« ໜ້າກ່ອນນີ້
|
viewing polls 1-16 of 23 |
ໜ້າຕໍ່ໄປ »
|
ສ້າງເມື່ອ Dec. 4, 2008 10 ຄົນໂຫວດ,
0 ຄຳເຫັນ,
ອ່ານ 16 ເທື່ອ
ອັນນີ້ຈະເວົ້າວ່າເປັນບັນຫາໂລກແຕກກະວ່າໄດ້.. ໝູ່ເພື່ອນຄິດວ່າ ທົ່ງໄຫຫີນ ທີ່ແຂວງຊຽງຂວາງ ມັນເກີດຂຶ້ນເອງໂດຍທຳມະຊາດ ຫລືວ່າ ມີຄົນສ້າງຂຶ້ນ? ຖ້າໃຜມີເລື່ອງເລົ່າກະເລົ່າໄດ້ເດີ່ ເວົ້າແບບປະຊາທີປະໄຕ ບໍ່ມີໃຜຜິດ ໃຜຖືກ...
|
|
ສ້າງເມື່ອ Dec. 2, 2008 15 ຄົນໂຫວດ,
0 ຄຳເຫັນ,
ອ່ານ 86 ເທື່ອ
ເພື່ອໃຫ້ເຂົ້າກັບບັນຍາກາດ ການສະເຫລີມສະຫລອງວັນຊາດໃນມື້ນີ້ ບາງຄົນກະຍັງບໍ່ຮູ້ ແລະ ມອງຂ້າມຂອງກິນກັບເຂົ້າ ຄົນໃຈດີ ກະເລີຍຢາກຖາມໜ້ອຍໜື່ງວ່າ: ປະທານປະເທດແຫ່ງ ສ ປ ປ ລາວ ຜູ້ທຳອິດແມ່ນໃຜ? (ງ່າຍເນາະ.. ຢ່າຕອບຜິດເດີ່) ອິອິ
|
|
ສ້າງເມື່ອ Dec. 2, 2008 22 ຄົນໂຫວດ,
0 ຄຳເຫັນ,
ອ່ານ 113 ເທື່ອ
ໃຜໆກະຮູ້ແລ້ວວ່າວັນທີ 2 ທັນວາ 1975 ປະເທດລາວໄດ້ຮັບເອກະລາດ ແລະ ສະຖາປານາເປັນປະເທດ ສ ປ ປ ລາວ ຢ່າງເປັນທາງການ.. ຄົນໃຈດີຢາກຖາມວ່າ ປະເທດລາວໄດ້ຮັບເອກະລາດຈາກປະເທດໃດ?
|
|
ສ້າງເມື່ອ Dec. 1, 2008 16 ຄົນໂຫວດ,
0 ຄຳເຫັນ,
ອ່ານ 48 ເທື່ອ
ຈະສັງເກດເຫັນວ່າເວລາໝາກັບແມວເຈິກັນ ມັນກັດກັນຕະຫລອດ ເຄີຍສັງເກດບໍ່ວ່າ ເວລາມັນກັດກັນ ໂຕໃດມັກຫາເລື່ອງກ່ອນ
|
|
ສ້າງເມື່ອ Nov. 29, 2008 20 ຄົນໂຫວດ,
0 ຄຳເຫັນ,
ອ່ານ 61 ເທື່ອ
ຮູ້ສືກຈັ່ງໃດກັບຜູ້ຍິງສັກລາຍ.. ອະທິບາຍເຫດຜົນພ້ອມເດີ່
|
|
ສ້າງເມື່ອ Nov. 26, 2008 21 ຄົນໂຫວດ,
0 ຄຳເຫັນ,
ອ່ານ 66 ເທື່ອ
ແບບວ່າໃຫ້ທີມງານຕັ້ງຄຳຖາມກ່ຽວກັບພັນລາວ ແລະ ທຸກຄົນສາມາດຊອກຂໍ້ມູນຄຳຕອບໄດ້ທີ່ບ່ອນໃດບ່ອນໜື່ງໃນພັນລາວ ຖ້າໃຜແຟນຕົວຈິງພັນລາວແທ້ໆກໍ່ຈະຮູ້ ດັ່ງນັ້ນຈື່ງຢາກຖາມວ່າຢາກໃຫ້ມີການຊອກຫາແຟນພັນແທ້ພັນລາວບໍ່(ຫວັງລາງວັນ ອິອິ)
|
|
ສ້າງເມື່ອ Nov. 25, 2008 17 ຄົນໂຫວດ,
