ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

  

ບໍ່ວ່າເຮົາຈະເກີດມາເປັນຄົນທຸກຍາກຫຼືຮັ່ງມີ ງາມຫຼືບໍ່ງາມແບບໃດກໍ່ຕາມ ແຕ່ເມືອເຮົາເກີດມາເປັນມະນຸດແລ້ວ

ກໍ່ຖືວ່າດີທີ່ສຸດ ຊີວິດທຸກຄົນຕ້ອງດຳເນີນຕໍ່ໄປ 

        ຄົນທຸກຢາກດີຢາກໄດ້ຢາກເກັ່ງຢາກຮັ່ງມີຕ້ອງຝຶກຕົນ ເພາະມະນຸດຈະດີຈະປະເສີດໄດ້ດ້ວຍການຝຶກ ເຮົາບໍ່ເກັ່ງ

ບໍ່ຮັ່ງเໝືອນເຂົາ ເຮົາກໍ່ຕ້ອງພະຍາຍາມໃຫ້ຫຼາຍຂຶ້ນ ເພາະວ່າເຮົາເລືອກເກີດບໍ່ໄດ້ໃນຊາດນີ້  ເພາະເໃນຊາດກ່ອນ

ຮົາມີໂມຫະຄືຄວາມບໍ່ຮູ້ບໍ່ເຂົ້າໃຈທັມມະ ຈິ່ງເຮັດໃຫ້ເຮົາທຳກັມຊົ່ວຕ່າງໆໃນຫຼາຍໆແບບ ໃນທີ່ສຸດເຮົາກໍ່ເກີດມາ

ໃນຊາດນີ້ຕາມກັມຊົ່ວທີ່ເຮົາໄດ້ທຳໃນຊາດກ່ອນຫຼາຍໆຊາດ   ແຕ່ເຮົາເກີດມາເປັນມະນຸດໃນຊາດນີ້ແລ້ວມາເກີດໃນ

ສາສນາພຸທ ຮູ້ຈັກທັມມະໃນການທຳຄວາມດີແລ້ວ ໃນຊາດຕໍ່ ໄປຊີວິດຂອງເຮົາກໍ່ຈະໄດ້ ສຸກສະບາຍຕາມກັມດີທີ່ເຮົາ

ໄດ້ທຳໃນຊາດທີຜ່ານມາ ເຮົາກໍ່ສາມາດທີ່ຈະເລືອກເກີດໄດ້ ວ່າຢາກເປັນຫຍັງໃນຊາດຕໍ່ໄປ  ລະໃນຂະນະດຽວກັນເຮົາກໍ່ສາມາດເລືອກທີ່ຈະເປັນໃນສິ່ງທີ່ເຮົາຝັນໄດ້ໃນຊາດນີ້ດ້ວຍການລົງມືທຳດ້ວຍ

ຄວາມຂະຫຍັນຫມັ່ນພຽນອົດທົນແລ້ວຄວາມສຳເລັດຈະມາເຖິງແນ່ນອນ  ເພາະທີ່ເຮົາທຸກຍາກລຳບາກຢູ່ທຸກວັນນີ້

 ມັນອາດຈະບໍ່ໄດ້ຂຶ້ນເພາະກັມເກົ່າຢ່າງດຽວ ມັນອາດເພາະການກະທຳຂອງພວກເຮົາໃນປະຈຸບັນເຊັ່ນ:

 

ບໍ່ຝຶກຕົນ ເປັນຄົນກຽດຄ້ານ ເປັນຕົ້ນ

 

             ສຳຫຼັບຜູ້ຮັ່ງມີ ກໍ່ໃຫ້ລະນຶກສະເໝີວ່າເປັນເພາະກັມດີຂອງເຮົາທີ່ໄດ້ທຳໃນຊາດກ່ອນໆ ມັນສົ່ງຜົນ

ໃຫ້ພວກເຮົາແລ້ວໃນຊາດນີ້ ກໍ່ຂໍໃຫ້ຮູ້ວ່າລະນຶກເອົາຄວາມດີນັ້ນປະຕິບັດຕົນໃນທາງທີ່ດີຕໍ່ໄປໃນການ

ດຳເນີນຊີວິດຕໍ່ໄປ ເພື່ອຄວາມສຸກໃນປະຈຸບັນຊາດແລະໃນຊາດໜ້າຕໍ່ໄປ ແລະໃນຂະນະດຽວກັນກໍ່ໃຫ້

ຮູ້ເຂົ້າໃຈວ່າຄວາມສຸກສະບາຍຄວາມຮັ່ງມີທີ່ເຮົາມີໃນທຸກວັນນີ້ ມັນອາດບໍ່ໄດ້ຂຶ້ນເພາະກັມເກົ່າສະເຫມີ

ສ່ວນໜຶ່ງກໍ່ມາຈາກຄວາມຂະຫຍັນຫມັ່ນພຽນຂອງການປະກອບກິດການງານຂອງເຮົາເອງ.......

                                               ສ......ສະຫວັນນາ

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 23, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຢາກມີເງີນຕ້ອງເຮັດງານຈຶ່ງພານພົບ
ຢາກຮຽນຈົບຕ້ອງຂະຫຍັນໝັ່ນສຶກສາ
ຢາກມີຮັກຕ້ອງຜັກໄຜ່ວຽນໄປມາ
ຢາກມີຫນ້າຕ້ອງຫຍື່ນຫນ້າອາສາຄົນ
ຢາກມີກຽດຈຶ່ງເລີກຊົ່ວຢ່າຢ້ານອົດ
ຢາກມິຍົດຕ້ອງກ້າແຂ່ງທຸກແຫ່ງຫົນ
ຢາກເປັນໜຶ່ງຕ້ອງເພິ່ງເຊິ່ງກາຍຕົນ
ຢາກເປັນຄົນຕ້ອງມີ ທັມ ປະຈຳໃຈ 

 

ຫາກຮັກໃຜຂໍໃຫ້ຮັກພຽງແຕ່ເຄິ່ງ
ອີກເຄິ່ງຫນຶ່ງເກັບຫົວໃຈເອົາໄວ້ຝັນ
ຫາກວັນໃດຖືກເຂົາຕັດຄວາມສຳພັນ
ຂໍໃຫ້ເອົາໃຈອີກເຄິ່ງນັ້ນມາທົດແທນ ອິໆ

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 21, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

       ໃນຍຸກແຫ່ງໂລກໂລກາພິວັດຫຼືຍຸກແຫ່ງວັດຖຸນິຍົມ ຄືຄົນທັງລາຍໄດ້ຫຼົງໃຫລນຳວັດຖຸນິຍົມທົ່ວໂລກ ຄົນເຮົາຫັນໄປເພິ່ງວັດຖຸເປັນຊີວິດຈິດໃຈຈົນບາງ

ຄົນເຖິງກັບມົວເມົາຂາດສະຕິ ຖ້າບໍ່ມີມັນກໍ່ເກີດຄວາມທຸກ ແລະເພາະເຫດນີ້ເອງຈິ່ງເຮັດໃຫ້ຄົນເຮົາຂາດສິລທັມເນື່ອງຈາກຂາດທັມມະອັນເປັນເຄື່ອງພັດທະນາ

ທາງດ້ານຈິດໃຈ ໜຶ່ງໃນນັ້ນກໍ່ຄື ຜູ້ທີ່ເປັນລູກໄດ້ເລີ່ມປະພຶດຕົວບໍ່ດີ ລູກບາງຄົນເນລະຄຸນແລະບໍ່ກະຕັນຍູຕໍ່ພໍ່ແມ່ ມົວມົວນຳວັດຖຸຈົນຂາດສະຕິ

       ລູກບາງຄົນພໍ່ແມ່ໂທຫາ ແຕ່ບອກວ່າບໍ່ວ່າງ ແຕ່ຄວາມຈິງແລ້ວຂີ້ຕົວະພໍ່ແມ່ ຕົວເອງໄປທ່ຽວຫຼີ້ນຊອປປິ້ງກັບແຟນເສີຍ ຄວາມສຸກໃນຄອບຄົວລະຫວ່າງພໍ່ແມ່

