ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 13, 2008 | ມີ 60 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ແລະພາບທີ່ທ່ານຈະໄດ້ເຫັນຕໍ່ໄປນີ້ກະຄື ໜ້າຕາອັນຫລໍ່ໆ ງາມໆ ຫນ້າຮັກ ຫນ້າຮັກ ຂອງຄົນ ຮັກດຽວໃຈດຽວ

ພາບນີ້ແມ່ນສະມາຊີກທັງໝົດໃນວັນທີ 20.07.2008

alt

 

ມື້ນັ້ນມີສະມາຊີກພຽງແຕ່ 27 ຄົນ, ໃຊ້ເວລາບໍ່ຮອດ 3 ເດືອນ ສະມາຊີກກໍ່ເພີ່ມຂື້ນເປັນ 108 ຄົນ!!!​ ໂອ່...ພະຈ້າວຈອສ ມັນຍອດມາກ ອິອິ!! ແລະນີ້ກະຄືໜ້າຕາຂອງສະມາຊິກທັງໝົດ 108 ຄົນ ໃນວັນທີ 12.10.2008

 

alt

ຄົນໃຈດີມີຄວາມຕັ້ງໃຈສູງໃນການສ້າງກຸ່ມ ຮັກດຽວໃຈດຽວ ໄວໆນີ້ຈະມີການນັດເຈິກັນຄັ້ງຍີ່ງໃຫຍ່ ຫລື ເວົ້າງ່າຍໆກະຄື ງານກິນຟຣີ ຮ່າໆໆໆໆ ແຕ່ກ່ອນຈະຮອດມື້ນັ້ນ ຄົນໃຈດີຈະຈັດງານດື່ມຟຣີຂື້ນກ່ອນ ເປັນການອຸ່ນເຄື່ອງ ເພື່ອເອົາໃຈນັກດື່ມທັງຫລາຍ! ງານນີ້ເກີດຂື້ນແນ່ນອນ ສ່ວນວັນ ເວລາ ແລະ ສະຖານທີ່ຈະບອກໃຫ້ຮູ້ພາຍຫລັງ ເພາະຄົນໃຈດີຕ້ອງປືກສາກັບແມ່ເດັກນ້ອຍກ່ອນ ອິອິ! ນອກຈາກຈະໄດ້ກີນຟຣີ ດື່ມຟຣີແລ້ວ ຍັງມີຂອງແຈກຂອງແຖມອີກ ຮັບຮອງວ່າທຸກຄົນຕ້ອງລືມບໍ່ລົງ ໂອ່ຍໆໆໆໆໆ​ ບໍ່ມີຫຍັງທີ່ຈະເລີດດດດດດດທໍ່ນີ້ແລ້ວ 555 ໃຜຍັງບໍ່ມີໜ້າຢູ່ຮູບຫັ້ນກະເຂົ້າໄປເປັນສະມາຊີກໄດ້ ເຂົ້າຢູ່ໃສ? ເຂົ້າຢູ່ນີ້ເດີ່ຄລິກເລີຍ  ຍີນດີຕ້ອນຮັບທຸກຄົນ ທັງຄົນລາວແລະຄົນໄທ ຖ້າໃຜຢາກຈະໃຫ້ຄຳເຫັນຮູບທັງ 2 ຮູບຫັ້ນໄປໃຫ້ຄຳເຫັນໄດ້ .ຄລິກທີ່ນີ້. ຢາກຮູ້ລາຍລະອຽດເພີ່ມເຕີມ ຫລື ມີຄຳຖາມໃຫ້ໄປສົນທະນາກັນຢູ່ໜ້າກຸ່ມ ຮັກດຽວໃຈດຽວ ພຸ້ນເດີ່ ເພາະຄົນໃຈດີເຂົ້າໄປເບີ່ງທຸກມື້ ໃນໄວໆນີ້ຂ້ອຍຊີເອົາຮູບແຕ່ລະຄົນໄປເຮັດເປັນວີດີໂອ ໃສ່ເພງເຂົ້າໄປ ແລ້ວ ໂຫລດລົງ youtube ເພື່ອໃຫ້ທຸກຄົນສາມາດດາວໂຫລດໄວ້ເບິ່ງໄດ້ ຖ້າສະມາຊີກຄົນໃດບໍ່ຢາກໃຫ້ເອົາຮູບໂຕເອງລົງ ໃຫ້ບອກຂ້ອຍເດີ່ ແລະ ຂ້ອຍຈະເອົາແຕ່ຮູບແທ້ໆເທົ່ານັ້ນ ຂ້ອຍຈະບໍ່ເອົາຮູບກາຕູນ ຫລື ຮູບສັນຍາລັກ ຫລື ຮູບແທນໂຕ ຕ່າງໆ ວີດີໂອດັ່ງກ່າວຈະເປັນລັກສະນະດັ່ງນີ້ NNNN>>>ເບິ່ງຕົວຢ່າງທີ່ນີ້ເລີຍ<<<nnnn

ຮັກທຸກຄົນນະ ຈຸ໊ບໆໆໆໆໆໆໆໆໆໆໆ

Delicious Digg Fark Twitter