ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
020
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 4, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

ສະບາຍດີທຸກຄົນ

ມື້ວານນີ້ຂ້ອຍໄດ້ໂທລະສັບໄປຫາແມ່ຕູ້ຂ້ອຍແລະຂ້ອຍຖາມເບີໂທໝູ່ຂ້ອຍນຳເພີ່ນ ແລ້ວເພີ່ນກໍ່ບອກຂ້ອຍ.

ຂ້ອຍ: ແມ່ຕູ້ເບີໂທບັກຈິດທໍ່ໃດ?

ແມ່ຕູ້: ເບີບັກຈິດຫວາຖ້າບຶດດຽວເນິ

ຂ້ອຍ: ໂດຍ

ແມ່ຕູ້: ຈົດເອົາເນິ

ຂ້ອຍ: ໂດຍ

ແມ່ຕູ້: 6543721 ອັນ 020 ຫັ້ນບໍ່ເວົ້າແຫຼະເນາະ

ຂ້ອຍ: ອ່ານຄືນດຸແມ່ຕູ້

ແມ່ຕູ້: 6543721 ອັນ 020 ບໍ່ເວົ້າແຫຼະເນາະ

ຂ້ອຍ: ແມ່ຕູ້ 020 ແມ່ຕູ້ວ່າບໍ່ເວົ້າ ຍັງຊໍ່ານີ້ລະ, ຄັນແມ່ຕູ້ເວົ້າ ຊິບໍ່ຮອດສີບເທື່ອລະບໍ່?

ແມ່ຕູ້: ໂອະແມ່ນໃດເນາະ

ຂ້ອຍ: ແຮແຮແຮ....

ຂໍອບໃຈ.

Delicious Digg Fark Twitter