ກັບລູກຄ່ອຍໆ ຫາຍໃປໃນສາຍໃຍຄວາມຜູກພັນ ລູກບາງຄົນຄົນບໍ່ເຄີຍຮູ້ວ່າ ພໍ່ແມ່ນັ້ນຄອຍຫ່ວງໄຍລູກທຸກເວລາ ລູກບາງຄົນນັ້ນເລີ່ມລືມພໍ່ແມ່ໄປທຸກເວລາ ເຫຼົ່າ

ນີ້ເປັນເລື່ອງຈິງທີ່ໄດ້ເຫັນລູກຫຼາຍຄົນປ່ຽນໄປ ມັນສະທ້ອນໃຫ້ເຫັນວ່າສັງຄົມຂາດທັມມະ ພວກເຮົາທີ່ເປັນລູກເຄີຍຄິດບໍ່ວ່າ ພໍ່ແມ່ເພີ່ນຢູ່ແນວໃດ ເປັນແນວໃດ ແຕ່ລະປີ

ໄປຢ້ຽມພວກທ່ານຫຼືບໍ ຢ່າລໍໃຫ້ພວກທ່ານເຈັບປ່ວຍແລ້ວຈິ່ງໄປຢ້ຽມ ເພາະບາງທີພວກເຮົາອາດບໍ່ມີເວລາໄດ້ກອດພວກທ່ານໄດ້ດູແລພວກທ່ານ ເພາະທຸກສິ່ງໃນໂລກເປັນ

ອະນິຈຈັງຄືບໍ່ແນ່ນອນ ພວກທ່ານອາດຈະຈາກພວກເຮົາໄປກ່ອນວັນນັ້ນມາເຖິງຫຼືພວກເຮົາເອງອາດຈະຈາກພວກທ່ານໄປກ່ອນກໍ່ໄດ້ ພຣະພຸທທະເຈົ້າຕັສວ່າ ”ລູກທີ່ດີລະນຶກເຖິງຄຸນພໍ່ແມ່ໃຫ້

ເຖິງທີ່ສຸດ ຫາກນຳແມ່ມາວາງໄວ້ເທິງບ່າຂວາ ນຳພໍ່ມາວາງໄວ້ເທິງບ່າຊ້າຍ ດູແລຮັກສາພວກທ່ານ ໃຫ້ພວກທ່ານອຸຈຈາຣະ ປັສສະວະ ຢູ່ເທິງບ່າທັງສອງຢູ່ແນວນັ້ນຈົນຮອດ 100 ປີ ກໍ່ຖືວ່າຍັງບໍ່ໄດ້ຕອບແທນບຸນຄຸນພວກທ່ານທັງສອງໄດ້ສູງສຸດ”

     ດັ່ງນັ້ນຂໍໃຫ້ພວກເຮົາທັງລາຍທີ່ເປັນລູກໄດ້ກະລຸນນາເສຍສະຫຼະຄວາມສຸກສ່ວນຕົວຂອງຕົວເອງໄປຢ້ຽມພວກທ່ານແດ່ ຊື້ຂອງໄປຝາກພວກທ່ານ ຖ້າຢູ່ໄກໂທຫາພວກ

ທ່ານໃຫ້ກຳລັງໃຈ ຖາມຂ່າວສຸກທຸກພວກທ່ານຕາມໂອກາດແລະເວລາເທົ່າທີ່ຈະທຳໄດ້

        ບຸນຄຸນຂອງພໍ່ແມ່ນີ້ໜັກກວ່າສິງຂອນ........................................ອັນພູເຂົາເລົ່າກາກໍ່ປຽບປູນບໍ່ມີໄດ້

ປັນຍາໄວຄວາມຮູ້ບຸນຄຸນພໍ່ແມ່ເຮົາເດ................................................ເພີ່ນເອົາແພຜ້າຕຸ້ມເຮົາຈິ່ງໄດ້ໃຫຍ່ມາ

       ຈົນວ່າເຮົາແກ່ກ້າເປັນໜຸ່ມເປັນສາວ...........................................ເມື່ອເຖິງຄາວຄວາມດີແຕ່ງປຸນແປງໃຫ້

ເພີ່ນໄດ້ແນມຫາໄວ້ໃຜເດນໍຊິມາເປັນຄູ່ເຮົາເດ......................................ພໍໄດ້ມາສືບສ້າງແທນເຊື້ອສືບສະກຸນ

        ຈຳໄວ້ເດີໜຸ່ມນ້ອຍນ້ອງນຸ່ງທາຣະກາ.........................................ຍາມເມື່ອເຮົາໂກທາຢ່າຕໍ່ຄຳໃຫ້ວາຍວຸ້ນ

ຄິດເເຖິງຄຸນເພີ່ນລ້ຽງເຮົາມາແຕ່ຍັງອ່ອນ............................................ເຖິງຍາມຫຼັບຍາມນອນໃຫ້ພວກເຮົາເອົາດອກໄມ້ບູຊາໄວ້ທີ່ສູງ

                                                                                           

                                                                                       ສ......ສະຫວັນນາ      ( ຮັກພໍ່ແມ່ສະເໝີແລະຕະຫຼອດໄປ)

       

ຂຽນເມື່ອ ຂຽນເມື່ອ: ທ.ວ.. 17, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

        ຟັງເດີຂ້ອຍຊິເວົ້າຂ້ອຍຊິເລົ່າຕາມຄວາມຈິງ   ບໍ່ໄດ້ອິງນິທານເລື່ອງໃດທັງນັ້ນ

ປະສົບການຄືຂ້ອຍນັ້ນເຫັນມາຫຼາຍຈິ່ງບອກເລົ່າ   ຄົນຮັກເຮົາຄັກແທ້ໆຄືແມ່ນັ້ນດອກຜູ້ດຽວ

    ຮັກບໍ່ມີຄົດລ້ຽວບໍລິສຸດໃສຊື່                        ຄືດັ່ງນ້ຳຫວານໃສໆຢູ່ໃນໜ່ວຍໝາກພ້າວຫວານເຈົ້າເຂົ້າສູ່ໃຈ

ສ່ວນຄຳເຂົາຜູ້ອື່ນນັ້ນຮ້ອຍພັນຄຳເວົ້າອ່ອຍ         ຫວານພໍປານນ້ຳອ້ອຍທາງໃຈສົ້ມກວ່າໝາກນາວ

    ອ້າຍຮັກນ້ອງຈັ່ງຊັ້ນນ້ອງຮັກອ້າຍຈັ່ງຊີ້ດີແດ່ແຕ່ຄຳຈາ  ຈັກສັນຫາມາແຕ່ໃສເວົ້າໄປບໍ່ມີສິ້ນ

ນີ້ລະນາງ ລົມລິ້ນຂອງຊາຍຢ່າໄດ້ເຊື່ອ    ບາດເຂົາເບື່ອເຈົ້າແລ້ວຊິປະຖີ້ມປ່ອຍວາງ

     ໃຫ້ນາງທວນເບິ່ງຂ້າງທາງພໍ່ດ່ານາງພັດສູນ   ຫຼົງລືມຄຸນຂືນຄວາມບໍ່ເຊື່ອຟັງພໍດີ້

ໜຶ່ງຄຳດ່າຂອງພໍ່ນີ້ມີຄ່າມະຫາສານ    ພັນຄຳຫວານຈາກຊາຍບໍ່ອາດມາທຽມໄດ້

    ນາງເອີການຊິເອົາຜົວຊ້ອນຄຽງສອງໃຫ້ຄິດເບິ່ງ ບໍ່ແມ່ນຄິດຢາກໄດ້ກົງໃຈແລ້ວແມ່ນເອົາ

ຢ່າໄດ້ຫຼົງເດີເຈົ້າເຫັນເຂົາຫຼໍ່ຫວານຄຳ ໃຫ້ຄະລຳເຂົາບາຍຊິເສຍໃຈເດີເຈົ້າ

     ຄັນເຂົາຮັກເຮົາແທ້ໃຫ້ພໍ່ແມ່ໄປຂໍ   ເຂົ້າຫ້ອງຫໍມື້ໃດຈິ່ງໃຫ້ບາຍຕົວເຈົ້າ

ເຈົ້າໝູ່ລູກສາວໂກ້ຢ່າໂມໂຫຍາມພໍ່ດ່າ   ກະຍ້ອນຮັກລູກແທ້ແລງເຊົ້າຈິ່ງຄ່ອຍເຕືອນ

    ໝູ່ລູກສາວເອີຍ ພໍ່ແມ່ເບິ່ງຢູ່ເດີລູກຫຼ້າເຖິງເວລາຊິບອກກ່າວ   ຄັນລູກສາວພັ່ງພ້ອມຊິຍອມໃຫ້ຄູ່ສູ່ແນວ

