ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 12, 2009 | ມີ 5 ຄຳເຫັນ ແລະ 0 trackback(s)

ວັນໃດ ທີ່ເຈົ້າເຫງົາ

ທີ່ໂສກເສົ້າ  ໝົດກຳລັງໃຈ

ບໍ່ມີໃຜ່ ດູ່ແລ

ຈົ່ງຈົດຈຳ  ເອົາໄວ້ວ່າ

 ຍັງມີຄົນ  ບາງຄົນ

ຢູ່ຄຽງຂ້າງ  ເຈົ້າຕະຫຼອດໄປ...

ຢ່າຟາວເສຍໃຈ ຖ້າມີນ້ຳຕາໄຫຼ ຈົ່ງປອຍມັນອອກເພື່ອລ້າງຝຸນຄາງໃນຕາ ດີກວ່າໃຊ້ຢາ

ຈາກ................

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 20, 2009 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ແນວນົກນ້ອຍ.............ຮູ້ເຮັດຮັງເຊົ້າໄວ້

ກາງເວັນນັ້ນ.......................ມັນບີນໄປຊອກເຫຍື້ອ

ແລງຄຳແລ້ວ............................................ບີນເຂົາສູ້ຮັ່ງ

ນົກຮັກຮັ່ງບອນສົນ...................................ຄືແທ້ດັ່ງຄົນນັ້ນແລ້ວ   

......................................................................................................

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 27, 2009 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຈ໋ວກະປິ.......ມີແຕ່ນ້ຳແຫຼ່ວໆດຳໆ

ປັ້ນເຂົ້າໝຽວຈ້ຳ.................ສູ່ມືບໍ່ມີຕິ

ກິນບໍ່ມີຮິ...........................ເພາະເເຊບອີລີ

ຢູ່ບ້ານນາເຮົານີ້...................ກະວ່າແຊບບເປັນໜຶ່ງ

ອາຫານຣົດຊາດແຊບຊາບຊຶ້ງ............ຕິງໃຈຂອງຄົນຈົນນອະນາຖາ

.............................................

ໂຈະໄວ້ກ່ອນຍັງຄາງ

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 15, 2009 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ສາວໄຮເທັຄ     ຍຸກສະໄໝ     ວັດຈິດໃຈ
ໃຊອື່ນໃກ້           ຢູ່ທີ່ຈິດ          ມີວັດພາງາມ
ບໍ່ມົວຊາມ          ຕາມວັດຖຸຸ       ນິຍົມໃຊ້
ພັດທະນາຈິດໃຈ    ຊີວິດສົດໃສ    ຈິງສຳລານ...
 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 1, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

ສ່ຽວລາວແລະສ່ຽວໄທ ໂອ້ລົມກັນນັບແຕ່ເລື່ອງທຸລະກິດຈົນຮອດເລື່ອງປະຫວັດສາດຕ່າງໆ ມາຮອດເລື່ອງພາສາ

ສ່ຽວຄົນໄທວ່າ: ລາວໃຊ້ພາສາໄທເປັນສ່ວນໃຫຍ່!

ສ່ຽວຄົນລາວຕອບວ່າ: ບໍ່ແມ່ນ! ຄົນໄທຫັ້ນແລະທີ່ໃຊ້ພາສາລາວເປັນສ່ວນໃຫຍ່ ທັງສອງສ່ຽວຖຽງກັນໄປມາ.

ສ່ຽວຄົນໄທຖາມສ່ຽວຄົນລາວວ່າ: ໄຂ່ລູກເຂີຍລາວກໍ່ຮຽກວ່າໄຂ່ລູກເຂີຍເໝື່ອນໄທໃຊໄໝ?

ສ່ຽວຄົນລາວຕອບວ່າ: ບໍ່ແມ່ນໄຂ່ລູກເຂີຍ ລາວຮ້ອງວ່າໄຂ່ສະເຫວີຍ

ສ່ຽວຄົນລາວຖາມສ່ຽວຄົນໄທວ່າ: ງາມ!

