ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 29, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

 ໃນຕອນບ່າຍຂອງມື້ໜຶ່ງທີ່ຫ້ອງ ປໍ 3 ຂ ສາວຄູໄດ້ຕັ້ງບັ້ງເລກໂຈດຂໍ້ໜຶ່ງດັ່ງນີ້:

ນາງ ສົມປອງ ໄປຊື້ໂທລະທັດ ກັບພັດລົມໃນລາຄາ 500 000 ກີບ ຖ້າພັດລົມລາຄາ 120 000 ກີບ ແລ້ວໂທລະທັດຈະມີລາຄາເທົ່າໃດ ?

ໃຫ້ພວກນ້ອງເລືອກໝາຍເອົາຂໍ້ທີ່ຖືກທີ່ສຸດ:

ກ. 580 000 ກີບ

ຂ. 480 000 ກີບ

ຄ. 380 000 ກີບ 

ງ. 280 000 ກີບ

ພໍອ່ານເລກຈົບ ທ້າວ ພອນສະແຫວງ ອາຍຸ 8 ປີ ກໍ່ລຸກຂຶ້ນຕອບກ່ອນໝູ່ແບບໄວວາ ວ່າ:

ທ້າວ ພອນສະແຫວງ: ສາວຄູ ຫລານຂໍຕອບຂໍ້ ງ. 280 000 ກີບ

ສາວຄູ: ເປັນຫຍັງຈຶ່ງຕອບຂໍ້ ງ. ມັນຜິດເຈົ້າຮູ້ບໍ? ຄຳຕອບແມ່ຂໍ້ ຄ. 380 000 ກີບ

ທ້າວ ພອນສະຫວັນ: ອ່າວ ສາວຄູວ່າໃຫ້ເລືອກຂໍ້ທີ່ຖືກທີ່ສຸດ  ຂໍ້ ງ. 280 000 ກີບ ກະຖືກກວ່າໝູ່ ແລະ ຖືກທີ່ສຸດລະເດ້ ສາວຄູ

ສາວຄູ: (>_<)"  ຊິເວົ້າຈັ່ງໄດກັບມັນດີນໍ້?????

Delicious Digg Fark Twitter