ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 22, 2013 | ມີ 3 ຄຳເຫັນ ແລະ 0 trackback(s)

 ສົມຊາຍ ພາເມຍທີ່ເຈັບທ້ອງເປັນໃສ້ຕິ່ງໄປໂຮງໝໍດ້ວຍຄວາມກະວົນກະວາຍ

ສົມຊາຍ: ທ່ານ ໝໍ ຊ່ອຍແນ່ເມຍຂ້ອຍລາວເຈັບທ້ອງແຮງ ແລະ ມີອາການໄຂ້ນຳ ຂ້ອຍຄິດວ່າລາວຕ້ອງໃສ້ຕິ່ງອັກເສບແນ່ນອນ!

ທ່ານ ໝໍ: ເປັນໄປບໍ່ໄດ້ ຂ້ອງເຄີຍຜ່າໃສ້ຕິ່ງໃຫ້ເມຍເຈົ້າ ສອງປີກ່ອນ ລາວບໍ່ມີທາງເຈັບໃສ້ຕິ່ງອີກແນ່ນອນ! ຄົນເຮົາຈະມີໃສ້ຕິ່ງສອງອັນບໍ່ໄດ້

ສົມຊາຍ: ຂ້ອຍກະຮູ້ດີ ວ່າຄົນເຮົາມີໃສ້ຕິ່ງອັນດຽວ ແຕ່ຄົນເຮົາບໍ່ຈຳເປັນຈະຕ້ອງມີເມຍຄົນດຽວສະເໝີໄປໄດ໋ ທ່ານໝໍ

ທ່ານ ໝໍ: ??????? ><"

ຂຽນເມື່ອ ຂຽນເມື່ອ: ມ.ກ.. 7, 2013 | ມີ 5 ຄຳເຫັນ ແລະ 0 trackback(s)

ສົມປອງ ແມ່ມືໃໝ່ ພາລູກຊາຍ ໄວ 3 ປີ ໄປຝາກໂຮງຮຽນ ອະນຸບານມື້ທຳອິດ

ສາວຄູ ເລີ່ມ ຊວນລູກຊາຍ ສົມປອງ ລົມເພື່ອເປັນການເຮັດໃຫ້ເດັກນ້ອຍຄຸ້ນເຄີຍກັນກໍ່ເລີຍຄິດແຜນວ່າ:

ສາວຄູ: ບັກຫລ້າຊື່ຫຍັງ ນະ?

ລູກຊາຍ ສົມປອງ ຕອບວ່າ: "ຊື່ ນ້ອງ ຈິມມີ່"

ສາວຄູ: ເກັ່ງຫລາຍ ບັກຫລ້າ! ເອົາ ບາດນີ້ ແມ່ເຈົ້າຊື່ຫຍັງ?

ລູກຊາຍ ສົມປອງ ຕອບອີກວ່າ: "ຊື່ ແມ່ ປອງ"

ພໍເຫັນລູກຊາຍເວົ້າຊື່ໂຕເອງໄດ້ ກະນ້ຳຕາຊຶມຫນ້ອຍນື່ງດ້ວຍຄວາມດີໃຈ

ສາວຄູ: ເກັ່ງຫລາຍສະຫລາດໆ ແລ້ວ ຊື່ພໍ່ເດ ຊື່ຫຍັງບາດນີ້ນະ?

ລູກຊາຍ ສົມປອງ ແນມຫນ້າແມ່ແລ້ວຕອບອີກວ່າ: "ພໍ່ຊື່ ບັກຜົວເຮັງຊວຍ"

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 3, 2013 | ມີ 6 ຄຳເຫັນ ແລະ 0 trackback(s)

ສົມປອງ ກັບຜົວເສດຖີຂອງລາວ ກຳລັງຊິອອກໄປງານລ້ຽງ ນອກເຮືອນ ເລີຍສັ່ງໃຫ້ ຄົນຮັບໃຊ້ ສົມຊາຍ ທີ່ໜ້າຕາດີ ເຝົ້າບ້ານໃຫ້

ສົມປອງຜູ້ເປັນເມຍ ເລິ່ມເບື່ອງານລ້ຽງເລີຍຜູ້ເປັນຜົວກັບເຮືອນກ່ອນ ພໍມາຮອດເຮືອນ ລາວກໍ່ເຫັນ ສົມຊາຍ ຄົນຮັບໃຊ້ໜ້າຕາດີ ນັ່ງ ກິນເຫຼົ້າ ຢູ່ຫລັງບ້ານຄົນດຽວ 

ສົມປອງເລີຍຕັດສິນໃຈເອີ້ນ ສົມຊາຍຂຶ້ນໄປຫາຢູ່ເທິງຫ້ອງນອນ ພໍສົມຊາຍ ຍ່າງຂຶ້ນໄປຮອດຫ້ອງນອນ ລາວກໍ່ສັ່ງສົມຊາຍວ່າ:

ສົມປອງ: ຖອດເສື້ອອອກໃຫ້ຂ້ອຍແນ່

ສົມຊາຍຮິບຖອດເສື້ອອອກໃຫ້ສົມປອງທັນທີ ດ້ວຍຄວາມຕົກໃຈ

ສົມປອງ: ຖອດຖົງຕີນອອກພ້ອມຕິ!

ສົມຊາຍຮິບຖອດຖົງຕີນອອກໃຫ້ຢ່າງໄວວາ

ສົມປອງ: ເສື້ອຊ້ອນ ກັບສະຫລິບ ພ້ອມ ຮິບໄວ

ສົມຊາຍຮິບຖອດ ສະຫລິບ ກັບເສື້ອຊ້ອນອອກ ພ້ອມກັບມືສັ່ນໆ

ສົມປອງ: ຟັງເດີ່ ສົມຊາຍ ຄັນກູເຫັນມຶງເອົາຊຸດກູໄປໃສ່ອີກກູຊິໄລ່ມຶງອອກ!!!

ຂຽນເມື່ອ ຂຽນເມື່ອ: ທ.ວ.. 31, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

 ບຸນຫຼໍ່ ໜຸ່ມບ້ານນອກຂີ້ອາຍໃຈດີ ມາຢາມໝູ່ຢູ່ວຽງຈັນ ຫລັງຈາກໂອ້ລົມກັນແລ້ວກໍ່ເປັນເວລາ 5 ໂມງແລງ ຮອດເວລາກັບບ້ານພໍດີ ບຸນຫຼໍ່ຄິດວ່າຊົ່ວຊິນັ່ງລົດເມຮອດບ້ານກໍ່ເປັນເວລາ 9 ໂມງກາງຄືນ ລາວເລີຍຫາໝູ່ມາສົ່ງຢູ່ຄິວລົດເມ ພໍມາຮອດຄິວລົດເມລາວກໍ່ເຫັນວ່າລົດເມສາຍທີ່ລາວຈະກັບນັ້ນໄດ້ອອກຈາກຄິວແລ້ວ ເຫລືອແຕ່ລົດເມເກົ່າໆ ທີ່ຈະແລ່ນເສີມຖ້ຽວພິເສດແຕ່ວ່າແລ່ນກາຍທາງບ້ານລາວພໍດີ ລາວເລີຍຕັດສິນໃຈຂຶ້ນໄປນັ່ງ ລະຫວ່າງທາງກັບບ້ານລາວງວ່າງນອນກະເລີຍເຊືອບຫລັບ ແຕ່ທາງຊ້ຳພັດເປັນຫລຸມເປັນຮ່ອງ ເຮັດໃຫ້ລາວເຊືອບຫລັບເຊືອບຕື່ນ ພໍຮອດ 8 ໂມງກາງຄືນ ລາວຮູ້ສຶກໂຕ ແລ້ວລາວຫັນໜ້າຫັນຫລັງກໍ່ບໍ່ມີໄຜຈັກຄົນແລ້ວ ມີແຕ່ລາວກັບໂຊເຟີ່ 2 ຄົນ ລາວແປກໃຈທີ່ລົດມອດຈັກຢູ່ແຕ່ເປັນຫຍັງມັນຄືຍັງແລ່ນຊ້າໆຢູ່ (ຄຶດໃນໃຈວ່າມັນເປັນລົດຜີສິງແທ້ໆ) ລາວຕັ້ງສະຕິໄດ້ກໍ່ເລີຍ ຊິໂດໂລົງລົດ ລະຫວ່າງທີ່ກຳລັງຊິໂດດ ໂຊເຟີລົດກໍ່ແລ່ນມາດຶງແຂນລາວໄວ້ ພ້ອມກັບເວົ້າວ່າ:

ໂຊເຟີ: ເຈົ້າຊິໄປໃສ ທັງມືດທັງປ່ຽວປານນີ້ນະ

ບຸນຫຼໍ່: ກູຢູ່ບໍ່ໄດ້ແລ້ວເວີ່ຍ!!!!!!

ບຶດໜຶ່ງກໍ່ມີສຽງຈາກທ້າຍລົດເອີ້ນມາໃສ່ອີກວ່າ:

"ປານໄດມຶງຊິມາເຂັນຊ່ອຍກັນວະຮະ ລົດຕາຍນີ້ນະ ເອົາປຽບກັນແທ້ຮະ! "

ຂຽນເມື່ອ ຂຽນເມື່ອ: ທ.ວ.. 23, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

 ສາວ ສົມປອງ ແຕ່ງງານ ມາໄດ້ 8 ປີແລ້ວ ມີລູກຊາຍ 1 ຄົນ ຜົວ 1 ຄົນ ແລະ ລັກມີຊູ້ອີກ 1 ຄົນ 

ທຸກວັນ ພຸດ ຫລັງຈາກທີ່ ຜົວລາວ ອອກໄປເຮັດວຽກ ລາວ ກະນັດຊູ້ຂອງລາວມາ ອະແຮ່ມກັນ ເຊິ່ງໃນເວລາ ອະແຮ່ມ ລາວ ກະເອົາລູກຊາຍໄປເຊື່ອງໄວ້ໃນຕູ້

ພຸດທີທຳອິດ ຜົວລາວບັງເອີນເລີກວຽກໄວຜິດປົກກະຕິ ລາວກະຮິບເອົາຊູ້ຂອງລາວ ໄປເຊື່ອງໄວ້ໃນຕູ້ກັບລູກຊາຍຂອງລາວ

ເຊິ່ງໃນເວລາຢູ່ໃນຕູ້ ລູກຊາຍລາວກະເລີຍເວົ້າຂຶ້ນວ່າ:

ລູກຊາຍ: ໃນນີ້ມືດເນາະ

ຊາຍຊູ້: ເອີ່ມືດ ຢ່າຊວນກູລົມຫລາຍ ພໍ່ມຶງຊິຂ້າກູ!

ລູກຊາຍ: ຂ້ອຍມີ ລູກ ເບສບອນ ມາຂາຍໃຫ້ເຈົ້າ ໃນລາຄາ 50 ໂດລ່າ ເອົາບໍ່?

ຊາຍຊູ້: ບ້າວາ ລູກ 50 ໂດລ່າ ຄືຊິມາຂາຍຂູດຮີດແທ້ ! ໝາກກອກສັບຫົວສະບໍ!

ລູກຊາຍ: ເຈົ້າຊິຊື້ຫລືຊິໃຫ້ຂ້ອຍຮ້ອງພໍ່ຂ້ອຍມາ

ຊາຍຊູ້: ຊື້ກະຊື້ໂວ່ຍ!

ພຸດຕໍ່ມາ ຜົວລາວກໍ່ລືມເຄື່ອງໄວ້ເຮືອນເລີຍກັບມາເອົາຢູ່ເຮືອນ ສົມປອງກໍ່ເຮັດແບບເກົ່າ ເອົາຊູ້ໄປເຊື່ອງໄວ້ໃນຕູ້ກັບລູກຊາຍອີກ

ລູກຊາຍ: ໃນນີ້ມືດເນາະ

ຊາຍຊູ້: ເອີ່ໆ ມືດໆ

ລູກຊາຍ: ເທືອແລ້ວເຈົ້າຊື້ລູກເບສບອນໄປແລ້ວ ເທື່ອນີ້ຂ້ອຍມີໄມ້ເບສບອນມາຂາຍໃນລາຄາ 100 ໂດລ່າ ເອົາບໍ່

ຊາຍຊູ້: ຈັ່ງແມ່ນຊາດເນາະ ເອົາກະເອົາ ພ້ອມກັບໝາກກອກສັບຫົວບາດນຶ່່ງ

ພຸດຕໍ່ມາ ຜົວຂອງສົມປອງລາພັກຮ້ອນຢູ່ບ້ານ ລາວເລີຍຊວນລູກຊາຍໄປຕີເບສບອນຢູ່ຫລັງບ້ານ

ພໍ່: ໄປຕີເບສບອນກັບພໍ່ບໍ່

ລູກຊາຍ: ໄປບໍ່ໄດ້ນະ ລູກຂາຍທັງໄມ້ ທັງລູກມັນແລ້ວ ໃນລາຄາ 150 ໂດລ່າ

ພໍ່: ລູກໄປຕົວະຂາຍໃຫ້ໃຜນີ້ນະ ລູກບໍ່ຮູ້ວາວ່າມັນບາບ ໄປໄປ! ພໍ່ສິພາໄປສາລະພາບບາບຢູ່ໂບດ

ພໍໄປຮອດໂບດ ຜູ້ເປັນພໍ່ກໍ່ເອົາລູກຊາຍ ເຂົ້າໄປໃນຫ້ອງສາລະພາບບາບ ທີ່ທັງມືດ ແລະ ແຄບ

ລູກຊາຍເຂົ້າໄປນັ່ງບຶດນຶ່ງ ແລ້ວເວົ້າວ່າ:

ລູກຊາຍ: ໃນນີ້ມືດເນາະ ຍາພໍ່

ຍາພໍ່ປະຈຳໂບດ: ຊິເອົາຫຍັງມາຂາຍອີກ ຮະ!

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 22, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

ນາງ ສົມປອງ ເປັນສາວຄ້າງຄານມາໄດ້ຫລາຍປີແລ້ວ ມີມື້ໜຶ່ງລາວມີໂອກາດໄດ້ໄປຕ່າງແຂວງ ພໍລາວຂັບລົດໄປໄດ້ເຄິ່ງທາງ ລົດຂອລລາວຊ້ຳພັດເພ ແຖມບ່ອນທີ່ລົດເພນັ້ນເປັນບ່ອນປ່ຽວຄົນ ລາວເລີຍຕັດສິນໃຈຍ່າງໄປຕາມທາງ ເລີຍໄປເຫັນເຮືອນຫລັງໜຶ່ງ ລາວເລີຍຕັດສິນໃຈເຂົ້າໄປຂໍຄວາມຊ່ວຍເຫລືອ

ໃນເຮືອນຫລັງນັ້ນມີພໍ່ໝ້າຍອາຍຸແກ່ແລ້ວອາໃສຢູ່ກັບລູກຊາຍ 3 ຄົນ ທີ່ເປັນປັນຍາອ່ອນ ລຸງຄົນນັ້ນເລີຍບອກໃຫ້ລາວນອນພັກທີ່ເຮືອນຂອງລາວກ່ອນ ຍ້ອນວ່າຕາເວັນຕົກດິນແລ້ວ ສົມປອງຈຶ່ງຕັດສິນໃຈນອນພັກທີ່ເຮືອນຫລັງນັ້ນ ດ້ວຍຄວາມທີ່ເປັນສາວແກ່ຂຶ້ນຄານມາດົນ ພໍເຫັນລູກຊາຍຂອງລຸງຄົນນັ້ນ ລາວກໍ່ຄຶດມັກໃນໃຈ 

ພໍຮອດຕອນເດິກໆລາວຈຶ່ງຕັດສິນໃຈແອບເຂົ້າໄປໃນຫ້ອງນອນຂອງລູກຊາຍທັງ 3 ຄົນ ກ່ອນທີ່ຈະເຮັດຫຍັງກັນ ສົມປອງໄດ້ບອກກັບ 3 ນ້ອງອ້າຍນັ້ນວ່າ: ພວກເຈົ້າຕ້ອງໃສ່ຖົງຢາງກ່ອນ ບໍ່ຊັ້ນສົມປອງຊິຖືພາໄດ໋!

ພໍຕຶ່ນເຊົ້າມາຫລັງຈາກທີ່ແປງລົດຂອງລາວແລ້ວ ລາວກໍ່ໄດ້ອອກເດີນທາງຕໍ່

20 ປີຕໍ່ມາ 3 ນ້ອງອ້າຍນັ້ນເລິ່ມອາຍຸແກ່ຂຶ້ນ ນັ່ງລົມກັນຢູ່ຫນ້າບ້ານ

ອ້າຍກົກເວົ້າຂຶ້ນວ່າ : ເອີ່ ສູຈື່ສາວສົມປອງທີ່ມານອນຄ້າງບ້ານເຮົາໄດ້ບໍ່

ຄົນທີ່ 2 ເວົ້າວ່າ: ຈື່ໄດ້ລະບໍ່ ລະເຈົ້າຄຶດວ່າ ລາວ ຊິມີລູກບໍ່

ຄົນທີ່ 3 ເວົ້າວ່າ: ຄືຊິບໍ່ມີລະຕີ່

ອ້າຍກົກຈຶ່ງເວົ້າວ່າ: ຄັນຊັ້ນອ້າຍວ່າເຮົາຄວນຖອດຖົງຢາງອອກໄດ້ລະຕີ່ຊັ້ນນະ

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 19, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ສົມໝາຍ ກັບ ສົມປອງ ແຕ່ງງານກັນມາໄດ້ ສິບກວ່າປີແລ້ວ ດ້ວຍເຫດທີ່ສົມໝາຍເປັນຄົນມັກກິນເຫລົ້າ ເມືອ່ສົມປອງຜູ້ເປັນເມຍ ທົນຕໍ່ພຶດຕິກຳການກິນເຫລົ້າເມົາຢາຂອງຜົວບໍ່ໄດ້ ເລີຍຕັດສິນໃຈຂໍຮ້ອງຜູ້ເປັນຜົວວ່າ:

ສົມປອງ: ສົມໝາຍຂ້ອຍຂໍຮ້ອງນຳໄດ້ບໍ່ອັນເລື່ອງກິນເຫົ້າເມົາຢາຂອງເຈົ້າຫັ້ນນະ ລົດລົງຮ້ວຍລົງແນ່ໄດ້ບໍ ຈັກໜ້ອຍຊິຕັບແຂງຕາຍປະກັນລ້າໆຫັ້ນນ໋າ!