ພາສາໄທເວົ້າເເນວໃດ?

ສ່ຽວຄົນໄທຕອບວ່າ: ສວຍຄັບ!

ສ່ຽວຄົນລາວຖາມອືກ: ສັນປະກວດນາງງາມ,ພາສາໄທວ່າ: ປະກວດນາງສວຍແມ່ນບໍ່?

ສ່ຽວຄົນໄທຕອບວ່າ: ໄມ່ຄັບ! ກໍ່ຮຽກວ່າປະກວດນາງງາມຄັບ!

ສ່ຽວຄົນລາວ ຂ້ອຍວ່າແລ້ວຄົນໄທຫັ້ນສ່ວນຫຼາຍໃຊ້ພາສາລາວ

 

  

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 21, 2009 | ມີ 15 ຄຳເຫັນ ແລະ 0 trackback(s)

 1. ກ້າເຮັດໃນທາງທີ່ຊອບ (ໃນທາງທີ່ຖືກຕ້ອງ)

2.ປະກອບກິດຈະການງານຕ່າງໆ ດ້ວຍຄວາມຂະຫຍັນ

3.ໝັ້ນສຶກສາຫາຄວາມຮູ້ ດ້ວຍຄວາມພາກພຽນ

4.ກະຕັນຢູຮູ້ບຸນຄຸນ

5.ສົມບູນດ້ວຍມາລະຍາດ

6.ບູຊາຊາດ ສາສະໜາ ແລະຜູ້ນຳພັກລັດ.....

7.ເຄັ່ງຄັດຕໍ່ລະບຽບວິໄນ

8.ບໍ່ເອົາປຽບໝູ່ເພື່ອນ (ມິດສະຫາຍ)

9.ມີຈິດໃຈເອື່ອເຟື້ອເພື່ອແຜ່

10.ເຊື່ອຟັງຄູບາອາຈານແລະຜູ້ຮູ້....

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 4, 2009 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ພັນລາວຕັ້ງຂຶ້ນມາ.......ເພື່ອປວງຊາລາວທຸກຄົນ
ທຸກແຫ່ງຫົນ........................ທຸກຄົນແມ່ນຊື່ນໃຈ
ເປັນຈັງໃດ......................................ຂໍໃຫ້ສູ້ທົນຕໍ່ໄປ
ຮວມຈິດຮວມໃຈ................................ສາມມັກຄີກັນໄວ້
ເພື່ອພັດທະນາກ້າວໄປ................................ສີວິໄລໃນວັນຂ້າງໜ້າ
ຍາມມີບັນຫາ..........................ອຸປະສັກຍາໄດ້ທໍ້ຖອຍ
ມີຫຼາຍຄົນຄອງຄອຍ............................ເປັນກຳລັງໃຫ້ຢູ່
ດັງທີ່ພວກເຮົາຮູ້..................................ມີຄົນເຂົາຊົມເເວ່ບໍຂາດ
ເພື່ອປະກາດບົບບາດ............................ຄົນຮັກພັນລາວທົ່ວໂລກກາ ສະໂຍສະໂຍ

ອຶອືຮ່າາາາາາາາາາາາາາາຖຶກລັກເຂົາບໍນີ

 


 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 24, 2009 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

         

