ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 6, 2011 | ມີ 59 ຄຳເຫັນ ແລະ 0 trackback(s)

ຄົນໃຈດີໃນນາມຫົວໜ້າກຸ່ມຄົນໃຈດີກິກຄລັບ ແລະ ກຸ່ມຄົນໃຈດີແຟນຄລັບ ຂໍເປັນເຈົ້າພາບໃນການຈັດງານພົບປະກຸ່ມຄັ້ງທີ3 ໃນວັນຈັນ 08/08/2011 ເວລາ 11 ໂມງເຊົ້າ ທີ່ ຊັ້ນ 4 ໂຮງແຮມອຸໄລວັນ. ດັ່ງນັ້ນຈື່ງຂໍເຊີນຊວນສະມາຊິກທຸກຄົນເຂົ້າຮ່ວມໃນງານ. ຫວັງຢ່າງຍິ່ງວ່າທຸກຄົນຄົງຈະສະຫຼະເວລາອັນ(ບໍ່)ມີຄຸນຄ່າ(ປານໃດ).. ອິອິ.. ເຂົ້າຮ່ວມໃນງານຄັ້ງນີ້ດ້ວຍ. ຕິດຕໍ່ຄົນໃຈດີໄດ້ທີ່ເບີ 020 7846 5812

ໝາຍເຫດ: ທຸກຢ່າງຟຣີ(ຕາມເຄີຍ)


------------------------------------------------------------------------------------------------------------------------------------------


 



ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 23, 2011 | ມີ 14 ຄຳເຫັນ ແລະ 0 trackback(s)

 

8 ໂມງເຊົ້າ

 

 

ເຂົ້າຮຽນຕອນເຊົ້າ

 

ເລີກຕອນທ່ຽງ

 

 

ເຂົ້າຮຽນຕອນບ່າຍ

 

ເລີກຮຽນຕອນແລງ

 

 

ໃກ້ຊິເສັງແລ້ວ

 


ກ່ອນເສັງ 5 ມື້

 

 

ກ່ອນເສັງ 3 ມື້

 

 

ກ່ອນເສັງ 1 ມື້

 

 

ຢູ່ຫ້ອງເສັງ

 


ໝູ່ບໍ່ໃຫ້ກ່າຍ

 


ເສັງແລ້ວໆ

 


ໄປບ້ານອາຈານ

 


ກັບຈາກບ້ານອາຈານ

 

 

ໂດຍ.. ຄົນໃຈດີ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 10, 2010 | ມີ 23 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ກຸ່ມຄົນໃຈດີແຟນຄລັບ ຫລື ຊື່ເດີມແມ່ນກຸ່ມຄົນນິໄສດີ. ໄດ້ຮັບນ້ອງໃໝ່ເຂົ້າກຸ່ມຈຳນວນ 16 ຄົນ

ກ່ອນອື່ນໝົດກໍ່ຕ້ອງຂໍກ່າວຄຳວ່າ ສຸກສັນວັນເກີດ ກຸ່ມຄົນໃຈດີແຟນຄລັບ ຄົບຮອບ 1 ປີ ແລະ ຍັງເປັນວັນຄ້າຍວັນເກີດຂອງຄົນໃຈດີນຳ. ມື້ນີ້ເປັນມື້ສັນວັນດີ ຄົນໃຈດີ ຮັບນ້ອງໃໝ່ລຸ່ນທີ 3 ເຂົ້າກຸ່ມອີກ ຈຳນວນ 16 ຄົນ. ບວກໃສ່ສະມາຊິກເກົ່າລຸ່ນທີ 1 ຈຳນວນ 16 ຄົນ ແລະ ລຸ່ນທີ 2 ຈຳນວນ 16 ຄົນ ລວມເປັນ 48 ຄົນ. ຍິງ 40 ຄົນ, ຊາຍ 8 ຄົນ. ຄົນໃຈດີເລີຍຖືໂອກາດນີ້ຈັດງານພົບປະກຸ່ມຂື້ນ ແບບ 4 in 1. ໃນນັ້ນລວມມີ

໑. ເປັນງານພົບປະກຸ່ມ

໒. ເປັນງານຮັບນ້ອງໃໝ່

໓. ສະຫລອງວັນຄ້າຍວັນເກີດກຸ່ມ

໔. ສະຫລອງວັນຄ້າຍວັນເກີດຂອງຄົນໃຈດີ

ງານດັ່ງກ່າວແມ່ນຈັດຂື້ນໃນວັນອາທິດທີ 8 ສິງຫາ 2010 ທີ່ສວນອາຫານ ໜອງເຊືອມ. ແລ້ວຄົນໃຈດີຈະເກັບພາບບັນຍາກາດມາໃຫ້ເບິ່ງໃນໄວໆນີ້.

ກຸ່ມຄົນໃຈດີແຟນຄລັບສ້າງຂື້ນເມື່ອວັນທີ 8 ສິງຫາ 2009. ໂດຍທີ່ຜ່ານມາມີສະມາຊິກກຸ່ມພຽງ 32 ຄົນ. ເວລາຜ່ານໄປ 1 ປີ. ມີຄົນເຂົ້າໄປຂຽນຄຳເຫັນແລ້ວທັງໝົດ 7623 ຄຳເຫັນ. ສະເລ່ຍແລ້ວແມ່ນມີຄົນເຂົ້າໄປຂຽນຄຳເຫັນປະມານ 20 ຄຳເຫັນຕໍ່ມື້. ເຊິ່ງຫລາຍຂື້ນຈາກສະຖິຕິໃສເມື່ອກ່ອນ (ອ່ານຂ່າວເກົ່າ)

ຝອຍມາຍາວລະ ບາດນີ້ເຮົາມາເບິ່ງວ່າ ໜ້າຕາຂອງສະມາຊິກທັງໝົດເປັນຈັ່ງໃດ ເລີ່ມຈາກ

ລຸ່ນບຸກເບີກ

ລຸ່ນທີສອງ

ນ້ອງໃໝ່ ລຸ່ນທີສາມ

ຍັງອີກຄົນໜຶ່ງທີ່ບໍ່ໄດ້ມາລາຍງານໂຕເທື່ອ ນັ້ນກະຄືນ້ອງນ້ອຍ.. ຂໍຂອບໃຈທຸກຄົນທີ່ໃຫ້ຄວາມສົນໃຈ ແລະ ຮ່ວມກັນເຮັດກິດຈະກຳນຳຄົນໃຈດີຕະຫລອດມາ ແລະ ຫວັງວ່າທຸກຄົນ ຈະເຂົ້າໄປຂຽນຄຳເຫັນທຸກຄັ້ງທີ່ເຂົ້າມາຫລີ້ນພັນລາວ ຕາມລະບຽບຂອງກຸ່ມທີ່ໄດ້ວາງໄວ ແບບນີ້ຕະຫລອດໄປ.


 

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 4, 2010 | ມີ 18 ຄຳເຫັນ ແລະ 0 trackback(s)

ເກືອບສາມເດືອນແລ້ວທີ່ບໍ່ໄດ້ຂຽນໄດອາຣີ ຖືວ່າຫາຍໜ້າຫາຍຕາໄປດົນເຕີບ.. ອິອິ.. ແຕ່ຄົນໃຈດີເຂົ້າມາເວັບທຸກມື້ ມີແຕ່ຕອບຄຳເຫັນໃນກຸ່ມລະກະໃນໂປຣໄຟລ ແຕ່ບໍ່ໄດ້ໄປທ່ອງເວັບ.. . ເອົາລະບໍ່ເວົ້າຫຍັງຫລາຍ ຄົນໃຈດີຈະຕັ້ງກຸ່ມໃໝ່ຂື້ນມາ ແຕ່ຍັງບໍ່ຮູ້ວ່າຈະໃສ່ຊື່ກຸ່ມຈັ່ງໃດ.. ແຕ່ຈຸດປະສົງໃນການຕັ້ງກຸ່ມນີ້ກໍ່ເພື່ອຢາກຈະຊ່ວຍເຫລືອຄົນລາວດ້ວຍກັນ.. ຄົນໃຈດີໄດ້ລົມກັບໝູ່ທີ່ຮູ້ຈັກໃນອິນເຕີເນັດ ໃນອາເມຣິກາ ແລະ ລາວ ທັງໃນເວັບເຮົາ ແລະ ບາງຄົນກໍ່ບໍ່ໄດ້ຫລິ້ນເວັບເຮົາ(ເຂົາຈະເຂົ້າມາຫລິ້ນນຳຫລັງ) ແລ້ວຫລາຍກວ່າຊາວຄົນ ທຸກຄົນກໍ່ເວົ້າເປັນສຽງດຽວກັນວ່າ ຈະເຂົ້າຮ່ວມກຸ່ມ.. ສະມາຊິກກຸ່ມໝົດທຸກຄົນຕ້ອງປະຕິບັດກົດລະບຽບຢ່າງເຄັ່ງຄັດ ແລະ ມີຈິດໃຈຢາກຊ່ວຍຢ່າງແທ້ຈິງ.. ບໍ່ບັງຄັບໃຜໃຫ້ເຂົ້າກຸ່ມ ແລະ ບໍ່ໃຫ້ເຂົ້າກຸ່ມເພື່ອຈຸດປະສົງອື່ນ ຂໍຄວາມສະໝັກໃຈ.. ສຳລັບກົດລະບຽບແບບສົມບູນນັ້ນຈະຂຽນໄວ້ໃນກຸ່ມ.. ແຕ່ກົດແບບຫລັກໆແມ່ນ
໑. ຈະເກັບເງິນຈາກສະມາຊິກກຸ່ມທຸກຄົນ ເດືອນໜຶ່ງ ຫ້າພັນກີບ ຫລື ຫົກສິບພັນກີບຕໍ່ປີ (ໃຜຢາກໃຫ້ຫລາຍກວ່ານີ້ກະໄດ້)
໒. ໃຫ້ສົ່ງເບີໂທລະສັບມືຖືໃຫ້ຄົນໃຈດີ(ມືຖືເທົ່ານັ້ນ)
໓. ໃຫ້ບອກປະຫວັດໂຕເອງ( ຊື່ແລະນາມສະກຸນ, ວັນເດືອນປີເກີດ, ອາຊີບ, ທີ່ຢູ່ປະຈຸບັນ ບ້ານ ເມືອງ ແຂວງ)
ກົດລະບຽບບໍ່ມີພຽງເທົ່ານີ້ ແຕ່ນີ້ຄືສິ່ງທີ່ທຸກຄົນໃນກຸ່ມຕ້ອງໄດ້ເຮັດ
ເຫດຜົນ: ຄົນໃຈດີຈະເປີດບັນຊີເງິນຝາກເພື່ອກຸ່ມເຮົາໂດຍສະເພາະ ແລະ ເງິນທຸກກີບທີ່ເຂົ້າບັນຊີຈະບອກໃຫ້ທຸກຄົນຮູ້ທຸກໆເດືອນ.. ທີ່ບອກວ່າໃຫ້ສົ່ງເບີມືຖືໃຫ້ນັ້ນກໍ່ເພື່ອຄົນທີ່ບໍ່ມີເວລາເຂົ້າມາຫລີ້ນເນັດ ນັ້ນກະຄື: ຖ້າມີການອັບເດດໃນກຸ່ມ ຄົນໃຈດີຈະໂທບອກຫລືສົ່ງຂໍ້ຄວາມບອກ ເພາະນີ້ເປັນທາງຕິດຕໍ່ທີ່ງ່າຍທີ່ສຸດ.. ສຳລັບເບີທຸກເບີຈະປິດເປັນຄວາມລັບ ບໍ່ມີໃຜຮູ້ແນ່ນອນ.. ເຫດຜົນທີ່ໃຫ້ບອກປະຫວັດໂຕເອງນັ້ນກະຄື: ໃນແຕ່ລະປີຄົນໃຈດີຈະເຮັດປື້ມ year book ໃນປື້ມນັ້ນ ຈະຕ້ອງມີຮູບ ແລະ ປະຫວັດທີ່ໄດ້ເວົ້າມາໃນຂໍ້ສາມ.. ແລະ ຖ້າເຮົາໄປຊ່ວຍເຫລືອຢູ່ສະຖານທີ່ໃດ ເຮົາຈະມອບປື້ມຫົວນີ້ໃຫ້ຂະເຈົ້າ ເພື່ອຢາກໃຫ້ເຂົາຮູ້ວ່າໃນກຸ່ມເຮົາມີໃຜແດ່.. ໃນແຕ່ລະເດືອນ ຄົນໃຈດີຈະຂຽນແບບລະອຽດວ່າ ເດືອນນີ້ໄດ້ເງິນທັງໝົດເທົ່າໃດ ມີໃຜໃຫ້ແດ່ ໃຫ້ເທົ່າໃດແລ້ວ.. ຄົນໃຈດີມາຄິດໆເບິ່ງແລ້ວ ສົມມຸດສະມາຊິກກຸ່ມເຮົາມີສິບຄົນເຮົາກໍ່ໄດ້ເດືອນໜື່ງຫ້າສິບພັນ ຖ້າສະມາຊິກເຮົາມີໜຶ່ງຮ້ອຍຄົນ ເຮົາກໍ່ໄດ້ເດືອນໜຶ່ງຫ້າແສນ ຫລື ຫົກລ້ານໃນໜຶ່ງປີ.. ເງິນຫົກລ້ານສາມາດເຮັດໄດ້ຫລາຍໆຢ່າງ..
ຄົນໃຈດີຢາກເຮັດ ແຕ່ດ້ວຍຄວາມສາມາດໂຕເອງພຽງຄົນດຽວແມ່ນຍັງເຮັດບໍ່ໄດ້ ດັ່ງນັ້ນຈຶ່ງຢາກໃຫ້ຫລາຍໆຄົນຊ່ວຍກັນ
ເລື່ອງການສົ່ງເງິນ
໑. ສະມາຊິກທີ່ຢູ່ອາເມຣິກາ ໃຫ້ຂຽນເຊັກສົ່ງໃຫ້ນ້ອງສາວຄົນໃຈດີ ເພາະນ້ອງສາວຄົນໃຈດີຈະສົ່ງເງິນໃຫ້ແມ່ຕະຫລອດ ທຸກໆສາມເດືອນ ຫົກເດືອນ ຫລື ທຸກຄັ້ງທີ່ມີພີ່ນ້ອງເມືອລາວ.. ນີ້ເປັນທາງທີ່ດີທີ່ສຸດ ເພາະວ່າຖ້າຈະໂອນເຂົ້າບັນຊີ ຫລື ສົ່ງໃຫ້ຄົນໃຈດີໂດຍກົງ ມັນຈະແພງ
໒. ສະມາຊິກທີ່ຢູ່ປະເທດອື່ນນອກຈາກອາເມຣິກາ ອັນນີ້ກໍ່ມີສອງວິທີກະຄືໂອນເຂົ້າບັນຊີ ຫລື ຈະຝາກໃຜໄປໃຫ້ຄົນໃຈດີທີ່ນະຄອນຫລວງວຽງຈັນກໍ່ໄດ້ (ສາມາດຈ່າຍໄດ້ຫົກສິບພັນໝົດປີເລີຍ)
໓. ຖ້າໃຜເຂົ້າກຸ່ມແລ້ວ ບໍ່ປະຕິດບັດກົດລະບຽບໃນກຸ່ມ ຈະຖືກຕັດອອກກຸ່ມແບບອັດຕະໂນມັດ ພາຍໃນສາມເດືອນ
໔. ເງິນທີ່ໃຜໃຫ້ໄປແລ້ວ ບໍ່ມີສິດຖອນຄືນ
ໝາຍເຫດ: ປື້ມ year book ຈະມີໜ້າແຕ່ສະເພາະສະມາຊິກທີ່ຈ່າຍເງິນຢ່າງໜ້ອຍຫົກສິບພັນກີບຕໍ່ປີເທົ່ານັ້ນ
      ນີ້ຄືສິ່ງທີ່ຈະເກີດຂື້ນ ຖ້າໃຜສົນໃຈກໍ່ຕິດຕໍ່ຄົນໃຈດີໄດ້ໂດຍສົ່ງເບີມືຖືທີ່ຕິດຕໍ່ໄດ້ມາໃຫ້ຄົນໃຈດີ ແລ້ວຈະຕິດຕໍ່ກັບ.. ແລ້ວຖ້າເບິ່ງວ່າ ຄົນໃຈດີຈະນຳພາກຸ່ມນີ້ໄປຮອດຈຸດນັ້ນຫລືບໍ່
ຂໍຂອບໃຈທຸກຄົນ ທີ່ສະຫລະເວລາເຂົ້າມາອ່ານ ເພາະຄົນໃຈດີຂຽນຍາວໄປໜ້ອຍໜຶ່ງ.. ອິອິ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 25, 2010 | ມີ 35 ຄຳເຫັນ ແລະ 0 trackback(s)

ໃນທີ່ສຸດ ປະຕິທິນກຸ່ມຄົນນິໄສດີ ກໍ່ສຳເລັດແລ້ວ ສະມາຊິກຄົນໃດຢາກໄດ້ກໍ່ print ເອົາໂລດເດີ່.. ຂະໜາດທີ່ເໝາະສົມທີ່ສຸດແມ່ນ ຂະໜາດຂອງເຈ້ຍ A4.. ໄດ້ຂຽນໄດອາຣີ່ກ່ຽວກັບກຸ່ມຍາມໃດ ກໍ່ບໍ່ເຄີຍລືມທີ່ຈະໂປຣໂໝດກຸ່ມ.. ອິອິ.. ກຸ່ມຄົນນິໄສດີ ຈະຮັບສະມາຊິກເພີ່ມ ໃນກາງປີນີ້.. ລິ້ງເຂົ້າກຸ່ມແມ່ນ ຄລິກເຂົ້າທີ່ນີ້ ຖ້າໃຜສົນໃຈເຂົ້າຮ່ວມກຸ່ມນຳພວກເຮົາກໍ່ໃຫ້ເຂົ້າໄປອ່ານກົດລະບຽບໃຫ້ລະອຽດໄດ້ທີ່ນີ້ ຄລິກທີ່ນີ້

 

ເດືອນມັງກອນ



ເດືອນກຸມພາ



ເດືອນມີນາ



ເດືອນເມສາ



ເດືອນພຶດສະພາ



ເດືອນມິຖຸນາ



ເດືອນກໍລະກົດ



ເດືອນສິງຫາ



ເດືອນກັນຍາ



ເດືອນຕຸລາ



ເດືອນພະຈິກ



ເດືອນທັນວາ


ຫລືຈະໄປກັອບປີເອົາຮູບຢູ່ທີ່ນີ້ກໍ່ໄດ້ ຄລິກທີ່ນີ້

ຂຽນເມື່ອ ຂຽນເມື່ອ: ກ.ພ.. 17, 2010 | ມີ 21 ຄຳເຫັນ ແລະ 0 trackback(s)

ວ່າຈະບໍ່ເວົ້າແລ້ວ ແຕ່ກໍ່ຂໍເວົ້າໜ້ອຍໜຶ່ງ ຢ້ານຄົນຟັງບໍ່ຮູ້ເລື່ອງ.. ອິອິ.. ກຸ່ມຄົນໃຈດີກິກຄລັບເປັນກຸ່ມທີ່ຄົນໃຈດີຕັ້ງມາເພື່ອຫາກິກໂດຍສະເພາະ ຮ່າໆໆໆໆໆໆໆໆໆໆໆໆໆ ກຸ່ມນີ້ຮັບແຕ່ຜູ້ຍິງເດີ່ ລະກະປະກາດເຖິງສາວໆ ໃຜຢາກເປັນກິກຄົນໃຈດີກໍ່ເຂົ້າຮ່ວມກຸ່ມນີ້ໄດ້.. ແລ້ວກຸ່ມນີ້ມີຫຍັງພິເສດ???????? ຕ້ອງຕິດຕາມຕອນຕໍ່ໄປ.. ກຸ່ມນີ້ສ້າງເມື່ອວັນວາເລນທາຍ 14 ກຸມພາ 2010. ຮັບສະມາຊິກຈຳນວນຈຳກັດ.. ນີ້ຄືລີ້ງເຂົ້າກຸ່ມ punlao.com/group/1799/ ປະຈຸບັນມີສະມາຊິກ ຫົກຄົນ..ນັ້ນກະຄື...............

ນ້ອງເຈນ

 

ນ້ອງໂບ

 

ອົງຫຍິງ ປາຂາວ

 

ນ້ອງນ່ານ່າ

 

ນ້ອງນິກກີ້

 

ນ້ອງຕິດຕີ່

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 24, 2009 | ມີ 55 ຄຳເຫັນ ແລະ 0 trackback(s)

ເບຍລາວ ເບຍຫລຽນຄຳລະດັບໂລກຂອງພວກເຮົາ ຄົນໃຈດີບໍ່ຄິດບໍ່ຝັນວ່າມັນຈະເດີນທາງຂ້າມນ້ຳ ຂ້າມທະເລ ຂ້າມພູຜາ ມາຮອດ ສະຮາລັດອາເມຣິກາ.

alt

 

ທ້າຍອາທິດທີ່ແລ້ວນີ້ ມີໝູ່ທີ່ເຮັດວຽກນຳກັນ(ເປັນຄົນໄທ) ລາວບອກວ່າມື້ຄືນນີ້ໄດ້ດື່ມເບຍລາວ ເຊິ່ງວ່າໝູ່ລາວ(ເປັນຄົນລາວ) ເດີນທາງມາຈາກລັດ Minnesota ມາຢາມ ແລ້ວຊາຍຄົນນັ້ນກໍ່ໄດ້ຊື້ເບຍລາວ ມານຳເພື່ອສ້າງສັນກັນ. ເມື່ອຄົນໃຈດີໄດ້ຍິນແນວນັ້ນກໍ່ surprise ສຸດໆ ແລະ ກໍ່ບໍ່ລໍຊ້າທີ່ຈະຖາມວ່າລາວຊື້ຢູ່ໃສ. ຄົນໃຈດີບອກໃຫ້ໝູ່ທີ່ເຮັດວຽກນຳກັນໂທໄປຖາມລາວ ແລະຄຳຕອບກໍ່ຄືລາວຊື້ມາຈາກ shopper food ເຊິ່ງເປັນຊຸບເປີມາເກັດ ໃກ້ບ້ານຄົນໃຈດີນັ້ນເອງ.

ຕອນບ່າຍຂອງວັນອາທິດທີ 22 ພະຈິກ 2009. ເວລາປະມານ 3 ໂມງ ຕາມເວລາທ້ອງຖິ່ນທີ່ລັດ Virginia. ຄົນໃຈດີກໍ່ເດີນທາງມຸ່ງໜ້າໄປຮ້ານດັ່ງກ່າວ ຕັ້ງຢູ່ເມືອງ Springfield. ຂີ່ລົດໄປປະມານ 10 ນາທີກໍ່ຮອດ. ແລ້ວຄົນໃຈດີກໍ່ຄົ້ນພົບວ່າ ມີເບຍລາວຢູ່ຫັ້ນຈິງ.. ເມື່ອເຫັນແລ້ວ ຄົນໃຈດີກໍ່ບໍ່ປ່ອຍໃຫ້ມັນຫລຸດມື້ ນຳຕິດໄມ້ຕິດມືກັບບ້ານມາ 2 ແກັດ (12 ແກ້ວ). alt

ພໍຄົນໃຈດີມາຮອດບ້ານກໍ່ບໍລໍຊ້າທີ່ຫຍີ້ນໃສ່ຈອກ alt

alt

ແລ້ວກໍ່ຖອກເຂົ້າປາກ alt

alt

 

ຣົດຊາດ ຄວາມກົມກ່ອມ ບົ່ງບອກເຖິງຄວາມເປັນລາວຢູ່ສະເໝີ. ນອກຈາກນີ້ກໍ່ຍັງເຫັນເບຍຈາກນາໆປະເທດ ແລະ ປະເທດເພື່ອນບ້ານຢ່າງໄທກໍ່ມີເບຍຊ້າງ ເບຍສິງ ເບຍລີໂອ ເບຍໄທເກີ... ຄົນໃຈດີມາສັງເກດເບິ່ງສະຕິກເກີທາງຫລັງແກ້ວ ຈະເຫັນວ່າແຕກຕ່າງຈາກສະຕິກເກີຢູ່ລາວ ມັນຈະມີໂຕອັກສອນຫຍໍ້ຂອງລັດຕ່າງໆຈຳນວນໜຶ່ງ ແລະ  ບໍລິສັດທີ່ນຳເຂົ້າແມ່ນ PALEEWONG TRADING CO. INC ຕັ້ງຢູ່ນິວຢອກ ເຂົ້າໄປເບິ່ງໄດ້ທີ່.. www.paleewong.com/

alt

alt

ເບຍລາວ ເບຍຂອງຄົນລາວ ເບຍຂອງຄົນທົ່ວໂລກ alt

ຕອນນີ້ຄົນໃຈດີກະເມົາໄດ້ທີ່ແລ້ວ ຂໍໂຕໄປລົມສາວໆພັນລາວກ່ອນ.. ອິອິ

 

ຄົນໃຈດີລາຍງານຈາກ VIRGINIA alt

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 25, 2009 | ມີ 126 ຄຳເຫັນ ແລະ 0 trackback(s)

ກຸ່ມຄົນນິໄສດີ ສ້າງຂື້ນເມື່ອວັນທີ 8 ສິງຫາ 2009, ມີສະມາຊິກທັງໝົດ 16 ຄົນ. ເວລາຜ່ານໄປປະມານ 2 ເດືອນເຄິ່ງ ກໍ່ມີຄົນເຂົ້າໄປຂຽນຄຳເຫັນໃນກຸ່ມແລ້ວ 1354 ຄຳເຫັນ. ສະເລ່ຍແລ້ວກໍ່ປະມານ 18 ຄຳເຫັນຕໍ່ມື້. ເຊິ່ງເປັນໂຕເລກທີ່ຄົນໃຈດີເພິ່ງພໍໃຈຫລາຍ. ຄົນໃຈດີກໍ່ຕ້ອງຂໍຂອບໃຈສະມາຊິກທຸກຄົນທີ່ໃຫ້ຄວາມສົນໃຈ ແລະ ເຂົ້າໄປທັກທາຍກັນຢູ່ໃນກຸ່ມເປັນປະຈຳ. ມື້ນີ້ເປັນມື້ສັນວັນດີ 25 ຕຸລາ 2009 ຄົນໃຈດີຈະຮັບນ້ອງໃໝ່ເຂົ້າກຸ່ມຈຳນວນ 16 ຄົນ, ຮວມກັບສະມາຊິກເກົ່າແລ້ວ ປະຈຸບັນກໍ່ມີ 32 ຄົນ, ຊາຍ 6, ຍິງ 26.. ຈະມີໃຜແດ່ນັ້ນເຮົາໄປເບິ່ງໜ້າຕາກັນເລີຍ

ອັນນີ້ແມ່ນລຸ່ນອ້າຍເອື້ອຍປີ 2

alt

alt

ບາດນີ້ມາເບິ່ງນ້ອງໃໝ່ປີ 1

alt

alt

ນ້ອງໃໝ່ເຮົານີ້ສ່ວນຫລາຍກະແມ່ນກິກຄົນໃຈດີໃນກະທູ້ກິກ ມີແຕ່ຄົນໃສໆ alt ສຳລັບສະມາຊິກພັນລາວຄົນໃດຢາກເຂົ້າຮ່ວມກຸ່ມນຳກໍ່ພຽງແຕ່ປະຕິບັດຕາມກົດກະຕິກາ. ບໍ່ຈຳເປັນຂໍເຂົ້າຮ່ວມກຸ່ມ ຖ້າຫາກໃຜປະຕິບັດຕາມກົດ ກໍ່ຈະຖືກເຊີນໃຫ້ເຂົ້າຮ່ວມກຸ່ມເອງ ລາຍລະອຽດອ່ານທີ່ນີ້ , ຄືດັ່ງທີ່ໄດ້ເວົ້າຜ່ານມາວ່າການຮັບສະມາຊິກແມ່ນຈະຮັບເປັນລຸ່ນ ແລະຈະມີງານຮັບນ້ອງຢ່າງດີ, ສຳລັບລາຍລະອຽດການຮັບນ້ອງແມ່ນໃຫ້ສະມາຊິກທຸກຄົນເຂົ້າໄປອ່ານໃນ ກະທູ້ສົນທະນາກຸ່ມ, ແລະພິເສດສຸດໆໆໆໆໆໆໆໆໆໆ ກໍ່ຄື: ວັນວານ ເອື້ອຍໃຫຍ່ຂອງພວກເຮົາ ໄດ້ແຕ່ງເພງ ໃຫ້ທຸກໆຄົນ ແລະ ຜົນງານເພງນີ້ຖ່າຍທອດເປັນຄຳຮ້ອງໂດຍ ທິດຝອຍ. ຄົນໃຈດີກໍ່ເລີຍກໍ່ເລີຍໃຊ້ເພງນີ້ເປັນເພງປະກອບໃນຄລິບຮູບພາບຂອງພວກເຮົາ. ມີບາງຄົນບັງຄັບໃຫ້ຄົນໃຈດີເອົາສະມາຊິກເຂົ້າກ່ອນ ແຕ່ຄົນໃຈດີເຮັດບໍ່ໄດ້ເພາະຍັງບໍ່ເຖິງເວລາ ຄົນໃຈດີໃຫ້ຄວາມສຳຄັນທຸກຄົນເທົ່າກັນ ຮັກທຸກຄົນເທົ່າກັນ. ເຖິງແມ່ນວ່າຈະມີບາງຄົນທີ່ຮັກເປັນພິເສດ ແຕ່ນີ້ເວົ້າເຖິງສ່ວນລວມ ເລື່ອງສ່ວນໂຕກໍ່ເອົາໄປເວົ້ານອກກຸ່ມ. ຫວັງວ່າທຸກຄົນຄົງຈະເຂົ້າໃຈ. ທີ່ຄົນໃຈດີລໍຖ້າ ກໍ່ເພື່ອຢາກຜະລິດຜົນງານແບບມີຄຸນນະພາບອອກມາໃຫ້ທຸກຄົນເບິ່ງ. ແລະສິ່ງເຫລົ່ານີ້ກໍ່ຕ້ອງໃຊ້ເວລາຫລາຍສົມຄວນ. alt

.ຍິນດີຕ້ອນຮັບທຸກຄົນ.