0 ຄຳເຫັນ,
ອ່ານ 52 ເທື່ອ
ລະຫວ່າງຜູ້ຍິງທີ່ມັກດື່ມເຫລົ້າເປັນຊີວິດຈິດໃຈ ກັບຜູ້ຍິງທີ່ສູບຢາເປັນປະຈຳ ຄິດວ່າໃຜຍັງມີດີກວ່າ? ເຫດຜົນ
|
|
ສ້າງເມື່ອ Nov. 23, 2008 18 ຄົນໂຫວດ,
0 ຄຳເຫັນ,
ອ່ານ 72 ເທື່ອ
ຄົນໃຈດີມີຈຸດປະສົງຢາກເຮັດເສື້ອຍືດກຸ່ມຮັກດຽວໃຈດຽວຂາຍ ໃນລາຄາຕົ້ນທຶນ 25.000 ກີບ ແຕ່ຄົນໃຈດີຊິຂາຍຫລຸບທືນໃຫ້ໃນລາຄາ 15.000 ກີບ. ຊິມີຄົນຊື້ບໍ່
ປລ.. ສະມາຊິກກຸ່ມຮັກດຽວໃຈດຽວເທົ່ານັ້ນ
ໃຜທີ່ຢາກຈະເຂົ້າຮ່ວມກຸ່ມເຂົ້າໄປທີ່ນີ້ http://punlao.com/group.php?group_id=98
|
|
ສ້າງເມື່ອ Nov. 22, 2008 19 ຄົນໂຫວດ,
0 ຄຳເຫັນ,
ອ່ານ 78 ເທື່ອ
ຖ້າເອົາ 2 ແບບສຳຫລວດນີ້ມາລວມກັນ ຄົນໃຈດີຄິດວ່າຮອດ 10 ເທື່ອແລ້ວ ແຮ່ໆໆໆ ມາໂຫວດເບີ່ງດຸ ເທົ່າທີ່ເພື່ອນໆເຫັນມາ ໂຕໃດຫລາຍກ່ອນກັນ
|
|
ສ້າງເມື່ອ Nov. 19, 2008 16 ຄົນໂຫວດ,
0 ຄຳເຫັນ,
ອ່ານ 58 ເທື່ອ
ລະຫວ່າງຕຳໝີ່ ກັບ ຕຳໝາກຫຸ່ງ ເຈົ້າມັກອັນໃດຫລາຍກ່ອນກັນ
|
|
ສ້າງເມື່ອ Nov. 16, 2008 14 ຄົນໂຫວດ,
0 ຄຳເຫັນ,
ອ່ານ 79 ເທື່ອ
ໃຫ້ເລີກອັນອື່ນນີ້ເລີກໄດ້ ແຕ່ຊີໃຫ້ເລີກກິນເຫລົ້າກິນເບຍນີ້ ໃຫ້ຂ້ອຍຕາຍດີກວ່າ.. ສຸລາເມ ມາເປັນໄລຍະ ແບບຄົນໄທມັກເວົ້າວ່າ ເມຍຕາຍໄມ່ເສຍດາຍເທົ່າເຫລົ້າຫົກຫັ້ນນະ ອິອິ
ຄຳຖາມ: ຖ້າແຟນເຈົ້າເປັນຄົນຂີ້ເມົາ ເຈົ້າຮັບໄດ້ບໍ່ ແບບວ່າຄັນກິນຍາມໃດລະຈົນຫລັບຄາໂຕະພຸ້ນແຫລະ
|
|
ສ້າງເມື່ອ Nov. 16, 2008 13 ຄົນໂຫວດ,
0 ຄຳເຫັນ,
ອ່ານ 50 ເທື່ອ
ຂອງແບບນີ້ບໍ່ມີໃຜສາມາພິສູດເປັນຫລັກເກນໄດ້ ມີແຕ່ຄວາມເຊື່ອທີ່ເລົ່າກັນແຕ່ດົນນານມາແລ້ວ ລະຄົນລຸ່ນໄໝ່ຄືພວກເຮົານິ ເຊື່ອບໍ່ວ່າຊາດໜ້າມີຈິງ
|
|
ສ້າງເມື່ອ Nov. 9, 2008 13 ຄົນໂຫວດ,
0 ຄຳເຫັນ,
ອ່ານ 58 ເທື່ອ
