ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 21, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ຖ້າເຊື່ອວ່າຮັກທີ່ເຮົາມີຢູ່ຕ່ອນນິເປັນຮັກທີ່ເຮົາໝັ້ນໃຈ ບໍວ່າຄົນທີ່ດີກວ່າຈະເຂົ້າມາຫລາຍປານໃດ ເຮົາກໍສາມາດຈັດລົງໄປໃນລາຍຊື່ "ເພື່ອນຮ່ວມໂລກ" ໄດ້ຢ່າງສະບາຍ. ດ້ວຍໃຈທີ່ໝັ້ນຄົງກັບຄົນທີ່ເຮົາຮັກ ຍ່ອມເຮັດໃຫ້ຄວາມຮັກຂອງເຮົາເຂັ້ມແຂງໄດ້ແນ່ນອນ

 ເລື່ອງເວົ້າ ນະງ່າຍ ແຕ່ປະຕິບັດຍາກ ແມ່ນບໍ່? ຍິ່ງຖ້າມີອີກຝ່າຍຄຸກຄາມເຂົ້າມາຫລາຍປານໃດ ໃນຂະນະທີ່ເຂົາກໍດີກວ່າຄົນທີ່ເຮົາມີທຸກຢ່າງ ແບບນິມັນກໍທຳໃຈຍາກແມ່ນບໍລະ?

ແນ່ນອນວ່າເລື່ອງນິ ຕ້ອງໃຊ້  ລ້ວນໆ ເລີຍແຫລະ  ໃຈທີ່ໝັ້ນຄົງ ໃຈທີ່ເຮັດໃຫ້ເຮົາໄປຕະຫລອດ ລອດຝັ່ງ  ແລະໃຈເຂົາໃຈເຮົາ ນຶກເຖິງວ່າຖ້າເຮົາເປັນອີກຝ່າຍໜື່ງ ຄົນທີ່ຢູ່ຂ້າງເຮົາຕະຫລອດ ຜ່ານທຸກ ຜ່ານສຸກມາດ້ວຍກັນ ເຂົາບໍໄດ້ເຮັດຫຍັງຜິດເລີຍ ແຕ່ເຂົາຕ້ອງມາເສຍໃຈ ເພາະເຮົາພໍ້ຄົນໃຫມ່ທີ່ດີກວ່າມັນສົມຄວນແລ້ວ ບໍລະ

ແຕ່ສຳລັບຄົນໃດທີ່ກຳລັງຖືກອີກຝ່າຍເອົາໃຈອອກຫ່າງເພາະເຂົາພໍ້ຜູ້ໃໝ່ທີ່ດີກວ່າ ກໍຢ່າໄປ ດຶງເຂົາໄວ້. ຄູ່ກັນແລ້ວ ມັນບໍແຄ້ວຄາດກັນ ຕົບມືຂ້າງດຽວມັນບໍດັງແນ່ນອນ ຖືສະວ່າເຮົາໂຊກດີທີ່ໄດ້ຮູ້ໂຕກ່ອນ ເຮົາຈະໄດ້ເປີດໃຈໃຫ້ກັບຄົນທີ່ໃຈບໍໂລເລ ແລະດີກວ່າ(ຖ້າຜ່ານເຂົ້າມາ) ຖ້າເຂົາບໍຮູ້ຄຳວ່າ "ພໍ" ເຮົາກໍບໍຄວນເອົາໂຕເອງໄປຜູກໄວ້ນຳຄົນແບບນັ້ນ

ເຮົາພົບພໍ້ຜູ້ຄົນທີຫຼາກຫລາຍໃນຊີວິດ ບໍຈຳເປັນຈະຕ້ອງເປັນຄູ່ຊີວິດ ຫລາຍຄົນເຮັດຫນ້າທີ່ເປັນເພື່ອນ ເປັນເອື້ອຍ ເປັນອ້າຍ ເປັນນ້ອງ ໄດ້ດີກວ່າເປັນແຟນ ຫລາຍຄົນທຸ່ມເທໂຕເອງໃຫ້ກັບຮັກຄັ້ງໃຫມ່ທີ່ຄິດວ່າດີກວ່າ ແຕ່ບໍໄດ້ເປັນຢ່າງທີ່ຄິດສະເໝີໄປ ສ່ວນໜື່ງເພາະໃຈຄາດຫວັງໄວ້ສູງ ແລະສ່ວນໜື່ງກໍຕ້ອງຈົມຢູ່ກັບຄວາມຮູ້ສືກຜິດໃນໃຈວ່າໄດ້ ທຳລາຍຄົນທີ່ເຄີຍຮັກໂດຍບໍໄດ້ສົນໃຈໄຍດີ

ຄວາມຮັກເປັນເລື່ອງຂອງຈິດໃຈ ແລະອາລົມກໍຈິງ  ແຕ່ຄວາມຮັກທີ່ແທ້ຈິງນັ້ນຕ້ອງອາໃສເຫດຜົນເຂົ້າມາປະກອບດ້ວຍ ບໍສະນັ້ນມັນກໍຈະເປັນພຽງຄວາມຫລົງງົມງວາຍ ແລະສຸດທ້າຍເຮົາກໍຕ້ອງມານັ່ງເສຍໃຈພາຍຫລັງ ທຸກຢ່າງຢູ່ທີ່  ແລະ ຮັກທີ່ ແມ່ນ ກໍເຊັ່ນກັນ

 

ຂອບໃຈຄຳຕຳນິຕິຊົມຂອງທຸກທ່ານ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 24, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຳວ່າຮັກມີຫຼາຍສິ່ງຫຼາຍຢ່າງເຊື່ອງຊ້ອນຢູ່ໃນນັ້ນ ອາດຈະຫວານຊື່ນ, ຂົມຂື່ນ ແລະອື່ນໆອືກທີ່ຈະເຮັດໃຫ້ຄົນເຮົາໄດ້ຮູ້ຈັກຮັກ ໄດ້ສຳພັດ ແລະຮູ້ສຶກເຖິງ... ຄວາມຮັກເລີ່ມຈາກຄວາມຄິດ ເພາະຄວາມຄິດເປັນຈຸດເລີ່ມຕົ້ນຂອງຄວາມຮັກ ຄວາມຮັກອາດເຮັດໃຫ້ຄົນເຮົາປ່ຽນແປງຄວາມຄິດໄປຈາກເດີມ ອາດເຮັດໃຫ້ຄົນເຮົາປັບປຸງໂຕເອງໃຫ້ດີຂື້ນຈາກສິ່ງທີ່ເຄີຍເຮັດຜ່ານມາເພື່ອໃຫ້ເຂົ້າກັບໃຜບາງຄົນ ຄວາມຮັກເຮັດໃຫ້ເກີດຄວາມເຄົາລົບ ຄວາມສັດທາ  ເຈົ້າຈະບໍສາມາດຮັກໃຜໄດ້ຖ້າບໍຮູ້ສຶກເຊື່ອໝັ້ນເສຍກ່ອນ ແລະຄົນທຳອິດທີ່ຕ້ອງສັດທາ ແລະເຊື່ອໝັ້ນກະຄືໂຕເອງ. ຄວາມຮັກກໍຄືການໃຫ້  ຖ້າຕ້ອງການຄວາມຮັກສິ່ງທີ່ຈະຕ້ອງເຮັດກະຄືການໃຫ້  ຍິ່ງໃຫ້ຫຼາຍ ເຈົ້າແຮ່ງຈະໄດ້ສູດລັບຂອງຄວາມສຸກ ແລະເຮັດໃຫ້ມິດຕະພາບຍືນຍາວ. ໃນຮັກແທ້ມີມິດຕະພາບເຊື່ອງຊ້ອນຢູ່ ຢາກໄດ້ຮັກແທ້ຕ້ອງຫາເພື່ອນແທ້ໃຫ້ໄດ້ເສຍກ່ອນ ການຈະຮັກກັນໄດ້ບໍພຽງແຕ່ຈະຊົບຕາ ແຕ່ຢູ່ທີ່ວ່າ ຕ່າງຄົນຕ່າງມີຫຍົັງທີ່ກົງກັນຫຼື ບໍ? ຫາກຈະຮັກໃຜຢ່າງຈິງໃຈ ເຈົ້າຄວນຈະຮັກໃນສິ່ງທີ່ເຂົາເປັນ ຈົງຮຽນຮູ້ທີ່ຈະໃຫ້ອາໄພ ແລະລືມອາດີດ ຫຼືສິ່ງທີ່ບໍດີ ຮຽນຮູ້ທີ່ຈະປົດປ່ອຍຄວາມຢ້ານກົວທີ່ຢູ່ໃນຈິດໃຈ ຊີວິດຈະປ່ຽນໄປເມື່ອເຮົາຮຽນຮູ້ທີ່ຈະເປີດໃຈໃຫ້ກ້ວາງ ແລະຊື່ສັດຕໍກັນ ລວມເຖິງການເວົ້າຈາກັບຄົນຮັກຢ່າງເປີດເຜີຍ ແລະກ້າທີ່ຈະເວົ້າຖ້ອຍຄຳພິເສດວ່າ ຂ້ອຍຮັກເຈົ້າ ໂດຍບໍຍອມປ່ອຍໃຫ້ໂອກາດລຸດລອຍໄປ ຄວນຈະບອກຮັກກ່ອນຈາກກັນທຸກຄັ້ງສະເໝີ  ແກ່ນແທ້ຂອງຄວາມຮັກຄືການໄວ້ໃຈກັນ ຖ້າເຈົ້າບໍເຊື່ອໃຈກັນ ໃຜຄົນໜື່ງຈະຮູ້ສຶກລະແວວງ ກັງວົນ ແລະຫວັນໄຫວ ຂະນະທີ່ອືກຝ່າຍໜື່ງຈະຮູ້ສຶກອຶດອັດໃຈ ທີ່ສຳຄັນເຈົ້າບໍອາດຮັກໃຜທີ່ແທ້ຈິງໄດ້ຖ້າເຈົ້າບໍໄວ້ໃຈເຂົາຄົນນັ້ນຢ່າງແທ້ຈິງ

