ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2008 | ມີ 28 ຄຳເຫັນ ແລະ 0 trackback(s)

1+1=2

2+2=4

ປັນຍາອ່ອນລະອັນນິ.. ອິອິ

ເຂົ້າເລື່ອງກັນເລີຍ

ເນື້ອທີ່ຂອງຮູບສາມແຈ = ຂ້າງພື້ນ ຄູນ ລວງສູງ ຫານສອງ s=1/2 bh

ເນື້ອທີ່ຂອງຮູບສີ່ແຈຂ້າງຂະໜານ = ຂ້າງພື້ນ ຄູນ ລວງສູງ s = bh

ເນື້ອທີ່ຂອງຮູບກັບສາກ = ລວງຍາວ ບວກ ລວງກວ້າງ ບວກ ລວງສູງ ທັງໝົດ ຄູນສອງ s = 2(l+w+h)

ບໍລິມາດຂອງຮູບກັບສາກ = ລວງຍາວ ຄູນ ລວງກວ້າງ ຄູນ ລວງສູງ v = lwh

ບໍລິມາດຂອງຮູບຈວຍ = ປີ່ ຄູນ ລັດສະໝີກຳລັງສອງ ຄູນ ລວງສູງ ທັງໝົດ ຫານສາມ v = 1/3IIr2h(ອ່ານວ່າ 1/3ປີ່ r ກຳລັງ2 h) ເຮັດແບບນີ້ບໍ່ເປັນ

ເນື້ອທີ່ຂອງຮູບຈວຍ = ລວງຍາວແຕ່ຈອມລົງລຸ່ມ(ບໍ່ແມ່ນລວງສູງ) ບວກ ລັດສະໝີພື້ນ ທັງໝົດຄູນໃຫ້ ປີ່ ຄູນ ລັດສະໝີພື້ນ s = IIr(l+r)

ເນື້ອທີ່ຂອງຮູບຈະຕຸລັດ = ຂ້າງ ຄູນ ຂ້າງ ຄູນ ຂ້າງ ຄູນ ຂ້າງ p = 4l

ເນື້ອທີ່ຂອງຮູບຄາງໝູ = ພື້ນໃຫຍ່ ບວກ ພື້ນນ້ອຍ ທັງໝົດຄູນ ລວງສູງ ຫານ ສອງ s = 1/2h(b1+b2)

ເນື້ອທີ່ຂອງຮູບທໍ່ = ລວງສູງ ບວກ ລັດສະໝີ ທັງໝົດ ຄູນ ສອງ ປີ່ ຄູນ ລັດສະໝີ s = 2IIr(h+r)

ບໍລິມາດຂອງຮູບທໍ່ = ປີ່ ຄູນ ລັດສະໝີກຳລັງສອງ ຄູນ ລວງສູງ v = IIr2h

ເນື້ອທີ່ຂອງຮູບທາດລ່ຽມ = ລວງຍາວແຕ່ຈອມຫາພື້ນ(ບໍ່ແມ່ນລວງສູງ) ບວກ ເນື້ອທີ່ພື້ນ ທັງໝົດ ຄູນ ສອງ s = 1/2(l+b)

ເນື້ອທີ່ຂອງຮູບສີ່ແຈສາກ = ລວງຍາວ ຄູນ ລວງກວ້າງ s = lw

ລວງຮອບຂອງຮູບສີ່ແຈສາກ = ລວງຍາວ ບວກ ລວງກວ້າງ ທັງໝົດ ຄູນ ສອງ p = 2(l+w)

ເນື້ອທີ່ຂອງຮູບສີ່ແຈສາກ = ລວງຍາວ ຄູນ ລວງກວ້າງ s = lw

ເນື້ອທີ່ຂອງຮູບວົງມົນ = ປີ່ ຄູນ ລັດສະໝີກຳລັງສອງ s = IIr2

ລວງຮອບຂອງຮູບວົງມົນ = ສອງ ຄູນ ປີ່ ຄູນ ລັດສະໝີ c = 2IIr

ສຳລັບຮູບສາມແຈສາກ ຢ່າລືມຫລັກເກນປີຕາກໍ c ກຳລັງສອງ ເທົ່າກັບ a ກຳລັງສອງ ບວກ b ກຳລັງສອງ c2=a2+b2
ໝາຍເຫດ

II ແມ່ນ ປີ່

ປີ່ = 3,14 ຫລື 22/7

ຂຽນເມື່ອ ຂຽນເມື່ອ: ທ.ວ.. 12, 2008 | ມີ 18 ຄຳເຫັນ ແລະ 0 trackback(s)

ຮ່ວມກັນສະແດງຄວາມຮູ້ບຸນຄຸນເນື່ອງໃນໂອກາດວັນຄ້າຍວັນເກີດຂອງ ທ່ານໄກສອນ ພົມວິຫານ ຄົບຮອບ 88 ປີ

alt

ທ່ານ ໄກສອນ ພົມວິຫານ ຜູ້ນຳອັນແສນເຄົາລົບຮັກຂອງປວງຊົນລາວທັ້ງຊາດ ເກີດເມື່ອວັນທີ່ 13 ທັນວາ ປີ 1920 ທີ່ບ້ານນາເຊັງ ເມືອງໄກສອນພົມວິຫານ ແຂວງສະຫວັນນາເຂດ. ເປັນລູກຊອດ ລາວ-ຫວຽດນາມ. (ພໍ່ເປັນຄົນລາວ ແມ່ເປັນຄົນຫວຽດນາມ). ທ່ານ ໄກສອນ ພົມວິຫານ ໄດ້ດຳລົງຕຳແໜ່ງ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ ເປັນຄົນທຳອິດ ວັນທີ 22 ມີນາ 1955 ຫາ 2 ທັນວາ 1975. ພາຍຫລັງປະເທດຊາດໄດ້ຮັບເອກະລາດ ທ່ານໄກສອນ ພົມວິຫານ ກໍ່ໄດ້ດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ສ ປ ປ ລາວ ເປັນຄົນທຳອີດ ຕັ້ງແຕ່ ວັນທີ 2 ທັນວາ 1975 ຫາ 15 ສິງຫາ 1991. ຈາກນັ້ນທ່ານກໍ່ໄດ້ຂຶ້ນມາເປັນປະທານປະເທດແຫ່ງ ສ ປ ປ ລາວ ໃນວັນທີ 15 ສິງຫາ 1991 ຫາ 21 ພະຈິກ 1992.  ທ່ານໄກສອນ ພົມວິຫານ ຜູ້ນຳອັນແສນເຄົາລົບຮັກຂອງພວກເຮົາທຸກຄົນ ໄດ້ເຖິງແກ່ມໍລະນາກຳໃນ ວັນທີ 21 ພະຈິກ 1992 ລວມອາຍຸໄດ້ 72 ປີ. ພາຍຫລັງທີ່ທ່ານໄດ້ເສຍຊິວິດແລ້ວ ທາງລັດຖະບານລາວ ໄດ້ເຫັນແກ່ຄຸນງາມຄວາມດີ ຈື່ງໄດ້ທຸ່ມເງິນສ້າງຫໍພິພິດຕະພັນ ໄກສອນ ພົມວິຫານ ຂື້ນທີ່ນະຄອນຫລວງວຽງຈັນ. ເຖິງທ່ານຈະຈາກພວກເຮົາໄປແລ້ວ ແຕ່ທ່ານກໍ່ຍັງຢູ່ໃນຄວາມຊົງຈຳຂອງພີ່ນ້ອງຊາວລາວບໍ່ມີວັນລືມ

 

ປລ1. ບ້ານນາເຊັງ ຫລື ບ້ານນາແຊງ?

ປລ2. ເມືອງໄກສອນພົມວິຫານ ຊື່ເດີມແມ່ນ ເມືອງຄັນທະບູລີ.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 8, 2008 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄວາມແປກແລະແຕກຕ່າງ... ຄືຫົນທາງໃຫ້ສຶກສາ  

ລັງເລເສຍເວລາ... ຮີບຟັນຝ່າສູ່ເສັ້ນໄຊ

ຍອມແພ້ຍິ່ງແຢ່ຢ່ຳ... ເຈັບແລ້ວຈຳເພື່ອເລີ່ມໄໝ່

ຄວາມຫວັງອາດຍັງໄກ... ແຕ່ແຮງໃຈຍັງໝັ້ນຄົງ

  

 

ຄືນວັນຍັງຜັນປ່ຽນ... ໃຊ້ພາກພຽນຊ່ວຍເສີມສົ່

ຍຶດໝັ້ນເຈດຈຳນົງ... ຮ່ວມດຳລົງສິ່ງດີງາມ 

ນ້ຳຕາເຄີຍບ່າໄຫລ... ແຕ່ນ້ຳໃຈຍັງລົ້ນຫລາມ

ລຽບງ່າຍທຸກໂມງຍາມ... ພຽງພໍຕາມຄວາມເປັນຈິງ

 

ບໍ່ທໍ້ຕໍ່ເບື້ອງໜ້າ... ຟັນຝ່າບໍ່ຢຸດນິ້ງ

ກ້າວໄປດ້ວຍໃຈຈິງ... ບໍ່ຍອມຖິ້ມອຸດົມການ

 

ນ້ຳເຫື່ອທີໄຫລລົດ... ຈະປະກົດເປັນດອກຜົນ 

ນ້ຳແຮງແຫ່ງອົດທົນ... ຈະຜ່ານພົ້ນສູ່ປາຍທາ 

ນ້ຳຄຳແຫ່ງຄວາມຮັກ... ຈະຟູມຟັກຄວາມໄຝ່ຝັນ

ນ້ຳໃຈທີ່ແບ່ງປັນ... ຈະສ້າງສັນໂລກງົດງາມ 

  

 

ຢາກໃຫ້ເຈົ້າເປັນໂຕຂອງໂຕເອງ ແລະ ເຊື່ອໝັ້ນໃນສິ່ງທີ່ໂຕເອງເຮັດຢູ່ໃຫ້ຫລາຍຂຶ້ນ. ຢ່າຢ້ານຕໍ່ການຄາດຫວັງຂອງຄົນອື່ນ ແຕ່ຈົ່ງຢ້ານວ່າໂຕເອງຈະຍອມແພ້ ຫລື ບໍ່ຈິງຈັງກັບມື້ນີ້ຂອງອະນາຄົດຫລາຍກວ່າ. ຍາດພີ່ນ້ອງ ຫລື ໝູ່ເພື່ອນ ບໍ່ສາມາດກ້າວເດີນແທນເຮົາໄດ້ ນອກຈາກຊ່ວຍເຫລືອ ຫລື ສະໜັບສະໜຸນໃນບາງຢ່າງເທົ່ານັ້ນ. ຖ້າເຮົາບໍ່ຮັກ ແລະ ສັດທາໃນຄວາມດີຂອງໂຕເອງ ຄົນອື່ນກໍ່ພ້ອມຈະດູໝິ່ນເຮົາໄດ້ ຖ້າເຮົາມີເຫດຜົນ ແລະ ຄວາມຄິດອັນດີງາມກ່ອນທີ່ຈະລົງມືເຮັດສິ່ງໃດແລ້ວ ເຮົາຍ່ອມມີໂອກາດທີ່ຈະປະສົບຄວາມສຳເລັດອັນຍິ່ງໃຫຍ່ຢູ່ສະເໝີ ຂໍພຽງຢ່າດູຖູກໂຕເອງ ແລະ ຈົ່ງເປີດໂອກາດໃຫ້ໂຕເອງຫລາຍທີ່ສຸດ ເພາະຂຸນເຂົາແຫ່ງຄວາມສຳເລັດອັນຕັ້ງຢູ່ເບື້ອງໜ້າ ລໍຖ້າພຽງຜູ້ກ້າແລະອົດທົນເທົ່ານັ້ນ.

 

 

ຄຳເວົ້າເຫລົ່ານີ້ ຄົນໃຈດີຈື່ມາຈາກຄຳສອນຂອງພະເຈົ້າລ້ວນໆ

 

 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 6, 2008 | ມີ 42 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ


ທຳອິດຄິດວ່າຈະຖາມ ສິບ ຄຳຖາມ ກັບເງີນ ຫ້າພັນ ພັນລາວ.. ແຕ່ມີບັນຫາເລື່ອງການໂອນເງີນໜ້ອຍໜຶ່ງ ກະເລີຍປ່ຽນເກມ ເກມນີ້ງ່າຍໆ ງ່າຍແທ້່ງ່າຍວ່າ.. ມີຄຳຖາມດຽວ... ຖ້າໃຜຕອບຖືກ ຮັບໄປເລີຍ 100 ພັນລາວຈາກຄົນໃຈດີ ບໍ່ຈຳກັດຈຳນວນ ບໍ່ຈຳກັດເພດ ອິອິ

ໝາຍເຫດ: ກ່ອນຈະຕອບຄຳຖາມ ໃຫ້ໄປເບີ່ງຮູບຄົນໃຈດີກ່ອນ ເບິ່ງຄັກໆ

ຄຳຖາມ: ຄົນໃຈດີ ອາຍຸຈິງໆ ຈັກປີແລ້ວ (ໃສ່ຢູ່ໂປຣໄຟຫັ້ນເຊື່ອບໍ່ໄດ້ເດີ່ ອິອິ)

ຂຽນເມື່ອ ຂຽນເມື່ອ: ທ.ວ.. 3, 2008 | ມີ 26 ຄຳເຫັນ ແລະ 0 trackback(s)

ຫລັງຈາກຕັ້ງແບບສຳຫລວດ ປະທານປະເທດລາວ http://punlao.com/khonjaidee/polls/614/ ແລະ ໄດ້ຖາມວ່າໃຜເປັນປະທານປະເທດຄົນທຳອິດແຫ່ງ ສ ປ ປ ລາວ. ຄຳຕອບກໍ່ເປັນເອກະສັນວ່າແມ່ນທ່ານສຸພານຸວົງ ນັ້ນເປັນຄຳຕອບທີ່ຖືກຕ້ອງ. ແລະ THAOthongsai ຂໍມາວ່າ ໃຫ້ຄົນໃຈດີນັບແຕ່ຄົນທຳອິດ ຮອດປະຈຸບັນ ປະເທດລາວມີປະທານປະເທດຈັກຄົນແລ້ວ ລະໃຫ້ລຽງຕາມລຳດັບ. ເມື່ອທອງໃສຂໍມາ ຄົນໃຈດີຈັດໃຫ້

 

 

 

