ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 19, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

ມີຄອບຄົວໜຶ່ງມີລູກສາວກຳລັງເປັນສາວສອງຄົນ, ນາງໜຶ່ງຊື່ ຜອງ, ນາງສອງຊື່ ຜາງ. ພວກຜູ່ບ່າວໃນບ້ານພາກັນມາຫົຼງຮັກແລະກໍ່ຢາກລົມທີ່ສຸດ, ແຕ່ພໍ່ຂອງສອງສາວນີ້ເປັນຄົນຫວງລູກສາວທີ່ສຸດ. ສະນັ້ນພວກຜູ່ບາວທີ່ມາລົມກະເລີຽມີແຕ່ສອງຄົນ, ຜູ່ໜຶ່ງເກັ່ງເລື່ອງແຄນ, ຜູ່ສອງເກັ່ງເລື່ອງຂຸ່ຽ ແລະແຕ່ລະແຕ່ລະວັນສອງບ່າວກໍ່ສັບປ່ຽນກັນມາລົມ ຜູ່ແຄນ ລົມສາວຜອງ ຜູ່ຂຸ່ຽ ລົມສາວ ຜາງ. ເວລາຜ່ານໄປໄດ້ເດືອນກວ່າໆ ມື້ນັ້ນ ໄດ້ຍິນທັງແຄນແລະຂຸ່ຽດັງຂຶ້ນ, ສອງນ້ອງເອື້ອຍກໍ່ຖຽງກັນຊິໄປລົງເຮືອນໄປລົມບ່າວເພາະໃຜກໍ່ວ່າແຟນໃຜມາ, ແຕ່ໃນທີ່ສຸດພໍ່ກໍ່ໄລ່ລູກສາວທັງສອງໄປນອນ. ຝ່າຽຜູ່ບ່າວເສັຽໃຈແຮງເລີຽລັກຂຶ້ນໄປເທິງເຮືອນແລ້ວຂີ້ໃສ່ເຕົາໄຟແລະກໍ່ລົງເຮືອນໄປ.

ຮຸ່ງເຊົ້າມາເວລາຊິດັງໄຟໜຶ້ງເຂົ້າ ເຫັນຂີ້ໃນຫັ້ນ ສອງເອື້ອຽ ກໍ່ຖຽງກັນບໍ່ຢາກມ້ຽນແລະກໍ່ໂຍນຄວາມຜິດໃສ່ຜູ່ບ່າວຂອງອີກຝ່າຽເປັນຜູ່ຂີ້. ເຫັນເປັນແນວນັ້ນພໍ່ກໍ່ເລີຽເອົາຂຽງມາວາງແລ້ວເອົາຂີ້ມາຢອງແລະກໍ່ເອົາພ້າຟັນລົງຢ່າງແຮງແລະບອກວ່າ: ອີ່ຜອງມ້ຽນຂີ້ຂ້າງຂວາ, ອີ່ຜອງມ້ຽນຂີ້ຂ້າງຊ້າຽ, ອີແມ່ເອົາຂຽງໄປລ້າງ ແລະ ອີພໍ່ຊິລ້າງພ້າ ນີ້ຄືຄວາມເປັນທັມ............ສູໄດ້ຍິນບໍ?

ຂຽນເມື່ອ ຂຽນເມື່ອ: ກ.ລ.. 19, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

 ນິທານພື້ນບ້ານ

ເສຖີເຈົ້າເລ້ ແລະ ລູກສາວຊາວນາ

ເສຖີຄົນນີ້ຢາກໄດ້ລູກສາວຂອງຊາວນາຄົນນີ້ຢ່າງແຮງ, ແຕ່ບໍ່ຮູ້ແນວຊິເຮັດ ກະເລີຽວາງແຜນເຊີນສອງພໍ່ລູກຊາວນານັ້ນມາເຮືອນຕົນເອງ ໂດຽໃຫ້ນັ່ງຫຼິ້ນທີ່ເດີ່ນມີ່ປູດ້ວຽຫີນສອງສີ ຊຶ່ງມີສີດຳແລະສີຂາວ.

ເສຖີ: ພໍ່ເອີຽ! ລູກຢາກໄດ້ລູກສາວຂອງພໍ່ມາເປັນເມັຽ, ຖ້າວ່າໄດ້ ໜີ້ທັງໝົດລູກຈະບໍ່ເອົານຳ.

ຊາວນາ: ບໍ່ໄດ້! ເພາະພວກເຈົ້າບໍ່ໄດ້ຮັກກັນ. ສ່ວນໜີ້ນັ້ນຂ້ຽຈະຫາໄຊ້ເຈົ້າເອງ.