ຂອບໃຈສຳຫຼັບຄຳຕຳນິຕິຊົມ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 30, 2010 | ມີ 21 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຂໍເວົ້າເລື່ອງ ຄວາມຮັກແນ່ຈັກບາດ ມັນບໍແມ່ນເລີ່ອງຂອງ ຂພຈ ເດີ ມັນແ່ມນເລີ່ອງຂອງໝູ່ ຂພຈ ເອງ ນະ

ເລື່ອງມັນມີຢູ່ວ່າ ໝູ່ຂ້ອຍລາວມີແຟນ ແຕ່ວ່າແຟນຂອງລາວເຈົ້າຊູ້ຫຼາຍ

ຂະເຈົ້າຄົບກັນມາໄດ້ ສາມປີແລ້ວ ຍ້ອນໝູ່ຂ້ອຍຮັກລາວຫຼາຍໂພດບໍ ລາວຈື່ງໄດ້ໃຈ

ຍາມໄປຫຼີ້ນນຳກັນນີ້ ລາວກະຍັງສະແດງຄວາມເຈົ້າຊູ້ຂອງລາວອອກມາໃຫ້ເຫັນໂລດ ລົມສາວໃຫ້ເຫັນເລີຍທັງໆທີ່ຢູ່ຕໍ່ໜ້າເຮົາ ແລະໝູ່ເຮົາ

ສ່ວນໝູ່ ກະໄດ້ແຕ່ນັ່ງໜ້າມ້ອຍໆ ຢູ່ ບາງຄັ້ງ ຂພຈ ນີ້ ກະສູນ ລະກະວ່າໃຫ້ ໝໍ ບັກເຈັບຍາມໃດ ກະໃດ ຄືກັນ ຮູ້ ບໍວ່າ ບາດ ເພິນເວົ້າ ເພິນວ່າເຮົານິ ຫຶງເພິນ ເວົ້າມາລະເປັນຕາຊັງໆ

ອີຕົນແຕ່ໝູ່ ຍາມໃດກະມີແຕ່ ຈົ່ມ ລະກະມາໄຫ້ ໃຫ້ ເບິ່ງ ຍອກໃຫ້ເລີກກະບໍເລີກ ຍາມຜິດກັນຍາມໃດ ບອກໃຫ້ເລີກ ກະບໍຍອມເລີກ ບອກເຮົາຄືນຊ້ຳວ່າເພິນ ບໍເຄີຍມີ ເພິນບໍເຂົ້າໃຈດອກ ວ່າຊັ້ນ ເດ໊

ໂອ໊ຍ ເວົ້າມາ ລະຄັນແຂ້ວໃຫ້ທັງສອງ ຄົນເຂົາ

 

ພໍລະເວົ້າຫຼາຍກະເປັນການເວົ້າ ຂວັນໝູ່່

ມື້ໜ້າຊິມາເວົ້າ ຕໍ່ ອິອິອິ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 26, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

<!--ເຮົາຈະຕ້ອງຮູ້ຈັກຮັກຊີວິດໂດຍຮັກການງານຕ່ອນໃດທີ່ເຮົາເຮັດວຽກດ້ວຍຄວາມເບື່ອໜາຍແລະຈໍາໃຈ ແມ່ນເຮົາກໍາລັງຂາດທຶນໃນຊີວິດ.

