ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 29, 2009 | ມີ 23 ຄຳເຫັນ ແລະ 0 trackback(s)


ແມງຂັ້ນ2 ຫລືເອີ້ນອີກຊື່ໜຶ່ງວ່າ ແມງເນື້ອແຂ້ວ ຫລືເອີ້ນໄດ້ອີກວ່າ ເນື້ອແຂ້ວອັກເສບ

ພາສາອັງກິດ: Dentine Caries ຫລືເອີ້ນວ່າ: Dentinitis

ພາສາຝຣັ່ງ: Dentinite

alt

ນິຍາມ: ແມ່ນການອັກເສບເນື້ອແຂ້ວ ໝາຍຄວາມວ່າແມງຈະທຳລາຍຮອດແຕ່ຊັ້ນເນື້ອແຂ້ວເທົ່ານັ້ນ

ສາເຫດ

1. ສາເຫດມາຈາກແຂ້ວ

+ ແມງເຄືອບແຂ້ວ ຫລື ເຄືອບຮາກແຂ້ວທີ່ບໍ່ໄດ້ຮັບການປິ່ນປົວ ຫລື ຂາດຄວາມເອົາໃຈໃສ່

+ ຂາດໂພສະນາການ (Dystrophy), ເຮັດໃຫ້ການສ້າງເນື້ອເຍື່ອຂອງແຂ້ວບໍ່ສົມບູນ (Hypoplasy)

+ ແຂ້ວຫ້ຽນ ອາດເນື່ອງມາຈາກພະຍາດ ຫລື ຈາກການໃຊ້ງານມາດົນ

+ Meladontie

+ ຖືກເຄືອງມືປິ່ນປົວແຂ້ວຕັດເຄືອບແຂ້ວ ເຊັ່ນ: Fraise...

+ ເງືອນໄຂທາງກາຍະວິພາກສາດຂອງແຂ້ວເອງ

2. ສາເຫດທີ່ເກີດຈາກບໍລິເວນອ້ອມຮາກແຂ້ວ

+ ອັກເສບກະດູກຫວ່າງແຂ້ວ

+ ເຟັນຫວ່າງແຂ້ວ (ເຟັນສາມຫລ່ຽມ) ຖືກອັກເສບ ຫລື ຖືກທຳລາຍ

+ ເຟັນແຂ້ວອັກເສບ

+ ກະດູກເບົ້າແຂ້ວຫ້ຽນ

ອາການສະແດງ

1. ອາການບອກເລົ່າຈາກຄົນເຈັບ

+ ຮູ້ສືກເຈັບເວລາຫຍ້ຳອາຫານໂດຍສະເພາະອາຫານແຂງ, ເຈັບເວລາຖູແຂ້ວ ແລະ ຈີ້ມແຂ້ວ

+ ເຈັບເວລາສຳພັດກັບທາດເຄມີເຊັ່ນ: ອາຫານ, ໝາກໄມ້ ທີ່ມີລົດຫວານ, ສົ້ມ. ເຜັດ...

+ ເວລາຖືກອຸຫະພູມເຊັ່ນ: ເຢັນ ແລະ ຮ້ອນ

2. ອາການທີ່ແພດກວດພົບ

+ ເຫັນຂຸມແມງຕື້ນ (ໃນກໍລະນີເປັນ Sample) ແລະ ເລິກ (ໃນກໍລະນີເປັນ Profonde)

+ ໃຊ້ Excavateur ຄວັດຂີ້ແມງດຳອອກຈະຮູ້ສຶກເຂັດຖ້າແມງຕື້ນ ແລະ ຮູ້ສຶກເຈັບຖ້າແມງເລິກໃກ້ຊິຮອດຫ້ອງນວນແຂ້ວ

+ ໃຊ້ Sonde ແຍ່ກວດພື້ນຜົ້ງແມງບໍ່ພົບຈຸດຊອດ ແຕ່ຈະມີອາການເຈັບ ຫລື ເຂັດ

ອາການເຈັບຫລືເຂັດທີ່ກ່າວມາຂ້າງເທິງນັ້ນຈະບໍ່ປະກົດຂຶ້ນເອງໂດຍລຳພັງຈັກເທື່ອ ນອກຈາກມີສິ່ງມາຕ້ອງຊູນຫລືສຳພັດເທົ່ານັ້ນ. ແລະຈະບໍ່ມີອາການເຈັບແກ່ຍາວ ຄືຈະຢຸດເຊົາທັນທີຫລັງຈາກເຊົາຕ້ອງຊູນ.

