ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 30, 2009 | ມີ 21 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ສະບາຍດີທຸກຄົນ ມື້ນີ້ຂ້ອຍຊິມາເລົ່າເລື່ອງອາດີດໃຫ້ຟັງ!

ເລື່ອງຄືວ່າ ບ້ານຂ້ອຍແມ່ນບ້ານນອກ ຊື່ບ້ານບໍ່ເຫຼັກຫຼືວ່າບ້ານຫຼັກ 36 ເມື່ອກ່ອນມີລົດເມບໍລິສັດລາວຍີປຸ່ນແລ່ນໂດຍສານແຕ່ຕະຫຼາດເຊົ້າຫາບ້ານຂ້ອຍ

ແຕ່ລະມື້ມີສາມຖ້ຽວ, ແຕ່ລະຖ້ຽວຄົນແຍ້ກັນປານຍັດອົ່ວ, ແອັດລົດໄດ້ແຂວນນຳລົດແລ້ວປອນຫົວອອກນອກພ້ອມທັງຮ້ອງເອົາຜູ້ໂດຍສານ

ບັງເອີນມື້ນັ້ນຂ້ອຍເປັນຫວັດ, ຂ້ອຍໄດ້ຂີ່ແຕ່ຕະຫຼາດເຊົ້າຊິກັບບ້ານ ຂ້ອຍນັ່ງແຖວທາງໜ້າ, ຂ້ອຍໄອຕະຫຼອດ ຕອນນັ້ນຂີ້ກະເທິອອກຫຼາຍອົດບໍ່ໄດ້

ຂ້ອຍໄດ້ຖົ່ມຖິ້ມ, ລົດພັດແລ່ນໄວຂີ້ກະເທິເລີຍເຕັມປາກແອັດລົດພໍດີ ເພາະລາວກຳລັງຮ້ອງເອົາຜູ້ໂດຍສານຢູ່, ລາວກາໃຈຮ້າຍທັງຮ້ອງຂື້ນວ່າ:

ແມ່ນໃຜຂາກຂີ້ກະເທິມື້ກິ້ນີ້? ບໍ່ມີໃຜຕອບລາວ, ລາວກາມົ້ນຊອກຫາແຕ່ກາຫາບໍ່ເຈິ, ຂ້ອຍຢ້ານລາວຮູ້ພໍໃຈບໍ່ຂາດເພາະຕອນນັ້ນຂ້ອຍເປັນເດັກນ້ອຍ

ລາວໄດ້ແຕ່ຈົ່ມວ່າຢ່າໃຫ້ກູຮູ້ເດິ....ຫື....

ຂໍອບໃຈ.

Delicious Digg Fark Twitter