ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 10, 2010 | ມີ 23 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ກຸ່ມຄົນໃຈດີແຟນຄລັບ ຫລື ຊື່ເດີມແມ່ນກຸ່ມຄົນນິໄສດີ. ໄດ້ຮັບນ້ອງໃໝ່ເຂົ້າກຸ່ມຈຳນວນ 16 ຄົນ

ກ່ອນອື່ນໝົດກໍ່ຕ້ອງຂໍກ່າວຄຳວ່າ ສຸກສັນວັນເກີດ ກຸ່ມຄົນໃຈດີແຟນຄລັບ ຄົບຮອບ 1 ປີ ແລະ ຍັງເປັນວັນຄ້າຍວັນເກີດຂອງຄົນໃຈດີນຳ. ມື້ນີ້ເປັນມື້ສັນວັນດີ ຄົນໃຈດີ ຮັບນ້ອງໃໝ່ລຸ່ນທີ 3 ເຂົ້າກຸ່ມອີກ ຈຳນວນ 16 ຄົນ. ບວກໃສ່ສະມາຊິກເກົ່າລຸ່ນທີ 1 ຈຳນວນ 16 ຄົນ ແລະ ລຸ່ນທີ 2 ຈຳນວນ 16 ຄົນ ລວມເປັນ 48 ຄົນ. ຍິງ 40 ຄົນ, ຊາຍ 8 ຄົນ. ຄົນໃຈດີເລີຍຖືໂອກາດນີ້ຈັດງານພົບປະກຸ່ມຂື້ນ ແບບ 4 in 1. ໃນນັ້ນລວມມີ

໑. ເປັນງານພົບປະກຸ່ມ

໒. ເປັນງານຮັບນ້ອງໃໝ່

໓. ສະຫລອງວັນຄ້າຍວັນເກີດກຸ່ມ

໔. ສະຫລອງວັນຄ້າຍວັນເກີດຂອງຄົນໃຈດີ

ງານດັ່ງກ່າວແມ່ນຈັດຂື້ນໃນວັນອາທິດທີ 8 ສິງຫາ 2010 ທີ່ສວນອາຫານ ໜອງເຊືອມ. ແລ້ວຄົນໃຈດີຈະເກັບພາບບັນຍາກາດມາໃຫ້ເບິ່ງໃນໄວໆນີ້.

ກຸ່ມຄົນໃຈດີແຟນຄລັບສ້າງຂື້ນເມື່ອວັນທີ 8 ສິງຫາ 2009. ໂດຍທີ່ຜ່ານມາມີສະມາຊິກກຸ່ມພຽງ 32 ຄົນ. ເວລາຜ່ານໄປ 1 ປີ. ມີຄົນເຂົ້າໄປຂຽນຄຳເຫັນແລ້ວທັງໝົດ 7623 ຄຳເຫັນ. ສະເລ່ຍແລ້ວແມ່ນມີຄົນເຂົ້າໄປຂຽນຄຳເຫັນປະມານ 20 ຄຳເຫັນຕໍ່ມື້. ເຊິ່ງຫລາຍຂື້ນຈາກສະຖິຕິໃສເມື່ອກ່ອນ (ອ່ານຂ່າວເກົ່າ)

ຝອຍມາຍາວລະ ບາດນີ້ເຮົາມາເບິ່ງວ່າ ໜ້າຕາຂອງສະມາຊິກທັງໝົດເປັນຈັ່ງໃດ ເລີ່ມຈາກ

ລຸ່ນບຸກເບີກ

ລຸ່ນທີສອງ

ນ້ອງໃໝ່ ລຸ່ນທີສາມ

ຍັງອີກຄົນໜຶ່ງທີ່ບໍ່ໄດ້ມາລາຍງານໂຕເທື່ອ ນັ້ນກະຄືນ້ອງນ້ອຍ.. ຂໍຂອບໃຈທຸກຄົນທີ່ໃຫ້ຄວາມສົນໃຈ ແລະ ຮ່ວມກັນເຮັດກິດຈະກຳນຳຄົນໃຈດີຕະຫລອດມາ ແລະ ຫວັງວ່າທຸກຄົນ ຈະເຂົ້າໄປຂຽນຄຳເຫັນທຸກຄັ້ງທີ່ເຂົ້າມາຫລີ້ນພັນລາວ ຕາມລະບຽບຂອງກຸ່ມທີ່ໄດ້ວາງໄວ ແບບນີ້ຕະຫລອດໄປ.


