ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 4, 2010 | ມີ 18 ຄຳເຫັນ ແລະ 0 trackback(s)

ເກືອບສາມເດືອນແລ້ວທີ່ບໍ່ໄດ້ຂຽນໄດອາຣີ ຖືວ່າຫາຍໜ້າຫາຍຕາໄປດົນເຕີບ.. ອິອິ.. ແຕ່ຄົນໃຈດີເຂົ້າມາເວັບທຸກມື້ ມີແຕ່ຕອບຄຳເຫັນໃນກຸ່ມລະກະໃນໂປຣໄຟລ ແຕ່ບໍ່ໄດ້ໄປທ່ອງເວັບ.. . ເອົາລະບໍ່ເວົ້າຫຍັງຫລາຍ ຄົນໃຈດີຈະຕັ້ງກຸ່ມໃໝ່ຂື້ນມາ ແຕ່ຍັງບໍ່ຮູ້ວ່າຈະໃສ່ຊື່ກຸ່ມຈັ່ງໃດ.. ແຕ່ຈຸດປະສົງໃນການຕັ້ງກຸ່ມນີ້ກໍ່ເພື່ອຢາກຈະຊ່ວຍເຫລືອຄົນລາວດ້ວຍກັນ.. ຄົນໃຈດີໄດ້ລົມກັບໝູ່ທີ່ຮູ້ຈັກໃນອິນເຕີເນັດ ໃນອາເມຣິກາ ແລະ ລາວ ທັງໃນເວັບເຮົາ ແລະ ບາງຄົນກໍ່ບໍ່ໄດ້ຫລິ້ນເວັບເຮົາ(ເຂົາຈະເຂົ້າມາຫລິ້ນນຳຫລັງ) ແລ້ວຫລາຍກວ່າຊາວຄົນ ທຸກຄົນກໍ່ເວົ້າເປັນສຽງດຽວກັນວ່າ ຈະເຂົ້າຮ່ວມກຸ່ມ.. ສະມາຊິກກຸ່ມໝົດທຸກຄົນຕ້ອງປະຕິບັດກົດລະບຽບຢ່າງເຄັ່ງຄັດ ແລະ ມີຈິດໃຈຢາກຊ່ວຍຢ່າງແທ້ຈິງ.. ບໍ່ບັງຄັບໃຜໃຫ້ເຂົ້າກຸ່ມ ແລະ ບໍ່ໃຫ້ເຂົ້າກຸ່ມເພື່ອຈຸດປະສົງອື່ນ ຂໍຄວາມສະໝັກໃຈ.. ສຳລັບກົດລະບຽບແບບສົມບູນນັ້ນຈະຂຽນໄວ້ໃນກຸ່ມ.. ແຕ່ກົດແບບຫລັກໆແມ່ນ
໑. ຈະເກັບເງິນຈາກສະມາຊິກກຸ່ມທຸກຄົນ ເດືອນໜຶ່ງ ຫ້າພັນກີບ ຫລື ຫົກສິບພັນກີບຕໍ່ປີ (ໃຜຢາກໃຫ້ຫລາຍກວ່ານີ້ກະໄດ້)
໒. ໃຫ້ສົ່ງເບີໂທລະສັບມືຖືໃຫ້ຄົນໃຈດີ(ມືຖືເທົ່ານັ້ນ)
໓. ໃຫ້ບອກປະຫວັດໂຕເອງ( ຊື່ແລະນາມສະກຸນ, ວັນເດືອນປີເກີດ, ອາຊີບ, ທີ່ຢູ່ປະຈຸບັນ ບ້ານ ເມືອງ ແຂວງ)
ກົດລະບຽບບໍ່ມີພຽງເທົ່ານີ້ ແຕ່ນີ້ຄືສິ່ງທີ່ທຸກຄົນໃນກຸ່ມຕ້ອງໄດ້ເຮັດ
ເຫດຜົນ: ຄົນໃຈດີຈະເປີດບັນຊີເງິນຝາກເພື່ອກຸ່ມເຮົາໂດຍສະເພາະ ແລະ ເງິນທຸກກີບທີ່ເຂົ້າບັນຊີຈະບອກໃຫ້ທຸກຄົນຮູ້ທຸກໆເດືອນ.. ທີ່ບອກວ່າໃຫ້ສົ່ງເບີມືຖືໃຫ້ນັ້ນກໍ່ເພື່ອຄົນທີ່ບໍ່ມີເວລາເຂົ້າມາຫລີ້ນເນັດ ນັ້ນກະຄື: ຖ້າມີການອັບເດດໃນກຸ່ມ ຄົນໃຈດີຈະໂທບອກຫລືສົ່ງຂໍ້ຄວາມບອກ ເພາະນີ້ເປັນທາງຕິດຕໍ່ທີ່ງ່າຍທີ່ສຸດ.. ສຳລັບເບີທຸກເບີຈະປິດເປັນຄວາມລັບ ບໍ່ມີໃຜຮູ້ແນ່ນອນ.. ເຫດຜົນທີ່ໃຫ້ບອກປະຫວັດໂຕເອງນັ້ນກະຄື: ໃນແຕ່ລະປີຄົນໃຈດີຈະເຮັດປື້ມ year book ໃນປື້ມນັ້ນ ຈະຕ້ອງມີຮູບ ແລະ ປະຫວັດທີ່ໄດ້ເວົ້າມາໃນຂໍ້ສາມ.. ແລະ ຖ້າເຮົາໄປຊ່ວຍເຫລືອຢູ່ສະຖານທີ່ໃດ ເຮົາຈະມອບປື້ມຫົວນີ້ໃຫ້ຂະເຈົ້າ ເພື່ອຢາກໃຫ້ເຂົາຮູ້ວ່າໃນກຸ່ມເຮົາມີໃຜແດ່.. ໃນແຕ່ລະເດືອນ ຄົນໃຈດີຈະຂຽນແບບລະອຽດວ່າ ເດືອນນີ້ໄດ້ເງິນທັງໝົດເທົ່າໃດ ມີໃຜໃຫ້ແດ່ ໃຫ້ເທົ່າໃດແລ້ວ.. ຄົນໃຈດີມາຄິດໆເບິ່ງແລ້ວ ສົມມຸດສະມາຊິກກຸ່ມເຮົາມີສິບຄົນເຮົາກໍ່ໄດ້ເດືອນໜື່ງຫ້າສິບພັນ ຖ້າສະມາຊິກເຮົາມີໜຶ່ງຮ້ອຍຄົນ ເຮົາກໍ່ໄດ້ເດືອນໜຶ່ງຫ້າແສນ ຫລື ຫົກລ້ານໃນໜຶ່ງປີ.. ເງິນຫົກລ້ານສາມາດເຮັດໄດ້ຫລາຍໆຢ່າງ..
ຄົນໃຈດີຢາກເຮັດ ແຕ່ດ້ວຍຄວາມສາມາດໂຕເອງພຽງຄົນດຽວແມ່ນຍັງເຮັດບໍ່ໄດ້ ດັ່ງນັ້ນຈຶ່ງຢາກໃຫ້ຫລາຍໆຄົນຊ່ວຍກັນ
ເລື່ອງການສົ່ງເງິນ
໑. ສະມາຊິກທີ່ຢູ່ອາເມຣິກາ ໃຫ້ຂຽນເຊັກສົ່ງໃຫ້ນ້ອງສາວຄົນໃຈດີ ເພາະນ້ອງສາວຄົນໃຈດີຈະສົ່ງເງິນໃຫ້ແມ່ຕະຫລອດ ທຸກໆສາມເດືອນ ຫົກເດືອນ ຫລື ທຸກຄັ້ງທີ່ມີພີ່ນ້ອງເມືອລາວ.. ນີ້ເປັນທາງທີ່ດີທີ່ສຸດ ເພາະວ່າຖ້າຈະໂອນເຂົ້າບັນຊີ ຫລື ສົ່ງໃຫ້ຄົນໃຈດີໂດຍກົງ ມັນຈະແພງ
໒. ສະມາຊິກທີ່ຢູ່ປະເທດອື່ນນອກຈາກອາເມຣິກາ ອັນນີ້ກໍ່ມີສອງວິທີກະຄືໂອນເຂົ້າບັນຊີ ຫລື ຈະຝາກໃຜໄປໃຫ້ຄົນໃຈດີທີ່ນະຄອນຫລວງວຽງຈັນກໍ່ໄດ້ (ສາມາດຈ່າຍໄດ້ຫົກສິບພັນໝົດປີເລີຍ)
໓. ຖ້າໃຜເຂົ້າກຸ່ມແລ້ວ ບໍ່ປະຕິດບັດກົດລະບຽບໃນກຸ່ມ ຈະຖືກຕັດອອກກຸ່ມແບບອັດຕະໂນມັດ ພາຍໃນສາມເດືອນ
໔. ເງິນທີ່ໃຜໃຫ້ໄປແລ້ວ ບໍ່ມີສິດຖອນຄືນ
ໝາຍເຫດ: ປື້ມ year book ຈະມີໜ້າແຕ່ສະເພາະສະມາຊິກທີ່ຈ່າຍເງິນຢ່າງໜ້ອຍຫົກສິບພັນກີບຕໍ່ປີເທົ່ານັ້ນ
      ນີ້ຄືສິ່ງທີ່ຈະເກີດຂື້ນ ຖ້າໃຜສົນໃຈກໍ່ຕິດຕໍ່ຄົນໃຈດີໄດ້ໂດຍສົ່ງເບີມືຖືທີ່ຕິດຕໍ່ໄດ້ມາໃຫ້ຄົນໃຈດີ ແລ້ວຈະຕິດຕໍ່ກັບ.. ແລ້ວຖ້າເບິ່ງວ່າ ຄົນໃຈດີຈະນຳພາກຸ່ມນີ້ໄປຮອດຈຸດນັ້ນຫລືບໍ່
ຂໍຂອບໃຈທຸກຄົນ ທີ່ສະຫລະເວລາເຂົ້າມາອ່ານ ເພາະຄົນໃຈດີຂຽນຍາວໄປໜ້ອຍໜຶ່ງ.. ອິອິ

Delicious Digg Fark Twitter