ສົມໝາຍ: ໂອເຄທີ່ຮັກ ! ຂ້ອຍຊິລົດລົງ ຊິກິນເຫຼົ້າປີລະ 365 ແກ້ວຕໍ່ປີ

ສົມປອງ: ມັນກະຍັງຫລາຍຢູ່ຫັ້ນແຫລະ ລົດລົງອີກໄດ້ບໍ່ ?

ສົມໝາຍ: ຄັນຊັ້ນ ເດືອນລະ 30 ແກ້ວກະໄດ້ຊັ້ນນະ

ສົມປອງ: ກະຍັງຫລາຍຢູ່ອີກ ລົດລົງອີກ

ສົມໝາຍ:​ຊັ້ນອາທິດລະ 7 ແກ້ວ

ສົມປອງ: ມັນກະຍັງຫລາຍຢູ່ ລົດລົງອີກ

ສົມໝາຍ: ຊັ້ນມື້ລະແກ້ວກະໄດ້ຊັ້ນນະ ຮູ່! ຈັ່ງແມ່ນລ່ຳໄລ

ສົມປອງ: ເອີ່ໄຄແນ່ ກິນໜ້ອຍແບບນີ້ລະພໍເປັນຢາ

><" ?

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 9, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ສົມໝາຍ ກັບ ສົມປອງ ສອງຜົວເມຍ ຢືນກ່ຽວເຂົ້າຢູ່ກາງທົ່ງນາສອງຄົນ ທ່າມກາງແດດທີ່ແຜດເຜົາຈົນຕ່າງຄົນກໍ່ຕ່າງງຸດງິດໃຈຮ້າຍ

ໃນຂະນະນັ້ນໄດ້ມີຕຳຫລວດກຸ່ມໜຶ່ງໄລ່ຈັບຄົນຂີ້ລັກແລ່ນລົງມາແຖວທົ່ງນາ ສົມໝາຍຜູ້ເປັນຜົວເຫັນຈຶ່ງເອີ້ນຖາມ ສົມປອງຜູ້ເປັນເມຍວ່າ:

ສົມໝາຍ: ອ່າວ! ແມ່ນຕຳຫລວດມາໄລ່ຈັບຫຍັງເຂົາຫັ້ນນະ ເບິ່ງຊ່ອຍກັນດຸ

ສົມປອງໃຈຮ້າຍ ທັງຮ້ອນ ທັງລຳຄານ ທັງເມືອຍວຽກ ຈຶ່ງຕອບຕັດຄວາມຜົວວ່າ:

ສົມປອງ: ຊິໄປຮູ້ຈັກນຳວະ! ແມ່ມັນນິ ສົງໃສພວກມັນມາຊອກຈັບຄົນ ລໍ້ xxx ຄວາຍ ຕິ!

ພໍແຕ່ ສົມປອງເວົ້າຈົບຄຳ ສົມໝາຍກໍ່ຖິ້ມກ່ຽວແລ່ນບຸກປ່າເຂົ້າໄປຊອກບ່ອນລີ້ ປະໃຫ້ສົມປອງຢືນງົງຢູ່ຄົນດຽວ

ສົມປອງ: ອ່າວ! ບັກຮ່າຜົວນິ ມຶງລັກ xxx ຄວາຍວາ!!!?

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 25, 2012 | ມີ 2 ຄຳເຫັນ ແລະ 0 trackback(s)

 ນາງ ໝີດຳ ແຕ່ງງານກັບ ຜົວຕ່າງປະເທດ ບໍ່ດົນລາວກໍ່ໄດ້ຍ້າຍໄປຢູ່ກັບຜົວລາວ ທີ່ຕ່າງປະເທດ ແຕ່ມີປັນຫາທີ່ວ່າ ດ້ວຍຄວາມຮູ້ທີ ຈົບພຽງແຕ່ ປໍ 4 ລາວຈຶ່ງລຳບາກໃນການສື່ສານ

ມີມື້ໜຶ່ງ ໝີດຳ ໄປຊື້ເຄື່ອງທີ່ຕະຫລາດ ຫລັງຈາກທີ່ຊື້ໄດ້ເກືອບຄົບຍັງເຫລືອແຕ່ ຊີ້ນ ຂາໝູ ລາວຍ່າງມາທີ່ ຮ້ານຂາຍຊີ້ນໝູ ແລ້ວກໍ່ເອົາມືຮື້ກະໂປ່ງຂື້ນ ແລ້ ຊີ້ໃສ່ຂາລາວ ພໍ່ຄ້າກໍ່ເຂົ້າໃຈ ແລະ ຕັດຊີ້ນຂາໝູໃຫ້ລາວ

ມື້ຕໍ່ມາລ່ວກໍ່ເຮັດແບບເກົ່າ ແຕ່ລາວຢາກໄດ້ຊີ້ນເອິກໝູ ລາວກໍ່ແກະກະດູມເສື້ອອອກແລ້ວຊີ້ໃສ່ໜ້າເອິກຂອງລາວ ພໍ່ຄ້າໝູກໍ່ເຂົ້າໃຈ ແລະ ກໍ່ປາດຊີ້ນເອິກໃຫ້ລາວ

ມື້ທີສາມ ລາວກະຈະໄປຊື້ໃສ້ກອກຈັກ 2 ກິໂລ ພວກເຈົ້າຄຶດວ່າລາວຈະຊີ້ໃສ່ຫຍັງ ຈຶ່ງຈະໄດ້ໃສ້ກອກ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 14, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ນາງສາວ ບຸນນ້ອຍ ນັ່ງລົດເມກັບບ້ານຫລັງຈາກເລີກວຽກ ລາວໄດ້ອ່ານ ຂ່າວໜ້າໜຶ່ງໃນໜັງສືພິມ ລາຍງານຂ່າວກ່ຽວກັບຄະດີ ຂ້າຂົ່ມຂືນຜູ້ຍິງໃນຮ່ອມເຂົ້າບ້ານທີ່ປ່ຽວແຖວໆບ້ານຂອງລາວ ລາວຮູ້ສຶກຢ້ານຫລາຍແຕ່ກະຕ້ອງໄດ້ທຽວຮ່ອມນີ້ເປັນປະຈຳ ຫລັງຈາກລົງລົດເມລາວກະຕ້ອງມາແວ່ຊື້ເຝີຢູ່ຫນ້າຮ່ອມເຂົ້າບ້ານເພື່ອໄປຕ້ອນແມ່ລາວ ແລ້ວກໍ່ຈ້າງ ລົດຈັກເຂົ້າໄປອີກ 1 ກິໂລກວ່າຈະຮອດເຮືອນ ໃນຂະນະທີ່ລາວກຳລັງຊ້ອນລົດຈັກນັ້ນ ລາວກໍ່ສັງເກດເຫັນວ່າ ໂຊເຟີ່ລົດຈັກຫັນຫນ້າມາເບິ່ງລາວຕະຫລອດ ແບບບໍ່ພໍໃຈ ແຕ່ລາວກໍ່ຕ້ອງເຮັດເປັນໃຈດີສູ້ເສືອ ຫລັງຈາກນັ້ນອີກບໍ່ດົນໂຊເຟີ່ ກໍ່ເອີ້ນຖາມລາວ ວ່າ:

ໂຊເຟີ່: ນ້ອງສາວ ເຈົ້າເຄີຍຕາຍລະວາ!

ນຸນນ້ອຍ: ແມ່ຫຍັງ! ເຈົ້າຊິເຮັດຫຍັງຂ້ອຍ ຢ່າໄດ! ຂ້ອຍຍັງບໍ່ຢາກຕາຍ ຢ່າ! ຢ່າ!!

ໂຊເຟີ່: ຄັນບໍ່ຢາກຕາຍລະມຶງຮິບເອົາຖົງເຝີອອກຈາກຫລັງກູ ມັນຮ້ອນ!

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 24, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

 ສົມຊາຍ ແຕ່ງງານກັບ ສົມສີ ມາໄດ້ 10 ປີແລ້ວ ສົມສີເປັນຄົນຂີ້ລະແວງສົງໃສ ຖ້າມື້ໄດເລີກວຽກແລ້ວຜົວກັບບ້ານຊ້າລາວຈະຖາມ ແລະ ຈັບໄດ້ຕະຫລອດວ່າຜົວໄປເຮັດຫຍັງມາ

ມື້ໜຶ່ງ ສົມຊາຍໄປວຽກເປັນປົກກະຕິ ລາວເກີດມີອາລົມທາງເພດກັບສາວເລຂາຂອງລາວ ທັງສອງຕົກລົງໄປມີຫຍັງກັນທີ່ບ້ານຂອງເລຂາລາວ ຫລັງຈາກທີ່ ອອກໄປກິນເຂົ້າທ່ຽງແລ້ວ 

ຫລັງຈາກທີ່ມີຫຍັງກັນແລ້ວ ສົມຊາຍກໍ່ເຊືອບຫລັບໄປດ້ວຍຄວາມອ່ອນເພຍ ພໍລາວຕື່ນຂຶ້ນມາກໍ່ຮອດເວລາ 8 ໂມງແລງແລ້ວ ລາວຕົກໃຈແຮງແລ້ວລາວຈຶ່ງໃຊ້ໃຫ້ເລຂາຂອງລາວ ເອົາເກີບໄປຖູໃສ່ປ່າຫຍ້າແລ້ວລາວກໍ່ຮິບນຸ່ງເຄື່ອງຫລັງຈາກນັ້ນລາວກໍ່ຟ້າວຂັບລົດກັບບ້ານທັນທີ ພໍລາວກັບມາຮອດບ້ານ ສົມສີ ກໍ່ຢືນຄ້ຳແອວຢູ່ປະຕູແລ້ວຖາມຜົວວ່າ:

ສົມສີ: ໄປໃສມາຮະ! ຄືມາກັບເດິກກັບດື່ນແທ້ ບອກມາດີໆຫ້າມຕົວະເພາະຂ້ອຍຮູ້ຫມົດແລ້ວ

ສົມຊາຍ: ຂ້ອຍຍອມບອກແລ້ວ ຂ້ອຍໄປວຽກກັບເລຂາຂອງຂ້ອຍ ແລ້ວ ເຮົາກໍ່ໄປມີຫຍັງກັນ ພໍຕື່ນມາຂ້ອຍກະຮິບກັບມານີ້ລະ

ສົມສີໃຈຮ້າຍຢ່າງຮູນແຮງທັງແນມໄປເບິ່ງເກີບຜົວແລ້ວເວົ້າວ່າ:

ສົມສີ: ມຶງຢ່າມາຕົວະກູຢູ່ນີ້ ມຶງລັກໄປຕີກ໋ອບຢູ່ໄອເຕັກກັບພວກບັກຫລອຍໝູ່ມຶງອີກແລ້ວແມ່ນບໍ່ ເກີບມຶງເປື້ອນຫຍ້າເປື້ອນດິນປານນີ້ ມຶງຫາວ່າກູໂງ່ວາຮະ! ກູບໍ່ໄດໂງ່ຂະນາດນັ້ນດອກ

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 18, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

 ສົມສີ ແລະ ສົມຊາຍ ນັດເດດກັນຄັ້ງທຳອິດ ຢູ່ແຄມຂອງຍາມແລງໆ ຕາເວັນໃກ້ຊິຕົດດິນ ສົມສີຄອບສົມຊາຍວ່າ:

ສົມສີ: ສົມຊາຍເຂົາປວດເບົານະເຮັດຈັ່ງໄດແຖວນີ້ພັດບຍໍ່ມີຫ້ອງນ້ຳ

ສົມຊາຍ: ຊັ້ນເຈົ້າກະເຂົ້າໄປໃນຟຸ່ມໄມ້ໃກ້ໆນີ້ກະໄດ້ ຂ້ອຍຊິເບິ່ງຕົ້ນທາງໃຫ້

ພໍສົມສີຍ່າງເຂົ້າໄປໃນຟຸ່ມລາວກໍ່ຮູດຊິບແລ້ວລາວກໍ່ນັິ່ງລົງ ທາງຝ່າຍສົມຊາຍໄດ້ຍິນສຽງຮູດຊິບກໍ່ຄຶດຈິນຕະນາການໄປໄກ ບຶດນຶ່ງແນວຄິດຊົ່ວໆກໍ່ອອກມາຈາກສະໝອງ

ສົມຊາຍຄ່ອຍໆຈອບໄປທາງຫລັງຂອງສົມສີ ແລ້ວເອົາມືລູບຂາຂອງສົມສີ ສ່ວນສົມສີກໍ່ປັດມືຂອງລາວອອກ ລາວເຫັນທ່າບໍ່ດີລາວກະເລີຍຮິບລູບຂື້ນໄປຈົນຮອດຫວ່າງຂາຂອງສົມສີ

ລາວຕ້ອງຕົກໃຈເມື່ອຫວ່າງຂາຂອງສົມສີມີແທ່ງກົມໆແຂງໆ ລາວຕົກໃຈກໍ່ເລີຍຖາມສົມສີວ່າ:

ສົມຊາຍ: ອ່າວແມ່ນຫຍັງນິ ເຈົ້າເປັນກະເທີຍວາ ເຮັດມານັ່ງຍ່ຽວຄືຜູ້ຍິງອີກ

ສົມສີ: ໃຜວ່າ...ຮະ! ກູຂີ້ແກ່ນ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 17, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

 ສົມຊາຍ ຄົນໃຈດີໄປກິນພັນປາກັບເພື່ອນຝູງ ຫຼາຍຄົນ ຢູ່ທີ່ຮ້ານປະຈຳ ເວລາສັ່ງລາວກະສັ່ງຫລາຍໆ ເພື່ອອາຫານຈະໄດ້ເຫລືອ ພໍກິນອີ່ມແລ້ວອາຫານຍັງເຫຼືອຫລາຍ ລາວກະເລີຍບອກກັບສາວເສີບວ່າ:

ສົມຊາຍ: ຕ່ອນປາທີ່ຍັງເຫລືອຫັ້ນຫໍ່ໃສ່ຖົງໃຫ້ອ້າຍແນ່ ອີຫລ້າ ອ້າຍຊິເອົາໄປຕ້ອນໝາຢູ່ບ້ານ ເອົານ້ຳແຈ່ວພ້ອມເດີ່

ສາວເສີບ: ໂດຍ

ສົມຊາຍກະເຣັດແບບນີ້ເປັນປະຈຳຕະຫລອດທຸກຄັ້ງທີ່ພາໝູ່ ໄປກິນພັນປາຣ້ານນັ້ນ ມີມື້ໜຶ່ງລາວພາເມຍລາວໄປກິນພັນປາຣ້ານນັ້ນ 2 ຄົນ ພໍກິນອີ່ມແລ້ວສາວເສີບຄົນເກົ່າກະຍ່າງມາຖາມວ່າ:

ສາວເສີບ: ອາຫານທີ່ເຫລືອນີ້ອ້າຍຈະຫໍ່ກັບໄປຕ້ອນໝາທີ່ບ້ານເລີຍບໍ່?

ສົມຊາຍ: ບໍ່ເປັນຫຍັງ ອີຫລ້າ ມື້ນີ້ອ້າຍພາມານຳແລ້ວ

ສາວເສີບ: ><" ??? (ສົມພໍດອກ ເອົານ້ຳແຈ່ວພ້ອມ)

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 30, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

 ມີເດັກແວ້ນແຂ່ງລົດຈັກຟົດບ້ານຟົດເມືອງພວກໜຶ່ງ ມັກໄປແຂ່ງລົດກັນແຖວໆ ຖະໜົນສ້າງໃໝ່ແຄມຂອງ ໃນນັ້ນມີ ສາວສະກ໋ອຍນາງໜຶ່ງ ຊື່ ນ້ຳອ້ອຍ ຫລົງມັກເດັກແວ້ນທ້າວໜຶ່ງ ຊື່ ບຸນເລັ່ງ ແຕ່ວ່າທ້າວບຸນເລັ່ງ ບໍ່ຄ່ອຍສົນໃຈ ນ້ຳອ້ອຍປານໄດ ເພາະວ່າ ລາວກຳລົງຄົບກັບ ນ້ຳເຜິ້ງ ຢູ່ ແຕ່ນາງນ້ຳເຜິ້ງ ບໍ່ແມ່ນສາວສະກ໋ອຍ ແລະ ນີ້ກໍ່ເປັນເຫດທີ່ເຮັດໃຫ້ ນ້ຳເຜິ້ງກັບບຸນເລັ່ງ ຕ້ອງມີອັນຜິດຖຽງກັນຕະຫລອດ ເພາະວ່າ ນ້ຳເຜິ້ງ ບໍ່ມັກພວກເດັກແວ້ນແຂ່ງລົດ 

ນ້ຳເຜິ້ງ: ເຈົ້າຊິເລືອກຂ້ອຍຫລືຊິເຊົາແຂ່ງລົດ ຮະ

ບຸນເລັ່ງ: ຂ້ອຍເລືອກບໍ່ໄດ້ ອັນໜຶ່ງກະປຽບດັ່ງຊີວິດ ອັນໜຶ່ງກະປຽບດັ່ງຫົວໃຈ 

ນ້ຳເຜິ້ງ: ຊັ້ນກະເລີກກັບຂ້ອຍຊະຄັນມັນລຳບາກໃຈຫລາຍນະ ຂ້ອຍບໍ່ມັກທີ່ເຈົ້າເຮັດແບບນີ້ 

ບຸນເລັ່ງ: ຈັ່ງໄດເຮົາກະບໍ່ເຊົາແຂ່ງ ມັນເປັນສິ່ງທີ່ເຣົາມັກ

ຫລັງຈາກນັ້ນທັງວສອງກໍ່ເຊົາຄົບກັນ ມີມື້ໜຶ່ງ ນ້ຳອ້ອຍສາວສະກ໋ອຍເຫັນ ບຸນເລັ່ງນັ່ງຊຶມຢູ່ເລີຍເຂົ້າໄປປອບໃຈ

ນ້ຳອ້ອຍ: ອ່າວບຸນເລັ່ງເປັນຫຍັງຄືມານັ່ງຊຶມຢູ່

ບຸນເລັ່ງ: ເຮົາອົກຫັກນະ ສາວເຜິ້ງລາວບໍ່ມັກທີ່ເຮົາເປັນເດັກແວ້ນ

ນ້ຳອອ້ອຍ: ຢ່າຫົວມັນລະແມະ ມັນບໍ່ມັກ ກະເລີກໂລດ ເລີກເລີຍ ແລ້ວຊອກຄົນທີ່ມັນມັກແບບທີ່ມຶງເປັນລະບໍ

ບຸນເລັ່ງ: ໃຜຊິມາມັກເດັກແວ້ນຄືກູວະ!?