ຄັນເຈົ້າພ້ອມພັ່ງແລ້ວຄືເຮືອນສາມນ້ຳສີ່   ມີຫຍັງແດ່ນ້ອງຫຼ້າຂວັນຕານ້ອງໃຫ້ໄຕ່ຖາມ

     ຮີດສິບສອງຄອງສິບສີ່ໝູ່ລູກສາວຄວນສຶກສາໄວ້ໃຫ້ດີ    ມີປະເພນີລາວເຮົາພ້ອມດົນນານຄາວກີ້

ຄັນເຮັດໄດ້ຈັ່ງຊີ້ຮູ້ປະເພນີໝົດສູ່ບ່ອນ   ຄັນຊິມີຄູ່ຊ້ອນພໍ່ນັ້ນຫາກຊິໃຫ້ເອົາ

   ຮູ້ແລ້ວບໍນ້ອງຫຼ້າຜະຫຍາເລົ່າເວົ້າຂານໄຂ    ວ່າຜູ້ໃດຮັກເຮົາຈິງບໍ່ມີລວງລໍ້

ພໍ່ເພີ່ນດ່າແມ່ເພີ່ນຮ້າຍ ຍ້ອນຮັກຫຼາຍດອກເພີ່ນຈິ່ງເວົ້າ    ໃຫ້ເຮົານັ້ນຮູ້ໃສ່ໃຈ ຮັກຢູ່ໃນໂລກນີ້ມີແທ້ພໍ່ແມ່ຕົນ ດອກເດີ...

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 27, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 ບໍ່ແມ່ນບໍ່ເຊື່ອຢ່າຫຼົບລູ່ ແຕ່ເຊື່ອຫຼືບໍ່ເຊື່ອຕ້ອງຮູ້ ຕ້ອງສຶກສາໃຫ້ເຂົ້າໃຈ

        ຂ້າພະເຈົ້າຂຽນບົດຄວາມນີ້ຂຶ້ນເພື່ອ ຂະຫຍາຍແລະວິເຄາະຂໍ້ຄວາມທີ່ວ່າ ບໍ່ເຊື່ອຢ່າຫຼົບລູ່ ເນື່ອງຈາກເຫັນຫຼາຍຄົນ ມັກກ່າວໃນເມື່ອ ບໍ່ເຊື່ອເລື່ອງໃດໜຶ່ງທີ່ລຶກລັບ ກໍ່ມັກກ່າວວ່າ

”ບໍ່ເຊື່ອຢ່າຫຼົບລູ່”  ໝາຍຄວາມວ່າແນວໃດ? 

         ໃນທາງພຣະພຸທທະສາສນາ ໃນເລື່ອງສິ່ງລີ້ລັບຫຼືໄສຍະສາດຕ່າງໆນັ້ນ ພຸທທະສາສນາກໍ່ບໍ່ໄດ້ປະຕິເສດວ່າບໍ່ມີ່ ເຖິງມີພຣະພຸທທະເຈົ້າເອງກໍ່ບໍ່ໄດ້ໃຫ້ເພິ່ງ ເພາະມັນຈະທຳໃຫ້

ຫຼົງມົວເມົາ ບໍ່ອຳນວຍຕໍ່ການພັດທະນາຕົນເອງ ແລະໃນທາງທັມມະກໍ່ຄືບໍ່ເປັນໄປເພື່ອດັບກິເລດຕັນຫາແລະຍາກແກ່ການຫຼຸດພົ້ນ

         ຖ້າພວກເຮົາເຊື່ອກໍ່ຄວນສຶກສາເພື່ອຈະໄດ້ເຂົ້າໃຈ ຖ້າບໍ່ເຊື່ອກໍ່ຄວນສຶກສາໃຫ້ເຂົ້າໃຈ ບໍ່ແມ່ນວ່າເຊື່ອແລ້ວກໍ່ຈົບ ບໍ່ເຊື່ອກໍ່ບອກວ່າ ”ບໍ່ເຊື່ອຢ່າຫຼົບລູ່”  ເຊິ່ງອາດເປັນຜົນສະທ້ອນຕໍ່

ເລື່ອງນັ້ນໆທີ່ເຮົາເຊື່ອຫຼືບໍ່ເຊື່ອ  ເຖິງແມ່ນວ່າອາດບໍ່ເຂົ້າໃຈໝົດກໍ່ຕາມແຕ່ຄວນສຶກສາ ຖ້າບໍ່ດັ່ງນັ້ນແລ້ວ ສົມມຸດເຮົາບໍ່ເຊື່ອເຮົາເອງກໍ່ອາດໄປຫຼົບລູ່ຕໍ່ສິ່ງເຫຼົ່ານັ້ນທີ່ເຮົາບໍ່ເຊື່ອ ເຫດເພາະ

ເຮົາບໍ່ຮູ້ເນື່ອງຈາກເຮົາບໍ່ໄດ້ສຶກສາໃຫ້ເຂົ້າໃຈນັ້ນເອງ  ດັ່ງນັ້ງແລ້ວຈະເຊື່ອຫຼືບໍ່ເຊື່ອກໍ່ຄວນສຶກສາຈະໜ້ອຍຫຼືຫຼາຍກໍ່ຍັງດີກວ່າບໍ່ໄດ້ສຶກສາເລີຍ 

        ດັ່ງນັ້ນແລ້ວ ຖ້າທ່ານທັງຫຼາຍເຊື່ອຫຼືບໍ່ເຊື່ອໃນເລື່ອງລີ້ລັບອັນໃດກໍ່ຕາມ ເຮົາບໍ່ຄວນກ່າວວ່າ ”ບໍ່ເຊື່ອຢ່າຫຼົບລູ່”  ຕ້ອງປ່ຽນມາກ່າວວ່າ ”ເຊື່ອກໍ່ຈະສຶກສາ ແລະບໍ່ເຊື່ອກໍ່ຈະສຶກສາ”

ເພື່ອຈະໄດ້ເຂົ້າໃຈຈະໜ້ອຍຫຼືຫຼາຍກໍ່ແລ້ວແຕ່ຄວາມສາມາດແລະໂອກາດຈະອຳນວຍໃຫ້ເຮົາສຶກສາ.... 

                       ຕິດຕາມອ່ານເລື່ອງລີ້ລັບໄສຍະສາດແລະອະພິນິຫານທີ່ກ່ຽວຂ້ອງກັບເລື່ອງຂ້າງເທິງນີ້ໄດ້ໃນບົດຄວາມທັມມະຕໍ່ໄປໃນຄັ້ງໜ້າ ໄວໆນີ້

                                                                                                        ໂດຍ:    ສ.......ສະຫວັນນາ

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 23, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 ຍິ້ມຫລອກລວງ

         ເຈົ້າໄດ້ຍິ້ມ, ໄດ້ເວົ້າແລ້ວຂ້ອຍກໍ່ເຊື່ອ

ໂດຍທຸກຄຳເວົ້າແລະຮອຍຍິ້ມນັ້ນ-ຫລອກລວງ

      ຜູ້ຊາຍຄົນໜຶ່ງຄົງຈະບໍ່ຫວັງອີກຕໍ່ໄປ

ຂ້ອຍກໍ່ເຊັ່ນກັນ, ຄົງໝົດຫວັງກັບສິ່ງທີ່ເຄີຍຫວັງມາກ່ອນ

    ຈົ່ງຢ່າປ່ອຍໃຫ້ຄວາມຕ້ອງການເຊັ່ນນີ້ຂອງເຈົ້າສູນສິ້ນໄປເລີຍ

ເຊີນຫລອກລວງຂ້ອຍເລີຍ ຫລວງລວງໃຫ້ເຕັມໃຈເຈົ້າອີກຄັ້ງເລີຍ.....

