ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 24, 2009 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

         

           ດຳເ­ນີນຄວາມວ່າ­ບັນດາມະນຸດ ທີ່ເກີດຂຶ້ນມາໃນໂລກ ທຸກຄົນຕ່າງກໍຕ້ອງການຢາກຈະເປັນຄົນດີ ຄົນເກັ່ງດ້ວຍກັນທັງນັ້ນ ເຖິງແມ່ນວ່າ ທຸກຄົນຢາກຈະເປັນ­µຄົນດີດ້ວຍກັນກໍຕາມ ແຕ່ຍັງມີຄົນຈຳນວນຫຼວງຫຼາຍ ຍັງເອົາດີອັນໃດອັນ ບໍ່ໄດ້ ອັນໃດ ທັງນີ້ກໍ່ເນີ່ອງຈາກວ່າຄົນເຫຼົ່ານັ້ນ ຍັງບໍ່ຮູ້ຈັກວ່າ ອັນໃດເປັນສາເຫດທີ່ເຮັດໃຫ້ເປັນຄົນດີ ບາງຄົນກໍ່ຄິດວ່າ ໂລບເອົາສິ່ງຂອງເຂົາໄດ້ ຫຼອກລວງເຂົາໄດ້ ສໍ້ໂກງເຂົາໄດ້  ລັກຂອງເຂົາໄດ້ ສໍ້ລາດບັງຫລວງໄດ້ ຄ້າຂອງເຖື່ອນໝີພາສີໄດ້  ສິ່ງເຫຼົ່ານີ້  ເຮັດໃຫ້ເປັນຄົນດີສັນຕົວະ  ຄົນເກັ່ງ ຄົນດັງ ເຮັດໃຫ້ຮັ່ງ ເຮັດໃຫ້ມີ ເຮັດໃຫ້ມີຖານະ ເຮັດໃຫ້ມີກຽດສັກສີ ເຮັດໃຫ້ເປັນຄົນດີ ຄວາມຄິດເຫຼົ່ານš ຜິດໂດຍປະກ່ນທັງປວງ ຜິດຢ່າງບໍ່ມີທາງ ທີ່ຈະອະໄພແກ່ເຂົາໄດ້ເລີຍ ເພາະມັນຜິດຕໍ່ຫຼັກຄຳສອນຂອງພຣະພຸດທະເຈົ້າ  ພຣະພຸດທະເຈົ້າສອນໄວ້ວ່າ ທຳດີໄດ້ດີ  ທຳຊົ່ວໄດ້ຊົ່ວ ທຳດີໃຫ້ຜົນເປັນສຸກ ທຳຊົ່ວໃຫ້ຜົນເປັນທຸກ ເປັນກົດເກນຕາຍຕົວ ປ່ຽນແປງບໍ່ໄດ້  ເປັນສັດຈທັມ ຄົນໃດ ເຮັດໃຫ້ຕົນເອງ ຄົນອື່ນ ສັງຄົມແລະປະເທດຊາດເດືອນຮ້ອນວຸ້ນວາຍ ຄົນນັ້ນຄືຄົນຊົ່ວ ບໍ່ແມ່ນຄົນດີ ບາງເທື່ອອາດຮັ່ງມີ ມີຊັບສົມບັດຫຼາຍ ມີເຮື່ອນຫຼັງໃຫຍ່ ມີໂຮງແຮມໃຫ້ຄົນເຊົ່າ ມີລົດຍົນລົດເກັ່ງຄັນງາມໆໃຊ້ ມີທີ່ດີນ ມີເງິນຝາກທະນາຄານ ແຕ່ໄດ້ມາເພາະຄວາມໂລບ ເພາະຄົດໂກງ  ເພາະຄ້າຂອງເຖື່ອນ ເພາະຄ້າຂອງຜິດກົດໝາຍ ເພາະສໍ້ລາດບັງຫຼວງ ເພາະອາໃສ່ຕຳແໜ່ງໜ້າທີ່ ຂູດຮີດລີດໄຖຂອງຄົນອື່ນ ຜູ້ມີພຶດຕິກຳແບບນີ້  ຮຽກວ່າຄົນຊົ່ວ ຮັ່ງມີເພາະໄດ້ມາຈາກການກະທຳຊົ່ວ ດັ່ງນັ້ນຄົນເຫຼົ່ານັ້ນກໍ່ເປັນຄົນຊົ່ວ ຫຼືຄົນບໍ່ດີນັ້ນເອງ ສາຍເຫດທີ່ເຮັດໃຫ້ເປັນຄົນດີນັ້ນ ທາງພຸດທະສາດສະໜາກ່າວໄວ້ມີ7ປະການ ຮຽກວ່າ ສັບປຸຣິສະທັມ ສົນໃຈໄປຖາມຄູບາຢູ່ວັດຫຼືສົນທະນາກຸ່ມທັມມະແລພຸດທະສາສະນາ

ຜິດພາດເນື່ອໃນຄຳເວົ້າໃດ ກໍອະໄພນຳສາຍຕານັກບາດທັງຫຼາຍ
Delicious Digg Fark Twitter