ນ້ຳອ້ອຍ: ກູນີ້ເດ! ຂາກູນີ້ໂຂງໆພໍດີ ພໍ່ແມ່ກູອອກແບບເພື່ອຊ້ອນທ້າຍລົດຈັກໂດຍຊະເພາະ ເວລາມຶງແຂ່ງກູກະຊິຊ້ອນແຂ່ງນຳມຶງ ເວລາມຶງລົ້ມກູກະລົ້ມນຳມຶງ ແຂນຫັກຂາຫັກ ກະຫັກນຳກັນ ພິການກະພິການນຳກັນ ຕຳຫລວດລັດກະລັດນຳກັນ ເຂົ້າໂລງກະເຂົ້ານຳກັນ ລົງນະລົກກະລົງພ້ອມກັນ ພໍ່ແມ່ກະເສຍໃຈພ້ອມກັນ ກູນີ້ເກີດມາເພື່ອມຶງໂດຍສະເພາະໄດ

ບຸນເລັ່ງ: ><"""""? 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 28, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

 ມີຄີນິກແຫ່ງໜຶ່ງ ເຊິ່ງຮັບຮັກສາທຸກໂລກ ໃນຂະນະທີ່ ດຣ. ສົມໃຈ ປະຈຳຄີນິກກຳລັງນັ່ງເຊັງຢູ່ ຍ້ອນບໍ່ມີລູກຄ້າ

ໃນຂະນະນັ້ນກໍ່ມີຜູ້ຍິງຄົນໜຶ່ງ ອູ້ມເດັກນ້ອຍອາຍຸຍັງບໍ່ຮອດ 1 ຂວບ ຍ່າງເຂົ້າມາໃຫ້ ດຣ. ສົມໃຈ ກວດອາການ

ເດັກນ້ອຍຄົນນັ້ນ ທັງຈ່ອຍທັງເຫຼືອງຄືກັບເດັກຂາດສານອາຫານ ດຣ. ສົມໃຈ ກວດເບິ່ງປາກ ເບິ່ງລີ້ນ ແລະ ລຳຄໍ ແລະ ອະໄວຍະວະຕ່າງໆແລ້ວກໍ່ເວົ້າວ່າ:

ດຣ. ສົມໃຈ: ສົງໃສຂາດສານອາຫານ ລາວບໍ່ມັກດູດນົມແມ່ແມ່ນບໍ່?

ຍິງຄົນນັ້ນ: ແມ່ນແລ້ວ ທ່ານໝໍ

ດຣ. ສົມໃຈ: ໃສຂໍກວດເບິ່ງນົມ ເຈົ້າເບິ່ງດຸ ມີຫຍັງຜິດປົກກະຕິບໍ່? ເດັກນ້ອຍຈັ່ງບໍ່ດູດນົມ

ຍິງຄົນນັ້ນ: ບໍ່ກວດກະໄດ້ຕິທ່ານໝໍ 

ດຣ. ສົມໃຈ: ບໍ່ໄດ້ ຕ້ອງໄດ້ກວດໄຫ້ຫມົດ ບໍ່ຊັ້ນເດັກນ້ອຍກະຊິບໍ່ເຊົາ

ຍິງຄົນນັ້ນຈຶ່ງຍອມແກະກະດຸມເສື້ອອອກໃຫ້ ດຣສົມໃຈ ກວດ ດ້ວຍທ່າທາງແບບບໍ່ພໍໃຈ ດຣສົມໃຈ ກໍ່ກວດນົມລາວເບິ່ງ ແລະ ທັງບີບໄປບີບມາ ແລ້ວເວົ້າວ່າ:

ດຣ. ສົມໃຈ: ກະບໍ່ເຫັນມີຫຍັງຜິດປົກກະຕິ ລັກສະນະຂອງນົມກະສົມບູນທຸກຢ່າງ ແຕ່ຕອນບິບເບິ່ງຄືບໍ່ເຫັນມີນ້ຳນົມອອກມາ ສົມພໍດອກເດັກຈັ່ງຈ່ອຍ 

ຍິງຄົນນັ້ນ: ຊິໃຫ້ມັນມີນ້ຳນົມໄດ້ຈັ່ງໄດ  ແນວກູເປັນນ້າສາວມັນນະ

ດຣ. ສົມໃຈ: ຮະ!  ?    ><"

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 27, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

 ພໍ່ຕູ້ ຫວັງ ອາຍຸ 70 ປີແລ້ວ ຍັງບໍ່ເຄີຍຖືກເລກຖືກຫວຍນຳເຂົາຈັກເທື່ອ ມີມື້ໜຶ່ງ ລາວກໍ່ໄປໃສ່ບາດ ຟັງເທດຟັງທຳຕາມພາສາຄົນເຖົ້າຄັນແກ່ ບາດຕອນລາວກັບບ້ານ ລາວກະຕ້ອງແວ່ຮ້ານຂາຍເລກ ຮ້ານປະຈຳຂອງລາວ ລາວຊື້ເລກຢູ່ໃບໜຶ່ງ ພໍມາຮອດເຮືອນ ລາວກໍ່ເອົາເຊັກເລກມາຝາກນຳຫຼານຊາຍໄວ້ ເພາະວ່າລາວຢ້ານລືມ ແຕ່ບັງເອີນແລງນັ້ນເລກພັດອອກໂຕທີ່ລາວຊື້ ລາວຖືກລາງວັນທີ 1 ເປັນເງິນ 60 ລ້ານກີບ ຫຼານຊາຍຂອງລາວບໍ່ກ້າບອກລາວ ເພາະວ່າ ພໍ່ຕູ້ຫວັງ ລາວເປັນໂລກຫົວໃຈ ຖ້າລາວຮູ້ວ່າລາວຖືກເລກ ຮອດ 60 ລ້ານ ລາວຕ້ອງຫົວໃຈວາຍຕາຍແທ້ໆ ຫຼານຊາຍລາວຈຶ່ງ ໄປບອກກັບຍາພໍ່ ເພື່ອໃຫ້ຍາພໍ່ຫາວິທີທາງບອກກັບລາວ ເພື່ອລາວຊິຮັບໄດ້ 

ມື້ຕໍ່ມາພໍ່ຕູ້ຫວັງກໍ່ມາໃສ່ບາດ ຕາມປົກກະຕິ  ພໍໃສ່ບາດແລ້ວໆ ຍາພໍ່ກໍ່ລອງຖາມ ພໍ່ຕູ້ຫວັງ ວ່າ :

ຍາພໍ່: ເອິ່ ອອກຫວັງ ເອີ່ຍ ຮູ້ບໍ່ ວ່າ ມື້ວານນີ້ເລກອອກຫຍັງ? (ຍາພໍ່ລອງໃຈ)

ພໍ່ຕູ້ຫວັງ: ບໍ່ຮູ້ນະຍາພໍ່!

ຍາພໍ່: ເອີ່ ອອກຫວັງ ເອີ່ຍ ຄັນເຈົ້າຖືກເລກລາງວັນທີ 1ເປັນເງິນ 60 ລ້ານ ເຈົ້າ ຊິເຮັດຫຍັງແນ່

ພໍ່ຕູ້ຫວັງ: ຄັນຖືກແທ້ໆ ລູກກະຊິ ຖະຫວາຍວັດ ຈັກ 40 ລ້ານ ນີ້ແລະ ຍາພໍ່

ຍາພໍ່: ມືແຂງ, ຕາເຫຼືອກ, ຫົວໃຈວາຍຕາຍ

ພໍ່ຕູ້ຫວັງ: ><" ?

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 19, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ບຸນເຕັງ ກັບ ສົມພອຍ ສອງຜົວເມຍ ກຳລັງຕຽມໂຕ ທີ່ຈະອອກໄປງານດອງ ໃນຂະນະທີ່ ບຸນເຕັງ ກຳລັງແຖໜວດຢູ່ ແຕ່ ສົມພອຍ ອາບນ້ຳແລ້ວພໍດີ ບຶດໜຶ່ງ ກໍ່ມີຄົນມາເຄາະປະຕູໜ້າບ້ານ ບຸນເຕັງເລີຍຮ້ອງໃສ່ເມຍວ່າ:

ບຸນເຕັງ: ອອກໄປເບິ່ງດຸ ແມ່ນໄຜມາເຄາະປະຕູຫັ້ນນະ!

ພໍແຕ່ໄດ້ຍິນສຽງຜົວຮ້ອງໃສ່ ສົມພອຍກະຮິບຟ້າວເອາແພເຊັດໂຕ ມາພັນໂຕເອງ ແລ້ວກໍ່ແລ່ນມາໄຂປະຕູ ເມື່ອໄຂປະຕູແລ້ວລາວກໍ່ເຫັນມີຜູ້ຊາຍຄົນໜຶ່ງ ຢືນແນມລາວດົນເຕີບແລ້ວຊາຍຄົນນັ້ນກໍ່ເວົ້າວ່າ: 

ຊາຍຄົນນັ້ນ: ຂ້ອຍຈະໃຫ້ເງິນເຈົ້າ 2 ແສນ ແຕ່ເຈົ້າຕ້ອງແກ້ຜ້າພັນໂຕອອກໃຫ້ໝົດ ໃຫ້ຂ້ອຍເລິ່ງອັນນັ້ນ

ສົມພອຍຍືນຄຶດບຶດໜຶ່ງລາວຄຶດວ່າ (ເງິນຕັ້ງ 2 ແສນ ບໍ່ມີໃຜຮູ້ໃຜເຫັນ ນຳ ແກ້ບຶດດຽວໜຶ່ງ ) ຫຼັງຈາກນັ້ນສົມພອຍກໍ່ແກ້ຜ້າອອກໃຫ້ຊາຍຄົນນັ້ນເບິ່ງ ຫຼັງຈາກທີ່ຊາຍຄັນນັ້ນໄດ້ເບິ່ງສົມໃຈແລ້ວ ກໍ່ໃຫ້ເງິນ ແກ່ສົມພອຍ 2 ແສນ ແລ້ວກໍ່ໜີໄປ

ຫຼັງຈາກນນັ້ນບຶດໜຶ່ງບຸນເຕັງກະເອີ້ນຖາມເມຍວ່າ

ບຸນເຕັງ: ໄຜມາເຄາະປະຕູຫັ້ນນະ 

ສົມພອຍ: ຈັກໄຜກະບໍ່ຮູ້ ເອົາເງິນມາໃຫ້ 

ບຸນເຕັງ: ໂອ່ ຢ້ານແມ່ນບັກ ບຸນຫຼອຍ ເອົາເງິນມາໃຊ້ໜີ້ ຂ້ອຍ 2 ແສນ ແມ່ນບໍ່? ທີ່ຮັກ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 18, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

ສົມຊາຍ ແຕ່ງງານ ກັບ ສົມປອງ ໄດ້ 2 ອາທິດ ກໍ່ມີເຫດຕ້ອງຍ້າຍໄປປະຈຳວຽກຢູູ່ຕ່າງແຂວງເປັນເວລາ 1 ປີ 

ເວລາ 1 ປີຜ່ານໄປ ສົມຊາຍກໍ່ໄດ້ກັບມາບ້ານ ແຕ່ລາວຕ້ອງຕົກໃຈ ເມື່ອເຫັນ ສົມປອງ ກຳລັງຖືພາໄດ້ 5 ເດືອນປາຍ ແລ້ວ

ດ້ວຍຄວາມໃຈຮ້າຍ ແລະ ເຈັບໃຈແຮງ ລາວຈຶ່ງຖາມ ສົມປອງໄປວ່າ :

ສົມໝາຍ: ເຈົ້າມີລູກກັບໃຜຮະ!? ແມ່ນບັກ ເກ່ງ ໝູ່ກິນເຫຼົ້ານຳຂ້ອຍແມ່ນບໍ່?

ສົມປອງ: ນັ່ງກົ້ມໜ້າລົງແລ້ວກໍ່ຮ້ອງໃຫ້ຂື້ນ ພ້ອມກັບປະຕິເສດວ່າບໍ່ແມ່ນ

ສົມໝາຍ: ອ່າວ! ຊັ້ນກະແມ່ນບັກ ຫຼອຍ ໝູ່ໃນວົງໄພ້ຂອງຂ້ອຍແມ່ບໍ່?

ສົມປອງ: ນັ່ງກົ້ມໜ້າລົງແລ້ວກໍ່ຮ້ອງໃຫ້ຂື້ນ ພ້ອມກັບປະຕິເສດວ່າບໍ່ແມ່ນອີກ

ສົມໝາຍ: ຄັນຊັ້ນມັນຕ້ອງແມ່ນ ບັກ ບຸນສົ່ງ ທີ່ມັນມັກຕິດຕໍ່ສາວຮ້ານນ້ອຍໃຫ້ຂ້ອຍແມ່ນບໍ່?

ສົມປອງໃຈຮ້າຍເລີຍຖຽງຄືນວ່າ : ແມ່ນຫຍັງກະໝູ່ເຈົ້້າ  ແມ່ນຫຍັງກະໝູ່ເຈົ້້າ ໝູ່ຂ້ອຍບໍ່ມີວາຮະ ? !!!!!!!!!

ສົມໝາຍ: ><" ? 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 14, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

 ຕອນບ່າຍຂອງມື້ໜຶ່ງ ສາວຄູປະຈຳຫ້ອງ ປໍ 5 ຂ ໃຫ້ນັກຮຽນແຕ່ງເລື່ອງກ່ຽວກັບ ການແຂ່ງຂັນເຕະບານ ມາສົ່ງພາຍໃນ 1 ຊົ່ງໂມງ

ສາວຄູ: ໃຫ້ພວກນ້ອງພາກັນແຕ່ງເລື່ອງ  ການແຂ່ງຂັນເຕະບານ ມາສົ່ງສາວຄູເດີ່ ຈັກໜ້ອຍສາວຄູຊິມາກວດ

ນັກຮຽນ: ໂດຍ!!!!!!!!!!

ຫຼັງຈາກນັ້ນສາວຄູກໍ່ຍ່າງອອກຈາກຫ້ອງໄປລົມໂທລະສັບກັບແຟນ ຢ່າງເມົາມັນ ໃນຂະນະນັ້ນ ທ້າວ ສົນລະວົນ ເຊິ່ງເປັນນັກຮຽນໃນຫ້ອງຊ້ຳພັດນອນຫຼັບ ເພາະວ່ານອນເດິກເບິ່ງ ເຕະບານຄູ່ພິເສດ  (ຝລັ່ງ - ອີຕາລີ່)  ພໍສາວຄູລົມໂທລະສັບຈົນເມື່ອຍກະພໍດີຮອດເວລາມາເກັບຫັດແຕ່ງນຳນັກຮຽນ ສາວຄູເກັບບົດຫັດແຕ່ງຈົນແລ້ວໝົດ ຍັງແຕ່ ທ້າວ ສົນລະວົນ ທີ່ຍັງຈັບເຈ້ຍເປົ່າຢູ່ ສາວຄູໃຈຮ້າຍເລີຍຖາມວ່າ:

ສາວຄູ: ເປັນຫຍັງຄືບໍ່ເຮັດຫັດແຕ່ງໃຫ້ມັນແລ້ວ ຮະ! ທ້າວ ສົນລະວົນ!

ທ້າວ ສົນລະວົນ: ນ້ອງກະແຕ່ງໃສ່ລະເດ້ ສາວຄູ

ສາວຄູ: ແຕ່ງແມ່ນຫຍັງ ຄືບໍ່ເຫັນ?

ທ້າວ ສົນລະວົນ: ຫຼານກະແຕ່ງ ວ່າ : "ມື້ນີ້ຝົນຕົກງົດການແຂ່ງຂັນ"

ສາວຄູ : ?????   ">_<" ?

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 8, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

ຫຼາກຫຼາຍ ວິທີ ແກ້ອາການຢ້ານຜີຫຼອກ!!!

 

1. ຖ້າກັງວົນວ່າມີຜີຢູ່ກ້ອງຕຽງກະໃຫ້ລົງໄປນອນກ້ອງຕຽງ ປ່ອຍໃຫ້ຜີໄປນອນເທິງຕຽງແທນ     -_-"

2. ຖ້ານອນຫ້ອງແອແລ້ວຮູ້ສຶກຂົນໜາວລຸກ ໃຫ້ມອດແອແລ້ວໄປໄຂປ່ອງຢ້ຽມໃຫ້ກະສືມາຫຼອກແທນ    >_<"

3. ຖ້າຢ້ານດອກໄຟເປີດ ປິດເອງ ກໍ່ໃຫ້ຖອດດອກໄຟອອກແລ້ວໄປນອນຊະ ລອງບິ່ງດຸດອກໄຟມັນຊິເປີດປິດຈັ່ງໄດ   * ! * "

4. ຖ້າຢູ່ດີໆມີ ກິ່ນທູບ ກິ່ນທຽນ ໄຫ້ໄປເອາກາລາບູນມາທາດັງ ລອງເບິ່ງດຸມັນຊິຂິວຫຍັງອີກ   "?_?"