   ( ແດ່ຜູ້ຍິງຫລອກລວງແລະຫຼາຍໃຈ...)

     ແປຈາກບົດກະວີຂອງ Walter Savage Landor

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 5, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 ບໍ່ສຳຄັນວ່າທ່ານທັງຫຼາຍຈະຢູ່ຊົນຊາດໃດ ສາສນາໃດຫຼືເວົ້າພາສາໃດ ໃນເລື່ອງຂອງຄວາມກະຕັນຍູນັ້ນ ເປັນສິ່ງທີ່ຢູ່ເໜືອສິ່ງ

ສົມມຸດ ນອກເໜືອລັດທິນິກາຍ ນອກເໜືອຊາດ ສາສນາ ພາສາ ຜິວພັນ ຫຼືວັນນະໃດໆ ທັງໝົດທັ້ງສິ້ນ ແຕ່ເປັນເລື່ອງຄວາມສຳ

ພັນລະຫວ່າງພໍ່ແມ່ຜູ້ໃຫ້ຊີວິດ ກັບລູກຜູ້ໄດ້ຊີວິດ

      ໃຜກໍ່ຕາມເປັນຜູ້ທີ່ໄດ້ຊີວິດຈາກພໍ່ແມ່ ເຂົາຜູ້ນັ້ນກໍ່ສົມຄວນຈະກັບໄປທົດແທນພະຄຸນແລະກະຕັນຍູຕໍ່ຜູ້ເປັນພໍ່ເປັນແມ່

ໂດຍບໍ່ຕ້ອງຕິດໃຈສົງໃສວ່າ ຄຳສອນຂອງເລື່ອງຄວາມກະຕັນຍູນັ້ນ ເປັນຄຳສັ່ງສອນທາງສາສນາພຸດ

       ເພາະທີ່ແທ້ຈິງແລ້ວ ຄຳສອນເລື່ອງຄວາມກະຕັນຍູນັ້ນເປັນຄຳສອນຂອງໂລກເປັນມາລະຍາດຂອງວິນຍານຄົນທົ່ວໂລກ

ທີ່ທ່ານປະພຶດປະຕິບັດສືບຕໍ່ກັນມາ ມະນຸດທຸກຄົນຄວນເປັນຜູ້ທີ່ມີຄວາມກະຕັນຍູຕໍ່ບິດາມານດາຜູ້ໃຫ້ກຳເນີດ ບໍ່ພຽງເພາະວ່າ

ສິ່ງນີ້ເປັນສິ່ງທີ່ລູກຄວນຈະທຳເທົ່ານັ້ນ ແຕ່ເພາະສິ່ງນີ້ເປັນຈັນຍາບັນຂອງມະນຸດຜູ້ມີອະຣິຍະທັມ

     ໃຜກໍ່ຕາມທີ່ເກີດມາເປັນມະນຸດແລ້ວ ຫຼົງລືມມານດາບິດາຜູ້ໃຫ້ກຳເນີດ ບຸກຄົນຜູ້ນັ້ນເປັນໄດ້ຢ່າງທີ່ສຸດກໍ່ພຽງສັດໂລກ

ຊະນິດໜຶ່ງເທົ່ານັ້ນ

     ດັ່ງນັ້ນ ເຮົາທຸກຄົນຄວນຫາໂອກາດແລະຕ້ອງຮູ້ແລະລະນຶກຢູ່ສະເໝີວ່າ ເມື່ອເກີດມາເປັນມະນຸດແລ້ວ ຈະຕ້ອງກະຕັນຍູ

ກະຕະເວທີຕໍ່ມານດາບິດາໃຫ້ເຖິງທີ່ສຸດ ເຖິງເຮັດບໍ່ໄດ້ທາງກາຍ ກໍ່ຕ້ອງປະພຶດໃຫ້ໄດ້ທາງໃຈ.....

       ( ໃຫ້ກຳລັງໃຈລູກໆທຸກຄົນທີ່ກຳລັງທຳຄວາມດີຕອບແທນພະຄຸນພໍ່ແມ່ ເຖິງແມ່ນວ່າມີອຸປະສັກ ສູ້ໆ ເດີ

ແລະຄົນໃດທີ່ຂາດພໍ່ແມ່ໄປແລ້ວ ກໍ່ຢ່າທໍ້ ທຳຕົວໃຫ້ເປັນຄົນດີໃນສັງຄົມ ຫາກວິນຍານທ່ານຮັບຮູ້ກໍ່ຄົງມີຄວາມສຸກ)

      ຮັກແລະກຕັນຍູຕໍ່ພໍ່ແມ່ສະເໝີແລະຕະຫຼອດໄປ....ຈາກລູກ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 2, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

   ຄວາມຈິງ

       ຄວາມຈິງກໍ່ຄື ຂ້ອຍຮັກເຈົ້າ

ບໍ່ວ່າສິ່ງໃດໆທີ່ເຈົ້າເຮັດ

ຄວາມຈິງກໍ່ຄືຂ້ອຍຮັກເຈົ້າໃດ

ຂໍໃຊ້ເວລາຢູ່ກັບເຈົ້າ

    ຄວາມຈິງກໍ່ຄື ຂ້ອຍຮັກເຈົ້າ

ພຽງເພື່ອຂໍໃຫ້ໄດ້ຢູ່ທີ່ນັ້ນ

ຄວາມຈິງກໍ່ຄື ຂ້ອຍຮັກເຈົ້າ

ແລະຂ້ອຍບໍ່ສົນໃຈຫຍັງເລີຍອີກແລ້ວ

     ຄວາມຈິງກໍ່ຄື ເມື່ອເຈົ້າໄດ້ຈາກໄປ

ຂ້ອຍບໍ່ສາມາດແມ່ນວ່າຈະຄິດມັນ

ຄວາມຈິງກໍ່ຄື ເໝືອນກັບເຮືອໄທທານິກ

ຫົວໃຈຂ້ອຍຈົມລົງໃນທັນທີທັນໃດ

      ຄວາມຈິງກໍ່ຄື ເໝືອນກ້ອນນ້ຳແຂງໃນທະເລ

ຫົວໃຈຂ້ອຍລະລາຍໄປຢ່າງໄວເລີຍ

ຄວາມຈິງກໍ່ຄື ນີ້......

ເປັນຫົນທາງທີ່ຂ້ອຍຮູ້ສຶກສະເໝີມາ

     ຄວາມຈິງກໍ່ຄື ຂ້ອຍບໍ່ແຄຣ໌

ສິ່ງທີ່ຄົນອື່ນໆ ພວກເຂົາໄດ້ເວົ້າກັນ

ຄວາມຈິງກໍ່ຄື ຫາກບໍ່ມີເຈົ້າ

ທ້ອງຟ້າຂອງຂ້ອຍກໍຈະມືດລົງ

       ຄວາມຈິງກໍ່ຄື ຂ້ອຍຮັກເຈົ້າ

ບໍ່ວ່າເປັນຫຍັງກໍ່ຕາມທີ່ເຈົ້າເຮັດ

ແຕ່ຄວາມຈິງທີ່ແທ້ຈິງກໍ່ຄື

ຂ້ອຍໄດ້ຕົກຫຼຸມຮັກເຈົ້າແລ້ວໝົດຫົວໃຈທີ່ຂ້ອຍມີ

               ມອບແດ່ຫົວໃຈທຸກດວງທີ່ມີຮັກ........

