ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 3, 2012 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 ຄຳຖາມນີ້ເປັນຄຳຖາມທີ່ຕອບຍາກສົມຄວນສຳຫຼັບປຸຖຸຊົນຄົນທຳມະດາ ວ່າທີ່ແທ້ຈິງແລ້ວຄົນເຮົາເກີດມາເຮັດຫຍັງ, 

ຫຼາຍຄຳຕອບແຕກຕ່າງກັນອອກໄປ ບາງຄົນກໍ່ຕອບວ່າ ເກີດມາເພື່ອ ທຳຄວາມດີ ເກີດມາເພື່ອທຳຄວາມຊົ່ວ..ຢ່າງນີ້
ເປັນຕົ້ນ ແຕ່ເມື່ອເກີດມາແລ້ວມັນກໍ່ມີຫຼາຍຄົນທີ່ກະທຳການແຕກຕ່າງກັນອອກໄປ ບາງຄົນກໍ່ທຳດີ ບາງຄົນທຳຊົ່ວ ບາງ
ຄົນທຳດີແດ່ທຳຊົ່ວແດ່ ປະປົນກັນໄປ ຕົວເອງເວົ້າວ່າ ເກີດມາແລ້ວຕ້ອງທຳຄວາມດີ ແຕ່ກໍ່ທຳບໍ່ໄດ້........ເປັນຕົ້ນ
ສຳຫຼັບທາງພຣະພຸທທະສາສນາແລ້ວ ຕາມຄວາມຄິດຂອງຂ້າພະເຈົ້າ ຕອບແບບ
ສັ້ນໆ ໄດ້ໃຈຄວາມວ່າ ຄົນເຮົາເກີດມາເພື່ອ:
  1. ຄົນເຮົາເກີດມາເພື່ອກະທຳກັມ ຄືເວົ້າແນວນັ້ນ ເຫດເພາະເມື່ອຄົນເຮົາເກີດມາແລ້ວຕ້ອງໄດ້ກະທຳກັມແມ່ນບໍ? 
ກັມໃນທີ່ນີ້ພຣະພຸທທະເຈົ້າສອນວ່າຄົນເຮົາຕ້ອງໄດ້ກະທຳກັມ ກໍ່ຄື ກັມດີ(ກັມຂາວ), ກັມຊົ່ວ(ກັມດຳ), ກັມດີກັມຊົ່ວ
(ກັມຂາວກັມດຳ),ແລະກັມບໍ່ຂາວບໍ່ດຳ(ກັມທີ່ດຳເນີນຕາມມັຄຜົລຫຼືຄວາມສິ້ນກັມນັ້ນເອງ)
  2. ເກີດມາເພື່ອສິ້ນກັມ ຄືເມື່ອຄົນເຮົາເກີດມາແລ້ວ ເຮົາກໍ່ສາມາດທີ່ກະທຳກັມອັນເປັນຫົນທາງແຫ່ງຄວາມສີ້ນກັມ ເຊັ່ນ:
ມັຄຜົນນິພານ ເໝືອນກັບພຣະພຸທທະເຈົ້າແລະພຣະອໍຣະຫັນສາວົກ ເກີດມາເພື່ອສິ້ນກັມ ຄືຈະບໍ່ກັບມາເກີດກະທຳກັມ
ອີກແລ້ວບໍ່ວ່າຈະເປັນກັມຂາວຫຼືດຳ ຖ້າຍັງເປັນມະນຸດ ຊາດນີ້ເປັນຊາດສຸດທ້າຍແລ້ວ ມັນຖືກກັບກັມບໍ່ດຳບໍ່ຂາວນັ້ນເອງ 
ແຕ່ກ່ອນຈະມາຮອດກັມບໍ່ຂາວບໍ່ດຳນັ້ນຕ້ອງສະສົມບາຣະມີຈາກກັມຂາວເສີຍກ່ອນເປັນພື້ນຖານ
