ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 23, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

<!--[if !mso]>v\:* {behavior:url(#default#VML);}o\:* {behavior:url(#default#VML);}w\:* {behavior:url(#default#VML);}.shape {behavior:url(#default#VML);}<![endif]--><!--[if gte mso 9]><![endif]--><!--[if gte mso 9]>Normal0falsefalsefalsefalseEN-USX-NONETH<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-parent:"";mso-padding-alt:0in 5.4pt 0in 5.4pt;mso-para-margin-top:0in;mso-para-margin-right:0in;mso-para-margin-bottom:10.0pt;mso-para-margin-left:0in;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]--><!--[if gte mso 9]><![endif]--><!--[if gte mso 9]><![endif]-->ຕາມການລາຍງານຂອງອົງການພັດທະນາຣັສເຊັຽ, ນັກຮຽນຊັ້ນປີທີ່ ໕ ອັນນີໂຊວິຈ ໂຣມັນ ໄດ້ພັດທະນາອຸປະກອນການບິນທີ່ຕິດກັບຕົວຂອງມະນຸດ ເໝືອນກັບຊຸດຂອງມະນຸດເຈັຽ ໃນຮູບເງົາ Bat Man ການອອກແບບແມ່ນເຮັດແບບເສື້ອນຸ່ງກັນໜາວແຕ່ທາງຫຼັງປະກອບມີປີກນ້ຳໜັກເບົາ. ສາມາດໃຊ້ໄດ້ກັບການໂຕນຈາກທີ່ສູງ ຫຼື ບ່ອນເນີນໆ. ການລົງດິນໃນຂັ້ນສຸດທ້າຍແມ່ນໃຊ້ຈ້ອງຕາມທຳມະດາ. ແຕ່ການພັດທະນານາຍທະຫານທ່ານໜຶ່ງໄດ້ກ່າວວ່າ ຈະພັດທະນາໃຫ້ນັກໂດດຈ້ອງບໍ່ໄດ້ໃຊ້ຈ້ອງອີກຕໍ່ໄປ, ຊຶ່ງຖ້າການພັດທະນາດັ່ງກ່າວເສັດສິ້ນຖືວ່າ ການໂດດລົງມາຈາກຈຸດໃດໜຶ່ງຈະບໍ່ເຮັດໃຫ້ຜູ້ຄົນທີ່ຢູ່ພື້ນດິນຫຼຽວເຫັນໄດ້. ຕອນນີ້ກອງນັກຮຽນທະຫານໂດດຈ້ອງຂອງຮັສເຊັຽໄດ້ເລີ່ມຝຶກຊ້ອມການບິນດັ່ງກ່າວແລ້ວ.

ຮູບຂອງນັກຮຽນກຽມທະຫານໂດດຈ້ອງຣັສເຊັຽ ທົດລອງບິນແບບໃຊ້ປີກ

 

 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 14, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

ໃນປີ 1969 ອາເມລິກາໄດ້ສາຍພາບການຂຶ້ນດວງຈັນແລະຢຽບດວງຈັນຂອງນັກບິນອາວະກາດອາເມລິກາ. ທັງໝົດນັ້ນແມ່ນການສະແດງໃນພາກພື້ນດິນແລະເອົາພາບມາສາຍແລ້ວສົ່ງຜ່ານໂທລະພາບໃຫ້ທົ່ວໂລກໄດ້ຮັບຮູ້ວ່າ: ຕົນເອງເປັນຊາດແລກທີ່ໄດ້ຢຽບດວງຈັນ. ຄວາມເປັນຈິງແລ້ວນີ້ແມ່ນແຜນການສໍ້ໂກງງົບປະມານຂອງສະພາອາເມຣິກາອັນຍິ່ງໃຫ່ຽໃນປີ 1969. ຫຼອກລວງທັງຊາວອາເມຣິກາແລະຊາວໂລກ ດ້ວຽວິຊາມານຂອງວິທະຍາສາຕ (ກະລຸນາເຂົ້າເບິ່ງລາຽລະອຽດທີ່ ) ເລື່ອງນີ້ ຣັສເຊັຽອາດມີສ່ວນຮ່ວມໃນການຮັບສິນບົນ( ເພາະຮູ້ຢູ່ວ່າອາເມຣິກາບໍ່ໄດ້ຢຽບດວງຈັນແຕ່ກັບມິດບໍ່ປາກມາຕັ້ງແຕ່1969)