           ດຳເ­ນີນຄວາມວ່າ­ບັນດາມະນຸດ ທີ່ເກີດຂຶ້ນມາໃນໂລກ ທຸກຄົນຕ່າງກໍຕ້ອງການຢາກຈະເປັນຄົນດີ ຄົນເກັ່ງດ້ວຍກັນທັງນັ້ນ ເຖິງແມ່ນວ່າ ທຸກຄົນຢາກຈະເປັນ­µຄົນດີດ້ວຍກັນກໍຕາມ ແຕ່ຍັງມີຄົນຈຳນວນຫຼວງຫຼາຍ ຍັງເອົາດີອັນໃດອັນ ບໍ່ໄດ້ ອັນໃດ ທັງນີ້ກໍ່ເນີ່ອງຈາກວ່າຄົນເຫຼົ່ານັ້ນ ຍັງບໍ່ຮູ້ຈັກວ່າ ອັນໃດເປັນສາເຫດທີ່ເຮັດໃຫ້ເປັນຄົນດີ ບາງຄົນກໍ່ຄິດວ່າ ໂລບເອົາສິ່ງຂອງເຂົາໄດ້ ຫຼອກລວງເຂົາໄດ້ ສໍ້ໂກງເຂົາໄດ້  ລັກຂອງເຂົາໄດ້ ສໍ້ລາດບັງຫລວງໄດ້ ຄ້າຂອງເຖື່ອນໝີພາສີໄດ້  ສິ່ງເຫຼົ່ານີ້  ເຮັດໃຫ້ເປັນຄົນດີສັນຕົວະ  ຄົນເກັ່ງ ຄົນດັງ ເຮັດໃຫ້ຮັ່ງ ເຮັດໃຫ້ມີ ເຮັດໃຫ້ມີຖານະ ເຮັດໃຫ້ມີກຽດສັກສີ ເຮັດໃຫ້ເປັນຄົນດີ ຄວາມຄິດເຫຼົ່ານš ຜິດໂດຍປະກ່ນທັງປວງ ຜິດຢ່າງບໍ່ມີທາງ ທີ່ຈະອະໄພແກ່ເຂົາໄດ້ເລີຍ ເພາະມັນຜິດຕໍ່ຫຼັກຄຳສອນຂອງພຣະພຸດທະເຈົ້າ  ພຣະພຸດທະເຈົ້າສອນໄວ້ວ່າ ທຳດີໄດ້ດີ  ທຳຊົ່ວໄດ້ຊົ່ວ ທຳດີໃຫ້ຜົນເປັນສຸກ ທຳຊົ່ວໃຫ້ຜົນເປັນທຸກ ເປັນກົດເກນຕາຍຕົວ ປ່ຽນແປງບໍ່ໄດ້  ເປັນສັດຈທັມ ຄົນໃດ ເຮັດໃຫ້ຕົນເອງ ຄົນອື່ນ ສັງຄົມແລະປະເທດຊາດເດືອນຮ້ອນວຸ້ນວາຍ ຄົນນັ້ນຄືຄົນຊົ່ວ ບໍ່ແມ່ນຄົນດີ ບາງເທື່ອອາດຮັ່ງມີ ມີຊັບສົມບັດຫຼາຍ ມີເຮື່ອນຫຼັງໃຫຍ່ ມີໂຮງແຮມໃຫ້ຄົນເຊົ່າ ມີລົດຍົນລົດເກັ່ງຄັນງາມໆໃຊ້ ມີທີ່ດີນ ມີເງິນຝາກທະນາຄານ ແຕ່ໄດ້ມາເພາະຄວາມໂລບ ເພາະຄົດໂກງ  ເພາະຄ້າຂອງເຖື່ອນ ເພາະຄ້າຂອງຜິດກົດໝາຍ ເພາະສໍ້ລາດບັງຫຼວງ ເພາະອາໃສ່ຕຳແໜ່ງໜ້າທີ່ ຂູດຮີດລີດໄຖຂອງຄົນອື່ນ ຜູ້ມີພຶດຕິກຳແບບນີ້  ຮຽກວ່າຄົນຊົ່ວ ຮັ່ງມີເພາະໄດ້ມາຈາກການກະທຳຊົ່ວ ດັ່ງນັ້ນຄົນເຫຼົ່ານັ້ນກໍ່ເປັນຄົນຊົ່ວ ຫຼືຄົນບໍ່ດີນັ້ນເອງ ສາຍເຫດທີ່ເຮັດໃຫ້ເປັນຄົນດີນັ້ນ ທາງພຸດທະສາດສະໜາກ່າວໄວ້ມີ7ປະການ ຮຽກວ່າ ສັບປຸຣິສະທັມ ສົນໃຈໄປຖາມຄູບາຢູ່ວັດຫຼືສົນທະນາກຸ່ມທັມມະແລພຸດທະສາສະນາ