ຜູ້ທີ1: ທ່ານ ສຸພານຸວົງ ( 02 December 1975 - 15 August 1991)

alt

ຜູ້ທີ2: ທ່ານພູມີ ວົງວິຈິດ (31 October 1986 - 15 August 1991)

alt

ຜູ້ທີ3: ທ່ານ ໄກສອນ ພົມວິຫານ (15 August 1991 - 21 November 1992)

alt

ຜູ້ທີ4: ທ່ານ ໜູຮັກ ພູມສະຫວັນ (25 November 1992 - 24 February 1998)

alt

ຜູ້ທີ5: ທ່ານຄຳໄຕ ສີພັນດອນ (24 February 1998 - 08 June 2006)

alt

ຜູ້ທີ6: ທ່ານ ຈູມມະລີ ໄຊຍະສອນ (08 June 2006 - ປະຈຸບັນ)

alt

 

ມີຫລາຍຄົນເຂົ້າໃຈວ່າ ທ່ານ ພູມມີ ວົງວິຈິດ ບໍ່ແມ່ນປະທານປະເທດ. ພາບລຸ່ມນີ້ອາດຈະເປັນສິ່ງທີ່ຢືນຢັນໄດ້ວ່າ ທ່ານ ແມ່ນປະທານປະເທດແຫ່ງ ສ ປ ປ ລາວ ຄົນທີ 2. ຄຳວ່າ Succeeded (ຢູ່ກ້ອງຮູບ) ຖ້າເປີດພົດຈະນານຸກົມເບິ່ງແລ້ວ ມັນຈະແປວ່າ ສືບຕໍ່ ນັ້ນກໍ່ໝາຍຄວາມວ່າ ທ່ານໄກສອນ ຈະເປັນປະທານປະເທດຄົນຕໍ່ໄປ ພາຍຫລັງທີ່ລາດຊະການຂອງທ່ານພູມມີ ຈົບລົງ

 

alt

 

ຂໍ້ມູນຈາກ Google

ຂຽນເມື່ອ ຂຽນເມື່ອ: ທ.ວ.. 1, 2008 | ມີ 6 ຄຳເຫັນ ແລະ 0 trackback(s)

ຈະຮູ້ວ່າໂລກນີ້ມັນກວ້າງໃຫ່ຍ... ກໍ່ຕໍ່ເມື່ອເຮົາໄດ້ ອອກເດີນທາງ

ຈະຮູ້ຄຸນຄ່າຂອງອີ່ຫຍັງບາງຢ່າງ... ກໍ່ຕໍ່ເມື່ອເຮົາໄດ້ເສຍມັນໄປ

ຈະຮູ້ຄວາມໝາຍຂອງຟ້າຫລັງຝົນ... ກໍ່ຕໍ່ເມື່ອເຮົາຜ່ານພົ້ນມັນມາໄດ້

ຈະຮູ້ວ່າຍັງມີເລື່ອງອີກຫລວງຫລາຍ... ກໍ່ຕໍ່ເມື່ອເຮົາເປີດໃຈຍອມຮັບມັນ

ຈະຮູ້ວ່າໃນປື້ມຂຽນຫຍັງໄວ້... ກໍ່ຕໍ່ເມື່ອເຮົາໄດ້ລອງເປີດອ່ານ

ຈະຮູ້ເວລາຂອງດອກໄມ້ບານ... ກໍ່ຕໍ່ເມື່ອເຮົາເຝົ້າຕິດຕາມຢູ່ທຸກວັນ

ຈະຮູ້ວ່າສຽງຫົວນັ້ນມັນມີຄ່າ... ກໍ່ຕໍ່ເມື່ອເຮົາເສຍນ້ຳຕາໃນສັກວັນ

ຈະຮູ້ເຖິງຄວາມໃນໃຈຂອງກັນແລະກັນ... ກໍ່ຕໍ່ເມື່ອເຮົາໄດ້ເວົ້າມັນອອກໄປ

ຈະຮູ້ວ່າອັນໃດທີ່ເຂົາເອີ້ນວ່າຄິດເຖິງ... ກໍ່ຕໍ່ເມື່ອໃນຄວາມຄຳນຶງມີໃຜຈັກຄົນ

ຈະຮູ້ຄວາມໝາຍຂອງຄຳວ່າຮັກຈັກຫົນ... ກໍ່ຕໍ່ເມື່ອມີໃຜບາງຄົນໃຫ້ຫວັ່ນໄຫວ

ຈະຮູ້ວ່າຄ່ຳຄືນນີ້ຈະບໍ່ງຽບເຫງົາ... ກໍ່ຕໍ່ເມື່ອທຸກເລື່ອງລາວໄດ້ມີໂອກາດບອກໄປ

ຈະຮູ້ວ່າຄົນໃຈດີເປັນຈັ່ງໃດ... ກໍ່ຕໍ່ເມື່ອໄດ້ເຂົ້າໄປທັກທາຍກັນ ອິອິ

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 29, 2008 | ມີ 14 ຄຳເຫັນ ແລະ 0 trackback(s)

ນີ້ແມ່ນເລື່ອງຈິງຂອງຄົນໃຈດີ ເມື່ອປະມານ 4 ເດືອນຜ່ານມາ

 

ຄົນໃຈດີ: ຮັນນີ່ ຂ້ອຍມີເລື່ອງຊິຖາມ

ແມ່ເດັກນ້ອຍ: ໂດຍ..ຊິຖາມຫຍັງ?

ຄົນໃຈດີ: ແມ່ນຫຍັງ ມີແຕ່ເພີ່ມ ບໍ່ມີຫລຸດ?

ແມ່ເດັກນ້ອຍ: ອາຍຸ

ຄົນໃຈດີ: ບໍ່ແມ່ນ

ແມ່ເດັກນ້ອຍ: ແມ່ນຫຍັງຊັ້ນ

ຄົນໃຈດີ:​ ກະຄວາມຮັກທີ່ຂ້ອຍມີໃຫ້ເຈົ້ານີ້ເດ່

altalt

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 23, 2008 | ມີ 69 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຊື່ກຸ່ມ:  ຮັກດຽວໃຈດຽວ

ຫົວໜ້າກຸ່ມ: khonjaidee

ກ່ຽວກັບກຸ່ມ: ລົມກັນເລື່ອງຄວາມຮັກ ໃຫ້ກຳລັງໃຈຄົນທີ່ກຳລັງທໍ້ແທ້ ຫລື ຜິດຫວັງກັບຄວາມຮັກ ແລະ ອື່ນໆ

ສ້າງເມື່ອວັນທີ: 01 ກໍລະກົດ 2008

ສະມາຊິກທັງໝົດ: 152 ຄົນ. ຍີງ: 83 ຄົນ. ຊາຍ: 69 ຄົນ

ແຮງບັນດານໃຈໃຫ້ສ້າງກຸ່ມ:  ແມ່ເດັກນ້ອຍ

ນິຍາມ: ຮັກດຽວໃຈດຽວແມ່ນການມີຄົນຮັກພຽງຄົນດຽວໃນເວລາດຽວ

ຈຸດປະສົງໃນການສ້າງກຸ່ມ:

1. ເພື່ອເຮັດໃຫ້ຄົນຮູ້ວ່າ ຄົນຮັກດຽວໃຈດຽວຍັງມີຢູ່ໃນໂລກ

2. ຢາກໃຫ້ທຸກຄົນຮັກກັບແບບຖືກຕ້ອງ ຖືກວິທີ

3. ຢາກເຫັນທຸກຄົນມີຄວາມສຸກເວລາມີຄວາມຮັກ

4. ໃຫ້ກຳລັງໃຈຄົນທີ່ກຳລັງມີບັນຫາກ່ຽວກັບຄວາມຮັກ ແລະ ຫາແນວທາງແກ້ໄຂ

5. ສ້າງມິດຕະພາບ

             ກຸ່ມຮັກດຽວໃຈດຽວເປັນກຸ່ມທີ່ມີການອັບເດດຢູ່ຕະຫລອດເວລາ, ຄັ້ງສຸດທ້າຍອັບເດດໃນວັນທີ 12.10.08 ໃນໄດອາຣີ່ທີ່ມີຊື່ວ່າ   ມາເບີ່ງຄວາມອະລັງການຂອງຄົນຮັກດຽວໃຈດຽວ ໃຜຍັງບໍ່ໄດ້ອ່ານກະຄລີກເຂົ້າໄປອ່ານໄດ້ເລີຍ

ເຊີ່ງໃນມື້ນັ້ນມີສະມາຊີກທັງໝົດ 108 ຄົນ.. ແຕ່ມາຮອດມື້ນີ້ສະມາຊີກເພີ່ມຂື້ນເປັນ 152 ຄົນ. ສະມາຊິກກຸ່ມຮັກດຽວໃຈດຽວທັງໝົດ 152 ຄົນ ມີໜ້າຕາແບບໃດໄປເບີ່ງເລີຍ

alt

ຮ້າ ຮ່າໆໆໆ ຄວາມອະລັງການກໍ່ຍັງເປັນຄວາມອະລັງການຢູ່ຄືເກົ່າ ແລະທີ່ອະລັງການໄປກວ່ານັ້ນກະຄື ການອັບເດດໃນມື້ນີ້ໄດ້ມີການຄັດເລືອກສະມາຊີກດີເດັ່ນ 10 ຄົນ.

ການຄັດເລືອກສະມາຊີກດີເດັ່ນແມ່ນຄັດເລືອກແບບໃດ?? ຄັດເລືອກຈາກສະມາຊິກທີ່ໜ້າຕາດີ (ອັນນີ້ບໍ່ກ່ຽວ) alt

1. ເປັນຄົນມາລະຍາດດີ ເວົ້າຈາສຸພາບ

2. ເຂົ້າໄປໃຫ້ຄຳເຫັນຢູ່ກຸ່ມເປັນປະຈຳ

3. ເວລາມີບັນຫາກ່ຽວກັບຄວາມຮັກກໍ່ໄປປຶກສາກັບຄົນໃຈດີເປັນການສ່ວນໂຕ

ແລະນີ້ກະຄືໜ້າຕາສະມາຊິກດີເດັ່ນທັງ 10 ຄົນ ລຸ່ນທີ1

 

 

 

 

 

alt

ອ້າວວວວວວວວວ ໃສວ່າການຄັດເລືອກບໍ່ກ່ຽວກັບໜ້າຕາ ອັນນີ້ຊ່ວຍບໍ່ໄດ້ເດີ່ ບັງເອີນວ່າສະມາຊິກກຸ່ມຮັກດຽວໃຈດຽວມີແຕ່ຄົນໜ້າຕາດີ alt

ອິອິ.. ຈັ່ງໃດກະຮັກສາຄຸນງາມຄວາມດີນີ້ໄວ້ຕະຫລອດໄປເດີ່ ການຄັດເລືອກເທື່ອໜ້າແມ່ນຈະເລີ່ມເບີ່ງຜົນງານນັບແຕ່ມື້ນີ້ເປັນຕົ້ນໄປ

      ຄົນໃຈດີຍັງຢືນຢັນຄຳເດີມວ່າຈະຈັດ party ນັດເຈິສະມາຊີກທຸກຄົນ ພາຍໃນງານແມ່ນກິນຟຣີ ດື່ມຟຣີ ມີຂອງແຈກຂອງແຖມ ສ່ວນເວລາຈັດງານແມ່ນຈະຈັດໃນເດືອນ 2 ທີ່ນະຄອນຫລວງວຽງຈັນ. ເພາະມັນເປັນເດືອນແຫ່ງຄວາມຮັກ, ສ່ວນຖະຖານທີ່ ແລະ ວັນທີ ແມ່ນໃຫ້ລົມກັນຕື່ມ. ແລະມີອີກເລື່ອງໜື່ງກະຄື: ຄົນໃຈດີໄດ້ລົມກັບແມ່ເດັກນ້ອຍແລ້ວວ່າ ຢາກເຮັດເສື້ອກຸ່ມ ແຕ່ບໍ່ໄດ້ເຮັດມາແຈກໃດ! ຊິເຮັດມາຂາຍ  alt ແຕ່ຂາຍໃນລາຄາຖືກ. ຕົ້ນທຶນແມ່ນໂຕລະ 25.000 ກີບ. ແຕ່ຄົນໃຈດີຊິຂາຍໃນລາຄາ 15.000 ກີບ. ພວກເຈົ້າວ່າຂ້ອຍໃຈດີບໍ່ altໃຜມີຄວາມເຫັນຈັ່ງໃດກໍ່ຄລິກທີ່ນີ້ເພື່ອຊ່ວຍກັນໂຫວດ

ເສື້ອຍືດກຸ່ມຮັກດຽວໃຈດຽວ

ສຳລັບສະມາຊິກພັນລາວທ່ານໃດທີ່ຍັງບໍ່ໄດ້ເຂົ້າຮ່ວມກຸ່ມແລະມີຈຸດປະສົງຢາກເຂົ້າຮ່ວມ ແມ່ນໃຫ້ຄລິກໄປທີ່ ລີ້ງຊື່ກຸ່ມຂ້າງເທິງໄດ້ເລີຍ. ຍິນດີຕ້ອນຮັບທຸກໆຄົນເຂົ້າສູ່ໂລກຂອງຄວາມຮັກ. ຄົນໃຈດີຊີອັບເດດອີກເທື່ອໜື່ງໃນທ້າຍປີ 2008 ຫລື ຕົ້ນປີ 2009.

