ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ: Dec. 3, 2008 - 22 ຄຳເຫັນ [ Comment ] - 0 trackback(s) [ Trackback ]

ຫລັງຈາກຕັ້ງແບບສຳຫລວດ ປະທານປະເທດລາວ http://punlao.com/khonjaidee/polls/614/ ແລະ ໄດ້ຖາມວ່າໃຜເປັນປະທານປະເທດຄົນທຳອິດແຫ່ງ ສ ປ ປ ລາວ. ຄຳຕອບກໍ່ເປັນເອກະສັນວ່າແມ່ນທ່ານສຸພານຸວົງ ນັ້ນເປັນຄຳຕອບທີ່ຖືກຕ້ອງ. ແລະ THAOthongsai ຂໍມາວ່າ ໃຫ້ຄົນໃຈດີນັບແຕ່ຄົນທຳອິດ ຮອດປະຈຸບັນ ປະເທດລາວມີປະທານປະເທດຈັກຄົນແລ້ວ ລະໃຫ້ລຽງຕາມລຳດັບ. ເມື່ອທອງໃສຂໍມາ ຄົນໃຈດີຈັດໃຫ້

 

 

 

ຜູ້ທີ1: ທ່ານ ສຸພານຸວົງ ( 02 December 1975 - 15 August 1991)

alt

ຜູ້ທີ2: ທ່ານພູມີ ວົງວິຈິດ (31 October 1986 - 15 August 1991)

alt

ຜູ້ທີ3: ທ່ານ ໄກສອນ ພົມວິຫານ (15 August 1991 - 21 November 1992)

alt

ຜູ້ທີ4: ທ່ານ ໜູຮັກ ພູມສະຫວັນ (25 November 1992 - 24 February 1998)

alt

ຜູ້ທີ5: ທ່ານຄຳໄຕ ສີພັນດອນ (24 February 1998 - 08 June 2006)

alt

ຜູ້ທີ6: ທ່ານ ຈູມມະລີ ໄຊຍະສອນ (08 June 2006 - ປະຈຸບັນ)

alt

 

ມີຫລາຍຄົນເຂົ້າໃຈວ່າ ທ່ານ ພູມມີ ວົງວິຈິດ ບໍ່ແມ່ນປະທານປະເທດ. ພາບລຸ່ມນີ້ອາດຈະເປັນສິ່ງທີ່ຢືນຢັນໄດ້ວ່າ ທ່ານ ແມ່ນປະທານປະເທດແຫ່ງ ສ ປ ປ ລາວ ຄົນທີ 2. ຄຳວ່າ Succeeded (ຢູ່ກ້ອງຮູບ) ຖ້າເປີດພົດຈະນານຸກົມເບິ່ງແລ້ວ ມັນຈະແປວ່າ ສືບຕໍ່ ນັ້ນກໍ່ໝາຍຄວາມວ່າ ທ່ານໄກສອນ ຈະເປັນປະທານປະເທດຄົນຕໍ່ໄປ ພາຍຫລັງທີ່ລາດຊະການຂອງທ່ານພູມມີ ຈົບລົງ

 

alt

 

ຂໍ້ມູນຈາກ Google

ຂຽນເມື່ອ: Dec. 1, 2008 - 6 ຄຳເຫັນ [ Comment ] - 0 trackback(s) [ Trackback ]

ຈະຮູ້ວ່າໂລກນີ້ມັນກວ້າງໃຫ່ຍ... ກໍ່ຕໍ່ເມື່ອເຮົາໄດ້ ອອກເດີນທາງ

ຈະຮູ້ຄຸນຄ່າຂອງອີ່ຫຍັງບາງຢ່າງ... ກໍ່ຕໍ່ເມື່ອເຮົາໄດ້ເສຍມັນໄປ

ຈະຮູ້ຄວາມໝາຍຂອງຟ້າຫລັງຝົນ... ກໍ່ຕໍ່ເມື່ອເຮົາຜ່ານພົ້ນມັນມາໄດ້

ຈະຮູ້ວ່າຍັງມີເລື່ອງອີກຫລວງຫລາຍ... ກໍ່ຕໍ່ເມື່ອເຮົາເປີດໃຈຍອມຮັບມັນ

ຈະຮູ້ວ່າໃນປື້ມຂຽນຫຍັງໄວ້... ກໍ່ຕໍ່ເມື່ອເຮົາໄດ້ລອງເປີດອ່ານ

ຈະຮູ້ເວລາຂອງດອກໄມ້ບານ... ກໍ່ຕໍ່ເມື່ອເຮົາເຝົ້າຕິດຕາມຢູ່ທຸກວັນ

ຈະຮູ້ວ່າສຽງຫົວນັ້ນມັນມີຄ່າ... ກໍ່ຕໍ່ເມື່ອເຮົາເສຍນ້ຳຕາໃນສັກວັນ

ຈະຮູ້ເຖິງຄວາມໃນໃຈຂອງກັນແລະກັນ... ກໍ່ຕໍ່ເມື່ອເຮົາໄດ້ເວົ້າມັນອອກໄປ

ຈະຮູ້ວ່າອັນໃດທີ່ເຂົາເອີ້ນວ່າຄິດເຖິງ... ກໍ່ຕໍ່ເມື່ອໃນຄວາມຄຳນຶງມີໃຜຈັກຄົນ

ຈະຮູ້ຄວາມໝາຍຂອງຄຳວ່າຮັກຈັກຫົນ... ກໍ່ຕໍ່ເມື່ອມີໃຜບາງຄົນໃຫ້ຫວັ່ນໄຫວ

ຈະຮູ້ວ່າຄ່ຳຄືນນີ້ຈະບໍ່ງຽບເຫງົາ... ກໍ່ຕໍ່ເມື່ອທຸກເລື່ອງລາວໄດ້ມີໂອກາດບອກໄປ

ຈະຮູ້ວ່າຄົນໃຈດີເປັນຈັ່ງໃດ... ກໍ່ຕໍ່ເມື່ອໄດ້ເຂົ້າໄປທັກທາຍກັນ ອິອິ

 

ຂຽນເມື່ອ: Nov. 29, 2008 - 14 ຄຳເຫັນ [ Comment ] - 0 trackback(s) [ Trackback ]

ນີ້ແມ່ນເລື່ອງຈິງຂອງຄົນໃຈດີ ເມື່ອປະມານ 4 ເດືອນຜ່ານມາ

 

ຄົນໃຈດີ: ຮັນນີ່ ຂ້ອຍມີເລື່ອງຊິຖາມ

ແມ່ເດັກນ້ອຍ: ໂດຍ..ຊິຖາມຫຍັງ?

ຄົນໃຈດີ: ແມ່ນຫຍັງ ມີແຕ່ເພີ່ມ ບໍ່ມີຫລຸດ?

ແມ່ເດັກນ້ອຍ: ອາຍຸ

ຄົນໃຈດີ: ບໍ່ແມ່ນ

ແມ່ເດັກນ້ອຍ: ແມ່ນຫຍັງຊັ້ນ

ຄົນໃຈດີ:​ ກະຄວາມຮັກທີ່ຂ້ອຍມີໃຫ້ເຈົ້ານີ້ເດ່

altalt

ຂຽນເມື່ອ: Nov. 25, 2008 - 17 ຄຳເຫັນ [ Comment ] - 0 trackback(s) [ Trackback ]

ວັນທີ 19 ເດືອນ 11 ມີເລື່ອງເກີດຂື້ນ 3​ ເລື່ອງໃນພັນລາວ ມີທັງເກີດ ພັດພາກ ລົມຕາຍ!!!

