ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 15, 2009 | ມີ 9 ຄຳເຫັນ ແລະ 0 trackback(s)

ໃນໄລຍະພັກລະດູໜາວຕັ້ງແຕ່ວັນທີ 26 ທັນວາ 2008 ຫາ 6 ມັງກອນ 2009 ທີ່ຜ່ານມານີ້, ອາກາດກໍ່ເລີ້ມໜາວເໝາະສຳລັບການທ່ຽວຊົມທຳມະຊາດ.

ຂ້າພະເຊົ້າກໍ່ໄດ້ມີໂອກາດ ເພາະວ່າເອື້ອຍ ແລະ ໜູ່ຈາກໂຕກຽວມາຢາມ ກໍ່ເລີຍຈັດໂປຣແກຣມທົວເຂດຄັນໄຊປະເທດຍີ່ປຸ່ນ. ເລີ່ມຕົ້ນທ່ຽວເມືອງນາລະ ທ່ຽວຊົມວັດວາອາຣາມ ແລະ ກວາງ ທີ່ຂຶ້ນຊື່ຂອງນາລະ, ແລ້ວກໍ່ມາກັນທີ່ກຽວໂຕທ່ຽວວັດຄຽວມິດຊຶ, ເຮອັນຈິງກຶ, ວັດເງິນ ແລະ ວັດຄຳ ແລ້ວກໍ່ໄປຕໍ່ທີ່ໂອຊາກາ ຢ້ຽມຊົມໂອຊາກາໂຈ ແລະ ປະຕິມະກຳທີ່ທັນສະໄໜຂອງໂອຊາກາ ແລ້ວກໍ່ລົງໄປຕໍ່ກັນທີ່ໂກເບ ເລາະຊົມເມືອງ ແລະ ຜອດໂກເບ ແລ້ວມາແວ່ຊື້ເຄື່ອງປຸງອາຫານ (ແບບລາວໆ) ທີ່ China town. ສຸດທ້າຍກໍ່ກັບມາທ່ຽວທີ່ແຂວງຊິກະເຊຶ່ງເປັນແຂວງທີ່ຂ້າພະເຈົ້າດຳລົງຊີວິດຢູ່ໃນປະຈຸບັນນີ້.

ການທ່ອງທ່ຽວຄັ້ງນີ້ຂາດບໍ່ໄດ້ແມ່ນການບັນທຶກຄວາມຊົງຈຳດ້ວຍການບັນທຶກພາບ ຄວາມສວຍງາມ ແລະ ໜ້າປະທັນໃຈ.

ເອົາໄວ້ເທົ່ານີ້ກ່ອນເນາະ ມື້ໜ້າຈຶ່ງເລົ່າໃໝ່.             ສຸດຍອດຊາຂຽວ

 

ສຳລັບຮູບແລ້ວຈະອັບເດດໃຫ້ເບິ່ງຕາມພາຍຫລັງເດີ້

Delicious Digg Fark Twitter