 

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 4, 2010 | ມີ 18 ຄຳເຫັນ ແລະ 0 trackback(s)

ເກືອບສາມເດືອນແລ້ວທີ່ບໍ່ໄດ້ຂຽນໄດອາຣີ ຖືວ່າຫາຍໜ້າຫາຍຕາໄປດົນເຕີບ.. ອິອິ.. ແຕ່ຄົນໃຈດີເຂົ້າມາເວັບທຸກມື້ ມີແຕ່ຕອບຄຳເຫັນໃນກຸ່ມລະກະໃນໂປຣໄຟລ ແຕ່ບໍ່ໄດ້ໄປທ່ອງເວັບ.. . ເອົາລະບໍ່ເວົ້າຫຍັງຫລາຍ ຄົນໃຈດີຈະຕັ້ງກຸ່ມໃໝ່ຂື້ນມາ ແຕ່ຍັງບໍ່ຮູ້ວ່າຈະໃສ່ຊື່ກຸ່ມຈັ່ງໃດ.. ແຕ່ຈຸດປະສົງໃນການຕັ້ງກຸ່ມນີ້ກໍ່ເພື່ອຢາກຈະຊ່ວຍເຫລືອຄົນລາວດ້ວຍກັນ.. ຄົນໃຈດີໄດ້ລົມກັບໝູ່ທີ່ຮູ້ຈັກໃນອິນເຕີເນັດ ໃນອາເມຣິກາ ແລະ ລາວ ທັງໃນເວັບເຮົາ ແລະ ບາງຄົນກໍ່ບໍ່ໄດ້ຫລິ້ນເວັບເຮົາ(ເຂົາຈະເຂົ້າມາຫລິ້ນນຳຫລັງ) ແລ້ວຫລາຍກວ່າຊາວຄົນ ທຸກຄົນກໍ່ເວົ້າເປັນສຽງດຽວກັນວ່າ ຈະເຂົ້າຮ່ວມກຸ່ມ.. ສະມາຊິກກຸ່ມໝົດທຸກຄົນຕ້ອງປະຕິບັດກົດລະບຽບຢ່າງເຄັ່ງຄັດ ແລະ ມີຈິດໃຈຢາກຊ່ວຍຢ່າງແທ້ຈິງ.. ບໍ່ບັງຄັບໃຜໃຫ້ເຂົ້າກຸ່ມ ແລະ ບໍ່ໃຫ້ເຂົ້າກຸ່ມເພື່ອຈຸດປະສົງອື່ນ ຂໍຄວາມສະໝັກໃຈ.. ສຳລັບກົດລະບຽບແບບສົມບູນນັ້ນຈະຂຽນໄວ້ໃນກຸ່ມ.. ແຕ່ກົດແບບຫລັກໆແມ່ນ
໑. ຈະເກັບເງິນຈາກສະມາຊິກກຸ່ມທຸກຄົນ ເດືອນໜຶ່ງ ຫ້າພັນກີບ ຫລື ຫົກສິບພັນກີບຕໍ່ປີ (ໃຜຢາກໃຫ້ຫລາຍກວ່ານີ້ກະໄດ້)
໒. ໃຫ້ສົ່ງເບີໂທລະສັບມືຖືໃຫ້ຄົນໃຈດີ(ມືຖືເທົ່ານັ້ນ)
໓. ໃຫ້ບອກປະຫວັດໂຕເອງ( ຊື່ແລະນາມສະກຸນ, ວັນເດືອນປີເກີດ, ອາຊີບ, ທີ່ຢູ່ປະຈຸບັນ ບ້ານ ເມືອງ ແຂວງ)
ກົດລະບຽບບໍ່ມີພຽງເທົ່ານີ້ ແຕ່ນີ້ຄືສິ່ງທີ່ທຸກຄົນໃນກຸ່ມຕ້ອງໄດ້ເຮັດ
ເຫດຜົນ: ຄົນໃຈດີຈະເປີດບັນຊີເງິນຝາກເພື່ອກຸ່ມເຮົາໂດຍສະເພາະ ແລະ ເງິນທຸກກີບທີ່ເຂົ້າບັນຊີຈະບອກໃຫ້ທຸກຄົນຮູ້ທຸກໆເດືອນ.. ທີ່ບອກວ່າໃຫ້ສົ່ງເບີມືຖືໃຫ້ນັ້ນກໍ່ເພື່ອຄົນທີ່ບໍ່ມີເວລາເຂົ້າມາຫລີ້ນເນັດ ນັ້ນກະຄື: ຖ້າມີການອັບເດດໃນກຸ່ມ ຄົນໃຈດີຈະໂທບອກຫລືສົ່ງຂໍ້ຄວາມບອກ ເພາະນີ້ເປັນທາງຕິດຕໍ່ທີ່ງ່າຍທີ່ສຸດ.. ສຳລັບເບີທຸກເບີຈະປິດເປັນຄວາມລັບ ບໍ່ມີໃຜຮູ້ແນ່ນອນ.. ເຫດຜົນທີ່ໃຫ້ບອກປະຫວັດໂຕເອງນັ້ນກະຄື: ໃນແຕ່ລະປີຄົນໃຈດີຈະເຮັດປື້ມ year book ໃນປື້ມນັ້ນ ຈະຕ້ອງມີຮູບ ແລະ ປະຫວັດທີ່ໄດ້ເວົ້າມາໃນຂໍ້ສາມ.. ແລະ ຖ້າເຮົາໄປຊ່ວຍເຫລືອຢູ່ສະຖານທີ່ໃດ ເຮົາຈະມອບປື້ມຫົວນີ້ໃຫ້ຂະເຈົ້າ ເພື່ອຢາກໃຫ້ເຂົາຮູ້ວ່າໃນກຸ່ມເຮົາມີໃຜແດ່.. ໃນແຕ່ລະເດືອນ ຄົນໃຈດີຈະຂຽນແບບລະອຽດວ່າ ເດືອນນີ້ໄດ້ເງິນທັງໝົດເທົ່າໃດ ມີໃຜໃຫ້ແດ່ ໃຫ້ເທົ່າໃດແລ້ວ.. ຄົນໃຈດີມາຄິດໆເບິ່ງແລ້ວ ສົມມຸດສະມາຊິກກຸ່ມເຮົາມີສິບຄົນເຮົາກໍ່ໄດ້ເດືອນໜື່ງຫ້າສິບພັນ ຖ້າສະມາຊິກເຮົາມີໜຶ່ງຮ້ອຍຄົນ ເຮົາກໍ່ໄດ້ເດືອນໜຶ່ງຫ້າແສນ ຫລື ຫົກລ້ານໃນໜຶ່ງປີ.. ເງິນຫົກລ້ານສາມາດເຮັດໄດ້ຫລາຍໆຢ່າງ..
ຄົນໃຈດີຢາກເຮັດ ແຕ່ດ້ວຍຄວາມສາມາດໂຕເອງພຽງຄົນດຽວແມ່ນຍັງເຮັດບໍ່ໄດ້ ດັ່ງນັ້ນຈຶ່ງຢາກໃຫ້ຫລາຍໆຄົນຊ່ວຍກັນ
ເລື່ອງການສົ່ງເງິນ
໑. ສະມາຊິກທີ່ຢູ່ອາເມຣິກາ ໃຫ້ຂຽນເຊັກສົ່ງໃຫ້ນ້ອງສາວຄົນໃຈດີ ເພາະນ້ອງສາວຄົນໃຈດີຈະສົ່ງເງິນໃຫ້ແມ່ຕະຫລອດ ທຸກໆສາມເດືອນ ຫົກເດືອນ ຫລື ທຸກຄັ້ງທີ່ມີພີ່ນ້ອງເມືອລາວ.. ນີ້ເປັນທາງທີ່ດີທີ່ສຸດ ເພາະວ່າຖ້າຈະໂອນເຂົ້າບັນຊີ ຫລື ສົ່ງໃຫ້ຄົນໃຈດີໂດຍກົງ ມັນຈະແພງ
໒. ສະມາຊິກທີ່ຢູ່ປະເທດອື່ນນອກຈາກອາເມຣິກາ ອັນນີ້ກໍ່ມີສອງວິທີກະຄືໂອນເຂົ້າບັນຊີ ຫລື ຈະຝາກໃຜໄປໃຫ້ຄົນໃຈດີທີ່ນະຄອນຫລວງວຽງຈັນກໍ່ໄດ້ (ສາມາດຈ່າຍໄດ້ຫົກສິບພັນໝົດປີເລີຍ)
໓. ຖ້າໃຜເຂົ້າກຸ່ມແລ້ວ ບໍ່ປະຕິດບັດກົດລະບຽບໃນກຸ່ມ ຈະຖືກຕັດອອກກຸ່ມແບບອັດຕະໂນມັດ ພາຍໃນສາມເດືອນ
໔. ເງິນທີ່ໃຜໃຫ້ໄປແລ້ວ ບໍ່ມີສິດຖອນຄືນ
ໝາຍເຫດ: ປື້ມ year book ຈະມີໜ້າແຕ່ສະເພາະສະມາຊິກທີ່ຈ່າຍເງິນຢ່າງໜ້ອຍຫົກສິບພັນກີບຕໍ່ປີເທົ່ານັ້ນ
      ນີ້ຄືສິ່ງທີ່ຈະເກີດຂື້ນ ຖ້າໃຜສົນໃຈກໍ່ຕິດຕໍ່ຄົນໃຈດີໄດ້ໂດຍສົ່ງເບີມືຖືທີ່ຕິດຕໍ່ໄດ້ມາໃຫ້ຄົນໃຈດີ ແລ້ວຈະຕິດຕໍ່ກັບ.. ແລ້ວຖ້າເບິ່ງວ່າ ຄົນໃຈດີຈະນຳພາກຸ່ມນີ້ໄປຮອດຈຸດນັ້ນຫລືບໍ່
ຂໍຂອບໃຈທຸກຄົນ ທີ່ສະຫລະເວລາເຂົ້າມາອ່ານ ເພາະຄົນໃຈດີຂຽນຍາວໄປໜ້ອຍໜຶ່ງ.. ອິອິ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 25, 2010 | ມີ 35 ຄຳເຫັນ ແລະ 0 trackback(s)

