ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 17, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

 ວັນນີ້ທີ່  ເໝືອງຖ່ານຫີນ ເຊເຣໂຮນ ປະເທດ ໂກລັມບີ ນັກຄົ້ນຄ້ວາຊາກບູຮານໄດ້ຄົ້ນພົບຊາກເຕົ່າຍັກທີ່ເຄີຽດຳລົງຊີວິດຢູ່ໃນໜ້າໂລກປະມານ ໖໐ລ້ານປີຄືນຫຼັງ. 

ມີລັກສນະລຳຕົວແບບກົມໆ ແຕ່ທີ່ແປກກໍ່ຄືຂນາດຂອງມັນຍາວປະມານ ໕ ແມັດ. ສ່ວນຂໍ້ມູນອື່ນໆນັກວິທຍາສາຕຍັງຈະຄົ້ນຄ້ວາຕໍ່ໄປ.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 17, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

 ໑. ເຫວ

໒. ແຫງ

໓. ເຫຍ

ມີຄົນບອກວ່າໃຜອ່ານເທື່ອດຽວໃນສາມຄຳນີ້ໃຫ້ຖືກໃຈຜູ້ຂຽນ ຈະໄດ້ຮັບເງິນ ໜຶ່ງຮ້ຽລ້ານກີບວ່າຊັ້ນ!

ຂຽນເມື່ອ ຂຽນເມື່ອ: ກ.ລ.. 17, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

 ປະຊາທິປະຕັຍ  ມີເຄົ້າມາຈາກພາສາ ເກຼັກ ບູຮານ ທີ່ວ່າ: Demokratia ຊຶ່ງມາຈາກ ໒ ຄຳ ຄື: Demos ແປວ່າ: ປະຊາຊົນ ແລະ Kratos ແປວ່າ: ປົກຄອງ, ຫຼັກການ ໃນເມື່ອເອົາສອງຄຳມາໂຮມກັນຈະໄດ້ຄວາມໝາຽວ່າ: ປະຊາຊົນປົກຄອງຕົນເອງ ຫຼື ການປົກຄອງຂອງປະຊາຊົນ. ປະຊາຊົນຈະມີອຳນາດໃນການຕັດສິນທຸກບັນຫາທາງດ້ານການຈັດຕັ້ງຂອງການປົກຄອງເຊັ່ນ: ຂັ້ນບ້ານ ກໍ່ໃຫ້ມີສະພາບ້ານ, ຂັ້ນເມືອງ ກໍ່ໃຫ້ມີສະພາປະຊາຊົນເມືອງ, ຂັ້ນແຂວງ ກໍ່ໃຫ້ມີສະພາປະຊາຊົນແຂວງ, ຂັ້ນປະເທດ ກໍ່ມີ ສະພາປະຊາຊົນສູງສຸດ. ສະພາປະຊາຊົນ ນີ້ຈະບໍ່ໄດ້ກຳນົດຄຸນສົມບັດຂອງຜູ່ແທນ, ຖືວ່າປະຊາຊົນເລືອກໃຜມາກໍ່ແມ່ນເອົາຜູ່ນັ້ນ ເປັນຜູ່ແທນຕາມສຽງສ່ວນຫຼາຽ.  ໃນນີ້ຜູ່ແທນທີ່ຖືກເລືອກ ຫາກ ບໍ່ເຮັດວຽກໃຫ້ປະຊາຊົນ, ປະຊາຊົນກໍ່ມີສິທ ສະເນີປົດຕຳແໜ່ງ ດ້ວຽຄະແນນສຽງ ໓/໕ ຂອງຄະແນນສຽງທີ່ເລືອກເຂົ້າມາໃນເຂດນັ້ນ.

ໃຜມີຄວາມເຫັນແນວໃດຕື່ມ, ກະຂຽນມາໄດ້ເລີຽເນາະ! ການສຶກສາເປັນໜ້າທີ່ຂອງໝົດທຸກຄົນ.  

 

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 12, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

ບໍລິສັດ  Broad Sustainable Building` (BSB) ຂອງຈີນໄດ້ປະກາດກ່ຽວກັບໂຄງການກໍ່ສ້າງອາຄານທີ່ສູງທີ່ສຸດຊື່ວ່າ:   `Sky City` ຢູ່ທີ່ເມືອງ ຈານຊາ ແຂວງ ເຫີໜານ

