ້ງຊານຝັນເຝີ້ ປະສາດລອນ ອາລົມອ່ອນໄຫວ ບໍ່ສາມາດຄວບຄຸມອາລົມຕົນເອງໄດ້.
3,ເຮັດຄວາມຜິດໄດ້ທຸກຢ່າງ ແມ່ນແຕ່ພໍ່ແມ່ ປັງເກີດເກົ່າ ແລະຍາດພີ່ນ້ອງຂອງຕົນເອງ ກໍຍັງສາມາດທຳຮ້າຍຫຼືຂ້າຕາຍໄດ້.
4, ເກີດໂຣກໄພໄຂ້ເຈັບໄດ້ງ່າຍ ເຊັ່ນເປັນໂຣກເອດສ໌
5, ເຮັດໃຫ້ຕົນເອງ ຄອບຄົວ ຍາດພີ່ນ້ອງ ສັງຄົມແລະປະເທດຊາດເດືອດຮ້ອນວຸ້ນວາຍ
6,ສັງຄົມລັງກຽດ
7, ມີຄວາມຜິດທັງກົດໝາຍ ຖືກຈັບກຸມຄຸມຂັງ ທົນທຸກທຳລະມານເໝືອນຕົກນະຣົກ
8,ຊັບສົມບັດຈິບຫາຍ ແລະວອດວາຍ
9, ອະນາຄົດກໍສູນເປົ່າ ແລະອື່ນໆ
-ການປອງກັນ
 1, ພໍ່ແມ່ຄູບາອາຈານ ໜ່ວຍງານຂອງລັດ....... ພະສົງອົງຄະເຈົ້າຮ່ວມມືກັນສຶກສາ ອົມຮົມໃຫ້ປະຊາຊົນໃນຊາດ ໂດຍສະເພາະເຍົາວະຊົນຊາວໜຸ່ມ ເຂົ້າໃຈແຈ້ງໃຫ້ເຫັນພິດ ໄພອັນຕະລາຍຂອງຢາເສບຕິດ
2,ບໍ່ທົດລອງຊິມຫຼືເສບ
3,ມີສະຕິລະວັງຕົວສູງ ບໍ່ເຊື້ອຄຳຍົວະເຍົ້າຫຼືເລກົນຕ່າງໆ
4,ຜູ້ນຳຄອບຄົວຕ້ອງເປັນແບບຢ່າງທີ່ດີ ແກ່ຄອບຄົວ, ສັງຄົມແລະປະເທດຊາດ
5, ເຮັດວຽກງານແລະຫລີ້ນກິລາ
6,ເມື່ອມີບັນຫາ ຄິດບໍ່ອອກຄວນປຶກສາຄົນໄກ້ຄຽງຫຼືຜູ້ທີຄວນເພິ່ງໄດ້.
7, ບໍ່ຄວນຮັບສິ່ງຂອງ ທີ່ຄົນບໍ່ຮູ້ຈັກກັນເອົາມາໃຫ້ ເພາະໃນນັ້ນອາດມີຢາເສບຕິດປົນມານຳ
8,ເມື່ອຮູ້ຜູ້ໃດກິນຢາເສບຕິດຫຼືນຳຂາຍຈຳນາຍຕ້ອງແຈ້ງອຳນາດການປົກຄອງແລະເຈົ້າໜ້າທີ່ຝ່າຍບ້ານເມືງແລະອື່ນໆ
- ຜູ້ທີມີໜ້າທີ່ຮັບຜິດຊອບ ທີ່ເປັນຫລັກນັ້ນໄດ້ແກ່ສະຖາປັນສັງຄົມທີ່ເປັນຫລັກຄື:
1,ສະຖ້າບັນຄອບຄົວ ມີພໍ່ແມ່ເປັນຜູ້ນຳ(ຜູ້ນຳໃນທີ່ນີ້ໃຫ້ເປັນແບບຢ່າງທີ່ດີ)
2, ສະຖ້າບັນການເມືອງ ມີຜູ້ບໍລິຫານບ້ານເມືງເປັນຜູ້ນຳ
3,ສະຖ້າບັນການສຶກສາມີກະຊວງສຶກສາເປັນຜູ້ນຳ
4,ສະຖາບັນເສດຖະກິດ ມີນັກທຸລະກິດແລະພໍ່ຄ້າເປັນຜູ້ນຳ
5,ສະຖາບັນສືມວນຊົນ ມີນັກແຕ່ງ ນັກຂຽນ ນັກປະພັນແລະຜູ້ສື່ຂ່າວເປັນຜູ້ນຳ
6, ສະຖາບັນບັນເທິງ ມີດາຣານັກຮ້ອງ ນັກສະແດງ ເປັນຜູ້ນຳ
7,ະຖາບັນສາສນາ ມີພະສົງເປັນຜູ້ນຳ
8, ສະຖາບັນວິທະຍາສາດແລະເທັກໂນໂຍຍີມີນັກຄົ້ນຄວ້າ ແລະປັນຍາຊົນເປັນຜູ້ນຳ.
ຂຽນເມື່ອ ຂຽນເມື່ອ: ທ.ວ.. 4, 2008 | ມີ 5 ຄຳເຫັນ ແລະ 0 trackback(s)