ເຊິ່ງຄົນໃຈດີໄດ້ນຳມາສະຫລຸບເປັນຂ່າວເດັ່ນປະຈຳເດືອນ ອິອິ

ເລື່ອງທີ່1 ຂໍເວົ້າເລື່ອງການເກີດ ການເກີດຂອງ ຄວາຍແປກປະຫລາດ ໃນໄດອາຣີ່ທີມີຊື່ວ່າ

ຄວາຍ8ຂາ2ຫາງ3ຕົນໂຕຫົວດຽວ

alt

ເລື່ອງທີ2 ແມ່ນເລື່ອງຂອງການພັດພາກຈາກຄົນຮັກ ໃນໄດອາຣີ່ທີ່ມີຊື່ວ່າ

ວັນທີ່ 19 ເດືອນ 11alt

ເລື່ອງທີ3 ແມ່ນເລື່ອງຂອງການສູນເສຍແອງກີ້ໜຶ່ງສະມາຊິກຄອບຄົວຂອງອາເລັກ ໃນໄດອາຣີ່ທີ່ມີຊື່ວ່າ

ການສູນເສຍ

alt

ໃຜຢາກອ່ານຄືນກະຄລິກເຂົ້າໄປທີ່ລີ້ງນັ້ນໆໄດ້ເລີຍ

ໄດອາຣີ່ນີ້ຂຽນຂື້ນໂດຍບໍ່ໄດ້ມີເຈດຕະນາຮ້າຍແຕ່ຢ່າງໃດ ຖ້າຫາກຜິດພາດປະການໃດ ຄົນໃຈດີຍິນດີຮັບໂທດຕາມກົດໝາຍ alt

 

 

ຄົນໃຈດີ ຖ່າຍພາບ

ກຸ່ມຮັກດຽວໃຈດຽວ ລາຍງານ

ຂຽນເມື່ອ: Nov. 23, 2008 - 68 ຄຳເຫັນ [ Comment ] - 0 trackback(s) [ Trackback ]

ຊື່ກຸ່ມ:  ຮັກດຽວໃຈດຽວ

ຫົວໜ້າກຸ່ມ: khonjaidee

ກ່ຽວກັບກຸ່ມ: ລົມກັນເລື່ອງຄວາມຮັກ ໃຫ້ກຳລັງໃຈຄົນທີ່ກຳລັງທໍ້ແທ້ ຫລື ຜິດຫວັງກັບຄວາມຮັກ ແລະ ອື່ນໆ

ວັນເດືອນປີເກີດ: 01.07.08

ສະມາຊິກທັງໝົດ: 152 ຄົນ. ຍີງ: 83 ຄົນ. ຊາຍ: 69 ຄົນ

ແຮງບັນດານໃຈໃຫ້ສ້າງກຸ່ມ:  ແມ່ເດັກນ້ອຍ

ນິຍາມ: ຮັກດຽວໃຈດຽວແມ່ນການມີຄົນຮັກພຽງຄົນດຽວໃນເວລາດຽວ

ຈຸດປະສົງໃນການສ້າງກຸ່ມ:

1. ເພື່ອເຮັດໃຫ້ຄົນຮູ້ວ່າ ຄົນຮັກດຽວໃຈດຽວຍັງມີຢູ່ໃນໂລກ

2. ຢາກໃຫ້ທຸກຄົນຮັກກັບແບບຖືກຕ້ອງ ຖືກວິທີ

3. ຢາກເຫັນທຸກຄົນມີຄວາມສຸກເວລາມີຄວາມຮັກ

4. ໃຫ້ກຳລັງໃຈຄົນທີ່ກຳລັງມີບັນຫາກ່ຽວກັບຄວາມຮັກ ແລະ ຫາແນວທາງແກ້ໄຂ

5. ສ້າງມິດຕະພາບ

             ກຸ່ມຮັກດຽວໃຈດຽວເປັນກຸ່ມທີ່ມີການອັບເດດຢູ່ຕະຫລອດເວລາ, ຄັ້ງສຸດທ້າຍອັບເດດໃນວັນທີ 12.10.08 ໃນໄດອາຣີ່ທີ່ມີຊື່ວ່າ   ມາເບີ່ງຄວາມອະລັງການຂອງຄົນຮັກດຽວໃຈດຽວ ໃຜຍັງບໍ່ໄດ້ອ່ານກະຄລີກເຂົ້າໄປອ່ານໄດ້ເລີຍ

ເຊີ່ງໃນມື້ນັ້ນມີສະມາຊີກທັງໝົດ 108 ຄົນ.. ແຕ່ມາຮອດມື້ນີ້ສະມາຊີກເພີ່ມຂື້ນເປັນ 152 ຄົນ. ສະມາຊິກກຸ່ມຮັກດຽວໃຈດຽວທັງໝົດ 152 ຄົນ ມີໜ້າຕາແບບໃດໄປເບີ່ງເລີຍ

alt

ຮ້າ ຮ່າໆໆໆ ຄວາມອະລັງການກໍ່ຍັງເປັນຄວາມອະລັງການຢູ່ຄືເກົ່າ ແລະທີ່ອະລັງການໄປກວ່ານັ້ນກະຄື ການອັບເດດໃນມື້ນີ້ໄດ້ມີການຄັດເລືອກສະມາຊີກດີເດັ່ນ 10 ຄົນ.

ການຄັດເລືອກສະມາຊີກດີເດັ່ນແມ່ນຄັດເລືອກແບບໃດ?? ຄັດເລືອກຈາກສະມາຊິກທີ່ໜ້າຕາດີ (ອັນນີ້ບໍ່ກ່ຽວ) alt

1. ເປັນຄົນມາລະຍາດດີ ເວົ້າຈາສຸພາບ

2. ເຂົ້າໄປໃຫ້ຄຳເຫັນຢູ່ກຸ່ມເປັນປະຈຳ

3. ເວລາມີບັນຫາກ່ຽວກັບຄວາມຮັກກໍ່ໄປປຶກສາກັບຄົນໃຈດີເປັນການສ່ວນໂຕ

ແລະນີ້ກະຄືໜ້າຕາສະມາຊິກດີເດັ່ນທັງ 10 ຄົນ ລຸ່ນທີ1

 

 

 

 

 

alt

ອ້າວວວວວວວວວ ໃສວ່າການຄັດເລືອກບໍ່ກ່ຽວກັບໜ້າຕາ ອັນນີ້ຊ່ວຍບໍ່ໄດ້ເດີ່ ບັງເອີນວ່າສະມາຊິກກຸ່ມຮັກດຽວໃຈດຽວມີແຕ່ຄົນໜ້າຕາດີ alt

ອິອິ.. ຈັ່ງໃດກະຮັກສາຄຸນງາມຄວາມດີນີ້ໄວ້ຕະຫລອດໄປເດີ່ ການຄັດເລືອກເທື່ອໜ້າແມ່ນຈະເລີ່ມເບີ່ງຜົນງານນັບແຕ່ມື້ນີ້ເປັນຕົ້ນໄປ