5. ຖ້າຢູ່ດີດີໄດ້ຍິນສຽງເພງລຳ ໃຫ້ເອົາ ipod ມາເປີດ hip hop ຟັງ   0_0 "

6. ຖ້າຢູ່ດີໆໄດ້ຍິນສຽງເດັກນ້ອຍຮ້ອງໃຫ້ ໃຫ້ລຸກມາປອບໃຈມັນ ຫຼືເອົາຂະໜົມມາຍົວະມັນກະໄດ້    <"_">

7. ຖ້າຢູ່ດີໆເຫັນເງົາຜ່ານປ່ອງຢ້ຽມ ໃຫ້ໄປຢ່າງຜ່ານປ່ອງຢ້ຽມແລ້ວເຮັດເງົາຜ່ານມມັນອີກ ຈົນມັນລຳຄານໂລດ   x_x "

8. ຖ້າໝູ່ຖືກຜີເຂົ້າໃຫ້ເສີຍໆໄວ້ແລ້ວໄປນອນ ພໍບໍ່ມີໃຜສົນໃຈຜີມັນກໍ່ຈະອອກໄປເອງ   #_# "

9. ຖ້າຢ້ານຜີມາຢຶນຢູ່ຫົວຕຽງ ກໍ່ໃຫ້ປິ່ນຫົວມານອນທາງປາຍຕຽງ ເບິ່ງດຸ ມັນຊິໄປຢືນຢູ່ໃສ   $_$ "

10. ຖ້າມີຜີ ມາຂໍສ່ວນບຸນ ກໍ່ໃຫ້ຖາມໄປວ່າສາມາດໂອນເຂົ້າບັນຊີທະນາຄານວັດໄດ ສາຂາໄດ ເອົາບັດເອທີເອັມ ພ້ອມບໍ່   5_5 "

11. ຖ້າຜີມາບອກຫວຍໃຫ້ບອກໄປວ່າ ຄັນບໍ່ຖືກລະວັງ ຊິໄປຟ້ອງໝໍຜີ ຈັບຍັດໃສ່ໃຫປາແດກໂລດ   T_T "

12. ຖ້າມີຜີຊິມາເອົາໄປຢູ່ນຳ ໃຫ້ຖາມໄປວ່າເຮັດໃບຍົກຍ້າຍສຳມະໂນຄົວແລ້ວຫຼືຍັງ ຖ້າຍັງໄປເຮັດໃຫ້ຖືກຕ້ອງຕາມກົດໝາຍເສຍກ່ອນ   ^_^ "

13. ຖ້າໄປແຖວວັງວຽງ ຢ່າລືມເອົາ Dictionary ໄປນຳເພາະບາງທີອາດເຈີຜີຝລັ່ງ   i_i "

14. ຖ້າເປີດໂທລະທັດແລ້ວເຫັນຜີກຳລັງຄານອອກມາ ໃຫ້ຮິບເອົາໂທລະທັດໄປຕັ້ງໄວ້ປ່ອງຢ້ຽມ ແລ້ວປິ່ນໜ້າໂທລະທັດອອກປ່ອງຢ້ຽມຜີທີຄານອອກມາຈະໄດ້ຕົກເຮືອນເລີຍ   H_H "

15. ຖ້າອາບນ້ຳຢູ່ດີໆນ້ຳທີ່ໄຫຼອອກຝັກບົວກາຍເປັນເລືອດໃຫ້ເອົາຖົງມາໃສ່ເລືອດໄປຂາຍຕາມໂຮງໝໍ   [T_T] "

16. ຖ້າຢູ່ດີໆເຫັນຜີຢູ້ໃນແວ່ນທີ່ກຳລັງແຍງ ຢ່າຕົກໃຈຮິບໄປເອົາລິບສຕິກ ມາແຕ້ມໜວດແຕ້ມເຄົາໃຫ້ມັນ   p_q "

17. ຖ້າຢ້ານຜີໃນຕູ້ເສືອຜ້າໃຫ້ຂຽນໃສ່ວ່າ ບ່ອນໝາຢູ່   @_@ "

18. ຖ້າຕອນເຮົານອນຢ້ານຜີມານັ່ງທັບເອິກ ໃຫ້ນອນຂວ້ຳລົງ ແລ້ວບອກມັນວ່າຢ່ານັ່ງລ້າໆ ນວດຫຼັງໃຫ້ແນ່   O_O "

19. ຖ້າຢ້ານຜີໃນລິບ ໃຫ້ຂົນເຄື່ອງເຂົ້າໄປນຳຫຼາຍໆພໍລິບເຕັມຜີກໍ່ຈະເຂົ້າບໍ່ໄດ້   O_K "

20. ຖ້າຖ່າຍຮູບແລ້ວເຫັນຜີໃນຮູບໃຫ້ນຳຮູບຜີໄປຕັດຕໍ່ກັບຮູບໂປ້ ແລ້ວຜີຈະອາຍບໍ່ກ້າມາເຂົ້າກ້ອງນຳອີກ   A_A "

21. ຖ້າທ່ານຂັບລົດຕອນເດິກໆແລ້ວມີຜີມາຢືນກວັກລົດໃຫ້ຖາມໄປກ່ອນວ່າ ມີຄ່າໂດຍສານບໍ່ ນ້ຳມັນແພງຄ້ານໄປສົ່ງ   V_V "

22. ຖ້າທ່ານເຫັນຜີຜູ້ຍິງຢູ່ເທິງລົດ ໄປ້ແວະປ້ຳນ້ຳມັນ ເພາະປ້ຳນ້ຳມັນມີ ເດັກປ້ຳ ສັ່ງເຂົາເອົາໄປປ້ຳໂລດ  *_* "

23. ຖ້າທ່ານເຫັນຜີເປດໃນຕອນຟ້າແມບຟ້າເຫຼື້ອມໃຫ້ແລ່ນໄປໃກ້ໆມັນ ແລ້ວຈົກໂທລະສັບມາໂທເພາະຜີເປດມັນສູງຟ້າຈະຜ່າມັນກ່ອນ   Q_Q "

24. ຖ້າເຮັດໄດ້ແນວນີ້ໝົດຮັບຮອງວ່າຜີບໍ່ກ້າມາຫຼອກທ່ານແນ່ນອນ ເພາະວ່າທ່ານ ບ້າກວ່າຜີອີກ 55555"

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 5, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

 ລຸງສົມຊາຍ ນັ່ງຊຶມ ແລະ ຄຶດເສຍດາຍ ຢູ່ເທິງຫົວຄັນໄດ ດົນເຕີບ ຈົນປ້າສົມສີ ຜູ້ເປັນເມຍເລີ່ມສົງໃສ ເລີຍຍ່າງເຂົ້າໄປຖາມຜູ້ເປັນຜົວວ່າ:

ປ້າສົມສີ : ພໍ່ມຶງ ແມ່ນເຈົ້າມານັ່ງຄຶດ ຫາແມ່ນຫຍັງຢູ່ນີ້ ຮະ!

ລຸງສົມຊາຍ : ເຈົ້າຈື່ໄດ້ບໍ່ ມື້ນີ້ຕອນ 20 ປີ ທີ່ແລ້ວຫັ້ນນະ ຕອນທີ່ ພໍ່ເຈົ້າຈັບໄດ້ວ່າຂ້ອຍກັບເຈົ້າລັກໄປ ...ກັນຫັ້ນນະ

ປ້າສົມສີ : ຈື່ໄດ້ຕົວະ 

ລຸງສົມຊາຍ : ແລ້ວພໍ່ເຈົ້າກໍ່ບອກວ່າ ຈະມາສູ່ຂໍເຈົ້າ ຫຼື ຈະຍອມຕິດຄຸກ 20 ປີ 

ປ້າສົມສີ : ຈື່ໄດ້ໆ ແລ້ວເຈົ້າກໍ່ເລືອກທີ່ຈະມາສູ່ຂໍຂ້ອຍ ແລ້ວເຈົ້າມານັ່ງຄຶດງ່ຳຫາຫຍັງນິຊັ້ນນະ

ລຸງສົມຊາຍ : ຂ້ອຍກຳລັງຄຶດວ່າ ຖ້າຍອມຕິດຄຸກຕັ້ງແຕ່ຕອນນັ້ນ ປານນີ້ຂ້ອຍກະພົ້ນໂທດແລ້ວ!

ປ້າສົມສີ : ><" ??????? !!!!!!!! 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 2, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ໃນຮ້ານເຫຼົ້າແຫ່ງນຶ້່ງ ບຸນລອຍ ນັ່ງເບິ່ງແກ້ວເຫຼົ້າຢູ່ເທິງໂຕະດົນເຕີບດ້ວຍທ່າທາງແບບໝົດສີ້ນຫວັງໃນຊີວິດ ເວລາຜ່ານໄປດົນເຕີບ ສົມໂຊກ ບ່າວອາລົມດີ ຂີ້ຫຼິ້ນ ມັກຢອກມັກກວນໝູ່ ກໍ່ຍ່າງກາຍມາ ລາວເຫັນ ບຸນລອຍ ນັ່ງຊຶມເສົ້າຢູ່ ກະວ່າຈະໄປກວນຈັກໜ້ອຍ 

ສົມໂຊກ ຍ່າງເຂົ້າໄປຫາ ບຸນລອຍ ແລ້ວກໍ່ຈັບແກ້ວເຫຼົ້າທີ່ຢູ່ເທິງໂຕະກິນຈົນໝົດ ເມຶ່ອ ບຸນລອຍ ເຫັນກໍ່ຕົກໃຈຮ້ອງໃຫ້ ໂວຍວາຍຂຶ້ນ ວ່າ:

ບຸນລອຍ : ອ່າວເປັນຫຍັງມັນຄືມາເປັນຈັ່ງຊິ ກິນຈັນໝົດເລີຍ ຕາຍແທ້ໆ !!!

ສົມໂຊກ : ໂອ່ຍ! ສ່ຽວເຮົາຢອກໂຕຫຼິ້ນຊື່ໆ ເລຶ່ອງເລັກນ້ອຍຊ່ຳນີ້ ເຖິງກັບໂວຍວາຍປານເດັກນ້ອຍເນາະ ມັນຊິຊ່ຳໄດວະ ເຮົາຊື້ໃຫ້ກິນຄືນ 2 ແກ້ວເລີຍກະໄດ້ ນະ 

ບຸນລອຍ : ມັນບໍ່ແມ່ນແນວນັ້ນສ່ຽວ

ສົມໂຊກ : ແລ້ວມັນເລື່ອງຫຍັງຊັ້ນນະ ລອງບອກເຮົາມາເບິ່ງດຸມີຫຍັງຊ່ອຍໄດ້ເຮົາກະຊິຊ່ອຍ

ບຸນລອຍ : ເລື່ອງມັນເສົ້ານະສ່ຽວຄວາມຊວຍຂອງເຮົານະ  ຄືວ່າມື້ນີ້ເຮົາ ນອນຕື່ນສວາຍ ກະເລີຍໄປປະຊຸມຊ້າ ເຮັດໃຫ້ເຈົ້ານາຍໃຈຮ້າຍຫຼາຍ ເລີຍ ໄລ່ເຮົາ ອອກວຽກ ເຮົາກໍ່ເລີຍຈະກັບບ້ານ ພໍມາຮອດຄອກລົດ ປາກົດວ່າລົດຂອງເຮົາກະເສຍ ເຮົາກໍ່ເລີຍ ລັດລົດເມກັບບ້ານ ປາກົດວ່າເຮົາລືມກະເປົາເງິນໄວ້ເທິງລົດເມ ອີກ ພໍມາຮອດເຮືອປາກົດວ່າ ເຮືອນຂອງເຮົາຖືກໄຟໃໝ້ອີກ ເຮົາບໍ່ເຫຼືອຫຍັງແລ້ວ ເຮົາບໍ່ຢາກມີຊີວິດຕໍ່ໄປອີກແລ້ວ ພໍດີມີເງິນຕິດຢູ່ຖົງໂສ້ງ 10 000 ກີບ ເຮົາໄປຊື້ຢາເບື່ອ 5000 ແລ້ວ ຍັງ 5000 ກໍ່ເລີຍຊື້ເຫຼົ້າກິນພໍກິນໄປເຄິ່ງແກ້ວ ເຮົາກໍ່ເອົາຢາເບື່ອເທໃສ່  ກະວ່າຈະກິນໃຫ້ຕາຍ ແຕ່ເຮົາບໍ່ກ້າກິນ ໄດ້ແຕ່ນັ່ງເບິ່ງ ພໍດີໂຕມາຈັບແກ້ວມື້ກີ້ນີ້ຍົກ ຈົນໝົດເລີຍ 

ສົມໂຊກ : !!!!!!!!!!!!!!!!!!!!!!!!!!!!!!!!!!! ><" 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 1, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

 ສົມໝາຍ ໄປແລ່ນອອກກຳລັງກາຍຢູ່ແຄມຂອງ ຕອນແລງໆ ບຶດໜຶ່ງລາວກໍ່ເຫັນສາວງາມຄັນໜຶ່ງ ແລ່ນອອກກຳລັງກາຍມາ ສາວຄັນນັ້ນມີຊື່ວ່າ ນ້ຳອ້ອຍ ລາວທັງງາມ ແລະ ເຊັກຊີ່ ບວກກັບການນຸ່ງໂສ້ງຂາສັ້ນ ແລະ ເສື້ອກ້າມ ຂອງ ນ້ຳອ້ອຍ ແຮ່ງເຮັດໃຫ້ ສົມໝາຍຕ້ອງຕາຄ້າງ ໄປດົນເຕີບ ສົມໝາຍອົດໃຈບໍ່ໄດ້ກໍ່ເລີຍແລ່ນໄປໃກ້ໆລາວເພື່ອກະວ່າຈະທັກທາຍ 

ສົມໝາຍ: ສະບາຍດີສາວ

ນ້ຳອ້ອຍ: ສະບາຍດີ

ສົມໝາຍ:  ຂ້ອຍຊື່ສົມໝາຍເດີ່ ເຈົ້າຊື່ຫຍັງນໍ້ ບອກໄດ້ບໍ່ ຜູ້ສາວ

ນ້ຳອ້ອຍ: ຂ້ອຍຊື່ນ້ຳອ້ອຍ ມີຫຍັງບໍ່

ສົມໝາຍ: ບໍມີຫຍັງ ພຽງແຕ່ຢາກຮູ້ຈັກກັບຄົນງາມໆຄືເຈົ້າຊື່ໆ

ນ້ຳອ້ອຍ: ວາ ບໍ່ແມ່ນອ່ານກິນຂ້ອຍວາ

ສົມໝາຍ: ບໍ່ ບໍ່ ບໍ່ ໄດ໋ ຂ້ອຍບໍ່ໄດ້ຄຶດແນວນັ້ນ

ນ້ຳອ້ອຍ: ບໍ່ໄດ້ຄຶດຄືມາແລ່ນໃກ້ຂ້ອຍຊັ້ນນະ

ສົມໝາຍ: ຊັ້ນເຈົ້າຮູ້ໄດ້ແນວໄດ ຊັ້ນນະ

ນ້ຳອ້ອຍ: ແນວຂ້ອຍສັງເກດເບິ່ງແຕ່ ອັນນັ້ນຂອງເຈົ້າ ມັນແຂງຂຶ້ນ ຂ້ອຍກະເລີຍຮູ້

ສົມໝາຍ: ><" 

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 25, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

 ລຸງສົມໝາຍ ກຳລັງນັ່ງເບິ່ງອາເມຣິກັນຟຸດບອນຢ່າງເມົາມັນ ບຶດໜຶ່ງ ປ້າສົມປອງ ກໍ່ເຂົ້າມາຂັດຈັງຫວະ ແລະ ຂໍຮ້ອງຜູ້ເປັນຜົວວ່າ:

ປ້າສົມປອງ: ເຊົາກ່ອນດຸເບິ່ງເຕະບານຫັ້ນນະ ໄປແປງໄຟທາງເຂົ້າຫ້ອງນ້ຳໃຫ້ແນ່ ມັນເພມາຫຼາຍມື້ແລ້ວ

ລຸງສົມໝາຍ: ແປງໄຟວາ ຂ້ອຍບໍ່ໄດ້ແມ່ນພະນັກງານໄຟຟ້າໄດ໋ ເບິ່ງໜ້າຜາກຂ້ອຍຕິ ມີ ອັກສອນຫຍັງ ສະຫຼັກໄວ້ບໍ່ຮະ (ເວົ້າດ້ວຍອາລົມງຸດງິດ)

ປ້າສົມປອງ: ຄັນຊັ້ນກະຫາໄປແປງຝາຕູ້ເຢັນໃຫ້ແນ່ດຸ ເວລາໄຂຕູ້ເຢັນລະມັນຄອນໆ ຄືຊິອອກນິ

ລຸງສົມໝາຍ: ແປງຝາຕູ້ເຢັນວາ! ຂ້ອຍບໍ່ໄດ້ເຮັດວຽກເປັນຊ່າງແປງເຄື່ອງໄຊ້ໄຟຟ້າໄດ ເບິ່ງໜ້າຜາກຂ້ອຍຕິ ມີອັກສອນຫຍັງ ສະຫຼັກໄວ້ບໍ່ຮະ (ເລີ່ມຊິໃຈຮ້າຍແລ້ວ)

ປ້າສົມປອງ: ຄັນບໍ່ເຮັດຫຍັງແທ້ໆກະໄປແປງຄັນໄດ ໃຫ້ແນ່ດຸ ເບິ່ງຄືມັນບໍ່ແໜ້ນໜາຈັ່ງໄດບຸ

ລຸງສົມໝາຍ: ແປງຄັນໄດວາ! ຮະ! ເບິ່ງໜ້າຜາກຂ້ອຍຕິວ່າມັນມີສັນຍາລັກຊ່າງໄມ້ສະຫຼັກໄວ້ ວາ ຮະ! (ເວົ້າດ້ວຍອາລົມໃຈຮ້າຍສຸດຂີດ)

ຫຼັງຈາກນັ້ນລຸງສົມໝາຍກໍ່ປຶງປັງໃຈຮ້າຍອອກຈາກບ້ານໄປ ລາວໄປກິນເຫຼົ້າດັບອາລົມບຶດໜຶ່ງກໍ່ຮູ້ສຶກວ່າຕົນເອງເວົ້າກັບເມຍຮຸນແຮງໄປພຽງແຕ່ເມຍມາຂັດຈັງຫວະເບິ່ງເຕະບານຊື່ໆ ລາວຈຶ່ງຕັດສິນໃຈກັບໄປບ້ານກະວ່າຈະມາສ້ອມແປງສິ່ງຕ່າງໆທີ່ເມຍບອກ ເມື່ອກັບມາຮອດບ້ານລາວເຫັນໄຟໜ້າຫ້ອງນ້ຳຮຸ່ງດີ ແລະ ຄັນໄດກໍ່ໜາແໜ້ນດີກວ່າເກົ່າ ພໍລາວຍ່າງໄປໄຂຕູ້ເຢັນກໍ່ຮູ້ສຶກວ່າມັນບໍ່ເພແລ້ວ ລາວຈຶ່ງຍ່າງມາຖາມ ປ້າສົມປອງຜູ້ເປັນເມຍວ່າ:

ລຸງສົມໝາຍ: ອ່າວນີ້ເຈົ້າສ້ອມແປງເອງໝົດວາ

ປ້າສົມປອງ: ບໍ່ດອກ ພໍເຈົ້າຍ່າງອອກໄປ ຂ້ອຍກໍ່ນັ່ງຮ້ອງໃຫ້ຢູ່ໜ້າບ້ານ ແລ້ວພໍດີມີຊາຍຄົນໜຶ່ງຍ່າງກາຍມາ ແລ້ວລາວກໍ່ອາສາຈະສ້ອມແປງໃຫ້ທຸກຢ່າງ ແຕ່ວ່າຂ້ອຍຕ້ອງນອນກັບລາວ ຫຼືບໍ່ດັ່ງນັ້ນກະເຮັດລາບສູ່ລາວກິນ

ລຸງສົມໝາຍ: ວາ ເຈົ້າກະເລີຍເຮັດລາບສູ່ລາວກິນ

ປ້າສົມປອງ: ເບິ່ງໜ້າຜາກຂ້ອຍດຸ ມີຊື່ພະນັກງານຂາຍລາບຕິດຢູ່ວາຮະ!

