ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 10, 2009 | ມີ 47 ຄຳເຫັນ ແລະ 0 trackback(s)

ມື້ນີ້ໝູ່ຂ້ອຍນະ ໂຄດເປັນຕາຊັງເລີຍ. ເປັນຜູ້ຍິງ ຄົນອາຟະຣິກາ ຂ້ອຍຊິເລີກການລະໂທມາຫາຂ້ອຍ ບອກໃຫ້ຂ້ອຍໄປສົ່ງຢູ່ບ້ານຂ້ອຍກະວ່າໂອເຄ. ມັນບອກວ່າຈະຖ້າຢູ່ແຄມທາງ ຢຸ່ໄຟແດງວ່າຊັ້ນ.. ແຕ່ບ່ອນເຮັດວຽກຂ້ອຍຫາເຮືອນຂ້ອຍມີໄຟແດງຢູ່ຫົກບ່ອນ ຂ້ອຍບໍ່ເຫັນມັນຈັກບ່ອນ.. ຂ້ອຍບໍ່ເຫັນຂ້ອຍກໍ່ລ້ຽວກັບໄປຊອກອີກ ກໍ່ບໍ່ເຫັນອີກ. ຂ້ອຍກະໂທຖາມວ່າຢູ່ໃສແທ້ ຄືບໍ່ເຫັນ. ມັນກໍ່ເວົ້າຄືເກົ່າວ່າຖ້າຢູ່ໄຟແດງ. ຂ້ອຍຖາມວ່າໄຟແດງໂຕໃດ ມັນພັດບໍ່ຕອບ. ມີແຕ່ບອກວ່າຂີ່ລົດມາໂລດຫາກເຫັນ ໄປຕາມທາງຄືເຈົ້າຊິກັບບ້ານຫັ້ນລະ.. ຖ້າຢູ່ໄຟແດງ.. ຂ້ອຍກະກັບໄປອີກວົນໄປວຽນມາຢູ່ຫັ້ນກໍ່ບໍ່ເຫັນ. ແຕ່ບ່ອນເຮັດວຽກຫາບ້ານຂ້ອຍຫັ້ນຂ້ອຍໃຊ້ເວລາຂັບລົດແຕ່ຫ້ານາທີ.. ຂ້ອຍວົນຊອກມັນຫັ້ນເຄິ່ງຊົ່ວໂມງ ກະບໍ່ເຫັນ. ຂ້ອຍກະໂທຖາມອີກວ່າຢູ່ໃສກັນແທ້ຄືບໍ່ເຫັນ. ບາດນີ້ມັນພັດຮ້າຍຂ້ອຍວ່າຂ້ອຍເຮັດໃຫ້ມັນຖ້າດົນ. ຂ້ອຍຄວນຈະຮູ້ວ່າມັນຢູ່ໃສ. ແລ້ວຂ້ອຍຈະຮູ້ຫວາແນວຖາມລະວ່າແຕ່ໄຟແດງ ຂ້ອຍຖາມວ່າເຈົ້າຢູ່ຖະໜົນໃດ ມັນພັດບໍ່ບອກ ມັນເວົ້າໄປແນວອື່ນ. ດ່າຂ້ອຍສາລະພັດ ຂ້ອຍບອກໃຫ້ມັນຟັງຂ້ອຍ ພຽງແຕ່ບອກຂ້ອຍວ່າຢູ່ຖະໜົນໃດສ່ຳນີ້ຂ້ອຍກະຮູ້ແລ້ວ. ມັນພັດບໍ່ບອກ.. ຂ້ອຍກະເລີ່ມຢາກຮ້າຍລະ ເພາະມັນບໍ່ຟັງຂ້ອຍມັນມີແຕ່ເວົ້າໃຫ້ຂ້ອຍເຊັ່ນ: ເຈົ້າຢູ່ອາເມຣີກາໄດ້ຈັກປີແລ້ວ ເປັນຫຍັງຈັ່ງບໍ່ຮູ້ຫຍັງ. ເຈົ້າໄດ້ໃບຂັບຂີ່ມາໄດ້ຈັ່ງໃດ ເຈົ້າຊື້ເອົາຫວາ... ຂ້ອຍຖ້າເຈົ້າດົນລະໃດ ປົກະຕິເວລານີ້ຂ້ອຍຮອດເຮືອນແລ້ວ ສຸດທ້າຍລະເປັນອັນວ່າຂ້ອຍຜິດໝົດ. ເອີ່.. ຄົນເຮົາຜູ້ຊິເປັນຈັ່ງໃດກະມີເນາະ ຈັ່ງແມ່ນມັນນິໄສບໍ່ດີ. ຂ້ອຍລະໄປຮັບໄປສົ່ງຕະຫລອດ. ຂ້ອຍໄປຮັບເທື່ອໃດຫັ້ນຂ້ອຍໄດ້ຖ້າຕະຫລອດ ຂະໜາດໂທບອກກ່ອນແລ້ວວ່າຈະໄປຮອດຫັ້ນຈັກໂມງ. ໄປຮອດຫັ້ນຍັງໄດ້ຖ້າຢ່າງໜ້ອຍກະສິບນາທີ. ແຕ່ຂ້ອຍກະບໍ່ໄດ້ວ່າຫຍັງຈັກຄຳ. ມັນຢາກໄປໃສມັນກະໂທຫາຂ້ອຍບອກໃຫ້ຂ້ອຍພາໄປ ຂ້ອຍກໍ່ບໍ່ເຄີຍປະຕິເສດຈັກເທື່ອ. ຂ້ອຍບອກວ່າວັນເສົາວັນທິດຂ້ອຍປິດມືຖື ຂ້ອຍກະເອົາເບີບ້ານໃຫ້. ມື້ເຊົ້ານີ້ຂ້ອຍໄປການຊ້າກະຍ້ອນຖ້າມັນຫັ້ນລະ ຂະໜາດບອກມັນແລ້ວວ່າຈະໄປຮອດເຮືອນມັນເກົ້າໂມງປາຍຊາວ. ຂ້ອຍໄປຮອດຫັ້ນຂ້ອຍຍັງໂທບອກວ່າຢູ່ໜ໊າບ້ານແລ້ວ ຈົນຮອດສິບໂມງຍັງຊາວມັນຈັ່ງອອກມາ. ທັ້ງໆທີ່ວ່າຄັນມັນຂີ່ລົດເມມັນຕ້ອງໄດ້ອອກເຮືອນແຕ່ເກົ້າໂມງປາຍສິບຫ້າ. ຂ້ອຍໄປການຊ້າສິບນາທີ ຫົວໜ້າກະຈົ່ມຢູ່.. ເຮັດດີນຳປານນີ້ຍັງມາດ່າຂ້ອຍອີກ. ຂ້ອຍກະເຫັນວ່າມັນໂຕຄົນດຽວ ບໍ່ມີໜັງສືຊ້ຳມາຢູ່ນີ້ນະ ຂັບລົດກະບໍ່ໄດ້. ແຕ່ລະມື້ໄດ້ຂີ່ລົດເມເອົາ. ຂ້ອຍກະເລີຍຢາກຊ່ວຍ ເທົ່າທີ່ຂ້ອຍຊ່ວຍໄດ້. ແທນທີ່ຈະເຫັນຄວາມດີ ພັດກາຍເປັນຄວາມຜິດ. ຂ້ອຍເສຍເວລາ ເສຍນ້ຳມັນລົດ ແລ້ວ ຍັງມາຖືກດ່າອີກ. ເຮືອນມັນກັບເຮືອນຂ້ອຍກະບໍ່ໄດ້ວ່າຢູ່ໄກ້ກັນ.. ເຮີ່ໆໆ ເຊົາລະບາດນີ້ນະ.. ຂ້ອຍບໍ່ໄປຮັບໄປສົ່ງມັນອີກແລ້ວ ມັນໂທມາກະຊິບໍ່ຮັບ. ຊິບອກທຸກຄົນໃນເຮືອນວ່າຄັນມັນໂທເຂົ້າເບີບ້ານລະບອກວ່າຂ້ອຍບໍ່ຢູ່.. ຂ້ອຍບໍ່ຄົບຄົນແບບນີ້ນະ ບໍ່ມັກອີ່ຫລີ alt

Delicious Digg Fark Twitter