      ຄົນໃຈດີຍັງຢືນຢັນຄຳເດີມວ່າຈະຈັດ party ນັດເຈິສະມາຊີກທຸກຄົນ ພາຍໃນງານແມ່ນກິນຟຣີ ດື່ມຟຣີ ມີຂອງແຈກຂອງແຖມ ສ່ວນເວລາຈັດງານແມ່ນຈະຈັດໃນເດືອນ 2 ທີ່ນະຄອນຫລວງວຽງຈັນ. ເພາະມັນເປັນເດືອນແຫ່ງຄວາມຮັກ, ສ່ວນຖະຖານທີ່ ແລະ ວັນທີ ແມ່ນໃຫ້ລົມກັນຕື່ມ. ແລະມີອີກເລື່ອງໜື່ງກະຄື: ຄົນໃຈດີໄດ້ລົມກັບແມ່ເດັກນ້ອຍແລ້ວວ່າ ຢາກເຮັດເສື້ອກຸ່ມ ແຕ່ບໍ່ໄດ້ເຮັດມາແຈກໃດ! ຊິເຮັດມາຂາຍ  alt ແຕ່ຂາຍໃນລາຄາຖືກ. ຕົ້ນທຶນແມ່ນໂຕລະ 25.000 ກີບ. ແຕ່ຄົນໃຈດີຊິຂາຍໃນລາຄາ 15.000 ກີບ. ພວກເຈົ້າວ່າຂ້ອຍໃຈດີບໍ່ altໃຜມີຄວາມເຫັນຈັ່ງໃດກໍ່ຄລິກທີ່ນີ້ເພື່ອຊ່ວຍກັນໂຫວດ

ເສື້ອຍືດກຸ່ມຮັກດຽວໃຈດຽວ

ສຳລັບສະມາຊິກພັນລາວທ່ານໃດທີ່ຍັງບໍ່ໄດ້ເຂົ້າຮ່ວມກຸ່ມແລະມີຈຸດປະສົງຢາກເຂົ້າຮ່ວມ ແມ່ນໃຫ້ຄລິກໄປທີ່ ລີ້ງຊື່ກຸ່ມຂ້າງເທິງໄດ້ເລີຍ. ຍິນດີຕ້ອນຮັບທຸກໆຄົນເຂົ້າສູ່ໂລກຂອງຄວາມຮັກ. ຄົນໃຈດີຊີອັບເດດອີກເທື່ອໜື່ງໃນທ້າຍປີ 2008 ຫລື ຕົ້ນປີ 2009.

ນັບຖືຮັກແພງໝົດທຸກຄົນ (ຢ່າລືມໄປໂຫວດເສື້ອ)

 

ຄົນໃຈດີ

ຂຽນເມື່ອ: Nov. 22, 2008 - 5 ຄຳເຫັນ [ Comment ] - 0 trackback(s) [ Trackback ]

ຫາກວັນໃດ..........ທີ່ໃຈໄຮ້........ ເຊີ່ງຄວາມຮັກ

ຊິວິດຈັກ..............ຊິຢູ່ໄດ້........... ຈັ່ງໃດໜາ

ຄົງມອດມ້ອຍ...... ລົ້ມຫາຍ........ ວາຍຊີວາ

ຈະມີໜ້າ.............ພົບພາ............ ຫາຜູ້ໃດ

ດັ່ງມັດສາ............ໄຮ້ທາລາ........ ທີ່ອາໄສ

ດັ່ງພົງໄພ............ ໄຮ້ອ້ອມກອດ.. ຂອງພູຜາ

ເໝືອນດັ່ງນົກ...... ປີກຫັກ.......... ຕົກຈາກຟ້າ

ດັ່ງເວຫາ............ ໄຮ້ນົກ.......... ໂບກໂບຍບິນ

ເພາະຄວາມຮັກ... ມີຄ່າ............ ມະຫາສານ

ໃຜພົບພານ......... ຈະມີສຸກ....... ສະບາຍໃຈ

ເຖິງທຸກຍາກ....... ຂາດແຄນ..... ຫລາຍປານໃດ

ບໍ່ຫວັ່ນໄຫວ...... ເພາະມີຮັກ..... ເປັນກຳລັງ

 

ໂດຍ: ຄົນໃຈດີ ຄລິກນີ້ເລີຍຖ້າໃຜຢາກເຂົ້າຮ່ວມກຸ່ມຮັກດຽວໃຈດຽວ

altaltalt

ຂຽນເມື່ອ: Nov. 20, 2008 - 10 ຄຳເຫັນ [ Comment ] - 0 trackback(s) [ Trackback ]

ຈະຂໍເປັນ ກຳລັງໃຈ ໃຫ້ຄົນເຫງົາ

ຢ່າໄດ້ເສົ້າ ຕໍ່ໄປ ອີກເລີຍຫນາ

ເຂົາໄປແລ້ວ ໄປລັບ ບໍ່ກັບມາ

ເຂົາເຫັນເຮົາ ບໍ່ມີຄ່າ ເຂົາຈັ່ງໄປ

 

ເຮົາຕ້ອງສູ້ ເຮົາຕ້ອງກ້າວ ຂ້າມໃຫ້ຜ່ານ

ເຖິງດົນນານ ເຮົາຕ້ອງຂ້າມ ຜ່ານໃຫ້ພົ້ນ

ອຸປະສັກ ມີໄວ້ ໃຊ້ສ້າງຄົນ

ຕ້ອງອົດທົນ ກ້າວຂ້າມ ຜ່ານມັນໄປ

 

ໂດຍ: ຄົນໃຈດີ

ຂຽນເມື່ອ: Nov. 19, 2008 - 9 ຄຳເຫັນ [ Comment ] - 0 trackback(s) [ Trackback ]