ລຸງສົມໝາຍ: ><"

ຂຽນເມື່ອ ຂຽນເມື່ອ: ພ.ພ.. 20, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

ຫຼັງຈາກມີປາກສຽງກັບແຟນມາຫຼາຍຄັ້ງ ສົມນຶກ ກໍ່ໜີໄປພັກຜ່ອນທີ່ທະເລ ໃນລະຫວ່າງທີ່ລາວຍ່າງເລາະແຄມທະເລນັ້ນ ລາວກໍ່ໄດ້ພົບກັບແກ້ວນ້ຳລອຍມາ ລາວເລີຍຕັດສິນໃຈເປີດຝາແກ້ວນ້ຳນັ້ນອອກມາ ປາກົດວ່າມີຜີສາດຕົນໜຶ່ງລອຍອອກມາ ຜີສາດດີໃຈຫຼາຍທີ່ໄດ້ອອກມາຈາກແກ້ວນ້ຳທີ່ນ້ອຍໆ ແລະ ແຄບໆ ລາວຈຶ່ງບອກກັບສົມນຶກວ່າ :

ຜີສາດ: ຈ້ອຍຈະໃຫ້ພອນກັບເຈົ້າ 1 ຂໍ້ ເພື່ອຕອບແທນທີ່ເຈົ້າປ່ອຍຂ້ອຍອອກມາ

ສົມນຶກ: ໂອ່ດີແທ້! ຂ້ອຍຢາກໄປທ່ຽວເກາະຮາວາຍ ແຕ່ຂ້ອຍເມົາເຮືອນະ ຢາກໃຫ້ມີ ທາງເຊື່ອມຕໍ່ລະຫວ່າງທະເລບ່ອນນີ້ໄປເກາະ ຮາວາຍ

ຜີສາດ:​ ເສຍໃຈນຳ ພອນທີ່ເຈົ້າຂໍມັນຫຼາຍເກີນໄປຂ້ອຍເຮັດບໍ່ໄດ້ ທະເລມັນເລິກໂພດ ເສົາທີ່ເຮັດຂົວນັ້ນມັນກະຕ້ອງເປືອງຫີນ ເປືອງຊາຍ ຫຼາຍ ຂໍພອນຂໍ້ໃໝ່ຊະ ເທື່ອນີ້ຈະໄຫ້ສົມຫວັງໝົດ!

ສົມນຶກ: ຊັ້ນຂ້ອຍຢາກຂໍໃຫ້ຂ້ອຍມີຄວາມເຂົ້າໃຈກ່ຽວກັບຜູ້ຍິງ ເປັນຫຍັງບາງເທື່ອກະຍີ້ມ ບາງເທື່ອກະຮ້ອງໃຫ້ ບາງເທື່ອກະຫງຸດງິດ ບາງເທື່ອກະໃຈຮ້າຍ ບາງເທື່ອກະມັກດ່າມັກປ້ອຍ ບາງເທື່ອກະ ............. ເທື່ອນີ້ຂໍໃຫ້ມັນໄດ້ເດີ່!

ຜີສາດ:​ ໂອ່! (ຜີສາດນັ່ງຄິດດົນເຕີບ) ເອົາຈັ່ງຊີ້ຊະ ອັນເລື່ອງສ້າງຂົວໄປຮາວາຍຫັ້ນນະ ຢາກໄດ້ ເປັນທາງ 2 ເລນ ຫຼື 4 ເລນ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 9, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ຂໍອະໄພທີ່ເລື່ອງນີ້ອາດຈະເວົ້າລາມົກໜ້ອຍໜຶ່ງ

ໃນຂະນະທີ່ປ້າ ສົມຈິດນັ່ງເບິ່ງລະຄອນນ້ຳເນົ່າຢູ່ບ້ານຢ່າງອີ່ມອົກອີ່ມໃຈບຶດນຶ່ງກໍ່ມີຊາຍແປກໜ້າຄົນໜຶ່ງຍ່າງມາເຄາະປະຕູໜ້າບ້ານ ປ້າສົມຈິດຟ້າວແລ່ນມາໄຂປະຕູ ແລ້ວຊາຍຄົນນັ້ນກໍ່ເວົ້າວ່າ

ຊາຍແປກໜ້າ: ເຈົ້າກະອີ້ເປັນວາ?

ປ້າສົມຈິດ: ເຈົ້!ແມ່ນໄຜ ເປັນບ້າວາ (ພ້ອມກັບອັດປະຕູສຽງດັງໃສ່)

ຫຼັງຈາກນັ້ນປະມານ 2-3 ຊົ່ວໂມງຊາຍແປກໜ້າຄົນນັ້ນກໍ່ກັບມາອີກແລ້ວເວົ້າອີກວ່າ:

ຊາຍແປກໜ້າ: ເຈົ້າກະອີ້ເປັນວາ?

ປ້າສົມຈິດ: ບັກບ້າບັກໂລກຈິດ (ພ້ອມກັບຮ້ອງໃຫ້ຄົນຊ່ອຍ)

ປ້າສົມຈິດຕົກໃຈຫຼາຍຮິບຈັບເອົາໂທລະສັບມາແລ້ວໂທຫາລຸງສົມຊາຍຜູ້ເປັນຜົວ ເມື່ອລຸງສົມຊາຍຮູ້ແນວນັ້ນກະຮິບກັບບ້ານທັນທີ ພ້ອມກັບກຽມປືນລູກຊອງໄວ້

ອີກປະມານ 2-3 ຊົ່ວໂມງຊາຍແປກໜ້າຄົນນັ້ນກໍ່ກັບມາອີກ ແຕ່ເທື່ອນີ້ ປ້າສົມສີບໍ່ຢ້ານເພາະວ່າລຸງສົມຊາຍລີ້ແນປືນ ຢູ່ທາງຫຼັງ ຊາຍຄົນນັ້ນກໍ່ຖາມຄຳຖາມເກົ່ອີກວ່າ:

ຊາຍແປກໜ້າ: ເຈົ້າກະອີ້ເປັນວາ?

ປ້າສົມຈິດຍີ້ມແລະຕອບວ່າ:

ປ້າສົມຈິດ: ເປັນລະບໍ ບັກບ້າ ບັກໂລກຈິດ ບັກບ້າກາມ

ຊາຍແປກໜ້າ: ຄັນອີ້ເປັນຜົວມຶງຄືໄປລັກອີ້ເມຍກູຮະ ອີໂງ່!

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 9, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ບຸນເຕັມ ໄປຍ່າງຫຼີ້ນແຄມຂອງຍາມຄ້າຍແລງຫຼັງເລີກວຽກ ເວລາຜ່ານໄປດົນເຕີບລາວເກີດຮູ້ສຶກ ປວດທ້ອງຖ່າຍເລີຍຕັດສິນໃຈ ເຂົ້າໄປຖ່າຍໃນຫ້ອງນ້ຳສາທາລະນະ ພໍລາວເຂົ້າໄປແລ້ວລາວກໍ່ແກ້ໂສ້ງແລ້ວນັ່ງລົງຖ່າຍພ້ອມກັບຈົ່ມວ່າ:

ບຸນເຕັມ: ໂອ່ຍ! ຈັກແມ່ນໄປກິນຫຍັງມານໍ້ມື້ນີ້ ຄືມາເຈັບທ້ອງຄັກແທ້ກູ

ບຶດໜຶ່ງກະມີສຽງເອີ້ນມາຈາກຂ້າງຫ້ອງວ່າ:

ຄົນຂ້າງຫ້ອງ: ເຈົ້າສະບາຍດີ!!!

ບຸນເຕັມ: ອ່າວ ມີຂ້າງຫ້ອງທັກມາອີກ ສະບາຍດີຄືກັນເດີ່

ຄົນຂ້າງຫ້ອງ: ເປັນຈັ່ງໄດ ນໍ້

ບຸນເຕັມ: ບໍ່ປານໄດນະເຮົາເຈັບທ້ອງ

ຄົນຂ້າງຫ້ອງ: ໃກ້ຊິອອກມາລະວາ

ບຸນເຕັມ: ເບ່ງຢູ່ນະ ອອກຍາກໆ

ຄົນຂ້າງຫ້ອງ: ທໍ່ນີ້ກ່ອນເດີ່ເພີ່ນ ຄົນຂ້າງຫ້ອງສອດມາຕະຫຼອດເລີຍນະ ແລ້ວເຂົາຊິໂທກັບຫາເດີ່

ບຸນເຕັມ: ອ່າວ! ລົມໂທລະສັບຊ້ຳວາ ຄິດວ່າລົມນຳເຮົາ ...(><)"...?

ຂຽນເມື່ອ ຂຽນເມື່ອ: ພ.ພ.. 7, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

 ນ. ແຕງອ່ອນ ກັບຜົວ ແຕ່ງງານໄດ້ສິບກວ່າປີມີລຼກນຳກັນສອງຄົນແລ້ວ ນ. ແຕງອ່ອນ ຍັງຄົງຄ້າງຄາໃຈວ່າເປັນຫຍັງເວລາທີ່ລາວມີຫຍັງກັບຜົວຂອງລາວແຕ່ລະຄັ້ງຜົວຂອງລາວມັກຈະປິດໄຟຈົນມືດ

ຢູ່ມາຄືນໜຶ່ງຂະນະທີ່ກຳລັງມີຫຍັງກັນ ແຕງອ່ອນຈຶ່ງຕັດສິນໃຈເປີດໄຟຂຶ້ນປາກົດວ່າມີໝາກແຕງກົວໜ່ວຍນຶ່ງ ຢູ່ໃນມືຜົວລາວ ແຕງອ່ອນຈຶ່ງເວົ້າວ່າ:

ແຕງອ່ອນ: ເຈົ້າໃຊ້ໝາກແຕງນີ້ມາຕະຫຼອດສິບປີທີ່ຜ່ານມາເລີຍວາຮະ!?

ຜົວ: ຟັງຂ້ອຍອະທິບາຍກ່ອນ

ແຕງອ່ອນ: ອະທິບາຍຫຍັງອີກ ເຈົ້າມັນບໍ່ມີສະມັດທະພາບທາງເພດແມ່ນບໍ່ຮະ!?

ຜົວ: ຂ້ອຍຍອມຮັບ (ກົ໊ມໜ້າແລະ ເວົ້າຄ່ອຍໆ)

ແຕງອ່ອນ: ກູວ່າແລ້ວ ເຈົ້ານີ້ມັນບໍ່ມີນ້ຳຍາ ແທ້ໆ

ຜົວ: ແລ້ວບາດນີ້ ມຶງກະອະທິບາຍເລື່ອງລູກສອງຄົນມາພ້ອມ ອີ່ແຕງອ່ອນ

ແຕງອ່ອນ: ...."ຕາຍແທ້ກູ"...

ຂຽນເມື່ອ ຂຽນເມື່ອ: ພ.ພ.. 7, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

 ທ້າວ ສຸບັນ ຂີ້ເກງໃຈ ຢູ່ເປັນໂສດມາກະຫຼາຍສິບປີແລ້ວແຕ່ກໍ່ຍັງບໍ່ມີວີ່ແວວວ່າຊິມີແຟນເປັນຕົນເປັນໂຕນຳເຂົາຈັກເທື່ອ ຢູ່ມາມື້ໜຶ່ງລາວເກີດນຶກຢາກໄປທ່ຽວຂຶ້ນມາລາວຈຶ່ງໂທຊວນໝູ່ໄປທ່ຽວປາກົດວ່າໝູ່ແຕ່ລະຄົນໄປບໍ່ໄດ້ເພາະວ່າເມຍຄຸມຢູ່ບ້ານໝົດ ລາວຈຶ່ງຕັດສິນໃຈໄປທ່ຽວ ຜັບຄົນດຽວ

ລາວເຂົ້າໄປນັ່ງແລ້ວກໍ່ສັ່ງເບຍມາຂວດໜຶ່ງແລ້ວກໍ່ດຶ່ມເບຍໄປພ້ອມໆກັບຄວາມເຊັງຂອງລາວ ບຶດໜຶ່ງກໍ່ມີ ສາວງາມເຊັກຊີ່ ນາງໜຶ່ງເຂົ້າມາທັກລາວແລ້ວກໍ່ຂໍນັ່ງນຳລາວ

ສາວເຊັກຊີ່: ຂໍໂທດເດີ່ອ້າຍ ຂໍນັ່ງນຳໄດ້ບໍ່

ສູບັນ ຂີ້ເກງໃຈ: ດ.ດ..ໄດ້ ເຊີນນັ່ງ (ລາວຕະລຶງໃນຄວາມເຊັກຊີ່ອັນຮ້ອນແຮງຂອງນາງ)

ສາວເຊັກຊີ່: ເຈົ້ານິກະໜ້າຮັກໄດເນາະອ້າຍ ເບິ່ງໄປເບິ່ງມາລະຄືກັບຜົວຄົນທີ່ສາມຂອງນ້ອງເລີຍ

ສຸບັນ ຂີ້ເກງໃຈ: ອ່າວ ແມ່ນແທ້ວາ ຊັ້ນນ້ອງມີຜົວຈັກຄົນແລ້ວຊັ້ນນະ

ສາວເຊັກຊີ່:ຄືນນີ້ນ້ອງຫາກະໄດ້ສອງຄົນ

ສຸບັນ ຂີ້ເກງໃຈ: ...><"...?

ຂຽນເມື່ອ ຂຽນເມື່ອ: ມ.ສ.. 30, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

 ມີມື້ໜຶ່ງ ທ ສົມໝາຍ ໄປເຮັດວຽກຕ່າງແຂວງ ແຕ່ວຽກທີ່ລາວເຮັດນັ້ນຕ້ອງໄດ້ນອນຄ້າງຄືນ ເປັນວາລາ 1 ຄືນ  ສົມໝາຍເລີຍຄິດອອກວ່າແຂວງທີ່ໄປນັ້ນມີ ພໍ່ຕູປູ່ຂອງລາວຢູ່ຄົນດຽວເລີຍຖືໂອກາດໄປນອນຢາມປູ່ຂອງລາວເລີຍ ພໍສົມໝາຍມາຮອດລາວກໍ່ເຫັນປູ່ຂອງລາວຢູ່ບ້ານ ແລະ ລາວກໍ່ເອົາຂອງຕ້ອນໃຫ້ປູ່ລາວພ້ອມກັບບອກວ່າ

ສົມໝາຍ: ປູ່ ພໍດີຫຼານມາວຽກຢູ່ພີ້ ແຕ່ວຽກບໍ່ທັນແລ້ວ ກະວ່າຊິມາຂໍນອນບ້ານປູ່ແນ່ເດີ່ ແລ້ວມື້ອື່ນຫຼານຊິກັບ

ປູ່: ເອີ່ ບໍ່ເປັນຫຍັງຫຼານ ນອນຢາມປູ່ຈັກຄືນແນ່ລານເອີ່ຍ

ຫຼັງຈາກນັ້ນສົມໝາຍກໍ່ເອົາເຄື່ອງຂອງຂຶ້ນໄປໄວ້ເທິງບ້ານ ແຕ່ກ່ອນທີ່ລາວຈະຂຶ້ນຄັນໄດໄປລາວເຫຼືອດໄປເຫັນໝາເຖິກໂຕໜື່ງໂຕໃຫຍ່ເຕີບນອນຢູ່ກ້ອງຄັນໄດ ລາວຈື່ງຄ່ອຍຍ່າງຂຶ້ນບ້ານຢ້ານໝາຊິຕື່ນ ແລ້ວໝາຊິເຫົ່າລາວ ເຊິ່ງລາວຢ້ານໝາກັດ ພໍຕົກຄ່ຳ ປູ່ຂອງລາວກໍ່ຂ້າເປັດເຮັດແກງສູ່ລາວກິນ ແຕ່ກ່ອນຂິກິນເຂົ້າ ລາວເຫຼືອດໄປເຫັນເມັດເຂົ້າແຫ້ງກັບເສດອາຫານໜ້ອຍໜຶ່ງ ຕິດຢູ່ພື້ນຖ້ວຍ ແລະ ກົ້ນບ່ວງ ລາວຈຶ່ງຖາມປູ່ຂອງລາວວ່າວ່າ:

ສົມໝາຍ: ປູ່ເຈົາກະລ້າງຖ້ວຍດີຢູ່ວາ 

ປູ່: ດີລະບໍ  ພໍ່ຕູ້ໃຊ້ຊັນໄລລ້າງ

ສົມໝາຍ: ວາ ຄັນຊັ້ນມັນຄືມີເສດເຂົ້າແຫ້ງຊັ້ນນະ

ປູ່: ກະເທົ່າທີ່ຊັນໄລມັນເຮັດໄດ້ຫັ້ນລະຫຼານ

ສົມໝາຍ: ແລ້ວເສດອາຫານທີ່ຕິດຢູ່ກົ້ນບ່ວງນີ້ກະຄືກັນພໍ່ຕູ້ຕ້ອງລ້າງໃຫ້ສະອາດຈຶ່ງບໍ່ເປັນພະຍາດ

ປຼ່: ເອີ່ ວາງໃຈໄດ້ຫຼານເອີ່ຍ ຊັນໄລ ບໍ່ເຮັດໃຫ້ຜິດຫວັງດອກ

ສົມໝາຍ: ດີທີ່ແມ່ນຊັນໄລ ຄືຊິສະອາດຢູ່ດອກ ທັງຄຶດໃນໃຈວ່າຢ່າເທາະຜູ້ເຖົ້າກະເປັນຈັ່ງຊີ້ແລະຫຼົງໜ້າຫຼົງຫຼັງບາງທີກະຊິລ້າງບໍ່ລັອຽດ

ພໍກິນເຂົ້າແລ້ວສົມໝາຍກໍ່ເອົາຖ້ວຍ ບ່ວງ ມາລ້າງ ແຕ່ວ່າລາວຊອກຊັນໄລບໍ່ເຫັນ ລາວຈຶ່ງຍ່າງມາຖາມປູ່ວ່າ :