 

ໃຜເບິ່ງຄລິບຢູ່ນີ້ບໍ່ໄດ້ ຄລິກທີ່ນີ້

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 10, 2009 | ມີ 47 ຄຳເຫັນ ແລະ 0 trackback(s)

ມື້ນີ້ໝູ່ຂ້ອຍນະ ໂຄດເປັນຕາຊັງເລີຍ. ເປັນຜູ້ຍິງ ຄົນອາຟະຣິກາ ຂ້ອຍຊິເລີກການລະໂທມາຫາຂ້ອຍ ບອກໃຫ້ຂ້ອຍໄປສົ່ງຢູ່ບ້ານຂ້ອຍກະວ່າໂອເຄ. ມັນບອກວ່າຈະຖ້າຢູ່ແຄມທາງ ຢຸ່ໄຟແດງວ່າຊັ້ນ.. ແຕ່ບ່ອນເຮັດວຽກຂ້ອຍຫາເຮືອນຂ້ອຍມີໄຟແດງຢູ່ຫົກບ່ອນ ຂ້ອຍບໍ່ເຫັນມັນຈັກບ່ອນ.. ຂ້ອຍບໍ່ເຫັນຂ້ອຍກໍ່ລ້ຽວກັບໄປຊອກອີກ ກໍ່ບໍ່ເຫັນອີກ. ຂ້ອຍກະໂທຖາມວ່າຢູ່ໃສແທ້ ຄືບໍ່ເຫັນ. ມັນກໍ່ເວົ້າຄືເກົ່າວ່າຖ້າຢູ່ໄຟແດງ. ຂ້ອຍຖາມວ່າໄຟແດງໂຕໃດ ມັນພັດບໍ່ຕອບ. ມີແຕ່ບອກວ່າຂີ່ລົດມາໂລດຫາກເຫັນ ໄປຕາມທາງຄືເຈົ້າຊິກັບບ້ານຫັ້ນລະ.. ຖ້າຢູ່ໄຟແດງ.. ຂ້ອຍກະກັບໄປອີກວົນໄປວຽນມາຢູ່ຫັ້ນກໍ່ບໍ່ເຫັນ. ແຕ່ບ່ອນເຮັດວຽກຫາບ້ານຂ້ອຍຫັ້ນຂ້ອຍໃຊ້ເວລາຂັບລົດແຕ່ຫ້ານາທີ.. ຂ້ອຍວົນຊອກມັນຫັ້ນເຄິ່ງຊົ່ວໂມງ ກະບໍ່ເຫັນ. ຂ້ອຍກະໂທຖາມອີກວ່າຢູ່ໃສກັນແທ້ຄືບໍ່ເຫັນ. ບາດນີ້ມັນພັດຮ້າຍຂ້ອຍວ່າຂ້ອຍເຮັດໃຫ້ມັນຖ້າດົນ. ຂ້ອຍຄວນຈະຮູ້ວ່າມັນຢູ່ໃສ. ແລ້ວຂ້ອຍຈະຮູ້ຫວາແນວຖາມລະວ່າແຕ່ໄຟແດງ ຂ້ອຍຖາມວ່າເຈົ້າຢູ່ຖະໜົນໃດ ມັນພັດບໍ່ບອກ ມັນເວົ້າໄປແນວອື່ນ. ດ່າຂ້ອຍສາລະພັດ ຂ້ອຍບອກໃຫ້ມັນຟັງຂ້ອຍ ພຽງແຕ່ບອກຂ້ອຍວ່າຢູ່ຖະໜົນໃດສ່ຳນີ້ຂ້ອຍກະຮູ້ແລ້ວ. ມັນພັດບໍ່ບອກ.. ຂ້ອຍກະເລີ່ມຢາກຮ້າຍລະ ເພາະມັນບໍ່ຟັງຂ້ອຍມັນມີແຕ່ເວົ້າໃຫ້ຂ້ອຍເຊັ່ນ: ເຈົ້າຢູ່ອາເມຣີກາໄດ້ຈັກປີແລ້ວ ເປັນຫຍັງຈັ່ງບໍ່ຮູ້ຫຍັງ. ເຈົ້າໄດ້ໃບຂັບຂີ່ມາໄດ້ຈັ່ງໃດ ເຈົ້າຊື້ເອົາຫວາ... ຂ້ອຍຖ້າເຈົ້າດົນລະໃດ ປົກະຕິເວລານີ້ຂ້ອຍຮອດເຮືອນແລ້ວ ສຸດທ້າຍລະເປັນອັນວ່າຂ້ອຍຜິດໝົດ. ເອີ່.. ຄົນເຮົາຜູ້ຊິເປັນຈັ່ງໃດກະມີເນາະ ຈັ່ງແມ່ນມັນນິໄສບໍ່ດີ. ຂ້ອຍລະໄປຮັບໄປສົ່ງຕະຫລອດ. ຂ້ອຍໄປຮັບເທື່ອໃດຫັ້ນຂ້ອຍໄດ້ຖ້າຕະຫລອດ ຂະໜາດໂທບອກກ່ອນແລ້ວວ່າຈະໄປຮອດຫັ້ນຈັກໂມງ. ໄປຮອດຫັ້ນຍັງໄດ້ຖ້າຢ່າງໜ້ອຍກະສິບນາທີ. ແຕ່ຂ້ອຍກະບໍ່ໄດ້ວ່າຫຍັງຈັກຄຳ. ມັນຢາກໄປໃສມັນກະໂທຫາຂ້ອຍບອກໃຫ້ຂ້ອຍພາໄປ ຂ້ອຍກໍ່ບໍ່ເຄີຍປະຕິເສດຈັກເທື່ອ. ຂ້ອຍບອກວ່າວັນເສົາວັນທິດຂ້ອຍປິດມືຖື ຂ້ອຍກະເອົາເບີບ້ານໃຫ້. ມື້ເຊົ້ານີ້ຂ້ອຍໄປການຊ້າກະຍ້ອນຖ້າມັນຫັ້ນລະ ຂະໜາດບອກມັນແລ້ວວ່າຈະໄປຮອດເຮືອນມັນເກົ້າໂມງປາຍຊາວ. ຂ້ອຍໄປຮອດຫັ້ນຂ້ອຍຍັງໂທບອກວ່າຢູ່ໜ໊າບ້ານແລ້ວ ຈົນຮອດສິບໂມງຍັງຊາວມັນຈັ່ງອອກມາ. ທັ້ງໆທີ່ວ່າຄັນມັນຂີ່ລົດເມມັນຕ້ອງໄດ້ອອກເຮືອນແຕ່ເກົ້າໂມງປາຍສິບຫ້າ. ຂ້ອຍໄປການຊ້າສິບນາທີ ຫົວໜ້າກະຈົ່ມຢູ່.. ເຮັດດີນຳປານນີ້ຍັງມາດ່າຂ້ອຍອີກ. ຂ້ອຍກະເຫັນວ່າມັນໂຕຄົນດຽວ ບໍ່ມີໜັງສືຊ້ຳມາຢູ່ນີ້ນະ ຂັບລົດກະບໍ່ໄດ້. ແຕ່ລະມື້ໄດ້ຂີ່ລົດເມເອົາ. ຂ້ອຍກະເລີຍຢາກຊ່ວຍ ເທົ່າທີ່ຂ້ອຍຊ່ວຍໄດ້. ແທນທີ່ຈະເຫັນຄວາມດີ ພັດກາຍເປັນຄວາມຜິດ. ຂ້ອຍເສຍເວລາ ເສຍນ້ຳມັນລົດ ແລ້ວ ຍັງມາຖືກດ່າອີກ. ເຮືອນມັນກັບເຮືອນຂ້ອຍກະບໍ່ໄດ້ວ່າຢູ່ໄກ້ກັນ.. ເຮີ່ໆໆ ເຊົາລະບາດນີ້ນະ.. ຂ້ອຍບໍ່ໄປຮັບໄປສົ່ງມັນອີກແລ້ວ ມັນໂທມາກະຊິບໍ່ຮັບ. ຊິບອກທຸກຄົນໃນເຮືອນວ່າຄັນມັນໂທເຂົ້າເບີບ້ານລະບອກວ່າຂ້ອຍບໍ່ຢູ່.. ຂ້ອຍບໍ່ຄົບຄົນແບບນີ້ນະ ບໍ່ມັກອີ່ຫລີ alt

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 8, 2009 | ມີ 87 ຄຳເຫັນ ແລະ 0 trackback(s)

ຖ້າເວົ້າເຖິງຄົນໃຈດີ ກໍ່ຕ້ອງມາຄູ່ກັບ ກຸ່ມຮັກດຽວໃຈດຽວ. ແຕ່ມື້ນີ້ຄົນໃຈດີມີກຸ່ມໃໝ່ ໂດຍມີຊື່ວ່າ ກຸ່ມຄົນນິໄສດີ. ກຸ່ມຄົນນິໄສດີ ຄືຈະມີແຕ່ຄົນນິໄສດີ ໃນມູມມອງຂອງຄົນໃຈດີ. ກຸ່ມນີ້ຈະເປັນກຸ່ມຄຸນນະພາບທີ່ສຸດ. ດັ່ງທີ່ບອກໄວ້ວ່າ ທ່ານອາດຈະເບິ່ງໜັງຜົນງານຂອງຄົນໃຈດີ ໂດຍຈະເອົາຄົນໃນກຸ່ມນີ້ເປັນນັກສະແດງ. ແຕ່ເບື້ອງຕົ້ນຈະສ້າງວົງດົນຕີຂື້ນມາກ່ອນ. ທ່ານບໍ່ສາມາດເຂົ້າກຸ່ມນີ້ໄດ້ ໂດຍການຂໍເຂົ້າຮ່ວມກຸ່ມ. ສະມາຊິກທີ່ເຂົ້າກຸ່ມຈະຕ້ອງແມ່ນຄົນທີ່ຖືກເຊີນເທົ່ານັ້ນ. ການຮັບສະມາຊິກແມ່ນຈະຮັບເປັນລຸ່ນ ລຸ່ນລະປະມານ 10 - 20 ຄົນ ແລະ ຈະຈັດງານຮັບນ້ອງຢ່າງດີ (ເມົາອີກແລ້ວມື້ນີ້ນະ 555++) ອາດຈະຮັບປີໜຶ່ງເທື່ອໜຶ່ງ ຫລື ສອງເທື່ອ ປະມານນັ້ນ. ກຸ່ມນີ້ສ້າງຂື້ນມື້ວັນທີ 8 ສິງຫາ 2009 ເຫດຜົນທີ່ສ້າງມື້ນີ້ຍ້ອນມັນເປັນວັນຄ້າຍວັນເກີດຂອງຄົນໃຈດີ. ເວລາສະຫລອງຈັ່ງຊິໄດ້ສະຫລອງບາດດຽວ ເຮັດແບບ ທູອິນວັນ.. ບາງທີຈະຈັດງານຮັບນ້ອງໃສ່ມື້ນີ້ເລີຍ ແບບທຣີອິນວັນໄປເລີຍ.. ອິອິ. ທຸກໆຢ່າງຈະເລີ່ມເປັນໂຕເປັນຕົນໃນປີໜ້າ.

ສະມາຊິກທັງໝົດຄົນໃຈດີຄັດຈາກ

1. ເປັນຄົນນິໄສດີ ໂດຍເບິ່ງຈາກການຂຽນຄຳເຫັນໃນບ່ອນຕ່າງໆ

2. ເປັນສະມາຊິກກຸ່ມຮັກດຽວໃຈດຽວມາກ່ອນ

3. ເຂົ້າໄປກຸ່ມຮັກດຽວໃຈດຽວເປັນປະຈຳ ຫລື ລົມກັບຄົນໃຈດີເປັນປະຈຳ ຢູ່ບ່ອນໃດກະໄດ້

4. ຈະບໍ່ຮັບສະມາຊິກທີ່ບໍ່ໂຊຮູບໂຕເອງໃນໂປຣໄຟລ໌

ສະມາຊິກລຸ່ນທຳອິດທັງໝົດ ລວມທັງຄົນໃຈດີແລ້ວມີ 16 ຄົນ ດັ່ງນີ້:

ຄົນໃຈດີ  ຮູບບໍ່ຫລໍ່ ພໍ່ບໍ່ລວຍ ແຕ່ໃຈດີສຸດໆ

alt

ປາຂາວ ProM QueeN ໜ້າຮັກ ສົດໃສ ຫວານໃຈຕະຫລອດການຂອງຄົນໃຈດີ

alt

ຄຸນຫຍິງນຸ້ຍ ບຸນຍັງ ສາວນ້ອຍຕາກົມ ເວົ້າເກັ່ງ ໜ້າຮັກ

alt

ທ້າວທອງໃສ (Sam) ໜຸ່ມອົບອຸ່ນ ໃຈດີ ມີໜ້າຕາເປັນອາວຸດ

alt

Park Jeong Bellເວດຊາຊິວະ ໜຸ່ມໜ້າໃສ ຂວັນໃຈສາວໆ

alt

ວວ ວັນວານ ເອື້ອຍໃຫຍ່ໃນກຸ່ມ ພົບກັນຍາມໃດຕ້ອງໄດ້ຕຳຈອກ.. 555++

alt

ໜໍ່ໄມ້ສົ້ມ ສົ້ມໆ ໜຸ່ມອາລົມດີ ມີສະໄຕລ໌ເປັນຂອງໂຕເອງ

alt

ອາເລັກ °﴾͡๏̯͡๏﴿° ໜ້າຮັກ (ແຕ່ບໍ່ໃສ) (ມືດໆໜ້ອຍໜຶ່ງ) ອິອິ

alt

ຄົນທຳມະດາOriginal ສາວໜ້າໃສ ໃຈດີ ມີສະເໜ່

alt

ແມງງ້ອງແງ້ງ ສາວໜ້າຫວານ ນ້ຳຕານຍັງເອີ້ນເອື້ອຍ

alt

°°O☆pS °° ລີນດາ ສາວຫ້າວ ມາດໝັ້ນ ເດັດດ່ຽວ

alt

~ღNay ~ ສາວສຽງຫວານ ສຸພາບ ຮຽບຮ້ອຍ

alt

PNT SPS ສາວໃຕ້ ໃຈດີ ເປັນໂຕຂອງໂຕເອງ

alt

Nana Love ໜ້າຮັກສຸດໆ ສຸພາບ ອ່ອນນ້ອມຖ່ອມຕົນ

alt

ບັກບີ້ ຫອມເໝັນໜ້ອຍໜຶ່ງ ໜ້າໂຈນ ແຕ່ໃຈພະເອກ

alt

ເກດສະດາ (^oo^) Soysouvanh ແລະສຸດທ້າຍກໍ່ຄືນ້ອງນິກກີ້ ນ້ອງນ້ອຍທີ່ສຸດໃນກຸ່ມ. ເປັນຄົນລ່າງເລີງ ສຽງໃສ ຂວັນໃຈໄວທີນ

alt

ຫລາຍໆຄົນອາດຮູ້ສືກຄືຄົນໃຈດີວ່າ ທຸກຄົນທີ່ກ່າວມາຂ້າງເທິງນັ້ນ ນິໄສດີແທ້ໆ alt

ຂຽນເມື່ອ ຂຽນເມື່ອ: ກ.ລ.. 30, 2009 | ມີ 14 ຄຳເຫັນ ແລະ 0 trackback(s)

ແຂ້ວແມງຂັ້ນ2 ຫລື ເອີ້ນວ່າ ແມງນວນແຂ້ວ ແລະ ຍັງເອີ້ນໄດ້ອີກວ່າ ນວນແຂ້ວອັກເສບ

ພາສາອັງກິດ Pulp Caries (Pulpitis)

ພາສາຝຣັ່ງ: Pulpite

alt

ນິຍາມ:   ແມ່ນພະຍາດນວນແຂ້ວອັກເສບ ເຊິ່ງສ່ວນຫລາຍແມ່ນມີຜົນສະທ້ອນມາຈາກແມງຂັ້ນ2 ບໍ່ໄດ້ຮັບການປິ່ນປົວ

ສາເຫດ

+ ຈາກການຊືມເຊື້ອ: ແມງເນື້ອແຂ້ວທີ່ບໍ່ໄດ້ຮັບການປິ່ນປົວ

+ ຈາກການກະທົບ: ແຂ້ວແຕກ ຫລື ບິ່ນອອກ ຍ້ອນອຸບັດຕິເຫດຕ່າງໆ ຫລື ຫ້ອງນວນແຂ້ວອາດຖືກໄຂໂດຍບັງເອີນ ໃນຂະນະທີ່ໃຊ້ Fraise, Excavator ຄັວດຂີ້ແມງດຳອອກບໍ່ລະອຽດ

+ ຖືກອຸນຫະພູມ: ຄວາມຮ້ອນທີ່ເກີດຈາກການຝົນແຂ້ວ, ຕັດແຂ້ວເພື່ອເຮັດຕໍແຂ້ວ

+ ທາດເຄມີ: ການອັດຖາວອນດ້ວຍ Amalgame, Ciment ທີ່ໃກ້ນວນແຂ້ວ ແຕ່ບໍ່ໄດ້ຮອງພື້ນ ຫລື ຮອງບາງເກີນໄປ ແລະ ອາດຍ້ອນໃຊ້ຢາປີ່ນປົວແຂ້ວ ທີ່ມີຄຸນລັກສະນະສານເຜົາໄໝ້ໃກ້ຫ້ອງນວນແຂ້ວເກີນໄປເຊັ່ນ: Formol, Trioxy, ethylene . . .

+ ຈາກເລືອດ: ເປັນພະຍາດຊືມເຊື້ອເລືອດ (ເນື່ອງຈາກຫ້ອງນວນແຂ້ວມີເລືອດໄປຫລໍ່ລ້ຽງ)

+ ເຊື້ອພະຍາດ: ເກີດຈາກເຊື້ອ Streptococcus ທີ່ເປັນເຊື້ອທັງມັກອາກາດແລະບໍ່ມັກອາກາດ (Aeobics & Anaerobics)

ອາການສະແດງ

1. ອາການບອກເລົ່າຈາກຄົນເຈັບ

+ ເຈັບຕາມລຳພັງທີ່ມີລັກສະນະຕອດເຕັ້ນຄືກຳມະຈອນຕີ

+ ເຈັບແກ່ຍາວຫລາຍນາທີ ຫລາຍຊົ່ວໂມງ ຫລື ຫລາຍກວ່ານັ້ນ. ແຕ່ສ່ວນໃຫ່ຍມັກຈະເຈັບເປັນໄລຍະ

+ ເຈັບແຜ່ລາມ (ຂື້ນກັບວ່າເປັນແມງໃສ່ແຂ້ວເຫລັ້ມໃດ)

+ ເຈັບໃນເວລາກາງຄືນ

+ ເຈັບເວລາມີສິ່ງຕ້ອງຊູນ ເຊັ່ນ: ຫຍ້ຳອາຫານ, ດື່ມນ້ຳເຢັນ ຫລື ນ້ຳຮ້ອນ, ຂອງຫວານ, ຂອງເຄັມ, ຂອງເຜັດ, ໃນຂະນະທີ່ກຳລັງອອກແຮງງານ, ກົ້ມຫົວລົງ

+ ສະຫລຸບແລ້ວ ທຸກປັດໄຈທີ່ມີການກະຕຸ້ນໃຫ້ເສັ້ນເລືອດຕື່ງໂຕ ຈະເຮັດໃຫ້ມີອາການເຈັບໂລດ

2. ອາການທີ່ແພດກວດພົບ

+ ຈະເຫັນມີຂຸມແມງເລິກ

+ ໃຊ້ Excavator ຄວັດເສດອາຫານອອກຈະເຈັບ, ເມືອໃຊ້ Explorer ແຍ່ເບິ່ງຈະພົບຈຸດຊອດ ຫລື ຈຸດເຈັບແຮງ ຈົນບໍ່ສາມາດຕ້ອງຊູນໄດ້ອີກ ພ້ອມທັງມີເລືອດໄຫລອອກມາຈາກຫ້ອງນວນແຂ້ວ

+ ຊ່ອງໄຟຟ້າຈະເຫັນພື້ນຜົ້ງແມງຊອດລ່ວງໃສ່ຫ້ອງນວນແຂ້ວ

+ ກວດດ້ວຍເຄື່ອງກວດທີ່ມີຊື່ວ່າ:  Pulpo-testeur ຈະໄດ້ 10 - 18 uA

ຮູບແບບສະແດງ: ແບ່ງອອກເປັນ 3 ປະເພດ

+ Pulpite subaigue

+ Pulpite aigue: ລວມມີ Pulpite aigue sereuse (ແບບບໍ່ທັນມີໜອງ) ແລະ  Pulpite aigue purulente (ແບບມີໜອງ)

+ Pulpite chronique: ລວມມີ Pulpite chronique hypotrophique polype pulpaire (ມີການອັກເສບນວນແຂ້ວແລ້ວນວນແຂ້ວຈະໄຄ່ຂຶ້ນ) ແລະ Pulpite chronique atrophique (ເມື່ອມີການອັກເສບແລ້ວນວນແຂ້ວຈະນ້ອຍ)

ນອກຈາກນັ້ນເຮົາຍັງສາມາດແບ່ງໄດ້ຕາມການອັກເສບຄື

+ Pulpite partielles (ນວນແຂ້ວອັກເສບສ່ວນໃດສ່ວນໜຶ່ງ)

+ Pulpite tatales (ນວນແຂ້ວອັກເສບທັງໝົດ)

ແລະຍັງສາມາດແບ່ງໄດ້ອີກໂດຍເອົາເພດານແຂ້ວເປັນໂຕກຳນົດຄື

+ Pulpite ouvertes (ຫ້ອງນວນແຂ້ວຊອດ)

+ Pulpite fermees (ຫ້ອງນວນແຂ້ວປິດ)

ການບົ່ງມະຕິ

1. ບົ່ງມະຕິແນ່ນອນ

+ ເຈັບໂດຍລຳພັງ

+ ເຈັບແຮງເມື່ອມີການຍຸແຍ່ ເຊັ່ນ: ຫຍ້ຳອາຫານ, ດື່ມນ້ຳຮ້ອນ ນ້ຳເຢັນ, ແຕ່ກັດແຂ້ວເຂົ້າກັນບໍ່ເຈັບ

+ ເຈັບແກ່ຍາວ

+ ເຈັບແຜ່ລາມ

+ ເຈັບມີລັກສະນະຕອດເຕັ້ນຄືກຳມະຈອນຕີ

+ ກວດຜົ້ງແມງພົບຈຸດເຈັບແຮງ ຫລື ຈຸດຊອດພືນຜົ້ງແມງ ແລະ ມີເລືອດໄຫລອອກຫລັງຈາກກວດ

+ ຊ່ອງໄຟຟ້າຈະເຫັນຄອງສີດຳ ຊອດລ່ວງໃສ່ຫ້ອງນວນແຂ້ວ, ແຕ່ບໍລິເວນອ້ອມຮາກແຂ້ວປົກກະຕິ

2. ບົ່ງມະຄິຈຳແນກ

Periodontite

ວິວັດທະນາການ

ຖ້າບໍ່ໄດ້ຮັບການປິ່ນປົວ ຫລື ປິ່ນປົວບໍ່ຖືກຕ້ອງກໍ່ຈະກ້າວໄປເປັນ Gangrene Pulpaire, Peridontite......

ການປິ່ນປົວ: ມີ 2​ ວິທີ

1. Coffage Pulpaire / Direct Pulp Capping ( ການຮັກສານວນແຂ້ວໄວ້ ດ້ວຍການຮຳບາດແຜນວນແຂ້ວ)

ເຮັດໃນກໍລະນີທີ່ຮູຊອດບໍ່ກາຍ 1 ມມ ແລະ ບໍ່ມີການຊືມເຊື້ອມາກ່ອນ. ມີຂັ້ນຕອນປະຕິບັດດັ່ງນີ້

+ ສັກຢາມືນສະເພາະທີ່ເພື່ອສະດວກໃນການປະຕິບັດ

+ ກຽມຜົ້ງຕາມລັກສະນະຂອງແມງ

+ ລ້າງຜົ້ງຢ່າງລະມັດລະວັງດ້ວຍນຳເກືອ (selum salle), ບໍ່ຄວນລ້າງດ້ວຍ Hydrogen (ມັນຈະໄໝ້)

+ ເຊັດໃຫ້ແຫ້ງດ້ວຍສຳລີ

+ ໃສ່ Calcium Hydroxyde ທີ່ເປັນ Base ທາໃສ່ບໍລິເວນອ້ອມຮູຊອດ ແລະ ປ່ອຍໃຫ້ຢາຄ່ອຍໆໄຫລລົງປິດທັບຮູຊອດ. ພະຍາຍາມບໍ່ໃຫ້ມີແຮງກົດ.