ນັບຖືຮັກແພງໝົດທຸກຄົນ (ຢ່າລືມໄປໂຫວດເສື້ອ)

 

ຄົນໃຈດີ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 22, 2008 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຫາກວັນໃດ..........ທີ່ໃຈໄຮ້........ ເຊີ່ງຄວາມຮັກ

ຊິວິດຈັກ..............ຊິຢູ່ໄດ້........... ຈັ່ງໃດໜາ

ຄົງມອດມ້ອຍ...... ລົ້ມຫາຍ........ ວາຍຊີວາ

ຈະມີໜ້າ.............ພົບພາ............ ຫາຜູ້ໃດ

ດັ່ງມັດສາ............ໄຮ້ທາລາ........ ທີ່ອາໄສ

ດັ່ງພົງໄພ............ ໄຮ້ອ້ອມກອດ.. ຂອງພູຜາ

ເໝືອນດັ່ງນົກ...... ປີກຫັກ.......... ຕົກຈາກຟ້າ

ດັ່ງເວຫາ............ ໄຮ້ນົກ.......... ໂບກໂບຍບິນ

ເພາະຄວາມຮັກ... ມີຄ່າ............ ມະຫາສານ

ໃຜພົບພານ......... ຈະມີສຸກ....... ສະບາຍໃຈ

ເຖິງທຸກຍາກ....... ຂາດແຄນ..... ຫລາຍປານໃດ

ບໍ່ຫວັ່ນໄຫວ...... ເພາະມີຮັກ..... ເປັນກຳລັງ

 

ໂດຍ: ຄົນໃຈດີ ຄລິກນີ້ເລີຍຖ້າໃຜຢາກເຂົ້າຮ່ວມກຸ່ມຮັກດຽວໃຈດຽວ

altaltalt

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 20, 2008 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຈະຂໍເປັນ ກຳລັງໃຈ ໃຫ້ຄົນເຫງົາ

ຢ່າໄດ້ເສົ້າ ຕໍ່ໄປ ອີກເລີຍຫນາ

ເຂົາໄປແລ້ວ ໄປລັບ ບໍ່ກັບມາ

ເຂົາເຫັນເຮົາ ບໍ່ມີຄ່າ ເຂົາຈັ່ງໄປ

 

ເຮົາຕ້ອງສູ້ ເຮົາຕ້ອງກ້າວ ຂ້າມໃຫ້ຜ່ານ

ເຖິງດົນນານ ເຮົາຕ້ອງຂ້າມ ຜ່ານໃຫ້ພົ້ນ

ອຸປະສັກ ມີໄວ້ ໃຊ້ສ້າງຄົນ

ຕ້ອງອົດທົນ ກ້າວຂ້າມ ຜ່ານມັນໄປ

 

ໂດຍ: ຄົນໃຈດີ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 19, 2008 | ມີ 10 ຄຳເຫັນ ແລະ 0 trackback(s)

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 19, 2008 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ອັນຄວາມຮັກ ຄືສີ່ງໃດ ໃຜແດ່ຮູ້

ຢູ່ເປັນຄູ່ ໃກ້ຊີດ ສະໜິດສະໜົມ

ຫລືອ້າງວ້າງ ໂດດດ່ຽວ ສຸດລະທົມ

ຫລືຫລາຍລົ້ນ ສະເໜ່ຫາ ພາສຸກໃຈ

ຫລືວ່າໃຫ້ ເປັນກຳໄລ ແກ່ຊີວິດ

ຫລືເປັນນິດ ກາມະກິດ ຫາຄວາມໄຄ່

ຫລືເປັນເພື່ອນ ຄູ່ຄິດ ມິດຄູ່ໃຈ

ຫລືເປັນໃຜ ບໍ່ຮູ້ ຢູ່ຮ່ວມກັນ

ຫລືວ່າເປັນ ການໃຫ້ ບໍ່ຂໍຮັບ

ຫລືວ່າເປັນ ການຮັບ ທີ່ສຸກສັນ

ຫລືວ່າເປັນ ຄວາມວຸ່ນວາຍ ຄົນຮ່ວມກັນ

ຫລືງຽບງັນ ຫລືໂຫຍຫາ ຫລືຂ້າແກງ

ທັງໝົດນີ້ ແມ່ນຄວາມໝາຍ ໃນຄວາມຮັກ

ໄດ້ປະຈັກ ຂື້ນກັບໃຜ ໄດ້ຮູ້ແຈ້ງ

ມີຫລາກຫລາຍ ຄວາມໃນ ສຸດແຈກແຈງ

ແຕກເປັນແໜງ ຈະກ່າວອ້າງ ດັ່ງໃຈກັນ

ແທ້ຈິງແລ້ວ ຄວາມຮັກຄື ທຳມະຊາດ

ເປັນອຳນາດ ທີ່ລິຂິດ ໃຫ້ພີກຜັນ

ໃຫ້ແປປ່ຽນ ວົນວຽນ ໄປຕາມກັນ

ເປັນຄວາມຝັນ ທີ່ລິຂິດ ຊີວິດຄົນ

ຄວາມຮັກມີ ທຳມະຊາດ ບໍ່ທ່ຽງແທ້

ບໍ່ແນ່ວແນ່ ແປປ່ຽນ ວຽນສັບສົນ

ໃຫ້ວຸ່ນວາຍ ໄປມາ ວົກວຽນວົນ

ໃຫ້ສັບສົນ ບໍ່ທ່ຽງແທ້ ບໍ່ແນ່ນອນ

ແຕ່ໃຜໆ ເປັນຫຍັງ ຢາກໄດ້ຮັກ

ຢາກຮູ້ຈັກ ວ່າຮັກ ເປັນຈັ່ງໃດ

ເຖິງຈະທຸກ ແສນລຳບາກ ຍາກພຽງໃດ

ແທບຂາດໃຈ ຍັງຖາມຫາ ໄຂ່ວຄວ້າມັນ

altaltaltaltalt

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 17, 2008 | ມີ 5 ຄຳເຫັນ ແລະ 0 trackback(s)

ບໍ່ມີຫຍັງຫລາຍດອກ ຢ້ານໝູ່ໆລືມວ່າໂຕເອງເປັນຄົນລາວ ກະເລີຍຫາແນວດີໆມາໃຫ້ເບີ່ງວ່າ ກ່ອນທີ່ປະເທດລາວຈະເປັນປະເທດລາວໃນທຸກມື້ນີີ້ ໃນອາດີດມັນເປັນຈັ່ງໃດ

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 13, 2008 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວີດິໂອ

ບໍ່ເຫລືອຫຍັງເລີຍແບບນີ້ນະ ໝວກກັນນັອກກະເອົາບໍ່ຢູ່

 

ເຕະຈົນຂາຫັກ ຜ່າໄຟແດງ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2008 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເຫັນຫລາຍໆຄົນແຕ່ງກາບກອນ ຂ້ອຍເຫັນວ່າມັນມ່ວນດີ ມື້ນີ້ກະເລີຍລອງແຕ່ງເບິ່ງ ແຕ່ງໃຫ້ສຸດທີ່ຮັກຂອງຂ້ອຍ

 

 

ຂ້ອຍມີແຟນ          ຊື່ວ່າປາຂາວ

ຂ້ອຍເອີ້ນລາວ        ວ່າແມ່ເດັກນ້ອຍ

ເພາະວ່າຂ້ອຍ         ຮັກລາວຫລ້າຍ ຫລາຍ

ເຄີຍເສຍໃຈ           ກັບຮັກຜ່ານມາ

ຊົ່ວແທ້ໜາ           ດື່ມເບຍດື່ມເຫລົ້າ

ດຽວນີ້ເຊົາ            ເຊົາດື່ມແລ້ວເດີ່

ບໍ່ໄດ້ເວີ້                ຂ້ອຍເວົ້າຄວາມຈິງ

ທຸກໆສິ່ງ               ທີ່ປາຂາວໃຫ້

ສະບາຍໃຈ            ມີສຸກທຸກຢ່າງ

ຂ້ອຍນີ້ຊ່າງ           ໂຊກດີແທ້ໆ

ເບີ່ງຂ້ອຍແມ້         ໜ້າກະຄືລີງ   alt

ບໍ່ມີສິ່ງ                 ປຽບທຽບລາວໄດ້

ນອກຈາກໃຈ         ຮັກແທ້ຂອງຂ້ອຍ

ຈະບໍ່ປ່ອຍ             ໃຫ້ລາວຫລຸດມື

ຂ້ອຍຊິຖື               ລາວໄວ້ໃຫ້ແໜ້ນ

ຂ້ອຍຫວງແຫນ      ແຟນຂ້ອຍຄົນນີ້

ຂ້ອຍບໍ່ມີ               ຍິງສອງຍິງສາມ

ດີກໍ່ຕາມ               ງາມເລີດກະຢ່າ

ຂ້ອຍນີ້ນະ              ຮັກດຽວໃຈດຽວ

ບໍ່ຂ້ອງກ່ຽວ            ຍິງນັ້ນຍິງນີ້

ຂ້ອຍຈະມີ              ຮັກດຽວຕໍ່ໄປ

ຂ້ອຍຢູ່ໃສ              ກະຄິດຮອດເຈົ້າ

ຂ້ອຍຢາກເວົ້າ        ວ່າຮັກເຈົ້າຫລາຍ

ຊີບອາດວາຍ         ຖ້າບໍ່ເຫັນໜ້າ

ຂ້ອຍສັນຍາ           ຈະບໍ່ນອກໃຈ

ເປັນຈັ່ງໃດ            ກະຮັກຄືເກົ່າ

ຮັກປາຂາວ           ຄືກັບຮັກແມ່

ເທບແທ້ໆ             ແມ່ເດັກນ້ອຍຂ້ອຍ

 

altaltaltaltaltalt

 

alt

 

 

ໂດຍ: ຄົນໃຈດີ ເທບຫລາຍ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 9, 2008 | ມີ 15 ຄຳເຫັນ ແລະ 0 trackback(s)

ມີຄູ່ບ່າວສາວຄູ່ໜຶ່ງ ໄປແຕ່ງງານຢູ່ທີ່ໂບດ. ພໍເສັດພິທີ ຫລວງພໍ່ຢູ່ໂບດກໍ່ໄດ້ເອົາຊອງທອດກະຖິນມາໃຫ້ເຈົ້າບ່າວເພື່ອບໍລິຈາກເງີນ ເຈົ້າບ່າວຖາມ ລະຊີບໍລິຈາກເທົ່າໃດດີລະຫລວງພໍ່? ຫລວງພໍ່ຕອບ ແລ້ວແຕ່ຄວາມງາມຂອງເຈົ້າສາວ. ເຈົ້າບ່າວກະບໍລິຈາກໄປ 1.000 ກີບ. ຫລວງພໍ່ເຫັນຈຶ່ງເວົ້າຂຶ້ນວ່າ ອ້າວວວວວວວວ ຄືບໍລິຈາກໜ້ອຍແທ້. ເຈົ້າບ່າວກະເປີດໜ້າເຈົ້າສາວໃຫ້ຫລວງພໍ່ເບິ່ງ ແລ້ວກໍ່ຟ້າວຈູງມືເຈົ້າສາວລົງຈາກໂບດ!! ແລ້ວຫລວງພໍ່ກໍ່ເອີ້ນໃສ່ນຳກົ້ນວ່າ ທ້າວ ທ້າວ ຢ່າຟ້າວໄປ! ມາເອົາເງີນທອນກ່ອນ alt

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 7, 2008 | ມີ 10 ຄຳເຫັນ ແລະ 0 trackback(s)

ລະຫວ່າງໝູ່ກັບແຟນ

 

 

ຊ່ວຍເຮັດວຽກ

ແຟນ: ວ່າງສະເໝີ

ໝູ່: ບໍ່ເຄີຍວ່າງ ເຮັດເອງຕິ ກູຂີ້ຄ້ານ

ກັບບ້ານເດິກ

ແຟນ: ຂ້ອຍຊິໄປສົ່ງເດີ່ ກັບຄົນດຽວມັນອັນຕະລາຍ

ໝູ່: ກັບເອງເດີ່ ກູຟ້າວ

ເວລາເຈັບເປັນ

ແຟນ: ຂໍເຈັບແທນ

ໝູ່: ມຶງເປັນຮ່າອີ່ຫຍັງອີກລະ ຕັ້ງສຳອອຍໃດ

ສອນໜັງສື

ແຟນ: ຍັງບໍ່ເຂົ້າໃຈຫວາ ບໍ່ເປັນຫຍັງ ຂ້ອຍຊີອະທິບາຍໃຫ້ໃໝ່

ໝູ່:​ ກູສອນມຶງຫລາຍເທື່ອລະໃດ ຮ່າມຶງ ບໍ່ແມ່ນມຶງກິນຫຍ້າແທນເຂົ້າຫວາ (ອັນນີ້ຕະຫລົກ ອິອິ)

ວາເລນທາຍ

ແຟນ: ຂ້ອຍໃຫ້ເຈົ້າໄດ້ທຸກຢ່າງ ຍົກເວັ້ນເດືອນກັບດາວ

ໝູ່: ....................... (ມື້ນີ້ມັນບໍ່ມີໂຕຕົນ)

ອົກຫັກ

ແຟນ: ....... ຫາຍສາບສູນ.........

ໝູ່: ບໍ່ເປັນຫຍັງສ່ຽວ ຢ່າຫົວມັນເທາະ ມຶງຍັງມີກູ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 6, 2008 | ມີ 13 ຄຳເຫັນ ແລະ 0 trackback(s)

ມີຜູ້ຊາຍ 3​ຄົນ. ຄົນທີ່1 ເປັນນັກປັດຊະຍາ, ຄົນທີ2 ເປັນນັກຄະນິດສາດ ແລະ ຄົນທີ3 ເປັນຄົນໂງ່ ມື້ໜຶ່ງຊາຍທັງ 3 ຄົນນີ້ໄດ້ໄປທ່ອງທ່ຽວນຳກັນ ລະຫວ່າງທາງລົດໄດ້ເກີດອຸບັດຕິເຫດຕົກເຫວ ຈຶ່ງເຮັດໃຫ້ຊາຍທັງ 3 ຄົນນີ້ເສຍຊີວິດໝົດ ວິນຍານຂອງຊາຍທັງ 3 ຈຶ່ງຕ້ອງໄປຫາຍົມມະບານ.