    ນີ້ແຫລະເຫດທີ່ຄົນເຮົາຕ້ອງເກີດມາ ຖ້າພວກເຮົາທັງຫຼາຍທີ່ຢູ່ຮ່ວມກັນໃນສັງຄົມ ເກີດມາແລ້ວກະທຳກັມຂາວ(ກັມດີ),
ລະເວັ້ນຈາກກັມດຳຄື(ກັມຊົ່ວ), ສະສົມກັມຂາວໃຫ້ຫຼາຍຈົນນຳໄປສູ່ກັມບໍ່ຂາວບໍ່ດຳ(ກັມເພື່ອຄວາມສິ້ນກັມເພື່ອມັຄຜົນນິພພານ)
ໃນທີ່ສຸດເມື່ອພວກເຮົາເປັນພຣະອໍຣະຫັນສິ້ນກິເລດ ພວກເຮົາເອງກໍ່ຈະບໍ່ກັບມາເກີດອີກແລ້ວ ຊາດນີ້ເປັນຊາດສຸດທ້າຍ
ຂອງພວກເຮົາແລ້ວ  
        ແຕ່ຖ້າພວກເຮົາເກີດມາແລ້ວກະທຳກັມ ທັງກັມຂາວແດ່ ທັງກັມດຳແດ່ ປະປົນກັນໂອກາດທີ່ເຮົາຈະກັບມາ
ເກີດອີກກໍ່ຍັງມີບໍ່ສິ້ນສຸດ ຖ້າກັມດີຫຼາຍກໍ່ອາດເກີດພູມທີ່ດີແດ່ ເຊັ່ນ ມະນຸດຫຼືເທວະດາ ເມື່ອໝົດກັມດີແລ້ວກໍ່ອາດກັບ
ມາເກີດຕາມກັມຊົ່ວທີ່ສ້າງໄວ້ ເປັນແບບນັ້ນບໍ່ສິ້ນສຸດ ໝູນວຽນໃນ 31 ພູມ ບາງຄົນກັມຊົ່ວຫຼາຍກໍ່ອາດຕົກໄປເຖິງອະບາຍ
ພູມ 4 ຄື ນະລົກ, ເປຣດ, ສັດເດຣະສານ ແລະອສູນລະກາຍ 
     ດັ່ງນັ້ນພວກເຮົາທັງຫຼາຍທີ່ເປັນມະນຸດ ຂໍຈົ່ງຂະຫັຍນແລະອົດທົນໃນການກະທຳກັມຂາວ(ຄວາມດີ)ໃຫ້ຫຼາຍ ເພື່ອປູທາງ
ໄປສູ່ການກະທຳກັມທີ່ເປັນຫົນທາງສູ່ມັຄຜົລນິພານໃນທີ່ສຸດ
    ຂໍ້ຄວນຮູ້: ກັມຂາວໃນຄວາມໝາຍທົ່ວໄປສຳຫຼັບປຸຖຸຊົນ ຄືກັມດີ ທີ່ສື່ໄເຖິງຄົນເຮົາທຳແລ້ວຫວັງຜົນ ຄື: ຢາກເກີດສະຫວັນຊັ້ນຟ້າ,
ຢາກເປັນຄົນງາມຄົນລວຍ...ແບບນີ້ ເປັນຕົ້ນ ເຊິ່ງກັມແບບນີ້ອາດຍັງສົ່ງຜົນໃຫ້ພວກເຮົາຕ້ອງວຽນວ່າຍຕາຍເກີດໃນ 31 ພູມ
ແຕ່ກໍ່ຖືວ່າດີກວ່າກັມຊົ່ວ  ຖ້າຈະໃຫ້ດີແລ້ວ ທຳກັມດີໂດຍບໍ່ໃຫ້ຫວັງຜົນໃດ ທຳດີ ເພາະຢາກກຳຈັດກິເລດຕັນຫາ
ເພື່ອນຳໄປສູ່ມັຄຜົລນິພພານນັ້ນເອງ                                                                        
 