ອັນຄວາມຮັກ ຄືສີ່ງໃດ ໃຜແດ່ຮູ້

ຢູ່ເປັນຄູ່ ໃກ້ຊີດ ສະໜິດສະໜົມ

ຫລືອ້າງວ້າງ ໂດດດ່ຽວ ສຸດລະທົມ

ຫລືຫລາຍລົ້ນ ສະເໜ່ຫາ ພາສຸກໃຈ

ຫລືວ່າໃຫ້ ເປັນກຳໄລ ແກ່ຊີວິດ

ຫລືເປັນນິດ ກາມະກິດ ຫາຄວາມໄຄ່

ຫລືເປັນເພື່ອນ ຄູ່ຄິດ ມິດຄູ່ໃຈ

ຫລືເປັນໃຜ ບໍ່ຮູ້ ຢູ່ຮ່ວມກັນ

ຫລືວ່າເປັນ ການໃຫ້ ບໍ່ຂໍຮັບ

ຫລືວ່າເປັນ ການຮັບ ທີ່ສຸກສັນ

ຫລືວ່າເປັນ ຄວາມວຸ່ນວາຍ ຄົນຮ່ວມກັນ

ຫລືງຽບງັນ ຫລືໂຫຍຫາ ຫລືຂ້າແກງ

ທັງໝົດນີ້ ແມ່ນຄວາມໝາຍ ໃນຄວາມຮັກ

ໄດ້ປະຈັກ ຂື້ນກັບໃຜ ໄດ້ຮູ້ແຈ້ງ

ມີຫລາກຫລາຍ ຄວາມໃນ ສຸດແຈກແຈງ

ແຕກເປັນແໜງ ຈະກ່າວອ້າງ ດັ່ງໃຈກັນ

ແທ້ຈິງແລ້ວ ຄວາມຮັກຄື ທຳມະຊາດ

ເປັນອຳນາດ ທີ່ລິຂິດ ໃຫ້ພີກຜັນ

ໃຫ້ແປປ່ຽນ ວົນວຽນ ໄປຕາມກັນ

ເປັນຄວາມຝັນ ທີ່ລິຂິດ ຊີວິດຄົນ

ຄວາມຮັກມີ ທຳມະຊາດ ບໍ່ທ່ຽງແທ້

ບໍ່ແນ່ວແນ່ ແປປ່ຽນ ວຽນສັບສົນ

ໃຫ້ວຸ່ນວາຍ ໄປມາ ວົກວຽນວົນ

ໃຫ້ສັບສົນ ບໍ່ທ່ຽງແທ້ ບໍ່ແນ່ນອນ

ແຕ່ໃຜໆ ເປັນຫຍັງ ຢາກໄດ້ຮັກ

ຢາກຮູ້ຈັກ ວ່າຮັກ ເປັນຈັ່ງໃດ

ເຖິງຈະທຸກ ແສນລຳບາກ ຍາກພຽງໃດ

ແທບຂາດໃຈ ຍັງຖາມຫາ ໄຂ່ວຄວ້າມັນ

altaltaltaltalt

 

 

ຂຽນເມື່ອ: Nov. 17, 2008 - 6 ຄຳເຫັນ [ Comment ] - 0 trackback(s) [ Trackback ]

ບໍ່ມີຫຍັງຫລາຍດອກ ຢ້ານໝູ່ໆລືມວ່າໂຕເອງເປັນຄົນລາວ ກະເລີຍຫາແນວດີໆມາໃຫ້ເບີ່ງວ່າ ກ່ອນທີ່ປະເທດລາວຈະເປັນປະເທດລາວໃນທຸກມື້ນີີ້ ໃນອາດີດມັນເປັນຈັ່ງໃດ

 

ຂຽນເມື່ອ: Nov. 17, 2008 - 6 ຄຳເຫັນ [ Comment ] - 0 trackback(s) [ Trackback ]

ໄດ້ຟັງເພງລາວໃນຕ່າງປະເທດແລ້ວຮູ້ສືກວ່າມີແຕ່ເພງແປກໆ ຄືຕົວຢ່າງເພງນີ້ ຊື່ເພງແມ່ນ ສະບາຍດີຄົນລາວ ເທົ່າທີ່ຮູ້ນີ້ ນັກຮ້ອງເປັນຄົນປາກຊັນ ທີ່ອາໃສຢູຝຣັ່ງ ຂ້ອຍຟັງເພງລາວລະຮູ້ສືກວ່າມ່ວນດີ ກະເລີຍເອົາມາປັນກັນຟັງ

ຂຽນເມື່ອ: Nov. 13, 2008 - 7 ຄຳເຫັນ [ Comment ] - 0 trackback(s) [ Trackback ]

ບໍ່ເຫລືອຫຍັງເລີຍແບບນີ້ນະ ໝວກກັນນັອກກະເອົາບໍ່ຢູ່

 

ເຕະຈົນຂາຫັກ ຜ່າໄຟແດງ

ຂຽນເມື່ອ: Nov. 10, 2008 - 14 ຄຳເຫັນ [ Comment ] - 0 trackback(s) [ Trackback ]

ເຫັນຫລາຍໆຄົນແຕ່ງກາບກອນ ຂ້ອຍເຫັນວ່າມັນມ່ວນດີ ມື້ນີ້ກະເລີຍລອງແຕ່ງເບິ່ງ ແຕ່ງໃຫ້ສຸດທີ່ຮັກຂອງຂ້ອຍ

 

 

ຂ້ອຍມີແຟນ          ຊື່ວ່າປາຂາວ

ຂ້ອຍເອີ້ນລາວ        ວ່າແມ່ເດັກນ້ອຍ

ເພາະວ່າຂ້ອຍ         ຮັກລາວຫລ້າຍ ຫລາຍ

ເຄີຍເສຍໃຈ           ກັບຮັກຜ່ານມາ

ຊົ່ວແທ້ໜາ           ດື່ມເບຍດື່ມເຫລົ້າ

ດຽວນີ້ເຊົາ            ເຊົາດື່ມແລ້ວເດີ່

ບໍ່ໄດ້ເວີ້                ຂ້ອຍເວົ້າຄວາມຈິງ

ທຸກໆສິ່ງ               ທີ່ປາຂາວໃຫ້

ສະບາຍໃຈ            ມີສຸກທຸກຢ່າງ

ຂ້ອຍນີ້ຊ່າງ           ໂຊກດີແທ້ໆ

ເບີ່ງຂ້ອຍແມ້         ໜ້າກະຄືລີງ   alt

ບໍ່ມີສິ່ງ                 ປຽບທຽບລາວໄດ້

ນອກຈາກໃຈ         ຮັກແທ້ຂອງຂ້ອຍ

ຈະບໍ່ປ່ອຍ             ໃຫ້ລາວຫລຸດມື

ຂ້ອຍຊິຖື               ລາວໄວ້ໃຫ້ແໜ້ນ

ຂ້ອຍຫວງແຫນ      ແຟນຂ້ອຍຄົນນີ້

ຂ້ອຍບໍ່ມີ               ຍິງສອງຍິງສາມ

ດີກໍ່ຕາມ               ງາມເລີດກະຢ່າ

ຂ້ອຍນີ້ນະ              ຮັກດຽວໃຈດຽວ

ບໍ່ຂ້ອງກ່ຽວ            ຍິງນັ້ນຍິງນີ້

ຂ້ອຍຈະມີ              ຮັກດຽວຕໍ່ໄປ

ຂ້ອຍຢູ່ໃສ              ກະຄິດຮອດເຈົ້າ

ຂ້ອຍຢາກເວົ້າ        ວ່າຮັກເຈົ້າຫລາຍ

ຊີບອາດວາຍ         ຖ້າບໍ່ເຫັນໜ້າ

ຂ້ອຍສັນຍາ           ຈະບໍ່ນອກໃຈ

ເປັນຈັ່ງໃດ            ກະຮັກຄືເກົ່າ

ຮັກປາຂາວ           ຄືກັບຮັກແມ່

ເທບແທ້ໆ             ແມ່ເດັກນ້ອຍຂ້ອຍ

 

altaltaltaltaltalt

 

alt

 

 

ໂດຍ: ຄົນໃຈດີ ເທບຫລາຍ

ຂຽນເມື່ອ: Nov. 9, 2008 - 14 ຄຳເຫັນ [ Comment ] - 0 trackback(s) [ Trackback ]