ເສຖີ: ຄັນຊັ້ນເອົາຈັ່ງຊີ້! ຂ້ຽຊິເອົາກ້ອນຫີນສອງສີໃສ່ໃນຖົງນີ້, ແລ້ວໃຫ້ລູກສາວພໍ່ຈົກເອົາ. ຄັນໄດ້ຫີນ        

       ຂາວ ແມ່ນລູກສາວພໍ່ບໍ່ໄດ້ເປັນເມັຽຂ້ຽ ພ້ອມດ້ວຽຍົກເລີກໜີ້ສິນທັງໝົດ. ຖ້າໄດ້ຫີນດຳແມ່ນ 

       ລູກສາວຕ້ອງເປັນເມັຽຂ້ຽ ແລະໜີ້ສິນຂອງພໍ່ກະຖືກຍົກເລີກຄືເກົ່າ.

ຊາວນາ: ເຫັນດີ!

ຈາກນັ້ນເສຖີກໍ່ເລືອກຫີນໃສ່ຖົງ ໒ ກ້ອນແຕ່ເປັນສີດຳທັງໝົດ, ລູກສາວຊາວນາຫັ້ນເຫັນແຕ່ບໍ່ປາກ ເພາະຢ້ານພໍ່ໂມໂຫ, ແລະອີກຢ່າງຢ້ານເສຖີຍົກເລີກເກມນີ້. ຫຼັງຈາກບັນຈຸຫີນໃສ່ຖົງແລ້ວການຫຼິ້ນກໍ່ເກີດຂຶ້ນ. ເສຖີຍໍຖົງມາວາງໄວ້ເທິງໂຕະໄມ້ແລະບອກໃຫ້ລູກສາວຊາວນາຄົນນັ້ນໄປຈົກເອົາກ້ອນຫີນນັ້ນ. ສ່ວນຕົວເຂົາເອງກັບມານັ່ງກັບຊາວນາຄົນນັ້ນເພື່ອເບິ່ງສາວຄົນນັ້ນຈົກເອົາກ້ອນຫີນ. ລູກສາວຊາວນາກໍ່ໄດ້ຈົກເອົາກ້ອນຫີນນັ້ນ, ພໍຊິເອົາມືຫວິດປາກຖົງນາງກໍ່ເຮັດກ້ອນຫີນລຸດມືຕົກລົງໄປປົນກັບຫີນຂາວຫີນດຳຕາມພື້ນນັ້ນ, ຊາວນາຕົກໃຈທີ່ລູກສາວຂອງຕົນເອງເຮັດແນວນັ້ນ. ແຕ່ລູກສາວຊາວນາກະບອກວ່າ: ບໍ່ເປັນຫັຽງດອກເພາະວ່າ ໃນຖົງມີກ້ອນຫີນພຽງ ໒ ກ້ອນ, ຖ້າກ້ອນທີ່ເຫຼືອຢູ່ໃນຖົງເປັນສີດຳ ກໍ່ສະແດງວ່າ ຂ້ຽຈົກໄດ້ກ້ອນສີຂາວ ມັນກໍ່ເທົ່ານັ້ນ. ສ່ວນເສຖີຮູ້ເລີຽວ່າ ຕົນເອງຈະບໍ່ໄດ້ລູກສາວຊາວນາມາເປັນເມັຽ ແຕ່ຕ້ອງໄດ້ລົບໜີ້ທັງໝົດທີ່ຊາວນາມີອີກ. ຈາກນັ້ນພໍ່ລູກຊາວນາກະບໍ່ມີໜີ້ສິນອີກ ແລະ ພ້ອມກັນກັບເມືອເຮືອນດ້ວຽຮຽຍິ້ມແຫ່ງຄວາມສຸຂ; ຊາວນາບໍ່ເຄີຽຄິດເລີຽວ່າ: ລູກສາວຂອງຕົນເອງຈະສຼາດເຖິງພຽງນີ້.

ຈົບ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 18, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

 ໃນກອງປະຊຸມພັກການເມືອງທ້ອງຖິ່ນເຂດມົສກູ, ແລະທາງພັກໄດ້ມີມະຕິເວົ້າເລື່ອງ ການປະຢັດເພື່ອລົດລາຽຈ່າຽງົບປະມານຂອງພັກໃນສົກປີ ໒໐໑໒-໒໐໑໓.

ຫົວໜ້າ   : ໃນປີຂ້າງໜ້ານີ້ພວກເຈົ້າຕ້ອງພ້ອມກັນປະຢັດເງິນໃນການບໍລິຫານເຮັດແນວໃດໃຫ້ລາຽຈ່າຽລົດລົງ.

ຫ້ອງປະຊຸມ:      ເຫັນດີ! ເຫັນດີ! ເຫັນດີ!

ຫົວໜ້າຈັດຊື້:  ຮຽນຫົວໜ້າ ຄັນຊັ້ນ ລົດແລນກຣຸຍເຊີ ໒ຄັນ  ທີ່ສັ່ງຊື້ຫັ້ນຖືວ່າຍົກເລີກແມ່ນບໍ?

ຫົວໜ້າ:  ອັນນັ້ນຍົກເລີກບໍ່ໄດ້! ເພາະມັນເປັນໜ້າຕາຂອງພວກເຮົາໝົດທຸກຄົນ.

ຫ້ອງປະຊຸມ: ...........ຮາໆ! ໂວ້ໆ! ຮີວໆ!.............