+ ປິດທັບດ້ວຍ Hydroxyde de Calcium ທີ່ປະສົມລະຫວ່າງ Base + Catalyse

+ ກຽມວັດສະດຸຮອງພື້ນ IRM ແລ້ວກໍ່ອັດຖາວອນ

ໝາຍເຫດ: ຄວນນັດຄົນເຈັບມາຕິດຕາມຄືນ ເພື່ອເຮັດການທົດສອບນວນແຂ້ວ (Pulp Test)

2. Pulpectomie (ການຕັດເອົານວນແຂ້ວອອກ)

+ ໃສ່ຢາຂ້ານວນແຂ້ວປະໄວ້ 3 - 5 ມື້

+ ໃສ່ Meche Fermee ປະໄວ້ 5 - 7 ມື້

+ ອັດຮູຮາກປະໄວ້ 7 - 15 ມື້

+ ອັດຖາວອນດ້ວຍ Amalgame, Ciment, Composite ແລ້ວແຕ່ຄວາມເໝາະສົມຂອງຜົ້ງແມງ ແລະ ເຫລັ້ມແຂ້ວ

ວີທີແກ້ໄຂເພື່ອບັນເທົາຄວາມເຈັບປວດ

+ ຂູດເອົາ ຮາກ ຫລື ລຳ ຜັກຄາດ ຫລື ຜັກອີ່ເລີດ ຍັດໃສ່ຂຸມແມງ... ຫລື ສາມາດໃຫ້ໝາກມາດ, ໝາກແຂ່ນ ຫລື ຢາສູບ ຍັດໃສ່ກໍ່ໄດ້.( ຫລັງຈາກເຊົາເຈັບແລ້ວໃຫ້ເອົາອອກ)

ສິ່ງທີ່ຄວນເອົາໃຈໃສ່

+ ອາການຂອງ Pulpite ມີ: ເຈັບໂດຍລຳພັງ, ເຈັບແກ່ຍາວ, ເຈັບແຜ່ລາມ, ເຈັບມີລັກສະນະຕອດເຕັ້ນຄືກຳມະຈອນຕີ

ບົດຄວາມທີ່ກ່ຽວຂ້ອງ

ນຳສະເໜີແຂ້ວໂດຍຫຍໍ້

ແຂ້ວແມງຂັ້ນ1 (ແມງເຄືອບແຂ້ວ)

ແຂ້ວແມງຂັ້ນ2 (ແມງເນື້ອແຂ້ວ)

 

ຂຽນໂດຍ: ຄົນໃຈດີ (2006)

ພາບປະກອບໂດຍ: Google

ຂຽນເມື່ອ ຂຽນເມື່ອ: ກ.ລ.. 29, 2009 | ມີ 23 ຄຳເຫັນ ແລະ 0 trackback(s)


ແມງຂັ້ນ2 ຫລືເອີ້ນອີກຊື່ໜຶ່ງວ່າ ແມງເນື້ອແຂ້ວ ຫລືເອີ້ນໄດ້ອີກວ່າ ເນື້ອແຂ້ວອັກເສບ

ພາສາອັງກິດ: Dentine Caries ຫລືເອີ້ນວ່າ: Dentinitis

ພາສາຝຣັ່ງ: Dentinite

alt

ນິຍາມ: ແມ່ນການອັກເສບເນື້ອແຂ້ວ ໝາຍຄວາມວ່າແມງຈະທຳລາຍຮອດແຕ່ຊັ້ນເນື້ອແຂ້ວເທົ່ານັ້ນ

ສາເຫດ

1. ສາເຫດມາຈາກແຂ້ວ

+ ແມງເຄືອບແຂ້ວ ຫລື ເຄືອບຮາກແຂ້ວທີ່ບໍ່ໄດ້ຮັບການປິ່ນປົວ ຫລື ຂາດຄວາມເອົາໃຈໃສ່

+ ຂາດໂພສະນາການ (Dystrophy), ເຮັດໃຫ້ການສ້າງເນື້ອເຍື່ອຂອງແຂ້ວບໍ່ສົມບູນ (Hypoplasy)

+ ແຂ້ວຫ້ຽນ ອາດເນື່ອງມາຈາກພະຍາດ ຫລື ຈາກການໃຊ້ງານມາດົນ

+ Meladontie

+ ຖືກເຄືອງມືປິ່ນປົວແຂ້ວຕັດເຄືອບແຂ້ວ ເຊັ່ນ: Fraise...

+ ເງືອນໄຂທາງກາຍະວິພາກສາດຂອງແຂ້ວເອງ

2. ສາເຫດທີ່ເກີດຈາກບໍລິເວນອ້ອມຮາກແຂ້ວ

+ ອັກເສບກະດູກຫວ່າງແຂ້ວ

+ ເຟັນຫວ່າງແຂ້ວ (ເຟັນສາມຫລ່ຽມ) ຖືກອັກເສບ ຫລື ຖືກທຳລາຍ

+ ເຟັນແຂ້ວອັກເສບ

+ ກະດູກເບົ້າແຂ້ວຫ້ຽນ

ອາການສະແດງ

1. ອາການບອກເລົ່າຈາກຄົນເຈັບ

+ ຮູ້ສືກເຈັບເວລາຫຍ້ຳອາຫານໂດຍສະເພາະອາຫານແຂງ, ເຈັບເວລາຖູແຂ້ວ ແລະ ຈີ້ມແຂ້ວ

+ ເຈັບເວລາສຳພັດກັບທາດເຄມີເຊັ່ນ: ອາຫານ, ໝາກໄມ້ ທີ່ມີລົດຫວານ, ສົ້ມ. ເຜັດ...

+ ເວລາຖືກອຸຫະພູມເຊັ່ນ: ເຢັນ ແລະ ຮ້ອນ

2. ອາການທີ່ແພດກວດພົບ

+ ເຫັນຂຸມແມງຕື້ນ (ໃນກໍລະນີເປັນ Sample) ແລະ ເລິກ (ໃນກໍລະນີເປັນ Profonde)

+ ໃຊ້ Excavateur ຄວັດຂີ້ແມງດຳອອກຈະຮູ້ສຶກເຂັດຖ້າແມງຕື້ນ ແລະ ຮູ້ສຶກເຈັບຖ້າແມງເລິກໃກ້ຊິຮອດຫ້ອງນວນແຂ້ວ

+ ໃຊ້ Sonde ແຍ່ກວດພື້ນຜົ້ງແມງບໍ່ພົບຈຸດຊອດ ແຕ່ຈະມີອາການເຈັບ ຫລື ເຂັດ

ອາການເຈັບຫລືເຂັດທີ່ກ່າວມາຂ້າງເທິງນັ້ນຈະບໍ່ປະກົດຂຶ້ນເອງໂດຍລຳພັງຈັກເທື່ອ ນອກຈາກມີສິ່ງມາຕ້ອງຊູນຫລືສຳພັດເທົ່ານັ້ນ. ແລະຈະບໍ່ມີອາການເຈັບແກ່ຍາວ ຄືຈະຢຸດເຊົາທັນທີຫລັງຈາກເຊົາຕ້ອງຊູນ.

ຮູບແບບສະແດງ: ແບ່ງອອກເປັນ 2​ ຊະນິດຄື

1. ແມງຕື້ນ ເອີ້ນວ່າ Dentinite Sample (ຮູ້ສຶກເຂັດ)

2. ແມງເລິກ ເອີ້ນວ່າ Dentinite Profonde (ຮູ້ສຶກເຈັບ)

 ເຖິງຢ່າງໃດກໍ່ຕາມ ອາການຂອງ Dentinite ຈະບໍ່ແນ່ນອນ ຄືຈະມີການປ່ຽນແປງໄປຕາມຈຸດທີ່ຕັ້ງຂອງແມງ. ດັ່ງນັ້ນຈື່ງສາມາດແບ່ງອອກໄດ້ຫລາຍຮູບແບບດັ່ງນີ້

+ Dentinite ທີ່ບໍ່ສະແດງອາການ: ຊະນິດນີ້ຈະບໍ່ເຈັບ ບໍ່ເຂັດ ຫລື ມີພຽງອາການຮູ້ສືກເລັກນ້ອຍເທົ່ານັ້ນ. ສ່ວນຫລາຍພົບໃນແຂ້ວນ້ຳນົມ ແລະ ແຂ້ວຜູ້ເຖົ້າ

+ Dentinite ທີ່ມີອາການເຈັບບໍ່ແຮ່ງ (ປານກາງ): ມັກພົບໃນຄົນໜຸ່ມ ໃນແຂ້ວຖາວອນ

+ Dentinite ທີ່ມີອາການເຈັບແຮງ: ຈະເຈັບແຮງທີ່ສຸດ ເຖິງຈະຖືກຕ້ອງຊູນເບົາໆກໍ່ຕາມ. ສ່ວນຫລາຍມັກພົບໃນຄົນເຈັບທີ່ມີຄວາມຜິດປົກກະຕິທາງປະສາດ ຫລື ຈິດຕະສາດ, ພົບໃນແຂ້ວທີ່ແຂງແກ່ນ, ແຂ້ວຍັງແໜ້ນໃນຂຸມຮາກແຂ້ວ, ແມງທີ່ກິນຢູ່ຄໍແຂ້ວ.

ການບົ່ງມະຕິ

1. ບົ່ງມະຕິແນ່ນອນ

+ ບໍ່ມີອາການເຈັບໂດຍລຳພັງ, ເຈັບເວລາຖືກຕ້ອງຊູນ

+ ມີໄລຍະເຈັບແບບສັ້ນໆ, ບໍ່ແຜ່ລາມ ແລະ ບໍ່ມີລັກສະນະຕອດ

+ ບໍ່ມີຈຸດຊອດລ່ວງໃສ່ຫ້ອງນວນແຂ້ວ

+ ພາບລັງສີຈະເຫັນສະພາບຂອງພື້ນຜົ້ງແມງ ແລະ ຫ້ອງນວນແຂ້ວຍັງບໍ່ຊອດລ່ວງໃສ່ກັນ

alt

2. ການບົ່ງມະຕິຈຳແນກ

+ Pulpite Sup-aigue: ມີອາການດັ່ງນີ້

* ເຈັບໂດຍລຳພັງ

* ເຈັບເມື່ອມີສິ່ງຕ້ອງຊູນ

* ເຈັບດົນ ແກ່ຍາວ

* ຖືກຮ້ອນຈະເຈັບແຮງກວ່າຖືກເຢັນ

* ເຄາະແຂ້ວໃນທາງນອນຈະມີຄວາມຮູ້ສືກ

+ Prepulpite: ມີອາການດັ່ງນີ້

* ບໍ່ເຈັບໂດຍລຳພັງ

* ເຈັບເມື່ອມີການຕ້ອງຊູນ ແຕ່ຈະເຈັບແກ່ຍາວກວ່າ Dentinite ແມ້ແຕ່ເອົາສາເຫດທີ່ພາໃຫ້ເຈັບອອກແລ້ວກໍ່ຍັງເຈັບຢູ່

* ເຈັບເມື່ອຖືກຮ້ອນຖືກເຢັນ

* ການກວດດ້ວຍກະແສໄຟຟ້າພົບວ່າ ໄລຍະຂອງຄວາມຮູ້ສຶກຈະຫ່າງອອກ ເມື່ອສົມທຽບກັບແຂ້ວປົກກະຕິ. ແຕ່ບໍ່ເຈັບ

+ ຫວ່າງແຂ້ວອັກເສບ (ເຟັນແຂ້ວ ຫລື ຫວ່າງແຂ້ວອັກເສບ): ເນື່ອງຈາກເຟັນແຂ້ວຫ່າງ ແລະ ມີເສດອາຫານເຂົ້າໄປຄ້າງ. ອາການເຈັບແມ່ນມີຄວາມຄ້າຍຄືກັບເຈັບເນື້ອແຂ້ວ. ເຊິ່ງມີອາການທີ່ສຳຄັນດັ່ງນີ້:

* ເຟັນຫວ່າງແຂ້ວ ໃຄ່ ແດງ

* ຫວ່າງແຂ້ວຫ່າງ ໂດຍສະເພາະຢູ່ຄໍແຂ້ວ

* ມິເສດອາຫານຄ້າງຄາຢູ່ຫວ່າງແຂ້ວ ພ້ອມມີກິ່ນເໝັນ

* ມີເລືອດອອກ ແລະ ເຈັບເລັກນ້ອຍກວດ ແລະ ຫລັງກວດຄົ້ນຫວ່າງແຂ້ວ

* ຊ່ອງໄຟຟ້າຈະເຫັນກະດູກລະຫວ່າງແລ້ວ (Septum) ອັກເສບເປັນສີດຳ ຫລື ຖືກທຳລາຍ (ຫ້ຽນລົງ)

ວິວັດທະນາການ

ຖ້າແມງເນື້ອແຂ້ວບໍ່ໄດ້ຮັບການປິ່ນປົວ ຫລື ປິ່ນປົວບໍ່ຖືກວິທີກໍ່ຈະກ້າວໄປເປັນ Pulpite, Grangrene ....

ການປິ່ນປົວ

ເຮັດ Coffage Indirect / Indirect Pulp Capping (ການຮຳບາດແຜເນື້ອແຂ້ວ)

+ ກໍລະນີທີ່ສາມາດເອົາຂີ້ແມງດຳອອກໝົດ ກໍ່ອັດຖາວອນໄດ້ເລີຍດ້ວຍ Amalgame, Ciment, Glass Ionomer ຫລື Composite ຕາມຄວາມເໝາະສົມ. ແຕ່ຖ້າຄົນເຈັບມີອາການເຂັດ ກໍ່ຄວນຮອງພື້ນດ້ວຍ Hydryxide de Calcium ກ່ອນຈື່ງອັດຖາວອນ

+ ກໍລະນີ້ບໍ່ສາມາດເອົາຂີ້ແມງດຳອອກໄດ້ໝົດເພາະຄົນເຈັບຮູ້ສືກເຈັບ ຕ້ອງໄດ້ຮຳບາດແຜໄວ້ກ່ອນ ດ້ວຍການທາ Hydroxyde de Calcium ແລະ ອັດໄວ້ດ້ວຍວັດສະດຸອັດຊົ່ວຄາວ ປະໄວ້ 6 - 8 ອາທິດ. ເພື່ອກະຕຸ້ນໃຫ້ມີການສ້າງເນື້ອແຂ້ວຂື້ນມາໃໝ່ ຈາກນັ້ນຈື່ງນັດຄົນເຈັບມາອັດຖາວອນ

ວິທີແກ້ໄຂເພື່ອບັນເທົາຄວາມເຈັບປວດ

1. ຫລີກລ້ຽງການກະທົບຕ່າງໆ ເຊັ່ນ: ການຫຍ້ຳອາຫານ, ການດື່ມນ້ຳເຢັນ.....

2. ບໍ່ໃຫ້ມີສິ່ງຕົກຄ້າງຢູ່ໃນຂຸມແມງ (ກ່ອນກິນເຂົ້າໃຫ້ໃຊ້ສຳລີ ຍັດໃສ່ໃນຂຸມແມງ ເມື່ອກິນເຂົ້າແລ້ວໆ ກໍ່ເອົາອອກ)

3. ຖ້າມີອາການເຈັບຕ້ອງຄິດສະເໝີວ່າ ຕ້ອງມີບາງສິ່ງຕົກຄ້າງຢູ່ໃນ. ພະຍາຍາມເອົາສິ່ງນັ້ນອອກແລ້ວກໍ່ຈະເຊົາເຈັບ

ສິ່ງທີ່ຄວນເອົາໃຈໃສ່

1. ແມງເນື້ອແຂ້ວມີ 2 ປະເພດຄື: ແມງຕື້ນເອີ້ນວ່າ: Dentinite Sample (ຮູ້ສຶກເຂັດ) ແລະ ແມງເລີກເອີ້ນວ່າ: Dentinite Profonde (ຮູ້ສຶກເຈັບ)

2. ຈະເຈັບຫລືເຂັດ ແຕ່ເວລາມີສິ່ງຕ້ອງຊູນເທົ່ານັ້ນ

3. ບໍ່ເຈັບຂື້ນເອງໂດຍລຳພັງ, ບໍ່ເຈັບແກ່ຍາວ, ບໍ່ເຈັບແຜ່ລາມ, ບໍ່ເຈັບມີລັກສະນະຕອດເຕັ້ນ

ບົດຄວາມທີ່ກ່ຽວຂ້ອງ

ນຳສະເໜີແຂ້ວໂດຍຫຍໍ້

ແຂ້ວແມງຂັ້ນ1 (ແມງເຄືອບແຂ້ວ)

ແຂ້ວແມງຂັ້ນ3 (ແມງນວນແຂ້ວ)

 

ຂຽນໂດຍ: ຄົນໃຈດີ 2006

ພາບປະກອບໂດຍ: Google

ຂຽນເມື່ອ ຂຽນເມື່ອ: ກ.ລ.. 28, 2009 | ມີ 25 ຄຳເຫັນ ແລະ 0 trackback(s)

ແຂ້ວແມງຂັ້ນ1 ຫລືເອິ້ນອີກຊືໜຶ່ງວ່າ ແມງເຄືອບແຂ້ວ

ພາສາອັງກິດ: Enamel Caries

ພາສາຝຣັ່ງ: Carie de l' email

alt

ນິຍາມ: ແມ່ນແມງທີ່ທຳລາຍພຽງຊັ້ນເຄືອບແຂ້ວ ຫລື ເຄືອບຮາກແຂ້ວເທົ່ານັ້ນ.

ສາເຫດ:

+ ບໍລິເວນຮ່ອງແຂ້ວເລິກເຊັ່ນ: ຮ່ອງໜ້າຫຍ້ຳ (Sillon), Cingulum, ຂຸມທາງຂ້າງ (ດ້ານນອນ + ດ້ານໃນ), ບໍ່ລິເວນແຂ້ວຕິດກັນ (Proximal mesial-distal)

+ ແຂ້ວທຽມ ຫລື ການດັດແປງແຂ້ວ ສາມາດເປັນປັດໄຈໃຫ້ອາຫານໄປຄ້າງ

+ ແຂ້ວຖືກກະທົບ ມີຮອຍແຕກແຫງ ຫລື ເຄືອບແຂ້ວບິ່ນແລ້ວມີເສດອາຫານໄປຄ້າງ

ອາການສະແດງ

1. ອາການບອກເລົ່າຈາກຄົນເຈັບ

ບໍ່ມີອາການທີ່ບົ່ງບອກຈາກຄົນເຈັບເລີຍ (ບໍ່ມີຄວາມຮູ້ສືກໃດໆທັງໝົດ)

2. ອາການທີ່ແພດກວດພົບ

* ເຫັນຈຸດຂາວຂຸ້ນ, ສີດຳ ຫລື ສີນ້ຳຕານ

* ບາງຄັ້ງເຫັນຂຸມແມງຕື້ນ

* ໃຊ້ Excavator ຄວັດ ແລະ ໃຊ້ Explorer ແຍ່ ຈະມີຍັງສະນະບໍ່ກ້ຽງ, ກະຕຸກກະຕັກ ແຕ່ບໍ່ມີຄວາມຮູ້ສືກໃດໆ

alt

3. ການຊ່ອງໄຟຟ້າ

ເຫັນຈຸດສີດຳ ໂດຍສະເພາະຢູ່ຂ້າງໃກ້ແລະຂ້າງໄກ (Mesial-Distal) ຫລື ຢູ່ຮາກແຂ້ວ

ວິວັດທະນາການ

ຖ້າຂາດການປິ່ນປົວ ກໍ່ຈະຂະຫຍາຍໂຕໄປເປັນ ແມງຂັ້ນ2 (Dentinitis) ແລະ ຂັ້ນ3 (Pulpitis)...

ການບົງມະຕິ

1. ບົ່ງມະຕິແນ່ນອນ

* ການກວດພົບ ແລະ ການບໍ່ມີອາການເຈັບຫລືເຂັດ

* ຊ່ອງລັງສີ ໂດຍສະເພາະຂ້າງ Proximal mesial-distal

2. ບົ່ງມະຕິຈຳແນກ

* Gangrene Pulpaire

* Hypoplasie

* Fluorose

* Melanodontie

ການປິ່ນປົວ

+ ກໍລະນີບໍ່ທັນເປັນຂຸມເພິ່ນໃຊ້ Solution ຂອງ Fluoride ທີ່ມີຄວາມເຂັມຂຸ້ນ 5% - 10% ມາຈ້ຳໃສ່ 2-3 ເທື່ອຕໍ່ມື້. ປະຕິບັດເຊັ່ນນີ້ເປັນເວລາຫລາຍອາທິດ ຫລາຍເດືອນ ຈຸດດ່າງດຳນັ້ນກໍ່ໍ່ຄ່ອຍໆຈາງໄປ.

+ ກໍລະນີເປັນຂຸມ ຫລັງຈາກດັດແປງຜົ້ງ ແລະ ຄວັດຂີ້ແມງດຳອອກແລ້ວ ກໍ່ອັດຖາວອນເລີຍ.

ສິ່ງທີ່ຄວນເອົາໃຈໃສ່

1. ແມງເຄືອບແຂ້ວບໍ່ມີອາການເຈັບໃດໆທັງໝົດ

2. ບໍ່ລິເວນຜິວແຂ້ວບໍ່ກ້ຽງ ມີລັກສະນະເປັນກະຕຸກກະຕັກ

3. Proximal mesial-distal ໝາຍເຖິງບ່ອນທີ່ແຂ້ວແຕ່ລະເຫລັ້ມຈຸກັນ

ບົດຄວາມທີ່ກ່ຽວຂ້ອງ

ນຳສະເໜີແຂ້ວໂດຍຫຍໍ້

ແຂ້ວແມງຂັ້ນ2 (ແມງເນື້ອແຂ້ວ)

ແຂ້ວແມງຂັ້ນ3 (ແມງນວນແຂ້ວ)

 

ຂຽນໂດຍ: ຄົນໃຈດີ

ພາບປະກອບໂດຍ: Google

ຂຽນເມື່ອ ຂຽນເມື່ອ: ກ.ລ.. 27, 2009 | ມີ 47 ຄຳເຫັນ ແລະ 0 trackback(s)

ແຂ້ວປະກອບມີ 3 ພາກສ່ວນຄື: ຕົ້ນແຂ້ວ (Crown), ຄໍແຂ້ວ (Neck) ແລະ ຮາກແຂ້ວ (Root)

ແຂ້ວມີ 3 ຊັ້ນຄື: ເຄືອບແຂ້ວ ( Enamel), ເນື້ອແຂ້ວ (Dentine) ແລະ ນວນແຂ້ວ (Pulp)

alt

ພະຍາດແຂ້ວແມງ

1. ນິຍາມ: ແມ່ນຂະບວນການທຳລາຍຈີວະແຂງຂອງແຂ້ວ ຈາກເຊື້ອຈຸລິນຊີບາງຊະນິດທີ່ມີຢູ່ໃນຜົ້ງປາກ. ເຊື້ອຈຸລິນຊີດັ່ງກ່າວສາມາດສະຫລາຍນ້ຳຕານໃຫ້ປ່ຽນເປັນທາດກົດ ທີ່ສາມາດທຳລາຍແຂ້ວໄດ້ ດ້ວຍການສະຫລາຍສ່ວນທີ່ເປັນແຮ່ທາດຂອງແຂ້ວ. ເມື່ອມີການສູນເສຍແຮ່ທາດແຂ້ວກໍ່ຈະກ້າວໄປເປັນຂຸມຫລືເປັນຜົ້ງ ເອີ້ນວ່າ ຂຸມແມງ ຫລື ຜົ້ງແມງ.

2. ສາເຫດ

+ ສາເຫດກັບທີ່

* ເຫລັ້ມແຂ້ວ: ແຂ້ວບໍ່ເປັນລະບຽບ, ການປະກອບສ້າງທາງດ້ານເຄມີຂອງແຂ້ວບໍ່ສົມບູນ ເຮັດໃຫ້ຮູບຮ່າງຜິດປົກກະຕິ

* ສະພາບຜົ້ງປາກບໍ່ສະອາດ

* ນ້ຳລາຍ: ຄ່າ pH ຂອງນ້ຳລາຍຕ່ຳ, ປະລິມານນ້ຳລາຍມີໜ້ອຍ.

* ການໃສ່ແຂ້ວທຽມ, ດັດແຂ້ວ ຫລື ອັດແຂ້ວບໍ່ຖືກຕ້ອງ ເຊິ່ງສາມາດເປັນເຫດໃຫ້ເສດອາຫານໄປຄ້າງ

+ ສາເຫດທົ່ວໄປ

* ເພດ

* ອາຍຸ

* ການປ່ຽນແປງທາງດ້ານຮໍໂມນ

* ການຂາດວິຕາມີນ C ແລະ D. (ວິຕາມີນດັ່ງກ່າວຈະຊຸກຍູ້ໃຫ້ Ca ຈັບກັບກະດູກໄດ້ດີ)

* ອາຫານ

* ທີ່ຢູ່ອາໃສ ( ຄວາມຈະເລີນ ມີຄວາມສ່ຽງຫລາຍກວ່າ ຊົນນະບົດ)

* ອື່ນໆ

ກົນໄກ: ກ່ອນຈະເກີດເປັນພະຍາດແຂ້ວແມງ ຕ້ອງມີ 4 ປັດໄຈນີ້

+ Host (ແຂ້ວ ແລະ ນ້ຳລາຍ): ຮູບຮ່າງ, ສ່ວນໂຄ້ງ ແລະ ສ່ວນປະກອບຂອງແຂ້ວ ລວມທັງລະດັບຄ່າ pH ແລະ ປະລິມານນ້ຳລາຍ ກໍ່ມີຄວາມສຳຄັນໃນການເກີດພະຍາດແຂ້ວແມງໄດ້ເຊັ່ນກັນ.

+ Micro Organism (ເຊື້ອພະຍາດ): ໄດ້ແກ່ Bacteria Steptococcus Mutans ແລະ Lactobacillus ເນື່ອງຈາກວ່າເຊື້ອພວກນີ້ສາມາດຜະລິດ Lactic Acid ອອກມາໄດ້

+ Diet (ອາຫານການກິນ): ລວມມີອາຫານແລະເຄື່ອງດື່ມ ທີ່ມີລົດຫວານແລະລົດສົ້ມ

+ Time (ເວລາ): ເວລາກໍ່ເປັນປັດໄຈກໍ່ໃຫ້ເກີດພະຍາດແຂ້ວແມງ ໂດຍສົມທົບກັບຫລາຍປັດໄຈຄື: ບໍ່ລິເວນໜ້າຫຍ້ຳທີ່ຖືກກະທົບ, ຕຳແໜ່ງຂອງແຂ້ວ ແລະ ຄວາມແຕກຕ່າງດ້ານການປະກອບສ້າງແຮ່ທາດ ເພາະວ່າເມື່ອເກີດປະຕິກິລິຍາການສູນເສຍແຮ່ທາດກໍ່ຈະເຮັດໃຫ້ເຄືອບແຂ້ວມີການປ່ຽນແປງ.