ມີຄູ່ບ່າວສາວຄູ່ໜຶ່ງ ໄປແຕ່ງງານຢູ່ທີ່ໂບດ. ພໍເສັດພິທີ ຫລວງພໍ່ຢູ່ໂບດກໍ່ໄດ້ເອົາຊອງທອດກະຖິນມາໃຫ້ເຈົ້າບ່າວເພື່ອບໍລິຈາກເງີນ ເຈົ້າບ່າວຖາມ ລະຊີບໍລິຈາກເທົ່າໃດດີລະຫລວງພໍ່? ຫລວງພໍ່ຕອບ ແລ້ວແຕ່ຄວາມງາມຂອງເຈົ້າສາວ. ເຈົ້າບ່າວກະບໍລິຈາກໄປ 1.000 ກີບ. ຫລວງພໍ່ເຫັນຈຶ່ງເວົ້າຂຶ້ນວ່າ ອ້າວວວວວວວວ ຄືບໍລິຈາກໜ້ອຍແທ້. ເຈົ້າບ່າວກະເປີດໜ້າເຈົ້າສາວໃຫ້ຫລວງພໍ່ເບິ່ງ ແລ້ວກໍ່ຟ້າວຈູງມືເຈົ້າສາວລົງຈາກໂບດ!! ແລ້ວຫລວງພໍ່ກໍ່ເອີ້ນໃສ່ນຳກົ້ນວ່າ ທ້າວ ທ້າວ ຢ່າຟ້າວໄປ! ມາເອົາເງີນທອນກ່ອນ alt

ຂຽນເມື່ອ: Nov. 7, 2008 - 10 ຄຳເຫັນ [ Comment ] - 0 trackback(s) [ Trackback ]

ລະຫວ່າງໝູ່ກັບແຟນ

 

 

ຊ່ວຍເຮັດວຽກ

ແຟນ: ວ່າງສະເໝີ

ໝູ່: ບໍ່ເຄີຍວ່າງ ເຮັດເອງຕິ ກູຂີ້ຄ້ານ

ກັບບ້ານເດິກ

ແຟນ: ຂ້ອຍຊິໄປສົ່ງເດີ່ ກັບຄົນດຽວມັນອັນຕະລາຍ

ໝູ່: ກັບເອງເດີ່ ກູຟ້າວ

ເວລາເຈັບເປັນ

ແຟນ: ຂໍເຈັບແທນ

ໝູ່: ມຶງເປັນຮ່າອີ່ຫຍັງອີກລະ ຕັ້ງສຳອອຍໃດ

ສອນໜັງສື

ແຟນ: ຍັງບໍ່ເຂົ້າໃຈຫວາ ບໍ່ເປັນຫຍັງ ຂ້ອຍຊີອະທິບາຍໃຫ້ໃໝ່

ໝູ່:​ ກູສອນມຶງຫລາຍເທື່ອລະໃດ ຮ່າມຶງ ບໍ່ແມ່ນມຶງກິນຫຍ້າແທນເຂົ້າຫວາ (ອັນນີ້ຕະຫລົກ ອິອິ)

ວາເລນທາຍ

ແຟນ: ຂ້ອຍໃຫ້ເຈົ້າໄດ້ທຸກຢ່າງ ຍົກເວັ້ນເດືອນກັບດາວ

ໝູ່: ....................... (ມື້ນີ້ມັນບໍ່ມີໂຕຕົນ)

ອົກຫັກ

ແຟນ: ....... ຫາຍສາບສູນ.........

ໝູ່: ບໍ່ເປັນຫຍັງສ່ຽວ ຢ່າຫົວມັນເທາະ ມຶງຍັງມີກູ

ຂຽນເມື່ອ: Nov. 6, 2008 - 12 ຄຳເຫັນ [ Comment ] - 0 trackback(s) [ Trackback ]

ມີຜູ້ຊາຍ 3​ຄົນ. ຄົນທີ່1 ເປັນນັກປັດຊະຍາ, ຄົນທີ2 ເປັນນັກຄະນິດສາດ ແລະ ຄົນທີ3 ເປັນຄົນໂງ່ ມື້ໜຶ່ງຊາຍທັງ 3 ຄົນນີ້ໄດ້ໄປທ່ອງທ່ຽວນຳກັນ ລະຫວ່າງທາງລົດໄດ້ເກີດອຸບັດຕິເຫດຕົກເຫວ ຈຶ່ງເຮັດໃຫ້ຊາຍທັງ 3 ຄົນນີ້ເສຍຊີວິດໝົດ ວິນຍານຂອງຊາຍທັງ 3 ຈຶ່ງຕ້ອງໄປຫາຍົມມະບານ.

ພໍໄປຮອດຍົມມະບານກໍ່ບອກໃຫ້ແຕ່ລະຄົນຖາມຄຳຖາມມາຂໍ້ໜຶ່ງ ຖ້າຍົມມະບານຕອບບໍ່ໄດ້ຄົນໆນັ້ນຈະໄດ້ຂຶ້ນສະຫວັນ ແຕ່ຖ້າຕອບໄດ້ຄົນໆນັ້ນກໍ່ຈະໄດ້ລົງນາລົກ. ນັກປັດຊະຍາຖາມເປັນຄົນທຳອິດວ່າ ໃຫ້ອະທິບາຍຄວາມໝາຍຂອງປັດຊະຍາມາຂໍ້ໜຶ່ງ ຍົມມະບານຕອບໄດ້ ນັກປັດຊະຍາກະລົງນາລົກໄປ. ນັກຄະນິດສາດຖາມເປັນຄົນທີ2 ລາວຕັ້ງເລກໂຈດມາຂໍ້ໜຶ່ງແລ້ວຖາມວ່າຄຳຕອບແມ່ນຫຍັງ ຍົມມະບານກະຕອບໄດ້ອີກ ນັກຄະນີດສາດກະລົງນາລົກໄປ. ພໍມາຮອດຄົນສຸດທ້າຍກະຄືຄົນໂງ່ ຄົນໂງ່ບອກວ່າກ່ອນຈະຖາມຄຳຖາມຂໍນັ່ງຕັ່ງທີ່ມີ 8 ຮູ! ຍົມມະບານກະເອົາຕັ່ງໃຫ້ ຄົນໂງ່ກະນັ່ງຕັ່ງແລ້ວຕົດອອກມາ ແລ້ວກະຖາມຍົມມະບານວ່າ ຂ້ານ້ອຍຕົດອອກມາຈາຮູໃດ ຍົມມະບານຕອບ ຮູທີ2 ທາງຊ້າຍ! ຄົນໂງ່ບອກວ່າຜິດ ຂ້ານ້ອຍຕົດອອກມາຈາກຮູ ຕູ໊ດດດດດ....... alt

ຂຽນເມື່ອ: Nov. 5, 2008 - 10 ຄຳເຫັນ [ Comment ] - 0 trackback(s) [ Trackback ]

 

ອ່ານໃຫ້ຈົບເດີ່ ເລື່ອງນີ້ມີປະໂຫຍດ ຂ້ອຍຕັ້ງໃຈຂຽນສຸດໆ

 

 

 

ສຽງຜູ້ຍິງໄວກາງຄົນຮ້ອງດັງສະໜັ່ນ ພ້ອມກັບມີເດັກນ້ອຍ ແລະ ຜູ້ຍິງຄົນໜຶ່ງແລ່ນຜ່ານຂ້ອຍກັບແມ່ທີ່ຢືນຊື້ຊີ້ນໝູຢູ່ ໄປຢ່າງໄວ ທັງແມ່ແລະຂ້ອຍຫຼຽວໄປເບິ່ງທັນເຫັນຜູ້ຍິງຄົນນັ້ນແວັບໆ ແລ້ວແມ່ກະເວົ້າກັບຂ້ອຍວ່າ ນັ້ນແມ່ນປ້າທີ່ຂາຍຢາຢູ່ຮ້ານນີ້ແມ່ນບໍ່ ຂ້ອຍຕອບແມ່ວ່າ ແມ່ນແລ້ວ ລາວແລ່ນໄລ່ໃຜວະ