                                                                                                   ສ.....ສະຫັວນນາ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 18, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

     ຄົນເຮົານັ້ນມັກຈະເກີດທຸກຂຶ້ນສາມຢ່າງຄື:

1. ທຸກເພາະບໍ່ມີ   ສະນັ້ນຈົ່ງຂະຫຍັນຫາຂະຫັຍນເຮັດໃນສິ່ງທີ່ຢາກມີດ້ວຍຄວາມອົດທົນ ແລະການກກະທຳນັ້ນຕ້ອງກະ

ທຳໂດຍຊອບທຳອາຊີບທີ່ສຸດຈະລິດ

2. ທຸກເພາະບໍ່ພໍ   ຄືບໍ່ພໍໃນສິ່ງທີ່ມີຢູ່ຕອນນີ້ ຄືຢາກໄດ້ຫຼາຍເກີນໄປ ໄດ້ສ່ຳນີ້ແລ້ວຢາກໄດ້ເພີ່ມຂຶ້ນເລື້ອຍໆ ບໍ່ຮູ້ຈັກພໍຈັກເທື່ອ

ເກີດຄວາມໂລບມາກໂລພາ ຫຼາຍສ່ຳໃດກໍ່ບໍ່ພໍ ຄືຕ້ອງການບໍ່ສິ້ນສຸດ ໃນທີ່ສຸດເມື່ອບໍ່ໄດ້ຕາມຕ້ອງການກໍ່ເປັນທຸກ ສະນັ້ນຈົ່ງ

ພໍໃຈໃນສິ່ງທີ່ເຮົາມີແລ້ວຈະບໍ່ເປັນທຸກ

3. ທຸກເພາະບໍ່ເທົ່າກັບຄົນອື່ນ  ຄືເມື່ອໄດ້ສິ່ງທີ່ຕ້ອງການມາແລ້ວເຫັນຄົນອື່ນໄດ້ມາກກວ່າຕົນເກີດຄວາມອິດສາ ເກີດຄວາມ

ໂລບຢາກໃຫ້ໄດ້ເທົ່າກັບເຂົາ ເລີຍຕ້ອງເກີດຄວາມທຸກເພາະບໍ່ເທົ່າກັບຄົນອື່ນ ບໍ່ເຄີຍໄດ້ຫັນມາເບິ່ງຕົວເອງເລີຍວ່າຕົວເອງມີ

ຖານະເຊັ່ນໃດ ກຳລັງເທົ່າໃດ ຄິດແຕ່ຢາກໃຫ້ເທົ່າກັບຄົນອື່ນ ເພາະຖ້າເຮົາຢາກມີເທົ່າຄົນອື່ນແບບນີ້ບໍ່ສິ້ນສຸດຄວາມທຸກກໍ່ຈະ

ເກີດແກ່ເຮົາ  ຖ້າເຮົາມີເທົ່າກັບເຂົາບໍ່ນານເຂົາກໍມີມາກກວ່າເຮົາແລ້ວເຮົາກໍ່ຕ້ອງທຸກອີກແລ້ວເພາະຢາກໃຫ້ເທົ່າກັບເຂົາ ເປັນ

ແບບນີ້ບໍ່ສິ້ນສຸດ 

      ດັ່ງນັ້ນແລ້ວ ຈົ່ງຄິດບວກຍິ້ມເຂົ້າໄວ້ ເພາະບໍມີສິ່ງໃດແນ່ນອນທັງໝົດ(ມັນເປັນອະນິຈຈັງ) ບໍ່ມີສິ່ງໃດໄດ້ດັ່ງໃຈສະເໝີໄປ

(ມັນເປັນທຸກ) ແລະບໍ່ມີສິ່ງໃດຈະສົມບູນແບບທຸກຢ່າງ(ມັນເປັນອະນັຕຕາ) ຈົ່ງລະນຶກໃນໃຈສະເໝີວ່າ ”ບໍ່ມີສິ່ງໃດໄດ້ທຸກຢ່າງ

ດັ່ງໃຈຫວັງ ແລະບໍ່ມີສິ່ງໃດພາດຫວັງທຸກຢ່າງໄປ”    ກຳລັງໃຈແຮງບັນດານໃຈຄືພະລັງສຳຫຼັບກາຍແລະໃຈ ຈົ່ງຄົ້ນຫາ

ມັນວ່າຢູ່ບ່ອນໃດ ແລ້ວນຳມັນມາຢູ່ໃນໃຈແລ້ວເຮົາຈະມີພະລັງກາຍໃຈອັນມະຫາສານ ແລ້ວການໃຊ້ຊີວິດຂອງເຮົາໃນໂລກນີ້

ກໍ່ຈະງ່າຍຂຶ້ນແລະເປັນສຸກຫຼາຍຂຶ້ນກວ່າທີ່ເປັນຢູ່

                                                                                                    ສ......ສະຫວັນນາ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 11, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

