ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 21, 2008 | ມີ 8 ຄຳເຫັນ ແລະ 0 trackback(s)

 

ບັນດາທ່ານຜູ້ຮູ້ ແລະຜູ້ອ່ານສະມາຊິກພັນລາວທຸກໆທ່ານ ທີ່ໜ້າຮັກແລະນັບຖືທັງຫຼາຍ ຜ່ານມາຂ້ານ້ອຍ(kava)ໄດ້ຕັ້ງກະຖຸຄຳຖາມກຽວກັບຢາເສບຕິດ ຂຶ້ນມາເປັນຫົວຂໍແບບສຳ ຫຼວດວ່າ (ສາເສບຕິດເປັນພິດໄພໃຫ້ແກ່ສັງແມ່ນແທ້ບໍ່?)ຫຼາຍໆທ່ານອອກຄຳເຫັນວ່າ ຜົນດີມັນກໍມີ ແຕ່ຜົນຮ້າຍມັນກໍມີຫຼາຍ ແຕ່ເຖິງຢ່າງໃດກໍດີຂ້ານ້ອຍກໍບໍ່ຢາກ ກ່າວກາຍ ຜູ້ທີ່ເພີ່ນຮູ້ເລື້ອງຜົນດີ ແລະຜົນຮ້າຍພໍພຽງແຕ່ມາເລົ່າອາການຂອງກາເສບຕິດຊະນີດຕ່າງໆ ແລະການປອງກັນຢາເສບຕິດ ຢູ່ບ້ານເຮົາ ໃນປະຈຸບັນນີ້ນັບມື້ນັບຂອນຂ້າງໝັກໃຈໃຫ້ ແກ່ໝວ່ຍງານ ປ້ອງກັນຄວາມ ສະຫງົບ ຄວາມເປັນລະບຽບຂອງສັງຄົມ ບ້ານເຮົາພໍສົມຄວນ ເພາະມີປະກົດການທີ່ບໍ່ ດີບໍ່ງາມເກີດຂຶ້ນ ຍ້ອນຢາເສບຕິດທີ່ເປັນພິດໄພ ໃຫ້ແກ່ສັງຄົມ.........
1ຄຳວ່າຢາເສບຕິດ
2, ປະເພດຂອງຢາເສບຕິດ
3, ລິດຂອງຢາເສບຕິດ
4, ສາເຫກທີ່ຄົນຕິດຢາເສບຕິດ
5, ໂທດຂອງຢາເສບຕິດ
6, ການປອງກັນ
7,ຜູ້ທີ່ມີໜ້າທີ່ຮັບຜິດຊອບທີ່ກຽວຂ້ອງ
      ຄຳວ່າຢາເສບຕິດ ໄດ້ແກ່ ສິ່ງທີ່ມະນຸດກິນດື່ມ ດົມ ສູບແລະຊັກເຂົ້າໃນຕົວ ເຮັດໃຫ້ຕິດ ເຮັດໃຫ້ປະສາດມຶນຊາ ຫຼົງລືມສະຕິ ເຮັດໃຫ້ໃຈລອຍ ປະສາດຫຼອນ ເຮັດໃຫ້ບໍ່ຢາກນອນ ເຮັດໃຫ້ສຸຂະພາບອ່ອນເພັຍແລະຊຸດໂຊມ ເຮັດໃຫ້ເສຍທາດຂາດຄຸນ ເສຍອະນາຄົດແລະອື່ນໆ ເລົ່ານີ້ເປັນຕົ້ນ.
   ປະເພດຂອງຢາເສບຕິດ ຢາເສບຕິດມີ2ປະເພດຄື:
      1, ຢາເສບຕິດທຳມະຊາດ ໄດ້ແກ່ຢາສູບ ກັນຊາ ຢາຝິ່ນ ກາເຟ ຊາແຊ່ນໍ້າດື່ມ ເປັນຕົ້ນ.
       2,ຢາເສບຕິດສັງເຄາະ ໄດ້ແກ່ສຸລາ ມໍຝິ່ນ ເຮໂຣອີນ ຢາບ້າ ຢາເຄ ຢາອີ ໂຄເຄນ   ສານລະເຫີຍ ເປັນຕົ້ນ.
