ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ປະຕິຫານ
ສ້າງເມື່ອ ສ.ຫ.. 15, 2012 21 ຄົນໂຫວດ, 16 ຄຳເຫັນ, ອ່ານ 594 ເທື່ອ
ເຫດການທີ່ເກີດຂື້ນກັບຂອ້ຍທີ່ບໍ່ຄາດຄິດ ເລື້ອງກໍ່ຄືວ່າ: ວັນທີ:14/8/2012 ທີ່ຜ່ານມານີ້ເອງ ຂ້ອຍໄດ້ເຂົ້າຮວ່ມກອງຝຶກອົບຮົມ ແລະ ຫຼັງຈາກນັ້ນພວກເຮົາເລີກແຕ່ ກອງຝຶກອົບຮົມ ແລ້ວພາກັນໄປລ້ຽງສະຫຼອງຄວາມສຳເລັດ ກີນກັນຮອດປະມານ 9:30 ກາງຄືນ ແລ້ວກໍ່ເລີກກັນ ມີໝູ່ຄົນໜື່ງບອກຂ້ອຍວ່າໄປສົ່ງແນ່ ຂອ້ຍກໍ່ໄປສົ່ງ ແຕ່ຕອນກັບ ຂອ້ຍເກີດອຸປະຕິເຫດ(ຂີ່ຕຳໝາ) ຍ້ອນລິດເຫຼົ້າຍ້ອຍຄວາມໄວ ແລະ ຄວາມແຮງຂອງລົດ ພາໃຫ້ຂອ້ຍໂຟ້ງໄປປະມານ 6-7 ແມັດ ແລະ ຊາຍຄົນໜື່ງ ແລ່ນມາຫາຂອ້ຍ ແລ້ວເວົ້າວ່າ: ເຈັບບໍ? ຂອ້ຍ ຕອບວ່າ: ບໍ່ ແລ້ວເຂົາມາເຊັກເບີ່ງຕົວຂອງຂ້ອຍວ່າມີບ່ອນໃດເຈັບ ເພາະໂສ້ງ,ເສື້ອ ຂ້ອຍມັນຂາດ ຖູກັບຖະໜົນ ແລະ ຊາຍຄົນນັ້ນເວົ້າຕໍ່ອີກວ່າ:ບໍ່ມີບ່ອນໃດແຕກ ແລ້ວລາວແນມເຫັນ ສາຍຄໍຂ້ອຍທີ່ແຂນພຣະເຄື່ອງ 2 ອົງ ແລະ ຕຣະກຸດ 1 ດອກ ມີຍີງຊາລາ ເວົ້າວ່າ:ຖ້າບໍ່ມີຂອງຂັງນີ້ເຈົ້າບໍ່ລອດລະ. ຫຼືວ່າພຣະເຄື່ອງ ແລະ ຕຣະກຸດ ທີ່ຂອ້ຍມີໃນຕົວເຮັດໃຫ້ຂ້ອຍບໍ່ເປັນຫຍັງ ເພື່ອນໆພັນລາວຄິດວ່າແນວໃດ ກ່ຽວກັບເລືອງແບບນີ້.