 

ມີຊາວຕ່າງຊາດ  ຄົນໜຶ່ງ ເປັນພໍ່ຄ້ານາຍໜ້າຊື້ໄມ້ຢູ່ເມືອງລາວ ບໍ່ວ່າໄມ້ທຸກຊະນິດ ທຸກປະເພດ ຮູ້ດີ  ອັນເຮັດໃຫ້ຕົ້ນໄມ້ຢູ່ໃນຄົງເຂດຂອງປະເທດລາວ ນັບມື້ນັບຈະລຸດນ້ອຍຖ່ອຍລົງໄປເລື້ອຍໆ ບາງບອນ ຈົນກາຍເປັນພູຫົວໂລນ,ພູຫົວໂອກ,ພູຫົວໂຈກພຸ້ນລະ  ບໍ່ວ່າຕົ້ນໄມ້ຊະນິດໃດ ພໍ່ຄາ ນາຍໜ້າເລືອດ ຊາວຕ່າງຊາດຄົນນັ້ນກໍຮູ້ດີໝົດ.  ທັງໄລຊື່ໄມ້ແຕ່ລະຊະນິດ ແຕ່ລະປະເພດ ເປັນຄວາມລາວ ໃຫ້ພໍ່ຕູ້ຟັງເຊັ່ນ ໄມ້ຍຸງ,ໄມ້ຍາງ,ໄມ້ດູ່,ໄມ້ຄ່າ ,ໄມ້ແຕ,ໄມ້ແຄນ,ໄມ້ໂລງເລງ ໄມ້ຈັນຫອມ,ໄມ້ຈວງ,ແລະອື່ນໆ ເລົ່ານີ້ເປັນຕົ້ນ ຈົນຄົນທັງຫຼາຍ ເອີ້ນຊື່ຊາວຕ່າງຊາດຄົນນີ້ວ່າ ເປັນນັກຊຽວສານ ນາຍໜ້າພໍ່ຄ້າຊື້ໄມ້ທີ່ເກັງແລະໂດງດັ່ງທີ່ລືຊາທີ່ສຸດ:
   ພໍ່ຕູ້ໄດ້ຟັງແລ້ວ ມີແຕ່ໄດ້ໂອໂອໂອ!   ງືກຫົວໄປນຳແລ້ວຖາມຊຽວສານນາຍໜ້າພໍ່ຄ້າໜ້າເລືອດ ຄົນນັ້ນວ່າ ຄັນສັນເຈົ້າຮູ້ຈັກໄມ້ແກ້ງຂີ້ບໍ່? ພໍ່ຕູ້ຖາມ
   ຊຽວສານນາຍໜ້າພໍ່ຄ້າໄມ້ ຕອບພໍ່ຕູ້ວ່າ. ເຮົາສົງໄສ ໄມ້ແກ້ງຂີ້ນີ້ ລາຄ່າມັນຄືສິແພງລາຍນໍ?
   ພໍ່ຕູ້ໄດ້ແຕ່ຫົວ  ຫາຫາຫາ! ຮືຮືຮື ! ອຶອື  ຈົບ..
ຂຽນເມື່ອ ຂຽນເມື່ອ: ທ.ວ.. 2, 2008 | ມີ 3 ຄຳເຫັນ ແລະ 0 trackback(s)

 