_ ລິດຂອງຢາເສບຕິດແຕ່ລະຢ່າງ:
- ເຫຼົ່າຫຼືສຸຣາ ເມື່ອດື່ມເຂົ້າໄປແລ້ວເຮັດໃຫ້ເມົາ     ເຮັດໃຫ້ຂາດສະຕິສັມປະຊັນຍະເຮັດໃຫ້ກ້າ ຫານໃນທາງທີ່ຜິດ ເຮັດໃຫ້ປ່ຽນນິດໃສ ເຮັດໃຫ້ຮ່າງກາຍ ອ່ອນເປັ້ຍເພັຍຫຼ່ອຍແລະອື່ນໆ
- ຢາສູບເປັນສານມີລິດກະຕຸ້ນປະສາດສວ່ນກາງ ເຮັດໃຫ້ຫົວໃຈເຕັ້ນໄວ ຫຼອດລົມຫົດຕົວເຂົ້າ ເຮັດໃຫ້ຄັນຄໍ ມີອາການໄອ ເຮັດໃຫ້ເກີດມະເຮັງເປັນໂຣກປອດ.
-ຝຶ່ນ ອອກລິດບີບປະສາດ ເຮັດໃຫ້ມຶນຊາ ຫຼົງລືມສະຕິ.
- ມໍຝິ່ນ ອອກລິດບີບປະສາດ ເຮັດໃຫ້ມຶນຊາ, ຂາດຄວາມຮູ້ສຶກເຈັບປວດ ເຮັດໃຫ້ນອນລັບ ອອກລິດແຮງກວ່າຝິ່ນ 8-10 ເທົ່າ(ສະກັດອອກຈາກຝິ່ນ)
 -ເຮໂຣອີນ ອອກລິດແຮງກວ່າມໍຝິນ 4-8 ເທົ່າ.
-ກັນຊາ ອອກລິດບັງຄັບປະສາດ,ກະຕຸ້ນປະສາດຫຼອນໃຈລ້ອຍ ບໍ່ສາມາດຄວບຄຸມຕົນເອງໄດ້ ຝັນຫວານເລີ້ອຍເປີ້ອຍໄປ...................
- ຢາບ້າ. ຢາອີ ເປັນຜົງຂາວມີທັງຊະນິດເມັດແລະແຄບຊູນກິນແລ້ວຈະກະຕຸ້ນ ປະສາດເຮັດໃຫ້ບໍ່ຢາກນອນ ອົດທົນ ຂະຫຍັນ ພວກທີນິຍົມຮັບປະທານ ແມ່ນພວກທີ່ ເຮັດວຽກໜັກ ເຮັດວຽກກາງຄືນຫຼືພວກທີ່ມັກທ່ຽວກາງຄືນຫຼືພວກຂີ້ລັກ ພວກກໍອາຊະຍາກຳ.
-ຢາເຄ ອອກລິດເຮັດໃຫ້ສະລົບ.
-ໂຄເຄນ ອອກລິດກະຕຸ້ນປະສາດ ເຮັດໃຫ້ປະສາດຕື່ນຕົວ.
* ສາເຫດທີ່ພາໃຫ້ຕິດຢາເສບຕິດ(ຂາດການຮ່ວມມືກັນຂອງຄົນໃນຊາດ)
1,ຂາດການສຶກສາອົບຮົມໃຫ້ປະຊາຊົນເຂົ້າໃຈແຈ້ງເຖິງໂທດ ຫຼືພິດໄພອັນຕະລາຍ ຂອງຢາເສບຕິດ
2,ຢາກລອງ ຢາກຮູ້ຣົດຊາດ
3, ມີໝູ່ຕິດຢາຊັກຊວນ ຍົວະເຍົ້າດ້ວຍວິທີຕ່າງໆວ່າກິນແລ້ວມ້ວນມີກຳລັງວັງຊາ ຊູ້ຊ້າ ລ່າເລີງກໍເລີຍເສບ.
4,ຖຶກການຍົວະເຍົ້າຈາກຄົນອື່ນ ເພື່ອປະໂຫຍດທາງການຄ້າ
5, ຂາດຄວາມລະມັດລະຫວັງ ຂາດສະຕິປັນຍາ
6,ສະພາບແວດລ້ອມຫຍຸ້ງຍາກສັບສົນແລະບັນຫາຕ່າງໆໃນຄອບຄົວແລະສັງຄົມ
-ໂທດແລະພິດໄພອັນຕະລາຍຂອງຢາເສບຕິດ ຢາເສບຕິດເປັນໄພອັນຕະລາຍມະຫາສານເຊັ່ນ:
 1,ເຮັດໃຫ້ສຸຂະພາບອ່ອນເພັຍແລະຊຸດໂຊມ
2,ຈິດຟຸ້ງຊານຝັນເຝີ້ ປະສາດລອນ ອາລົມອ່ອນໄຫວ ບໍ່ສາມາດຄວບຄຸມອາລົມຕົນເອງໄດ້.