ໃຫ້ສຳເລັຖພາຽໃນ ໙໐ ວັນ.  
ອາຄານສູງ ໒໒໐ ຊັ້ນ 95% ຖືກສ້າງສຳເລັຖຮູບຈາກໂຮງງານ, ແຜນການຈະເລີ່ມການຕິດຕັ້ງໃນເດືອນ ໑໑ ປີ ໒໐໑໒ນີ້ ແລະຈະສຳເລັຖໃນທ້າຽເດືອນ ໜຶ່ງ ປີ ໒໐໑໓. ອາຄານີ້ຈະມີ ລິຟສຳລັບການເດີນທາງຂຶ້ນລົງທັງໝົດ ໑໐໔ ຊຸດ. ແຜນການແມ່ນ ໘໓ສ່ວນ ໃຊ້ເປັນທີ່ຢູ່ອາສັຍ, ໕ສ່ວນ ເປັນໂຮງແຮມ, ໓ສ່ວນເປັນໂຮງຮຽນ, ໓ສ່ວນເປັນໂຮງພະຍາບາລ ແລະ ໓ສ່ວນເປັນຮ້ານຄ້າ,ຮ້ານອາຫານ ແລະອື່ນໆ. ການກໍ່ສ້າງແມ່ນໄດ້ຄິດໄລ່ໃສ່ແຜ່ນດິນໄຫວໃນລະດັບ ໙ ເຣັກເຕີ.

ມູນຄ່າການກໍ່ສ້າງຈະຕົກເປັນທັງໝົດ ໖໒໘ ລ້ານໂດລາສະຫະຣັຖ. 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 11, 2012 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 20, 2012 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

 ຊີວິດຂອງຄົນເຮົາເກືອບ ໘໐% ແມ່ນເປັນໄປຕາມຂັ້ນຕອນຕາມພາບນີ້ເລີຽ.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 7, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

 ນັກວິທະຍາສາຕຂອງເມືອງ ເລນິນກຣາດໄດ້ພະຍາຍາມຫາຄຳຕອບໃນໜຶ່ງຄຳຖາມທີ່ສຳຄັນທາງດ້ານວິທະຍາສາຕ ກ່ຽວກັບການເຮັດວຽກຂອງ ສມອງ ມນຸດ, ໃນຄັ້ງນີ້ພວກເຂົາສາມາດຖ່າຽວີດີໂອການເຄື່ອນໄຫວຂອງເຊລສມອງ, ຊຶ່ງການເຄື່ອນໄຫວນັ້ນມັນປະກອບມີທາດສີເທົາ. ລາຽລອຽດທີ່ http://www.vesti.ru/only_video.html?vid=346977

ຂຽນເມື່ອ ຂຽນເມື່ອ: ກ.ລ.. 5, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

ສີ່ເດືອນກ່ອນໜ້ານີ້ທາງອົງການນາຊາໄດ້ແຈ້ງກ່ຽວກັບການຄົ້ນພົບລະບົບສຸລິຍະໃໝ່ຊຶ່ງມີດາວເຄາະໂຄຈອນອ້ອມຢູ່ ຫົກ ດວງ. ເຂົ້າຕັ້ງຊື່ຕາມກ້ອງຊ່ອງອາວະກາດ Kepler 11(«Кеплер 11»), ທ່ານສາມາດເຂົ້າຊົມໄດ້ທີ່http://mir24.tv/news/hi-tech/62723

ຂຽນເມື່ອ ຂຽນເມື່ອ: ທ.ວ.. 8, 2010 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

<!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;}<![endif]-->

ມີເຫຼົ້າຢູ່ດວງຈັນ

ເທິງດາວທຽມໄດ້ວິໄຈເພີ່ມເຕີມກ່ຽວກັບດວງຈັນ ພາຍຫຼັງການທົດລອງຣະເບີດນິວຄເລັຽບົນດວງຈັນ. ການວິໄຈຄັ້ງນີ້ນັກວິທະຍາສາຕໄດ້ພົບຂໍ້ມູນໃໝ່ທີ່ນ່າສົນໃຈໂດຍສະເພາະແມ່ນການຄົ້ນພົບນ້ຳໃນວັດຖຸທີ່ກະເດັນອອກມາຈາກຜິວຂອງດວງຈັນ ປະມານ 5,6% ຊຶ່ງມີປະຣິມາລຫຼາຽກວ່າຢູ່ທະເລຊາຽ ຊາຮາຣາ. ນອກຈາກນີ້ໃນນ້ຳແຂງບົນດວງຈັນຍັງຄົ້ນພົບເຫຼົ້າ ແອລກໍຮໍ 1,55g ຕໍ່ນ້ຳແຂງ 100g ຕາມການອ້າງອີງຂອງ Novosti.Mail.ru Aktsiz.ru ຈຸດປະສົງຂອງການວິໄຈຄັ້ງນີ້ແມ່ນເພື່ອຢາກຮູ້ວ່າ: ນ້ຳມີພຽງພໍຫຼືບໍ່ສຳລັບການດຳລົງຊີວິດບົນດວງຈັນ, ອີກປະການໜຶ່ງແມ່ນເພື່ອຫຼີກລ້ຽງການນຳໃຊ້ຊັພຍາກອນທີ່ຈະເອົາໄປຈາກໂລກເຮົາ.