ປ້າຄົນນັ້ນຊື່ວ່າປ້າໜອມ ເປັນຄົນຂາຍຢາຢູ່ຕະຫລາດແຖວໄກ້ບ້ານຂ້ອຍຫັ້ນແຫລະ ຖືວ່າລາວເປັນຄົນທີ່ມີຖານະດີຄົນໜຶ່ງຢູ່ແຖວນັ້ນເລີຍກະວ່າໄດ້ ປ້າໜອມເປັນຄົນຂີ້ໜຽວ ແຖມປາກຮ້າຍທີ່ສຸດໃນຕະຫລາດກະວ່າໄດ້ ຖ້າໃຜຕໍ່ລາຄາຫລາຍເກີນໄປ ຫລືຖາມແລ້ວບໍ່ຊື້ລາວກໍ່ຈະໂວຍວາຍ ແບບວ່າແລ່ນອອກຈາກຮ້ານເກືອບບໍ່ທັນພຸ້ນແຫລະ

ສຽງນັ້ນເລີ່ມດັງຂຶ້ນ ຂ້ອຍຫລຽວໄປເຫັນປ້າໜອມຈັບແຂນເດັກຜູ້ຊາຍຄົນໜື່ງ ອາຍຸປະມານ 10ປີ ເທົ່າໆກັບຂ້ອຍ ທີ່ກຳລັງດີ້ນຮົນຢູ່ ແລະ ປ້າໜອມກຳລັງຊິຕີ ແມ່ຂ້ອຍຈື່ງເຂົ້າໄປຖາມ

ມີເລື່ອງຫຍັງປ້າໜອມ ກະບັກເວນນີ້ເດ່ ມັນມາຂໍຊື້ຢາດີເຈັບທ້ອງ ກັບຢາໝ່ອງ (ກາຄົນໃຈດີຮັກແມ່ເດັກນ້ອຍalt) ພໍແຕ່ຂ້ອຍເອົາຢາໃຫ້ມັນກະແລ່ນເລີຍ ເງີນກະບໍ່ຈ່າຍ

ເວົ້າແລ້ວປ້າໜອມກະຕີຫົວເດັກນ້ອຍຄົນນັ້ນບາດໜຶ່ງຢ່າງແຮງ ແລະຈະມີອີກຫລາຍບາດແນ່ນອນຖ້າແມ່ຂ້ອຍບໍ່ຫ້າມໄວ້ ຢ່າຕີມັນເລີຍອີ່ຕົນມັນ ລະຊີໃຫ້ເຮັດຈັ່ງໃດ ເອີ້ນຕຳຫລວດມາຈັບມັນເຂົ້າຄຸກເລີຍດີບໍ່ ບັກລູກພໍ່ແມ່ບໍ່ສັ່ງສອນ ໂຕທໍ່ນີ້ກະເປັນຂີ້ລັກແລ້ວ ໃຫຍ່ມາກະຄືຊີໄປລັກເຂົາກິນແຫລະ ແມ່ຫລຽວເບິ່ງຂ້ອຍແລ້ວຫລຽວໄປເບິ່ງເດັກຄົນນັ້ນທີ່ນ້ຳຕາກຳລັງຊີໄຫລ ແມ່ມິດຢູ່ບືດໜຶ່ງແລ້ວໄປເວົ້າກັບປ້າໜອມວ່າ ຢ່າໃຫ້ເຖິງຂະໜາດນັ້ນເລີຍປ້າ ເດັກນ້ອຍມັນຄືຊີຢາກຊື້ຢາ ແຕ່ມັນບໍ່ມີເງີນ ເອົາຈັ່ງຊີ້ ຄ່າຢາຫັ້ນທໍ່ໃດ ຂ້ອຍຊີເປັນຄົນຈ່າຍໃຫ້

ໃນທີ່ສຸດເລື່ອງກໍ່ຈົບລົງໂດຍການທີ່ແມ່ຍອມຈ່າຍຄ່າຢາດີເຈັບທ້ອງກັບຢາໝ່ອງ ແລ້ວແມ່ກໍ່ຈູງແຂນເດັກນ້ອຍຄົນນັ້ນອອກມາ ປ້າໜອມຍັງຢອດມາໃສ່ຢູ່ວ່າ ລະວັງເດີ່ ເຮັດດີກັບຄົນຂີ້ລັກແບບນີ້ຈະເສຍໃຈພາຍຫລັງ ແຕ່ແມ່ບໍ່ໄດ້ຕອບຫຍັງ

ແມ່ຖາມເດັກຄົນນັ້ນວ່າຫລານຊື່ຫຍັງ ເດັກຊາຍຕອບ ອານຸ ເປັນຫຍັງຫລານຈຶ່ງໄປລັກຢາຂອງປ້າໜອມ ເດັກຄົນນັ້ນເງີຍໜ້າທີ່ເຕັມໄປດ້ວຍນ້ຳຕາ ແລ້ວເວົ້າຂຶ້ນຢ່າງສະອຶກສະອື້ນວ່າ ແມ່ຫລານເຈັບທ້ອງແຮງ ແລະ ແມ່ກະບໍ່ມີເງີນໄປໂຮງໝໍ ຫລານກະເລີຍຕ້ອງ.....alt...!!!!

ແມ່ເບີ່ງໜ້າເດັກຄົນນັ້ນໄລຍະໜຶ່ງ ແລ້ວຍື່ນຖົງໝາກກ້ຽງທີ່ຊື້ມາໃຫ້ເດັກຄົນນັ້ນຖົງໜຶ່ງ ແລ້ວບອກກັບເດັກຄົນນັ້ນວ່າ ເທື່ອໜ້າຢ່າໄປລັກຂອງໃຜເດີ່ ຄັນບໍ່ມີເງີນຊື້ຢາມາຂໍປ້າໄປຊື້ກະໄດ້ ປ້າຊື່ສົມພອນ ເປີດຮ້ານຫຍີບເຄື່ອງຢູ່ໃກ້ໆນີ້ແຫລະ ຖາມໃຜກະຮູ້ດອກ ເອົ້າ..!! ເອົາໝາກກ້ຽງນີ້ໄປຝາກແມ່ ຄົນເຈັບຕ້ອງກິນໝາກໄມ້ຫລາຍໆ ຈັ່ງຊີດີໄວໆ ຮູ້ບໍ່ ແມ່ເວົ້າພ້ອມກັບສົ່ງຮອຍຍີ້ມ ເດັກຄົນນັ້ນອຶ້ງຢູ່ບຶດໜຶ່ງ ແລ້ວກໍ່ຈັບເອົາຖົງໝາກກ້ຽງພ້ອມກັບຄຳວ່າຂອບໃຈ ແລ້ວກໍ່ຫັນຫລັງຈາກໄປ