<!-ຜູ້ຍິງທີ່ແຕ່ງງານກັບຄົນທີ່ຮັກຕົນເອງ ດີກວ່າຜູ້ຍິງທີ່ແຕ່ງງານກັບຄົນທີ່ຕົນເອງຮັກ

<!--ການແຕ່ງງານຄືການສ່ຽງໂຊກ ເຊິ່ງຜູ້ຊາຍລົງທຶນດ້ວຍເສລີພາບ ແລະ ຜູ້ຍິງ ລົງທຶນດ້ວຍ ຄວາມສຸກຂອງຕົວເອງ

<!--ເຂົາຮັກຈິ່ງໃຫ້ສູ່ຂໍຕໍ່ພໍ່ແມ່ ຢ່າແລນແຫ່ຫຼົງງາມໄປຕາມງ່າຍເຂົາບໍລ້ຽງໄລ່ຂັບຈະອັບອາຍ ຕ້ອງເປັນໝ້າຍຢູ່ກັບບ້ານປະຈານຕົນ

 

 

 

 

ອ່ານຈົບແລ້ວ comment ໃຫ້ແດ່ເດີ ອິອິອິ

 

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 21, 2010 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເພື່ອນທັງຫຼາຍທີ່ກຳລັງແອບມັກໃຜຢູ່ ກະຂໍໃຫ້ອ່ານ ລອງເບິ່ງເດີ ເພື່ອ ມິດຕະພາບ ແລະຊົງຜົມ ອັກໆໆໆໆ

1. ກ່ອນທີ່ເຈົ້າຈະແອບຮັກໃຜຄົນໜື່ງ ເຈົ້າຕ້ອງທຳໃຈໄວ້ ເພາະວ່າການໄປແອບຮັກຄົນອື່ນ ສ່ວນຫຼາຍມັກ ຈະບໍສົມຫວັງ ສະນັ້ນ ຢ່າຫວັງຫຼາຍເກີນໄປ

2. ຫ້າມສະແດງໂຕເປັນເຈົ້າຂອງ ເຊັ່ນວ່າເວລາຢູ່ນຳໝູ່ກະບໍໃຫ້ເວົ້າວ່າ ຄົນນີ້ແມ່ນ ແຟນເຮົາເດີ

3. ຫ້າມເຮັດໃຫ້ຕົວເອງເປັນຕາໜ້າເບື່ອ ເຊັ່ນວ່າເວລາທີ່ພົບຄົນທີ່ເຈົ້າແອບມັກ ແລ້ວເວົ້າແຕ່ເລື່ອງຂອງຕົວເອງ ແບບນີ້ເປັນຕົ້ນ

 

4. ຫ້າມສະຫຼາດເກີນໄປ ຕ້ອງເຮັດຕິໂງ່ແດ່ ເຊັ່ນວ່າເວລາຮຽນ ເລກບໍເຈົ້າລອງຖາມເຂົາເບິງວ່າ ອັນນີ້ເຮັດແນວໃດ ທັ່ງໆທີ່ເຮົາ ກະເກັງຢູ່ ແລ້ວ ອິອິອິ

5.ຫ້າມເຮັດໜ້າຕາທີ່ເຮັດໃຫ້ເຂົາຮູ້ວ່າເຈົ້າແອບມັກ ເພາະຖ້າເຂົາຮູ້ເຂົາຈະປ່ຽນໃຈທັນທີ

6. ຫ້າມເວົ້າເລື່ອງຜູ້ຊາຍຄົນອື່ນສູ່ເຂົາຟັງເພາະເຂົາຈະຄິດວ່າເຈົ້າມັກຄົນນັ້ນແທ້

7. ຫ້າມນັ່ງໃກ້ເຂົາຈົນເກີນໄປ ເພາະຖ້ານັ່ງໄກ້ ນັ້ນອາດຈະຕື່ນເຕັ້ນ ຈົນເຂົາສັງເກດໄດ້ ມັນອາດຈເຮັດໃຫ້ເຂົາຮູ້ໄດ້ວ່າເຮົາມັກ ນະ

8.  ເວລາໄປທ່ຽວນຳໝູ່ ຫຼືວ່າໄປຮ້ອງ ຄລາໂອເກ ຫ້າມຮ້ອງເພງກ່ຽວກັບຄວາມແອບຮັກ ເພາະເຂົາອາດຊິສົໃສ ວ່າເຈົ້າມັກເຂົາ

9.ເວລາທີ່ເຂົາບອກວ່າ ເຈົ້າເປັນເພື່ອນທີ່ດີທີ່ ສຸດຂອງເຂົາ ພະຍາຍາມຍາເຮັດໜ້າແບບບໍພໍໃຈ ຫຼື ພໍໃຈ

10.  ເຈົ້າຕ້ອງສະແດງຄວາມເປັນເພື່ອນທີ່ດີ ຖ້າເຂົາຕ້ອງການຄວາມຄວາມຊ່ວຍເຫຼືອຈາກເຈົ້າ ແລ້ວເຮົາສາມາດຊ່ວຍໄດ້ ກະບອກໄປວ່າໄດ້ຢູ່ແລ້ວ ເຂົາເຮັດໃຫ້ເພິນ ນິ ເພາະເພິນເປັນ ເພື່ອນທີ່ດີຂອງເຮົາເດີ