ອະທີບາຍກົນໄກການເກີດພະຍາດແຂ້ວແມງດ້ວຍປະກົດການທາງດ້ານເຄມີ

ກົດ H ຈະດຸດເອົາ ion H ທີ່ຢູ່ໃນໂມເລກຸນຂອງ Hydroxyde-apatite ອອກ ເພາະວ່າມັນກາຍສະພາບອີ່ມໂຕ. ຫລັງຈາກນັ້ນ Hydroxyde-apatite ກໍ່ຈະມີໂຄງສ້າງບໍ່ສົມບູນແບບ ໝາຍຄວາມວ່າໂຄງສ້າງທີ່ແທ້ຈິງຖືກປ່ຽນແປງໄປ ແລ້ວອ່ອນໂຕລົງ. ສະພາບດັ່ງກ່າວເອີ້ນວ່າ: ສະພາບສູນເສຍແຮ່ທາດ (Demineralization). ເຮັດໃຫ້ກ້າວໄປສູ່ການທຳລາຍຈີວະແຂງຂອງແຂ້ວ (Destruction) ໃນທີ່ສຸດກໍ່ຈະກາຍເປັນຜົ້ງແມງ ຫລື ຂຸມແມງ (Cavity)

ການຈັດແບ່ງປະເພດ ຫລື ຂັ້ນຂອງແມງ

ແມງຂັ້ນ1: ແມງເຄືອບແຂ້ວ ( Carie de l' email / Enamel Caries)

ແມງຂັ້ນ2: ແມງເນື້ອແຂ້ວ (Dentinite / Dentinitis)

ແມງຂັ້ນ3: ອັກເສບນວນແຂ້ວ (Pulpite / Pulpitis)

ແມງຂັ້ນ4: ນວນແຂ້ວເນົ່າເປື່ອຍ ແລະ ນວນແຂ້ວຕາຍ ( Gangrene & Mortification)

alt

ອາການສົນທີ່ເກີດຈາກພະຍາດແຂ້ວແມງ

ຖ້າແຂ້ວແມງບໍ່ໄດ້ຮັບການປິ່ນປົວ ກໍ່ຈະກ້າວໄປຫາການອັກເສບອະໄວຍະວະອ້ອມຮາກແຂ້ວ (Periodontite), ອັກເສບກະດູກຄາງກະໄຕ (Osteite Maxillaire), ອັກເສບແອ້ກະດູກ (Osteomyelite),  ເປັນຝີ ( Abces), ເປັນຜ້ຳ (Phlegmon). ນອກຈາກນັ້ນຍັງສາມາດກ້າວໄປເປັນພະຍາດຫົວໃຈ, ພະຍາດໄຂ່ຫລັງ, ຊືມເຊື້ອເລືອດ ແລະ ພະຍາດອື່ນໆໄດ້ອີກ

alt

ການປ້ອງກັນ

+ ເພີ່ມການໃຫ້ສຸຂະສືກສາແກ່ປະຊາຊົນ ກ່ຽວກັບການຮັກສາອະນາໄມຜົ້ງປາກແລະແຂ້ວ ໃຫ້ສະອາດຢູ່ສະເໝີ

alt

+ ປີ່ນປົວ ແລະ ອັດແຂ້ວແມງຂັ້ນ1 ແລະ ຂັ້ນ2

alt

+ ມີການເຮັດ sealant ໂດຍສະເພາະໃນແຂ້ວທີ່ມີຮ່ອງໜ້າຫຍ້ຳເລິກ

alt

+ ໄປກວດປາກແລະແຂ້ວເພື່ອຮັບຄຳປືກສາຈາກທັນຕະແພດ ຢ່າງໜ້ອຍ 2 ຄັ້ງ ຕໍ່ ປີ

alt

+ ລ້າງປາກ, ຖູແຂ້ວ ຫລັງຈາກຮັບປະທານອາຫານທຸກຄັ້ງ. ສຳລັບເດັກນ້ອຍບໍ່ຄວນໃຫ້ອົມເຂົ້າ, ດູດເຕົ້ານົມໃນຂະນະທີ່ເດັກນ້ອຍນອນ. ຫລັງຈາກປ້ອນເຂົ້າແລະດື່ມນົມແລ້ວ ຄວນລ້າງປາກແລະອະນາໄມຜົ້ງປາກຢູ່ສະເໝີ

alt

+ ໃຫ້ມີການແນະນຳການໃຊ້ສານ ຟລູອໍໄຣດ໌ (Fluoride) ເຊັ່ນ: ກິນຢາເມັດຟລູອໍໄຣດ໌, ການບ້ວນປາກດ້ວຍນ້ຳຢາທີ່ປະສົມຟລູອໍໄຣດ໌ ແລະ ການໃຊ້ຢາຖູແຂ້ວທີ່ປະສົມສານຟລູອໍໄຣດ໌ ເປັນຕົ້ນ

alt

ສິ່ງທີ່ຄວນເອົາໃຈໃສ່

1. ເຊື້ອທີ່ເປັນສາເຫດພາໃຫ້ເກີດເປັນພະຍາດແຂ້ວແມງແມ່ນ Bacteria Steptococcus Mutans

2. ກົດທີ່ສາມາດທຳລາຍເຄືອບແຂ້ວໄດ້ແມ່ນ Lactic Acid

3. ກ່ອນຈະເປັນແຂ້ວແມງຕ້ອງມີ 4 ຢ່າງນີ້: ແຂ້ວ+ນ້າລາຍ, ເຊື້ອພະຍາດ, ອາຫານ ແລະ ເວລາ

4. pH ແມ່ນຄວາມເປັນກົດເປັນດັ່ງຂອງນຳລາຍ ປົກກະຕິມີຄ່າເທົ່າ 7

5. ແຂ້ວແມງແບ່ງອອກເປັນ 4 ຂັ້ນ

6. ອາການສົນຂອງພະຍາດແຂ້ວແມງ

ບົດຄວາມທີ່ກ່ຽວຂ້ອງ

ແຂ້ວແມງຂັ້ນ1 (ແມງເຄືອບແຂ້ວ)

ແຂ້ວແມງຂັ້ນ2 (ແມງເນື້ອແຂ້ວ)

ແຂ້ວແມງຂັ້ນ3 (ແມງນວນແຂ້ວ)

 

ຂຽນໂດຍ: ຄົນໃຈດີ

ພາບປະກອບໂດຍ: Google

ຂຽນເມື່ອ ຂຽນເມື່ອ: ກ.ລ.. 18, 2009 | ມີ 20 ຄຳເຫັນ ແລະ 0 trackback(s)

ເມາະ ຫລື ໝົກເມາະ ເປັນອາຫານຈານໂປດຂອງຄົນໃຈດີ. ມື້ວານນີ້ເຮັດເມາະກິນ ເລີຍໄດ້ຂຽນແບບສຳຫລວດ ເມາະ ຄລິກ ຂືຶ້ນມາຖາມ ວ່າຮູ້ຈັກ ເມາະບໍ່ ປະກົດວ່າ 80% ຄົນພັນລາວ ບໍ່ຮູ້ຈັກເລີຍ. ມື້ນີ້ກະເລີຍຊິມາຝອຍເລື່ອງເມາະສູ່ຟັງ.. ອິອິ! ມັນແຊບຢາກໃຫ້ທຸກຄົນລອງຊິມ. alt

ເມາະ ເປັນອາຫານພື້ນບ້ານຂອງແຂວງຊຽງຂວາງ. ກໍ່ເນື່ອງຈາກວ່າ ແມ່ຄົນໃຈດີ ບ້ານເກີດລາວແມ່ນຢູ່ ບ້ານຖິ່ນ ເມືອງຄູນ ແຂວງຊຽງຂວາງ. ສຳລັບພໍເປັນຄົນແຖວລ້ອງງື່ມ. ບ້ານແຈ້ງ ເມືອງທຸລະຄົມ ແຂວງວຽງຈັນ. ທັງສອງພົບຮັກກັນທີ່ຫວຽດນາມ ທ່າມກາງສົງຄາມໂລກຄັ້ງທີ່ສອງ. (ໂຣແມ່ນຕິກເນາະ) alt .... ນອກເລື່ອງລະ.. ມາເວົ້າເລື່ອງເມາະຕໍ່ບາດນິ.. ອິອິ

ເມາະ ເປັນໝົກ ທີ່ຫໍ່ໃສ່ໃບຕອງ ແລ້ວເອົາໄປໜຶ້ງ. ຄ້າຍໆກັບໝົກທົ່ວໆໄປ. ແຕ່ເມາະມັນແຕກຕ່າງຢູ່ບ່ອນວ່າ. ຊີ້ນທີ່ເອົາໄປເຮັດຫັ້ນຕ້ອງປ່ອຍໃຫ້ມັນເນົ່າກ່ອນ alt

ກໍ່ເນື່ອງຈາກວ່າຄົນໃຈດີມັກອາຫານຈານນີ້ ຈື່ງໄດ້ຮຽນເຮັດ. ມື້ນີ້ກະຊິມາບອກວິທີເຮັດເມາະ ສະຕາຍຄົນໃຈດີ.. alt

ສິ່ງທີ່ໃຊ້ເຮັດເມາະແມ່ນ ຫາງງົວ + ລີ້ນງົວ (ເຄິ່ງຕໍ່ເຄິ່ງ)

ສ່ວນປະກອບມີ: ໝາກເຜັດ, ຫົວສີໄຄ, ໃບຂີ້ຫູດ, ຜັກອີ່ຕູ່, ຜັກຊີ, ຜັກທຽມ, ຫອມບົ່ວ, ຂ່າ, ເຂົ້າເບືອ, ເກືອ, ແປ້ງນົວ,

ວີທີເຮັດ

1. ນຳຫາງງົວມາບາດເອົາແຕ່ພາກສ່ວນໜັງກັບຊີ້ນ (ບໍ່ເອົາກະດູກ). ແລ້ວນຳມາຕັດເປັນຕ່ອນພໍດີຄຳ. ພ້ອມດ້ວຍລີ້ນກໍ່ຕັດເປັນຕ່ອນເຊັ່ນດຽວກັນ. ຫລັງຈາກນັ້ນກໍ່ເອົາມັນຍັດໃສ່ກັບ ຫລື ແກ້ວ ແລ້ວອັດຝາໃຫ້ແໜ້ນ ປະໄວ້ 1 ຫາ 2 ມື້. ຖ້າອາກາດໜາວກໍ່ປະ3 ຫາ 4 ມື້ແລ້ວແຕ່. ຈົນໃຫ້ມັນມີກິ່ນເໝັນ alt

2. ຫລັງຈາກມັນເໝັນແລ້ວ ກໍ່ນຳເອົາມາຖອກໃສ່ຊາມ. ໃສ່ນ້ຳໜ້ອຍໜຶ່ງ ແລ້ວກໍ່ຕຳຫົວສີໄຄ, ຫົວຜັກທຽມ, ຂ່າ ແລະ ເຂົ້າເບືອ ມາຖອກໃສ່. ພ້ອມດ້ວຍ ເກືອແລະແປ້ງນົວ ຈາກນັ້ນກໍ່ຊອຍຫອມຕ່າງໆເປັນຕ່ອນນ້ອຍໆ. ສຳລັບຫອມນີ້ຕ້ອງໃສ່ຫລາຍເປັນພິເສດ ເພື່ອຂ້າກິ່ນ. ໂດຍສະເພາະແມ່ນຫົວສີໄຄ ແລະ ຜັກຊີ. ສຳລັບໝາກເຜັດແມ່ນໃຫ້ຊອຍລວງຍາວອອກເປັນ 2 ປ່ຽງ. ຫລາຍຫລືໜ້ອຍແມ່ນຂຶ້ນກັບຄົນມັກ. ແຕ່ຢ່າງໜ້ອຍຕ້ອງແມ່ນໝົກລະໜ່ວຍ. ຄົນທຸກຢ່າງເຂົ້າກັນ

3. ນຳມາຫໍ່ໃສ່ໃບຕອງທີ່ກຽມໄວ້ ແລ້ວນຳໄປໜຶ້ງ. ໃຊ້ເວລາໜຶ້ງປະມານ 1 ຊົ່ວໂມງ. ເປັນອັນເສັດພິທີ່ alt

 

ບາດນີ້ກະມາເບິ່ງໜ້າຕາຂອງ ເມາະ.

alt

ຂໍອະໄພທີ່ ເມາະ ຄົນໃຈດີບໍ່ໄດ້ຫໍ່ໃສ່ໃບຕອງ. ເນື່ອງຈາກວ່າບ້ານຄົນໃຈດີບໍ່ມີໃບຕອງກະເລີຍຫໍ່ໃສ່ແຜ່ນອາລູມີນຽມແທນ alt

alt

ແລະນີ້ກໍ່ຄືໜຶ່ງໃນເມນູຈານໂປດຄົນໃຈດີ alt

ຂຽນເມື່ອ ຂຽນເມື່ອ: ກ.ລ.. 13, 2009 | ມີ 43 ຄຳເຫັນ ແລະ 0 trackback(s)

ເດັກນ້ອຍອາຍຸຕ່ຳກວ່າ12ປີຫ້າມອ່ານ ຈັກໜ້ອຍບໍ່ເຂົ້າໃຈ.. ອິອິ

ຍິງ: ອ້າຍເອີ່ຍ ຄ່ອຍໆແນ່ດຸ ມັນເຈັບນະ

ຊາຍ: ຮູ້ແລ້ວ ຮູ້ແລ້ວ ບອກແລ້ວວ່າຢ່າຟ້າວ ເປັນຫຍັງບໍ່ເຊື່ອກັນ

ຍິງ: ກະພຽງແຕ່ຢາກລອງເບິ່ງຊື່ໆ ວ່າມັນເຂົ້າໄດ້ບໍ່

ຊາຍ: ເຫັນບໍ່ມັນບໍ່ເຂົ້ານີ ຊິເຮັດຈັ່ງໃດດີ

ຍິງ: ອ້າຍກະພະຍາຍາມແດ່ດຸ

ຊາຍ: ພະຍາຍາມແລ້ວໄດ້ສ່ຳນີ້ແຫລະ ເຫັນບໍ່ນິ ເຂົ້າຮອດບໍ່ຈຳຊ້ຳ

ຍິງ: ຊັ້ນອ້າຍຊິໃຫ້ນ້ອງເຮັດຈັ່ງໃດຊັ້ນນະ

ຊາຍ: ດຽວອ້າຍຊິຊື້ໃຫ້ໃໝ່ກະແລ້ວກັນ ບອກແລ້ວວ່າມັນໃສ່ບໍ່ໄດ້ ແຫວນວົງນີ້ມັນນ້ອຍໂພດ

altalt

ຂຽນເມື່ອ ຂຽນເມື່ອ: ກ.ລ.. 1, 2009 | ມີ 237 ຄຳເຫັນ ແລະ 0 trackback(s)

 

 

ມື້ນີ້ເປັນມື້ສັນວັນດີ ເປັນວັນຄົບຮອບໜຶ່ງປີ ຂອງກຸ່ມຮັກດຽວໃຈດຽວ. ນັ້ນກະສະແດງໃຫ້ເຫັນວ່າ ກຸ່ມຮັກດຽວໃຈດຽວ ຢູ່ຄູ່ກັບພັນລາວມາໄດ້ໜຶ່ງປີແລ້ວ. ມີຫລາຍສິ່ງຫລາຍຢ່າງເກີດຂຶ້ນ. ກຸ່ມຮັກດຽວໃຈດຽວ ສ້າງຂຶ້ນເມື່ອວັນທີ 01ກໍລະກົດ2008 ໂດຍຄົນໃຈດີ. ໃນການອັບເດດກຸ່ມຄັ້ງທຳອິດ ເມື່ອວັນທີ 20ກໍລະກົດ2008 ມີສະມະຊິກພຽງ 27 ຄົນ ຄລິກ ແລະ ການອັບເດດຄັ້ງລ່າສຸດເມື່ອວັນທີ 05ມັງກອນ2009 ມີສະມາຊິກທັງໝົດ 170 ຄົນ ຄລິກ ໜຶ່ງປີຜ່ານໄປ ປະຈຸບັນມີສະມາຊິກເພີ່ມຂື້ນເຖິງ 651 ຄົນ. ເຊິ່ງເປັນກຸ່ມທີ່ມີສະມາຊິກຫລາຍທີ່ສຸດໃນພັນລາວ. ກຸ່ມຮັກດຽວໃຈດຽວໄດ້ຈັດງານພົບປະສ້າງສັນຂຶ້ນໜຶ່ງຄັ້ງເມື່ອວັນທີ07ກຸມພາ2009 ຄລິກ ທຸກໆຄົນທີ່ໄປຮ່ວມງານ ຄົນໃຈດີຮູ້ຈັກທາງເນັດທັ້ງນັ້ນ ແມ້ແຕ່ກະທັ້ງປາຂາວເອງ. ມື້ນີ້ຄົນໃຈດີໄດ້ລວບລວມພາບ ຂອງສະມາຊິກກຸ່ມທັງໝົດມາໃຫ້ເບິ່ງ ທັງພາບນີ້ງແລະພາບເຄື່ອນໄຫວ.. ພ້ອມນີ້ຕອນທ້າຍໆຍັງມີວີດີໂອຄລິບບາງສ່ວນໃນງານກຸ່ມຮັກດຽວໃຈດຽວມາໃຫ້ເບິ່ງ ເຊິ່ງວ່າຄລິບນີ້ຍັງບໍ່ເຄີຍເປີດເຜີຍໃສມາກ່ອນ.. ທ່ານສາມາດເບິ່ງຄລິບໄດ້ ຄລິກທີ່ນີ້ . ພາບທັງໝົດຢູ່ລຸ່ມນີ້ຄົນໃຈດີໄດ້ອັບໂຫລດລົງໃນອັລບັ້ມ ກຸ່ມຮັກດຽວໃຈດຽວ

ແລະນີ້ກໍ່ຄືສະມາຊິກທັງໝົດ 651 ຄົນ

.

.

.
.
.
.


 

altaltaltaltalt

ກ່ອນໜ້ານີ້ຄົນໃຈດີກໍ່ປະກາດວ່າຈະມີການແຂ່ງຂັນແຕ່ງກອນ ໂດຍມີເສື້ອຍືດກຸ່ມເປັນຂອງລາງວັນ ຄລີກ ກໍ່ບໍ່ມີໃຜໃຫ້ຄວາມສົນໃຈເທົ່າທີ່ຄວນ ແລະມີພຽງ 2 ກອນທີ່ສົ່ງເຂົ້າມາ ເປັນແບບນີ້ກໍ່ບໍ່ຈຳເປັນມີກຳມະການ ບໍ່ຈຳເປັນມີການແຂ່ງຂັ້ນ ເພາະຄົນໃຈດີວ່າຈະແຈກ 3 ລາງວັນ. ມີ 2 ກອນກໍ່ຮັບໄປງ່າຍໆເລີຍ 2 ລາງວັນ. ແລະເຈົ້າຂອງທັງ2ກອນນີ້ກໍ່ຄື ວວ ວັນວານ. ແຕ່ ວັນວານບໍ່ມີສິດຮັບ2ລາງວັນ ສະນັ້ນເລືອກຄົນໃນກຸ່ມມາ1ຄົນວ່າວັນວານຈະເອົາເສື້ອນີ້ໃຫ້ໃຜ. ຕິດຕໍ່ຮັບເສື້ອໄດ້ກັບປາຂາວ. ແລະສອງກອນທີ່ສົ່ງເຂົ້າມາແມ່ນຢູ່ໃນໝວດພັນລະນາປະເທດ ແລະ ກອນອວຍພອນ. ເຊິ່ງຄົນໃຈດີບໍ່ເຄີຍອ່ານກອນອວຍພອນມ່ວນແບບນີ້ຢູ່ໃສມາກ່ອນ.. ອິອິ.. ເຮົາໄປອ່ານນຳກັນເລີຍ

ຜືນແຜ່ນດິນຖິ່ນນີ້..............ອຸດົມດີເຫຼືອຫຼາຍ
ພົງພູເຂົາລຳເນົາໄພ...........ກໍ່ຫຼາກຫຼາຍເຫຼືອລົ້ນ
ປະຊາຊົນຮັກຫອມໄວ້........ທຳມະຊາດອັນງາມຍິ່ງ
ສິ່ງທີ່ທຳມະຊາດໃຫ້...........ຊ່າງງາມລ້ຳເລີດປະມານ

ບ່ອນທ່ອງທ່ຽວຫຼາກລົ້ນ.......ທຳມະຊາດເມືອງວັງວຽງ
ໄຫຫີນແຂວງຊຽງຂວາງ......ເມືອງວິລະຊົນຄົນກ້າ
ລົງມາຫຼວງພະບາງພີ້..........ຕາດກວາງຊີໃສສະອາດ
ພະທາດຫຼວງຫໍພະແກ້ວ......ກໍ່ງາມແທ້ດັ່ງດຽວກັນ

ເລາະລຽບລົງລວງໃຕ້.........ພະບາດໂພນສັນປາກຊັນ
ແຂວງບໍລິຄຳໄຊ...............ນ້ຳສາມສີບໍ່ມີເສົ້າ
ພະທາດເມືອງເກົ່າເຈົ້າ.......ຖ້ຳພະແຂວງຄຳມ່ວນ
ຊວນໃຫ້ອອນຊອນດ້ວຍ.....ຖ້ຳນາງແອ່ນແສນງົດງາມ

ເລີຍລົງໄປທາງພຸ້ນ............ສະຫວັນນະເຂດແດນພຽງ
ຟັງສຽງແຄນອ້ອຍອິ່ນ.........ຊົມດົງລີງໜອງປາຝາ
ມະຫານະທີໃຫຍ່ກວ້າງ.......ຄອນພະເພັງອັນແໜ້ນແກ່ນ
ແສນສະອອນໃຈແທ້...........ທ່ຽວຜາສ້ວມເມືອງປາກເຊ ເຈົ້າເອີຍ

ແລະອີກກອນ1 ເປັນກອນອວຍພອນທີ່ມ່ວນທີ່ສຸດໃນໂລກ 55555

ວັນວານມາວ່ອນເວົ້າ...........ອວຍພອນເຈົ້າຄົນໃຈດີ
ຂໍໃຫ້ມີຄວາມສຸກ................ຢູ່ສະບາຍຫາຍຮ້ອນ
ຂໍວິງວອນພະພຸດໃຫ້...........ເບິ່ງແຍງໄປໃນທຸກທີ່
ສິ່ງດີໆເກີດມີແກ່ເຈົ້າ............ບໍ່ມີເສົ້າໝອງໃຈ ...ແທ້ແລ້ວ

ສິ່ງທີ່ປາດຖະໜາໄວ້............ຂໍໃຫ້ໄດ້ດັ່ງໝາຍ
ມີຄົນຄຽງຂ້າງກາຍ..............ແມ່ເດັກນ້ອຍຄົນນັ້ນ
ບໍ່ຜັນປ່ຽນແປປິ້ນ................ເຖິງແຜ່ນດິນສະຫຼາຍຈາກ
ບໍ່ພາກກັນໃນຊາດນີ້............ອີກຊາດໜ້າໃຫ້ຄູ່ຄຽງ... ກັນເນີ

ຂໍໃຫ້ຮຽມສອງເຈົ້າ..............ຮັກຕາບເທົ່າຊີວາວາຍ
ຢ່າໄດ້ໝາຍໄຝ່ປອງ............ຮັກສອງໃຈໃຫ້ມັນຫຍຸ້ງ
ຂໍໃຫ້ຈູງແຂນເຂົ້າ...............ຮ່ວມພາຂວັນຄຽງບ່າ
ວາດສະນາສອງຄົນເຈົ້າ.......ໃຫ້ຈະເລີນຂຶ້ນຢ່າງຢັ້ງຢືນ ...ແທ້ເນີ

ວັນແລະຄືນຜ່ານພົ້ນ...........ຕົນສອງເຈົ້າຢ່າໄດ້ໝອງ
ສອງຈິດໃຈຫໍ່ໂຮມ...............ຮັກຮ່ວມແຮງແພງສ້າງ
ຂໍໃຫ້ດີເມືອໜ້າ...................ແມ່ນວ່າເກີດບຸດຕາຄົນໃໝ່
ບຸດຕາໃໝ່ຄົນນັ້ນ................ກໍ່ໃຫ້ດີແທ້ດັ່ງໃຈໝາຍ... ເດີ້ ຄຈດ

ຂໍຂອບໃຈນຳວັນວານຫລາຍໆເດີ່ ແລະຂໍຂອບໃຈທຸກໆຄົນທີ່ເຂົ້າໄປທັກທາຍສະບາຍດີກັນຢູ່ພາຍໃນກຸ່ມ ຈົນເຮັດໃຫ້ກຸ່ມນີ້ມີຄຳເຫັນຫລາຍກວ່າ 4000 ຄຳເຫັນແລ້ວຕອນນີ້

ສຸດທ້າຍນີ້ກໍ່ຂໍຝາກໄວ້..

ຂໍໃຫ້ທຸກຄົນຈົ່ງສຳເລັດໃນໜ້າທີ່ວຽກງານ ແລະ ການຮ່ຳຮຽນ ພວກເຮົາຈະຢູ່ຄູ່ກັບພັນລາວຕະຫລອດໄປ

ຄົນໃຈດີ ......... ຮັກທຸກຄົນ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 8, 2009 | ມີ 87 ຄຳເຫັນ ແລະ 0 trackback(s)

ເພື່ອເປັນການສະເຫລີມສະຫລອງງານວັນຄ້າຍວັນເກີດກຸ່ມຮັກດຽວໃຈດຽວ ຄົບຮອບ 1ປີ ທີ່ຈະມາເຖິງໄວໆນີ້ (ຢາກຮູ້ວ່າມື້ໃດອ່ານ http://punlao.com/khonjaidee/diary/1494/ )... ນັບຖືບັນດາສະມາຊິກທັງໝົດ ຂໍເຊີນທ່ານເຂົ້າຮ່ວມເຮັດກິດຈະກຳຮ່ວມກັນ ນັ້ນກະຄື ການແຂ່ງຂັນ ແຕ່ງກອນ ເນື່ອງຈາກວ່າ ຄົນໃຈດີສັງເກດເບິ່ງສະມາຊິກກຸ່ມຫລາຍຄົນແຕ່ງກ່ອນມ່ວນໆ ແລະເພື່ອເປັນການອະນຸລັກສິລະປະ ວັນນະຄະດີຂອງລາວເຮົາ ຄົນໃຈດີຈື່ງຈັດການປະກວດຄັ້ງນີ້ຂຶ້ນ ໂດຍມີເສື້ອຍືດກຸ່ມຮັກດຽວໃຈດຽວເປັນຂອງລາງວັນ. ລາຍລະອຽດມີດັ່ງນີ້

ຫົວຂໍ້ທີ່ຈະໃຊ້ແຕ່ງ: ມີ 3 ໝວດ

  1. ພັນລະນາກ່ຽວກັບປະເທດຊາດ: ບໍ່ວ່າຈະເປັນພາກສ່ວນໃດຂອງລາວເຮົາ ອາດເປັນສະຖານທີ່ທ່ອງທ່ຽວ ແຂວງ ຫລື ບ້ານທີ່ຕົນເອງອາໃສ ອາຫານ ໂຮງຮຽນ ແລະ ອື່ນໆໆ ທີ່ກ່ຽວກັບປະເທດລາວ
  2. ພັນລະນາກ່ຽວກັບສິ່ງທີ່ທ່ານຮັກທີ່ສຸດ: ເຊັ່ນ: ພໍ່ ແມ່ ອ້າຍ ເອື້ອຍ ນ້ອງ ໝູ່ເພືອນ ຄູອາຈານ ແຟນ ລູກ ເມຍ ຫລື ສັດ ຫລື ສິ່ງຂອງອັນໃດກະໄດ້ ທີ່ທ່ານຮັກທີ່ສຸດ
  3. ແຕ່ງກອນອວຍພອນໃນເທດສະການຕ່າງໆ: ເຊັ່ນ: ອວຍພອນປີໃໝ່ ງານວັນເກີດ ງານດອງ ຫລື ງານມຸງຄຸນຕ່າງໆ ອັນໃດກະໄດ້ ທີກ່ຽວກັບການງານຕ່າງໆ

ຜູ້ທີ່ມີສິດສົ່ງເຂົ້າປະກວດ

ສະມາຊິກກຸ່ມຮັກດຽວໃຈດຽວທຸກຄົນ(ເທົ່ານັ້ນ)

ຈະຮັບຂອງລາງວັນໄດ້ຢູ່ໃສ?