ຄວາມຮັກ ອາດ ເກີດຂຶ້ນໄດ້ງາຍ ບໍ່ນານກໍ່ຈິດຈາງ ເພາະ ໃຈເຈົ້າປ່ຽນແປງມີຄົນໃໝ່ ເຫຼື່ອພຽງແຕ່ຄວາມເຈັບຊ້ຳ ເວທະນາ ເວລາໄດ້ຜ່ານໄປເຫິງນານ ກໍ່ບໍ່ອາດຈະລືມເຂົາໄດ້
*********ນຮັກເມື່ອຄິດຊັງ *********ນຫວັງ  ເມື່ອຄິດຈາກ ເລີ້ມຮັກນັ້ນແສນຢາກ ຈະຢາກນັ້ນມັນແສນງ່າຍ ຄວາມຮັກບໍ່ມີຂາຍ ແຕ່ສ່ວນຫຼາຍ ຊື້ດ້ວຍນ້ຳຕາ  ຄວາມຮັກທີ່ປະເສີດ ຍ່ອມຈະເກີດໃນໃຈຫົວໃຈຂອງຄົນນີ້ ຕ້ອງການອາໃສ່ໝູ່ເພື່ອນມິດ ທີດີ ຈິ່ງຈັງ ຈິ່ງໃຈ 
ໃນຄວາມຮັກ  ທີ່ມັກຄິດ ຄືຊີວິດຂອງຫົວໃຈ ຂອງຄວາມຮັກ ຂອງຄົນບາງຄົນທີ່ສົດໃສທີ່ເຕີ່ມນ້ຳໃຈ ໃຫ້ກັນດ້ວຍຄວາມຫ່ວງໃຍ  ຢາກໃຫ້ຄົນຮັກທຸກຄົນເຂົ້າໃຈກັນສະເໝີໄປ ຫົວໃຈຂອງຄົນ! ຄົນນີ້ ຍັງອາງຫວ່າງ ດຽວດາຍ ຕ້ອງການຄົນຮັກທີຫວັງດີ ທັງຫຼາຍມາຍຽມຊົມກໍພໍໃຈແລ້ວ...%
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 30, 2008 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

  ເມື່ອຊອງເບິ່ງຟ້າຄາວໃດ ໃຈແສນເສົ້າ ເມື່ອນຶກເຖິງຮັກເກົ່າທີ່ເຄີຍຫວານ ກັບອາດິດທີ່ຜ່ານມາ ເມື່ອເຖິງວັນຮັກທີ່ເຄີຍຫວານ ກາຍເປັນຂົມຕົມອຸລາ ເຖິ່ງແມ່ນວ່າ ເວລາອາດຈະບໍ່ຫວນຄືນກັບມາໃໝ່ ແຕ່ໃນໃຈຍັງຄິດເຖິງຄະນິງຫາ ຢາກຈະຍ້ອນອາດິດກັບຄືນມາ  ຢາກຈະ ຂໍວັນເວລານັ້ນກັບຄືນ ຫາກວັນນີ້ຍັງມີຄົນຮັກ.........ທີ່ຈິ່ງໃຈ ຈິ່ງຈັ່ງ ບໍ່ລິສຸດ ບໍ່ມີແນວຄັງຢາກຈະຮ່ວມຄວາມຫວັງ ຮ່ວມຄິດເປັນມິດຮ່ວມສ້າງທີ່ດີຕໍ່ກັນ ຢາກຈະຢູ່ໃກ້ຊິດ ໃນຊີວິດຂອງຫົວໃຈຂອງຄົນຮັກບາງຄົນ ທີ່ເປີດກ້ວາງ ເອົາໝູ້ຄົນນີ້ ຍັງລໍຮັກທຸກໆຄົນ ທີ່ຈິ່ງໃຈຕໍ່ກັນ ພຽງແຕ່ຢາກຈະໃຫ້ໝູ່ທີ່ ຢູ່ໃກ້ແລະໄກສົ່ງຂໍຄວາມຫາ ກໍພໍໃຈເປັນສຸກ ແຕ່ວັນນີ້ເສົ່ານໍ້າຕານອງ ຮັກຍັງໝົນໝອງເພາະຂາດຮັກ ແຕ່ບໍ່ໄດ້ຜິດຫວັງ  ຄົນໆນີ້ຫຍັງລໍພົບ ຄົບຄົນດີທີ່ຮັກທຸກຄົນ. ...................  

   

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 28, 2008 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

1.​ ຄວາມຮັກເກີດມາຈາກ ຈັກຂຸ (ຕາ)

 2. ຄວາມຮັກເກີດມາຈາກ  ໂສຕະ (ຫູ)

 3. ຄວາມຮັກເກີດມາຈາກ  ຄານະ (ດັງ)

 4. ຄວາມຮັກເກີດມາຈາກ  ຊີວຫາ (ລີ້ນ)

 5. ຄວາມຣັກເກີດມາຈາກ  ກາຍະ (ກາຍ)

 6.​ຄວາມຮັກເກີດມາຈາກ ມະໂນ (ໃຈ)

   ທັ້ງໝົດ 6 ຂໍ້ທີ່ກ່າວມາແລ້ວນັ້ນ ເຮັດໃຫ້ຄົນເຮົາມີຄວາມຜູກພັນ ເຊິ່ງກັນແລະກັນ  ແລ້ວຈຶ່ງເຮັດໃຫ້ຄົນເຮົາເກີດມີຄວາມຮັກຂຶ້ນ ຕາມມາ ແລ້ວໝູ່, ທ່ານຜູ້ມີກຽດທັງຫຼາຍຄິດວ່າແນວໃດລະ ອ່ານນແລ້ວ ອອກຄຳຄິດເຫັນນຳແດ່ເດີ!