ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 5, 2009 | ມີ 24 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ສະບາຍດີທຸກຄົນມື້ນີ້ຂ້ອຍຈະມາເລົ່າເລື່ອງໃສຍະສາດໃຫ້ຟັງ

ເລື່ອງນີ້ເກີດຂື້ນກັບຜູ້ໃດແມ່ນບໍ່ລອດຈັກຄົນແຕ່ກັບຂ້ອຍແລ້ວແມ່ນລອດ

ເລື່ອງຄືວ່າ: ໃນຕອນຂ້ອຍເປັນເດັກນ້ອຍຄອບຄົວຂ້ອຍໄດ້ອາໃສຢູ່ໃນໝູ່ບ້ານແຫ່ງໜື່ງຢູ່ແຂວງຊຽງຂວາງ

ໃນໝູ່ບ້ານນັ້ນມີໝໍຜີຄົນໜື່ງທີ່ຄົນໃນໝູ່ບ້ານນັບຖື ເວລາເຈັບໄຂໄດ້ປ່ວຍກໍ່ຈະໄປໃຫ້ໝໍຜິຄົນນັ້ນປົວ ແລະກໍ່ດີ

ເພາະລາວຮູ້ຈັກຊອກຢາພື້ນເມືອງນຳອີກ, ຄັນຊິໄປໂຮງໝໍພັດຢູ່ໄກແລະເປືອງຫຼາຍຢ່າງ ແຕ່ໄປຫາໝໍຜີ

ແມ່ນເສຍຄ່າຕັ້ງຄາຍຈຳນວນໜື່ງເທົ່ານັ້ນ ດ້ວຍເຫດນີ້ຄົນໃນໝູ່ບ້ານຈິ່ງໄປຫາພໍ່ໝໍປົວໃຫ້, ເມື່ອຄົນໃດໄປປົວແລ້ວ

ກໍ່ຈະບໍ່ລອດຈັກຄົນ ແຕ່ສຳລັບຂ້ອຍແລ້ວມື້ນັ້ນບໍ່ສະບາຍແມ່ຂ້ອຍກໍ່ພາໄປຫາເພີ່ນ ພໍແລ້ວພິທີພໍ່ໝໍກໍ່ບອກຂ້ອຍວ່າ:

ຫ້າມລອດກ້ອງສ້າວຕາກເຄື່ອງເດິ, ແຕ່ຂ້ອຍຫຼີ້ນຈົນເພີນເລີຍແລ່ນໄປລອດກ້ອງສ້າວໂດຍບໍ່ຮູ້ສຶກໂຕ ພໍລອດແລ້ວ

ຈິ່ງຄິດພໍ້ຄຳທີ່ພໍ່ໝໍບອກ ແຕ່ຂ້ອຍກໍ່ບໍ່ເປັນຫຍັງ ສ່ວນຄົນອື່ນໆທີ່ໄປປົວນຳເພີ່ນແມ່ນບໍ່ມີໃຜລອດຈັກຄົນເພາະເຂົາເຈົ້າຈື່ໄດ້ດີວ່າ:

ຫ້າມລອດສາວຕາກເຄື່ອງ. ນັບແຕ່ນັ້ນມາຂ້ອຍກາລອດເປັນປະຈຳທີ່ເປັນທາງຜ່ານ.

ຂໍອບໃຈ.

Delicious Digg Fark Twitter