  1. ສະຖານທີ່ຮັບລາງວັນແມ່ນຢູ່ນະຄອນຫລວງວຽງຈັນ (ບ່ອນໃດນັ້ນແລ້ວແຕ່ຄວາມສະດວກຂອງຜູ້ສົ່ງແລະຜູ້ຮັບ)
  2. ສະເພາະສະມາຊິກທີ່ຢູ່ຕ່າງແຂວງຫລືຕ່າງປະເທດ ທ່ານສາມາດໃຫ້ໃຜມາເອົາແທນກໍ່ໄດ້ ຫລື ຈະໃຫ້ຄົນໃຈດີເອົາໄວ້ໃຫ້ຈົນກວ່າທ່ານຈະມາວຽງຈັນ(ກຳນົດ1ປີ)

ຈະສົ່ງກອນເຂົ້າປະກວດໄດ້ຢູ່ໃສ? ໃຫ້ສົ່ງມາໃຫ້ຄົນໃຈດີຢູ່ ຫລັງໄມ(ຢ້ຳຫລັງໄມເທົ່ານັ້ນ) ເພາະຄົນໃຈດີບໍ່ຢາກໃຫ້ໃຜຮູ້ວ່າກອນນີ້ໃຜເປັນຄົນແຕ່ງ ທັ້ງນີ້ກໍ່ເພື່ອຄວາມສະເໝີພາບໃນການຕັດສິນ. ການຕັດສິນແມ່ນຈະມີກຳມະການໃຫ້ຄະແນນ ໂດຍກຳມະການທຸກຄົນມີຄະແນນ 1 ຫາ 100. ກຳມະການມີໃຜແດ່ ຄົນໃຈດີບໍ່ບອກ ຢ້ານມີການຕິດສິນບົນ.. ອິອິ.. ກຳນົດສົ່ງກອນເລີ່ມແຕ່ມື້ນີ້ຈົນຮອດ ວັນທີ 24ມີຖຸນາ. ປະກາດຜົນມື້ງານວັນເກີດ

ໝາຍເຫດ:

  1. ສະເພາະສະມາຊິກຄົນໃດທີ່ມີເສື້ອກຸ່ມແລ້ວ ທ່ານສາມາດສົ່ງເຂົ້າປະກວດແຕ່ຖ້າຊະນະຈະບໍ່ມີສິດຮັບລາງວັນ ແຕ່ທ່ານສາມາດເອົາລາງວັນດັ່ງກ່າວໃຫ້ຄົນອື່ນໆທີ່ທ່ານຢາກໃຫ້
  2. ຖ້າຫາກອນດັ່ງກ່າວຜິດຕໍ່ກົດລະບຽບຕ່າງໆ ຖືວ່າໃຊ້ບໍ່ໄດ້.
  3. ຄວາມຍາວຂອງກອນແມ່ນ1ບົດ ຫລື 4ບາດ(16ແຖວ)
  4. ຈຳນວນລາງວັນແມ່ນມີ 3 ລາງວັນ( ໝວດລະ 1 ລາງວັນ)
  5. ຜູ້ໜຶ່ງສາມາດສົ່ງໄດ້ສູງສຸດ 3​ ກອນ (ໝວດລະ 1 ກອນ)
  6. ຄົນໜຶ່ງມີສິດຮັບພຽງແຕ່1ລາງວັນ ແຕ່ຖ້າຫາກທ່ານໄດ້ຫລາຍລາງວັນ ທ່ານກໍ່ສາມາດເອົາໃຫ້ຄົນທີ່ທ່ານຢາກໃຫ້ ດັ່ງທີ່ເວົ້າໄປໃນຂໍ້1

ອີກເລື່ອງໜື່ງທີ່ສຳຄັນໃນມື້ນີ້ກະຄື: ໃຫ້ທຸກຄົນອັບໂຫລດຮູບຕົນເອງລົງກຸ່ມຄົນລະ1ໃບ ຫລືສົ່ງໃຫ້ຄົນໃຈດີທາງໃດກໍ່ໄດ້  ຄົນໃຈດີຊິເອົາໄປອັບເດດກຸ່ມ. ຖ້າຫາກໃຜບໍ່ມີຮູບ ຫລື ໃຊ້ຮູບແທນໂຕຕ່າງໆ ຈະບໍ່ມີໜ້າຢູ່ໃນສະໄລ້ອັບເດດ, ຮູບທີ່ຈະອັບໂຫລດລົງຕ້ອງເປັນຮູບຖ່າຍດ່ຽວ ຖ້າເປັນຮູບຄູ່ ຫລື ຖ່າຍເປັນໝູ່ຖືວ່າໃຊ້ບໍ່ໄດ້. ໂຫລດລົງແລ້ວໃຫ້ແທັກໂຕເອງໃສ່ພ້ອມ ມັນຈະເປັນການສະດວກໃຫ້ຄົນໃຈດີເວລາຊອກຂໍ້ມູນ. ສົ່ງມາໄວໆ ມາກ່ອນໄດ້ຢູ່ໜ້າ ມາຊ້າໄດ້ຢູ່ຫລັງ ກຳນົດສົ່ງຮູບເລີ່ມແຕ່ມື້ນີ້ຈົນຮອດວັນທີ 28ມີຖຸນາ.

ຫວັງວ່າທຸກຄົນຄົງຈະຮ່ວມເຮັດກິດຈະກຳໃນຄັ້ງນີ້. ຖ້າຫາກໃຜມີຄຳຖາມ ຖາມໄດ້ຢູ່ທີ່ນີ້ ຫລື ຢູ່ກຸ່ມກໍ່ໄດ້!

 

ຮັກດຽວໃຈດຽວ ເພື່ອຄົນທີ່ເຮົາຮັກ

ໂດຍ: ຄົນໃຈດີ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 2, 2009 | ມີ 47 ຄຳເຫັນ ແລະ 0 trackback(s)

alt

 

ນີ້ຄືເຫດຜົນທີ່ເຫຼົ້າດີກວ່າແຟນ

 

  1. ເຫຼົ້າ ບໍ່ເຄີຍໄປຊັອບປິ່ງ ບໍ່ຈຳເປັນຕ້ອງໃຫ້ເງິນໃຊ້
  2. ເປັນການງ່າຍທີ່ເຈົ້າຈະຄົບຫາເຫຼົ້າຕ່າງປະເທດ ແຕ່ຊອກແຟນຕ່າງປະເທດຕ້ອງໃຊ້ຄວາມພະຍາຍາມຫຼາຍປີ
  3. ເຫຼົ້າຮ້ອນ ເຮັດໃຫ້ເຢັນໂດຍການຈັບຍັດໃສ່ຕູ້ເຢັນ ແຕ່ຖ້າແຟນອາລົມຮ້ອນ ເຈົ້າອາດຈະເສຍເງິນຊື້ດອກໄມ້ ຫລືອາດຈະເປືອງຄ່າໂທລະສັບຈົນນັບບໍ່ທັນ
  4. ເຈົ້າສາມາດປ່ຽນແກ້ວເຫຼົ້າມານອນກອດໄດ້ຫຼາຍເທົ່າທີ່ຕ້ອງການ ແຕ່ຖ້າຊິປ່ຽນຄົນມານອນກອດຂ້າງໆ ລະວັງຫົວແຕກ ເຫີໆໆໆໆໆໆ....
  5. ເຈົ້າສາມາດນັ່ງເບິ່ງເຕະບານກັບແກ້ວເຫຼົ້າໄດ້ດົນເທົ່າທີ່ຕ້ອງການ
  6. ເຫຼົ້າບໍ່ເຄີຍສັ່ງເຈົ້າໃຫ້ໄປຊື້ຕຳໝີ່ ຕຳເຂົ້າປຸ້ນ ແປັບຊີ່... (ໂດນແມ່ເດັກນ້ອຍເຕັມໆ..​5555)
  7. ເຫຼົ້າປ່ຽນນິໄສເຈົ້າແບບຊົ່ວຄາວ ແຕ່ແຟນພະຍາຍາມປ່ຽນນິໄສເຈົ້າແບບຖາວອນ
  8. ເຈົ້າສາມາດຫາຊື້ເຫຼົ້າໄດ້ງ່າຍແລະໄດ້ຫລາຍເທົ່າທີ່ກະເປົ໋າເງິນເປັນໃຈ ແຕ່ບໍ່ສາມາດຫາແຟນໄດ້ໃນລາຄາເຕັມໃຈກະເປົ໋າ ແຖມປ່ຽນຍາກອີກ
  9. ເຫຼົ້າບໍ່ເຄີຍຍາດຂອງແກ້ມເຈົ້າກິນ ແລະສາມາດເຂົ້າກັບເພື່ອນຮ່ວມວົງໄດ້ດີສະເໝີ
  10. ເຈົ້າສາມາດຕີໂຕອອກ*********ງແກ້ວເຫຼົ້າໄດ້ໃນເມື່ອເຈົ້າຮູ້ສືກເບື່ອ ແລະເມື່ອໃດທີ່ເຈົ້າກັບມາ ເຫຼົ້າກະຍິນດີຕ້ອນຮັບເຈົ້າສະເໝີ
  11. ເຫຼົ້າບໍ່ເຄີຍເອົາເລື່ອງໜ້າອາຍ ຫລືເລື່ອງທີ່ບໍ່ດີຂອງເຈົ້າໄປຝອຍໃຫ້ໝູ່ຟັງ
  12. ເວລາຢູ່ກັບເຫຼົ້າ ເຈົ້າສາມາດເວົ້າຫຍັງໄດ້ຕາມໃຈ ໄດ້ຫລາຍເທົ່າທີ່ຕ້ອງການ ໂດຍທີ່ເຫຼົ້າຈະບໍ່ຈົ່ມອີ່ຫຍັງເລີຍ
  13. ເຫຼົ້າທຸກແກ້ວບໍ່ໄດ້ເປັນຫ່ວງວ່າເຈົ້າຈະຮັກແກ້ວອື່ນຫຼາຍກວ່າ
  14. ເຫຼົ້າກິນຍາມໃດເມົາຍາມນັ້ນ ບໍ່ເຄີຍເຮັດໃຫ້ເຈົ້າຜິດຫວັງ
  15. ເຫຼົ້າແຮ່ງເກົ່າແຮ່ງດີ ລາຄາເພີ່ມຂຶ້ນຕາມເວລາ ແຕ່ແຟນນີ້ຕິ......???...... ບໍ່ຢາກເວົ້າ...

alt

ຂຽນເມື່ອ ຂຽນເມື່ອ: ພ.ພ.. 31, 2009 | ມີ 60 ຄຳເຫັນ ແລະ 0 trackback(s)

ນີ້ຄືນິໄສຂອງຜູ້ຍິງສ່ວນໃຫຍ່ ທີ່ບໍ່ອາດສາມາດປ່ຽນໄດ້

  1. ບ້າດູດວງ ທັ້ງໆທີ່ຮູ້ວ່າມັນເປັນເລື່ອງງົມງວາຍ ກະຍັງດູເປັນປະຈຳ
  2. ບໍ່ນ້ຳຕາຕື້ນ.. ພຽງແຕ່ໄດ້ເບິ່ງໜັງເສົ້າໆ ຫລື ຟັງເພງຊຶ້ງໆ ນ້ຳຕາກໍ່ໄຫລອອກມາຢ່າງງ່າຍດາຍ
  3. ຕິດລະຄອນໂທລະທັດ.. ລະຄອນເລື່ອງໃດທີ່ເພິ່ນມັກມາຍາມໃດ ນັ່ງຕິດໂທລະທັດບໍ່ຍອມລຸກໄປໃສ
  4. ປາກກໍ່ບອກວ່າຮັກດຽວໃຈດຽວ ແຕ່ມັກແອບປິ້ງຄົນອື່ນຢູ່ເປັນປະຈຳ
  5. ມີປາຕີ້ກັບໝູ່ເພື່ອນຍາມໃດ ຝອຍຂີ້ແຕກຈົນລືມໂລກລືມແຟນໄດ້ທັນທີ
  6. ກັບແຟນລະຫ້າມນັ້ນຫ້າມນີ້ ທີ່ໂຕເອງລະເຕັມທີ່ເລີຍ
  7. ເຈິອາຫານຈານໂປດຍາມໃດ ບໍ່ຮູ້ວ່າຄຸນສົມບັດຂອງສຸພາບສັດຕີຫາຍໄປໃສ. ໄຂມັນບໍ່ສົນ ບໍ່ເຄິຍຢ້ານຕຸ້ຍ
  8. ມັກໃຊ້ມານຍາຍິງເພື່ອເອົາໂຕລອດ
  9. ເລື່ອງນິນທາຄົນອື່ນຂໍບອກໄວເລີຍ ມັກສຸດໆໆໆໆໆໆໆໆໆໆໆໆໆໆໆໆໆ
  10. ເຮັດທຳທ່າເປັນຄົນອ່ອນໂຍນ ຢາກໃຫ້ແຟນຖະນຸຖະໜອມ (ຕໍແຫຼ)
  11. ມັກເອົາເລື່ອງເກົ່າໆຂອງຄົນອື່ນມາເວົ້າທຸກຄັ້ງທີ່ຜິດກັນ
  12. ເຈິຜູ້ຊາຍຫລໍ່ໆ ອາຍຸນ້ອຍກວ່າຍາມໃດ ອາຍຸໂຕເອງກະຫລຸດລົງນຳ
  13. ເຫັນເຄື່ອງຫລຸດລາຄາບໍ່ໄດ້ ຄືກັບມີເຫລັກກ້າມາດູດ
  14. ເອົາແຕ່ໃຈໂຕເອງ ໂດຍສະເພາະເວລາຢູ່ກັບຄົນພິເສດ
  15. ຂີ້ຫຶງໄດ້ບໍ່ເລືອກເວລາແລະສະຖານທີ່
  16. ກຣີ້ດດດ ກຣ້າດດດດດດດ ເພື່ອຮຽກຮ້ອງຄວາມສົນໃຈ ໃຊ້ສຽງດັງເກີນເຫດໂດຍບໍ່ຈຳເປັນ
  17. ບ້າດາຣາ ນັກຮ້ອງ. ຊື້ຊີດີ ໂພສເຕີ່ ຈັກອີ່ຫຍັງຕໍ່ອີ່ຫຍັງ ທຸ່ມສຸດໆ ມີເທົ່າໃດເທົ່າກັນ
  18. ຍາມໃດທີ່ຢາກຢູ່ຄົນດຽວລະຢ່າໄດ້ເຂົ້າໄປໃກ້
  19. ເຖິງຈະເປັນກຸນລະສະຕີກໍ່ຕາມ ເວລາເຫັນພາບໂປ້ ຫລື ຄຣິບໂປ້ຕ່າງໆ ເບິ່ງຕາເປັນມັນ

ຊິມີຜູ້ຊາຍຈັກຄົນ ທີ່ທົນຢູ່ກັບຜູ້ຍິງທີ່ງາມ ຫຸ່ນດີ ໜ້າຮັກ ແຕ່ມີຄົບທຸກຢ່າງທີ່ເວົ້າມາຂ້າງເທິງ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 30, 2009 | ມີ 20 ຄຳເຫັນ ແລະ 0 trackback(s)

ຄຳຄຸນນາມທຸກຄຳ ຍ່ອມມີຄຳກົງກັນຂ້າມ. ມີສຸກກະຕ້ອງມີທຸກ. ຊ່ວງເວລາທີ່ມີຄວາມສຸກມັກຈະສັ້ນ. ແລະສີ່ງທີ່ຈະຂຽນຕໍ່ໄປນີ້ ຄືຊ່ວງເວລາທີ່ດີທີ່ສຸດ ຂອງຄົນໃຈດີ.

  1. ເວລາຕົກຫລຸມຮັກໃຜຄົນໜຶ່ງ.(ເປັນແຮງອັນນີ້ນະ)
  2. ການໄດ້ຈູບຄັ້ງແລກ.(ອັນນີ້ມັກຫລາຍ.. ອິອິ)
  3. ໄດ້ຟັງເພງທີ່ມັກຈາກວິທະຍຸ.
  4. ເວລາໄດ້ເບິ່ງຮູບ, ອ່ານຈົດໝາຍຫລືຂໍ້ຄວາມເກົ່າໆ.(ລະລຶກເຫັນຄວາມຫລັງ)
  5. ນອນຟັງສຽງຝົນຕົກ.(ໂຣແມນຕິກດີ)
  6. ເວລາເສັງແລ້ວ.(ສຸດໆເລີຍຕອນນີ້)
  7. ເວລາໄດ້ຮັບໂທລະສັບຈາກຄົນທີ່ບໍ່ໄດ້ເຈິກັນ ແລະ ຢາກເຈິ.
  8. ເວລາທີ່ຊອກເຫັນເງິນທີ່ເຮົາເກັບໄວ້ແຕ່ດົນໆ.
  9. ເວລາທີ່ຍິ້ມໄດ້ໂດຍບໍ່ມີເຫດຜົນ.
  10. ເວລາຖືກຍ້ອງຍໍໂດຍກະທັນຫັ້ນ.(ບໍ່ຄ່ອຍມັກຍ້ອງປານໃດ ອິອິ)
  11. ເວລາຕື່ນຕອນເຊົ້າ ມອດໂມງປຸກແລ້ວນອນຕໍ່.(ອັນນີ້ເທບ)
  12. ການໄດ້ຟັງເພງແລະຄິດເຫັນຄົນພິເສດ.
  13. ເວລາມີໝູ່ເພື່ອນໃໝ່.
  14. ເວລາທີ່ໄດ້ເຫັນຄົນຮັກມີຄວາມສຸກ.
  15. ເວລາໄດ້ໃສ່ເສື້ອຂອງຄົນທີ່ເຮົາຮັກ.(ມີກິ່ນນ້ຳຫອມນຳແຮ່ງດີ)
  16. ເວລາພົບໝູ່ເກົ່າແລະຍັງຮູ້ສືກວ່າບໍ່ມີຫຍັງປ່ຽນແປງເລີຍ.(ເຮັດໃຫ້ຄິດເຫັນພາບເກົ່າໆ)
  17. ການໄດ້ເບິ່ງທ້ອງຟ້າເວລາຝົນຕົກເຊົາໃໝ່.
  18. ການໄດ້ຍິນໃຜຄົນໜຶ່ງມາບອກຮັກ.
  19. ເລລາຢູ່ກັບຄົນທີ່ເຮົາຮັກ
  20. ທີ່ສຸດຂອງທີ່ສຸດຄື... ການທີ່ໄດ້ຮູ້ວ່າເຮົາ ເປັນສຸດທີ່ຮັກ ຂອງຄົນທີ່ເຮົາຮັກ.(ແທ້ໆໃດອັນນີ້ນະ).

 altແລ້ວໝູ່ເພື່ອນເດ່ ຊ່ວງເວລາທີ່ດີທີ່ສຸດຂອງຕົນເອງມີຫຍັງແດ່alt

ຂຽນເມື່ອ ຂຽນເມື່ອ: ພ.ພ.. 25, 2009 | ມີ 24 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຂີ້ຄົນໃຈດີບໍ່ເປື້ອນເດີ່...ອິອິ... ມື້ນີ້ຄົນໃຈດີລວບລວມເລື່ອງເອົາເລື່ອງຂອງຂີ້ມານຳສະເໜີ່. ທ່ານຮູ້ບໍ່ວ່າ ໃນຄົນເຮົາຜູ້ໜຶ່ງມີຈັກຂີ້

 

ຂີ້ຫົວ ຂີ້ໄຄ ຂີ້ເຕົ່າ ຂີ້ເລັບ ຂີ້ເຫລົ້າ

ຂີ້ຈົ່ມ ຂີ້ກາກ ຂີ້ຈ້ຽນ ຂີ້ຕາ ຂີ້ຫູ

ຂີ້ຕູ່ ຂີ້ໂກງ ຂີ້ເກັກ ຂີ້ລັກ ຂີ້ແຂ້ວ

ຂີ້ຫລົງ ຂີ້ລືມ ຂີ້ດື່ມ ຂີ້ເມົາ ຂີ້ຍຸ

ຂີ້ຢາ ຂີ້ໂມ້ ຂີ້ມື ຂີ້ດຽດ ຂີ້ຕີນ

ຂີ້ດື້ ຂີ້ຕື້ ຂີ້ຂ້າ ຂີ້ເຫງົາ

ຂີ້ຍົກ ຂີ້ຍໍ ຂີ້ສໍ້ ຂີ້ງໍ້ ຂີ້ງອນ

ຂີ້ໂລກ ຂີ້ເສົ້າ ຂີ້ໂສກ ຂີ້ມູກ ຂີ້ດັງ

ຂີ້ອ້ອນ ຂີ້ອາຍ ຂີ້ຫຶງ ຂີ້ຫວງ

ຂີ້ອິດສາ ຂີ້ຖີ່ ຂີ້ໜຽວ

ຂີ້ແມງວັນ ຂີ້ພະນັນ ຂີ້ປະຈົບ ຂີ້ປະແຈງ...

ແລະ ອັນສຸດທ້າຍ ຄຈດ(ຫລໍ່)ຂີ້ແຕກຂີ້ແຕນ

altalt

ຂຽນເມື່ອ ຂຽນເມື່ອ: ພ.ພ.. 22, 2009 | ມີ 35 ຄຳເຫັນ ແລະ 0 trackback(s)

ຄົນເຮົາຕອນຮັກກັນໃໝ່ໆ ອີ່ຫຍັງກະດີໄປໝົດ ດັ່ງຄຳທີ່ວ່າ ນ້ຳຕົ້ມຜັກກະວ່າຫວານ. ແຕ່ເມື່ອຄົບກັນໄປດົນໆ ຄວາມເປັນໂຕຂອງໂຕເອງ ແລະ ຄວາມສິ້ນເຄີຍ ເຮັດໃຫ້ອີກຝ່າຍໜຶ່ງບໍ່ພໍໃຈ ຈົນເຖິງຂັ້ນເລີກລາ. ດັ່ງນັ້ນ ຄົນໃຈດີ ຊິມາບອກເລົ່າເກົ້າສິບ ກ່ຽວກັບສາເຫດທີ່ເຮັດໃຫ້ຄົນຮັກກັນຕ້ອງເລີກລາກັນຫລາຍທີ່ສຸດ ເພາະນິໄສເຫລົ່ານີ້ ບໍ່ຂໍ້ໃດກະຂໍ້ໜຶ່ງ.

  1. ເອົາແຕ່ໃຈໂຕເອງ: ມັນເປັນເລື່ອງທຳມະດາຢູ່ແລ້ວທີ່ທຸກຄົນມັກເອົາແຕ່ໃຈໂຕເອງ ມັນຕ່າງກັນຢູ່ບ່ອນວ່າຫລາຍຫລືໜ້ອຍເທົ່ານັ້ນ. ບາງຄົນເອົາແຕ່ໃຈໂຕເອງຫລາຍ ພັດວ່າໂຕເອງບໍ່ໄດ້ເປັນແນວນັ້ນ ແບບນີ້ອັນຕະລາຍ.
  2. ທຳໂຕເປັນເຈົ້າຂອງຫລາຍເກີນໄປ: ການທີ່ເຈົ້າສະແດງໃຫ້ຄົນອື່ນເຫັນວ່າເຈົ້າກັບລາວເປັນແຟນກັນ ມັນບໍ່ແມ່ນເລື່ອງແປກ. ພຽງແຕ່ວ່າບາງເທື່ອເຈົ້າອາດຈະສະແດງຄືກັບເງົາຕິດໂຕ ເຊັ່ນ: ໄປໃສໄປນຳ. ຫ້າມຫັ້ນຫ້າມນີ້ ໂດຍທີ່ບໍ່ໃຫ້ລາວມີເວລາເປັນສ່ວນໂຕເລີຍ. ນີ້ກໍ່ເປັນບັນຫາໄດ້ເຊັ່ນກັນ.
  3. ຫຶງແບບບໍ່ມີຂີດຈຳກັດ: ເລື່ອງຄວາມຫຶງຫວງນີ້ມັນອາດຈະຫ້າມຍາກ ແຕ່ຕ້ອງມີຂີດຈຳກັດແດ່. ບໍ່ແມ່ນວ່າໝູ່ມາລົມນຳກະຍັງໜ້າມືດຕາມົວຫຶງຢູ່ແບບນັ້ນແບບນີ້ໄປບໍ່ລອດ. ບາງຄົນເຖິງຂັ້ນວ່າ ໂທເຊັກຢູ່ຕະຫລອດ ອັນນີ້ໜ້າເປັນຫ່ວງ.
  4. ບອກເລີກທຸກຄັ້ງທີ່ຜິດກັນ: ສ່ວນຫລາຍຈະເກີດຈາກຝ່າຍຍິງ ອັນນີ້ຄວາມຈິງ. ທີ່ເວົ້າໄປກໍ່ພຽງແຕ່ຢາກໃຫ້ອີກຝ່າຍມາງໍ້ເທົ່ານັ້ນ. ວິທີນີ້ຈະໃຊ້ໄດ້ຜົນແຕ່ທຳອິດເທົ່ານັ້ນ ຕໍ່ໄປເຂົາອາດຈະວ່າ ຢາກເລິກຫລາຍກະເລີກຊະ.. ແລະເຈົ້າໂຕເອງຈະເປັນຄົນນ້ຳຕາເຊັດຫົວເຂົ່າ.
  5. ໄປເຈາະແຈະກັບຄົນອື່ນ: ຖືວ່າເຈົ້າບໍ່ໃຫ້ກຽດກັບຄົນທີ່ຮັກເຈົ້າເລີຍ. ບາງຄັ້ງເຈົ້າອາດຈະເຮັດໃຫ້ລາວຫຶງຫລີ້ນໆ ເພື່ອໃຫ້ແນ່ໃຈວ່າເຈົ້າມີຄ່າສຳລັບລາວ. ແຕ່ຕ້ອງລະວັງເດີ່ ເພາະຖ້າເບິ່ງໄປອີກແງ່່ໜຶ່ງຄື ເຈົ້າບໍ່ແຄຄວາມຮູ້ສຶກຂອງລາວເລີຍ. ແລະຖ້າເປັນແບບນີ້ກະບໍ່ຮູ້ຢູ່ກັນໄປເຮັດຫຍັງ.
  6. ເຊື່ອໝູ່ຫລາຍເກີນໄປ: ບາງຄັ້ງໝູ່ກະບໍ່ຢາກໃຫ້ເຈົ້າມີແຟນ ແຕ່ກະໂທດເຂົາບໍ່ໄດ້ ເພາະຈາກທີ່ພົບກັນ ກິນເຂົານຳກັນທຸກມື້ ເຈົ້າພັດປ່ຽນໄປຕິດແຟນແທນ. ຫລືອາດຈະຍ້ອນຄວາມຫວັງດີເກີນໄປ ໝູ່ກະເລີຍຄິດແທນເຈົ້າໝົດ ວ່າແຟນເຈົ້າເປັນຈັ່ງຊັ້ນເປັນຈັ່ງຊີ້.
  7. ຄຽດລະບໍ່ຍອມເວົ້ານຳ: ອັນນີ້ເປັນສາເຫດທີ່ເຮັດໃຫ້ຄູ່ຮັກ ເລີກກັນຫລາຍທີ່ສຸດ ອາການແບບນີ້ເຮັດໃຫ້ອີກຝ່າຍໜຶ່ງຮູ້ສືກວ່າໂຕເອງບໍ່ມີຄ່າ. ເລື່ອງບາງເລື່ອງອາດຈະເກີດມາຈາຄວາມເຂົ້າໃຈຜິດ ຖ້າບໍ່ລົມກັນ ກໍ່ບໍ່ສາມາດປັບຄວາມເຂົ້າໃຈກັນໄດ້.
  8. ຜິດນັດ: ການເລື່ອນນັດປະເພດເລື່ອນແລ້ວເລື່ອນອີກ ຫລືວ່າມາຊ້າແບບ ນັດຕອນເຊົ້າມາຕອນສວາຍ ນັດຕອນສວາຍມາຕອນແລງ, ເຮັດໃຫ້ເຂົາຖ້າຕະຫລອດ ຖ້າໄປຖ້າມາ ເຂົາອາດຈະເລີກຖ້າຖາວອນເລີຍກະເປັນໄດ້.
  9. ເວົ້າຂົ່ມກັນຕໍ່ໜ້າຄົນອື່ນ: ອາດຈະເປັນຄຳເວົ້າທີ່ເຄີຍຢອກກັນ ແຕ່ບາງຄຳມັນອາດແຮງເກີນໄປ ອາດເປັນເຫດໃຫ້ຜິດຖຽງກັນໄດ້. ນີ້ເປັນສາເຫດທີ່ເຮັດໃຫ້ເລື່ອງນ້ອຍໆກາຍເປັນເລື່ອງໃຫຍ່.
  10. ຂີ້ຕົວະ: ບາງຄົນກະຂີ້ຕົວະຈົນເປັນນິໄສ ທັ້ງໆທີ່ບາງເທື່ອກະບໍ່ໄດ້ຕັ້ງໃຈ. ແຕ່ຖ້າອີກຝ່າຍເຂົ້າໃຈກະບໍ່ເປັນຫຍັງ. ແຕ່ຂໍບອກ ໃນກໍລະນີ້ມີໜ້ອຍຄົນທີ່ຈະເຂົ້າໃຈ,