ສົມໝາຍ: ປູ່ຊັນໄລເດຊັ້ນນະ ຫຼານຊິລ້າງຈານໃຫ້

ປູ່: ຈັກບໍ່ເຫັນນະຫຼານ ຢ່າມັນປະໄວ້ຫັ້ນແລະ ຄັນປູ່ຊອກຊັນໄລເຫັນລະປູ່ຊິຈັດການເອງດອກ

ສົມໝາຍ: ໂອເຄ ປູ່ ມື້ອື່ນຫຼານຊື້ຊັນໄລກ່ອງໃຫມ່ມາໃຫ້ ຫລານໄປນອນກ່ອນເດີ່

ປູ່: ເອີ່ໆຫຼານ

ພໍຕື່ນເຊົ້າມາຫຼັງຈາກອາບນ້ຳຖ່າຍເຄື່ອງແລ້ວ ລສົມໝາຍກໍ່ມາ ອຸ່ນແກງເປັດທີ່ຍັງເຫຼືອແລ້ວປັ້ນເຂົ້າເຊົ້າເພາະວ່າເສຍດາຍແກງມັນເຫຼືອຫຼາຍ ແລ້ວລາວກໍ່ຟ້າວເກັບເຄື່ອງຂອງລາວແລ້ວໄປວຽກກະວ່າຈະກັບບ້ານເລາວລີຍ ລາວຟ້າວແລ່ນລົງຄັນໄດຢ່າງໄວຈົນໝາທີ່ນອນຢູ່ກ້ອງຄັນໄດຕົກໃຈ ແລະ ເຫົ່າລາວ ລາວຢານໝາກັດເລີຍເອີ້ນໃສ່ປູ່ຂອງລາວ:

ສົມໝາຍ ຊ່ອຍແນ່ປູ່ ໝາຊິກັດຫຼານ

ປູ່: ບັກຊັນໄລ ເຊົາແມະ ເຊະ ເຊະ ເຊາະ

ສົມໝາຍຕົກໃຈ ຢ່າງແຮງ ເມື່ອໄດ້ຍິນປູ່ຮ້ອງຊື່ໝາວ່າຊັນໄລ ລາວຈຶ່ງຖາມປູ່ວ່າ:

ສົມໝາຍ: ປູ່ ຊັນໄລລ້າງຈານຫັ້ນບໍ່ແມ່ນນ້ຳຢາລ້າງຈານວາ ແມ່ນບັກຊັນໄລໝາປູ່ນີ້ວາ

ປູ່: ເອີ່ ກະບັກຊັນໄລນີ້ລະຫຼານ ມັນຈັດການຖ້ວຍບ່ອງໃຫ້ຈົນກຽງບໍ່ເຫຼືອຄາບ ບໍ່ຖ້າລ້າງຫຼານເອີຍສະບາຍ 

ສົມໝາຍ: ???????  ><"

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 22, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

 ເລື່ອງນີ້ເກີດເຂື້ນບໍ່ດົນມານີ້ເອງ ເມື່ອ ນ. ອຳມິດ ຕັດສິນໃຈຈະແຕ່ງງານກັບ ທ. ຖົງຄຳ ແຕ່ມີບັນຫາຢູ່ວ່າ ອຳມິດ ມີກີ່ນປາກເໝັນແຮງປານໄຂ່ເນົ່າລາວຈື່ງຕັດສິນໃຈໄປປຶກສາແມ່ຂອງລາວ

ນ. ອຳມິດ: ແມ່ລູກລະອຸກໃຈນະແມ່

ແມ່: ແມ່ຫຍັງລະລູກ

ນ.ອຳມິດ: ລູກປາກເໝັນນີ້ນະຊິເຮັດຈັ່ງໄດມື້ອື່ນກະແມ່ນມື້ດອງແລ້ວ

ແມ່: ມິດໄວ້ລູກບໍ່ຕ້ອງເວົ້າຫຼາຍຜົວລູກຊິເໝັນໄດ

ສ່ວນທາງ ທ. ຖົງຄຳ ກະມີປັນຫາເຊັ່ນດຽວກັນ ຄືປັນຫາຕີນເໝັ້ນເນົ່າ ລາວຈຶ່ງຕັດສິນໃຈໄປປຶກສາພໍ່ຂອງລາວ

ທ. ຖົງຄຳ: ພໍ່ລູກລະອຸກໃຈນະພໍ່ຕີນລູກມັນຄືມາເໝັນເນົ່າແທ້ໃສ່ຖົງຕີນໂຕໃດກະຕ້ອງໄດ້ຖິ້ມພ້ອມ

ພໍ່: ມື້ອື່ນກະງານດອງແລ້ວແກ້ໄຂບໍ່ທັນລະ ເອົາເປັນວ່າໃສ່ຖົງຕີນຫຼາຍໆຊັ້ນເອົາລູກເມຍລູກຈຶ່ງບໍ່ຮູ້

ພໍຮອດມື້ດອງງານລ້ຽງກໍ່ຜ່ານໄປດ້ວຍດີເຈົ້າບ່າວເຈົ້າສາວກະເຂົ້າຫ້ອງຫໍຮຽບຮ້ອຍພໍ ແຕ່ພໍຮອດຕອນຂ້ອນຊິແຈ້ງເຈົ້າບ່າວເກີດຮູ້ສຶກໂຕວ່າລາວບໍ່ໄດ້ໃສ່ຖົງຕີນແລ້ວລາວຈື່ງຊອກຄຳໆລູບໆເບີ່ງນຳຕຽງທັນໄດນັ້ນເຈົ້າສາວກະຫັນໜ້າມາແລ້ວເວົ້າວ່າ "ເຈົ້າຫາແມ່ນຫຍັງເກາະອ້າຍ"

ທ. ຖົງຄຳສະດຸ້ງຕົກໃຈໃນກີ່ນເໝັນຂອງປາກເມຍລາວຈຶ່ງເວົ້າວ່າ "ອຳມະຫິດແທ້ໆເຈົ້າກິນຖົງຕິນຂ້ອຍເຂົາໄປວາ"

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 20, 2012 | ມີ 12 ຄຳເຫັນ ແລະ 0 trackback(s)

ແມ່ຕູ້ປ່ວນ ຫອບກະເປົາໃບໃຫຍ່ເຕີບຍ່າງເຂົ້າໄປໃນທະນາຄານ ແລ້ວເວົ້າກັບພະນັກງານໜ້າເຄົ້າເຕີ່ວ່າ ຂ້ອຍຕ້ອງການຝາກເງິນ 300 ລ້ານ ແຕ່ຂໍເວົ້າກັບຜູ້ຈັດການໂດຍກົງ ພະນັກງານເຄົ້າເຕີ່ເຫັນວ່າແມ່ຕູ້ປ່ວນມີເງິນຫຼາຍເລີຍພາລາວເຂົ້າໄປທີ່ຫ້ອງຜູ້ຈັດການ ພໍໄປຮອດຜູ້ຈັດການຈຶ່ງຖາມແມ່ຕູ້ປ່ວນວ່າ :

ຜູ້ຈັດການ: ແມ່ຕູ້ໄປເອົາເງິນມາແຕ່ໃສ ຄືຫຼາຍແແທ້

ແມ່ຕູ້ປ່ວນ: ແມ່ຊະນະພະນັນະເຂົາ ນີ້ແລ້ວລູກ

ຜູ້ຈັດການ: ແມ່ຕູ້ໄປພະນັນແມ່ຫຍັງມາລະ?

ແມ່ຕູ້ປ່ວນ: ຢາກຮູ້ວາ ລອງພະນັນກັບແມ່ຕູ້ບໍ່? ຈັກ 100 ລ້ານ ວ່າມື້ອື່ນເຊົ້າຕອນ 9 ໂມງ ໄຂ່ຫຳຂອງເຈົ້າຊິເປັນ 4 ລ່ຽມ

ຜູ້ຈັດການ: 555 ເວົ້າຫຼີ້ນວາແມ່ຕູ້ ຫຼືວ່າຊິເອົາແທ້?

ແມ່ຕູ້ປ່ວນ: ນີ້ນາເງິນ ແມ່ຕູ້ກະມີຊິເວົ້າຫຼີ້ນເຮັດຫຍັງ(ພ້ອມກັບເປີດຖົງເງິນໃຫ້ເບິ່ງ)

ຜູ້ຈັດການ: ຕົກລົງ ຈ້າງກະເປັນໄປບໍ່ໄດ້ດອກ 555 ມື້ອື່ນ 9 ໂມງເຊົ້າແມ່ຕູ້ຕຽມເອົາເງິນມາພ້ອມເດີ່ 555

ຫຼັງຈາກທີ່ແມ່ຕູ້ປ່ວນຍ່າງອອກໄປຜູ້ຈັດການກະຄຳແຕ່ໄຂ່ຂອງລາວໝົດມື້ຈົນບໍ່ເປັນອັນເຮັດວຽກເຮັດງານ 

ຕື່ນເຊົ້າມາລາວກະຍັງຄຳເບິ່ງໄຂ່ຂອງລາວວ່າມັນຍັງກົມຢູ່ບໍ່ ຜົນປາກົດວ່າມັນຍັງກົມຢູ່ ລາວດີໃຈ ແລະ ຄິດວ່າຈະໄດ້ເງິນ 100 ລ້ານ ຟຮີໆ

ພໍຮອດ 9 ໂມງຕົງແມ່ຕູ້ປ່ວນກໍ່ມາຕາມນັດພ້ອມກັບທະນາຍອີກຄົນໜື່ງມາເປັນພະຍານ

ຜູ້ຈັດການ: ອ່າວແມ່ຕູ້ພາໃຜມານຳຫັ້ນນະ

ແມ່ຕູ້ປ່ວນ: ເອີ່ ກະທະນາຍນີ້ລະ ແມ່ຕູ້ເຫັນວ່າເງິນມັນຫຼາຍກະເລີຍພາທະນາຍມານຳ

ຜູ້ຈັດການ: ເສຍໃຈນຳເດີ່ແມ່ຕູ້ໄຂ່ຂອງຂ້ອຍມັນບໍ່ໄດ້ເປັນ 4 ລ່ຽມ 5555 ພ້ອມກັບແກ້ໂສ້ງລົງພ້ອມລະລິບໃຫ້ແມ່ຕູ້ປ່ວນມາກວດສອບໄດ້

ແມ່ຕູ້ປ່ວນຍ່າງເຂົ້າໄປລູບໆຄຳໆເບິ່ງໄຂ່ຂອງຜູ້ຈັດການບຶດໜື່ງແລ້ວເວົ້າຂື້ນວ່າ:

ແມ່ຕູ້ປ່ວນ: ແມ່ນອີ່ຫຼີ ຍັງກົມຢູ່ຄືເກົ່າ 55555 

ບຶດໜຶ່ງທະນາຍທີ່ມາກັບແມ່ຕູ້ປ່ວນກໍ່ແລ່ນເອົາຫົວໄປທຸບໃສ່ຝາຢ່າງແຮງ!ຫຼາຍຄັ້ງ

ຜູ້ຈັດການເຫັນເລີຍຖາມແມ່ຕູ້ປ່ວນວ່າ:

ຜູ້ຈັດການ: ແມ່ຕູ້ ທະນາຍທີ່ມາກັບເຈົ້າລາວເປັນຫຍັງນະຄືເອົາຫົວທຸບໃສ່ຝາບໍ່ເຊົາ

ແມ່ຕູ້ປ່ວນ: ເອີ ລາວແພ້ພະນັນແມ່ຕູ້ນະ ແມ່ຕູ້ພະນັນກັບລາວວ່າ 9 ໂມງເຊົ້າມື້ນີ້ແມ່ຕູ້ຈະມາຄຳໄຂ່ຫຳຂອງຜູ້ຈັດການທະນາຄານນີ້ ແຕ່ລາວບໍ່ເຊື່ອ ແມ່ຕູ້ເລີຍພະນັນກັບລາວ 200 ລ້ານ 55555

ຜູ້ຈັດການ: (>_<)" ?????

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 19, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

 ມີໂຈນໃຈບາບກຸ່ມໜຶ່ງເປັນນັກ ປຸ້ນ ຈີ້ ຂົ່ມຂືນ ພວກເຂົາຢຶດຖືກະຕິກາເປັນຫຼັກຄື ປຸ້ນແລ້ວຕ້ອງຂົ່ມຂືນຜູ້ຍິງໃຫ້ໝົດ!

ມີມື້ໜຶ່ງພວກເຂົາໄດ້ເຂົ້າໄປປຸ້ນທີ່ບ້ານຂອງເສດຖີທ່ານໜຶ່ງ ມີລູກສາວຊື່ ນ . ນ້ອຍ ຢູ່ກັບຄົນໄຊ້ສາວໂສດ ນາງໜຶ່ງອາຍຸແລ່ນກາາຍ 70 ປີກວ່າໆແລ້ວ

ຫຼັງຈາກປຸ້ນຮຽບຮ້ອຍແລ້ວແມ່ນຕ້ອງຂົ່ມຂືນ ນ. ນ້ອຍ ສົງສານສາວໄຊ້ຫຼາຍເພາະລາວແກ່ແລ້ວ ຈຶ່ງຂໍຮ້ອງໂຈນວ່າ

ນ. ນ້ອຍ: ຢ່າຂົ່ມຂືນຄົນໄຊ້ຂ້ອຍເລີຍລາວເລີຍລາວແກ່ແລ້ວ

ໂຈນຍັງບໍ່ທັນໄດ້ເວົ້າຫຍັງ ສາວໄຊ້ຄົນໂສດກະຮິບເວົ້າລັດກ່ອນຍ້ານໂຈນປ່ຽນໃຈ

ສາວໄຊ້: ບໍ່ໄດ້ດອກທ່ານ ກົດກະຕ້ອງເປັນກົດ!

ຂຽນເມື່ອ ຂຽນເມື່ອ: ມ.ນ.. 16, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

 ລຸງສົມຊາຍຍືນຖ້າປ້າສົມສີຢູ່ຄິວລົດສາຍເໜືອ ກະວ່າຈະພາເມຍໄປທ່ຽວຊຽງຂວາງຫາກຳໄລຊີວິດໃນວັນພັກຜ່ອນ ເພື່ອອາຍຸຈະຍືນຂື້ນ

ໃນລະຫວ່າງທີ່ລາວກຳລັງລໍຖ້າຢູ່ນັ້ນລາວເກີດຮູ້ສຶກເບື່ອໆ ແລະ ຢາກມີຄູ່ສົນທະນາ ລາວເຫຼືອດໄປເຫັນເດັກໄວລຸ່ນຄົນໜື່ງກກຳລັງນັ່ງກິນນ້ຳອັດລົມກັບຂະໜົມຊ໋ອກໂກແລັດຢູ່

ລາວຈື່ງຍ່າງເຂົ້າໄປລົມນຳ

ລຸງສົມຊາຍ: ຫລານຮູ້ບໍ່ວ່າຂອງພວກນີ້ມັນບໍ່ມີປະໂຫຍດກິນໄປມັນກະເສຍສຸຂະພາບ

ເດັກໄວລຸ່ນ: ຮູ້ລະບໍ່ແນວກິນປະຈຳ

ລຸງສົມຊາຍ: ອ່າວ ແລ້ວຫຼານບໍ່ເປັນຫຍັງເລີຍວາ ບໍ່ວ່າຕິກິນຂອງພວກນີ້ລະຊິອາຍຸຍືນ

ເດັກໄວລຸ່ນ: ພໍ່ຕູ້ຂອງຂ້ອຍລາວອາຍຸຍືນຮອດ 100 ປີ

ລຸງສົມຊາຍ: ພໍ່ຕູ້ຫຼານກິນຂອງແນນວນີ້ປະຈຳວາຈັ່ງອາຍຸຍືນ

ເດັກໄວລຸ່ນ: ກະ ບໍ່ ດອກ

ລຸງສົມຊາຍ: ອ່າວ ແລ້ວເອົາພໍ່ຕູ້ມາອ້າງເຮັດຫຍັງລະ

ເດັກໄວລຸ່ນ: ພໍ່ຕູ້ຂ້ອຍບໍ່ມັກຫຍຸ້ງເລື່ອງຂອງຊາວບ້ານ ເລີຍອາຍຸຍືນ!

ລຸງສົມຊາຍ: ????? (>_<)"

ຂຽນເມື່ອ ຂຽນເມື່ອ: ມ.ນ.. 1, 2012 | ມີ 14 ຄຳເຫັນ ແລະ 0 trackback(s)

 ໃນຂະນະທີ່ສົມຊາຍນັ່ງຢູ່ຫ້ອງການ ລາວກໍ່ຄິດອອກວ່າ ລາວລືມເອກະສານໄວ້ຢູ່ເຮືອນ ລາວຈິ່ງຕໍ່ສາຍໂທລະລັບໄປທີ່ເຮືອນເພື່ອບອກໃຫ້ເມຍເອົາເອກະສານມາໃຫ້ຢູ່ຫ້ອງການ

ພໍລາວຕໍ່ສາຍໄປປະກົດວ່າລາວໄດ້ຍິນສຽງຄົນອື່ນຮັບລາວຈັ່ງຖາມວ່າ:

ສົມຊາຍ: ຮາໂຫຼ! ແມ່ນໃຜນະ

ແຕ໋ວ: ຂະນ້ອຍແມ່ນຄົນໃຊ້ຢູ່ເຮືອນນີ້

ສົມຊາຍ: ເປັນໄປບໍ່ໄດ້ບ້ານຂ້ອຍບໍ່ມີຄົນໄຊ້

ແຕ໋ວ: ທ່ານຜູ້ຍິງເຈົ້າຂອງບ້ານຫາກະຮັບຂະນ້ອຍເຂົ້າເຮັດວຽກມື້ເຊົ້ານີ້

ສົມຊາຍ: ແມ່ນວາ ເອີ່ ໄດ້ຍິນວ່າລາວຢາກໄດຄົນໄຊ້ຄືກັນ ລະເຈົ້າຊື່ຫຍັງນິ?

ແຕ໋ວ: ຂະນ້ອຍຊື່ ແຕ໋ວ

ສົມຊາຍ: ໄປຮ້ອງເມຍຂ້ອຍມາລົມໂທລະສັບດຸ ບອກວ່າສາມີລາວໂທມາ

ແຕ໋ວ: ອ່າວ ແລ້ວຜູ້ຊາຍທີ່ກຳລັງນອນນຳທ່ານຜູ້ຍິງນັ້ນບໍ່ແມ່ນສາມີລາວຊ້ຳວາ

ສົມຊາຍ: ຮະ! ຂ້ອຍນີ້ນາສາມີລາວ ໄປຮ້ອງລາວມາຮັບສາຍດຽວນີ້!

ແຕ໋ວ: ທ່ານຜູ້ຍິງບອກວ່າ ລາວບໍ່ຮັບໂທລະສັບໃຜ

ສົມຊາຍ: ແຕ໋ວ ຢາກມີເງິນໃຊ້ຈັກ 5 ລ້ານບໍ່?