3,ເຮັດຄວາມຜິດໄດ້ທຸກຢ່າງ ແມ່ນແຕ່ພໍ່ແມ່ ປັງເກີດເກົ່າ ແລະຍາດພີ່ນ້ອງຂອງຕົນເອງ ກໍຍັງສາມາດທຳຮ້າຍຫຼືຂ້າຕາຍໄດ້.
4, ເກີດໂຣກໄພໄຂ້ເຈັບໄດ້ງ່າຍ ເຊັ່ນເປັນໂຣກເອດສ໌
5, ເຮັດໃຫ້ຕົນເອງ ຄອບຄົວ ຍາດພີ່ນ້ອງ ສັງຄົມແລະປະເທດຊາດເດືອດຮ້ອນວຸ້ນວາຍ
6,ສັງຄົມລັງກຽດ
7, ມີຄວາມຜິດທັງກົດໝາຍ ຖືກຈັບກຸມຄຸມຂັງ ທົນທຸກທຳລະມານເໝືອນຕົກນະຣົກ
8,ຊັບສົມບັດຈິບຫາຍ ແລະວອດວາຍ
9, ອະນາຄົດກໍສູນເປົ່າ ແລະອື່ນໆ
-ການປອງກັນ
 1, ພໍ່ແມ່ຄູບາອາຈານ ໜ່ວຍງານຂອງລັດ....... ພະສົງອົງຄະເຈົ້າຮ່ວມມືກັນສຶກສາ ອົມຮົມໃຫ້ປະຊາຊົນໃນຊາດ ໂດຍສະເພາະເຍົາວະຊົນຊາວໜຸ່ມ ເຂົ້າໃຈແຈ້ງໃຫ້ເຫັນພິດ ໄພອັນຕະລາຍຂອງຢາເສບຕິດ
2,ບໍ່ທົດລອງຊິມຫຼືເສບ
3,ມີສະຕິລະວັງຕົວສູງ ບໍ່ເຊື້ອຄຳຍົວະເຍົ້າຫຼືເລກົນຕ່າງໆ
4,ຜູ້ນຳຄອບຄົວຕ້ອງເປັນແບບຢ່າງທີ່ດີ ແກ່ຄອບຄົວ, ສັງຄົມແລະປະເທດຊາດ
5, ເຮັດວຽກງານແລະຫລີ້ນກິລາ
6,ເມື່ອມີບັນຫາ ຄິດບໍ່ອອກຄວນປຶກສາຄົນໄກ້ຄຽງຫຼືຜູ້ທີຄວນເພິ່ງໄດ້.
7, ບໍ່ຄວນຮັບສິ່ງຂອງ ທີ່ຄົນບໍ່ຮູ້ຈັກກັນເອົາມາໃຫ້ ເພາະໃນນັ້ນອາດມີຢາເສບຕິດປົນມານຳ
8,ເມື່ອຮູ້ຜູ້ໃດກິນຢາເສບຕິດຫຼືນຳຂາຍຈຳນາຍຕ້ອງແຈ້ງອຳນາດການປົກຄອງແລະເຈົ້າໜ້າທີ່ຝ່າຍບ້ານເມືງແລະອື່ນໆ
- ຜູ້ທີມີໜ້າທີ່ຮັບຜິດຊອບ ທີ່ເປັນຫລັກນັ້ນໄດ້ແກ່ສະຖາປັນສັງຄົມທີ່ເປັນຫລັກຄື:
1,ສະຖ້າບັນຄອບຄົວ ມີພໍ່ແມ່ເປັນຜູ້ນຳ(ຜູ້ນຳໃນທີ່ນີ້ໃຫ້ເປັນແບບຢ່າງທີ່ດີ)
2, ສະຖ້າບັນການເມືອງ ມີຜູ້ບໍລິຫານບ້ານເມືງເປັນຜູ້ນຳ
3,ສະຖ້າບັນການສຶກສາມີກະຊວງສຶກສາເປັນຜູ້ນຳ
4,ສະຖາບັນເສດຖະກິດ ມີນັກທຸລະກິດແລະພໍ່ຄ້າເປັນຜູ້ນຳ
5,ສະຖາບັນສືມວນຊົນ ມີນັກແຕ່ງ ນັກຂຽນ ນັກປະພັນແລະຜູ້ສື່ຂ່າວເປັນຜູ້ນຳ
6, ສະຖາບັນບັນເທິງ ມີດາຣານັກຮ້ອງ ນັກສະແດງ ເປັນຜູ້ນຳ
7,ະຖາບັນສາສນາ ມີພະສົງເປັນຜູ້ນຳ
8, ສະຖາບັນວິທະຍາສາດແລະເທັກໂນໂຍຍີມີນັກຄົ້ນຄວ້າ ແລະປັນຍາຊົນເປັນຜູ້ນຳ.
Delicious Digg Fark Twitter