ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 19, 2008 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ອັນຄວາມຮັກ ຄືສີ່ງໃດ ໃຜແດ່ຮູ້

ຢູ່ເປັນຄູ່ ໃກ້ຊີດ ສະໜິດສະໜົມ

ຫລືອ້າງວ້າງ ໂດດດ່ຽວ ສຸດລະທົມ

ຫລືຫລາຍລົ້ນ ສະເໜ່ຫາ ພາສຸກໃຈ

ຫລືວ່າໃຫ້ ເປັນກຳໄລ ແກ່ຊີວິດ

ຫລືເປັນນິດ ກາມະກິດ ຫາຄວາມໄຄ່

ຫລືເປັນເພື່ອນ ຄູ່ຄິດ ມິດຄູ່ໃຈ

ຫລືເປັນໃຜ ບໍ່ຮູ້ ຢູ່ຮ່ວມກັນ

ຫລືວ່າເປັນ ການໃຫ້ ບໍ່ຂໍຮັບ

ຫລືວ່າເປັນ ການຮັບ ທີ່ສຸກສັນ

ຫລືວ່າເປັນ ຄວາມວຸ່ນວາຍ ຄົນຮ່ວມກັນ

ຫລືງຽບງັນ ຫລືໂຫຍຫາ ຫລືຂ້າແກງ

ທັງໝົດນີ້ ແມ່ນຄວາມໝາຍ ໃນຄວາມຮັກ

ໄດ້ປະຈັກ ຂື້ນກັບໃຜ ໄດ້ຮູ້ແຈ້ງ

ມີຫລາກຫລາຍ ຄວາມໃນ ສຸດແຈກແຈງ

ແຕກເປັນແໜງ ຈະກ່າວອ້າງ ດັ່ງໃຈກັນ

ແທ້ຈິງແລ້ວ ຄວາມຮັກຄື ທຳມະຊາດ

ເປັນອຳນາດ ທີ່ລິຂິດ ໃຫ້ພີກຜັນ

ໃຫ້ແປປ່ຽນ ວົນວຽນ ໄປຕາມກັນ

ເປັນຄວາມຝັນ ທີ່ລິຂິດ ຊີວິດຄົນ

ຄວາມຮັກມີ ທຳມະຊາດ ບໍ່ທ່ຽງແທ້

ບໍ່ແນ່ວແນ່ ແປປ່ຽນ ວຽນສັບສົນ

ໃຫ້ວຸ່ນວາຍ ໄປມາ ວົກວຽນວົນ

ໃຫ້ສັບສົນ ບໍ່ທ່ຽງແທ້ ບໍ່ແນ່ນອນ

ແຕ່ໃຜໆ ເປັນຫຍັງ ຢາກໄດ້ຮັກ

ຢາກຮູ້ຈັກ ວ່າຮັກ ເປັນຈັ່ງໃດ

ເຖິງຈະທຸກ ແສນລຳບາກ ຍາກພຽງໃດ

ແທບຂາດໃຈ ຍັງຖາມຫາ ໄຂ່ວຄວ້າມັນ

altaltaltaltalt

 

 

Delicious Digg Fark Twitter