ຕາມຜູ້ເຖົ້າຜູ້ແກ່ເພິ່ນເວົ້າວ່າ ເຮົາເຈັບແຂ້ວຍ້ອນມີແມ່ພະຍາດແມງ ຄັນບໍ່ມີໂຕແມ່ແມງຫັ້ນເຮົາກະບໍ່ເຈັບ ລະຕາມທີ່ເພິ່ນເຫັນຫັ້ນແມ່ແມງຫັ້ນມັນມີຮູບຮ່າງຄ້າຍໆກັບໂຕໜອນ ເພື່ອນໆທຸກຄົນເຊື່ອບໍ່ວ່າມັນແມ່ນແນວນັ້ນແທ້ ແຂ້ວແຕ່ລະເຫລັ້ມມີແມ່ແມງ ແມ່ແມງມັນເປັນໂຕ ຄືກັບໂຕໜອນ
ໂຫວດໃຫ້ແດ່ເພາະມັນສຳຄັນກັບຂ້ອຍ ຂ້ອຍຊິຂຽນບົດເລື່ອງນີ້ ຂອບໃຈທຸກຄົນ
|
|
ສ້າງເມື່ອ Nov. 7, 2008 18 ຄົນໂຫວດ,
0 ຄຳເຫັນ,
ອ່ານ 69 ເທື່ອ
ເຈົ້າຄິດວ່າເມືອງໃດທີ່ໜ້າຈະເປັນເມືອງທີ່ສວຍງາມ ສະອາດ ຈະເລີນ ແລະເປັນຕາຢາກຢູ່ທີ່ສຸດໃນລາວ
|
|
ສ້າງເມື່ອ Nov. 6, 2008 18 ຄົນໂຫວດ,
0 ຄຳເຫັນ,
ອ່ານ 89 ເທື່ອ
ຫລາຍຄົນອາດຈະເຄີຍອົກຫັກມາແລ້ວ ແລະກໍ່ມີຫລາຍສາເຫດທີ່ເຮັດໃຫ້ເລີກກັນ ບໍ່ວ່າຈະເປັນສາເຫດໃດກໍ່ຕາມ ເລີກກັນແລ້ວເຈົ້າຊັງເຂົາບໍ່
|
|
ສ້າງເມື່ອ Oct. 9, 2008 24 ຄົນໂຫວດ,
0 ຄຳເຫັນ,
ອ່ານ 87 ເທື່ອ
ຄົນທີດີກະຄືຄົນທີ່ເຮັດຫຍັງເພື່ອເຈົ້າໄດ້ທຸກຢ່າງແຕ່ເຈົ້າກັບບໍ່ໃສ່ໃຈ ແລະ ບໍ່ເຄີຍຕ້ອງການຫຍັງຈາກເຂົາເລີຍ
ຄົນທີ່ຮັກຄືຄົນທີ່ເຈົ້າໃຫ້ເປັນທີ1ສະເໝີ ເຖິງແມ່ນວ່າເຂົາຈະເຮັດໃຫ້ເສຍໃຈປານໃດກໍ່ຕາມ ຫລາຍຄົນກະບອກວ່າມັກຄົນດີແຕ່ເປັນຫຍັງຄົນດີໆຕ້ອງອົກຫັກຕະຫລອດ ເໝືອນກັບວ່າຄົນດີເປັນສ່ວນເກີນຂອງຄວາມຮັກນີ້ແຫລະ ລອງຖາມໂຕເອງເບີ່ງວ່າ ຄົນທີ່ດີ ກັບ ຄົນທີ່ຮັກ ເຈົ້າຈະເລືອກໃຜ ຂອງດີໆມີຢູ່ໃນມື ຢ່າປ່ອຍໃຫ້ມັນຫລຸດມືເດີ່
ປຮ..ດ້ວຍຄວາມປາຖະຫນາດີຈາກ ກຸ່ມຮັກດຽວໃຈດຽວ ອິອິ ເຂົ້າຢູ່ນີ້ເດີ່
http://punlao.com/group.php?group_id=98
|
« ໜ້າກ່ອນນີ້
|
viewing polls 1-16 of 23 |
ໜ້າຕໍ່ໄປ »

ອັນນີ້ຈະເວົ້າວ່າເປັນບັນຫາໂລກແຕກກະວ່າໄດ້.. ໝູ່ເພື່ອນຄິດວ່າ ທົ່ງໄຫຫີນ ທີ່ແຂວງຊຽງຂວາງ ມັນເກີດຂຶ້ນເອງໂດຍທຳມະຊາດ ຫລືວ່າ ມີຄົນສ້າງຂຶ້ນ? ຖ້າໃຜມີເລື່ອງເລົ່າກະເລົ່າໄດ້ເດີ່ ເວົ້າແບບປະຊາທີປະໄຕ ບໍ່ມີໃຜຜິດ ໃຜຖືກ...