ແຕ໋ວ: ທ່ານເວົ້າຢອກຂະນ້ອຍວາ!

ສົມຊາຍ: ບໍ່ ບໍ່ ເວົ້າແທ້ໆ ແຕ່ຕ້ອງເຮັດຫຍັງໃຫ້ຂ້ອຍຈັກ ໜ້ອຍໜຶ່ງກ່ອນ

ແຕ໋ວ: ແລ້ວຊິໃຫ້ຂະນ້ອຍເຮັດຫຍັງລະ

ສົມຊາຍ: ຍ່າງໄປທີ່ເຮືອນຄົວ ແລ້ວຈັບມີດດວງຄົມໆ ຂື້ນໄປແທງນາງເມຍຕົວແສບຂອງຂ້ອຍກັບຊູຂອງມັນໃຫ້ຕາຍ ແລ້ວມາຮັບສາຍຕໍ່ຈາກນັ້ນຂ້ອຍຊິບອກແຜນຕໍ່

ແຕ໋ວ: ເອົາເຖິງຕາຍເລີຍວາທ່ານ

ສົມຊາຍ: ຊິປ່ອຍໃຫ້ມັນມາສວມເຂົາຂ້ອຍຕໍ່ໄປວາ ຕົກລົງຊິເຮັດຄືບໍ່ເຮັດ? ລອງຄິດດີໆ ບໍ່ມີໃຜຮູ້ວ່າເຈົ້າເຂົ້າມາເຮັດວຽກຢູ່ຫັ້ນມື້ນີ້ ເຮັດແລ້ວໆລະກະມາເອົາເງິນລະກະໜີໄປຢ່າງສະບາຍ

ແຕ໋ວ:  ຕົກລົງ !

ເວລາຜ່ານໄປພໍສົມຄວນສົມຊາຍຈື່ງໂທມາຖາມແຕ໋ວ

ສົມຊາຍ: ແລ້ວລະວາແຕ໋ວ

ແຕ໋ວ: ຮຽບຮ໊ອຍທ່ານຕາຍທັງສອງ ແລ້ວຊິໃຫ້ຂະນ້ອຍເຮັດແນວໄດຕໍ່

ສົມຊາຍ: ລາກເອົາສົບພວກມັນໄປຖິ້ມລົງນ້ຳສ້າງຫຼັງບ້ານເດີ່!

ແຕ໋ວ: ອ່າວທ່ານ ບ້ານນີ້ບໍ່ມີນ້ຳສ້າງໄດທ່ານ! ຊິໃຫ້ເອົາໄປຖິ້ມໃສ?

ສົມຊາຍ: ຫະ!​ ຂໍໂທດເດີນີ້ແມ່ນເບີ 021555556 ບໍ່?

ແຕ໋ວ: ບໍ່ແມ່ນນະທ່ານ ນີ້ແມ່ນເບີ 021555555 ນະ

ສົມຊາຍ: ຂໍໂທດເດີ່ໂທຜິດ

ແຕ໋ວ: ?""""""""

ຂຽນເມື່ອ ຂຽນເມື່ອ: ກ.ພ.. 27, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

1. ຜີແມ່ລູກອ່ອນ: ລູກຍັງຍ່າງບໍ່ໄດ້ ຈັກຊິພາມາເບີ່ງຫາຮວກຫຍັງmun ໜັງກຳລັງມ່ວນສຽງລູກມັນກໍ່ຮ້ອງໃຫ້ດັງຂື້ນ ໂອ໋ກັນແພງກັນຢູ່ຫັ້ນລະຈົນໝັດເລື່ອງ ສູນເດ້ ສູນເດ! ນີ້ກູມາເບິ່ງໜັງຫຼື້ມາເບິ່ງແມ່ກ່ອມລູກ

2. ຜີຂະໜົມ: ເອົາຂະໜົມມີກີ່ນແຮງໆມາ deak ກັນ ມີລາຍງານມາວ່າ ທຸລຽນກະເຄີຍມີມາແລ້ວ ແຕ່ສ່ວນຫຼາຍຈະແມ່ນຂະໜົມທີ່ສົ່ງສຽງດັງ ກ໋ອບແກ໋ບ! ກ໋ອບແກ໋ບ! ຕະຫລອດເວລາ ປວກເອີຍກິນໄດ້ຕະຫລອດເວລາ

3. ຜີມືຖື: ມາຕົກລົງທຸລະກິດໃນໂຮງໜັງວະສູ ບາງຄົນກະງອນກັບແຟນເລີຍມາເບິ່ງກັບໝູ່ ໂທລະສັບກະດັງບໍ່ເຊົາ ບຶດຮັບ ບຶດມອດ ພວກນີ້ສ່ວນຫຼາຍຢາກໂຊໂທລະສັບໃນມູມມືດ ໂຊແສງໂທລະສັບບໍ່ປິດຈັກເທື່ອ ບໍ່ສົນໃຈສາຍຕາຂຽວໆທີ່ຄົນອື່ນຫຼຽວເບີ່ງ mun

4. ຜີຕີນເໝັນ: ຢ່າຖອດເລີຍລຸງ ຊິຖອດເຮັດຫຍັງ ຖອດມາລະໄດ້ຫຍັງ ຖົງຕີນຫັ້ນນະ ບາງຄົນກະຫົວເສີຍ ຄືຊິດີໃຈທີ່ຄົນສ່ວຍຫຼາຍເໝັນຕີນເນົ່າໆຂອງຕົນ 

5. ຜີດັນຕັ່ງ: ພວກນີ້ມັນມັດເອົາເຂົ່າມາດັນຕັ່ງເປັນຈັງຫວະ ດັນຫາຫຍັງຮະ 

6. ຜີຄຼ່ຮັກ: ມັກມາກັນ 2 ຄົນ ເຮັດເດົາໄປກ່ອນລ່ວງໜ້າໝົດທຸກຕອນ ຢາກໃຫ້ແຟນຊື່ນຊົມວ່າເດົາເກັ່ງ ວິໃສທັດກວ້າງໄກ ແຕ່ ku ລຳຄານ

7. ຜີກະແດະ: ພວກນີ້ມັກສະແດງວ່າໂຕເອງເກັ່ງພາສາອັງກິດ ເວລາມີໂຕແປມາໂຊ ມັນຈະອ່ານສຽງດັງ ສຳນຽງແບບນີ້ ບໍ່ບອກ ku ກະຮູ້ວ່າຈົບນອກ (ນອກແຂວງ) 

8. ຜີມາຊ້າ: ມັກມາຊ້າຊ້າ ລະກະຍ່າງກາຍໜ້າກາຍຕາ ເວລາກາຍມາຕັ້ງເປັນເຄີ່ງເລື່ອງລະກະຍັງມາ ໂດຍສະເພາະຕອນທີ່ກຳລັງລຸ້ນຫລືຕື່ນເຕັ້ນ ເພາະວ່າເວລາເຂົ້າມາແລ້ວເອົາເງົາດຳໆມາບັງຈໍ ແລ້ວ ຄົນຈະແນມເບີ່ງຫຼາຍ ຮຽກຮ້ອງຄວາມສົນໃຈໄດ້ດີ ພວກນີ້ຂາດຄວາມອົບອຸ່ນວາ 

9. ຜີກຸ່ມໄວລຸ່ນ: ເຮັດຄືບໍ່ໄດ້ເຫັນກັນມາແບບດົນນານ ແລະ ຄິດວ່າໂລກນີ້ມີແຕ່ພວກ mun ຈັກຢອກກັນ ກວນກັນ ແຫກປາກຮ້ອງ ຄັນປາກລະກະຝອຍຈົນໝົດເລື່ອງ ເພື່ອເປັນຈຸດສົນໃຈຂອງຄົນອື່ນ

10. ຜີນັ່ງຜິດບ່ອນ: ພວກນີ້ອ່ານໜັງສືບໍ່ອອກວາ ເຮັດມານັ່ງຜິດບ່ອນ ກະໃຫ້ຄົນອື່ນໄປນັ່ງບ່ອນທີ່ບໍ່ຄັກແມ່ນບໍ່ sut ເອີຍ

11. ຜີສະແດງໂຕ: ໜັງຍັງບໍ່ຈົບ ຊິຟ້າວລຸກໄປຫຍັງ ຢາກສະແດງວ່າໂຕໄດ້ລຸກອອກກ່ອນໝູ່ຊັ້ນວະມັນບັງເຂົ້າໃຈບໍ່!

ຂຽນເມື່ອ ຂຽນເມື່ອ: ກ.ພ.. 23, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ເຫດເກີດທີ່ບ້ານຂອງລຸງສົມຊາຍ ໃນເຮືອນກຳລັງມີບັນຫາເລື່ອງຄ່າໂທລະສັບແພງເກີນເຫດ ໃນນັ້ນ ສົມຊາຍ ຜູ້ເປັນພໍ່ເຊິ່ງເປັນຫົວໜ້າຄອບຄົວ ໄດ້ເອີ້ນຄົນໃນຄອບຄົວມາເວົ້າກັນ

ລຸງສົມຊາຍ: ເຮົາຊິປ່ອຍໃຫ້ເລື່ອງແບບນີ້ເກີດຂື້ນຕໍ່ໄປອີກບໍ່ໄດ້ເດັດຂາດ ຄ່າໂທລະສັບນີ້ມັນແພງຜິດປົກກະຕິມາໄດ້ຫລາຍເດືອນແລ້ວ ພໍ່ເອງກະບໍ່ຄ່ອຍໄດ້ໃຊ້ ສ່ວນຫລາຍແມ່ນພໍ່ຈະໃຊ້ແຕ່ໂທລະສັບຫ້ອງການ ຢູ່ບ່ອນເຮັດວຽກ

ປ້າສົມສີ: ແມ່ເອງກະຄື່ກັນ ໂທລະສັບບ້ານແມ່ນບໍ່ໄດ້ແຕະເລີຍ ມີຫຍັງຢາກໂທແມ່ກະຊິໄປໂທຢູ່ຫ້ອງການ ບ່ອນເຮັດວຽກພຸ້ນ

ລູກສາວ: ລູກເອງກະແຮ່ງແລ້ວ ບໍ່ໄດ້ຕ້ອງເລີຍ ໂທລະສັບບ້ານນະ ສ່ວນຫຼາຍລູກກໍ່ຈະໄຊ້ແຕ່ໂທລະສັບຢູ່ຫ້ອງການບ່ອນເຮັດວຽກ ຄັນບໍ່ຊັ້ນລູກກະໃຊ້ແຕ່ມືຖື

ລຸງສົມຊາຍ: ອ່າວຄັນຊັ້ນຄ່າໂທລະສັບມັນຄືແພງແທ້ ໃຜໆກະໃຊ້ແຕ່ໂທລະສັບບ່ອນເຮັດວຽກໝົດ!!!

ບຶດໜຶ່ງກະມີ ຄົນໃຊ້ນາງໜຶ່ງ ສອດຂຶ້ນມາ : ແມ່ນຫັ້ນແລະ ໃຜໆກະໃຊ້ແຕ່ໂທລະສັບບ່ອນເຮັດວຽກກັນໝົດຫັ້ນແລະເນາະ ແຮ່ໆໆ

ລູງສົມຊາຍ : (>_<)" 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2012 | ມີ 13 ຄຳເຫັນ ແລະ 0 trackback(s)

 ສົມຊາຍ ເປັນຄົນມັກກິນຖົ່ວອົບເປັນຊີວິດຈິດໃຈ ເຖິງແມ່ນວ່າລາວຈະຮູ້ສຶກທໍລະມານໃຈເວລາທີ່ປ່ອຍກີ່ນຕົດອອກມາແບບບໍ່ໄດ້ຕັ້ງໃຈກໍ່ຕາມ 

ມາມື້ໜຶ່ງ ສົມຊາຍໄດ້ມາພົບກັບສົມສີ ສາວງາມ ເຮັດໃຫ້ສົມຊາຍຕົກຂຸມຮັກແບບບໍ່ຮູ້ຕົວສົມຊາຍຕັດສຶນໃຈເຊົາກິນ ຖົ່ວອົບຍ້ອນວ່າລາວອາຍເວລາທີ່ປ່ອຍແກສ ອອກມາແບບບໍ່ໄດ້ຕັ້ງໃຈ

ຈົນໃນທີ່ສຸດທັງສອງກໍ່ໄດ້ແຕ່ງງານກັນ ເວລາຜ່ານໄປ 2-3 ເດືອນ ຂະນະທີ່ສົມຊາຍກຳລັງຂັບລົດກັບບ້ານລົດສົມຊາຍເກີດເພ ແລະ ເນື່ອງຈາກບ້ານຂອງລາວເຂົ້າໄປໃນຊອຍເລິກ ເລີຍບໍ່ມີລົດຮັບຈ້າງເຂົ້າໄປເຖິງ ລາວຈຶ່ງຕັດສິນໃຈຍ່າງກັບບ້ານ ແລະໂທບອກ ສົມສີວ່າ ມື້ນີ້ຊິໄດ້ກັບບ້ານຄ່ຳເດີ່ ເພາະວ່າລົດເພ  ໃນ ລະຫວ່າງທາງທີ່ລາວຍ່າງກັບບ້ານນັ້ນ ລາວກໍ່ຫລືອດຕາໄປເຫັນຮ້ານຂາຍຖົ່ວອົບຮ້ານໜຶ່ງ ທີ່ມີກີ່ນຖົວອົບຫອມກວນໃຈລາວ ໃນຂະນະທີ່ລາວພວມຫຶວເຂົ້າ ແລະອິດເມື່ອຍຈາກການຍ່າງ ລາວຈື່ງຕັດສິນໃຈຍ່າງເຂົ້າໄປສັ່ງຊື້ຖົ່ວອົບ 3 ຖົງໃຫຍ່ ເພື່ອກິນລະຫວ່າງທາງ ກວ່າລາວຈະຍ່າງຮອດບ້ານລາວກໍ່ຄົງກິນຖົ່ວອົບໝົດແລ້ວ ລາວທັງຍ່າງໄປກິນໄປ ຈົນຖົ່ວອົບໝົດຈົນຍໍ່ຮູ້ໂຕ ແລະລາວກໍ່ພໍດີຍ່າງເຖິງບ້ານ ພໍມາຮອດບ້ານລາວກໍ່ເອີ້ນເມຍມາໄຂປະຕູໃຫ້ ສົມສີຟ້າວແລ່ນມາໄຂປະຕູ ແລ້ວເວົ້າວ່າ

ສົມສີ: ອ້າຍສົມຊາຍມື້ນີ້ຂ້ອຍມີອາຫາານພິເສດໃນໂຕະອາຫານໄດ ໃຫ້ເຈົ້າຫລັບຕາກ່ອນຂ້ອຍຈະເອົາຜ້າມາຜູກຕາເຈົ້າໄວ້

ສົມຊາຍ: ໂອ່ແມ່ນວານ້ອງ (ລາວຄຶດໃນໃຈວ່າ ມື້ນີ້ແມ່ນວັນເກີດລາວ ເມຍຄົງຈະ Surprise ແນ່ນອນ)

ແລ້ວສົມສີກໍ່ພາສົມຊາຍໄປນັ່ງທີ່ໂຕະອາຫານ ທັນໄດນັ້ນລາວກໍ່ຮູ້ລືກວ່າ ມີບາງຢ່າງກຳລັງເຄື່ອນໄຫວໃນທ້ອງຂອງລາວ ໂຊກຊ່ວຍພໍດີທີ່ສຽງໂທລະສັບດັງຂື້ນ ສົມສີຟ້າວແລ່ນໄປຮັບໂທລະສັບ ທັນໄດນັ້ນລາວກໍ່ໄດ້ປ່ອຍ ຕົດອັນເຫມັນ ປານໄຂ່ເນົ່າອອກມາ ຈົນລາວເອງກະຍັງເກືອບທົນບໍ່ໄດ້ ຈຶ່ງໄດ້ເອົາຜ້າເຊັດໜ້າມາປັດໄລ່ກິ່ນ ຫລັງຈາກນັ້ນລົມໃນທ້ອງກໍ່ເລີ່ມກັບມາອີກ ຈົນລາວອົດບໍ່ໄດ້ຕ້ອງປ່ອຍມັນສຸດແຮງ ສຽງຂອງມັນດັງປານກັບວ່າ ຕັ່ງທີ່ລາວນັ່ງກຳລັງຊິຫັກ ລາວຮິບເອົາຜ້າເຊັດໜ້າມາໂບກໄລ່ກິ່ນທັນທີຫວັງວ່າຈະເຮັດໃຫ້ກີ່ນມັນຫາຍໄປແຕ່ບໍ່ທັນເທົ່າໄດອີກ ຂ້າເສິກກໍ່ເລີ່ມໂຈມຕີລາວອີກຈົນເຮັດໃຫ້ລາວຕ້ອງຕົດອີກຄັ້ງໜຶ່ງ ເທື່ອນີ້ແຮງກວ່າເກົ່າອີກ ສຽງຂອງມັນແຮງຈົນຈານຢູ່ເທິງໂຕະຕ້ອງສະເທີອນ ລາວຄິດໃນໃຈວ່າໂຊກດີທີ່ບໍ່ມີໃຜຮູ້ ຫລັງຈານນັ້ນ 10 ນາ ທີ ສົມສີກໍ່ຍ່າງກັບມາ ແລ້ວເປີດຜ້າພັນຕາຂອງລາວໄວ້ອອກພ້ອມກັບຮ້ອງວ່າ "Surprise "

ສົມຊາຍຕ້ອງຕົກໃຈສຸດຂີດເມື່ອພົບວ່າ ຕໍ່ໜ້າລາວ ມີ ແຂກ 12 ຄົນ ທີ່ ມາ ຮ່ວມ ກິນເຂົ້າແລງ ແລະ ອວຍພອນວັນເກີດໃຫ້ລາວ              

(>_<)" ???

ຂຽນເມື່ອ ຂຽນເມື່ອ: ກ.ພ.. 20, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

 ມີມື້ໜຶ່ງ ສົມຊາຍ ໄດ້ພົບກັບ ສົມສັກ ສ່ຽວເກົ່າທີ່ບໍ່ໄດ້ເຫັນກັນດົນເຂົາໄດ້ມາພໍ້ກັນໃນຮ້ານເບຍຮ້ານໜຶ່ງ

ສົມສັກ: ເປັນຈັ່ງໄດສ່ຽວ ບໍ່ໄດ້ເຫັນໂຕດົນລະສະບາຍດີຢູ່ວາ?