     ທຸກຄົນທີ່ຢູ່ໃນເວັບພັນລາວນີ້ທີ່ໄດ້ອ່ານບົດຄວາມນີ້ຄົງຈະເຄີຍຕິດໃຈແລະຄິດທໍ້ໃຈໃນການທຳຄວາມດີໃນຫຼາຍໆຮູບແບບ

ແຕ່ເປັນຫຍັງບໍ່ໄດ້ຄວາມດີນັ້ນຕອບກັບມາ ສັງຄົມແລະຫຼາຍຄົນບໍ່ເຫັນໄດ້ໃຫ້ຄວາມດີນັ້ນຕອບແທນຕົວເຮົາເລີຍ ຮູ້ສຶກວ່າທໍ້ໃຈ

ບາງຄັ້ງແລະກ່າວວ່າ ”ທຳດີບໍ່ເຫັນໄດ້ດີ ທຳຊົ່ວໄດ້ດີມີເຕັມບ້ານ”  ເປັນຕົ້ນ

    ອັນທີ່ຈິງແລ້ວ ການທຳຄວາມດີນັ້ນ ຫາກທຳດີກໍ່ໄດ້ດີ ທຳຊົ່ວກໍ່ໄດ້ຊົ່ວ ບໍ່ປ່ຽນແປງໄປເປັນອື່ນຢ່າງແນ່ນອນ ແຕ່ທີ່ເຮົາເຫັນ

ວ່າການທຳດີຂອງເຮົາບາງຄັ້ງບໍ່ເຫັນສົ່ງຜົນນັ້ນ ມັນມີເຫດປັຈຈັຍ ມັນຕ້ອງອາໃສເວລາ ບໍ່ແມ່ນທຳດີໃຫ້ໄດ້ດີດຽວນີ້ຫຼືທຳຊົ່ວ

ແລ້ວໃຫ້ໄດ້ຊົ່ວເລີຍ ມັນຢູ່ທີ່ເຫດປັຈຈັຍ ບາງຄົນທຳດີແຕ່ຄວາມດີນັ້ນອາດຍັງບໍ່ສົ່ງຜົນ ບາງຄົນທຳຊົ່ວແຕ່ຄວາມຊົ່ວນັ້ນຍັງບໍ່

ອາດສົ່ງຜົນຕ້ອງລໍ ແຕ່ການທຳດີຫຼືຊົ່ວນັ້ນທີ່ເຫັນໄດ້ຊັດເຈນນັ້ນກໍ່ຄື ຄວາມຮູ້ສຶກພາຍໃນຈິດໃຈຂອງຄົນທັງສອງຈະຕ່າງກັນ

ຄົນທີ່ທຳດີຮູ້ສຶກສະບາຍໃຈ ຄົນທີ່ທຳຊົ່ວຮູ້ສຶກທຸກຮ້ອນໃຈຢ້ານຜົນຊົ່ວທີ່ຕົວເອງທຳໃຫ້ຜົນ ພຣະພຸທທະເຈົ້າກໍ່ສອນເລື່ອງການ

ສົ່ງຜົນຂອງກັມດີກັມຊົ່ວໃນເລື່ອງກັມລະອຽດຢູ່ແລ້ວ ວ່າກັມບາງຢ່າງເຫັນຜົນໃນຊາດນີ້ ກັມບາງຢ່າງຕ້ອງລໍຊາດຕໍ່ໄປ ເປັນຕົ້ນ

     ດັ່ງນັ້ນຈະໄດ້ຍົກການທຳຄວາມດີໃຫ້ໄດ້ຮັບຜົນຂອງຄວາມດີໃນທາງພຣະພຸທທະສາສນາມາໃຫ້ທຸກທ່ານໄດ້ໄປລອງກະທຳ

ເບິ່ງ ເພື່ອຈະໄດ້ຮັບຜົນຂອງຄວາມດີນັ້ນຈາກສັງຄົມແລະຜູ້ຄົນອ້ອມຂ້າງໃນປັດຈຸບັນ ມີ 4 ຢ່າງຄື:

   1. ທຳດີໃຫ້ຖືກສະຖານທີ່......

   2. ທຳດີໃຫ້ຖືກບຸກຄົນ.......

   3. ທຳດີໃຫ້ຖືກເວລາ.......

