ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 18, 2009 | ມີ 20 ຄຳເຫັນ ແລະ 0 trackback(s)

ເມາະ ຫລື ໝົກເມາະ ເປັນອາຫານຈານໂປດຂອງຄົນໃຈດີ. ມື້ວານນີ້ເຮັດເມາະກິນ ເລີຍໄດ້ຂຽນແບບສຳຫລວດ ເມາະ ຄລິກ ຂືຶ້ນມາຖາມ ວ່າຮູ້ຈັກ ເມາະບໍ່ ປະກົດວ່າ 80% ຄົນພັນລາວ ບໍ່ຮູ້ຈັກເລີຍ. ມື້ນີ້ກະເລີຍຊິມາຝອຍເລື່ອງເມາະສູ່ຟັງ.. ອິອິ! ມັນແຊບຢາກໃຫ້ທຸກຄົນລອງຊິມ. alt

ເມາະ ເປັນອາຫານພື້ນບ້ານຂອງແຂວງຊຽງຂວາງ. ກໍ່ເນື່ອງຈາກວ່າ ແມ່ຄົນໃຈດີ ບ້ານເກີດລາວແມ່ນຢູ່ ບ້ານຖິ່ນ ເມືອງຄູນ ແຂວງຊຽງຂວາງ. ສຳລັບພໍເປັນຄົນແຖວລ້ອງງື່ມ. ບ້ານແຈ້ງ ເມືອງທຸລະຄົມ ແຂວງວຽງຈັນ. ທັງສອງພົບຮັກກັນທີ່ຫວຽດນາມ ທ່າມກາງສົງຄາມໂລກຄັ້ງທີ່ສອງ. (ໂຣແມ່ນຕິກເນາະ) alt .... ນອກເລື່ອງລະ.. ມາເວົ້າເລື່ອງເມາະຕໍ່ບາດນິ.. ອິອິ

ເມາະ ເປັນໝົກ ທີ່ຫໍ່ໃສ່ໃບຕອງ ແລ້ວເອົາໄປໜຶ້ງ. ຄ້າຍໆກັບໝົກທົ່ວໆໄປ. ແຕ່ເມາະມັນແຕກຕ່າງຢູ່ບ່ອນວ່າ. ຊີ້ນທີ່ເອົາໄປເຮັດຫັ້ນຕ້ອງປ່ອຍໃຫ້ມັນເນົ່າກ່ອນ alt

ກໍ່ເນື່ອງຈາກວ່າຄົນໃຈດີມັກອາຫານຈານນີ້ ຈື່ງໄດ້ຮຽນເຮັດ. ມື້ນີ້ກະຊິມາບອກວິທີເຮັດເມາະ ສະຕາຍຄົນໃຈດີ.. alt

ສິ່ງທີ່ໃຊ້ເຮັດເມາະແມ່ນ ຫາງງົວ + ລີ້ນງົວ (ເຄິ່ງຕໍ່ເຄິ່ງ)

ສ່ວນປະກອບມີ: ໝາກເຜັດ, ຫົວສີໄຄ, ໃບຂີ້ຫູດ, ຜັກອີ່ຕູ່, ຜັກຊີ, ຜັກທຽມ, ຫອມບົ່ວ, ຂ່າ, ເຂົ້າເບືອ, ເກືອ, ແປ້ງນົວ,

ວີທີເຮັດ

1. ນຳຫາງງົວມາບາດເອົາແຕ່ພາກສ່ວນໜັງກັບຊີ້ນ (ບໍ່ເອົາກະດູກ). ແລ້ວນຳມາຕັດເປັນຕ່ອນພໍດີຄຳ. ພ້ອມດ້ວຍລີ້ນກໍ່ຕັດເປັນຕ່ອນເຊັ່ນດຽວກັນ. ຫລັງຈາກນັ້ນກໍ່ເອົາມັນຍັດໃສ່ກັບ ຫລື ແກ້ວ ແລ້ວອັດຝາໃຫ້ແໜ້ນ ປະໄວ້ 1 ຫາ 2 ມື້. ຖ້າອາກາດໜາວກໍ່ປະ3 ຫາ 4 ມື້ແລ້ວແຕ່. ຈົນໃຫ້ມັນມີກິ່ນເໝັນ alt

2. ຫລັງຈາກມັນເໝັນແລ້ວ ກໍ່ນຳເອົາມາຖອກໃສ່ຊາມ. ໃສ່ນ້ຳໜ້ອຍໜຶ່ງ ແລ້ວກໍ່ຕຳຫົວສີໄຄ, ຫົວຜັກທຽມ, ຂ່າ ແລະ ເຂົ້າເບືອ ມາຖອກໃສ່. ພ້ອມດ້ວຍ ເກືອແລະແປ້ງນົວ ຈາກນັ້ນກໍ່ຊອຍຫອມຕ່າງໆເປັນຕ່ອນນ້ອຍໆ. ສຳລັບຫອມນີ້ຕ້ອງໃສ່ຫລາຍເປັນພິເສດ ເພື່ອຂ້າກິ່ນ. ໂດຍສະເພາະແມ່ນຫົວສີໄຄ ແລະ ຜັກຊີ. ສຳລັບໝາກເຜັດແມ່ນໃຫ້ຊອຍລວງຍາວອອກເປັນ 2 ປ່ຽງ. ຫລາຍຫລືໜ້ອຍແມ່ນຂຶ້ນກັບຄົນມັກ. ແຕ່ຢ່າງໜ້ອຍຕ້ອງແມ່ນໝົກລະໜ່ວຍ. ຄົນທຸກຢ່າງເຂົ້າກັນ

3. ນຳມາຫໍ່ໃສ່ໃບຕອງທີ່ກຽມໄວ້ ແລ້ວນຳໄປໜຶ້ງ. ໃຊ້ເວລາໜຶ້ງປະມານ 1 ຊົ່ວໂມງ. ເປັນອັນເສັດພິທີ່ alt

 

ບາດນີ້ກະມາເບິ່ງໜ້າຕາຂອງ ເມາະ.

alt

ຂໍອະໄພທີ່ ເມາະ ຄົນໃຈດີບໍ່ໄດ້ຫໍ່ໃສ່ໃບຕອງ. ເນື່ອງຈາກວ່າບ້ານຄົນໃຈດີບໍ່ມີໃບຕອງກະເລີຍຫໍ່ໃສ່ແຜ່ນອາລູມີນຽມແທນ alt

alt

ແລະນີ້ກໍ່ຄືໜຶ່ງໃນເມນູຈານໂປດຄົນໃຈດີ alt

Delicious Digg Fark Twitter