ສົມຊາຍ: ເອີ່ສະບາຍດີຢູ່ ເປັນແນວໄດໄດ້ເມຍລະວະໂຕນະ?

ສົມສັກ: ເຮົາແຕ່ງງານດົນລະເດ້ສ່ຽວ ໄດ້ລູກຊາຍຜູ້ໜຶ່ງ ມັນນິເກັ່ງໄດ້ພໍ່ມັນອີ່ຫລີ ອາຍຸ 16 ປີ ເຮັດຜູ້ສາວມີລູກລະເດ້ສ່ຽວ

ສົມຊາຍ: ໂອ່ປານນັ້ນພຸ້ນວາ

ສົມສັກ: ແມ່ນຫັ້ນແລ້ວ ໂຕເດຊັ້ນນະ ໄດ້ເມຍລະວາ?

ສົມຊາຍ: ເຮົາກະແຕ່ງງານແລ້ວສ່ຽວ ໄດ້ລູກຊາຍຄືກັນ ມັນກະເກັ່ງອີ່ຫລີໄດບັກນ້ອຍເຮົານິກະດາຍ ອາຍຸ 3 ປີ ເຮັດຄົນໄຊ້ ຢູ່ບ້ານເຮົາມີລູກແລ້ວ

ສົມສັກ: ໂອ່ມັນຄືມາເກ່ງແທ້ມັນເຮັດໄດ້ແນວໃດສ່ຽວ?

ສົມຊາຍ: ມັນລັກເອົາຖົງຢາງອະນາໄມເຮົາໄປເຈາະຫລີ້ນຕອນເຮົາບໍ່ຢູ່ບ້ານນີ້ແລ້ວ

ສົມສັກ: ໂອ່ຊັ້ນເມຍໂຕບໍ່ວ່າຫຍັງວາ?

ສົມຊາຍ: ບໍ່ໄດວ່າຫຍັງໃຫ້ເຮົາດອກ ລາວມີແຕ່ເອົາໄມ້ໜ້າສາມ ມານວດໜ້າເຮົາຈົນໄດ້ໄປນອນໂຮງໝໍຊື່ໆ (><)"

ຂຽນເມື່ອ ຂຽນເມື່ອ: ກ.ພ.. 17, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

 ມີມື້ໜຶ່ງ ລຸງສົມຊາຍຮູ້ສຶກເຈັບໃຈ ແລະ ເສຍປຽບທີ່  ຖືກປ້າສົມສີ ທັງຮ້າຍ ທັງດ່າ ທັງຕີ ຍ້ອນວ່າໄປຊຸມເຫລົ້າກັບໝູ່ຢູ່ແຖວໆຮ້ານນ້ອຍ

ມື້ຕໍ່ມາ ຢູ່ຮ້ານກາເຟລາວຈຶ່ງໄດ້ໄປປຶກສາໝູ່ລອງເບິ່ງ

ລຸງສົມຊາຍ:  ສ່ຽວໆ ເຮົາວ່າເມຍເຮົານີ້ນັບມື້ນັບໂຫດຫ້ຽມຂື້ນທຸກມື້ເຮົາລະຢ້ານຈົນບໍ່ຮູ້ຊິເຮັດຫຍັງແລ້ວ ໂຕພໍຊິມີວິທີຊ່ວຍເຮົາບໍ່

ສ່ຽວ:   ໂຕຊີໄປຢານເຮັດຫຍັງສ່ຳເມຍຊື່ໆ ລອງໄປຫາຫນັງສືວິທີປາບເມຍຫັ້ນເດ້ ມາອ່ານນະ ມັນຕ້ອງມີຈັກວິທີ ສອງມວິທີນາ

ລຸງສົມຊາຍ:  ເອີ່ໆ ເຮົາຊິລອງໄປຊອກນຳຮ້ານຂາຍໜັງສືລອງເບີ່ງ

ພໍຮອດຕອນແລງຫລັງຈາກເລີດວຽກແລ້ວ ລາວກໍ່ຍ່າງເຂົ້າໄປຮ້ານໜັງສືເພື່ອຊອກຫາໜັງສື ວິທີປາບເມຍ

ລຸງສົມຊາຍ:    ມີໜັງສືປາບເມຍບໍ່ເອົາແບບໃຫ້ເຫັນໜ້າຜົວແລ້ວຄານມານົບໂລດຫັ້ນນະ

ສາວພະນັກງານຂາຍ:  ຢືນຍີ້ມແລ້ວເອົາມືຊີ້ໄປທາງຊ້າຍມື ແລ້ວບອກວ່າ ໃຫ້ລຸງຍ່າງໄປຈົນສຸດຕູ້ ແລ້ວ ເລືອກເອົາເລີຍ ເຮົາຈັດເປັນແບບນິຍາຍ  ແຟນຕາຊີ ແລະເລື່ອງເພີ້ຝັນ ສຳລັບຜູ້ທີ່ຢາກປາບເມຍ

ລຸງສົມຊາຍ: ????? (><)"

ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

 ລຸງສົມຊາຍຢາກເອົາໃຈປ້າສົມສີຜູ້ເປັນເມຍຫລັງຈາກແຕ່ງງານກັນມາດົນແລ້ວ ເລີຍຕັດສິນໃຈຊື້ເຄັກວັນເກີດໃຫ້ແກ່ຜູ້ເປັນເມຍໃນວັນເກີດຄົບຮອບ 45 ປີ ຂອງເມຍມື້ນີ້

ເມື່ອລາວໄປຮອດຮ້ານເຄັກລາວກໍ່ຈັດການສັ່ງເຄັກກ້ອນໃຫຍ່ພ້ອມໃຫ້ຂຽນອວຍພອນໃສ່ເທິງໜ້າເຄັກແບບກວນໆຫວັງວ່າເມຍຈະມີຮອຍຍີ້ມໃນງານ


ລຸງສົມຊາຍ: ຊ່ອຍຂຽນຄຳວ່າ "ເຖິງເຈົ້າຊິເຖົ້າແລ້ວ ແຕ່ກະຍັງວິເສດສຸດໆ"

ພະນັກງານຂາຍ: ຄຳອວຍພອນມັນຍາວຂຽນ 2 ແຖວໄດ້ບໍ່ລຸງ

ລຸງສົມຊາຍ: ຊັ້ນຂຽນຄຳວ່າ "ເຖິງເຈົ້າຊິແກ່ແລ້ວ " ທາງເທິງ "ແຕ່ກະວິເສດສຸດໆ" ທາງລຸ່ມ ເດີ່

ເມື່ອມາຮອດບ້ານສົມຊາຍກໍ່ຈັດການເອົາເຄັກທີ່ສົ່ງໃຫ້ເມຍທັນທີ ແລະ ເມື່ອສົມສີເປີດກ່ອງເບີ່ງພ້ອມກັບບັນດາແຂກ ໄຮໂຊ ຂອງເພີ່ນ ທີ່ມາໃນງານທັງຫລາຍ ກໍ່ເກີດອາການໜ້າແດງກ່ຳ ດ້ວຍຄວາມອາຍ ແລະ ໂມໂຫໃຈຮ້າຍກັບຄຳອວຍພອນຂອງຜົວ ຢ່າງຮຸນແຮງ

ລຸງສົມຊາຍທຳທ່າມຶນງົງພ້ອມທັງຫລຽວໄປເບິ່ງທີ່ເຄັກຈື່ງເຫັນຄຳອວຍພອນທີ່ວ່າ

"ເຖິງເຈົ້າຊິແກ່ແລ້ວ ທາງເທິງ"

 "ແຕ່ກະຍັງວິເສດສຸດໆ ທາງລຸ່ມ"

ຂຽນເມື່ອ ຂຽນເມື່ອ: ກ.ພ.. 12, 2012 | ມີ 13 ຄຳເຫັນ ແລະ 0 trackback(s)

 ມີສອງສາວສ່ຽວກັນທີ່ບໍ່ໄດ້ເຫັນກັນດົນແລ້ວ ຊື່ ນ. ສົມຫວັງ ແລະ ນ. ຄານທອງ ຍ່າງເລາະຊື້ເຄື່ອງຢູ່ໃນຫ້າງແຫ່ງໜຶ່ງ ໃນຊ່ວງເທດສະການ ວາເລັນໄທນ໌ ໃນນັ້ນເຂົເກໍ່ໄດ້ພົບກັນ ແລະທັກທາຍກັນ 

- ຄານທອງ: ເອີ່ສົມຫວັງ ວາເລັນໄທນ໌ ນີ້ເພິ່ນຈະຊື້ຫຍັງໃຫ້ແຟນ?

-  ສົມຫວັງ: ສາວງາມເລືອກໄດ້ຄືເຮົາ ຕ້ອງຊືນ້ຳຫອມລາຄາແພງໆແນ່ນອນ ແຕ່ກະອຸກອັ່ງໃຈຢູ່ນິ!

- ຄານທອງ: ອ່າວເປັນຫຍັງຄືອຸກໃຈ

-  ສົມຫວັງ: ກະຍ້ອນມັນມີຫລາຍຄົນນີ້ລະ ວັນທີ 14 ກຸມພາ ຈັກຊິໄປທ່ຽວນຳແຟນຄົນໄດດີ ຍາກເນາະມີແຟນຫລາຍຄົນນິ ເພີ່ນວ່າເບາະ ຄານທອງ

- ຄານທອງ: ກະຄືຊິແມ່ນຕິ ແຮ່ືໆ (ຫົວແຫ້ງ ແລະຄຶດໃນໃຈ ອີ່ຮ່ານີ້ຈັ່ງແມ່ນມຶງໂຊກດີເນາະ)

-  ສົມຫວັງ: ລະເພີ່ນເດ ຊິຊື້ຫຍັງໃຫ້ແຟນລະ?

- ຄານທອງ: ເຮົາວ່າຊິມາຫາຊື້ຄັນໄດ(ຈັກມັນຊິມາຖາມຫາເຮ່ຍຫຍັງມັນບຸ ອີ່ຮ່ານິ)

-  ສົມຫວັງ: ອ່າວຊິຊື້້ຄັນໄດໄປເຮັດຫຍັງ?

- ຄານທອງ: ບາງທີຊິມີຄົນປີນຂື້ນມາພາເຮົາລົງຈາກຄານນີ້ລະ ແຮ່ງຢູ່ດົນຄານມັນກະແຮ່ງສູງຂື້ນ  

ຂຽນເມື່ອ ຂຽນເມື່ອ: ກ.ພ.. 10, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

 ໃບລາພັກ

ຮຽນ: ທ່ານປະທານ ບໍລິສັດ

ເລື່ອງ: ຂໍລາພັກຮັກສາໂລກອິດສາຕາຮ້ອນ                                                                                                      ລົງວັນທີ 14 /02/ 2012

           ຂ້າພະເຈົ້າ ທ້າວ ແຫ້ວ ບໍ່ມີໃຜຮັກ ສັງກັດຢູ່ ພະແນກ ຊ້ຳໃຈ ໜ່ວຍງານ ນ້ຳຕາ ມີຈຸດປະສົງຂໍລາພັກ ເນື່ອງຈາກວ່າວັນທີ 14/02/2012 ຂ້າພະເຈົ້າທົນເຫັນຄົນມີຄູ່ ມອບດອກໄມ້ໃຫ້ກັນ, ຈັບມືກັນ, ກອດກັນ ແລະ ອື່ນໆ ແລ້ວ ຂ້າພະເຈົ້າທຳໃຈບໍ່ໄດ້ ມັນມີຄວາມອິດສາ ຕາຮ້ອນຄືຊິເປັນໄຂ້ ຈຶ່ງຂໍອະນຸຍາດນອນພັກຢູ່ບ້ານ 

           ດັ່ງນັ້ນຈຶ່ງຂຽນໃບລາພັກສະບັບນີ້ ສະເໜີມາຍັງບັນດາທ່ານ ເພື່ອຂໍຄວາມເຫັນໃຈ

ຮຽນມາດ້ວຍຄວາມນັບຖືຢ່າງສູງ

ລາຍເຊັນຜູ້ຮ້ອງຂໍ

ທ້າວ ແຫ້ວ ບໍ່ມີໃຜຮັກ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 10, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

 ມີຜົວເມຍຄູ່ໜື່ງມີລູກນ້ອຍ ໄວນີ້ກຳລັງຢາກຮູ້ຢາກເຫັນ

ສອງຄົນຜົວເມຍເລີຍຕົກລົງກັນວ່າ ເວລາຊິມີຫຍັງກັນແບບຜົວເມຍ ໃຫ້ເອີ້ນວ່າ ຊັກເຄື່ອງ ລູກຈັ່ງຊິບໍ່ສົງໃສ

ມີມື້ໜຶ່ງ ຜູ້ເປັນຜົວເກີດມີອາລົມຂຶ້ນມາ ເລີຍບອກລູກວ່າ 

- ບັກຫລ້າໄປເອີ້ນແມ່ມຶງຂຶ້ນມາຊັກເຄື່ອງຊ່ວຍພໍ່ຢູ່ເທິງເຮືອນແນ່ລູກ

ຜູ້ເປັນເມຍຢູ່ກ້ອງຕະລ່າງໄດ້ຍິນກະຝາກກັບລູກຄວາມໄປບອກກັບພໍ່ວ່າ

- ບັກຫລ້າໄປບອກພໍ່ມຶງເດີ່ວ່າ ມື້ນີ້ຕູ້ຊັກຜ້າເພ ມື້ໜ້າກ່ອນ

ຜູ້ເປັນຜົວໄດ້ຍິນກະຄິດຢາກຄຽດໃຫ້ເມຍ ເວົ້າໃນໃຈວ່າ ຈື່ໄວ້ເດີ່ ຈື່ໄວ້ເດີ່!

ຫລາຍມື້ຕໍ່ມາ ຜູ້ເປັນເມຍເກີດມີອາລົມຂຶ້ນມາ ເລີຍບອກລູກວ່າ 

- ບັກຫລ້າໄປເອີ້ນພໍ່ມຶງຂຶ້ນມາຊັກເຄື່ອງຊ່ວຍແມ່ຢູ່ເທິງເຮືອນແນ່ລູກ

ຜູ້ເປັນຜົວຢູ່ກ້ອງຕະລ່າງໄດ້ຍິນກະຮ້ອງຂື້ນມາວ່າ ພໍ່ຊັກມືແລ້ວໂວ່ຍ! ບອກແມ່ມຶງແນ່!

- ເມຍ (><)" ???

ຂຽນເມື່ອ ຂຽນເມື່ອ: ກ.ພ.. 8, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

        ໃນປ່າດົງດິບແຫ່ງໜຶ່ງ ມີສາມສ່ຽວຫລົງເຂົ້ງໄປໃນປ່າເລິກ ໃນນັ້ນເຂົາກໍ່ໄດ້ໄປພົບກັບຊົນເຜົ່າກິນຄົນ ຫົວໜ້າເຜົ່າເລີຍສັ່ງຈັບທັງສາມສ່ຽວໄວ້ ແຕ່ບັງເອີນມື້ນັ້ນເປັນວັນບູຊາຍັນ ຫົວໜ້າເຜົ່າກິນຄົນ ເລີຍນະໂຍບາຍຈະບໍ່ກິນທັງສາມສ່ຽວ ຖ້າຫາກສາມສ່ຽວເຮັດຕາມທີ່ລາວບອກ ຄື ໃຫ້ເຂົ້າໄປຫາໝາກໄມ້ໃນປ່າມາໄຫ້ຫົວໜ້າເຜົ່າ ຫລັງຈາກນັ້ນທັງສາມສ໋ຽວກໍ່ໄດ້ເຂົ້າໄປຫາໝາກໄມ້ ຈາກນັ້ນບໍ່ດົນ

ສ່ຽວຄົນທີ່1 ກໍ່ຍ່າງອອກມາຈາກປ່າພ້ອມກັບໝາກມ່ວງ 10 ໜ່ວຍ ຫົວໜ້າເຜົ່າກິນຄົນ ເລີຍບອກໄຫ້ເອົາໝາກໄມ້ທີ່ຫາມາໄດ້ນັ້ນຍັດເຂົ້າໄປໃນກົ້ນທັງໝົດໂດຍບໍ່ໄຫ້ມີສຽງອອກຈາກປາກ ຈາກນັ້ນສ່ຽວຄົນທີ່1 ກໍ່ເອົາໝາກມ່ວງຍັດເຂົ້າໄປໃນກົ້ນ ພໍຮອດໜ່ວຍທີ່ສອງກໍ່ຮ້ອງ "ເອິ" ອອກມາ ຈາກນັ້ນຫົວໜ້າເຜົ່າກໍ່ສັ່ງໃຫ້ເອົາສ່ຽວຄົນທີ1 ໄປຂ້າກິນ

ບໍ່ດົນສ່ຽວຄົນທີ່2 ກໍ່ຍ່າງອອກມາພ້ອມກັບໝາກໄຟ 10 ໜ່ວຍ ຫົວໜ້າເຜົ່າກິນຄົນ ເລີຍບອກໄຫ້ເອົາໝາກໄມ້ທີ່ຫາມາໄດ້ນັ້ນຍັດເຂົ້າໄປໃນກົ້ນທັງໝົດໂດຍບໍ່ໄຫ້ມີສຽງອອກຈາກປາກ ຈາກນັ້ນສ່ຽວຄົນທີ່2 ກໍ່ເອົາໝາກໄຟ ຍັດເຂົ້າໄປໃນກົ້ນພໍຮອດໜ່ວຍທີ 9 ສ່ຽວຄົນທີ່2 ກໍ່ຫົວອອກມາຢ່າງດັງສຽງດັງ 

ພໍທັງສອງຕາຍໄປສ່ຽວຄົນທີ່1 ຖາມສ່ຽວຄົນທີ່2 ວ່າ ມຶງຄືມາຈ້າແທ້ ຟ້າວຫົວອອກມາເຮັດຫຍັງ ຍັງອີກໜ່ວຍດຽວມຶງກະຊິລອດລະມຶງຄືບໍ່ອົດຍັດເຂົ້າໄປກ່ອນ 

ສ່ຽວຄົນທີ2 ຕອບວ່າ ຊ່ອຍບໍ່ໄດ້ນະສ່ຽວຊິບໍ່ໃຫ້ກູຫົວໄດ້ແນວໄດຕອນກູຊິຍັດໜ່ວຍທີ 10 ເຂົ້າກົ້ນຫັ້ນ ກູເຫັນບັກສ່ຽວຄົນທີ່ 3 ຫອບໝາກທຸລຽນອອກມາ 10 ໜ່ວຍ