ຜິດພາດເນື່ອໃນຄຳເວົ້າໃດ ກໍອະໄພນຳສາຍຕານັກບາດທັງຫຼາຍ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2009 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

alt 

ນົກກະແລບເຈົ້າ          ໄປຫາກິນໄກເຂດ

ນອກປະເທດຊາດເຊື້ອ          ບໍ່ກົວຢ້ານໝູ່ແຫຼວ

ແນວວ່າຄວາມຢາກຮູ້         ສັດສິງສັກກຸນາ

ຊົມມາລາແດນໄກ          ກິ່ນເກສອນວ່າຫອມລົນ

  ຄົນເຮົາກໍ່ເໝືອນເຊື່ອ          ສັດສາຊາດນາງນົກ

ປິກບໍ່ມີ          ພັດທ່ຽວບິນຮອບໂລກ

ເພື່ອຫາລ້ຽງ         ຊ່ວຍປະຊາ

ຊອກຫາໄປທາງໜ້າ         ຈົນກາຍຍາບໍ່ຮູ້ເມື່ອຍ

  ໄປຫາເງິນເພື່ອບັນເທົາ         ເອົາຊິວັງມອບໃຫ້

ບໍ່ເຫັນພໍ້          ບ່ອນສະຫວັນ  ເດນໍ

ຊ່າວ່າຊາວວ້ຽງຈັນແດນດ້າວ          ປະເທດລາວກໍ່ວ່າໜຶ່ງ

ຕົກຕະລືງ          ຂ້າມມະຫາສະໝຸດ

  ສຸດນະພາຂອບຟ້າ          ມາຫາຄ້າຕ່າງແດນ

ແບນແຕ່ມືມາຄ້າ          ຊິກັບເມືອຢ້ານເຂົາວ່າ

ມາແຕ່ອາເມລິກາ          ເງິນບໍ່ມີຮອດຮ້ອຍ

ບໍ່ຄ້ອຍໄດ້          ຄ່າເຄື່ອງບິນ  ດອກນາ

  ຍິນວ່າເງິນຄຳລົ້ນ         ຈົນຫຼົງໄຮ່ນາສວນ

ຊວນກັນມາຫາເງິນ         ພັດບໍ່ມີເງິນໄຊ້

ຕັດສິນໃຈອົດສູ້           ຫາເອົາເງິນເກີນເມື່ອຍ

ສອງສາມໂມງຕືນເລືອຍໆ        ຈິງພາພໍ້ຫໍ່ເງິນ

  ຍາມກາງຄຶນເຮັດວຽກ       ກາງເວັນມາພັດພັກຜ່ອນ  

ຮອດກາງເວັນ        ພັດບໍ່ເຫັນຕ່ອນຊຶ້ນ

ກິນແຕ່ເຂົ້າ        ກໍ່ບໍ່ເປັນດອກນາ

ເປັນຫຍັງນໍ         ບໍ່ຄຶນບ້ານແດນສະຫວັນ ບອ່ນເຮົາຢູ່

  ປະປ້າລູງ           ປະລູກຜົວປ່ອຍໃຫ້ລ້ຽງລູກຖ້າ

ແນມຫາໜ້າ         ແມ່ບໍ່ເຫັນ

ກິນແຕ່ປູຊູູຄ້ຳ         ໄດ້ເງິນພັດຊື້ຄຳ

ບໍ່ເຫັນຝາກ         ໃຫ້ຜົວແດ່

ເມຍພາກຜົວ         ຜົວຊິປະລູກນ້ອຍ

ໄປຫາຈ້ອຍ          ເອົາແຕ່ສາວ ນັ້ນນາ