ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 30, 2010 | ມີ 23 ຄຳເຫັນ ແລະ 0 trackback(s)

ໃຜເຄີຍມີກິກແດ່ ແລະຮູ້ຄວາມໝາຍຂອງກິກຫຼາຍປານໃດ

ຮູ້ບໍ່ວ່າສິດທິຂອງຄົນທີເປັນໄດ້ແຄ່ກິກມັນໜ້າເສົ້າ

1. ຫ້າມຫື່ງຫວງແຕ່ຫ່ວງກັນໄດ້ (​ເພາະ​ບໍ່​​ແມ່ນ​ຮັກ​​ແທ້)

2. ມີຫຍັງກັນໄດ້ແຕ່ບໍ່ແມ່ນຂອງກັນແລະກັນ (​ເພາະວ່າ​ຂ້ອຍ​ມີ​ແຟນ​ແລ້ວ)

3. ບໍ່ມີສິດຮຽກຮ້ອງຫຍັງຫຼາຍເກີນໄປ (​ເພາະ​​ເຮົາບໍ່​ແມ່ນ​ແຟນກັນ)

4. ກິກອາດປ່ຽນເປັນແຟນໄດ້.. ​ແຕ່ຖ້າບໍ່ໄດ້ກະຫ້າມເສຍໃຈ (​ເສົ້າ​ໄປ​ເຮັດ​ຫຍັງ ບໍ່​ໄດ້​ຈີ​ງຈັງ​ປານ​ນັ້ນ)

5. ຫ້າມມີກິກຄົນດຽວກັບໝູ່ຕົນເອງ (​ແນວ​ເປັນຕາ​ຮັກ​ເນະ ບາງ​ເທືອ​ກະຫ້າມ​ໃຈ​ບໍ່​ໄດ້)

6. ຖ້າກິກຈະ​​ໄປມີແຟນກະຫ້າເສຍໃຈແລະ ຍອມຮັບ​ເພາະ​ເຮົາ​ເປັນ​ແຄ່​ກິກ (ຕ້ອງ​ມາ​ຕົກລົງ​ກັນ​ວ່າ​ຊິ​ເປັນ​ກິກກັນ​ຕໍ່​ໄປ​ຫຼື​ບໍ່)

7. ບໍ່​ຈຳ​ເປັນ​ຕ້ອງ take care ກັນ​ເກີນ​ເຫດ​ເພາະ​ເປັນ​ແຄ່​ກິກ (take care ​ໄປ​ໂລດ​ບໍ່​​ເມືອ​ຍຍ້ອນ​ດອກ)

8. ກິກມິ​ໄດ້​ບໍ່​ຈຳກັດ​ຈຳນວນ, ບໍ່​ຈຳກັດ​ເພດ (ຄັນ​ມີ​ກິກ​ເປັນ​ເພດ​ດຽວ​ກັນ​ກະ​ອາຍໆ.. ຄົນ​ອື່ນ​ແດ່)

9. ກິກຈັ່ງ​ໃດ​ກະ​​ແມ່ນ​ກິກ.. (ຕ້ອງ​ຈຽມຕົ​ວ)

 

Delicious Digg Fark Twitter