ພໍໄປຮອດຍົມມະບານກໍ່ບອກໃຫ້ແຕ່ລະຄົນຖາມຄຳຖາມມາຂໍ້ໜຶ່ງ ຖ້າຍົມມະບານຕອບບໍ່ໄດ້ຄົນໆນັ້ນຈະໄດ້ຂຶ້ນສະຫວັນ ແຕ່ຖ້າຕອບໄດ້ຄົນໆນັ້ນກໍ່ຈະໄດ້ລົງນາລົກ. ນັກປັດຊະຍາຖາມເປັນຄົນທຳອິດວ່າ ໃຫ້ອະທິບາຍຄວາມໝາຍຂອງປັດຊະຍາມາຂໍ້ໜຶ່ງ ຍົມມະບານຕອບໄດ້ ນັກປັດຊະຍາກະລົງນາລົກໄປ. ນັກຄະນິດສາດຖາມເປັນຄົນທີ2 ລາວຕັ້ງເລກໂຈດມາຂໍ້ໜຶ່ງແລ້ວຖາມວ່າຄຳຕອບແມ່ນຫຍັງ ຍົມມະບານກະຕອບໄດ້ອີກ ນັກຄະນີດສາດກະລົງນາລົກໄປ. ພໍມາຮອດຄົນສຸດທ້າຍກະຄືຄົນໂງ່ ຄົນໂງ່ບອກວ່າກ່ອນຈະຖາມຄຳຖາມຂໍນັ່ງຕັ່ງທີ່ມີ 8 ຮູ! ຍົມມະບານກະເອົາຕັ່ງໃຫ້ ຄົນໂງ່ກະນັ່ງຕັ່ງແລ້ວຕົດອອກມາ ແລ້ວກະຖາມຍົມມະບານວ່າ ຂ້ານ້ອຍຕົດອອກມາຈາຮູໃດ ຍົມມະບານຕອບ ຮູທີ2 ທາງຊ້າຍ! ຄົນໂງ່ບອກວ່າຜິດ ຂ້ານ້ອຍຕົດອອກມາຈາກຮູ ຕູ໊ດດດດດ....... alt

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 5, 2008 | ມີ 23 ຄຳເຫັນ ແລະ 0 trackback(s)

  ອ່ານໃຫ້ຈົບເດີ່ ເລື່ອງນີ້ມີປະໂຫຍດ ຂ້ອຍຕັ້ງໃຈຂຽນສຸດໆ

 


 

ສຽງຜູ້ຍິງໄວກາງຄົນຮ້ອງດັງສະໜັ່ນ ພ້ອມກັບມີເດັກນ້ອຍ ແລະ ຜູ້ຍິງຄົນໜຶ່ງແລ່ນຜ່ານຂ້ອຍກັບແມ່ທີ່ຢືນຊື້ຊີ້ນໝູຢູ່ ໄປຢ່າງໄວ ທັງແມ່ແລະຂ້ອຍຫຼຽວໄປເບິ່ງທັນເຫັນຜູ້ຍິງຄົນນັ້ນແວັບໆ ແລ້ວແມ່ກະເວົ້າກັບຂ້ອຍວ່າ ນັ້ນແມ່ນປ້າທີ່ຂາຍຢາຢູ່ຮ້ານນີ້ແມ່ນບໍ່ ຂ້ອຍຕອບແມ່ວ່າ ແມ່ນແລ້ວ ລາວແລ່ນໄລ່ໃຜວະ

  ປ້າຄົນນັ້ນຊື່ວ່າປ້າໜອມ ເປັນຄົນຂາຍຢາຢູ່ຕະຫລາດແຖວໄກ້ບ້ານຂ້ອຍຫັ້ນແຫລະ ຖືວ່າລາວເປັນຄົນທີ່ມີຖານະດີຄົນໜຶ່ງຢູ່ແຖວນັ້ນເລີຍກະວ່າໄດ້ ປ້າໜອມເປັນຄົນຂີ້ໜຽວ ແຖມປາກຮ້າຍທີ່ສຸດໃນຕະຫລາດກະວ່າໄດ້ ຖ້າໃຜຕໍ່ລາຄາຫລາຍເກີນໄປ ຫລືຖາມແລ້ວບໍ່ຊື້ລາວກໍ່ຈະໂວຍວາຍ ແບບວ່າແລ່ນອອກຈາກຮ້ານເກືອບບໍ່ທັນພຸ້ນແຫລະ

  ສຽງນັ້ນເລີ່ມດັງຂຶ້ນ ຂ້ອຍຫລຽວໄປເຫັນປ້າໜອມຈັບແຂນເດັກຜູ້ຊາຍຄົນໜື່ງ ອາຍຸປະມານ 10ປີ ເທົ່າໆກັບຂ້ອຍ ທີ່ກຳລັງດີ້ນຮົນຢູ່ ແລະ ປ້າໜອມກຳລັງຊິຕີ ແມ່ຂ້ອຍຈື່ງເຂົ້າໄປຖາມ

  ມີເລື່ອງຫຍັງປ້າໜອມ ກະບັກເວນນີ້ເດ່ ມັນມາຂໍຊື້ຢາດີເຈັບທ້ອງ ກັບຢາໝ່ອງ (ກາຄົນໃຈດີຮັກແມ່ເດັກນ້ອຍalt) ພໍແຕ່ຂ້ອຍເອົາຢາໃຫ້ມັນກະແລ່ນເລີຍ ເງີນກະບໍ່ຈ່າຍ

  ເວົ້າແລ້ວປ້າໜອມກະຕີຫົວເດັກນ້ອຍຄົນນັ້ນບາດໜຶ່ງຢ່າງແຮງ ແລະຈະມີອີກຫລາຍບາດແນ່ນອນຖ້າແມ່ຂ້ອຍບໍ່ຫ້າມໄວ້ ຢ່າຕີມັນເລີຍອີ່ຕົນມັນ ລະຊີໃຫ້ເຮັດຈັ່ງໃດ ເອີ້ນຕຳຫລວດມາຈັບມັນເຂົ້າຄຸກເລີຍດີບໍ່ ບັກລູກພໍ່ແມ່ບໍ່ສັ່ງສອນ ໂຕທໍ່ນີ້ກະເປັນຂີ້ລັກແລ້ວ ໃຫຍ່ມາກະຄືຊີໄປລັກເຂົາກິນແຫລະ ແມ່ຫລຽວເບິ່ງຂ້ອຍແລ້ວຫລຽວໄປເບິ່ງເດັກຄົນນັ້ນທີ່ນ້ຳຕາກຳລັງຊີໄຫລ ແມ່ມິດຢູ່ບືດໜຶ່ງແລ້ວໄປເວົ້າກັບປ້າໜອມວ່າ ຢ່າໃຫ້ເຖິງຂະໜາດນັ້ນເລີຍປ້າ ເດັກນ້ອຍມັນຄືຊີຢາກຊື້ຢາ ແຕ່ມັນບໍ່ມີເງີນ ເອົາຈັ່ງຊີ້ ຄ່າຢາຫັ້ນທໍ່ໃດ ຂ້ອຍຊີເປັນຄົນຈ່າຍໃຫ້

  ໃນທີ່ສຸດເລື່ອງກໍ່ຈົບລົງໂດຍການທີ່ແມ່ຍອມຈ່າຍຄ່າຢາດີເຈັບທ້ອງກັບຢາໝ່ອງ ແລ້ວແມ່ກໍ່ຈູງແຂນເດັກນ້ອຍຄົນນັ້ນອອກມາ ປ້າໜອມຍັງຢອດມາໃສ່ຢູ່ວ່າ ລະວັງເດີ່ ເຮັດດີກັບຄົນຂີ້ລັກແບບນີ້ຈະເສຍໃຈພາຍຫລັງ ແຕ່ແມ່ບໍ່ໄດ້ຕອບຫຍັງ

  ແມ່ຖາມເດັກຄົນນັ້ນວ່າຫລານຊື່ຫຍັງ ເດັກຊາຍຕອບ ອານຸ ເປັນຫຍັງຫລານຈຶ່ງໄປລັກຢາຂອງປ້າໜອມ ເດັກຄົນນັ້ນເງີຍໜ້າທີ່ເຕັມໄປດ້ວຍນ້ຳຕາ ແລ້ວເວົ້າຂຶ້ນຢ່າງສະອຶກສະອື້ນວ່າ ແມ່ຫລານເຈັບທ້ອງແຮງ ແລະ ແມ່ກະບໍ່ມີເງີນໄປໂຮງໝໍ ຫລານກະເລີຍຕ້ອງ.....alt...!!!!

  ແມ່ເບີ່ງໜ້າເດັກຄົນນັ້ນໄລຍະໜຶ່ງ ແລ້ວຍື່ນຖົງໝາກກ້ຽງທີ່ຊື້ມາໃຫ້ເດັກຄົນນັ້ນຖົງໜຶ່ງ ແລ້ວບອກກັບເດັກຄົນນັ້ນວ່າ ເທື່ອໜ້າຢ່າໄປລັກຂອງໃຜເດີ່ ຄັນບໍ່ມີເງີນຊື້ຢາມາຂໍປ້າໄປຊື້ກະໄດ້ ປ້າຊື່ສົມພອນ ເປີດຮ້ານຫຍີບເຄື່ອງຢູ່ໃກ້ໆນີ້ແຫລະ ຖາມໃຜກະຮູ້ດອກ ເອົ້າ..!! ເອົາໝາກກ້ຽງນີ້ໄປຝາກແມ່ ຄົນເຈັບຕ້ອງກິນໝາກໄມ້ຫລາຍໆ ຈັ່ງຊີດີໄວໆ ຮູ້ບໍ່ ແມ່ເວົ້າພ້ອມກັບສົ່ງຮອຍຍີ້ມ ເດັກຄົນນັ້ນອຶ້ງຢູ່ບຶດໜຶ່ງ ແລ້ວກໍ່ຈັບເອົາຖົງໝາກກ້ຽງພ້ອມກັບຄຳວ່າຂອບໃຈ ແລ້ວກໍ່ຫັນຫລັງຈາກໄປ

  ຫລັງຈາກກັບມາຮອດເຮືອນຂ້ອຍກະຖາມແມ່ທັນທີວ່າ ເປັນຫຍັງແມ່ຈື່ງຊ່ວຍເດັກຄົນນັ້ນ ຮູ້ຈັກກັນສະເບາະ ແມ່ຍິ້ມແລ້ວຕອບວ່າ ບໍ່ຮູ້ຈັກດອກລູກ ແຕ່ແມ່ເຫັນເດັກນ້ອຍຄົນນີ້ ຮັບຈ້າງຂາຍຂະໝົມ ຢູ່ແຖວບ້ານເຮົານີ້ແຫລະ ແຕ່ລາວຄືຊິຈື່ແມ່ບໍ່ໄດ້ດອກ ແມ່ກະເຄີຍຊື້ຂະໜົມລາວກິນຢູ່ ແລ້ວຂ້ອຍກະເວົ້າຕໍ່ ແຕ່ນັ້ນມັນກະບໍ່ແມ່ນເຫດຜົນທີ່ຈະໄປຊ່ວຍເຂົານະແມ່ ຖ້າເຂົາເປັນຄົນຂີ້ລັກ ແມ່ຫລຽວມາເບີ່ງໜ້າຂ້ອຍແລ້ວເວົ້າວ່າ ແມ່ເຊື່ອວ່າເດັກທີ່ເຄີຍຫາເງິນດ້ວຍຕົນເອງມາແຕ່ອາຍຸນ້ອຍໆ ຕ້ອງມີຄວາມຮັບຜິດຊອບ ແລະ ຮູ້ຄຸນຄ່າຂອງເງີນທຸກກີບວ່າ ກວ່າຊີຫາມາໄດ້ຫັ້ນມັນຍາກມັນເມື່ອຍສ່ຳໃດ ແລະ ຄົນທີ່ມີຄວາມຮັບຜິດຊອບນີ້ຈະບໍ່ມີທາງລັກຂອງໃຜດອກນອກຈາກຈະຈຳເປັນແທ້ໆ ທີ່ເຂົາບໍ່ມີທາງອື່ນໃຫ້ເລືອກແລ້ວເທົ່ານັ້ນ ຂ້ອຍຟັງແລະກໍ່ຖາມແມ່ຕໍ່ວ່າ ແລ້ວຕໍ່ໄປຖ້າເຂົາມາຂໍເງີນແມ່ໄປຊື້ຢາອີກ ແມ່ກະຊີໃຫ້ແທ້ຫວາ ໃຫ້ຕົ໋ວລູກ ຄັນມັນບໍ່ຫລວງຫລາຍອີ່ຫຍັງນະ ລະແມ່ບໍ່ເສຍດາຍເງີນຫວາ ເຮືອນເຮົາກະບໍ່ໄດ້ຮັ່ງມີຄືເຮືອນປ້າໜອມນະ ເຖິງແມ່ຊີບໍ່ມີເງີນທອງຫລວງຫລາຍພາຍມາກ ແຕ່ການໄດ້ຊ່ວຍເຫລືອຄົນທີ່ກຳລັງລຳບາກ ແມ່ກະມີຄວາມສຸກແລ້ວ ແຖມຍັງໄດ້ບຸນອີກ ເທົ່ານີ້ແມ່ກະພໍໃຈແລ້ວ ບໍ່ໄດ້ຕ້ອງການອີ່ຫຍັງຕອບແທນດອກ ລະແມ່ກະເວົ້າຕໍ່ອີກວ່າ ລູກອາດຈະບອກວ່າ ການລັກເຄື່ອງມັນເປັນສິ່ງທີ່ຜິດ... ແມ່ນ!!! ແມ່ບໍ່ຖຽງ ແຕ່ເຮົາຕ້ອງຄິດໄປໃນຫລາຍໆດ້ານ ຢ່າຄິດແຕ່ເລື່ອງຊັບສິນເງີນທອງ ຕອນນີ້ລູກອາດຈະບໍ່ເຂົ້າໃຈ ແຕ່ແມ່ເຊື່ອວ່າມີມື້ໜື່ງລູກຫາກຊີເຂົ້າໃຈເອງແຫລະ ຫລັງຈາກນັ້ນຂ້ອຍກັບແມ່ກະລົມກັນເລື່ອງອື່ນໂດຍບໍ່ຄີດເຖິງເລື່ອງນີ້ອີກເລີຍ

  ຈົນເຫດການໜື່ງເກີດຂື້ນ ຈື່ງເຮັດໃຫ້ຂ້ອຍກັບມາຄີດຮອດເລື່ອງນີ້ອີກເທື່ອໜື່ງ ຂ້ອຍຄັ່ງທັ້ງນ້ຳຕາ ຊາບຊື້ງຫລາຍ ຄຳເວົ້າຂອງແມ່ໃນມື້ນັ້ນມັນຖືກຕ້ອງທີ່ສຸດແທ້ໆ

  ຫລັງຈາກທີ່ຂ້ອຍຮຽນຈົບປະຣີນຍາຕຣີແລ້ວ ຂ້ອຍກະໄດ້ເຮັດວຽກ ໄດ້ເງິນເດືອນພໍກຸ້ມກິນ ຫາລ້ຽງແມ່ໂດຍບໍ່ລຳບາກປານໃດ ຈື່ງຂໍຮ້ອງໃຫ້ແມ່ເຊົາເຮັດວຽກ ເພາະແມ່ເຮັດວຽກມາ 20 ກວ່າປີເພື່ອສົ່ງເສຍລູກຈົນຮຽນຈົບ ເຖິງເວລາແລ້ວທີ່ເຮົາຈະເປັນຄົນລ້ຽງດູແມ່ ແລະແມ່ກໍ່ຍອມ ແຕ່ແມ່ກໍ່ບອກວ່າຈະຫາເຮັດຫຍັງເລັກໆນ້ອຍໆຢູ່ຕາມບ້ານ ເພາະຄັນບໍ່ໄດ້ເຮັດຫຍັງແທ້ໆມັນກະຮູ້ສຶກເບື່ອ ຂ້ອຍກະຍອມຕາມໃຈແມ່

  ຫລັງຈາກຂ້ອຍໄດ້ເຮັດວຽກໄດ້ 2 ປີ ແມ່ກະຢູ່ບໍ່ສະບາຍ ເລີ່ມຈາກການເຈັບຫົວທຳມາດາ 2, 3 ມື້ລະມັນກະເຊົາເອງ ຈົນມັນເລີ່ມເປັນແຮງຂື້ນ ຂ້ອຍກະເລີຍພາແມ່ໄປໂຮງໝໍ ທ່ານໝໍບອກວ່າບໍ່ເປັນຫຍັງຫລາຍ ເປັນຍ້ອນແມ່ເຮັດວຽກໜັກເກີນໄປ ທ່ານໝໍໃຫ້ຢາມາຊຸດໜື່ງ ແລ້ວຢ້ຳວ່າໃຫ້ພັກຜ່ອນຫລາຍໆ ຈື່ງຈະເຊົາໄວໆ