ຂຽນເມື່ອ ຂຽນເມື່ອ: ທ.ວ.. 8, 2010 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

<!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;}<![endif]-->

ມີເຫຼົ້າຢູ່ດວງຈັນ

ເທິງດາວທຽມໄດ້ວິໄຈເພີ່ມເຕີມກ່ຽວກັບດວງຈັນ ພາຍຫຼັງການທົດລອງຣະເບີດນິວຄເລັຽບົນດວງຈັນ. ການວິໄຈຄັ້ງນີ້ນັກວິທະຍາສາຕໄດ້ພົບຂໍ້ມູນໃໝ່ທີ່ນ່າສົນໃຈໂດຍສະເພາະແມ່ນການຄົ້ນພົບນ້ຳໃນວັດຖຸທີ່ກະເດັນອອກມາຈາກຜິວຂອງດວງຈັນ ປະມານ 5,6% ຊຶ່ງມີປະຣິມາລຫຼາຽກວ່າຢູ່ທະເລຊາຽ ຊາຮາຣາ. ນອກຈາກນີ້ໃນນ້ຳແຂງບົນດວງຈັນຍັງຄົ້ນພົບເຫຼົ້າ ແອລກໍຮໍ 1,55g ຕໍ່ນ້ຳແຂງ 100g ຕາມການອ້າງອີງຂອງ Novosti.Mail.ru Aktsiz.ru ຈຸດປະສົງຂອງການວິໄຈຄັ້ງນີ້ແມ່ນເພື່ອຢາກຮູ້ວ່າ: ນ້ຳມີພຽງພໍຫຼືບໍ່ສຳລັບການດຳລົງຊີວິດບົນດວງຈັນ, ອີກປະການໜຶ່ງແມ່ນເພື່ອຫຼີກລ້ຽງການນຳໃຊ້ຊັພຍາກອນທີ່ຈະເອົາໄປຈາກໂລກເຮົາ.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 5, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ທາງການຣັສເຊັຽໄດ້ຕໍ່ອາຍຸຂອງລູກສອນໄຟຂ້າມທະວີບ ຕາມແຜນການສົງຄາມອາວະກາດRS -໑໒M ballistic Topol ໄປອີກໃຫ້ຮອດ ໒໓ ປີ,  ຕາມການລາຽງານຂອງເລຂາລັຖມົນຕຣີກອງທັພຣັສເຊັຽ ທ່ານ ພັນໂທ ອາເລັກເຊ ໂຢວໂລຕຸຄິນ (Алексеи Золотухин)

ລູກສອນໄຟຊະນິດນີ້ຖືກນຳມາໃຊ້ໃນປີ ໑໙໘໗ ມີອາຍຸການໃຊ້ງານ ໑໐ ປີ ແຕ່ຖືກຕໍ່ອາຍຸມາຄັ້ງໜຶ່ງແລ້ວ, ມີຈຳນວນທັງໝົດ ໒໑໐ ລູກ ແຕ່ລະລູກມີຄວາມຍາວ ໒໒,໗໐ ແມັດ, ມີເສັ້ນຜ່າສູນກາງ ໑,໘໐ ແມັດ. ສາມາດຍິງໄປໄກຈາກຖານທັພເຖິງ ໑໐.໐໐໐ ກິໂລແມັດ ແລະສາມາດຕິດຫົວຣົບນິວຄະເລັຽ, ມີກຳລັງຣະເບີດເທົ່າກັບ ໕໕໐.໐໐໐ ໂຕນ, ມີນ້ຳໜັກທັງໝົດ໑.໐໐໐ ກິໂລກຣາມ.