   4. ທຳດີໃຫ້ຖືກຄວາມສາມາດແລະທຳດີໃຫ້ສະເໝີຕົ້ນສະເໝີປາຍ.......

    ເພາະຖ້າພວກເຮົາທຳດີໄດ້ ສີ່ຢ່າງນີ້ ຢ່າງໜ້ອຍກໍ່ທຳໃຫ້ສັງຄົມແລະຜູ້ຄົນທີ່ໄດ້ຮັບຄວາມດີຈາກເຮົາຈະໄດ້ເຫັນຄຸນຄ່າຂອງ

ດີທີ່ເຮົາທຳ ແລ້ວເຂົາເຫຼົ່ານັ້ນກໍ່ຈະໃຫ້ຄວາມດີນັ້ນຕອບແທນແກ່ເຮົາອາໃສເຫດແລະປັຈຈັຍເປັນອົງປະກອບ......

                                                                                       ສ....ສະຫວັນນາ

 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 7, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

    ການດຳເນີນຊີວິດຂອງເຮົາທັງຫຼາຍໃນແຕ່ລະວັນ ອາດປະສົບພົບກັບຄວາມທຸກຄວາມສຸກປະປົນກັນໄປ ບາງຄົນມີທຸກ

ກໍ່ບໍ່ຮູ້ຈັກຈັດການກັບຄວາມທຸກຍິ່ງເພີ່ມທຸກຂຶ້ນກວ່າເກົ່າ ບາງຄົນພົບກັບຄວາມສຸກກໍ່ຫລົງມົວເມົາກັບຄວາມສຸກນັ້ນ ຈົມຢູ່

ແຕ່ຄວາມສຸກນັ້ນໆບໍ່ຮູ້ພັດທະນາຄວາມສຸກໃຫ້ຫຼາຍໃຫ້ດີຂຶ້ນອີກ ແລ້ວວັນໜຶ່ງຄວາມສຸກນັ້ນກໍ່ຫາຍໄປແລ້ວຄວາມທຸກກໍ່

ເຂົ້າມາແທນຄືເກົ່າອີກ ດັ່ງນັ້ນເຮົາທັງຫຼາຍຄວນຮູ້ຈັກວິທີປະຕິບັດກັບຄວາມສຸກທຸກ ເພື່ອຈະໄດ້ດຳເນີນຊີວິດໃຫ້ມີຄວາມ

ສຸກໃຫ້ຫຼາຍແລະຍາວນານໃນຕະຫຼອດຊີວິດທີ່ເຮົາຍັງມີລົມຫາຍໃຈ ດັ່ງນັ້ນຈະຂໍຍົກເອົາວິທີປະຕິບັດກັບຄວາມທຸກຄວາມ

ສຸກໃນທາງພຣະພຸທທະສາສນາມາໃຫ້ທຸກທ່ານໄດ້ອ່ານເພື່ອພິຈາລະນາແລະນຳໄປປະຕິບັດມີ ສີ່ ຂໍ້ດັ່ງນີ້:

  1. ຢ່າເອົາທຸກມາທັບຖົມຕົນທີ່ບໍ່ມີທຸກ  ເມື່ອພົບທຸກຕ້ອງສູ້ກັບທຸກຢ່າໜີທຸກ ໃຊ້ປັນຍາເບິ່ງທຸກເກີດຢູ່ໃສໃຫ້ດັບບ່ອນນັ້ນ

ຕ້ອງປະຕິບັດກັບມັນໃຫ້ຖືກຕ້ອງ ບໍ່ແມ່ນມີຄວາມທຸກແລ້ວມີຈິດຄິດຫຼາຍໃນຄວາມທຸກນັ້ນແລ້ວເພີ່ມຄວາມທຸກເພີ່ມອີກ

 2. ປະຕິບັດໃຫ້ເຖິງຄວາມສຸກທີ່ຊອບທັມ  ໝາຍຄວາມວ່າຄວາມສຸກທີ່ເຮົາໄດ້ມາຕ້ອງຊອບທັມດ້ວຍການປະກອບການ