ດ້ວຍຄວາມຫ່ວງໃຍຈາກ ຄົນໃຈດີ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 20, 2009 | ມີ 32 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ
  1. ຖ້າຜູ້ໃດບອກວ່າໂຕເອງມີ ຮັກແທ້ ຄືຄົນທີ່ບໍ່ຮູ້ຈັກຄຳວ່າ ຮັກ ເລີຍ.
  2. ຄວາມຮັກຈະເປັນສິ່ງທີບໍ່ມີຄ່າ ຖ້າເອົາມັນມາເປັນໂຕແທນຂອງການຫລອກລວງ.
  3. ຖ້າເຄື່ອງສຽງເປັນໂຕແທນຂອງຄວາມຮັກທີ່ຄົນໃດຄົນໜຶ່ງມອບໃຫ້ເຈົ້າ. ເຈົ້າຈະບໍ່ຮູ້ເລີຍວ່າເຂົາຮັກເຈົ້າແທ້ຫລືບໍ່ ຖ້າເຈົ້າຍັງບໍ່ເປີດສຽງ.
  4. ຄວາມຮັກເປັນບໍ່ເກີດແຫ່ງຄວາມຊັງ ແຕ່ຈົ່ງຈຳເອົາໄວ້ວ່າ ຖ້າບໍ່ມີຊັງ ກໍ່ຈະບໍ່ມີຮັກ.
  5. Sex ບໍ່ແມ່ນການສະແດງຂອງຄວາມຮັກ ມັນເປັນສ່ວນປະກອບຂອງຄວາມຮັກເທົ່ານັ້ນ.
  6. ທຸກຄັ້ງທີ່ເຈົ້າດ່າຄົນທີ່ແອບຮັກເຈົ້າວ່າ ໂງ່່ ເຈົ້າຮູ້ບໍ່ວ່າເຈົ້າ ໂງ່ ກວ່າເຂົາ 10 ເທົ່າ.
  7. ຄົນທີ່ເຈົ້າຮັກ ອາດຈະບໍ່ແມ່ນຄົນທີ່ຮັກເຈົ້າທີ່ສຸດໃນໂລກນີ້.
  8. ຊ່ວງເວລາ 1 ວິນາທີທີ່ເຈົ້າຄິດຈະນອກໃຈ ເທົ່າກັບ ເຈົ້າຈະເຮັດໃຫ້ຄົນທີ່ຮັກເຈົ້າ ເສຍໃຈໄປ 1ປີ.
  9. ຄວາມຮັກບໍ່ມີນິຍາມຕາຍຕົວ ຕັ້ງແຕ່ມື້ທຳອິດທີ່ມັນເກີດຂື້ນມາ.
  10. ຄວາມຮັກບໍ່ມີນິຍາມ ແຕ່ມີຄວາມໝາຍຫລາກຫລາຍຮ້ອຍພັນ.
  11. ບໍ່ມີໃຜໃນໂລກນີ້ສາມາໃຫ້ນິຍາມກັບຄວາມຮັກໄດ້ ແຕ່ສາມາດນິຍາມຄວາມຮັກຂອງຕົນເອງໄດ້.
  12. ໂຊກຊະຕາ ແລະ ພົມລິຂິດ ເປັນພຽງສອງສິ່ງທີ່ເຮັດໃຫ້ຄົນສອງຄົນໄດ້ມາເຈິກັນເທົ່ານັ້ນ.
  13. 99,99% ຂອງຜູ້ຊາຍໃນໂລກນີ້ ຮັກຜູ້ຍິງທີ່ພາບລວມ ບໍ່ແມ່ນຄວາມຮູ້ສຶກ ນິໄສ ຫລື ຮູບຮ່າງພຽງຢ່າງດຽວ.
  14. 99,99% ຂອງຜູ້ຍິງໃນໂລກນີ້ ຈະບໍ່ຮັກຜູ້ຊາຍທີ່ບໍ່ມີຫຍັງໃຫ້ເຂົາເລີຍ.
  15. ທຳມະຊາດຂອງຜູ້ຊາຍ ຄືຄວາມຮັກຕໍ່ສິ່ງສວຍງາມຂອງຜູ້ຍິງ.
  16. ທຳມະຊາດຂອງຜູ້ຍິງ ຄືຄວາມຮັກຕໍ່ສິ່ງທີ່ຕົນເອງເປັນເຈົ້າຂອງ.
  17. ຄວາມຮັກ ກັບ Sex ປຽບເໝືອນກັບເຈ້ຍແຜ່ນໜຶ່ງ. ເບື້ອງໜຶ່ງແມ່ນ ຄວາມຮັກ ເບື້ອງໜຶ່ງແມ່ນ Sex. ເຊິ່ງມັນເຮັດໃຫ້ເຮົາຮູ້ວ່າ ມັນບໍ່ແມ່ນເລື່ອງດຽວກັນ ແຕ່ມັນເປັນເລື່ອງທີ່ຢູ່ໃກ້ກັນ.
  18. ເຫດຜົນຂອງການນອກໃຈ ເລີ່ມມາຈາກ ການທີ່ບໍ່ໄດ້ມີຮັກແທ້.
  19. ຄວາມຮັກບໍ່ແມ່ນທຸກສິ່ງໃນຊີວິດ ແຕ່ມັນເປັນສ່ວນປະກອບຖາວອນຂອງຄວາມຊົງຈຳ.
  20. ການອົກຫັກ ຄືປະສົບການຂອງຊິວີດ.
  21. ການອົກຫັກ1 ເທື່ອ ດີກວ່າການເກັບຄວາມຮັກໄວ້ 124 000 ເທົ່າ.
  22. ຈຸດອ່ອນຂອງຜູ້ຍິງໃນເລື່ອງຂອງຄວາມຮັກແມ່ນ ຄິດຫລາຍ.
  23. ຈຸດອ່ອນຂອງຜູ້ຊາຍໃນເລື່ອງຂອງຄວາມຮັກແມ່ນການພະຍາຍາມໃຊ້ຄວາມຮູ້ສຶກ ບອກເຫດຜົນ ແທນຄຳເວົ້າ.
  24. ການໂທລະສັບໄປຫາຄົນຮັກມື້ໜຶ່ງ 18 ຊົ່ວໂມງ. ອາດບໍ່ເທົ່າກັບ 1 sms ທີ່ເຮັດໃຫ້ເຂົາຍິ້ມໄດ້.
  25. ບໍ່ມີສູດໃດໃນໂລກນີ້ ໃຊ້ມາຄິດໄລ່ວ່າ ແຟນເຮົາ ຮັກເຮົາຫລາຍສ່ຳໃດ.
  26. ຢາທີ່ດີທີ່ສຸດເວລາຜິດກັບແຟນ ຄືການຄິດເຫັນ 10 ນາທີທຳອິດທີ່ໄດ້ເປັນແຟນກັນ.
  27. ເມື່ອເຖິງເວລາທີ່ຜິດກັນ ບໍ່ມີຄຳເວົ້າໃດທີ່ຈະດີໄປກວ່າຄຳວ່າ ຂໍໂທດ.
  28. ບອກຮັກພັນລ້ານເທື່ອ ບໍ່ເທົ່າກັບບອກຮັກຈາກໃຈພຽງເທື່ອດຽວ.
  29. ຄົນທີ່ຂ້າໂຕຕາຍຍ້ອນຄວາມຮັກ ຄືຄົນທີ່ບໍ່ເຫັນຄ່າ ແລະ ບໍ່ຮູ້ຈັກໃນຄວາມຮັກເລີຍ.
  30. ທາງອອກທີ່ດີທີ່ສຸດເມື່ອເລີ່ມຈະມີຄວາມຮັກ ຄືເຊື່ອໃນຄວາມຮັກຂອງເຂົາ ໃຫ້ເທົ່າກັບຂອງເຮົາ.
  31. ການກອດ ເປັນການສະແດງຄວາມຮັກທີ່ອົບອຸ່ນທີ່ສຸດ.
  32. ບໍ່ມີຜູ້ຍິງຄົນໃດມັກຄຳວ່າຂີ້ຕົວະ.
  33. ບໍ່ມີຜູ້ຊາຍຄົນໃດມັກຄຳວ່າ ເຈົ້າດີເກີນໄປ ແລະ ເຮົາເຂົ້າກັນບໍ່ໄດ້.
  34. ຈົ່ງຢ່າຖາມວ່າ ເຈົ້າຮັກຂ້ອຍບໍ່. ແຕ່ຈົ່ງຖາມວ່າ ເຈົ້າຮັກຂ້ອຍຫລາຍປານໃດ.
  35. ຖ້າມີຫຍັງຢາກຈະເວົ້າ ຢ່າຖ້າໃຫ້ຮອດຕອນກຳລັງຊິຕາຍ ແລ້ວໂທໄປບອກ.
  36. ຄົນພິເສດ ບໍ່ຈຳເປັນຕ້ອງພິເສດສຳລັບຄົນອື່ນ ແຕ່ພິເສດສຳລັບເຮົາ.
  37. ຄວາມຄິດຮອດເກີດຂື້ນ ຍ້ອນຄວາມຮັກບໍ່ມີບ່ອນລະບາຍ.
  38. ພື້ນຖານຂອງຄວາມຮັກທີ່ດີປະກອບດ້ວຍ ຄວາມເຊື່ອໃຈ ຄວາມເຂົ້າໃຈ ແລະ ການຕັດສິນໃຈ.
  39. ຂອງຂວັນໃນໂອກາດຕ່າງໆບໍ່ແມ່ນສິ່ງທີ່ວັດລະດັບຄວາມຮັກ ແຕ່ມັນເປັນການສະແດງອອກຄວາມຮັກ.
  40. ຢ່າເບິ່ງຄວາມຮັກເປັນພຽງຄຳເວົ້າ ແຕ່ໃຫ້ເບິ່ງຄວາມຮັກເປັນສິ່ງທີ່ມີຄວາມໝາຍສຳລັບເຮົາ.

ນັກອ່ານທີ່ດີ ບໍ່ແມ່ນຈະອ່ານເພື່ອໃຫ້ຈົບເທົ່ານັ້ນ ແຕ່ຕ້ອງອ່ານແລ້ວເຂົ້າໃຈນຳ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 18, 2009 | ມີ 29 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ໃນງານແຕ່ງງານແຫ່ງໜຶ່ງ ພາຍຫລັງທີ່ແຂກໄດ້ກິນເຂົ້າໄປໄລຍະໜຶ່ງ ທາງພິທີກອນກໍ່ໄດ້ເຊີນເຈົ້າບ່າວແລະເຈົ້າສາວ ຂຶ້ນມາເວທີເພື່ອເວົ້າອີຫຍັງເລັກໆນ້ອຍ ເພື່ອເປັນການຂອບໃຈແຂກທີ່ມາຮ່ວມງານ ໂດຍເຈົ້າບ່າວເປັນຝ່າຍເວົ້າກ່ອນ

ເຈົ້າບ່າວກະເວົ້າເປັນກອນເລີຍວ່າ:

ມື້ນີ້ດີໃຈທີ່ໄດ້ເມຍ

ຫລັງຈາກທີ່ໄດ້ເສຍກັນຫລາຍຫົນ

ມື້ນີ້ຊິໄດ້ເມຍເປັນໂຕເປັນຕົນ

ຂໍຂອບໃຈແຂກທຸກຄົນທີ່ມາໃນງານ

ພໍເວົ້າຈົບ ແຂກກໍ່ພາກັນຕົບມື.. ແລະກໍ່ເປັນທີ່ຖືກອົກຖືກໃຈທາງໝູ່ເຈົ້າບ່າວ ພາກັນຊຸບຊິບວ່າ ມັນເຈ໋ງດີ.. ທາງຝ່າຍເຈົ້າສາວ ຮູ້ສຶກອັບອາຍ ແລະ ເສຍໜ້າກັບການກ່າວຂອງເຈົ້າບ່າວ ຈື່ງເວົ້າສະແດງຄວາມຂອບໃຈກັບແຂກຜູ້ມີກຽດດ້ວຍສຽງຫວານໆວ່າ

ມື້ນີ້ດີໃຈຈະໄດ້ຜົວ

ຫລັງຈາກທີ່ເສຍຕົວມາຫລາຍຫົນ

ມື້ນີ້ຊິມີຜົວເປັນໂຕເປັນຕົນ

ແຕ່ເປັນຄົນທີ່ເທົ່າໃດບໍ່ໄດ້ຈຳ


ຂຽນເມື່ອ ຂຽນເມື່ອ: ພ.ພ.. 15, 2009 | ມີ 41 ຄຳເຫັນ ແລະ 0 trackback(s)

ມີຜີ 3 ໂຕນັງລົມກັນຢູ່ຫລັງວັດ

ຜີໂຕທີ1 ຖາມຜີໂຕທີ3 ວ່າ: ເຈົ້າເປັນຫຍັງຕາຍ.

ຜີໂຕທີ3 ຕອບວ່າ: ຖືກລົດຕຳຕາຍ ລະເຈົ້າເດ່ເປັນຫຍັງຕາຍ.

ຜີໂຕທີ2 ຕອບວ່າ: ຖືກແທງຕາຍ.

...............................................................

......................................

ຜີໂຕທາງກາງໄດ້ແຕ່ນັ່ງຮ້ອງໄຫ້ ຮື່ ຮື່ ໆໆໆໆໆ.......

ແລ້ວຜີໂຕທີ1 ກັບ ໂຕທີ3 ຖາມຜີໂຕຢູ່ທາງກາງວ່າ: ເຈົ້າໄຫ້ເຮັດຫຍັງເກາະ.. ແລ້ວເຈົ້າເດ່ເປັນຫຍັງຕາຍ.

............................

..................................................

..............................................................................

........................................................................................................

ຜີໂຕທາງກາງຕອບວ່າ: ຂ້ອຍຍັງບໍ່ໄດ້ຕາຍ....... ຂ້ອຍມາ ຂີ້ .... altalt..... 5555555+++


ຂຽນເມື່ອ ຂຽນເມື່ອ: ພ.ພ.. 13, 2009 | ມີ 34 ຄຳເຫັນ ແລະ 0 trackback(s)

ມີຜູ້ຍິງຄົນໜຶ່ງໄປປຶກສາແພດກ່ຽວກັບການໃຊ້ຢາຄຸມ

ຜູ້ສາວ: ທ່ານໝໍ ຫລານຢາກຮູ້ວິທີການໃຊ້ຢາຄຸມກຳເນີດນະ

ທ່ານໝໍ: ຢາຄຸມກຳເນີດນີ້ເຂົາໃຫ້ກິນຕອນແລງກ່ອນມີເພດສຳພັນຄັ້ງລະ 1 ເມັດ

ຜູ້ສາວ: ຫວາ.. ຖ້າຈັ່ງຊັ້ນຫລານຂໍໄປໃຊ້ລອງເບິ່ງດຸ

ທ່ານໝໍ: ໄດ້ເລີຍ..

ເວົ້າແລ້ວທ່ານໝໍກໍ່ເອົາຢາໃຫ້ຜູ້ສາວຄົນນັ້ນ 7 ເມັດ.. ມື້ຕໍ່ມາຍິງຄົນນັ້ນກໍ່ກັບມາຫາທ່ານໝໍອີກ

ທ່ານໝໍ: ມີບັນຫາຫຍັງບໍ່

ຜູ້ສາວ: ບັນຫາຫັ້ນບໍ່ມີດອກ ແຕ່ຫລານຂໍຢາເພີ່ມອີກແດ່

ທ່ານໝໍ: ແມ່ນຫຍັງນິ.. ຫລານກະກິນຢາຕາມໝໍບອກຢູ່ຫວາ

ຜູ້ສາວ: ໂດຍ.. ຫລານກິນຢາຕາມທ່ານໝໍບອກຫັ້ນແຫລະ.. ກະມື້ຄືນນີ້ເດ່ ຫລານກິນໄປຕັ້ງ 5 ເມັດ ຫລານກະເລີຍຢາກມາຂໍຢາເພີ່ມ.. ຄິດວ່າມັນຄືຊິບໍ່ພໍສັບລັບຄືນນີ້ແນ່ນອນ altalt

ຂຽນເມື່ອ ຂຽນເມື່ອ: ພ.ພ.. 12, 2009 | ມີ 41 ຄຳເຫັນ ແລະ 0 trackback(s)
  1. ຖ້າທຸກປະເທດເປັນໜີ້ກັນໝົດ ແລ້ວປະເທດໃດຊິເປັນເຈົ້າໜີ້
  2. ອາຫານໝາທີ່ໄດ້ຮັບການພັດທະນາ ທີ່ເຂົາບອກວ່າດີ ແລະ ແຊບ.. ແມ່ນໃຜລອງຊີມ
  3. ກ່ອງດຳ ທີ່ໃຊ້ເກັບຂໍ້ມູນຢູ່ເທິງຍົນ ມັນຈະບໍ່ຖືກທຳລາຍເວລາເກີດອຸບັດຕິເຫດ ແລ້ວເປັນຫຍັງບໍ່ສ້າງຍົນ ໂດຍໃຊ້ວັດຖຸຄືກັນກ່ອງດຳ
  4. ຮ້ອງໄຫ້ຢູ່ໃນນ້ຳໄດ້ບໍ່
  5. ປາເຄີຍຫິວນ້ຳບໍ່
  6. ເປັນຫຍັງນົກບໍ່ຕົກຕົ້ນໄມ້ເວລານອນຫລັບ (ຂະໜາດຄົນຍັງຕົກຕຽງ)
  7. ເປົ່າປູມເປົ້າໃນນ້ຳໄດ້ບໍ່
  8. ເປັນຫຍັງຕືກພາສາອັງກິດຈື່ງເອີ້ນວ່າ building ( building=ຕືກ=ກຳລັງສ້າງ) ກະດຽວວ່າມັນຈົນສ້າງແລ້ວໆ
  9. ຖ້າໃຜເປັນເຈົ້າຂອງດິນຕອນໜຶ່ງ ເຂົາຈະເປັນເຈົ້າຂອງເລິກລົງໄປຮອດແກນໂລກບໍ່
  10. ເປັນຫຍັງເຂັມຄວາມໄວຂອງລົດມີຮອດ 180 ທັ້ງໆທີ່ລະດັບນີ້ຕຳຫລວດຈັບແລ້ວ


ຂຽນເມື່ອ ຂຽນເມື່ອ: ກ.ພ.. 20, 2009 | ມີ 29 ຄຳເຫັນ ແລະ 0 trackback(s)

ງານນີ້ຈັດຂື້ນໃນວັນພຸດທີ່ 18.02.2009 ທີ່ຜ່ານມາ.. ມີແຂກເຂົ້າຮ່ວມປະມານ ສາມສິບກວ່າຄົນ.. ໃນນັ້ນມີສະມາຊິກພັນລາວ ກໍ່ຄືສະມາຊິກຸ່ມຮັກດຽວໃຈດຽວ ເຂົ້າຮ່ວມ ເຈັດ ຄົນຄື: ຄົນໃຈດີ ແມ່ເດັກນ້ອຍ ທ້າວທອງໃສ ເອັຟ ເອື້ອຍ ນຸ້ຍ ແລະ ວັນວານ.. ຈະເຫັນວ່າໃນງານພົບປະຂອງກຸ່ມມີ ເກົ້າ ຄົນ.. ມື້ນີ້ ຂາດເບວ ກັບ ອາເລັກ.. ສາຫາດທີ່ເບວບໍ່ມາຍ້ອນມີງານຢູ່ເຮືອນລາວ.. ທີ່ອາເລັກບໍ່ມາຍ້ອນວ່ານ້ອງຊາຍຂອງອາເລັກຈະໄດ້ຜ່າຕັດຫົວໃຈ ອາເລັກ ກັບ ແມ່ ຕ້ອງໄດ້ໄປນອນເຝົ້າ.. ຈັ່ງໃດກະຂໍໃຫ້ດີໄວໆເດີ່.. ງານວັນເກີດຄັ້ງນີ້ຈັດຂຶ້ນທີ່ບ້ານຂອງແມ່ເດັກນ້ອຍເອງ. ບໍ່ເວົ້າຫລາຍແລ້ວ ໄປເບິ່ງພາບບັນຍາກາດເລີຍ

alt

ສັງເກດທີ່ທຽນ ທຽນນີ້ຄົນໃຈດີເປັນຄົນອອກແບບ ຮ່າໆໆ

alt

ພາຍຫລັງເປົ່າເຄັກແລ້ວກໍ່ມາຖ່າຍຮູບກັນ

alt

ແມ່ເດັກນ້ອຍຕັດເຄັກ

alt

ກິນເຂົ້າແລ້ວໆ ແມ່ເດັກນ້ອຍກໍ່ຈັບຝ້າຍມັດແຂນ ມາໃຫ້ແຕ່ລະຄົນ.. ແຕ່ການມັດແຂນນີ້ ແຕກຕ່າງຈາກການມັດແຂນທົ່ວໆໄປ; ນັ້ນກະຄື ຜູ້ໃດບໍ່ເອົາເງິນໃສ ບໍ່ໃຫ້ມັດ ຮ່າໆໆໆໆ.. ພາຍຫລັງການມັດແຂນສິ້ນສຸດລົງ ແມ່ເດັກນ້ອຍມານັບເງິນໄດ້ ເກືອບສອງລ້ານກີບ.. ແຕ່ບໍ່ສົ່ງທືນຄືນໃຫ້ຄົນໃຈດີຈັກກີບບບບບ.. ໂຄດເຄັມ ອິອິ

alt

ນີ້ກະຄືເຈົ້າພາບ.. ຖ້າບໍ່ມີແມ່ເດັກນ້ອຍ ກະຄືຊິບໍ່ມີງານນີ້... ແຕ່ຖ້າບໍ່ມີຄົນໃຈດີ ງານນີ້ກະຄືຊິບໍ່ເກີດ... ຮ່າໆໆ

alt

ສາມໜຸ່ມ ຈາກ ກຸ່ມຮັກດຽວໃຈດຽວ.. ເອັຟ ກິນເຂົ້າບໍ່ລົງ ຍ້ອນອາເລັກບໍ່ມາ.. ອິອິ

ຍັງບໍ່ໝົດພຽງເທົ່ານີ້.. ພາບທັງໝົດມີໃນອັລບັ້ມ http://punlao.com/khonjaidee/albums/3535 ຈະສັງເກດເຫັນວ່າ ບໍ່ເຫັນພາບຂອງວັນວານ ສາເຫດຍ້ອນວ່າ ວັນວານກັບກ່ອນ ແລະ ຊ່ວງທີ່ວັນວານຢູ່ ຍັງບໍ່ມີການຖ່າຍພາບ.. ຕ້ອງຂໍອະໄພ.. ຂໍຂອບໃຈແຂກທຸກຄົນ ທີ່ເສຍສະຫລະເວລາອັນມີຄ່າເຂົ້າຮ່ວມໃນງານຄັ້ງນີ້

 


ຂຽນເມື່ອ ຂຽນເມື່ອ: ກ.ພ.. 13, 2009 | ມີ 24 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເສື້ອກຸ່ມຮັກດຽວໃຈດຽວ

ທາງໜ້າ

alt

ທາງຫລັງ

alt

 

ສົມທຽບກັບເສື້ອພັນລາວ

ທາງໜ້າຂອງເສື້ອພັນລາວກໍ່ຈະເປັນໂລໂກ້ຂອງເພິ່ນ ສຳລັບທາງໜ້າເສື້ອກຸ່ມຮັກດຽວໃຈດຽວຈະເປັນ ຄົນໃຈດີ ຮັກ ແມ່ເດັກນ້ອຍ 4EVER.

 alt

 

ທາງຫລັງກໍ່ມີຄວາມແຕກຕ່າງກັນເລັກນ້ອຍ ກະຄືເສື້ອພັນລາວຈະຂຽນວ່າ ພັນລາວ.ຄອມbeta  ແຕ່ເສື້ອກຸ່ມຮັກດຽວໃຈດຽວຈະເປັນ ພັນລາວ.ຄອມ ທັ້ງນີ້ກໍ່ເພື່ອໃຫ້ເຂົ້າກັບພັນລາວໃໝ່ຂອງພວກເຮົາ

 alt

 

ສຸດທ້າຍນີ້ກໍ່ຂໍຂອບໃຈທາງທີມງານພັນລາວທີ່ໃຫ້ເສື້ອພັນລາວກັບຄົນໃຈດີໜຶ່ງໂຕ ແລະກໍ່ຂໍຂອບໃຈແມ່ເດັກນ້ອຍທີ່ມາເປັນພຣີເຊັນເຕີ້ໃຫ້ ..ອິອິ

 

 ກຸ່ມຮັກດຽວໃຈດຽວ ເປັນໜື່ງກຸ່ມທີ່ນອນຢູ່ໃນພັນລາວ ໃຜຢາກສະໝັກເຂົ້າຮ່ວມກຸ່ມ ກໍ່ສາມາດເຂົ້າໄດ້ທີ່

http://punlao.com/group/98/

ປລ.. ກ່ອນທີ່ທ່ານຈະເຂົ້າຮ່ວມກຸ່ມນີ້ໄດ້ ທ່ານຕ້ອງຍອມຮັບຫົວໜ້າກຸ່ມເປັນໝູ່ກ່ອນ

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 8, 2009 | ມີ 67 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຈົບລົງໄປແລ້ວ ກັບງານພົບປະສ້າງສັນຂອງກຸ່ມຮັກດຽວໃຈດຽວ ເຊິ່ງໄດ້ຈັດຂຶ້ນໃນວັນເສົາທີ່ 7 ຜ່ານມາ.. ກໍ່ເປັນໄປຕາມຄາດວ່າຊີມີຄົນມາ ບໍ່ຮອດ 10 ຄົນ..​ ອິອິ..​ ກຸ່ມຮັກດຽວໃຈດຽວ ເປັນກຸ່ມອິນເຕີ ສະມາຊິກສ່ວນຫລາຍແມ່ນຢູ່ຕ່າງປະເທດ alt ມີຄົນເຂົ້າຮ່ວມງານ ເກືອບ 20 ຄົນ.. ສະເພາະສະມາຊິກກຸ່ມ ແມ່ນມີ 9 ຄົນ ຊາຍ4 ຍິງ5.. ງານນີ້ເຮັດໃຫ້ ຄົນບາງຄົນ image ຫລຸດຕະພືດຕະພື ໃຜເຫັນຂອງໃຜເຮ່ຍຢູ່ໃສກະເກັບໄວ້ໃຫ້ກັນແດ່ເດີ່ ຮ່າໆໆໆໆໆໆໆໆໆໆໆໆ ງານນີ້ ຄົນໃຈດີ ແຈກເສື້ອກຸ່ມຟຣີ ເວົ້າຫລີ້ນຊື່ໆອັນວ່າຊິເອົາເງິນນຳ 15000 ກີບຫັ້ນນະ.. ພິເສດສະເພາະຄົນເຂົ້າຮ່ວມງານ.. ເສື້ອກຸ່ມຍັງຫລາຍຢູ່ໃດ.. ມີຫລາຍຄົນພາດງານນີ້ ກະຍັງເສຍດາຍ.. ບໍ່ເປັນຫຍັງ ມີພາກ1 ມັນກະຕ້ອງມີພາກ2..​ ອິອິ.. ພາກ2 ຈະຈັດໃນວັນທີ 18 ເດືອນ 2.. ເປັນວັນຄ້າຍວັນເກີດ ຂອງແມ່ເດັກນ້ອຍ.. ໃຜວ່າງກະເຂົ້າຮ່ວມໄດ້ ແຕ່ງານຈະຈັດຕອນແລງ ຢູ່ບ້ານສີສະຫວາດຄືເກົ່າ.. ບໍ່ເວົ້າຫລາຍແລ້ວ ໄປເບິ່ງພາບບັນຍາກາດ