  ຫລັງຈາກກິນຢາຕາມທ່ານໝໍສັ່ງແລ້ວອາການຂອງແມ່ກໍ່ເຊົາໄປ ຂ້ອຍກະສະບາຍໃຈ ແລະອີກ 1 ເດືອນຕໍ່ມາແມ່ກໍ່ກັບມາເຈັບອີກ ເທື່ອນີ້ເປັນແຮງກວ່າເທື່ອແລ້ວ ຂ້ອຍກັງວົນຫລາຍ ແລ້ວພາແມ່ໄປໂຮງໝໍອີກ ເທື່ອນີ້ທ່ານໝໍບອກວ່າໃຫ້ພາແມ່ໄປໂຮງໝໍຢູ່ໃນເມືອງເພາະເຄື່ອງມືຈະທັນສະໄໝກວ່າ ຂ້ອຍກະພາແມ່ໄປ ແລ້ວທ່ານໝໍກວດພົບວ່າ ແມ່ເປັນເນື້ອງອກໃນສະໝອງ ຕ້ອງໄດ້ຜ່າຕັດດ່ວນ ຄັນປ່ອຍໄວ້ມັນອາດຈະໄປທັບເສັ້ນປະສາດເຮັດໃຫ້ເປັນອຳມະພາດໄດ້ ຫລື ຖ້າຜ່າຕັດບໍ່ທັນກໍ່ອາດເຖິງຂັ້ນເສຍຊີວິດ ຂ້ອຍຕົກໃຈຫລາຍຈື່ງຂໍຮ້ອງໃຫ້ທ່ານໝໍຜ່າຕັດໃຫ້ແມ່ທັນທີ ໝໍບອກວ່າ ໂຮງໝໍນີ້ມີທ່ານໝໍພຽງ 2 ຄົນທີ່ເກັ່ງໃນການຜ່າຕັດເນື້ອງອກ ເພິ່ນກະໂທຫາໝໍຄົນນັ້ນ ບັງເອີນວ່າທ່ານໝໍຜ່າຕັດຄົນນັ້ນວ່າງພໍດີ ແລ້ວແມ່ກໍ່ຖືກນຳໂຕເຂົ້າຫ້ອງຜ່າຕັດທັນທີ ໃນຂະນະທີ່ຂ້ອຍຖ້າຢູ່ນອກດ້ວຍຄວາມກະວົນກະວາຍໃຈ ທັງເລື່ອງການເຈັບຂອງແມ່ ແລະເລື່ອງທີ່ທ່ານໝໍຖີ້ມທ້າຍໄວ້ໃຫ້ວ່າ ຕ້ອງທຳໃຈໄວ້ແດ່ເດີ່ ການຜ່າຕັດເນື້ອງອກໃນສະໝອງ ມີຄວາມສ່ຽງທີ່ຈະເສຍຊີວິດສູງ ເຖິງແມ່ນວ່າການຜ່າຕັດຈະປະສົບຜົນສຳເລັດກໍ່ຕາມ ອີກເລື່ອງກະຄື ຄ່າໃຊ້ຈ່າຍໃນການຜ່າຕັດສະໝອງຂ້ອນຂ້າງສູງ ຄ່າຜ່າຕັດ ລວມທັງຄ່າຢາໄລຍະພັກຟື້ນ ລວມໆແລ້ວປະມານ 130ລ້ານກີບ ໄດ້ຍິນແລ້ວຂ້ອຍແທບລົ້ມທັ້ງຢືນ ຂ້ອຍຊີໄປຫາເງີນໃສມາໄດ້ຫລວງຫລາຍປານນັ້ນ ເງີນເກັບຂອງແມ່ລວມທັງເງີນຂ້ອຍມີບໍ່ຮອດ 20ລ້ານຊ້ຳ ແຕ່ຈັ່ງໃດກະຢ່າ ຂໍເອົາຊີວີດແມ່ໄວ້ກ່ອນ ສ່ວນເລື່ອງເງີນເອົາໄວ້ຄີດນຳຫລັງ

  ຫລັງຈາກການຜ່າຕັດຈົບລົງ ເປັນໂຊກດີຂອງແມ່ທີ່ການຜ່າຕັດປະສົບຜົນສຳເລັດ ແລະ ບໍ່ມີອາການແຊກຊ້ອນໃດໆ ທ່ານໝໍບອກວ່າພັກຟື້ນປະມານ 1 ເດືອນກະກັບບ້ານໄດ້ແລ້ວ ທາງໂຮງໝໍແຈ້ງລາຍການຄ່າໃຊ້ຈ່າຍທັງໝົດມາໃຫ້ຂ້ອຍ ປະກົດວ່າເປັນເງີນຈຳນວນ 2ແສນກີບ ເປັນຄ່າຕີດຕໍ່ປະສານງານເທົ່ານັ້ນ ຂ້ອຍແປກໃຈຈື່ງໄດ້ຖາມພະຍາບານ ພະຍາບານບອກວ່າ ທ່ານໝໍທີ່ເປັນຄົນຜ່າຕັດໃຫ້ແມ່ຂ້ອຍຫັ້ນສັ່ງໄວ້ວ່າ ບໍ່ໃຫ້ຄີດໄລ່ເງີນນຳຂ້ອຍກັບແມ່ ພະຍາບານເອງກະບໍ່ຮູ້ສາເຫດ ຂ້ອຍກໍ່ຂໍພົບໝໍຄົນນັ້ນເພື່ອຈະຂອບໃຈ ແຕ່ພະຍາບານບອກວ່າ ຫລັງຈາກທີ່ລາວຜ່າຕັດໃຫ້ແມ່ແລ້ວ ລາວກະຖືກສົ່ງໂຕໄປສືກສາເພີ່ມເຕີມກ່ຽວກັບການຜ່າຕັດສະໝອງ ທີ່ອາເມລີກາ ແຕ່ໝໍຄົນນັ້ນໄດ້ຝາກຈົດໝາຍໄວ້ໃຫ້ຂ້ອຍແລະແມ່ ແລະຢ້ຳທາງໂຮງໝໍວ່າໃຫ້ມອບໃຫ້ຂ້ອຍແລະແມ່ໃນມື້ທີ່ແມ່ອອກໂຮງໝໍ

  1ເດືອນຜ່ານໄປ ແມ່ກໍ່ອອກໂຮງໝໍພ້ອມກັບໄດ້ຮັບຈົດໝາຍສະບັບນັ້ນ ພໍຮອດເຮືອນຂ້ອຍກັບແມ່ກໍ່ໄດ້ເປີດອ່ານຈົດໝາຍຂອງທ່ານໝໍຄົນນັ້ນທັນທີ ພໍອ່ານຈົບ ຂ້ອຍກັບແມ່ກໍ່ນ້ຳຕາໄຫລອອກມາພ້ອມກັນ alt

 

 

ເນື້ອໃນຂອງຈົດໝາຍຂຽນວ່າ:

 

ຄ່າຜ່າຕັດ 0 ກີບ

 

ຄ່າຢາທັງໝົດ 0 ກີບ

 

ຄ່າໃຊ້ຈ່າຍທີ່ເຫລືອ 0 ກີບ

 

ລວມເປັນເງີນທັງໝົດ 0 ກີບ

 

 

ໝາຍເຫດ... ຄ່າໃຊ້ຈ່າຍທັງໝົດໄດ້ຮັບຮຽບຮ້ອຍແລ້ວເມື່ອ 15 ປີທີ່ຜ່ານມາ ເປັນຢາດີເຈັບທ້ອງ ຢາໝ່ອງ ແລະ ໝາກກ້ຽງຖົງໜຶ່ງ ຂໍໃຫ້ມີສຸຂະພາບແຂງແຮງໄປດົນໆ ເດີ່ປ້າສົມພອນ alt

 

ຈາກ... ດຣ ອານຸ

 

 

 

 

ຄົນທີ່ເຮົາຄິດວ່າບໍ່ດີ ອາດຈະດີກວ່າຄົນດີທີ່ເຮົາຄິດ!!!!!!

ຂຽນໂດຍ: ຄົນໃຈດີ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 13, 2008 | ມີ 60 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ແລະພາບທີ່ທ່ານຈະໄດ້ເຫັນຕໍ່ໄປນີ້ກະຄື ໜ້າຕາອັນຫລໍ່ໆ ງາມໆ ຫນ້າຮັກ ຫນ້າຮັກ ຂອງຄົນ ຮັກດຽວໃຈດຽວ

ພາບນີ້ແມ່ນສະມາຊີກທັງໝົດໃນວັນທີ 20.07.2008

alt

 

ມື້ນັ້ນມີສະມາຊີກພຽງແຕ່ 27 ຄົນ, ໃຊ້ເວລາບໍ່ຮອດ 3 ເດືອນ ສະມາຊີກກໍ່ເພີ່ມຂື້ນເປັນ 108 ຄົນ!!!​ ໂອ່...ພະຈ້າວຈອສ ມັນຍອດມາກ ອິອິ!! ແລະນີ້ກະຄືໜ້າຕາຂອງສະມາຊິກທັງໝົດ 108 ຄົນ ໃນວັນທີ 12.10.2008

 

alt

ຄົນໃຈດີມີຄວາມຕັ້ງໃຈສູງໃນການສ້າງກຸ່ມ ຮັກດຽວໃຈດຽວ ໄວໆນີ້ຈະມີການນັດເຈິກັນຄັ້ງຍີ່ງໃຫຍ່ ຫລື ເວົ້າງ່າຍໆກະຄື ງານກິນຟຣີ ຮ່າໆໆໆໆ ແຕ່ກ່ອນຈະຮອດມື້ນັ້ນ ຄົນໃຈດີຈະຈັດງານດື່ມຟຣີຂື້ນກ່ອນ ເປັນການອຸ່ນເຄື່ອງ ເພື່ອເອົາໃຈນັກດື່ມທັງຫລາຍ! ງານນີ້ເກີດຂື້ນແນ່ນອນ ສ່ວນວັນ ເວລາ ແລະ ສະຖານທີ່ຈະບອກໃຫ້ຮູ້ພາຍຫລັງ ເພາະຄົນໃຈດີຕ້ອງປືກສາກັບແມ່ເດັກນ້ອຍກ່ອນ ອິອິ! ນອກຈາກຈະໄດ້ກີນຟຣີ ດື່ມຟຣີແລ້ວ ຍັງມີຂອງແຈກຂອງແຖມອີກ ຮັບຮອງວ່າທຸກຄົນຕ້ອງລືມບໍ່ລົງ ໂອ່ຍໆໆໆໆໆ​ ບໍ່ມີຫຍັງທີ່ຈະເລີດດດດດດດທໍ່ນີ້ແລ້ວ 555 ໃຜຍັງບໍ່ມີໜ້າຢູ່ຮູບຫັ້ນກະເຂົ້າໄປເປັນສະມາຊີກໄດ້ ເຂົ້າຢູ່ໃສ? ເຂົ້າຢູ່ນີ້ເດີ່ຄລິກເລີຍ  ຍີນດີຕ້ອນຮັບທຸກຄົນ ທັງຄົນລາວແລະຄົນໄທ ຖ້າໃຜຢາກຈະໃຫ້ຄຳເຫັນຮູບທັງ 2 ຮູບຫັ້ນໄປໃຫ້ຄຳເຫັນໄດ້ .ຄລິກທີ່ນີ້. ຢາກຮູ້ລາຍລະອຽດເພີ່ມເຕີມ ຫລື ມີຄຳຖາມໃຫ້ໄປສົນທະນາກັນຢູ່ໜ້າກຸ່ມ ຮັກດຽວໃຈດຽວ ພຸ້ນເດີ່ ເພາະຄົນໃຈດີເຂົ້າໄປເບີ່ງທຸກມື້ ໃນໄວໆນີ້ຂ້ອຍຊີເອົາຮູບແຕ່ລະຄົນໄປເຮັດເປັນວີດີໂອ ໃສ່ເພງເຂົ້າໄປ ແລ້ວ ໂຫລດລົງ youtube ເພື່ອໃຫ້ທຸກຄົນສາມາດດາວໂຫລດໄວ້ເບິ່ງໄດ້ ຖ້າສະມາຊີກຄົນໃດບໍ່ຢາກໃຫ້ເອົາຮູບໂຕເອງລົງ ໃຫ້ບອກຂ້ອຍເດີ່ ແລະ ຂ້ອຍຈະເອົາແຕ່ຮູບແທ້ໆເທົ່ານັ້ນ ຂ້ອຍຈະບໍ່ເອົາຮູບກາຕູນ ຫລື ຮູບສັນຍາລັກ ຫລື ຮູບແທນໂຕ ຕ່າງໆ ວີດີໂອດັ່ງກ່າວຈະເປັນລັກສະນະດັ່ງນີ້ NNNN>>>ເບິ່ງຕົວຢ່າງທີ່ນີ້ເລີຍ<<<nnnn

ຮັກທຸກຄົນນະ ຈຸ໊ບໆໆໆໆໆໆໆໆໆໆໆ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 25, 2008 | ມີ 18 ຄຳເຫັນ ແລະ 0 trackback(s)

ຄາລົມຈີບສາວ(ແບບໂຣແມນຕິກ)

ຊາຍ: ຂ້ອຍຂໍຖາມທາງເຈົ້າແດ່ໄດ້ບໍ່?