ງານທີ່ຊອບທັມບໍ່ບຽດບຽນຕົນແລະຄົນອື່ນ ຖ້າຈຳເປັນຕ້ອງບຽດບຽນກໍ່ໃຫ້ໜ້ອຍທີ່ສຸດ

 3. ແມ່ນແຕ່ຄວາມສຸກທີ່ຊອບທັມນັ້ນກໍ່ຢ່າຫລົງຍຶດຕິດມົວເມົາ  ຄືເມື່ອເຮົາໄດ້ຮັບຄວາມສຸກທີ່ຊອບທັມນັ້ນແລ້ວໄປຫຼົງຍຶດ

ຕິດມົວເມົາຢຸດຢູ່ເທົ່ານັ້ນບໍ່ໄດ້ ເພາະມັນຈະເຮັດໃຫ້ເຮົາບໍ່ພັດທະນາຕໍ່ໄປໃນຂ້າງໜ້າ ຕ້ອງພັດທະນາຄວາມສຸກທີ່ຊອບທັມ

ນັ້ນເພີ່ມຂຶ້ນເລື້ອຍໆອີກ

4. ແລະສຸດທ້າຍຄື ຕ້ອງປະຕິບັດໃຫ້ເຖິງຄວາມສຸກທີ່ຊອບທັມນັ້ນໃຫ້ຫຼາຍຍິ່ງໆຂຶ້ນໄປ   ເມື່ອເຮົາໄດ້ຮັບຄວາມສຸກທີ່

ຊອບທັມນັ້ນຢ່າຍຸດເທົ່ານັ້ນ ເຮົາຕ້ອງເພີ່ມຄວາມສຸກທີ່ຊອບທັມນັ້ນໃຫ້ເພີ່ມຂຶ້ນໄປເລື້ອຍໆ ເພາະຄວາມສຸກມີຫຼາຍແລ້ວຄວາມທຸກ

ນັ້ນຈະໜ້ອຍລົງທັນທີ ເພາະໃນໂລກມະນຸດເຮົານີ້ສ່ວນຫຼາຍຄົນເຮົາຈະພົບກັບທຸກຫຼາຍກວ່າ ເນື່ອງຈາກຄົນເຮົານັ້ນມີກິເລດຕັນຫາ

ຊິງດີຊິງເດັ່ນແຂ່ງຂັນກັນໃນຫຼາຍໆຮູບແບບ ພວກເຮົາຄວນເພີ່ມຄວາມສຸກທີ່ຊອບທັມນັ້ນໃຫ້ຫຼາຍ ແລ້ວການດຳເນີນຊີວິດໃນໂລກ

ນີ້ກໍ່ຈະຄ່ອຍໜ້າຢູ່ຂຶ້ນ ເຖິງແມ່ນວ່າຈະບໍ່ແມ່ນຄວາມສຸກທີ່ສູງສຸດກໍ່ຕາມ ຂໍພຽງໃຫ້ສົມກັບກັບຄວາມສຸກຂອງຄຶຫັສເຮົາກໍ່ຖືວ່າດີແລ້ວ

ເຊັ່ນ: ສຸກເພາະການມີມີເງີນຄຳ

        ສຸກເພາະການໃຊ້ຈ່າຍເງີນຄຳ 

        ສຸກເພາະການບໍ່ເປັນໜີ້

        ແລະສຸກເພາະການປະກອບກິດການງານທີ່ຊອບ

                                    

                                         ສ....ສະຫັວນນາ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 4, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

 ໃນຊ່ວງເວລານີ້ ເປັນວັນຂຶ້ນປີໃຫມ່ສຳຫຼັບຄົນທົ່ວໂລກ ເຊັ່ນດຽວກັບປະເທດລາວຂອງພວກເຮົາກໍ່ຈະມີການມ່ວນຊື່ນສັງສັນກັນ

ເພື່ອຕ້ອນຮັບປີໃຫມ່ ເຊິ່ງເປັນເວລາໝູນວຽນມາຄົບຮອບປີ ເຊິ່ງຄົນເຮົາກໍ່ຄິດວ່ານານຄັ້ງມີເທື່ອໜຶ່ງຄວນສະເຫຼີມສະຫຼອງ

     ວັນເວລາຜ່ານໄປຄົບປີໜຶ່ງ ເວລາຄວາມຮູ້ສຶກຂອງແຕ່ລະຄົນບໍ່ຄືກັນ ບາງຄົນຖ້າມີຄວາມສຸກ ກໍ່ຮູ້ສຶກວ່າເວລາຜ່ານໄປໄວ