ພາບນີ້ແມ່ນຕອນເຊົ້າໆກຳລັງແຕ່ງກິນ

alt

ພາບນີ້ບໍ່ເອົາລົງບໍ່ໄດ້ເດີ່ ຮ່າໆໆໆໆໆ

alt

ຕອນນີ້ bell ກຳລັງຄິດຮອດຄົນບາງຄົນ ອິອິ

alt

4 ໜຸ່ມຈາກ ກຸ່ມຮັກດຽວໃຈດຽວ

alt

9 ຄົນທີ່ເຂົ້າຮ່ວມງານ ຂໍແນະນຳຊື່ແຕ່ລະຄົນຈາກຊ້າຍຫາຂວາ ນຸ້ຍ ເອື້ອຍ ເບວ ເອັຟ ອາເລັກ ທອງໃສ ວັນວານ... ລະສອງຄົນນັ່ງຢູ່ຫັ້ນກະ ຄົນໃຈດີ ກັບ ແມ່ເດັກນ້ອຍ

alt

alt

ມາຕໍ່ຄາຣາໂອເກະຢູ່ ອິນແປງ

alt

alt

ຍັງບໍ່ໝົດພຽງເທົ່ານີ້ ຖ້າໃຜຢາກເຫັນພາບທັງໝົດແມ່ນມີຢູ່ໃນໂປຣໄຟຂ້ອຍເອງ ຢູ່ນີ້ເດີ່

punlao.com/khonjaidee/albums/3348

punlao.com/khonjaidee/albums/3207

ຄົນໃຈດີລາຍງານຈາກກຸ່ມຮັກດຽວໃຈດຽວ ອິອິ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 27, 2009 | ມີ 29 ຄຳເຫັນ ແລະ 0 trackback(s)

ເມື່ອວັນເສົາທີ 24 ທີ່ຜ່ານມາ ຄົນໃຈດີໄດ້ບອກໃຫ້ສະມາຊິກກຸ່ມຮັກດຽວໃຈດຽວອອກໄປເຈິກັນຢູ່ຮ້ານອາຫານສາມດາວ1 ຄິດວ່າຈະສ້າງສັນກັນເລັກນ້ອຍ ແລະ ຈະລົມເລື່ອງງານໃຫຍ່ທີ່ຈະມາຮອດໃນໄວໆນີ້ວ່າຊັ້ນນນນນນນນນນ ນັດສີ່ໂມງ ຈົນຮອດ ເຈັດໂມງ ບໍ່ເຫັນໃຜມາຈັກຄົນ ຢູ່ຄົນດຽວ ເຊັງໂຄດດດດດດດດດດດ  ອ່ອນໃຈ.. ເມື່ອຍ.. ລະມື້ງານຫັ້ນເດ່ ມັກມື້ໃດ.. ວ່າຊິເຮັດໃສ່ວັນເສົາ ໃນເດືອນ 2​ ກະມີແຕ່ 4 ມື້ ວັນທີ່ 7 14​ 21 28 ມັກມື້ໃດ.. ກະເຫັນໃຈທຸກຄົນ ກຳລັງຮຽນ ກຳລັງເສັງ ດ້ວຍເຫດນີ້ຈື່ງຄິດວ່າວັນເສົາເໝາະສົມທີ່ສຸດ ຕອນນີ້ຄົນໃຈດີບໍ່ຮູ້ຊິເຮັດແນວໃດແລ້ວ.. ຄິດຫຍັງບໍ່ອອກ ໃຜມີຄຳເຫັນຫຍັງກະເວົ້າມາໂລດ ຕິດຕໍ່ທາງໂທລະສັບເບີນີ້ເດີ່ 7606815.. ສຳລັບເບີ 7606816 ມັນເສຍແລ້ວ.. ຈັ່ງໃດກະຮັກທຸກຄົນຄືເກົ່າ ແລະ ຫວັງວ່າຄືຊິບໍ່ມີເລື່ອງແບບນີ້ເກີດຂຶ້ນອີກ.. ຄົນທີ່ບໍ່ຮູ້ ວ່າຄົນໃຈດີບອກຕອນໃດ ແມ່ນຄົນທີ່ບໍ່ເຂົ້າໄປເບິ່ງຢູ່ກຸ່ມ.. ຖ້າບໍ່ມີເວລາຫລິ້ນເນັດ ກະບອກໃຫ້ຝາກເບີໂທລະສັບໄວ້ ມີເລື່ອງຫຍັງລະຊິຕິດຕໍ່ຫາ.. ຄົນທີ່ຂ້ອຍມີເບີ ຂ້ອຍກະສົ່ງຂໍ້ຄວາມຫາໝົດ ຍົກເວັ້ນຄົນທີ່ຮູ້ເລື່ອງແລ້ວ.. ມາຮອດນີ້ກະຍາວພໍສົມຄວນແລ້ວ ເວົ້າຫລາຍທ້າວທອງໃສພັດຊິວ່າຂ້ອຍຈົ່ມປານຜູ້ເຖົ້າ ຜູ້ເຖົ້ານ້ອຍໃຈ ຕ່າງໆນາໆ... ລາວເວົ້າແທ້ຄັນຂ້ອຍບໍ່ເວົ້າລັດນິ.. ຫລັງຈາກບໍ່ມີໃຜໄປຂ້ອຍກະເລີຍຍ້າຍໄປຮ້ານອາຫານຊົມດາວ ລະພາບມັນກະເປັນແບບນີ້

altaltaltaltalt

 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 8, 2009 | ມີ 20 ຄຳເຫັນ ແລະ 0 trackback(s)

ຕອນຂ້ອຍຮຽນຢູ່ມໍ 5. ໂຕະໜື່ງນັ່ງ 3 ຄົນ. ຂ້ອຍນັງຢູ່ທາງຫລັງຫ້ອງຕິດປ່ອງຢ້ຽມ ທາງກາງແມ່ນບັກທອນ ຕໍ່ໄປແມ່ນບັກເພັດ. ມີມື້ໜຶ່ງຮຽນວິຊາຟີຊິກ ຕອນແລງ. ບັກເພັດມັນໄປລົມສາວເດີກ ລະມັນອອນຊອນສຽງແມງຈັກຈັ່ນຮ້ອງແດ່ຕິເບາະ ມັນເຫງົານອນຢູ່ຫ້ອງ. ອາຈານກະສອນໄປ ມັນກະນອນໄປ. ຂ້ອຍກັບບັກທອນເລິຍແກ້ງມັນ.. ທຳອີດຫລົກເອົາຜົມໂຕເອງມາລະກະໄປແຍ່ໃສ່ຫູ່ມັນ ເຮັດຄືມົດໄຕ່ນີ້ນະ ມັນກະເອົາມືມາລູບໆ. ຂ້ອຍກັບບັກທອນ ກະຫົວ ອິກ ອິກໆໆໆ. ອາຈານກະສອນໄປເລື້ອຍໆ. ຂ້ອຍກະແກ້ງມັນຕໍ່ ຂ້ອຍເປົ່າຫູມັນແລ້ວເວົ້າຂຶ້ນວ່າ ເພັດອາຈານມາ. ມັນກະລຸກພວດພາດຂຶ້ນ ມືນຕາຂຶ້ນ ຂ້ອຍກັບບັກທອນກະຫົວຂວັນມັນ ກ໋າກໆໆໆໆ. ມັນຫລຽວເບິ່ງໜ້າແຕ່ບໍ່ວ່າຫຍັງ ນອນຕໍ່. ຍັງບໍ່ສະໃຈ ບໍ່ຮູ້ວ່າເປັນຫຍັງຄັນໄດ້ແກ້ງໝູ່ລະປານໄດ້ຂື້ນສະຫວັນ 555++. ເວລາຜ່ານໄປໜ້ອຍໜື່ງ ຂ້ອຍເຮັດຄືເກົ່າອີກ ໄປໃກ້ໆມັນລະເວົ້າຂຶ້ນວ່າ ເພັດອາຈານມາ. ມັນກະມືນຕາຂື້ນລະມັນກະຮູ້ວ່າຂ້ອຍກວນມັນຊື່ໆ ມັນໃຈຮ້າຍຕິເບາະ ມັນເລີຍເວົ້າຂຶ້ນວ່າ ຢ່າອໍ້ແອ້ກູນະ ກູຊິນອນ. ລະມັນກະນອນຕໍ່ແບບແຊບຊ້ອຍ.. ຂ້ອຍກະບໍ່ກ້າກວນມັນແລ້ວ ເພາະເບິ່ງສີໜ້າມັນເບິ່ງຄືຊິຢາກຮ້າຍແຮງ.. ເວລາຜ່ານໄປໜ້ອຍໜຶ່ງລະມັນໂກນ ສຽງມັນໂກນດັງຂື້ນດັງຂຶ້ນ ໝູ່ຢູ່ທາງຂ້າງກະຫລຽວມາເບິ່ງລະກະຫົວຂວັນມັນ. ລະອາຈານໄດ້ຍິນບາດນີ້ນະ ອາຈານກະຍ່າງຕົງມາທີ່ໂຕະຂ້ອຍແລ້ວກໍ່ເວົ້າຂື້ນວ່າ ມື້ໜ້າອາຈານຊິເອົາເສື່ອກັບໝອນມານຳ.. ໝູ່ທຸກຄົນກະມິດຈີ່ຫລີ່. ພໍອາຈານໄປຮອດອາຈານກະເວົ້າຂຶ້ນອີກວ່າ ລາວຄືຊິຮ້ອນເນາະ ລະກະຈັບປື້ມມາວີໃຫ້ມັນ. ບັກເພັດມັນຮູ້ສຶກເຢັນໆ ມັນກະຊິວ່າຂ້ອຍກວນມັນຕິເບາະ ໃນຂະນະທີ່ມັນຍັງຫລັບຕາຢູ່ ມັນກະເອົາມືປັດແຂນອາຈານອອກ ແລ້ວກໍ່ເວົ້າຂຶ້ນຢ່າງແຮງວ່າ..... ຮ່າສູ... ສູ່ຢ່າກວນກູນະ alt

ຂຽນເມື່ອ ຂຽນເມື່ອ: ມ.ກ.. 5, 2009 | ມີ 160 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ກ່ອນອື່ນກະຂໍສະບາຍດີປີໃໝ່ສະມາຊິກກຸ່ມຮັກດຽວໃຈດຽວ ແລະ ສະມາຊິກພັນລາວໝົດທຸກຄົນ. ຕອນນີ້ກຸ່ມຮັກດຽວໃຈດຽວ ມີສະມາຊິກທັງໝົດ 170 ຄົນ. ຂ້າພະເຈົ້າຄົນໃຈດີ ໃນນາມຫົວໜ້າກຸ່ມຮັກດຽວໃຈດຽວ ຂຽນໄດອາຣີ່ນີ້ຂຶ້ນມາ ມີຈຸດປະສົງຢູ່ ສອງ ເລື່ອງ ຄື: ເລື່ອງນັດເຈິກັນໃນເດືອນສອງນີ້ ແລະ ເລື່ອງເສື້ອຍືດກຸ່ມ. ຄຈດ ຢາກໃຫ້ທຸກຄົນທີ່ຈະເອົາເສື້ອ ບອກຂະໜາດ (S. M. L. XL) ແລະ ຊື່ຂອງຕົນເອງທີ່ຈະຂຽນໃສ່ເສື້ອມາ ພ້ອມດ້ວຍເງິນສົດ ສິບຫ້າພັນກີບ (ອັນນີ້ຂາດບໍ່ໄດ້ ອິອິ). ສຳລັບສະຖານທີ່ຈັດງານ ຈະບອກຢ່າງເປັນທາງການໃນຊ່ວງວັນທີໜື່ງ ຫາ ວັນທີຫ້າ ເດືອນສອງ ຢູ່ໜ້າກຸ່ມເດີ່. ໃຫ້ໄປຕິດຕາມເອົາເອງ ຄິດໄວ້ວ່າແມ່ນບ້ານອາເລັກ alt. ໃນງານຈະມີການຫລິ້ນເກມ. ແຕ່ ຄຈດ ຄິດເກມບໍ່ອອກ ຢາກໃຫ້ທຸກຄົນຊ່ວຍກັນຄິດ ແນວໃດມັນຊິມ່ວນ. ຄຈດ ຄິດອອກແຕ່ເກມຊອກຫານັກດື່ມຍອດຍ່ຽມຫັ້ນແຫລະ ກິນເບຍແຂ່ງກັນວ່າຊັ້ນຊະ altໃຜຊີລົງແຂ່ງກະບອກມາ ເພື່ອຈະກຽມສະຖານທີ່ໄດ້ຖືກ. ພາຍໃນງານກໍ່ຈະມີການບັນທຶກພາບ ທັງພາບຖ່າຍ ແລະ ພາບວີດີໂອ ເພື່ອຈະເກັບໄວ້ເປັນທີລະລືກ. ໃຜຊິອຸປະຖຳຫຍັງ ກະຖືມານຳ ຄຈດ ຮູ້ວ່າທຸກຄົນບໍ່ກ້າໄປມືເປົ່າ alt. ລະອີກອັນໜຶ່ງ ແມ່ນຫາຂອງຂວັນມາໃຫ້ ຄຈດ ແດ່. ເອົາມາແລກກັນ. ເອົາມາຫລາຍໆອັນ. ຈັບສະຫລາກ ຖືກຂອງໃຜ ກະໄດ້ຂອງຄົນນັ້ນ. ຫລື ຢາກໃຫ້ໃຜເປັນພິເສດ ກະໃຫ້ໄປ. ເທບ... ເທບ ແທ້ໆ ຮ່າໆໆ alt

ຖ້າເປັນໄປໄດ້ໃນງານນີ້ບໍ່ຢາກໃຫ້ມີຄົນນອກເດີ່ ຖ້າຈະມີກໍ່ຂໍໃຫ້ເປັນແຟນ ຫລື ໝູ່ສະໜິດພຽງໜຶ່ງຄົນເທົ່ານັ້ນ ທັ້ງນີ້ກໍ່ເພື່ອບໍ່ໃຫ້ເປັນການລົບກວນຄົນອື່ນ. (ໝູ່ຫັ້ນເອົາໄວ້ໄປຕໍ່ຮອບເດີກ.. ອິອິ) ເລື່ອງເສື້ອຫັ້ນໃຫ້ບອກພາຍໃນເດືອນໜຶ່ງນີ້ ເພາະວ່າວັນທີໜຶ່ງເດືອນສອງລະຈະໄປເຮັດ. ອ່ານແລ້ວໄປໂຫວດນີ້ແດ່. ປະຊາທິປະໄຕ ຂໍເອົາສຽງສ່ວນຫລາຍ

ຄລິກ ທີ່ນີ້ເພື່ອໂຫວດ ມື້ໃດດີ 

 

ປລ. ເພື່ອເປັນການສະດວກໃນການຕິດຕໍ່ ຝາກເບີໂທລະສັບໄວ້ກະດີ. ຫລັງໄມກະໄດ້. ໃກ້ຊິຮອດມື້ລະ ຄຈດ ຊິໂທໄປບອກທຸກຄົນ

ຮັກດຽວໃຈດຽວ ເພື່ອຄົນີ່ເຮົາຮັກ alt

ຂຽນໂດຍ. ຄົນໃຈດີ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 2, 2009 | ມີ 32 ຄຳເຫັນ ແລະ 0 trackback(s)

ໂຕອັກສອນໃນພາສາລາວມີທັງໝົດ 46 ໂຕ.. ແບ່ງອອກເປັນພະຍັນຊະນະ 32 ໂຕ ແລະ ສະຫລະ 14 ໂຕດັ່ງນີ້

ພະຍັນຊະນະມີ: ກ ຂ ຄ ງ ຈ ສ ຊ ຍ ດ ຕ ຖ ທ ນ ບ ປ ຜ ຝ ພ ຟ ມ ຢ ລ ວ ຫ ອ ຮ ຫງ ຫຍ ໜ ໝ ຫຼ ຫວ

ສະຫລະມີ:    ະ   າ   ິ   ີ    ຶ    ື    ຸ    ູ    ເ    ແ    ໂ    ໍ    ໄ    ໃ

ພະຍັນຊະນະເຄົ້າມີ 26 ໂຕຄື: ກ ຂ ຄ ງ ຈ ສ ຊ ຍ ດ ຕ ຖ ທ ນ ບ ປ ຜ ຝ ພ ຟ ມ ຢ ລ ວ ຫ ອ ຮ

ພະຍັນຊະນະປະສົມມີ 6 ໂຕຄື: ຫງ  ຫຍ  ຫນ(ໜ)  ຫມ(ໝ)  ຫລ(ຫຼ)  ຫວ

ພະຍັນຊະນະຄວບມີ 1 ໂຕຄື:  ວ

ໂຕສະກົດມີ 8 ໂຕຄື: ໂຕສະກົດເປັນ ງ ຍ ນ ມ ວ... ໂຕສະກົດຕາຍ ກ ດ ບ

ອັກສອນສູງມີ 6 ໂຕຄື: ຂ ສ ຖ ຜ ຝ ຫ

ອັກສອນກາງມີ 8 ໂຕຄື: ກ ຈ ດ ຕ ບ ປ ຢ ອ

ອັກສອນຕ່ຳມີ 12 ໂຕຄື: ຄ ງ ຊ ຍ ທ ນ ພ ຟ ມ ລ ວ ຮ

ວັນນະຍຸດມີ.. ໄມ້ເອກ ່   ໄມ້ໂທ ້   ໄມ້ຕຣີ ໋ ໄມ້ຈັດຕະວາ  ໊

ສະຫລະພິເສດມີ   ໄ   ໃ   ເົາ   ຳ

ເລກລາວ... ໑  ໒  ໓  ໔  ໕  ໖  ໗  ໘  ໙  ໐

ນອກຈາກທີ່ກ່າວມາຂ້າງເທິງນີ້ແລ້ວໃນພາສາລາວຍັງມີ ໄມ້ກົງ ົ  ໄມ້ກັນ  ັ  ແລະ ໂຕອັນນີ້  ຽ  ບໍ່ຮູ້ຄືກັນວ່າມັນຢູ່ໃນກຸ່ມໃດ

 

ພາສາລາວທີ່ ຄຈດ ຮຽນມາກະໄດ້ສຳນີ້ແຫລະ ອິອິ

ປລ.. ສິ່ງທີ່ຂຽນມາທັງໝົດ ບໍ່ມີເອກະສານອ້າງອີງໃດໆ ຂຽນມາຈາກຄວາມຈຳທີ່ເຄີຍໄດ້ຮຽນມາ. ໃຜມີຫຍັງເພີ່ມເຕີມກະເພີ່ມໄດ້. ຜິດບ່ອນໃດກວດແກ້ນຳກັນ

 

ຂຽນໂດຍ ຄົນໃຈດີ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2008 | ມີ 28 ຄຳເຫັນ ແລະ 0 trackback(s)

1+1=2

2+2=4

ປັນຍາອ່ອນລະອັນນິ.. ອິອິ

ເຂົ້າເລື່ອງກັນເລີຍ

ເນື້ອທີ່ຂອງຮູບສາມແຈ = ຂ້າງພື້ນ ຄູນ ລວງສູງ ຫານສອງ s=1/2 bh

ເນື້ອທີ່ຂອງຮູບສີ່ແຈຂ້າງຂະໜານ = ຂ້າງພື້ນ ຄູນ ລວງສູງ s = bh

ເນື້ອທີ່ຂອງຮູບກັບສາກ = ລວງຍາວ ບວກ ລວງກວ້າງ ບວກ ລວງສູງ ທັງໝົດ ຄູນສອງ s = 2(l+w+h)

ບໍລິມາດຂອງຮູບກັບສາກ = ລວງຍາວ ຄູນ ລວງກວ້າງ ຄູນ ລວງສູງ v = lwh

ບໍລິມາດຂອງຮູບຈວຍ = ປີ່ ຄູນ ລັດສະໝີກຳລັງສອງ ຄູນ ລວງສູງ ທັງໝົດ ຫານສາມ v = 1/3IIr2h(ອ່ານວ່າ 1/3ປີ່ r ກຳລັງ2 h) ເຮັດແບບນີ້ບໍ່ເປັນ

ເນື້ອທີ່ຂອງຮູບຈວຍ = ລວງຍາວແຕ່ຈອມລົງລຸ່ມ(ບໍ່ແມ່ນລວງສູງ) ບວກ ລັດສະໝີພື້ນ ທັງໝົດຄູນໃຫ້ ປີ່ ຄູນ ລັດສະໝີພື້ນ s = IIr(l+r)

ເນື້ອທີ່ຂອງຮູບຈະຕຸລັດ = ຂ້າງ ຄູນ ຂ້າງ ຄູນ ຂ້າງ ຄູນ ຂ້າງ p = 4l

ເນື້ອທີ່ຂອງຮູບຄາງໝູ = ພື້ນໃຫຍ່ ບວກ ພື້ນນ້ອຍ ທັງໝົດຄູນ ລວງສູງ ຫານ ສອງ s = 1/2h(b1+b2)

ເນື້ອທີ່ຂອງຮູບທໍ່ = ລວງສູງ ບວກ ລັດສະໝີ ທັງໝົດ ຄູນ ສອງ ປີ່ ຄູນ ລັດສະໝີ s = 2IIr(h+r)

ບໍລິມາດຂອງຮູບທໍ່ = ປີ່ ຄູນ ລັດສະໝີກຳລັງສອງ ຄູນ ລວງສູງ v = IIr2h

ເນື້ອທີ່ຂອງຮູບທາດລ່ຽມ = ລວງຍາວແຕ່ຈອມຫາພື້ນ(ບໍ່ແມ່ນລວງສູງ) ບວກ ເນື້ອທີ່ພື້ນ ທັງໝົດ ຄູນ ສອງ s = 1/2(l+b)

ເນື້ອທີ່ຂອງຮູບສີ່ແຈສາກ = ລວງຍາວ ຄູນ ລວງກວ້າງ s = lw

ລວງຮອບຂອງຮູບສີ່ແຈສາກ = ລວງຍາວ ບວກ ລວງກວ້າງ ທັງໝົດ ຄູນ ສອງ p = 2(l+w)

ເນື້ອທີ່ຂອງຮູບສີ່ແຈສາກ = ລວງຍາວ ຄູນ ລວງກວ້າງ s = lw

ເນື້ອທີ່ຂອງຮູບວົງມົນ = ປີ່ ຄູນ ລັດສະໝີກຳລັງສອງ s = IIr2

ລວງຮອບຂອງຮູບວົງມົນ = ສອງ ຄູນ ປີ່ ຄູນ ລັດສະໝີ c = 2IIr

ສຳລັບຮູບສາມແຈສາກ ຢ່າລືມຫລັກເກນປີຕາກໍ c ກຳລັງສອງ ເທົ່າກັບ a ກຳລັງສອງ ບວກ b ກຳລັງສອງ c2=a2+b2
ໝາຍເຫດ

II ແມ່ນ ປີ່

ປີ່ = 3,14 ຫລື 22/7

ຂຽນເມື່ອ ຂຽນເມື່ອ: ທ.ວ.. 12, 2008 | ມີ 18 ຄຳເຫັນ ແລະ 0 trackback(s)

ຮ່ວມກັນສະແດງຄວາມຮູ້ບຸນຄຸນເນື່ອງໃນໂອກາດວັນຄ້າຍວັນເກີດຂອງ ທ່ານໄກສອນ ພົມວິຫານ ຄົບຮອບ 88 ປີ

alt

ທ່ານ ໄກສອນ ພົມວິຫານ ຜູ້ນຳອັນແສນເຄົາລົບຮັກຂອງປວງຊົນລາວທັ້ງຊາດ ເກີດເມື່ອວັນທີ່ 13 ທັນວາ ປີ 1920 ທີ່ບ້ານນາເຊັງ ເມືອງໄກສອນພົມວິຫານ ແຂວງສະຫວັນນາເຂດ. ເປັນລູກຊອດ ລາວ-ຫວຽດນາມ. (ພໍ່ເປັນຄົນລາວ ແມ່ເປັນຄົນຫວຽດນາມ). ທ່ານ ໄກສອນ ພົມວິຫານ ໄດ້ດຳລົງຕຳແໜ່ງ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ ເປັນຄົນທຳອິດ ວັນທີ 22 ມີນາ 1955 ຫາ 2 ທັນວາ 1975. ພາຍຫລັງປະເທດຊາດໄດ້ຮັບເອກະລາດ ທ່ານໄກສອນ ພົມວິຫານ ກໍ່ໄດ້ດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ສ ປ ປ ລາວ ເປັນຄົນທຳອີດ ຕັ້ງແຕ່ ວັນທີ 2 ທັນວາ 1975 ຫາ 15 ສິງຫາ 1991. ຈາກນັ້ນທ່ານກໍ່ໄດ້ຂຶ້ນມາເປັນປະທານປະເທດແຫ່ງ ສ ປ ປ ລາວ ໃນວັນທີ 15 ສິງຫາ 1991 ຫາ 21 ພະຈິກ 1992.  ທ່ານໄກສອນ ພົມວິຫານ ຜູ້ນຳອັນແສນເຄົາລົບຮັກຂອງພວກເຮົາທຸກຄົນ ໄດ້ເຖິງແກ່ມໍລະນາກຳໃນ ວັນທີ 21 ພະຈິກ 1992 ລວມອາຍຸໄດ້ 72 ປີ. ພາຍຫລັງທີ່ທ່ານໄດ້ເສຍຊິວິດແລ້ວ ທາງລັດຖະບານລາວ ໄດ້ເຫັນແກ່ຄຸນງາມຄວາມດີ ຈື່ງໄດ້ທຸ່ມເງິນສ້າງຫໍພິພິດຕະພັນ ໄກສອນ ພົມວິຫານ ຂື້ນທີ່ນະຄອນຫລວງວຽງຈັນ. ເຖິງທ່ານຈະຈາກພວກເຮົາໄປແລ້ວ ແຕ່ທ່ານກໍ່ຍັງຢູ່ໃນຄວາມຊົງຈຳຂອງພີ່ນ້ອງຊາວລາວບໍ່ມີວັນລືມ

 

ປລ1. ບ້ານນາເຊັງ ຫລື ບ້ານນາແຊງ?