ຫລັງຈາກກັບມາຮອດເຮືອນຂ້ອຍກະຖາມແມ່ທັນທີວ່າ ເປັນຫຍັງແມ່ຈື່ງຊ່ວຍເດັກຄົນນັ້ນ ຮູ້ຈັກກັນສະເບາະ ແມ່ຍິ້ມແລ້ວຕອບວ່າ ບໍ່ຮູ້ຈັກດອກລູກ ແຕ່ແມ່ເຫັນເດັກນ້ອຍຄົນນີ້ ຮັບຈ້າງຂາຍຂະໝົມ ຢູ່ແຖວບ້ານເຮົານີ້ແຫລະ ແຕ່ລາວຄືຊິຈື່ແມ່ບໍ່ໄດ້ດອກ ແມ່ກະເຄີຍຊື້ຂະໜົມລາວກິນຢູ່ ແລ້ວຂ້ອຍກະເວົ້າຕໍ່ ແຕ່ນັ້ນມັນກະບໍ່ແມ່ນເຫດຜົນທີ່ຈະໄປຊ່ວຍເຂົານະແມ່ ຖ້າເຂົ້າເປັນຄົນຂີ້ລັກ ແມ່ຫລຽວມາເບີ່ງໜ້າຂ້ອຍແລ້ວເວົ້າວ່າ ແມ່ເຊື່ອວ່າເດັກທີ່ເຄີຍຫາເງິນດ້ວຍຕົນເອງມາແຕ່ອາຍຸນ້ອຍໆ ຕ້ອງມີຄວາມຮັບຜິດຊອບ ແລະ ຮູ້ຄຸນຄ່າຂອງເງີນທຸກກີບວ່າ ກວ່າຊີຫາມາໄດ້ຫັ້ນມັນຍາກມັນເມື່ອຍສ່ຳໃດ ແລະ ຄົນທີ່ມີຄວາມຮັບຜິດຊອບນີ້ຈະບໍ່ມີທາງລັກຂອງໃຜດອກນອກຈາກຈະຈຳເປັນແທ້ໆ ທີ່ເຂົາບໍ່ມີທາງອື່ນໃຫ້ເລືອກແລ້ວເທົ່ານັ້ນ ຂ້ອຍຟັງແລະກໍ່ຖາມແມ່ຕໍ່ວ່າ ແລ້ວຕໍ່ໄປຖ້າເຂົາມາຂໍເງີນແມ່ໄປຊື້ຢາອີກ ແມ່ກະຊີໃຫ້ແທ້ຫວາ ໃຫ້ຕົ໋ວລູກ ຄັນມັນບໍ່ຫລວງຫລາຍອີ່ຫຍັງນະ ລະແມ່ບໍ່ເສຍດາຍເງີນຫວາ ເຮືອນເຮົາກະບໍ່ໄດ້ຮັ່ງມີຄືເຮືອນປ້າໜອມນະ ເຖິງແມ່ຊີບໍ່ມີເງີນທອງຫລວງຫລາຍພາຍມາກ ແຕ່ການໄດ້ຊ່ວຍເຫລືອຄົນທີ່ກຳລັງລຳບາກ ແມ່ກະມີຄວາມສຸກແລ້ວ ແຖມຍັງໄດ້ບຸນອີກ ເທົ່ານີ້ແມ່ກະພໍໃຈແລ້ວ ບໍ່ໄດ້ຕ້ອງການອີ່ຫຍັງຕອບແທນດອກ ລະແມ່ກະເວົ້າຕໍ່ອີກວ່າ ລູກອາດຈະບອກວ່າ ການລັກເຄື່ອງມັນເປັນສິ່ງທີ່ຜິດ... ແມ່ນ!!! ແມ່ບໍ່ຖຽງ ແຕ່ເຮົາຕ້ອງຄິດໄປໃນຫລາຍໆດ້ານ ຢ່າຄິດແຕ່ເລື່ອງຊັບສິນເງີນທອງ ຕອນນີ້ລູກອາດຈະບໍ່ເຂົ້າໃຈ ແຕ່ແມ່ເຊື່ອວ່າມີມື້ໜື່ງລູກຫາກຊີເຂົ້າໃຈເອງແຫລະ ຫລັງຈາກນັ້ນຂ້ອຍກັບແມ່ກະລົມກັນເລື່ອງອື່ນໂດຍບໍ່ຄີດເຖິງເລື່ອງນີ້ອີກເລີຍ

ຈົນເຫດການໜື່ງເກີດຂື້ນ ຈື່ງເຮັດໃຫ້ຂ້ອຍກັບມາຄີດຮອດເລື່ອງນີ້ອີກເທື່ອໜື່ງ

ຂ້ອຍຄັ່ງທັ້ງນ້ຳຕາ ຊາບຊື້ງຫລາຍ ຄຳເວົ້າຂອງແມ່ໃນມື້ນັ້ນມັນຖືກຕ້ອງທີ່ສຸດແທ້ໆ

ຫລັງຈາກທີ່ຂ້ອຍຮຽນຈົບປະຣີນຍາຕຣີແລ້ວ ຂ້ອຍກະໄດ້ເຮັດວຽກ ໄດ້ເງິນເດືອນພໍກຸ້ມກິນ ຫາລ້ຽງແມ່ໂດຍບໍ່ລຳບາກປານໃດ ຈື່ງຂໍຮ້ອງໃຫ້ແມ່ເຊົາເຮັດວຽກ ເພາະແມ່ເຮັດວຽກມາ 20 ກວ່າປີເພື່ອສົ່ງເສຍລູກຈົນຮຽນຈົບ ເຖິງເວລາແລ້ວທີ່ເຮົາຈະເປັນຄົນລ້ຽງດູແມ່ ແລະແມ່ກໍ່ຍອມ ແຕ່ແມ່ກໍ່ບອກວ່າຈະຫາເຮັດຫຍັງເລັກໆນ້ອຍໆຢູ່ຕາມບ້ານ ເພາະຄັນບໍ່ໄດ້ເຮັດຫຍັງແທ້ໆມັນກະຮູ້ສຶກເບື່ອ ຂ້ອຍກະຍອມຕາມໃຈແມ່

ຫລັງຈາກຂ້ອຍໄດ້ເຮັດວຽກໄດ້ 2 ປີ ແມ່ກະຢູ່ບໍ່ສະບາຍ ເລີ່ມຈາກການເຈັບຫົວທຳມາດາ 2, 3 ມື້ລະມັນກະເຊົາເອງ ຈົນມັນເລີ່ມເປັນແຮງຂື້ນ ຂ້ອຍກະເລີຍພາແມ່ໄປໂຮງໝໍ ທ່ານໝໍບອກວ່າບໍ່ເປັນຫຍັງຫລາຍ ເປັນຍ້ອນແມ່ເຮັດວຽກໜັກເກີນໄປ ທ່ານໝໍໃຫ້ຢາມາຊຸດໜື່ງ ແລ້ວຢ້ຳວ່າໃຫ້ພັກຜ່ອນຫລາຍໆ ຈື່ງຈະເຊົາໄວໆ