ບາງຄົນມີຄວາມທຸກທໍລະມານ ກໍ່ຮູ້ສຶກວ່າເວລາຜ່ານໄປຊ້າ ບາງຄົນມີຄວາມຫວັງລໍຢູ່ຂ້າງໜ້າ ກໍ່ຮູສຶກວ່າເວລາເດີນຊ້າແທ້ ເມື່ອ

ໃດຊິມາເຖິງເດຢາກໃຫ້ມາເຖິງໄວໆ ບາງຄົນມີກິດການງານຫຼາຍຢ່າງທີ່ຕ້ອງເຮັດ ກໍ່ຮູ້ສຶກວ່າເວລາຜ່ານໄປໄວແທ້ ເຮັດຫຍັງບໍ່

ທັນແລ້ວເລີຍ ບາງຄົນບໍ່ມີຫຍັງຕ້ອງເຮັດຕ້ອງທຳ ຢູ່ເສີຍໆ ກໍ່ຮູ້ສຶກວ່າເວລາເດີນຊ້າແທ້ນານແທ້…ເປັນຕົ້ນ ອັນທີຈິງແລ້ວ ເວລາ

ນັ້ນ ຍຸຕິທຳກັບທຸກຄົນະເໝີ ບໍ່ເຄີຍລຳອຽງເຂົ້າຂ້າງໃດເລີຍ ມີໃຫ້ທຸກຄົນເທົ່າໆກັນ ທີ່ວ່າຊ້າໄວນັ້ນ ເປັນຈິດໃຈຂອງເຮົາເອງໄປ

ຄິດໄປປຸງແຕ່ງເອົາເອງຕາມສະພາວະຕາມເຫດປັຈຈັຍອ້ອມຂ້າງ

     ສຳຫຼັບໃນທາງພຣະພຸທທະສາສນາແລ້ວ ພຣະພຸທທະເຈົ້າຕັສວ່າ ເວລານັ້ນບໍ່ມີຈິງ ເວລານັ້ນເປັນການສົມມຸດຂອງຄົນເຮົາຂຶ້ນ

ມາເພື່ອບົ່ງບອກຄວາມປ່ຽນແປງຂອງສັພພະສິ່ງໃນໂລກວ່າເປັນແນວໃດ ເຊັ່ນ: ຍາວສັ້ນ ໄວຊ້າ ເກົ່າໃຫມ່ ເດັກ ຜູ້ໃຫຍ່ ເປັນຕົ້ນ

 ແລະເຊັ່ນດຽວກັນໃນທາງວິທະຍາສາດ ອາລເບຮິຕ໌ ໄອສໄຕນ໌ ຄົ້ນພົບວ່າ ເວລາ ບໍ່ມີຈິງ ຍືດຫົດໄດ້  

      ເຖິງຢ່າງໃດກໍ່ຕາມ ເວລາທີ່ຄົນເຮົາສົມມຸດຂຶ້ນນີ້ກໍ່ເປັນການບົ່ງບອກຄວາມປ່ຽນແປງຂອງສິ່ງຕ່າງໆ ໃນໂລກ ຄົນເຮົາກໍ່

ຕ້ອງເອົາມາເປັນການສ້າງສິ່ງສົມມຸດຂຶ້ນຫຼາຍສິ່ງຫຼາຍຢ່າງ ເຊັ່ນ: ວັນຄົບຮອບວັນເກີດ ຄົບປີ ເປັນຕົ້ນ ແລະເຊັ່ນດຽວກັບວັນປີ

ໃຫມປີນີ້ກໍ່ມີເກີດຈັດກິດຈະກຳມ່ວນຊື່ນສັງສັນກັບເພື່ອນໆ ຍາດພີ່ນ້ອງ ທີ່ຮ່ວມໃນສັງຄົນ ເພື່ອຕ້ອນຮັບປີໃຫມ່ນີ້ຂຶ້ນ

      ບໍວ່າເວລາຈະຜ່ານໄປຫຼືຢູ່ກັບທີ່ກໍ່ຕາມມັນບໍ່ສຳຄັນ ພຣະພຸທທະເຈົ້າກ່າວວ່າ ເວລານັ້ນບໍ່ມີຈິງມັນຖືກສົມມຸດຂຶ້ນໂດຍມະນຸດເຮົາ