ຍິງ: ເຈົ້າຊີໄປໃສລະ

ຊາຍ: ທາງເຂົ້າໄປໃນຫົວໃຈເຈົ້າ

ຊາຍ: ຈ້ອງເບີ່ງລວດລາຍເສື້ອຂອງຜູ້ຍີງ

ຍິງ: ເບິ່ງຫຍັງນະ

ຊາຍ: ເບີ່ງວ່າເຈົ້າມາຈາກສະຫວັນຫລືບໍ່

ຊາຍ: ມື້ນີ້ຂ້ອຍດວງຊວຍຂະໜາດນະ ແຕ່ຖ້າໄດ້ເຫັນຮອຍຍີ້ມຂອງຄົນງາມໆຈະເຮັດໃຫ້ຂ້ອຍຮູ້ສຶກດີຂຶ້ນ ຊ່ວຍຍິ້ມໃຫ້ຂ້ອຍເບິ່ງແດ່ໄດ້ບໍ່

ຍີງ: ....................alt

ຊາຍ: ຂ້ອຍແມ່ນນັກແຕ້ມຮູບ ວຽກຂອງຂ້ອຍແມ່ນການຊອກເບີ່ງແຕ່ຄົນໜ້າຮັກ

ຍິງ: ....................alt

ຊາຍ: ນ້ອງໆ ໂອນເງີນໃຫ້ຂ້ອຍແດ່ດຸ 2000 ກີບ

ຍິງ: ຊີເອົາໄປເຮັດຫຍັງ

ຊາຍ: ຊີໂທບອກແມ່ວ່າມື້ນີ້ຂ້ອຍໄດ້ເຈີຜູ້ຍິງທີ່ໜ້າຮັກທີ່ສຸດໃນໂລກ

ຊາຍ: ມື້ນີ້ຝົນຕົກໜັກເນາະ

ຍິງ: ຫັ້ນແຫລະ

ຊາຍ: ຂ້ອຍວ່າເປັນນຳຟ້າເຫັນເຈົ້າແລ້ວນ້ຳລາຍໄຫລບໍ່ຢຸດ

ຊາຍ: ເຊື່ອຂ້ອຍເດີ່ ຂ້ອຍຊິເຮັດໃຫ້ເຈົ້າເປັນຄົນທີ່ມີຄວາມສຸກຫລາຍເປັນອັນດັບ 2 ໃນໂລກນີ້

ຍິງ: ເປັນຫຍັງຈີ່ງບໍ່ໃຫ້ຂ້ອຍເປັນອັນດັບ 1 ລະ

ຊາຍ: ທີ່ຂ້ອຍໄດ້ເຈົ້າມາເປັນແຟນ ມັນກະເຮັດໃຫ້ຂ້ອຍເປັນຄົນທີ່ມີຄວາມສຸກອັນດັບ 1 ແລ້ວ

ຄາລົມຈີບສາວ (ໃນຄວາມເປັນຈິງ)

ຊາຍ: ຂ້ອຍຂໍຖາມທາງເຈົ້າແດ່ໄດ້ບໍ່?

ຍິງ: ຊີບ້າຫວາຂ້ອຍບໍ່ແມ່ນຄົນແຖວນີ້

ຊາຍ: ແຕ໋ວ $%#?/T

ຊາຍ: ຈ້ອງເບີ່ງລວດລາຍເສື້ອຂອງຜູ້ຍີງ

ຍິງ: ເບິ່ງຫຍັງ ບໍ່ເຄີຍເຫັນຄົນຫວາ

ຊາຍ: ແຕ໋ວ $%#?/T

ຊາຍ: ມື້ນີ້ຂ້ອຍດວງຊວຍຂະໜາດນະ ແຕ່ຖ້າໄດ້ເຫັນຮອຍຍີ້ມຂອງຄົນງາມໆຈະເຮັດໃຫ້ຂ້ອຍຮູ້ສຶກດີຂຶ້ນ ຊ່ວຍຍິ້ມໃຫ້ຂ້ອຍເບິ່ງແດ່ໄດ້ບໍ່

ຍີງ: ເຫັນໜຸ່ມຫລໍ່ໆກໍ່ຈະເຮັດໃຫ້ຂ້ອຍອາລົມດີຂຶ້ນ ຫຍັບໄປໄກໆແດ່ໄປ.... ບ້າ

ຊາຍ: ແຕ໋ວ $%#?/T

ຊາຍ: ຂ້ອຍແມ່ນນັກແຕ້ມຮູບ ວຽກຂອງຂ້ອຍແມ່ນການຊອກເບີ່ງແຕ່ຄົນໜ້າຮັກ

ຍິງ: ຂ້ອຍແມ່ນສັດຕະວະແພດ ວຽກຂອງຂ້ອຍແມ່ນຈັບໝາໂຕຜູ້ມາຕອນ

ຊາຍ: ແຕ໋ວ $%#?/T

ຊາຍ: ນ້ອງໆ ໂອນເງີນໃຫ້ຂ້ອຍແດ່ດຸ 2.000 ກີບ

ຍິງ: ລະອ້າຍຊິໃຊ້ນ້ອງຄືນ 20.000 ບໍ່ລະ

ຊາຍ: ແຕ໋ວ $%#?/T

ຊາຍ: ມື້ນີ້ຝົນຕົກໜັກເນາະ

ຍິງ: ຫັ້ນແຫລະ

ຊາຍ: ຂ້ອຍວ່າເປັນນຳຟ້າເຫັນເຈົ້າແລ້ວນ້ຳລາຍໄຫລບໍ່ຢຸດ

ຍິງ: ຂ້ອຍວ່າຟ້າເຫັນເຈົ້າລະຮາກບໍ່ເຊົາຫລາຍກວ່າ

ຊາຍ: ແຕ໋ວ  $%#?/T

ຊາຍ: ເຊື່ອຂ້ອຍເດີ່ ຂ້ອຍຊິເຮັດໃຫ້ເຈົ້າເປັນຄົນທີ່ມີຄວາມສຸກຫລາຍເປັນອັນດັບ 2 ໃນໂລກນີ້

ຍິງ: ເຈົ້າກະເຊື່ອຂ້ອຍເດີ່ ວ່າຂ້ອຍຊິເຮັດໃຫ້ເຈົ້າເປັນຄົນທີໂຊກຮ້າຍທີ່ສຸດໃນໂລກນີ້

ຊາຍ: ແຕ໋ວ $%#?/T

ຫົວໃຫ້ແດ່ 555555555 ສົນໃຈເຂົ້າຮ່ວມກຸ່ມຮັກດຽວໃຈດຽວ ຄລິກເລີຍ 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 7, 2008 | ມີ 157 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

  1. ຢາກເຫັນໜ້າ ບໍ່ຊັ້ນຊີບ້າຕາຍ
  2. ຄິດຮອດ ຕັ້ງແຕ່ຕື່ນນອນ ຈົນເຖິງເຂົ້ານອນ ບໍ່ເວັ້ນແຕ່ເວລາເຂົ້າຫ້ອງນ້ຳ
  3. ເຫັນໜ້າເຂົາຕອນໃດ ຫົວໃຈເຕັ້ນແຮງ ແບບບໍ່ມີເຫດຜົນ
  4. ລັກເບິ່ງເຂົາທັງໄລຍະໄກ້ ແລະ ໄລຍະໄກ ແລະ ບໍ່ກ້າເບິ່ງຕາກັນ
  5. ເກາະຕິດທຸກສະຖານະການ ເຫັນເຂົາຢູ່ໃສ ພະຍາຍາມພາໂຕເອງເຂົ້າໄປໄກ້ໆ
  6. ຢາກຮູ້ຈັກ ຢາກເວົ້າຈາ ຢາກໄດ້ຍີນສຽງ ຢາກຍີ້ມໃຫ້
  7. ໂຣແມນຕິກຂຶ້ນມາໜ້າຕາເສີຍ ມີການພັບດາວໃສ່ຂວດ ຂຽນກອນ ເພີ້ລຳພຶງລຳພັນ
  8. ເຫັນເຂົາຍ່າງກັນໃຜ ລົມກັບໃຜ ຫົວໃຈປັ່ນປ່ວນ ຄືອົກຊິແຕກ
  9. ຫວັ່ນໄຫວກັບສຽງເພງ ແລະ ມິວສິກວີດີໂອ ລັກຍິ້ມຢູ່ຄົນດຽວ
  10. ຫ່ວງໄຍຄວາມສວຍຄວາມງາມຂອງໂຕເອງຢ່າງທີ່ບໍ່ເຄີຍເປັນມາກ່ອນ
  11. ສືບເສາະສະແຫວງຫາຂໍ້ມູນສ່ວນໂຕຂອງເຂົາເຊັ່ນ ວັນເກີດ ຢູ່ບ້ານໃດ ເບີໂທ ອີເມວ ຫາໃຫ້ວຸ່ນ
  12. ຢາກຮູ້ວ່າເຂົາມັກຫຍັງເຊັ່ນ ມັກເບີ່ງໜັງແບບໃດ ຟັງເພງແບບໃດ ມັກກິນຫຍັງ
  13. ເລີ່ມຄີດໜັກແລ້ວວ່າເຂົາມີແຟນຫລືຍັງ ລະເຮົານີ້ຊິແມ່ນສະເປັກເຂົາບໍ່
  14. ເລີ່ມບົນບານສານກ່າວ ຜ່ານດວງດາວ ລົມໜາວ ດວງຈັນ ຢັນໄປຮອດດວງອາທີດ ຊ່ວຍໃຫ້ສົມຫວັງແດ່ເຖີດ ສາທຸໆໆ

ຖ້າຫາກເຈົ້າຕົກຢູ່ໃນອາການເຫລົ່ານີ້ພຽງ 5 ຂໍ້ ກະຂໍໃຫ້ຮູ້ໂຕໄວ້ຊະ ວ່າມັນແມ່ນແລ້ວ

ແຕ່ຖ້າອ່ານແລ້ວປະກົດວ່າຖືກທຸກຂໍ້ ລະບໍ່ຕ້ອງຄິດ ບໍ່ຕ້ອງສົງໃສອີ່ຫຍັງອີກຕໍ່ໄປ ມັນແມ່ນ ມັນໂດນ ມັນຖືກປັບບບບບ ອັນນີ້ແຫລະເຂົາເອີ້ນວ່າ ຮັກ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 20, 2008 | ມີ 4 ຄຳເຫັນ ແລະ 0 trackback(s)

ກ່ອນອື່ນຕ້ອງຫມັ້ນໃຈກ່ອນວ່າ MSN Messenger ທີເຈົ້າໃຊ້ຢູ່ແມ່ນ Windows Live Messenger 8.1.0178 ຖ້າບໍ່ແນ່ໃຈຫລືຢາກຮູ້ວ່າມັນມີຫນ້າຕາແບບໃດ ຄລິກເຂົ້າໄປເບີ່ງທີ່ນີ້ເລີຍ Windows Live Messenger 8.1.0178

ທຳອິດເຮົາຕ້ອງດາວໂຫລດໂປຣແກຣມ Messenger Plus! Live 4.70.334

 

2. ຈາກນັ້ນໃຫ້ເລືອກເອົາໂຕທີສອງ ດັ່ງຮູບ ແລ້ວຄລິກ Next

alt

 

3. ຕໍ່ໄປແມ່ນໃຫ້ເລືອກ accept ແລ້ວຄລິກ Next ດັ່ງຮູບ

alt

4. ມັນກໍ່ຈະທຳການຕິດຕັ້ງ ເມື່ອປະກົດຮູບນີ້ອອກມາກໍ່ໃຫ້ຄລິກ Done ແລ້ວກໍ່ຖືວ່າສຳເລັດ alt

alt

v

v

v

ບາດນີ້ເຮົາກະໄປອອນໄລເມວເຮົາ

ຄລິກໄປບ່ອນ display name >> ເລືອກ Away

alt

ລະມັນກໍ່ຈະປະກົດ ບ່ອນໃຫ້ພິມຂໍ້ຄວາມ ໃຫ້ພີມໃສ່ຫ້ອງ Auto-responder ຫ້ອງໃຫຍ່ສຸດຫັ້ນ ລະກະຄລິກ Personalize ຕົວຢ່າງຄົນໃຈດີຂຽນ khid hod mae dex noi wei.. kiki ດັ່ງຮູບ ແລ້ວກະອອກໄປໜຶ້ງເຂົ້າ ຫົດຜັກ ເກືອເປັດ ເກືດໄກ່ ອິອິ

alt

ເມື່ອມີຄົນມາທັກ ແລ້ວຂໍ້ຄວາມທີ່ເຮົາຂຽນໄວ້ກໍ່ຈະຖືກສົ່ງໄປແບບອັດຕະໂນມັດ ຕົວຢ່າງ ແມ່ເດັກນ້ອຍສົ່ງມາວ່າ honey :D ແລ້ວມັນກໍ່ຈະປະກົດແບບນີ້

alt

ຫລິ້ນໃຫ້ມ່ວນໆເດີ ^0^

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 20, 2008 | ມີ 12 ຄຳເຫັນ ແລະ 0 trackback(s)

ກ່ອນອື່ນຕ້ອງຫມັ້ນໃຈກ່ອນວ່າ MSN Messenger ທີເຈົ້າໃຊ້ຢູ່ແມ່ນ Windows Live Messenger 8.1.0178 ຖ້າບໍ່ແນ່ໃຈຫລືຢາກຮູ້ວ່າມັນມີຫນ້າຕາແບບໃດ ຄລິກເຂົ້າໄປເບີ່ງທີ່ນີ້ເລີຍ Windows Live Messenger 8.1.0178

ເຮົາສາມາດເປີດ Windows Live Messenger ໄດ້ຫລາຍໆອີເມວໃນເວລາດຽວກັນດ້ວຍ Multi Messenger Live ກ່ອນອື່ນເຮົາຕ້ອງດາວໂຫລດໂປຣແກຣມກ່ອນ

          >>  >>  ດາວໂຫລດໂປຣແກຣມ Multi Messenger Live ຄລິກທີ່ນີ້ເລີຍ   <<  <<

ເມື່ອຄລິກດາວໂຫລດແລ້ວມັນຈະປະກົດຮູບຄືຢູ່ລຸ່ມ ແລ້ວໃຫ້ກົດປຸ່ມ Patch

alt

ຈາກນັ້ນມັນກໍ່ຈະປະກົດຮູບຄືຢູ່ລຸ່ມນີ້ແລ້ວໃຫ້ຄລິກ OK ແລະ OK  ອິກເທື່ອໜຶ່ງ ກະຖືວ່າສຳເລັດ alt

alt
alt
ລະເຮົາກະລອງໄປອອນໄລເມວເຮົາເບິ່ງ ເຮົາຊິອອນຈັກເມວກໍ່ໄດ້ ຕົວຢ່າງຄົນໃຈດີອອນ ຫ້າ ເມວ alt

alt

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 20, 2008 | ມີ 5 ຄຳເຫັນ ແລະ 0 trackback(s)

Windows Live Messenger 8.1.0178 ເປັນເວີຊັ່ນລ່າສຸດຂອງ MSN Messenger ມັນມີລູກເຫລັ້ນຫລາກຫລາຍ ທີ່ແຕກຕ່າງຈາກເວີຊັ່ນເກົ່າ ມັນຈະມີໜ້າຕາແບບນີ້

alt

ຄວາມສາມາດພິເສດທີ່ເຂົ້າມາໃນເວີຊັ່ນນີ້

  1. ສາມາດລົມກັບຄົນອື່ນໄດ້ໂດຍບໍ່ຈຳເປັນຕ້ອງເປີດເຜີຍໂຕ (Appear Offline)
  2. ຖ້າຜູ້ທີ່ເຮົາຢາກລົມນຳບໍ່ໄດ້ Online ເຮົາສາມາດຝາກຂໍ້ຄວາມໄວ້ໄດ້
  3. ຮອງຮັບການໃຊ້ງານ Video Calling ສາມາໂທລົມກັນດ້ວຍສຽງ ແລະ Video ແບບ Realtime
  4. ສາມາດລົມກັບຄົນທີ່ໃຊ້ Yahoo Messenger ໄດ້ນຳ
  5. ສາມາດເປີດໄດ້ຫລາຍໆເມວໃນເວລາດຽວກັນດ້ວຍ Multi Messenger Live (ເບິ່ງ ວິທີເປີດຫລາຍໆເມວພ້ອມກັນໃນ MSN Messenger ຄລິກເລີຍ)

