ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 9, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

 ຖ້າການສໍ້ລາສບັງຫຼວງຫາກເປັນຂະະບວນການແບບພາບຂອງການຕຶກເບັດນີ້ທ່ານຄິດວ່າມັນຊິແກ້ໄຂໄດ້ບໍ?

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 5, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

 ເງິນ ເຮັດຫັຽງໄດ້?

ເງິນຊື້    ຕຽງນອນໄດ້                          ແຕ່ຊື້   ການຫຼັບນອນທີ່ເປັນສຸຂບໍ່ໄດ້

ເງິນຊື້    ປຶ້ມແລະປາກກາໄດ້                  ແຕ່ຊື້    ຄວາມຄິດທີ່ຈະຂຽນບໍ່ໄດ້

ເງິນຊື້    ອາຫານດີໆກິນໄດ້                    ແຕ່ຊື້    ຄວາມຢາກກິນ ບໍ່ໄດ້

ເງິນຊື້    ການລູບແຂ່ງເລັຽຂາໄດ້               ແຕ່ຊື້    ຄວາມຈິງບໍ່ໄດ້

ເງິນຊື້    ຈ້າງຈອບອຽໄດ້                      ແຕ່ຊື້    ຄວມຈົງຮັກພັກດີບໍ່ໄດ້

ເງິນຊື້    ເພັດນິນຈິນດາໄດ້                    ແຕ່ຊື້    ຄວາມດີງາມບໍ່ໄດ້

ເງິນຊື້    ຄວາມສນຸກສນານຊົ່ວຄາວໄດ້        ແຕ່ຊື້    ຄວາມສຸຂທີ່ແທ້ຈິງບໍ່ໄດ້

ເງິນຊື້    ຄົນຮ່ວມເດີນທາງໄດ້                 ແຕ່ຊື້    ເພື່ອນແທ້ບໍ່ໄດ້

ເງິນຊື້    ອຳນາດສັກສີໄດ້                      ແຕ່ຊື້    ປັນຍາບໍ່ໄດ້

ເງິນຊື້    ອາວຸດທຳລາຽລ້າງໄດ້                ແຕ່ຊື້    ສັນຕິສຸຂແທ້ຈິງບໍ່ໄດ້

ເງິນຊື້    ເມັຽທີ່ງາມໆໄດ້                      ແຕ່ຊື້    ແມ່ທີ່ດີໆໃຫ້ລູກບໍ່ໄດ້

ແທ້ຈິງເງິນກໍ່ຄື ກະຫຼີ່ ທີ່ຕ້ອງການເມື່ອຍາມຢາກໃຊ້ທໍ່ນັ້ນ!

ຂຽນເມື່ອ ຂຽນເມື່ອ: ກ.ລ.. 26, 2012 | ມີ 13 ຄຳເຫັນ ແລະ 0 trackback(s)

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 6, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

 

ເຫັນແລ້ວອົດຫົວບໍ່ໄດ້ ຍ້ອນຖືກຫຼອກ! ກະເລີຽມາໃຫ້ຫຼາຽຄົນເບິ່ງນຳ. 5555

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 22, 2012 | ມີ 15 ຄຳເຫັນ ແລະ 0 trackback(s)

 ເຫັນພະນັກງານເຮັດວຽກຢູ່ພາສີ ຕັ້ງເຮືອນຂຶ້ນຫຼັງທີ່ຫ້າແລ້ວ, ມີຣົຖຂີ່ອີກ 5 ຄັນ. ແຕ່ເພື່ອນຂອງພະນັກງານພາສີຫັ້ນເປັນນາຽຄຣູ ບໍ່ມີຄວາມສາມາດສົ່ງໃຫ້ລູກຮຽນຕໍ່ມະຫາວິທະຍາໄລ ເນື່ອງຈາກບໍ່ມີເງິນ. ນີ້ບໍຄວາມສເມີພາບຂອງພະນັກງານລັຖກອນ? ພະນັກງານພາສີຮັ່ງຍ້ອນຫັຽງ? ແລະ ນາຽຄຣູ ບໍ່ຮັ່ງຍ້ອນຫັຽງ? ກະດຽວວ່າທັງສອງພາກສ່ວນນີ້ແມ່ນຂຶ້ນກັບລັຖບໍ່ແມ່ນບໍ? ທ່ານຄິດແນວໃດກ່ຽວກັບເລື່ອງນີ້?  ທີ່ຍົກມາບໍ່ແມ່ນ ອິສາຕາຮ້ອນຫັຽງດອກ! ແຕ່ຫາກຢາກຖາມວ່າເປັນຫັຽງ ພະນັກງານລັຖກອນ ທີ່ເຮັດວຽກໃຫ້ ພັກລັຖຄືກັນແຕ່ຕ່າງກັນທາງດ້ານຖານະ!

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 28, 2012 | ມີ 14 ຄຳເຫັນ ແລະ 0 trackback(s)

 ໂທລະສັບທີ່ເຄີຽໃຊ້ຢູ່ໆກະບໍ່ມີສຽງ. ໂທໄປ ໑໗໕ ຂອງ ລາວໂທລະຄົມ, ເພິ່ນກະບອກວ່າ: ຈະແຈ້ງໃຫ້ຊ່າງໄປເບິ່ງໃຫ້ເດີ! ມື້ທີ່ໜຶ່ງຜ່ານໄປ ແຕ່ກໍ່ມິດຊ້ຽມ້ຽ! ມື້ທີ່ສອງໂທໄປອີກ ໑໗໕ ກະບອກວ່າໄດ້ສົ່ງຂໍ້ມູນໃຫ້ຊ່າງແລ້ວ. ຖ້າອີກກະມິດຊ້ຽມ້ຽຄືເກົ່າ. ໂທຕິດຕາມທຸກວັນ ກໍ່ຄືເກົ່າ. ຈົນຜ່ານໄປໄດ້ໜຶ່ງອາທິດກວ່າໆ ກະຍັງບໍ່ມີໃຜໄປສ້ອມແປງ. ການບໍລິການລູກຄ້າແນວນີ້ມັນກະຊິສົມຄຳກັບຄຳຂັວນທີ່ໃຫ້ໄວ້ຢູ່ບໍ? ຫຼືຄຳຂວັນຫັ້ນແມ່ນຄຳຫຼອກລວງໃຊ້ເພື່ອຫຼອກລວງລູກຄ້າ, ເພື່ອໃຫ້ຊື້ສິນຄ້າແລ້ວກະຖິ້ມໄປ ໂດຽບໍ່ຫົວໃສ່ໃຈຊາຫຽັງ! ຫຼືວ່າຄົນລາວເຮົາຕ້ອງຍອມຮັບເອົາການບໍລິການແບບນີ້! ແລະທ່ານເດຄິດແນວໃດ? 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 20, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ຄົນເຮົານີ້ກໍ່ແປກ, ບາງຄັ້ງຮູ້ຢູ່ວ່າຕົນເອງກຳລັງຫຼອກລວງ ຄົນອື່ນ ແຕ່ກະຍັງຝັນຢູ່ວ່າຕົນເອງເປັນ ເທພ ທີ່ຈະຊ່ຽເຫຼືອຄົນອື່ນ. 

ເໝືອນໝາກໂປ່ມທີ່ຖືກກືນກິນເກືອບໝົດແລ້ວ ແຕ່ຍັງຄິດວ່າຕົນເອງຍັງເຕັ່ງຕຶງ ຍ້ອນວ່າ: ມີແວ່ນຫຼອກລວງຢອງໄວ້ທີ່ໜ້າໂຕະນັ້ນເອງ!