ໃນທີ່ສຸດ ປະຕິທິນກຸ່ມຄົນນິໄສດີ ກໍ່ສຳເລັດແລ້ວ ສະມາຊິກຄົນໃດຢາກໄດ້ກໍ່ print ເອົາໂລດເດີ່.. ຂະໜາດທີ່ເໝາະສົມທີ່ສຸດແມ່ນ ຂະໜາດຂອງເຈ້ຍ A4.. ໄດ້ຂຽນໄດອາຣີ່ກ່ຽວກັບກຸ່ມຍາມໃດ ກໍ່ບໍ່ເຄີຍລືມທີ່ຈະໂປຣໂໝດກຸ່ມ.. ອິອິ.. ກຸ່ມຄົນນິໄສດີ ຈະຮັບສະມາຊິກເພີ່ມ ໃນກາງປີນີ້.. ລິ້ງເຂົ້າກຸ່ມແມ່ນ ຄລິກເຂົ້າທີ່ນີ້ ຖ້າໃຜສົນໃຈເຂົ້າຮ່ວມກຸ່ມນຳພວກເຮົາກໍ່ໃຫ້ເຂົ້າໄປອ່ານກົດລະບຽບໃຫ້ລະອຽດໄດ້ທີ່ນີ້ ຄລິກທີ່ນີ້

 

ເດືອນມັງກອນ



ເດືອນກຸມພາ



ເດືອນມີນາ



ເດືອນເມສາ



ເດືອນພຶດສະພາ



ເດືອນມິຖຸນາ



ເດືອນກໍລະກົດ



ເດືອນສິງຫາ



ເດືອນກັນຍາ



ເດືອນຕຸລາ



ເດືອນພະຈິກ



ເດືອນທັນວາ


ຫລືຈະໄປກັອບປີເອົາຮູບຢູ່ທີ່ນີ້ກໍ່ໄດ້ ຄລິກທີ່ນີ້

ຂຽນເມື່ອ ຂຽນເມື່ອ: ກ.ພ.. 17, 2010 | ມີ 21 ຄຳເຫັນ ແລະ 0 trackback(s)

ວ່າຈະບໍ່ເວົ້າແລ້ວ ແຕ່ກໍ່ຂໍເວົ້າໜ້ອຍໜຶ່ງ ຢ້ານຄົນຟັງບໍ່ຮູ້ເລື່ອງ.. ອິອິ.. ກຸ່ມຄົນໃຈດີກິກຄລັບເປັນກຸ່ມທີ່ຄົນໃຈດີຕັ້ງມາເພື່ອຫາກິກໂດຍສະເພາະ ຮ່າໆໆໆໆໆໆໆໆໆໆໆໆໆ ກຸ່ມນີ້ຮັບແຕ່ຜູ້ຍິງເດີ່ ລະກະປະກາດເຖິງສາວໆ ໃຜຢາກເປັນກິກຄົນໃຈດີກໍ່ເຂົ້າຮ່ວມກຸ່ມນີ້ໄດ້.. ແລ້ວກຸ່ມນີ້ມີຫຍັງພິເສດ???????? ຕ້ອງຕິດຕາມຕອນຕໍ່ໄປ.. ກຸ່ມນີ້ສ້າງເມື່ອວັນວາເລນທາຍ 14 ກຸມພາ 2010. ຮັບສະມາຊິກຈຳນວນຈຳກັດ.. ນີ້ຄືລີ້ງເຂົ້າກຸ່ມ punlao.com/group/1799/ ປະຈຸບັນມີສະມາຊິກ ຫົກຄົນ..ນັ້ນກະຄື...............

ນ້ອງເຈນ

 

ນ້ອງໂບ

 

ອົງຫຍິງ ປາຂາວ

 

ນ້ອງນ່ານ່າ

 

ນ້ອງນິກກີ້

 

ນ້ອງຕິດຕີ່