  6. ສາມາດເຮັດ auto message ໄດ້ດ້ວຍ Messenger Plus Live (ເບິ່ງ ວິທີເຮັດ auto message ໃນ MSN Messenger ຄລິກເລີຍ)

 ດາວໂຫລດ ໂປຣແກຣມ Windows Live Messenger 8.1.0178 ຄລີກທີ່ນີ້

ວີທີດາວໂຫລດກະງ່າຍໆ ຄລິກເຂົ້າໄປດາວໂຫລດ ລະໃຫ້ຄລິກ Next ໄປຕະຫລອດ ລະກະເຮັດໄປຕາມຂັ້ນຕອນຕ່າງໆຈົນຈົບ alt

ຂໍແນະນຳອີກໜ້ອຍໜຶ່ງ ເມື່ອມາຮອດຂັ້ນຕອນດັ່ງຮູບນີ້ ໃຫ້ເລືອກແຕ່ອັນດຽວ ຄືຮູບຫັ້ນເດີ່

alt

ໝາຍເຫດ: ກ່ອນທີ່ຈະດາວໂຫລດ Windows Live Messenger 8.1.0178 ຕ້ອງ Remove Messenger ໂຕເກົ່າອອກກ່ອນ ຖ້າບໍ່ດັ່ງນັ້ນຈະບໍ່ສາມາດດາວໂຫລດໄດ້

ວິທີ Remove

Start >> Control Panel>> Programs and Features ມັນຈະປະກົດຮູບຫລາຍໆ ແລ້ວຄລິກໃສ່ຮູບ Windows Live Messenger ບາດໜື່ງ ແລ້ວຄລິກ Uninstall ຈາກນັ້ນກະເຮັດໄປຕາມຂັ້ນຕອນເລື້ອຍໆ ຈົນຈົບ altalt ເມື່ອມັນອອກໄປແລ້ວຮູບດັ່ງກ່າວກໍ່ຈະຫາຍໄປ alt

alt

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 19, 2008 | ມີ 21 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

  ຮູ້ຈັກແມ່ເດັກນ້ອຍ 01.12.2007 ຢູ່ hi5 ທຳອິດບໍ່ໄດ້ສົນໃຈດອກຄິດວ່າລາວເປັນທອມ ແນວວ່າລົມກັບໝູ່ຜູ້ຍິງລະເອິ້ນກັນຮັນນີ່ ຂ້ອຍກະບໍ່ຫລາຍເລື່ອງເອີ້ນຮັນນີ່ນຳເຂົ້າແຕ່ນັ້ນພຸ້ນແຫລະ ລ້ວງ ລ່ວງ.. ຕອນນັ້ນຂ້ອຍຮູ້ຈັກກັບນຸ້ຍກ່ອນ ນຸ້ຍເປັນໝູ່ສະໜິດຂອງລາວ. ນຸ້ຍເຫັນວ່າຂ້ອຍເປັນຄົນລົມກວນດີ ແຊັດມ່ວນຕິເບາະ ລາວກໍ່ເລີຍຊວນຂ້ອຍເຂົ້າຄລັບແຊັດທີ່ມີຊື່ວ່າ club chatsanova_vie ໃນຖານະທີ່ແມ່ເດັກນ້ອຍເປັນຫົວໜ້າລາວກະຕ້ອງບອກອີເມວຂອງສະມາຊິກທຸກຄົນ ໃຫ້ຂ້ອຍຮູ້ ເພາະວ່າຂ້ອຍເຂົ້າມາໄໝ່ ຂ້ອຍກະບອກລາວເອົາແຕ່ເມວຜູ້ສາວເດີ ອິອິ ຂ້ອຍກະແອດເອົາຈົນໝົດ ຕອນນັ້ນຕິດແຊັດແດ່ ບາງມື້ຈົນຊອດແຈ້ງລະໄປເຮັດວຽກເລີຍ ອິອິ ຂ້ອຍມາລົມຜູ້ໃດ ໃຜກະບໍ່ມັກ ອ໋ອຍຍຍເຈັບໝາກຫົວເຈີ  ບາງຄົນກະມີແຟນແລ້ວ ສຸດທ້າຍກະມາຕົກຫລຸມຮັກບິກບອສ ອິອິ ຢາກເປັນແມ່ສື່ລະບໍ້ປະມານກາງເດືອນ 12 ຂ້ອຍກະບອກຮັກລາວ ຂໍເປັນແຟນລາວ ປະຕິໂທ້ ເບິ່ງເພິ່ນປະຕິເສດຕາຕີ່ຕາລານ ຕາເກືອບຫລຸດອອກຈາກເບົ້າຕາ ຕົ໋ວະຂ້ອຍວ່າມີແຟນແລ້ວ ຂໍເບີໂທລະສັບກະຍາກແທ້ຍາກວ່າ ເປັນເດືອນຈັ່ງໄດ້ ຂ້ອຍເຮັດແຂ້ວທຽມຂາຍຍັງງ່າຍກວ່າ ຮ່າໆໆ

ໂອ່ຍຍຍຍຍ ລົມຍາວໂພດລະເຂົ້າເລື່ອງດີກວ່າ ກ່ອນຊີຮອດປີໄໝ່ຂ້ອຍຫາວິທີວ່າ ເຮັດແນວໃດຈະເຮັດໃຫ້ລາວປະທັບໃຈ ກະເລີຍຄິດອອກ ຂ້ອຍໄດ້ຕັດຕໍ່ ຮູບຂ້ອຍກັບຮູບລາວມາຢູ່ນຳກັນ ແຮ່ໆໆ ນີ້ຄື

ສອງຮູບຕົ້ນສະບັບ

v

v

v

alt

ຫລັງຈາກຕັດຕໍ່ແລ້ວໆກະເລີຍກາຍເປັນແບບນີ້

v

v

v

alt

ບໍ່ຮູ້ວ່າເປັນຫຍັງເວລາເອົາໄປເຮັດບລີງກີ້ລະມັນມົວໆ.. ບໍ່ເອົາ ບໍ່ຄັກ ພື້ນຫລັງກະເປັນສີຂາວ ເບິ່ງຈັ່ງໃດກະເປັນຮູບຕັດຕໍ່ກະເລີຍເລືອກຮູບມາເຮັດໄໝ່

ສອງຮູບຕົ້ນລະບັບ(ເບີ່ງຮູບນີ້ລະຄືຂ້ອຍແຕ່ງງານລະແມ່ເດັກນ້ອຍໄປດອງນີ້ແຫລະ ອິອິ)

v

v

v

alt

ແລ້ວມັນກະກາຍເປັນ

v

v

v

alt

ຮ້າ ຮ່າ ໆໆ ເປັນຈັ່ງໃດຮູບນິ ຄືໄຄກ່ອນເກົ່າຂ້ອຍວ່າ.. ສົ່ງໄປໃຫ້ເພີ່ນຢູ່ hi5 ເປັນຂອງຂວັນປີໄໝ່ ເພື່ອນໆຮູ້ບໍ່ ຂ້ອຍສົ່ງໃຫ້ລະລາວລຶບຖິ້ມຊ້ຳ ຕອນນັ້ນຂ້ອຍກະຄຽດແທ້ຄຽດວ່າ ລາວບໍ່ຮູ້ດອກວ່າຊົ່ວຂ້ອຍຊິເຮັດໄດ້ສ່ຳນັ້ນເປັນອາທິດພຸ້ນນະ ຄຽດໃຫ້ລາວ ລາວກະເສີຍມັ່ງ ໂອ່ ເວນກຳ

ວັນທີ 5 ເດືອນ 1 ຂ້ອຍອົດບໍ່ໄດ້ກະສົ່ງຂໍ້ຄວາມຫາລາວວ່າ (ກັອບປີມາຈາກ hi5)

  Jan 5, 2008 7:00 PM no kidding der!!! c tham un1!!! la top khoi tam khuam jing!!! honey me fan la wa?? kham top khong honey khoi c thue va pen khuam jing!!! t pharn ma honey ka yung bor dai tua yung... khit va honey khue c hai kham top t thea jing!!!! top u message der thx ja honey!! khoi bor yak hai phai khao jai phit jao na.... honey tong happy yang diew... ok? honey huk phai ka yak hai kha jao huk honey!! honey pen khon d! yak hai honey jer tae sing dd!! t pharn ma khoi vao y phit pai ka khor thod na!! t vao pai ka yak hai honey smile na! bor tong khit yung lai!....

ລະລາວກະຕອບແນວນີ້ແຫລະ

  Jan 5, 2008 8:58 PM mi leo ja!! bor hu c vao yung ek.....^^ thanks 4 everthings na!

 

 

 

ເປັນຕາ ເຄ ໄອ ຊີ ເຄ ບໍ່! ຂ້ອຍພັດເປັນຄົນຊູຊີ ບໍ່ໄດ້ວ່າຊີຍອມເດີ ຂ້ອຍກະເຮັດດີກັລາວມາຕະຫລອດ ແຕ່ກະບໍ່ມີວີ່ແວວວ່າລາວຊີມາສົນໃຈໃຍດີອີ່ຫຍັງ ຂ້ອຍກະເລີຍບອກລາວວ່າ ຂ້ອຍຊີໃຫ້ເວລາເຈົ້າຄິດ 150 ມື້ ເບິ່ງແມ້ຂ້ອຍໃຫ້ເວລາຫລາຍປານນັ້ນພຸ້ນນະ ລາວກະວ່າເສຍເວລາຊື່ໆນ່າ ອິມໂພຊີບໂບ່ ຊີ້ແຫລະ ເວົ້າລະກ່າຫົວ ຄິຄິ ຂ້ອຍກະບໍ່ມີແນວເຮັດລະ ເລີ່ມທໍ້ລະໃດ 2 ເດືອນລະເດ່ ມື້ນັ້ນຂ້ອຍບອກລາວອອນເອັມ ຕອນເຊົ້າກ່ອນຊິໄປໂຮງຮຽນ ລາວກະໂອເຄ ຂ້ອຍກະຖ້າແທ້ຖ້າວ່າ ລາວກະບໍ່ອອນ ສຸດທ້າຍລາວມາບອກວ່າຄາເຮັດວຽກບ້ານ ເບິ່ງແມ້ເວລາມີບັກຫລາຍໆມື້ບໍ່ເຮັດ ມາເຮັດມື້ຂ້ອຍບອກໃຫ້ອອນເອັມ ຂ້ອຍກະຄຽດແຮງ ເມື່ອຍລະ ເຮັດດີທີ່ສຸດລະ ພໍແລ້ວກັບຜູ້ຍິງຄົນນີ້ ກະເລີຍສົ່ງຂໍ້ຄວາມນີ້ໄປໃຫ້ລາວ

 

 

Feb 9, 2008 12:39 AM jao kheiy tha y bor pk.. jao hu bor va karn lor khoy ni mun thor la marn dai.. khoi tha hai jao hup huk khoi hun khoi ka thor la marn ja taiy u leo.. pen y jao ja tong hai khoi tha jao on m ek.. pen y jao jung bor on? h hw wa? pen y kheu bor h way la eun? ma h y ton ni? leu va lin hi5? lin ton lerk hh ka dai tua.. pen y ja tong ma lin ton ni? pen y jao kheu bor mi wayla hai khoi nae? khoi ka lin hi5! khoi ka lin m! khoi ka hien! khoi ka h viek! khoi ka mi hw! khoi ka h took yang took meu! tae pen y khoi y mi wayla hai jao ta lord! jao tang h sai khoi na.. khoi heng vao jao heng h.. jao happy wa t hen khoi sad.. tham jao ka va bor khun bor la pen y jao ja tong h.. jao ka hu va khoi huk jao sum dai.. phai ka bok khoi va wayla huk phai ya sa deng ork laiy, ya bok huk ka jao ta lord, tha h neo nun ka jao c hen hao pen khong taiy!! khuam jing ka man thea.. tae khoi y h u.. pen y khoi jung h.. ka yon va ni kheu to ton t thea jing khong khoi.. tha khoi huk phai khoi ka yak hai ka jao huk nai sing t khoi pen!! bor man mi tae jao dai t h sai khoi beb ni.. phu ying t khoi huk h kup khoi beb ni took khon.. pen y wa karn t hao ja jing jai phai juk khon ni mun phit wa? khoi phit laiy thea wa t huk jao ni.. khuam jing leo khoi mi khuam od thon soung dai tae mun ka mi kheed jum kud.. jao bor tong pen huang dok hod lek 0 mue dai khoi pai mue nun.. la ja bor mi kham vao dai2 ma pien khoi dai ek.. khoi vao kham dai kham nun.. I love u honey

 

ວ່າຊິເຊົາຄັກໆລະ ລາວພັດສົ່ງຕອບແບບນີ້

Feb 9, 2008 8:55 AM heu.....khoi khor tod na!! khoi bor hu wa jao ja tha thung ka nard nun.....khoi yark lom kup jao dai....tea khoi h hw tea2...khoi leum na!! teun sao ma khoy ma hen!! khoi fao h lei bor dai lom num jao...khor tod der~~ja bor h ek leo naaaaaa....t jing vela khoi on la bor hen jao na!! khoi ka khit hod jao dai....la khoi ka on bor don dok!!! vela jao sad...khoi ja happy dai jung dai...pen y jung kid wa khoi pen neo nun ....ha?? khoi khit hod jao dai.....tea ki khoi bor muk on ton sao lei...khoi teun ssuaiiiiii...tea yon jao hun lea!!! yon khoi yark lom kup jao!!1 khoi on na!! T_T
la t khoi bor hup huk jao...mun bor dai mai kuam wa khoi bor huk jao....bor khit hod jao dai....tea hai vela khoi nea!! khoi pen pu ying dai...ja hai hup park lei sa boc!!! khao jai khoi nea joe!!...khoi muk t jao pen keu gao...bor man diew ni....diew ni jao h neo dai bu!~! bard ni ja bor hai jao tha ek leo na!! bor h keu kao leo...mi y khoi ja bok jao!! i believe u!! 2mr ja on tea sao der about 8am ...ok.....miz u na!!!! c ya 2mr