ຮູບແບບສະແດງ: ແບ່ງອອກເປັນ 2​ ຊະນິດຄື

1. ແມງຕື້ນ ເອີ້ນວ່າ Dentinite Sample (ຮູ້ສຶກເຂັດ)

2. ແມງເລິກ ເອີ້ນວ່າ Dentinite Profonde (ຮູ້ສຶກເຈັບ)

 ເຖິງຢ່າງໃດກໍ່ຕາມ ອາການຂອງ Dentinite ຈະບໍ່ແນ່ນອນ ຄືຈະມີການປ່ຽນແປງໄປຕາມຈຸດທີ່ຕັ້ງຂອງແມງ. ດັ່ງນັ້ນຈື່ງສາມາດແບ່ງອອກໄດ້ຫລາຍຮູບແບບດັ່ງນີ້

+ Dentinite ທີ່ບໍ່ສະແດງອາການ: ຊະນິດນີ້ຈະບໍ່ເຈັບ ບໍ່ເຂັດ ຫລື ມີພຽງອາການຮູ້ສືກເລັກນ້ອຍເທົ່ານັ້ນ. ສ່ວນຫລາຍພົບໃນແຂ້ວນ້ຳນົມ ແລະ ແຂ້ວຜູ້ເຖົ້າ

+ Dentinite ທີ່ມີອາການເຈັບບໍ່ແຮ່ງ (ປານກາງ): ມັກພົບໃນຄົນໜຸ່ມ ໃນແຂ້ວຖາວອນ

+ Dentinite ທີ່ມີອາການເຈັບແຮງ: ຈະເຈັບແຮງທີ່ສຸດ ເຖິງຈະຖືກຕ້ອງຊູນເບົາໆກໍ່ຕາມ. ສ່ວນຫລາຍມັກພົບໃນຄົນເຈັບທີ່ມີຄວາມຜິດປົກກະຕິທາງປະສາດ ຫລື ຈິດຕະສາດ, ພົບໃນແຂ້ວທີ່ແຂງແກ່ນ, ແຂ້ວຍັງແໜ້ນໃນຂຸມຮາກແຂ້ວ, ແມງທີ່ກິນຢູ່ຄໍແຂ້ວ.

ການບົ່ງມະຕິ

1. ບົ່ງມະຕິແນ່ນອນ

+ ບໍ່ມີອາການເຈັບໂດຍລຳພັງ, ເຈັບເວລາຖືກຕ້ອງຊູນ

+ ມີໄລຍະເຈັບແບບສັ້ນໆ, ບໍ່ແຜ່ລາມ ແລະ ບໍ່ມີລັກສະນະຕອດ

+ ບໍ່ມີຈຸດຊອດລ່ວງໃສ່ຫ້ອງນວນແຂ້ວ

+ ພາບລັງສີຈະເຫັນສະພາບຂອງພື້ນຜົ້ງແມງ ແລະ ຫ້ອງນວນແຂ້ວຍັງບໍ່ຊອດລ່ວງໃສ່ກັນ

alt

2. ການບົ່ງມະຕິຈຳແນກ

+ Pulpite Sup-aigue: ມີອາການດັ່ງນີ້

* ເຈັບໂດຍລຳພັງ

* ເຈັບເມື່ອມີສິ່ງຕ້ອງຊູນ

* ເຈັບດົນ ແກ່ຍາວ

* ຖືກຮ້ອນຈະເຈັບແຮງກວ່າຖືກເຢັນ

* ເຄາະແຂ້ວໃນທາງນອນຈະມີຄວາມຮູ້ສືກ

+ Prepulpite: ມີອາການດັ່ງນີ້

* ບໍ່ເຈັບໂດຍລຳພັງ

* ເຈັບເມື່ອມີການຕ້ອງຊູນ ແຕ່ຈະເຈັບແກ່ຍາວກວ່າ Dentinite ແມ້ແຕ່ເອົາສາເຫດທີ່ພາໃຫ້ເຈັບອອກແລ້ວກໍ່ຍັງເຈັບຢູ່

* ເຈັບເມື່ອຖືກຮ້ອນຖືກເຢັນ

* ການກວດດ້ວຍກະແສໄຟຟ້າພົບວ່າ ໄລຍະຂອງຄວາມຮູ້ສຶກຈະຫ່າງອອກ ເມື່ອສົມທຽບກັບແຂ້ວປົກກະຕິ. ແຕ່ບໍ່ເຈັບ

+ ຫວ່າງແຂ້ວອັກເສບ (ເຟັນແຂ້ວ ຫລື ຫວ່າງແຂ້ວອັກເສບ): ເນື່ອງຈາກເຟັນແຂ້ວຫ່າງ ແລະ ມີເສດອາຫານເຂົ້າໄປຄ້າງ. ອາການເຈັບແມ່ນມີຄວາມຄ້າຍຄືກັບເຈັບເນື້ອແຂ້ວ. ເຊິ່ງມີອາການທີ່ສຳຄັນດັ່ງນີ້:

* ເຟັນຫວ່າງແຂ້ວ ໃຄ່ ແດງ

* ຫວ່າງແຂ້ວຫ່າງ ໂດຍສະເພາະຢູ່ຄໍແຂ້ວ

* ມິເສດອາຫານຄ້າງຄາຢູ່ຫວ່າງແຂ້ວ ພ້ອມມີກິ່ນເໝັນ

* ມີເລືອດອອກ ແລະ ເຈັບເລັກນ້ອຍກວດ ແລະ ຫລັງກວດຄົ້ນຫວ່າງແຂ້ວ

* ຊ່ອງໄຟຟ້າຈະເຫັນກະດູກລະຫວ່າງແລ້ວ (Septum) ອັກເສບເປັນສີດຳ ຫລື ຖືກທຳລາຍ (ຫ້ຽນລົງ)

ວິວັດທະນາການ

ຖ້າແມງເນື້ອແຂ້ວບໍ່ໄດ້ຮັບການປິ່ນປົວ ຫລື ປິ່ນປົວບໍ່ຖືກວິທີກໍ່ຈະກ້າວໄປເປັນ Pulpite, Grangrene ....

ການປິ່ນປົວ

ເຮັດ Coffage Indirect / Indirect Pulp Capping (ການຮຳບາດແຜເນື້ອແຂ້ວ)

+ ກໍລະນີທີ່ສາມາດເອົາຂີ້ແມງດຳອອກໝົດ ກໍ່ອັດຖາວອນໄດ້ເລີຍດ້ວຍ Amalgame, Ciment, Glass Ionomer ຫລື Composite ຕາມຄວາມເໝາະສົມ. ແຕ່ຖ້າຄົນເຈັບມີອາການເຂັດ ກໍ່ຄວນຮອງພື້ນດ້ວຍ Hydryxide de Calcium ກ່ອນຈື່ງອັດຖາວອນ

+ ກໍລະນີ້ບໍ່ສາມາດເອົາຂີ້ແມງດຳອອກໄດ້ໝົດເພາະຄົນເຈັບຮູ້ສືກເຈັບ ຕ້ອງໄດ້ຮຳບາດແຜໄວ້ກ່ອນ ດ້ວຍການທາ Hydroxyde de Calcium ແລະ ອັດໄວ້ດ້ວຍວັດສະດຸອັດຊົ່ວຄາວ ປະໄວ້ 6 - 8 ອາທິດ. ເພື່ອກະຕຸ້ນໃຫ້ມີການສ້າງເນື້ອແຂ້ວຂື້ນມາໃໝ່ ຈາກນັ້ນຈື່ງນັດຄົນເຈັບມາອັດຖາວອນ

ວິທີແກ້ໄຂເພື່ອບັນເທົາຄວາມເຈັບປວດ

1. ຫລີກລ້ຽງການກະທົບຕ່າງໆ ເຊັ່ນ: ການຫຍ້ຳອາຫານ, ການດື່ມນ້ຳເຢັນ.....

2. ບໍ່ໃຫ້ມີສິ່ງຕົກຄ້າງຢູ່ໃນຂຸມແມງ (ກ່ອນກິນເຂົ້າໃຫ້ໃຊ້ສຳລີ ຍັດໃສ່ໃນຂຸມແມງ ເມື່ອກິນເຂົ້າແລ້ວໆ ກໍ່ເອົາອອກ)

3. ຖ້າມີອາການເຈັບຕ້ອງຄິດສະເໝີວ່າ ຕ້ອງມີບາງສິ່ງຕົກຄ້າງຢູ່ໃນ. ພະຍາຍາມເອົາສິ່ງນັ້ນອອກແລ້ວກໍ່ຈະເຊົາເຈັບ

ສິ່ງທີ່ຄວນເອົາໃຈໃສ່

1. ແມງເນື້ອແຂ້ວມີ 2 ປະເພດຄື: ແມງຕື້ນເອີ້ນວ່າ: Dentinite Sample (ຮູ້ສຶກເຂັດ) ແລະ ແມງເລີກເອີ້ນວ່າ: Dentinite Profonde (ຮູ້ສຶກເຈັບ)

2. ຈະເຈັບຫລືເຂັດ ແຕ່ເວລາມີສິ່ງຕ້ອງຊູນເທົ່ານັ້ນ

3. ບໍ່ເຈັບຂື້ນເອງໂດຍລຳພັງ, ບໍ່ເຈັບແກ່ຍາວ, ບໍ່ເຈັບແຜ່ລາມ, ບໍ່ເຈັບມີລັກສະນະຕອດເຕັ້ນ

ບົດຄວາມທີ່ກ່ຽວຂ້ອງ

ນຳສະເໜີແຂ້ວໂດຍຫຍໍ້

ແຂ້ວແມງຂັ້ນ1 (ແມງເຄືອບແຂ້ວ)

ແຂ້ວແມງຂັ້ນ3 (ແມງນວນແຂ້ວ)

 

ຂຽນໂດຍ: ຄົນໃຈດີ 2006

ພາບປະກອບໂດຍ: Google

Delicious Digg Fark Twitter