ເພື່ອບົ່ງບອກຄວາມປ່ຽນແປງຂອງສັພພະສິ່ງໃນໂລກວ່າປ່ຽນແປງໄປແນວໃດ ເຖິງແມ່ນວ່າ ເວລາຈະມີຫຼືບໍ່ມີ ສັພພະສິ່ງ

ໃນໂລກກໍ່ຍັງປ່ຽນແປງຢູ່ສະເໝີ ນີ້ຄື ທັມມະ ມັນຄືກົດທຳມະຊາດ ອະດິດ ກໍ່ຄືປະຈຸບັນ, ອະນາຄົດ ກໍ່ຄືປະຈຸບັນ, ສະນັ້ນພວກເຮົາຈິ່ງຄວນທຳປະຈຸບັນ

ໃຫ້ດີທີ່ສຸດນັ້ນພຽງພໍແລ້ວພວກເຮົາຈະມີຄວາມສຸກຕະຫຼອດໄປ

     ດັ່ງນັ້ນໃນວາຣະວັນຂຶ້ນປີໃຫມ່ນີ້ ຂ້າພະເຈົ້າໃນຖານະເພື່ອນຮ່ວມໂລກແລະຄົນລາວ ກໍ່ຂໍນຳເອົາທັມມະແລະຄຳອວຍພອນໃຫ້

ທຸກຄົນໃນພັນລາວແລະໃນປະເທດລາວເຮົາທຸກທ່ານດັ່ງນີ້:

1.    ໃນປີໃຫມ່ນີ້ທຸກທ່ານຕ້ອງມີຈິດໃຈໃຫມ່ ຄິດເວົ້າແຕ່ສິ່ງທີດີໆໃຫມ່ ກະທຳສິ່ງດີໆໃຫມ່ ທີ່​ດີໆ

2.    ໃນເມື່ອມີການມ່ວນຊື່ນເບີກບານໃນປີໃຫມ່ກໍ່ຂໍໃຫ້ມີສະຕິຢູ່ສະເໝີວ່າ ການມ່ວນຊື່ນຂອງເຮົານັ້ນຢ່າໃຫ້ກະທົບຕົນແລະຄົນອື່ນ

ອ້ອມຂ້າງໃຫ້ເດືອດຮ້ອນ ໃຫ້ຮູ້ຈັກພໍປະມານ

3.   ແລະສຸດທ້າຍ ໃນປີໃຫມ່ປີນີ້ ກໍ່ໃຫ້ໃຊ້ສະຕິປັນຍາຄວາມຮູ້ຕ່າງໆທີ່ມີ ຈັດການກັບຊີວິດ ວ່າຈະດຳເນີນໄປແນວໃດ ເພື່ອເຮັດໃຫ້

ຊີວິດປະສົບຄວາມສຳເລັດໃນທາງທີ່ດີຕະຫຼອດປີໃຫມ່ປີນີ້

     ຂໍອຳນວຍໃຊໃຫ້ພອນກັບທຸກທ່ານໃນພັນລາວແລະຄົນລາວເຮົາທຸກທ່ານ ຈົ່ງປະສົບຄວາມສຳເລັດໃນໜ້າທີ່ການງານ

ຄວາມຮັກ ຊີວິດຄອບຄົວ ກິດຈະການຄ້າຂາຍຕ່າງໆ ຂໍຈົ່ງມີ ປັນຈະຈະພອນໃຊ ຫ້າປະການຄື ອາຍຸນັ້ນໃຫ້ຍືນຍາວ, ວັນນະຂໍ

ໃຫ້ມີຜິວພັນຜ່ອງໃສ, ສຸຂະຂໍໃຫ້ມີຄວາມສຸກກາຍໃຈ, ໂພຄະຂໍໃຫ້ລຳໃຫ້ລວຍ ແລະ  ພະລະຂໍໃຫ້ມີກຳລັງແຂງແຮງເໝືອນຊ້າງ

ສານຕະຫຼອດປີໃຫມ່ນີ້  ໂດຍທົ່ວກັນທຸກທ່ານທຸກເມື່ອ ເທີ້ນ

                                                             ສ....ສະຫວັນນາ