                     ແປຈາກບົດກະວີຂອງ   Nyla S. Funderburk

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 31, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 ລະຫວ່າເຮົາທັງສອງ

        ນີ້ຄືບົດກະວີຈາກຂ້ອຍເຖິງເຈົ້າ

ເພື່ອເຮັດໃຫ້ເຈົ້າສຸກໃຈໃນຂະນະທີ່ຮູ້ສຶກເສົ້າໝອງ

ຄຳເວົ້າເຫຼົ່ານີ້ຂ້ອຍໄດ້ຂຽນອອກມາຈາກຫົວໃຈ

ດັ່ງນັ້ນ, ຂໍໃຫ້ຂ້ອຍໄດ້ກ່າວມັນຕັ້ງແຕ່ຕົ້ນ

      ມິດຕະພາບທີ່ເຮົາມີມານັ້ນເປັນສຳພັນສຸດແສນດີ

ພວກເຮົາຍຶດໝັ້ນຕໍ່ກັນບໍ່ເໝືອນຄົນພວກອື່ນ

ພວກເຂົາເດີນໜີຈາກກັນໃນເມື່ອບໍ່ແຄຣ໌

ແຕ່ໃນຍາມທີ່ຂ້ອຍຮ້ອງໄຫ້ ເຈົ້າກໍ່ຢູ່ທີ່ນັ້ນ

       ເຈົ້າເຮັດໃຫ້ຂ້ອຍຍິ້ມແຍ້ມສະເໝີ

ເຈົ້ານັ້ນສຸດແສນດີ ເຈົ້າຢູ່ເທິງສູງສຸດ

ເຈົ້າບໍ່ເຄີຍໄດ້ປ່ອຍໃຫ້ຂ້ອຍຜິດຫວັງ

ເຈົ້າສ້າງຮອຍຍິ້ມຂຶ້ນຈາກຄວາມໝົ່ນໝອງຂອງຂ້ອຍ

    ດັ່ງນັ້ນ ເພື່ອນໃຈເອີຍ ຍາມໃດທີ່ເຈົ້າຮູ້ສຶກໂສກເສົ້າ

ຂໍໃຫ້ຈຳໄວ້ວ່າຂ້ອຍມາຢູ່ທີ່ນີ້ເພື່ອເຈົ້າ

ເພາະເຈົ້າຄືບຸກຄົນທີ່ຂ້ອຍສາມາດໄວ້ວາງໃຈ

ມັນຢູ່ລະຫວ່າງເຮົາທັງສອງສະເໝີໄປ.......

                      ມອບໃຫ້ທຸກໆຄວາມຮັກ

 

       ແປຈາກບົດກະວີຂອງ   Tanya  Winson

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 29, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 ຂ້ອຍຈະຢູ່ບ່ອນນີ້ສະເໝີ

ຫາກໃນຍາມເຊົ້າຕອນເຈົ້າຕື່ນຂຶ້ນ

ຫາກດວງຕາເວັນບໍ່ປະກົດ ຂ້ອຍຈະຢູ່ບ່ອນນີ້

ຫາກໃນຄວາມມືດພວກເຮົາເບິ່ງບໍ່ເຫັນພາບແຫ່ງຄວາມຮັກ

ໃຫ້ຈັບມືຂ້ອຍໄວ້ແລະບໍ່ຕ້ອງມີຄວາມກົວ

ຂ້ອຍຈະມາຢູ່ບ່ອນນີ້

 

ຂ້ອຍຈະຢູ່ບ່ອນນີ້

ໃນຍາມທີ່ເຈົ້າຮູ້ສຶກເໝືອນງຽບສະຫງັດ

ໃນຍາມທີ່ເຈົ້າຕ້ອງການລະບາຍຄວາມໃນໃຈ

ຕະຫຼອດເຖິງການຊະນະການພ່າຍແພ້

ແລະການພະຍາຍາມເຮົາຈະຢູ່ດ້ວຍກັນ

ແລະຂ້ອຍຈະມາຢູ່ບ່ອນນີ້ສະເໝີ

ຫາກໃນຍາມເຊົ້າຕອນເຈົ້າຕື່ນຂຶ້ນ

ຫາກມັນເບິ່ງເໝືອນເປັນວັນທີ່ບໍ່ສົດໃສ ຂ້ອຍຈະຢູ່ບ່ອນນີ້

 ແນ່ນອນມັນເທົ່າກັບລະດູຖຶກສ້າງຂຶ້ນເພື່ອການປ່ຽນແປງ

ເວລາແຫ່ງຊີວິດຂອງເຮົາມັນກໍ່ຖຶກສ້າງຂຶ້ນເປັນເວລາອັນຍາວນານ

ຂ້ອຍຈະມາຢູ່ບ່ອນນີ້...       ມອບໃຫ້ທຸກໆ ຄວາມຮັກ  

             ແປຈາກບົດກະວີຂອງ Steven Curtis Chapman........ ຢ່າລືມຕິດຕາມອ່ານໃນຄັ້ງຕໍ່ໄປ....

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 28, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

 1. ຢ່າຕຳນິປະນາມ ແລະເວົ້າກ່າວນິນທາຄົນອື່ນ

 2. ໃຫ້ຍົກຍ້ອງສັນລະເສີນເຂົາດ້ວຍຄວາມບໍລິສຸດໃຈ

 3. ຕ້ອງກະຕຸ້ນໃຫ້ອີກຝ່ານໜຶ່ງປະສົບຜົນສຳເລັດຕາມທີ່ເຂົາຕ້ອງການ

 4. ໃຫ້ເອົາໃຈໃສ່ຕໍ່ຜູ້ອື່ນຢ່າງແທ້ຈິງ

 5. ຍິ້ມແຍ້ມແຈ່ມໃສສະເໝີ

 6. ໃຫ້ຈຳໄວ້ວ່າຊື່ບຸກຄົນໃດກໍ່ຕາມ ສຳຫຼັບບຸກຄົນນັ້ນເປັນສຳນຽງທີ່ຫວານທີ່ສຸດແລະສຳຄັນທີ່ສຸດໃນພາສາມະນຸດ

 7. ໃຫ້ເປັນນັກຟັງທີ່ດີ ແລະສະໜັບສະໜູນອີກຝ່າຍໜຶ່ງໄດ້ເວົ້າເລື່ອງລາວຂອງເຂົາ(ຢ່າຂັດຄໍ)

 8. ໃຫ້ສົນທະນາໃນເລື່ອງທີອີກຝ່າຍໜຶ່ງສົນໃຈ

 9. ແລະເຮັດໃຫ້ຜູ້ອື່ນເກີດຄວາມຮູ້ສຶກເປັນຄົນສຳຄັນແລະຕ້ອງເຮັດດ້ວຍຄວາມສຸດຈະລິດໃຈ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 28, 2011 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

     ບາງສິ່ງທີ່ເຈົ້າຕ້ອງຮູ້ໄວ້

ໃນໂລກນີ້ ຂ້ອຍຮູ້ດີວ່າເປັນຈິງ

ວ່າບໍ່ມີໃຜອື່ນທີ່ຂ້ອຍຈະຮັກໄດ້ນອກຈາກເຈົ້າ

ວັນເວລາຍາວນານເຕັມໄປດ້ວຍຄວາມຈົດຈຳຈະບໍ່ມີວັນສິ້ນສຸດ

ມັນເປັນເພາະຂ້ອຍໄດ້ຕົກຫຼຸມຮັກກັບເພື່ອນຄົນໜຶ່ງ

ຂ້ອຍບໍ່ເຄີຍຄາດຄິດວ່າຈະໄດ້ຮູ້ສຶກແບບນີ້

ຂໍໃຫ້ເຊື່ອຂ້ອຍເດີເມື່ອຂ້ອຍໄດ້ເວົ້າອອກໄປ

ຮັກຂອງຂ້ອຍຄືສາຍນ້ຳນ້ອຍໆ

ຄວາມຮູ້ສຶກດີໆທັງໝົດທີ່ມີຈະບໍ່ມີວັນປ່ຽນແປງ

ວັນເວລາມັນໝູນວຽນໄປແລະກັບມາ

ແຕ່ທັງໝົດທີ່ຂ້ອຍຕ້ອງການໃຫ້ເຈົ້າຮູ້ນັ້ນຄື

ຂ້ອຍຄິດຮອດເຈົ້າ....ຄືສິ່ງທີ່ຢູ່ໃນໃຈຂ້ອຍສະເໝີ

ບໍ່ມີຄຳເວົ້າອື່ນໃດທີ່ຂ້ອຍສາມາດເວົ້າໄດ້

ຮັກຂອງຂ້ອຍທີ່ໃຫ້ກັບເຈົ້າໝັ້ນຄົງແລະຈະບໍ່ມີວັນສິ້ນສຸດ

ຂ້ອຍຮັກເຈົ້າສະເໝີແລະຕະຫຼອດໄປ ທີ່ຮັກຂອງຂ້ອຍ ເພື່ອນໃຈຂອງຂ້ອຍ...

