ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 16, 2016 | ມີ 10 ຄຳເຫັນ ແລະ 0 trackback(s)

ສະບາຍດີ ບັນດາໝູ່ຄູ່ອ້າຍນ້ອງ.

ມື້ນິກະຖືເປັນຄັ້ງແລກທີ່ຂຽນບົດເລືອງໃນສືສັງຄົມອອນລາຍsmiley (ຮູ້ສືກດີໃຈ ຫຼັງຈາກທີ່ຄິດມາດົນສຸດທ້າຍກະໄດ້ຂຽນ),

ເຊິງເລື່ອງຈະມາຂຽນເປັນເລື້ອງກ່ຽວກັບ "ຊີວິດຕົນເອງໃນການມາສຶກສາຮຳຮຽນໃນສະຫະພັນລັດເຊີຍ" 

ປະຈຸບັນຮຽນມາໄດ້ 8 ເດືອນແລ້ວ, ຫາກະເສັງກຽມພາສາແລ້ວ ເຊີງຍາກຫຼາຍ, ໃນຫ້ອງຂ້າພະເຈົ້າຮຽນກຽມນຳກັນມີ 15 ຄົນ, ເສັງຜ່ານ 4 ຄົນເຊິງມັນຫີນອີຫຼີ ແນ່ນອນ, ໜື່ງໃນນັ້ນກະແມ່ນຂ້ອຍຄົນໜື່ງເຊິງດີໃຈຫຼາຍ, ຄິດວ່າຈະບໍ່ຜ່ານແລ້ວ ແຕ່ກະຮຽນສຸດຂີດ ເພາະກົດດັນຈາກທີ່ເປັນນັກສຶກສາຄົນລາວຄົນດຽວທີ່ຮຽນຢູ່ເມືອງນີ້ ແລະ ເປັນຄົນທຳອິດຂອງມະຫາໄລນິ ສຸດທ້າຍກະຜ່ານໄປດ້ວຍດີ. ນຳ້ຕາຈົນໄຫຼ່ ຄວາມດີໃຈ ແລະ ກະມີໝູ່ຫຼາຍຄົນທີ່ໄຫ້ເພາະເສັງບໍ່ຜ່ານ. (ນຳ້ຕາຄົນເຮົາກະມີສອງຄວາມໝາຍເນາະວ່າບໍ່?) 

ດຽວມື້ໜ້າຈະມາຂຽນຕໍ່ເລືອງຊີວິດມາສຶກສາຢູ່ທີ່ນີ້ ໃນໄລຍະ 8 ເດືອນ .ໂຕຄົນດຽວບໍ່ມີຄົນລາວ ເພື່ອເປັນກຳລັງໃຈໃຫ້ບັນດາທ່ານທີ່ອ່ານ ທີ່ຍ້ານທີ່ຈະໄປສຶກສາຕໍ່ໃນຕ່າງປະເທດຄົນດຽວ ເຊິງມັນມີຂໍ້ດີຫຼາຍຢ່າງ. 

Delicious Digg Fark Twitter