ປລ2. ເມືອງໄກສອນພົມວິຫານ ຊື່ເດີມແມ່ນ ເມືອງຄັນທະບູລີ.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 8, 2008 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄວາມແປກແລະແຕກຕ່າງ... ຄືຫົນທາງໃຫ້ສຶກສາ  

ລັງເລເສຍເວລາ... ຮີບຟັນຝ່າສູ່ເສັ້ນໄຊ

ຍອມແພ້ຍິ່ງແຢ່ຢ່ຳ... ເຈັບແລ້ວຈຳເພື່ອເລີ່ມໄໝ່

ຄວາມຫວັງອາດຍັງໄກ... ແຕ່ແຮງໃຈຍັງໝັ້ນຄົງ

  

 

ຄືນວັນຍັງຜັນປ່ຽນ... ໃຊ້ພາກພຽນຊ່ວຍເສີມສົ່

ຍຶດໝັ້ນເຈດຈຳນົງ... ຮ່ວມດຳລົງສິ່ງດີງາມ 

ນ້ຳຕາເຄີຍບ່າໄຫລ... ແຕ່ນ້ຳໃຈຍັງລົ້ນຫລາມ

ລຽບງ່າຍທຸກໂມງຍາມ... ພຽງພໍຕາມຄວາມເປັນຈິງ

 

ບໍ່ທໍ້ຕໍ່ເບື້ອງໜ້າ... ຟັນຝ່າບໍ່ຢຸດນິ້ງ

ກ້າວໄປດ້ວຍໃຈຈິງ... ບໍ່ຍອມຖິ້ມອຸດົມການ

 

ນ້ຳເຫື່ອທີໄຫລລົດ... ຈະປະກົດເປັນດອກຜົນ 

ນ້ຳແຮງແຫ່ງອົດທົນ... ຈະຜ່ານພົ້ນສູ່ປາຍທາ 

ນ້ຳຄຳແຫ່ງຄວາມຮັກ... ຈະຟູມຟັກຄວາມໄຝ່ຝັນ

ນ້ຳໃຈທີ່ແບ່ງປັນ... ຈະສ້າງສັນໂລກງົດງາມ 

  

 

ຢາກໃຫ້ເຈົ້າເປັນໂຕຂອງໂຕເອງ ແລະ ເຊື່ອໝັ້ນໃນສິ່ງທີ່ໂຕເອງເຮັດຢູ່ໃຫ້ຫລາຍຂຶ້ນ. ຢ່າຢ້ານຕໍ່ການຄາດຫວັງຂອງຄົນອື່ນ ແຕ່ຈົ່ງຢ້ານວ່າໂຕເອງຈະຍອມແພ້ ຫລື ບໍ່ຈິງຈັງກັບມື້ນີ້ຂອງອະນາຄົດຫລາຍກວ່າ. ຍາດພີ່ນ້ອງ ຫລື ໝູ່ເພື່ອນ ບໍ່ສາມາດກ້າວເດີນແທນເຮົາໄດ້ ນອກຈາກຊ່ວຍເຫລືອ ຫລື ສະໜັບສະໜຸນໃນບາງຢ່າງເທົ່ານັ້ນ. ຖ້າເຮົາບໍ່ຮັກ ແລະ ສັດທາໃນຄວາມດີຂອງໂຕເອງ ຄົນອື່ນກໍ່ພ້ອມຈະດູໝິ່ນເຮົາໄດ້ ຖ້າເຮົາມີເຫດຜົນ ແລະ ຄວາມຄິດອັນດີງາມກ່ອນທີ່ຈະລົງມືເຮັດສິ່ງໃດແລ້ວ ເຮົາຍ່ອມມີໂອກາດທີ່ຈະປະສົບຄວາມສຳເລັດອັນຍິ່ງໃຫຍ່ຢູ່ສະເໝີ ຂໍພຽງຢ່າດູຖູກໂຕເອງ ແລະ ຈົ່ງເປີດໂອກາດໃຫ້ໂຕເອງຫລາຍທີ່ສຸດ ເພາະຂຸນເຂົາແຫ່ງຄວາມສຳເລັດອັນຕັ້ງຢູ່ເບື້ອງໜ້າ ລໍຖ້າພຽງຜູ້ກ້າແລະອົດທົນເທົ່ານັ້ນ.

 

 

ຄຳເວົ້າເຫລົ່ານີ້ ຄົນໃຈດີຈື່ມາຈາກຄຳສອນຂອງພະເຈົ້າລ້ວນໆ

 

 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 6, 2008 | ມີ 42 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ


ທຳອິດຄິດວ່າຈະຖາມ ສິບ ຄຳຖາມ ກັບເງີນ ຫ້າພັນ ພັນລາວ.. ແຕ່ມີບັນຫາເລື່ອງການໂອນເງີນໜ້ອຍໜຶ່ງ ກະເລີຍປ່ຽນເກມ ເກມນີ້ງ່າຍໆ ງ່າຍແທ້່ງ່າຍວ່າ.. ມີຄຳຖາມດຽວ... ຖ້າໃຜຕອບຖືກ ຮັບໄປເລີຍ 100 ພັນລາວຈາກຄົນໃຈດີ ບໍ່ຈຳກັດຈຳນວນ ບໍ່ຈຳກັດເພດ ອິອິ

ໝາຍເຫດ: ກ່ອນຈະຕອບຄຳຖາມ ໃຫ້ໄປເບີ່ງຮູບຄົນໃຈດີກ່ອນ ເບິ່ງຄັກໆ

ຄຳຖາມ: ຄົນໃຈດີ ອາຍຸຈິງໆ ຈັກປີແລ້ວ (ໃສ່ຢູ່ໂປຣໄຟຫັ້ນເຊື່ອບໍ່ໄດ້ເດີ່ ອິອິ)

ຂຽນເມື່ອ ຂຽນເມື່ອ: ທ.ວ.. 3, 2008 | ມີ 26 ຄຳເຫັນ ແລະ 0 trackback(s)

ຫລັງຈາກຕັ້ງແບບສຳຫລວດ ປະທານປະເທດລາວ http://punlao.com/khonjaidee/polls/614/ ແລະ ໄດ້ຖາມວ່າໃຜເປັນປະທານປະເທດຄົນທຳອິດແຫ່ງ ສ ປ ປ ລາວ. ຄຳຕອບກໍ່ເປັນເອກະສັນວ່າແມ່ນທ່ານສຸພານຸວົງ ນັ້ນເປັນຄຳຕອບທີ່ຖືກຕ້ອງ. ແລະ THAOthongsai ຂໍມາວ່າ ໃຫ້ຄົນໃຈດີນັບແຕ່ຄົນທຳອິດ ຮອດປະຈຸບັນ ປະເທດລາວມີປະທານປະເທດຈັກຄົນແລ້ວ ລະໃຫ້ລຽງຕາມລຳດັບ. ເມື່ອທອງໃສຂໍມາ ຄົນໃຈດີຈັດໃຫ້

 

 

 

ຜູ້ທີ1: ທ່ານ ສຸພານຸວົງ ( 02 December 1975 - 15 August 1991)

alt

ຜູ້ທີ2: ທ່ານພູມີ ວົງວິຈິດ (31 October 1986 - 15 August 1991)

alt

ຜູ້ທີ3: ທ່ານ ໄກສອນ ພົມວິຫານ (15 August 1991 - 21 November 1992)

alt

ຜູ້ທີ4: ທ່ານ ໜູຮັກ ພູມສະຫວັນ (25 November 1992 - 24 February 1998)

alt

ຜູ້ທີ5: ທ່ານຄຳໄຕ ສີພັນດອນ (24 February 1998 - 08 June 2006)

alt

ຜູ້ທີ6: ທ່ານ ຈູມມະລີ ໄຊຍະສອນ (08 June 2006 - ປະຈຸບັນ)

alt

 

ມີຫລາຍຄົນເຂົ້າໃຈວ່າ ທ່ານ ພູມມີ ວົງວິຈິດ ບໍ່ແມ່ນປະທານປະເທດ. ພາບລຸ່ມນີ້ອາດຈະເປັນສິ່ງທີ່ຢືນຢັນໄດ້ວ່າ ທ່ານ ແມ່ນປະທານປະເທດແຫ່ງ ສ ປ ປ ລາວ ຄົນທີ 2. ຄຳວ່າ Succeeded (ຢູ່ກ້ອງຮູບ) ຖ້າເປີດພົດຈະນານຸກົມເບິ່ງແລ້ວ ມັນຈະແປວ່າ ສືບຕໍ່ ນັ້ນກໍ່ໝາຍຄວາມວ່າ ທ່ານໄກສອນ ຈະເປັນປະທານປະເທດຄົນຕໍ່ໄປ ພາຍຫລັງທີ່ລາດຊະການຂອງທ່ານພູມມີ ຈົບລົງ

 

alt

 

ຂໍ້ມູນຈາກ Google

ຂຽນເມື່ອ ຂຽນເມື່ອ: ທ.ວ.. 1, 2008 | ມີ 6 ຄຳເຫັນ ແລະ 0 trackback(s)

ຈະຮູ້ວ່າໂລກນີ້ມັນກວ້າງໃຫ່ຍ... ກໍ່ຕໍ່ເມື່ອເຮົາໄດ້ ອອກເດີນທາງ

ຈະຮູ້ຄຸນຄ່າຂອງອີ່ຫຍັງບາງຢ່າງ... ກໍ່ຕໍ່ເມື່ອເຮົາໄດ້ເສຍມັນໄປ

ຈະຮູ້ຄວາມໝາຍຂອງຟ້າຫລັງຝົນ... ກໍ່ຕໍ່ເມື່ອເຮົາຜ່ານພົ້ນມັນມາໄດ້

ຈະຮູ້ວ່າຍັງມີເລື່ອງອີກຫລວງຫລາຍ... ກໍ່ຕໍ່ເມື່ອເຮົາເປີດໃຈຍອມຮັບມັນ

ຈະຮູ້ວ່າໃນປື້ມຂຽນຫຍັງໄວ້... ກໍ່ຕໍ່ເມື່ອເຮົາໄດ້ລອງເປີດອ່ານ

ຈະຮູ້ເວລາຂອງດອກໄມ້ບານ... ກໍ່ຕໍ່ເມື່ອເຮົາເຝົ້າຕິດຕາມຢູ່ທຸກວັນ

ຈະຮູ້ວ່າສຽງຫົວນັ້ນມັນມີຄ່າ... ກໍ່ຕໍ່ເມື່ອເຮົາເສຍນ້ຳຕາໃນສັກວັນ

ຈະຮູ້ເຖິງຄວາມໃນໃຈຂອງກັນແລະກັນ... ກໍ່ຕໍ່ເມື່ອເຮົາໄດ້ເວົ້າມັນອອກໄປ

ຈະຮູ້ວ່າອັນໃດທີ່ເຂົາເອີ້ນວ່າຄິດເຖິງ... ກໍ່ຕໍ່ເມື່ອໃນຄວາມຄຳນຶງມີໃຜຈັກຄົນ

ຈະຮູ້ຄວາມໝາຍຂອງຄຳວ່າຮັກຈັກຫົນ... ກໍ່ຕໍ່ເມື່ອມີໃຜບາງຄົນໃຫ້ຫວັ່ນໄຫວ

ຈະຮູ້ວ່າຄ່ຳຄືນນີ້ຈະບໍ່ງຽບເຫງົາ... ກໍ່ຕໍ່ເມື່ອທຸກເລື່ອງລາວໄດ້ມີໂອກາດບອກໄປ

ຈະຮູ້ວ່າຄົນໃຈດີເປັນຈັ່ງໃດ... ກໍ່ຕໍ່ເມື່ອໄດ້ເຂົ້າໄປທັກທາຍກັນ ອິອິ

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 29, 2008 | ມີ 14 ຄຳເຫັນ ແລະ 0 trackback(s)

ນີ້ແມ່ນເລື່ອງຈິງຂອງຄົນໃຈດີ ເມື່ອປະມານ 4 ເດືອນຜ່ານມາ

 

ຄົນໃຈດີ: ຮັນນີ່ ຂ້ອຍມີເລື່ອງຊິຖາມ

ແມ່ເດັກນ້ອຍ: ໂດຍ..ຊິຖາມຫຍັງ?

ຄົນໃຈດີ: ແມ່ນຫຍັງ ມີແຕ່ເພີ່ມ ບໍ່ມີຫລຸດ?

ແມ່ເດັກນ້ອຍ: ອາຍຸ

ຄົນໃຈດີ: ບໍ່ແມ່ນ

ແມ່ເດັກນ້ອຍ: ແມ່ນຫຍັງຊັ້ນ

ຄົນໃຈດີ:​ ກະຄວາມຮັກທີ່ຂ້ອຍມີໃຫ້ເຈົ້ານີ້ເດ່

altalt

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 23, 2008 | ມີ 69 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຊື່ກຸ່ມ:  ຮັກດຽວໃຈດຽວ

ຫົວໜ້າກຸ່ມ: khonjaidee

ກ່ຽວກັບກຸ່ມ: ລົມກັນເລື່ອງຄວາມຮັກ ໃຫ້ກຳລັງໃຈຄົນທີ່ກຳລັງທໍ້ແທ້ ຫລື ຜິດຫວັງກັບຄວາມຮັກ ແລະ ອື່ນໆ

ສ້າງເມື່ອວັນທີ: 01 ກໍລະກົດ 2008

ສະມາຊິກທັງໝົດ: 152 ຄົນ. ຍີງ: 83 ຄົນ. ຊາຍ: 69 ຄົນ

ແຮງບັນດານໃຈໃຫ້ສ້າງກຸ່ມ:  ແມ່ເດັກນ້ອຍ

ນິຍາມ: ຮັກດຽວໃຈດຽວແມ່ນການມີຄົນຮັກພຽງຄົນດຽວໃນເວລາດຽວ

ຈຸດປະສົງໃນການສ້າງກຸ່ມ:

1. ເພື່ອເຮັດໃຫ້ຄົນຮູ້ວ່າ ຄົນຮັກດຽວໃຈດຽວຍັງມີຢູ່ໃນໂລກ

2. ຢາກໃຫ້ທຸກຄົນຮັກກັບແບບຖືກຕ້ອງ ຖືກວິທີ

3. ຢາກເຫັນທຸກຄົນມີຄວາມສຸກເວລາມີຄວາມຮັກ

4. ໃຫ້ກຳລັງໃຈຄົນທີ່ກຳລັງມີບັນຫາກ່ຽວກັບຄວາມຮັກ ແລະ ຫາແນວທາງແກ້ໄຂ

5. ສ້າງມິດຕະພາບ

             ກຸ່ມຮັກດຽວໃຈດຽວເປັນກຸ່ມທີ່ມີການອັບເດດຢູ່ຕະຫລອດເວລາ, ຄັ້ງສຸດທ້າຍອັບເດດໃນວັນທີ 12.10.08 ໃນໄດອາຣີ່ທີ່ມີຊື່ວ່າ   ມາເບີ່ງຄວາມອະລັງການຂອງຄົນຮັກດຽວໃຈດຽວ ໃຜຍັງບໍ່ໄດ້ອ່ານກະຄລີກເຂົ້າໄປອ່ານໄດ້ເລີຍ

ເຊີ່ງໃນມື້ນັ້ນມີສະມາຊີກທັງໝົດ 108 ຄົນ.. ແຕ່ມາຮອດມື້ນີ້ສະມາຊີກເພີ່ມຂື້ນເປັນ 152 ຄົນ. ສະມາຊິກກຸ່ມຮັກດຽວໃຈດຽວທັງໝົດ 152 ຄົນ ມີໜ້າຕາແບບໃດໄປເບີ່ງເລີຍ

alt

ຮ້າ ຮ່າໆໆໆ ຄວາມອະລັງການກໍ່ຍັງເປັນຄວາມອະລັງການຢູ່ຄືເກົ່າ ແລະທີ່ອະລັງການໄປກວ່ານັ້ນກະຄື ການອັບເດດໃນມື້ນີ້ໄດ້ມີການຄັດເລືອກສະມາຊີກດີເດັ່ນ 10 ຄົນ.

ການຄັດເລືອກສະມາຊີກດີເດັ່ນແມ່ນຄັດເລືອກແບບໃດ?? ຄັດເລືອກຈາກສະມາຊິກທີ່ໜ້າຕາດີ (ອັນນີ້ບໍ່ກ່ຽວ) alt

1. ເປັນຄົນມາລະຍາດດີ ເວົ້າຈາສຸພາບ

2. ເຂົ້າໄປໃຫ້ຄຳເຫັນຢູ່ກຸ່ມເປັນປະຈຳ

3. ເວລາມີບັນຫາກ່ຽວກັບຄວາມຮັກກໍ່ໄປປຶກສາກັບຄົນໃຈດີເປັນການສ່ວນໂຕ

ແລະນີ້ກະຄືໜ້າຕາສະມາຊິກດີເດັ່ນທັງ 10 ຄົນ ລຸ່ນທີ1

 

 

 

 

 

alt

ອ້າວວວວວວວວວ ໃສວ່າການຄັດເລືອກບໍ່ກ່ຽວກັບໜ້າຕາ ອັນນີ້ຊ່ວຍບໍ່ໄດ້ເດີ່ ບັງເອີນວ່າສະມາຊິກກຸ່ມຮັກດຽວໃຈດຽວມີແຕ່ຄົນໜ້າຕາດີ alt

ອິອິ.. ຈັ່ງໃດກະຮັກສາຄຸນງາມຄວາມດີນີ້ໄວ້ຕະຫລອດໄປເດີ່ ການຄັດເລືອກເທື່ອໜ້າແມ່ນຈະເລີ່ມເບີ່ງຜົນງານນັບແຕ່ມື້ນີ້ເປັນຕົ້ນໄປ

      ຄົນໃຈດີຍັງຢືນຢັນຄຳເດີມວ່າຈະຈັດ party ນັດເຈິສະມາຊີກທຸກຄົນ ພາຍໃນງານແມ່ນກິນຟຣີ ດື່ມຟຣີ ມີຂອງແຈກຂອງແຖມ ສ່ວນເວລາຈັດງານແມ່ນຈະຈັດໃນເດືອນ 2 ທີ່ນະຄອນຫລວງວຽງຈັນ. ເພາະມັນເປັນເດືອນແຫ່ງຄວາມຮັກ, ສ່ວນຖະຖານທີ່ ແລະ ວັນທີ ແມ່ນໃຫ້ລົມກັນຕື່ມ. ແລະມີອີກເລື່ອງໜື່ງກະຄື: ຄົນໃຈດີໄດ້ລົມກັບແມ່ເດັກນ້ອຍແລ້ວວ່າ ຢາກເຮັດເສື້ອກຸ່ມ ແຕ່ບໍ່ໄດ້ເຮັດມາແຈກໃດ! ຊິເຮັດມາຂາຍ  alt ແຕ່ຂາຍໃນລາຄາຖືກ. ຕົ້ນທຶນແມ່ນໂຕລະ 25.000 ກີບ. ແຕ່ຄົນໃຈດີຊິຂາຍໃນລາຄາ 15.000 ກີບ. ພວກເຈົ້າວ່າຂ້ອຍໃຈດີບໍ່ altໃຜມີຄວາມເຫັນຈັ່ງໃດກໍ່ຄລິກທີ່ນີ້ເພື່ອຊ່ວຍກັນໂຫວດ

ເສື້ອຍືດກຸ່ມຮັກດຽວໃຈດຽວ

ສຳລັບສະມາຊິກພັນລາວທ່ານໃດທີ່ຍັງບໍ່ໄດ້ເຂົ້າຮ່ວມກຸ່ມແລະມີຈຸດປະສົງຢາກເຂົ້າຮ່ວມ ແມ່ນໃຫ້ຄລິກໄປທີ່ ລີ້ງຊື່ກຸ່ມຂ້າງເທິງໄດ້ເລີຍ. ຍິນດີຕ້ອນຮັບທຸກໆຄົນເຂົ້າສູ່ໂລກຂອງຄວາມຮັກ. ຄົນໃຈດີຊີອັບເດດອີກເທື່ອໜື່ງໃນທ້າຍປີ 2008 ຫລື ຕົ້ນປີ 2009.

ນັບຖືຮັກແພງໝົດທຸກຄົນ (ຢ່າລືມໄປໂຫວດເສື້ອ)

 

ຄົນໃຈດີ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 22, 2008 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຫາກວັນໃດ..........ທີ່ໃຈໄຮ້........ ເຊີ່ງຄວາມຮັກ

ຊິວິດຈັກ..............ຊິຢູ່ໄດ້........... ຈັ່ງໃດໜາ

ຄົງມອດມ້ອຍ...... ລົ້ມຫາຍ........ ວາຍຊີວາ

ຈະມີໜ້າ.............ພົບພາ............ ຫາຜູ້ໃດ

ດັ່ງມັດສາ............ໄຮ້ທາລາ........ ທີ່ອາໄສ

ດັ່ງພົງໄພ............ ໄຮ້ອ້ອມກອດ.. ຂອງພູຜາ

ເໝືອນດັ່ງນົກ...... ປີກຫັກ.......... ຕົກຈາກຟ້າ

ດັ່ງເວຫາ............ ໄຮ້ນົກ.......... ໂບກໂບຍບິນ

ເພາະຄວາມຮັກ... ມີຄ່າ............ ມະຫາສານ

ໃຜພົບພານ......... ຈະມີສຸກ....... ສະບາຍໃຈ

ເຖິງທຸກຍາກ....... ຂາດແຄນ..... ຫລາຍປານໃດ

ບໍ່ຫວັ່ນໄຫວ...... ເພາະມີຮັກ..... ເປັນກຳລັງ

 

ໂດຍ: ຄົນໃຈດີ ຄລິກນີ້ເລີຍຖ້າໃຜຢາກເຂົ້າຮ່ວມກຸ່ມຮັກດຽວໃຈດຽວ

altaltalt

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 20, 2008 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຈະຂໍເປັນ ກຳລັງໃຈ ໃຫ້ຄົນເຫງົາ

ຢ່າໄດ້ເສົ້າ ຕໍ່ໄປ ອີກເລີຍຫນາ

ເຂົາໄປແລ້ວ ໄປລັບ ບໍ່ກັບມາ

ເຂົາເຫັນເຮົາ ບໍ່ມີຄ່າ ເຂົາຈັ່ງໄປ

 

ເຮົາຕ້ອງສູ້ ເຮົາຕ້ອງກ້າວ ຂ້າມໃຫ້ຜ່ານ

ເຖິງດົນນານ ເຮົາຕ້ອງຂ້າມ ຜ່ານໃຫ້ພົ້ນ

ອຸປະສັກ ມີໄວ້ ໃຊ້ສ້າງຄົນ

ຕ້ອງອົດທົນ ກ້າວຂ້າມ ຜ່ານມັນໄປ

 

ໂດຍ: ຄົນໃຈດີ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 19, 2008 | ມີ 10 ຄຳເຫັນ ແລະ 0 trackback(s)

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 19, 2008 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ອັນຄວາມຮັກ ຄືສີ່ງໃດ ໃຜແດ່ຮູ້

ຢູ່ເປັນຄູ່ ໃກ້ຊີດ ສະໜິດສະໜົມ

ຫລືອ້າງວ້າງ ໂດດດ່ຽວ ສຸດລະທົມ

ຫລືຫລາຍລົ້ນ ສະເໜ່ຫາ ພາສຸກໃຈ

ຫລືວ່າໃຫ້ ເປັນກຳໄລ ແກ່ຊີວິດ

ຫລືເປັນນິດ ກາມະກິດ ຫາຄວາມໄຄ່

ຫລືເປັນເພື່ອນ ຄູ່ຄິດ ມິດຄູ່ໃຈ

ຫລືເປັນໃຜ ບໍ່ຮູ້ ຢູ່ຮ່ວມກັນ

ຫລືວ່າເປັນ ການໃຫ້ ບໍ່ຂໍຮັບ

ຫລືວ່າເປັນ ການຮັບ ທີ່ສຸກສັນ

ຫລືວ່າເປັນ ຄວາມວຸ່ນວາຍ ຄົນຮ່ວມກັນ

ຫລືງຽບງັນ ຫລືໂຫຍຫາ ຫລືຂ້າແກງ

ທັງໝົດນີ້ ແມ່ນຄວາມໝາຍ ໃນຄວາມຮັກ

ໄດ້ປະຈັກ ຂື້ນກັບໃຜ ໄດ້ຮູ້ແຈ້ງ

ມີຫລາກຫລາຍ ຄວາມໃນ ສຸດແຈກແຈງ

ແຕກເປັນແໜງ ຈະກ່າວອ້າງ ດັ່ງໃຈກັນ

ແທ້ຈິງແລ້ວ ຄວາມຮັກຄື ທຳມະຊາດ

ເປັນອຳນາດ ທີ່ລິຂິດ ໃຫ້ພີກຜັນ

ໃຫ້ແປປ່ຽນ ວົນວຽນ ໄປຕາມກັນ

ເປັນຄວາມຝັນ ທີ່ລິຂິດ ຊີວິດຄົນ

ຄວາມຮັກມີ ທຳມະຊາດ ບໍ່ທ່ຽງແທ້

ບໍ່ແນ່ວແນ່ ແປປ່ຽນ ວຽນສັບສົນ

ໃຫ້ວຸ່ນວາຍ ໄປມາ ວົກວຽນວົນ

ໃຫ້ສັບສົນ ບໍ່ທ່ຽງແທ້ ບໍ່ແນ່ນອນ

ແຕ່ໃຜໆ ເປັນຫຍັງ ຢາກໄດ້ຮັກ

ຢາກຮູ້ຈັກ ວ່າຮັກ ເປັນຈັ່ງໃດ

ເຖິງຈະທຸກ ແສນລຳບາກ ຍາກພຽງໃດ

ແທບຂາດໃຈ ຍັງຖາມຫາ ໄຂ່ວຄວ້າມັນ

altaltaltaltalt

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 17, 2008 | ມີ 5 ຄຳເຫັນ ແລະ 0 trackback(s)

ບໍ່ມີຫຍັງຫລາຍດອກ ຢ້ານໝູ່ໆລືມວ່າໂຕເອງເປັນຄົນລາວ ກະເລີຍຫາແນວດີໆມາໃຫ້ເບີ່ງວ່າ ກ່ອນທີ່ປະເທດລາວຈະເປັນປະເທດລາວໃນທຸກມື້ນີີ້ ໃນອາດີດມັນເປັນຈັ່ງໃດ

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 13, 2008 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວີດິໂອ

ບໍ່ເຫລືອຫຍັງເລີຍແບບນີ້ນະ ໝວກກັນນັອກກະເອົາບໍ່ຢູ່

 

ເຕະຈົນຂາຫັກ ຜ່າໄຟແດງ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2008 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເຫັນຫລາຍໆຄົນແຕ່ງກາບກອນ ຂ້ອຍເຫັນວ່າມັນມ່ວນດີ ມື້ນີ້ກະເລີຍລອງແຕ່ງເບິ່ງ ແຕ່ງໃຫ້ສຸດທີ່ຮັກຂອງຂ້ອຍ

 

 

ຂ້ອຍມີແຟນ          ຊື່ວ່າປາຂາວ

ຂ້ອຍເອີ້ນລາວ        ວ່າແມ່ເດັກນ້ອຍ

ເພາະວ່າຂ້ອຍ         ຮັກລາວຫລ້າຍ ຫລາຍ

ເຄີຍເສຍໃຈ           ກັບຮັກຜ່ານມາ

ຊົ່ວແທ້ໜາ           ດື່ມເບຍດື່ມເຫລົ້າ

ດຽວນີ້ເຊົາ            ເຊົາດື່ມແລ້ວເດີ່

ບໍ່ໄດ້ເວີ້                ຂ້ອຍເວົ້າຄວາມຈິງ

ທຸກໆສິ່ງ               ທີ່ປາຂາວໃຫ້

ສະບາຍໃຈ            ມີສຸກທຸກຢ່າງ

ຂ້ອຍນີ້ຊ່າງ           ໂຊກດີແທ້ໆ

ເບີ່ງຂ້ອຍແມ້         ໜ້າກະຄືລີງ   alt

ບໍ່ມີສິ່ງ                 ປຽບທຽບລາວໄດ້

ນອກຈາກໃຈ         ຮັກແທ້ຂອງຂ້ອຍ

ຈະບໍ່ປ່ອຍ             ໃຫ້ລາວຫລຸດມື

ຂ້ອຍຊິຖື               ລາວໄວ້ໃຫ້ແໜ້ນ

ຂ້ອຍຫວງແຫນ      ແຟນຂ້ອຍຄົນນີ້

ຂ້ອຍບໍ່ມີ               ຍິງສອງຍິງສາມ

ດີກໍ່ຕາມ               ງາມເລີດກະຢ່າ

ຂ້ອຍນີ້ນະ              ຮັກດຽວໃຈດຽວ

ບໍ່ຂ້ອງກ່ຽວ            ຍິງນັ້ນຍິງນີ້

ຂ້ອຍຈະມີ              ຮັກດຽວຕໍ່ໄປ

ຂ້ອຍຢູ່ໃສ              ກະຄິດຮອດເຈົ້າ

ຂ້ອຍຢາກເວົ້າ        ວ່າຮັກເຈົ້າຫລາຍ

ຊີບອາດວາຍ         ຖ້າບໍ່ເຫັນໜ້າ

ຂ້ອຍສັນຍາ           ຈະບໍ່ນອກໃຈ

ເປັນຈັ່ງໃດ            ກະຮັກຄືເກົ່າ

ຮັກປາຂາວ           ຄືກັບຮັກແມ່

ເທບແທ້ໆ             ແມ່ເດັກນ້ອຍຂ້ອຍ

 

altaltaltaltaltalt

 

alt

 

 

ໂດຍ: ຄົນໃຈດີ ເທບຫລາຍ


« ໜ້າກ່ອນນີ້  |  ສະແດງຂໍ້ມູນ 1-50 ຈາກທັງໝົດ 70  |  ໜ້າຕໍ່ໄປ »