ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 31, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

 ບຸນຫຼໍ່ ໜຸ່ມບ້ານນອກຂີ້ອາຍໃຈດີ ມາຢາມໝູ່ຢູ່ວຽງຈັນ ຫລັງຈາກໂອ້ລົມກັນແລ້ວກໍ່ເປັນເວລາ 5 ໂມງແລງ ຮອດເວລາກັບບ້ານພໍດີ ບຸນຫຼໍ່ຄິດວ່າຊົ່ວຊິນັ່ງລົດເມຮອດບ້ານກໍ່ເປັນເວລາ 9 ໂມງກາງຄືນ ລາວເລີຍຫາໝູ່ມາສົ່ງຢູ່ຄິວລົດເມ ພໍມາຮອດຄິວລົດເມລາວກໍ່ເຫັນວ່າລົດເມສາຍທີ່ລາວຈະກັບນັ້ນໄດ້ອອກຈາກຄິວແລ້ວ ເຫລືອແຕ່ລົດເມເກົ່າໆ ທີ່ຈະແລ່ນເສີມຖ້ຽວພິເສດແຕ່ວ່າແລ່ນກາຍທາງບ້ານລາວພໍດີ ລາວເລີຍຕັດສິນໃຈຂຶ້ນໄປນັ່ງ ລະຫວ່າງທາງກັບບ້ານລາວງວ່າງນອນກະເລີຍເຊືອບຫລັບ ແຕ່ທາງຊ້ຳພັດເປັນຫລຸມເປັນຮ່ອງ ເຮັດໃຫ້ລາວເຊືອບຫລັບເຊືອບຕື່ນ ພໍຮອດ 8 ໂມງກາງຄືນ ລາວຮູ້ສຶກໂຕ ແລ້ວລາວຫັນໜ້າຫັນຫລັງກໍ່ບໍ່ມີໄຜຈັກຄົນແລ້ວ ມີແຕ່ລາວກັບໂຊເຟີ່ 2 ຄົນ ລາວແປກໃຈທີ່ລົດມອດຈັກຢູ່ແຕ່ເປັນຫຍັງມັນຄືຍັງແລ່ນຊ້າໆຢູ່ (ຄຶດໃນໃຈວ່າມັນເປັນລົດຜີສິງແທ້ໆ) ລາວຕັ້ງສະຕິໄດ້ກໍ່ເລີຍ ຊິໂດໂລົງລົດ ລະຫວ່າງທີ່ກຳລັງຊິໂດດ ໂຊເຟີລົດກໍ່ແລ່ນມາດຶງແຂນລາວໄວ້ ພ້ອມກັບເວົ້າວ່າ:

ໂຊເຟີ: ເຈົ້າຊິໄປໃສ ທັງມືດທັງປ່ຽວປານນີ້ນະ

ບຸນຫຼໍ່: ກູຢູ່ບໍ່ໄດ້ແລ້ວເວີ່ຍ!!!!!!

ບຶດໜຶ່ງກໍ່ມີສຽງຈາກທ້າຍລົດເອີ້ນມາໃສ່ອີກວ່າ:

"ປານໄດມຶງຊິມາເຂັນຊ່ອຍກັນວະຮະ ລົດຕາຍນີ້ນະ ເອົາປຽບກັນແທ້ຮະ! "

Delicious Digg Fark Twitter