                 ມອບໃຫ້ທຸກໆ ຄວາມຮັກ                      

ແປຈາກກະວີຂອງ Harve Abella.....ຢ່າລືມຕິດຕາມຕໍ່ໃນຄັ້ງໜ້າ

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 27, 2011 | ມີ 1 ຄຳເຫັນ ແລະ 0 trackback(s)

 1. ບັນທືກສິ່ງທີ່ໜ້າສົນໃຈ

 2. ຢ່າຂຽນເລື່ອງທັງໝົດທີ່ຈະເວົ້າ

3. ຢ່າທ່ອງຈຳເລື່ອງທີ່ຈະເວົ້າ

4. ພະຍາຍາມຍົກຕົວຢ່າງໃຫ້ຫລາຍ

5. ກະກຽມເລື່ອງລາວໃຫ້ຫຼາຍໄວ້ກ່ອນ

6. ຝຶກຊ້ອມເວົ້າເມື່ອມີໂອກາດ

7. ຢ່າກັງວົນວ່າຈະເວົ້າແນວໃດ ແຕ່ຄິດເຖິງວ່າຈະເວົ້າແນວໃດ

8. ຢ່າຮຽນແບບຄົນອື່ນ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 27, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

 ບັນໃດ 13 ຂັ້ນ ສຳຫຼັບການເປັນນັກເວົ້າທີ່ດີ ພິທີກອນ.....

  1. ຕຽມຕົວໃຫ້ພ້ອມ                                              9. ສຽງດັງໃຫ້ພໍດີ                                                                        

  2. ຝຶກຊ້ອມໃຫ້ດີ                                                  10. ຢ່າໃຫ້ມີເອີອ້າ                                  

  3. ທ່າທີໃຫ້ສະຫງ່າ                                              11. ເບິ່ງເວລາໃຫ້ພໍຄົບ                                 

  4. ໜ້າຕາໃຫ້ຮຽບຮ້ອຍ                                        12. ສະຫຼຸບຈົບໃຫ້ຈັບໃຈ                               

  5. ກ່າວຄຳທັກທາຍຢ່າໃຫ້ສັບສົນ                         13. ຍິ້ມແຍ້ມແຈ່ມໃສໃນການເວົ້າ                             

  6. ເລີ່ມຕົ້ນໃຫ້ດູດດຶງ

  7. ເລື່ອງລາວໃຫ້ພໍດີກັບເວລາ

  8. ຕາຈັບທີ່ຜູ້ຟັງ

ຄຳກອນຕະຫຼົກໆ ປະກອບການເວົ້າ

   ຄວາມຮັກຂອງເຮົາເໝືອນກຽວເຊືອກ

  ຜູ້ຍິງຮັກເຮົາເພື່ອເລືອກຕ້ອງເຂົ້າໃຈ

  ຖ້າລາວບໍ່ຮັກເຮົາກໍ່ແລ້ວໄປ

  ຢ່າເສີຍໃຈເພື່ອນເອີຍ ກະເທີຍມີ......  ຮະໆ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 

ສອງເປັນໜຶ່ງດຽວ

 ຂ້ອຍເປັນຊາຍ ເຈົ້າຄືທະເລ ຮັກຂອງເຈົ້າເປັນນ້ຳລ້າງທົ່ວຕົວຂ້ອຍໃຫ້ງົດງາມ

ຂ້ອຍຄືດວງເດືອນ ເຈົ້າຄືດວງຕາເວັນ ໃນຈັກກະວານນີ້ເຮົາລວມກັນເປັນໜຶ່ງ

ຂ້ອຍຄືອາກາດ ເຈົ້າຄືສາຍລົມ ເຈົ້າພັດເອົາຄວາມສຸກເຂົ້າມາ ເຊິ່ງມີຄວາມຮັກເທົ່ານັ້ນທີ່ສາມາດສົ່ງມາໄດ້

ເຈົ້າຄືດີນ ຂ້ອຍຄືດອກກຸລາບ ດ້ວຍການເອົາໃຈໃສ່ແລະດູແລຮັກສາ ຄວາມສຳພັນຂອງເຮົາກໍ່ຈະພັດທະນາດີຂຶ້ນເລື້ອຍໆ

ເຈົ້າຄືຈິດໃຈ ຂ້ອຍຄືຫົວໃຈ ຂ້ອຍຮູ້ດີວ່າ ເຮົາທັງສອງຈະບໍ່ມີວັນຢູ່ໄກກັນເກີນໄປ

    ເຈົ້າຄື...

ເຈົ້າຄືແສງແດດ ແລ້ວກໍ່ຄືແສງດາວດ້ວຍ

ເຈົ້າຄືທ້ອງຟ້າສີນ້ຳເງີນ ແລະນ້ຳຄ້າງໃນຍາມເຊົ້າ

ເຈົ້າຄືສຽງເພງຂອງນົກນ້ອຍ ແລະກໍ່ເປັນແສງດວງເດືອນ

ເຈົ້າຄືທຸກສິ່ງທຸກຢ່າງຂອງຂ້ອຍ ຢູ່ໃນຄວາມຝັນທັງໝົດ

ເຈົ້າຄືສຽງເພງ ພາຍໃນໃຈຂອງຂ້ອຍ

ເຈົ້າຄືສັນຍາ ບໍ່ມີວັນທີ່ຈະພາກຈາກກັນ

ເຈົ້າຄືຈັງຫວະການເຕັ້ນຂອງຫົວໃຈ ຄືລົມຫາຍໃຈຂອງຂ້ອຍ

ຂ້ອຍຂໍຝາກຄຳຫມັ້ນຈະຮັກເຈົ້າ 

    ຕະຫລອດໄປ...ຈົນເຖິງລົມຫາຍໃຈຄັ້ງສຸດທ້າຍຂອງຊີວິດ  

              ແດ່ທຸກໆຄວາມຮັກ 

ຢ່າລືມຕິດຕາມອ່ານໃນຄັ້ງໜ້າ..... ສ......ສະຫວັນນາ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 23, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

( ຕໍ່ຕອນທີ່ຜ່ານມາ) 

  ຫາກມະນຸດຊາດໃນໂລກກວ້າງໃຫຍ່ໜ່ວຍນີ້ ໄດ້ຮັບການສຶກສາແລະປະຕິບັດຕາມຄຳສອນຂອງພຣະພຸທທະສາສນາແລ້ວ

ການຮຽກຮ້ອງຫາຄວາມຮັກແລະສັນຕິພາບເພື່ອໃຫ້ເກີດຂຶ້ນຢູ່ໃນສັງຄົມໂລກຢ່າງທີ່ພະຍາມກັນໃປະຈຸບັນ ຄົງບໍ່ເປັນເລື່ອງລຳ

ບາກຈົນເກີນໄປ ເເພາະຫລັກຄຳສອນຂອງພຣະພຸທທະສາສນາເປັນຄຳສອນແຫ່ງສັນຕິສຸກແລະສັນຕິພາບ ຈາກການສຶກສາ

ປະຫວັດສາດພຣະພຸທທະສາສນາ ບໍ່ເຄີຍມີແມ່ນແຕ່ໜ້າດຽວໃນຕຳລາທີ່ເປື້ອນດ້ວຍເລືອດ ຂອງບຸກຄົນຜູ້ເຄາະຮ້າຍເພາະ

ເຫດແຫ່ງການປະກາດສັຈຈະທັມແລະການເຜີຍແຜ່ພຣະພຸທທະສາສນາ ດ້ວຍການຍາດຊິງຄົນໃຫ້ມານັບຖືສາສນາພຸດເລີຍ

ຫລືສ້າງຄວາມກຽດຊັງໃນສາສນາອື່ນ 

  ຄວາມຮັກເປັນອຳນາດຢ່າງໜຶ່ງໃນຈິດໃຈຂອງມະນຸດ ທີ່ມີອິດທິພົນຫລາຍ ແລະສາມາດທຳໃຫ້ເກີດອາລົມຫລາກຫລາຍທີ່

