ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 12, 2008 | ມີ 18 ຄຳເຫັນ ແລະ 0 trackback(s)

ຮ່ວມກັນສະແດງຄວາມຮູ້ບຸນຄຸນເນື່ອງໃນໂອກາດວັນຄ້າຍວັນເກີດຂອງ ທ່ານໄກສອນ ພົມວິຫານ ຄົບຮອບ 88 ປີ

alt

ທ່ານ ໄກສອນ ພົມວິຫານ ຜູ້ນຳອັນແສນເຄົາລົບຮັກຂອງປວງຊົນລາວທັ້ງຊາດ ເກີດເມື່ອວັນທີ່ 13 ທັນວາ ປີ 1920 ທີ່ບ້ານນາເຊັງ ເມືອງໄກສອນພົມວິຫານ ແຂວງສະຫວັນນາເຂດ. ເປັນລູກຊອດ ລາວ-ຫວຽດນາມ. (ພໍ່ເປັນຄົນລາວ ແມ່ເປັນຄົນຫວຽດນາມ). ທ່ານ ໄກສອນ ພົມວິຫານ ໄດ້ດຳລົງຕຳແໜ່ງ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ ເປັນຄົນທຳອິດ ວັນທີ 22 ມີນາ 1955 ຫາ 2 ທັນວາ 1975. ພາຍຫລັງປະເທດຊາດໄດ້ຮັບເອກະລາດ ທ່ານໄກສອນ ພົມວິຫານ ກໍ່ໄດ້ດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ສ ປ ປ ລາວ ເປັນຄົນທຳອີດ ຕັ້ງແຕ່ ວັນທີ 2 ທັນວາ 1975 ຫາ 15 ສິງຫາ 1991. ຈາກນັ້ນທ່ານກໍ່ໄດ້ຂຶ້ນມາເປັນປະທານປະເທດແຫ່ງ ສ ປ ປ ລາວ ໃນວັນທີ 15 ສິງຫາ 1991 ຫາ 21 ພະຈິກ 1992.  ທ່ານໄກສອນ ພົມວິຫານ ຜູ້ນຳອັນແສນເຄົາລົບຮັກຂອງພວກເຮົາທຸກຄົນ ໄດ້ເຖິງແກ່ມໍລະນາກຳໃນ ວັນທີ 21 ພະຈິກ 1992 ລວມອາຍຸໄດ້ 72 ປີ. ພາຍຫລັງທີ່ທ່ານໄດ້ເສຍຊິວິດແລ້ວ ທາງລັດຖະບານລາວ ໄດ້ເຫັນແກ່ຄຸນງາມຄວາມດີ ຈື່ງໄດ້ທຸ່ມເງິນສ້າງຫໍພິພິດຕະພັນ ໄກສອນ ພົມວິຫານ ຂື້ນທີ່ນະຄອນຫລວງວຽງຈັນ. ເຖິງທ່ານຈະຈາກພວກເຮົາໄປແລ້ວ ແຕ່ທ່ານກໍ່ຍັງຢູ່ໃນຄວາມຊົງຈຳຂອງພີ່ນ້ອງຊາວລາວບໍ່ມີວັນລືມ

 

ປລ1. ບ້ານນາເຊັງ ຫລື ບ້ານນາແຊງ?

ປລ2. ເມືອງໄກສອນພົມວິຫານ ຊື່ເດີມແມ່ນ ເມືອງຄັນທະບູລີ.

Delicious Digg Fark Twitter