ເຫັນລາວເວົ້າແນວນີ້ກະດີໃຈບໍ່ຮູ້ຈັກຊິວ່າ ອິອິ ສ່ຳນີ້ກະຮູ້ແລ້ວວ່າລາວຮັບຮັກແລ້ວ ແຕ່ລາວບໍ່ຍອມຕົກລົງ ຫລີ້ນໂຕໜ້ອຍໜຶ່ງວ່າຊັ້ນຊະ ຕາມຟອມຜູ້ຍິງ. ຈົນຮອດວັນວາເລນທາຍ ຂ້ອຍໂທຫາລາວ ຊູຊີລາວຢູ່ຫັ້ນແຫລະ ຈົນຮອດສອງໂມງ ລາວບອກວ່າຊິນອນຂ້ອຍກະວ່າບໍ່ໃຫ້ນອນ ຄັນຊີນອນລະຮັບຂ້ອຍເປັນແຟນກ່ອນ ຄືຊິແມ່ນລາວຢາກນອນແຮງລະ ສຸດທ້າຍລາວກະຍອມ ຮ່າ ໆໆໆ ສະຫລຸບແລ້ວຄົນໃຈດີໃຊ້ເວລາຈີບແມ່ເດັກນ້ອຍ 76 ມື້

^0^ ແຮັບປີ່ເອັນດິ່ງ ^0^

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 6, 2008 | ມີ 7 ຄຳເຫັນ ແລະ 0 trackback(s)
ພໍ່ເຖົ້າເປັນຄົນທີອາໄສຢູ່ຊົນນະບົດ ບໍ່ມີນ້ຳປະປາ ບໍ່ມີໄຟຟ້າໃຊ້ ເວລາກາງຄືນກໍ່ໄດ້ໄຕ້ກະຕຽງເອົາ ມື້ໜຶ່ງພໍ່ເຖົ້າຄິດຮອດລູກສາວກັບລູກເຂີຍແຮງ ຈື່ງມາຢາມລູກສາວກັບລູກເຂີຍທີ່ວຽງຈັນເປັນເທື່ອທຳອິດ

ພໍມາຮອດມັນກໍ່ຄ່ຳແລ້ວ ພໍ່ເຖົ້າກໍ່ອາບນ້ຳ ກິນເຂົ້າ ລົມກັນໜ້ອຍໜື່ງ ກໍ່ພາກັນເຂົ້ານອນ ກ່ອນນອນພໍ່ເຖົ້າບໍ່ຮູ້ຈັກວ່າຊິມອດດອກໄຟຈັ່ງໃດ ເພິ່ນກະໄປເປົ່າດອກໄຟ ຄິດວ່າມັນກະຊິຄືກັບກະຕຽງ ເປົ່າຈັ່ງໃດມັນກະບໍ່ມອດຈັກເທື່ອ ແຕ່ພໍ່ເຖົ້າກະເປົ່າຢູ່ຫັ້ນແຫລະ ພໍ່ເຖົ້າຄິດໃນໃຈວ່າ ບໍ່ມີຫຍັງທີ່ກູເຮັດບໍ່ໄດ້ ລະກະເປົ່າຕໍ່ໄປ...

 ຈົນລູກເຂີຍໄດ້ຍິນສຽງເປົ່າໄຟຈິ່ງລຸກມາເບິ່ງກໍ່ເຫັນພໍ່ເຖົ້າເປົ່າດອກໄຟຢູ່ ລູກເຂີຍກໍ່ລັກຫົວ ອິກ ອິກ ຢູ່ໃນໃຈ ຄັນຊີໄປບອກກະຢ້ານພໍ່ເຖົ້າອາຍ ລູກເຂີຍຈິ່ງຈອບໆໄປມອດສະວິກໄຟລົງລະໄຟກະມອດ ເມື່ອໄຟມອດແລ້ວພໍ່ເຖົ້າກໍ່ໄດ້ເວົ້າຂຶ້ນວ່າ

ນ່ານ! ມັນຊິເໜືອຄວາມພະຍາຍາມກູໄປໃສ ຮ່າ ຮ່າ ໆໆໆ

ອ້າວໆໆໆໆ ຕະຫລົກບໍ່ຕະຫລົກກະຫົວໃຫ້ແດ່ ຮີ້ວວວວວວວວວວວ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 4, 2008 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ປຸພເພວະ ສັນນິວາ ເສນະ

ປັຈຈະບັນນະ ຫິເຕນະ ວາ

ເອວັນຕັງ ຊະຍະເຕ ເປມັງ

ອຸປະລັງ ວະ ຍະໂສ ທະເກ

  1. ໄຕ້ທຽນ 2 ເຫລັ້ມ, ທູບ 3 ດອກ ໃນມື້ຂຶ້ນ 15 ຄ່ຳ
  2. ເອົານ້ຳທີ່ສະອາດມາຕັ້ງໄວ້ 1 ໂອ
  3. ທ່ອງຄາຖານີ້ເທົ່າກັບອາຍຸ (ຕົວຢ່າງ ຖ້າເຈົ້າອາຍຸ 17 ປິ ກໍ່ໃຫ້ທ່ອງ 17 ເທື່ອ)
  4. ນຳເອົານ້ຳນັ້ນມາລ້າງໜ້າ ແລ້ວເຂົ້ານອນ

               ແລ້ວເຈົ້າຊິນອນຝັນເຫັນຄົນທີ່ຈະມາເປັນຄູ່ຄອງ

ຄຳເຕືອນ: ຄາຖາທຸກປະເພດຖືເປັນສິ່ງສັກສິດ ບໍ່ເຊື່ອຢ່າລົບຫລູ່

ຂຽນເມື່ອ ຂຽນເມື່ອ: ກ.ລ.. 31, 2008 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ພຸດທັງ ລັດຕະນັງ

ທຳມັງ ລັດຕະນັງ

ສັງຄັງ ລັດຕະນັງ

ນະຜູກ ໂມມັດ

ພຸດລັດ ທາລຶງ

ຍະກຶງຄະເລ

ໂອມສະວາຫະ

ໃຊ້ພາວະນາກ່ອນນອນ ຊິເຮັດໃຫ້ຄົນຮັກຄິດຮອດ alt

ຄຳເຕືອນ: ຄາຖາທຸກປະເພດຖືເປັນສິ່ງສັກສິດ ບໍ່ເຊື່ອຢ່າລົບຫລູ່

ຂຽນເມື່ອ ຂຽນເມື່ອ: ກ.ລ.. 30, 2008 | ມີ 28 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ໂອມ ນະ ປະ ໄລ ສັນນະຂຸເພຕິ

ພຸດທັງ ສະລະຕິ ຈິດຕັງ ສະມາຄະມາ

ທຳມັງ ສະລະຕິ ຈິດຕັງ ສະມາຄະມາ

ສັງຄັງ ສະລະຕິ ຈິດຕັງ ສະມາຄະມາ

ໃຊ້ພາວະນາກັບດອກໄມ້ ກ່ອນທີ່ຈະສົ່ງໃຫ້ຄົນຮັກ

ເມື່ອເຂົາສູດດົມດອກໄມ້ ເຂົາກໍ່ຈະຮັກເຮົາຕອບ

ຄຳເຕືອນ: ຄາຖາທຸກປະເພດຖືເປັນສິ່ງສັກສິດ ບໍ່ເຊື່ອຢ່າລົບຫລູ່

ຂຽນເມື່ອ ຂຽນເມື່ອ: ກ.ລ.. 16, 2008 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ເລື່ອງດີໆທີ່ຄົນໃຈດີນຳມາຝາກ ທຸກໆຄົນອາດເຄີຍໄດ້ຍິນຄຳວ່າສິນຫ້າ ແຕ່ອາດຈະບໍ່ຮູ້ວ່າມີຫຍັງແດ່ ຄົນໃຈດີໄປອ່ານເຈິເລີຍເອົາມາຝາກ

1. ຫ້າມຂ້າສັດ alt

2. ຫ້າມລັກຊັບ alt

3. ຫ້າມມີຊູ້ alt

4. ຫ້າມຂີ້ຕົວະ alt

5. ຫ້າມກິນເຫລົ້າ alt

ໃຜປະຕິບັດໄດ້ຈັກຂໍ້ ສຳລັບຄົນໃຈດີເອງມີຂໍຫນຶ່ງໃນນັ້ນທີ່ພະຍາຍາມແລ້ວພະຍາຍາມອີກ ແຕ່ບໍ່ເຄີຍເຮັດໄດ້ເລີຍ ມີໃຜຮູ້ບໍ່ວ່າຂໍ້ໃດ... ອິອິ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 13, 2008 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ
To: pakhao my cute phouddern alt
v
v
v
I want you opening your eyes and look at me carefully again. The truth and the dream are usually different. The love that you need, the boy is in your dream, is it me? Are you happy when you are walking with me. Do you feel warm when you touch my hands? I am ready to listen and do what you want. I am not perfect. I am just a simple boy on this world. I am not a god that can give you every thing. But I have two hands can protect you from dangers with my true love and I will never let you feel lonely. How do you feel when you know? Will you still go with me? If you are ready we are going together.
ຂຽນເມື່ອ ຂຽນເມື່ອ: ກ.ລ.. 13, 2008 | ມີ 24 ຄຳເຫັນ ແລະ 0 trackback(s)

 

  alt

ເລື່ອງນີ້ຂ້ອຍຂຽນຂຶ້ນຕອນຮຽນຢູ່ Woodson Adult High School in USA ເນື່ອງຈາກວ່າເລື່ອງລາວຂອງຂ້ອຍ ອາດຈະຊ່ວຍໃຫ້ຄົນອື່ນມີກຳລັງໃຈເວລາມີບັນຫາເຂົ້າມາໃນຊີວິດ ອາຈານຈີ່ງໄດ້ຂໍເລື່ອງນີ້ໄປຂຽນເປັນປຶ້ມ ເພື່ອໃຫ້ນັກສຶກສາລຸ່ນຕໍ່ໆໄປໄດ້ອ່ານ

 

My name is Khamprasert Vongxay. I was born in Vientiane, Laos. My terrible life started after I finished high school. Here, I will tell you when I finished high school until I finished university. Especially, when I was in the final year of university. 
          I have thought about becoming a dentist ever since I was a child. So, after I finished high school on June 23, 2000, I went to National University of Laos, Faculty of Medical Sciences and I was in the Department of Dentistry in my third year. During this time is when this problem came into my life. I usually had problems with my studying, my love and my family. Sometimes they came all at the same time.
          Each time when I had an exam, I studied extremely hard. I usually went to bed after midnight. I was exhausted. Some days I slept only 1 or 2 hours. When I practiced at the hospital, I didn't sleep all night.

I also had problems with love. I fell in love easily. I was broken hearted many times throughout the year. It was like my hobby. Nobody loved truly me. Many girls said I was the best. But why didn't they love me? I thought girls love bad guys. My family also didn't understand me. My dad died when I was thirteen. My mom went to America in 1999. I lived in the dormitory with my friends. My mom never understood me. When she called me, she usually asked me "Do you have enough money”? I usually said "Yes, don't worry," but I didn't. I had three sisters in Laos. When I needed money, I had to tell my sisters. They rarely gave me anything. 
          I was in National University of Laos for six years. I needed money from my mom three times, but she never gave me any. She always said "If you need money, you should tell your sisters, because they keep my money." It was true. I used my mom's money. But I got it from my sisters. My mom was right. But she didn't know my sisters abhorred me. They never listened to my reasons. It was impossible if I told. So, I didn't. My mom believed in my sisters more than she believed in me. If I told her, she also didn't believe me. So, when I had problems, I usually solved them by myself. Sometimes it was wrong. Other times it was right. Many times I went to the temple to pray. I talked with Buddha. Then, I felt better. Six years of university I made two mistakes that I couldn't solve by myself because it used a lot of money. Everyone in my family said I was very bad. I knew. I was wrong. I confessed. I didn't intend. They were accidents. But nobody listened to me.
           August 25, 2006, it was a special day for me and more than two thousand students because it was the day that I got a diploma. I got a Bachelor's Degree of Dentistry. It should have been the happiest time of my life. But it was the saddest day for me. There were thousands of people around me, but I didn't see any people from my family or cousins without my friends. I bought some flowers for myself. I was waiting for my sisters for four hours. But nobody came. Nobody called me and nobody said, “Congratulations.” If you were me you would know how I was. I went to my dormitory at noon. I was in my bed. I felt lonely. It was like there was only me in the world. I thought a lot. I cried. My friends were celebrating. But I was in tears. 
           My life was terrible all the time. I hope you are not like me. Although, there were many bad things in my life, they made me stronger. I never hated my family. I hope there might be a day they will understand me. I hope my life will be better. Now I still don't dare to talk with my family when I have problems. 
           I think I am like a candle, people need only when it is dark. My family is like the time when someone doesn't know how to use. My love is like a pearl in the ocean.

                                 Thanks for reading

 

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 13, 2008 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ
 

A true friend is someone who:

Accepts you as you are
B
elieves in "you"
C
alls you just to say "HI"
D
oesn't give up on you
E
nvisions the whole of you (even the unfinished parts)
F
orgives your mistakes
G
ives unconditionally
H
elps you
I
nvites you over
J
ust "be" with you
K
eeps you close at heart
L
oves you for who you are
M
akes a difference in your life
N
ever Judges
O
ffer support
P
icks you up
Q
uiets your fears
R
aises your spirits
S
ays nice things about you
T
ells you the truth when you need it
U
nderstands you
V
alues you
W
alks beside you
X
-plains thing you don't understand
Y
ells when you won't listen and
Zaps you back to reality

What does FRIEND mean?

 

Few

Relations

In

Earth

Never

Die

ຂຽນເມື່ອ ຂຽນເມື່ອ: ກ.ລ.. 13, 2008 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

A Just Friend says..hi,..hello,..bye,...and walks away...
A Best friend always stop by your side & asks how r u doing ??
A Just Friend has never seen you cry.
A Best friend has shoulders soggy from your tears.
A Just Friend thinks the friendship is over, when you have an argument.
A Best friend knows that it's not a friendship, until after you've had a fight.
A Just Friend hates it when you call, after he has gone to bed.
A Best friend asks you.... why you took so long to call.
A Just Friend, when visiting, acts like a guest.
A Best friend opens your refrigerator and helps himself.
A Just Friend jealous about your romantic history.
A Best friend wonders of your love story.....
A Just Friend expects you to be always there for any help.
A Best friend is always there, wherever you require any help
A Just Friend doesn't have time in his/her busy schedule,
A Best friend always have time for you in his/her busy schedules....
A Just Friend phones you whenever he/she has some work,
A Best friend calls you often just to hear your voice.....