ກົງກັນຂ້າມກັນໄດ້ຢ່າງບໍ່ໜ້າເຊື່ອ ບໍ່ວ່າຈະເປັນຄວາມສຸກ ຄວາມທຸກ ຄວາມຍິນດີ ຄວາມໂສກເສົ້າ ນັກກາວີ ບາງທ່ານໄດ້ກ່າວ

ໄວ້າວ່າ  ຄວາມຮັກທຳໃຫ້ໂລກໝຸນ ທຳໃຫ້ຄົນຊົ່ວກັບກາຍເປັນຄົນດີ ຄວາມຮັກບັນດານໃຫ້ໄດ້ສິ່ງຫລາຍຢ່າງ ແລະທີ່ສຳຄັນ

ຄວາມຮັກບໍ່ແມ່ນມີພຽງແຕ່ໃນໜຸ່ມສາວເທົ່ານັ້ນ ມັນຍັງຄວບຄຸມໄປເຖິງ ຄວາມຮັກລະຫວ່າງພໍ່ແມ່ກັບລູກ ອາຈານກັບລູກສິດ 

ເພື່ອນຕໍ່ເພື່ອນ ແລະລວມໄປເຖິງສິ່ງຕ່າງໆ ທີ່ຢູ່ຮ່ວມໂລກດຽວກັນເຊັ່ນ ສັດເດຣະສານ ເປັນຕົ້ນ ຄວາມຮັກມີຄວາມໝາຍທີ

ກວ້າງຂວາງບໍ່ມີຂອບເຂດຈຳກັດ ແລະມັນກໍ່ເຮັດໃຫ້ມະນຸດທຸກຊາດທຸກສາສນາຢູ່ຮ່ວມກັນໄດ່ຢ່າງສັນຕິສຸກ

  ຄວາມຮັກຜ່ານເຂົ້າອອກດວງໃຈຂອງເຮົານັບແຕ່ມື້ເຮົາເກີດ ມີນຕາເບິ່ງໂລກ ພົບກັບພໍ່ແມ່ຜູ້ໃຫ້ຄວາມອົບອຸ່ນລ້ຽງດູແລະ

ຍາດພີ່ນ້ອງຜູ້ມີສານເລືອດດຽວກັນ ເມື່ອໃຫຍຂຶ້ນກໍ່ໄດ້ຮູ້ຈັກເພື່ອນຜູ້ຍິງຜູ້ຊາຍໄວດຽວກັນຫຼືຕ່າງໄວ ຄວາມຮັກກໍ່ແຕກກິ່ງ

ກ້ານສາຂາອອກໄປ ຈົນທີ່ສຸດກໍ່ໄດ້ພົບຄົນທີ່ຖືກອົກຖືກໃຈ ຫວັງໃຫ້ມາເປັນຄູ່ຊີວິດ ຄວາມຮັກກໍ່ໄດ້ເບັ່ງບານອອກໄປໃນຮູບ

ແບບໜຶ່ງອອກ ເມື່ອຕົກລົງກັນໄດ້ແລ້ວກໍ່ມີການໝັ້ນແຕ່ງງານໃຊ້ຊີວິດຮ່ວມກັນ ຈົນໃນທີ່ສຸດກໍ່ມີລູກ ໃນຊ່ວງທີ່ລ້ຽງລູກດ້ວຍ

ຄວາມຮັກກໍ່ເປັນເວລາໜຶ່ງທີ່ຂອງຊີວິດ ເມື່ອເລາຜ່ນໄປນານເຂົ້າ ຊີວິດກໍ່ເຂົ້າສູ່ໄວເຖົ້າແກ່ ຄວາມຮັກແບບໄວລຸ້ນກໍ່ຫມົດໄປ

ປ່ຽນແປງມາເປັນຄວາມຮັກຄວາມຫ່ວງໃຍໃນລູກໃນຫລານແລະບໍລິວານອ້ອມຂ້າງຕ່າງໆຄາມຢ່າງຜູ້ສູງອາຍຸ................

                     ສ.........ສະຫວັນນາ

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 23, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

      ຄວາມຮັກນັ້ນເປັນສິ່ງທີ່ຢູ່ຄູ່ກັບມະນຸດເຮົາມານານແສນນານ ແລະມະນຸດທຸກຄົນມີຄວາມຮັກຢູ່ພາຍໃນໃຈ ຫລາຍຫລືຫນ້ອຍແຕກຕ່າງກັນໄປ

ຄວາມຮັກຄືຫຍັງລະ?  ພວກທ່ານທັງຫລາຍທີ່ຢູ່ໃນສະມະຊິກພັນລາວເຮົາທີ່ກຳລັງອ່ານກໍ່ຄົງມີຄຳຕອບສຳຫລັບຕົນເອງຢູ່ແລ້ວບາງຄົນອາດຕອບວ່າ  ຄວາມຮັກຄື ສິ່ງເຕີມເຕັມໃຫ້ຊີວິດ

ບາງຄົນອາດຕອບວ່າ ຄວາມຮັກຄືທຸກສິ່ງທຸກຢ່າງຂອງຊີວິດ ຫລືບາງຄົນອາດຕອບວ່າ ຄວາມຮັກຄື ນາມທັມທີ່ເບິ່ງບໍ່ເຫັນແຕ່ສາມາດສຳຜັດໄດ້ດ້ວຍຫົວໃຈ ເປັນຕົ້ນ

ເຊິ່ງມີຜູ້ຄິດຈຳແນກຄຳວ່າຄວາມຮັກອອກເປັນແຕ່ລະສ່ວນຄືແບບສຳພັດຕົວອັກສອນຄື ພາສາອັງກິດຄຳວ່າຮັກຄື  LOVE

     L    ຕົວທຳອິດໜ້າຈະໝາຍເຖິງ      Lake  of  sorrow  ທະເລສາບແຫ່ງຄວາມເສົ້າໂສກ

     O   ຕົວທີສອງໜ້າຈະໝາຍເຖິງ     Ocean  of  tear      ມະຫາສະມຸດແຫ່ງນ້ຳຕາ

     V    ຕົວທີສາມໜ້າຈະໝາຍເຖິງ     Valley of  death     ຫຸບເຂົາແຫ່ງຄວາມຕາຍ ຫລືອາດເປັນ V Valentine ກໍ່ໄດ້

     E    ຕົວທີສີ່ໜ້າຈະໝາຍເຖິງ         End  of  life             ຈຸດຈົບຂອງຊີວິດ

                ຖ້າຫາກຄວາມຮັກມີຄວາມຫມາຍເປັນຈິງຕາມແບບສຳພັດອັກສອນ ອັງກິດ ສີ່ຕົວນີ້ແລ້ວ ຄວາມຮັກມັນຈະເປັນສິ່ງສວຍງາມຈິງໄດ້ບໍ?  

 ແຕ່ໃນທາງພຣະພຸທທະສາສນາມີຫລັກຄຳສອນປະການຫນຶ່ງກ່ຽວກັບຄວາມຮັກ ນັ້ນຄືຫລັກແຫ່ງເມຕຕາ ຫລືຄວາມຮັກຄວາມປາດຖະໜາດີຕໍ່ຜູ້ອື່ນ ຫລືໃນຄວາມຫມາຍທີ່ກວ້າງອອກໄປ

ຄືຄວາມຮັກທີ່ມີຕໍ່ມະນຸດດ້ວຍກັນ ຕະຫລອດເຖິງສັບພະສັດທີ່ເປັນເພື່ອນທຸກ ເກີດ ແກ່ ເຈັບ ຕາຍ ດ້ວຍກັນທັງຫມົດ   ໃນທາງພຣະພຸທທະສາສນາໄດ້ກ່າວເຖິງການເກີດຂອງຄວາມຮັກໄວ້ຫລາຍ

ແບບດ້ວຍກັນ ແຕ່ໃນທີ່ນີ້ຈະຂໍນຳມາກ່າວພຽງ ສອງແບບ

 1. ບຸພເພສັນນິວາດ ການຢູ່ຮ່ວມກັນໃນອະດີດຊາດ ຄືການທີ່ເຄີຍຢູ່ຮ່ວມກັນ ເຄີຍສະໜິດສະໜົມມັກຮັກກັນມາ ເຄີຍລ້ຽງດູກັນມາ ເຄີຍທຳບຸນດ້ວຍກັນແລະອື່ນໆ ດັ່ງນັ້ນເມືອມາພົບກັນໃນ