ຫລັງຈາກກິນຢາຕາມທ່ານໝໍສັ່ງແລ້ວອາການຂອງແມ່ກໍ່ເຊົາໄປ ຂ້ອຍກະສະບາຍໃຈ ແລະອີກ 1 ເດືອນຕໍ່ມາແມ່ກໍ່ກັບມາເຈັບອີກ ເທື່ອນີ້ເປັນແຮງກວ່າເທື່ອແລ້ວ ຂ້ອຍກັງວົນຫລາຍ ແລ້ວພາແມ່ໄປໂຮງໝໍອີກ ເທື່ອນີ້ທ່ານໝໍບອກວ່າໃຫ້ພາແມ່ໄປໂຮງໝໍຢູ່ໃນເມືອງເພາະເຄື່ອງມືຈະທັນສະໄໝກວ່າ ຂ້ອຍກະພາແມ່ໄປ ແລ້ວທ່ານໝໍກວດພົບວ່າ ແມ່ເປັນເນື້ອງອກໃນສະໝອງ ຕ້ອງໄດ້ຜ່າຕັດດ່ວນ ຄັນປ່ອຍໄວ້ມັນອາດຈະໄປທັບເສັ້ນປະສາດເຮັດໃຫ້ເປັນອຳມະພາດໄດ້ ຫລື ຖ້າຜ່າຕັດບໍ່ທັນກໍ່ອາດເຖິງຂັ້ນເສຍຊີວິດ ຂ້ອຍຕົກໃຈຫລາຍຈື່ງຂໍຮ້ອງໃຫ້ທ່ານໝໍຜ່າຕັດໃຫ້ແມ່ທັນທີ ໝໍບອກວ່າ ໂຮງໝໍນີ້ມີທ່ານໝໍພຽງ 2 ຄົນທີ່ເກັ່ງໃນການຜ່າຕັດເນື້ອງອກ ເພິ່ນກະໂທຫາໝໍຄົນນັ້ນ ບັງເອີນວ່າທ່ານໝໍຜ່າຕັດຄົນນັ້ນວ່າງພໍດີ ແລ້ວແມ່ກໍ່ຖືກນຳໂຕເຂົ້າຫ້ອງຜ່າຕັດທັນທີ ໃນຂະນະທີ່ຂ້ອຍຖ້າຢູ່ນອກດ້ວຍຄວາມກະວົນກະວາຍໃຈ ທັງເລື່ອງການເຈັບຂອງແມ່ ແລະເລື່ອງທີ່ທ່ານໝໍຖີ້ມທ້າຍໄວ້ໃຫ້ວ່າ ຕ້ອງທຳໃຈໄວ້ແດ່ເດີ່ ການຜ່າຕັດເນື້ອງອກໃນສະໝອງ ມີຄວາມສ່ຽງທີ່ຈະເສຍຊີວິດສູງ ເຖິງແມ່ນວ່າການຜ່າຕັດຈະປະສົບຜົນສຳເລັດກໍ່ຕາມ ອີກເລື່ອງກະຄື ຄ່າໃຊ້ຈ່າຍໃນການຜ່າຕັດສະໝອງຂ້ອນຂ້າງສູງ ຄ່າຜ່າຕັດ ລວມທັງຄ່າຢາໄລຍະພັກຟື້ນ ລວມໆແລ້ວປະມານ 130ລ້ານກີບ ໄດ້ຍິນແລ້ວຂ້ອຍແທບລົ້ມທັ້ງຢືນ ຂ້ອຍຊີໄປຫາເງີນໃສມາໄດ້ຫລວງຫລາຍປານນັ້ນ ເງີນເກັບຂອງແມ່ລວມທັງເງີນຂ້ອຍມີບໍ່ຮອດ 20ລ້ານຊ້ຳ ແຕ່ຈັ່ງໃດກະຢ່າ ຂໍເອົາຊີວີດແມ່ໄວ້ກ່ອນ ສ່ວນເລື່ອງເງີນເອົາໄວ້ຄີດນຳຫລັງ

ຫລັງຈາກການຜ່າຕັດສີ້ນສຸດລົງ ເປັນໂຊກດີຂອງແມ່ທີ່ການຜ່າຕັດປະສົບຜົນສຳເລັດ ແລະ ບໍ່ມີອາການແຊກຊ້ອນໃດໆ ທ່ານໝໍບອກວ່າພັກຟື້ນປະມານ 1 ເດືອນກະກັບບ້ານໄດ້ແລ້ວ ທາງໂຮງໝໍແຈ້ງລາຍການຄ່າໃຊ້ຈ່າຍທັງໝົດມາໃຫ້ຂ້ອຍ ປະກົດວ່າເປັນເງີນຈຳນວນ 2ແສນກີບ ເປັນຄ່າຕີດຕໍ່ປະສານງານເທົ່ານັ້ນ ຂ້ອຍແປກໃຈຈື່ງໄດ້ຖາມພະຍາບານ ພະຍາບານບອກວ່າ ທ່ານໝໍທີ່ເປັນຄົນຜ່າຕັດໃຫ້ແມ່ຂ້ອຍຫັ້ນສັ່ງໄວ້ວ່າ ບໍ່ໃຫ້ຄີດໄລ່ເງີນນຳຂ້ອຍກັບແມ່ ພະຍາບານເອງກະບໍ່ຮູ້ສາເຫດ ຂ້ອຍກໍ່ຂໍພົບໝໍຄົນນັ້ນເພື່ອຈະຂອບໃຈ ແຕ່ພະຍາບານບອກວ່າ ຫລັງຈາກທີ່ລາວຜ່າຕັດໃຫ້ແມ່ແລ້ວ ລາວກະຖືກສົ່ງໂຕໄປສືກສາເພີ່ມເຕີມກ່ຽວກັບການຜ່າຕັດສະໝອງ ທີ່ອາເມລີກາ ແຕ່ໝໍຄົນນັ້ນໄດ້ຝາກຈົດໝາຍໄວ້ໃຫ້ຂ້ອຍແລະແມ່ ແລະຢ້ຳທາງໂຮງໝໍວ່າໃຫ້ມອບໃຫ້ຂ້ອຍແລະແມ່ໃນມື້ທີ່ແມ່ອອກໂຮງໝໍ

1ເດືອນຜ່ານໄປ ແມ່ກໍ່ອອກໂຮງໝໍພ້ອມກັບໄດ້ຮັບຈົດໝາຍສະບັບນັ້ນ ພໍຮອດເຮືອນຂ້ອຍກັບແມ່ກໍ່ໄດ້ເປີດອ່ານຈົດໝາຍຂອງທ່ານໝໍຄົນນັ້ນທັນທີ ພໍອ່ານຈົບ ຂ້ອຍກັບແມ່ກໍ່ນ້ຳຕາໄຫລອອກມາພ້ອມກັນaltaltalt

 

ເນື້ອໃນຂອງຈົດໝາຍຂຽນວ່າ:

ຄ່າຜ່າຕັດ 0 ກີບ

ຄ່າຢາທັງໝົດ 0 ກີບ

ຄ່າໃຊ້ຈ່າຍທີ່ເຫລືອ 0 ກີບ

ລວມເປັນເງີນທັງໝົດ 0 ກີບ

 

ປ.ຮ.... ຄ່າໃຊ້ຈ່າຍທັງໝົດໄດ້ຮັບຮຽບຮ້ອຍແລ້ວເມື່ອ 15 ປີທີ່ຜ່ານມາ ເປັນຢາດີເຈັບທ້ອງ ຢາໝ່ອງ ແລະ ໝາກກ້ຽງຖົງໜຶ່ງ ຂໍໃຫ້ມີສຸຂະພາບແຂງແຮງໄປດົນໆ ເດີ່ປ້າສົມພອນ alt

ຈາກ... ດຣ ອານຸ

 

ອ່ານຈົບແລ້ວຢາກຈະທຳຄວາມດີບໍ່ ໂບຮານເພິ່ນວ່າ ຄົນລົ້ມຢ່າຂ້າມ ໄມ້ລົ້ມຈຶ່ງຂ້າມ... ຄົນທີ່ເຮົາຄິດວ່າບໍ່ດີ ອາດຈະດີກວ່າຄົນດີທີ່ເຮົາຄິດ!!!!!! ໂດຍ: ຄົນໃຈດີ