     ຊາດນີ້ ເຖິງແມ່ນວ່າຫາກໍ່ພົບກັນ ກໍ່ເກີດຄວາມຮັກຂຶ້ນທັນທີ ຮູ່ສຶກສະໜິດສະໜົມ ເຫມືອນເຄີຍຮູ້ຈັກກັນມາກ່ອນ ເຊິ່ງຕົນເອງກໍ່ບໍ່ຮູ້ສາເຫດເລີຍວ່າເປັນຫຍັງຄືຮັກ ດັ່ງຄຳທີ່ມັກເວົ້າວ່າ

    ເຮົາທັ້ງສອງຄົງເຄີຍທຳບຸນຮ່ວມຊາດ ຕັກບາດຮ່ວມຂັນ ເປັນຕົ້ນ

2. ການຊ່ອຍເຫລືອເກື້ອກູນກັນໃນຊາດປະຈຸບັນ  ຄືການຊ່ອຍເຫລືອກັນໃນເລື່ອງຕ່າງໆ ສ້າງຄວາມຮັກຄວາມໄວ້ວາງໃຈຕໍ່ກັນ ຊ່ອຍເຫລືອແລະແບ່ງປັນກັນໃນຄວາມສຸກທຸກຕ່າງໆ

     ໄກ້ຊິດໄກ້ເລື້ອຍໆ ສ່ວນຫລາຍແມ່ນຄົນທີ່ຢູ່ໃນທີ່ດຽວກັນເຊັ່ນ ຮຽນດ້ວຍກັນ ເຮັດວຽກດ້ວຍກັນ ເປັນຕົ້ນ ເຊິ່ງຄວາມຮັກແບບນີ້ກໍ່ສາມາດເກີດຂຶ້ນ ເຖິງແມ່ນວ່າຈະບໍ່ມີຮັກແບບທີໜຶ່ງ

    (ພວກທ່ານເດເຄີຍມີຄວາມຮັກປະເພດໃດເກີດຂຶ້ນແລ້ວ ຫລືກຳລັງເກີດຂຶ້ນຢູ່ຕອນນີ້...)

          ພໍເທົ່ານີ້ກ່ອນເນາະ........ ເລື່ອງຄວາມຮັກນີ້ຍັງມີຕໍ່ໃນຄັ້ງໜ້າ ຢ່າລືມຕິດຕາມເລື່ອງອ່ານຕໍ່ໄປ.........   ສ.......ສະຫວັນນາ

 

        

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 16, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 ກັມຄືຫຍັງ? ທຸກທ່ານມີຄວາມເຫັນກ່ຽວກັບກັມແນວໃດ?

         ຂໍໃຫ້ທຸກທ່ານຈົ່ງສະແດງຄວາມຄິດເຫັນເລື່ອງກັມໃນພຣະພຸທທະສາສນາວ່າເຫັນວ່າເປັນແນວໃດ? ແກ້ກກັມໄດ້ບໍ? ກັມເກີດຂຶ້ນແນວໃດ? ສົ່ງຜົນແນວໃດ? ແລະຫລາຍໆ ໃນສາສນາອື່ນເດເຊື່ອ

ເລື່ອງກັມບໍ? 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 15, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 ຄຳສອນສາສນາ ໃດທີ່ໄກ້ຄຽງກັບວິທະຍາສາດຫລາຍທີ່ສຸດ ເພາະຫຍັງ? ໃຫ້ເຫດຜົນ

          ຂໍໃຫ້ທຸກທ່ານຈົ່ງສະແດງຄວາມຄິດເຫັນດ້ວຍເຫດແລະຜົນດ້ວຍຄວາມຮູ້ ຫ້າມຫລົບລູ່ສາສນາໃດໆ ເດັດຂາດ ທ່ານສາມາດໃຫ້ຄວາມເຫັນໃນຄຳສອນຂອງສາສນາທີ່ທ່ານັບຖືໄດ້ ທີ່ເຊື່ອມໂຍງກັບຫົວຂໍ້ຂ້າງເທິງ ແລະຂໍໃຫ້ທຸກທ່າພິຈາຣະນາຄຳເວົ້າຂອງ ອັລເບຣິຕໄອສະຕາຍນ ລຸ່ມນີ້ ປະກອບວ່າ ລາວຄືກ່າວເຊັ່ນນີ້ (ຍ້ຳ ຫ້າມຫລົບລູ່ສາສນາອື່ນໆ ໂດຍເດັດຂາດ)

"The religion of the future will be a cosmic religion. It should transcend personal God and avoid dogma and theology. Covering both the natural and the spiritual, it should be based on a religious sense arising from the experience of all things natural and spiritual as a meaningful unity. Buddhism answers this description. If there is any religion that could cope with modern scientific needs it would be Buddhism". (Albert Einstein) ........[1954, from Albert Einstein:The Human Side, edited by Helen Dukas and Banesh Hoffman, Princeton University Press]

"ສາສນາໃນອະນາຄົດຈະຕ້ອງເປັນາສານາສາກົນ ສາສນານັ້ນຄວນຢູ່ເໜືອພະເຈົ້າທີ່ມີຕົວຕົນ ແລະຫລີກເວັ້ນຈາກຄຳສອນທີ່ຖືເປັນສັດຈະທຳ(ຄືເປັນຄຳສອນທີ່ສຳເລັດຮູບ ທີ່ໃຫ້ເຊື່ອຕາມພຽງຢ່າງດຽວໂດຍບໍ່ພິຈາຣະນາ) ແລະຄຳສອນແບບເທວະວິທະຍາ (ຄືເພິ່ງເທວະດາເປັນຫລັກໃຫຍ່) ສາສນານັ້ນເມື່ອຄວບຄຸມທັ້ງທຳມະຊາດແແລະຈິດໃຈ ຈິ່ງຄວນມີຮາກຖານຢູ່ໃນສາມັນສຳນຶກທາງສາສນາທີ່ເກີດຂຶ້ນຈາກປະສົບການຕໍ່ສິ່ງທັ້ງປວງ ຄືທັ້ງທຳມະຊາດແລະຈິດໃຈທີ່ເປັນໜ່ວຍລວມທີ່ມີຄວາມຫມາຍ ພຣະພຸທທະສາສນາຕອບຂໍ້ກຳຫນດນີ້ໄດ້ ຖ້າຈະມີສາສນາໃດທີ່ຮັບມືໄດ້ກັບຄວາມຕ້ອງການທາງວິທະຍາສາດສະໄຫມໃຫມ່ປະຈຸບັນ ສາສນານັ້ນກໍ່ຄວນເປັນພຣະພຸທທະສາສນາ" 

ຂໍ້ຄວນຮູ້ແລະເຂົ້າໃຈ:  ທຸກສາສນາສອນໃຫ້ທຳຄວາມດີລະເວັ້ນຄວາມຊົ່ວ ສອນໃຫ້ມີຄວາມສຸກຫລຸດພັ້ນຈາກຄວາມທຸກ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 14, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 ຄວາມສຸກທີ່ໄດ້ຈາກການເສບວັດຖຸຕ່າງໆ ມັນສຸກຈິງບໍ່? ທຸກທ່ານມີຄວາມຄິດຢ່າງໃດ? ແລະທ່ານມີວິທີສ້າງຄວາມສຸກໃນການຢູ່ກັບວັດຖຸຕ່າງໆແນວໃດ ເພື່ອໃຫ້ມີຄວາມທຸກຫນ້ອຍທີ່ສຸດ? ກະລຸນາໃຫ້ເຫດຜົນໃນໃນທັດສະນະຄະຕິໃນພຸທທະສາສນາແລະສາສນາອື່ນໆ ວ່າເປັນແນວໃດ ເພື່ອພວກເຮົາທັງຫລາຍຈະໄດ້ມີຄວາມສຸກໃນການຢູ່ໃນສັງຄົມ