ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 8, 2014 | ມີ 5 ຄຳເຫັນ ແລະ 0 trackback(s)

ບັນດາແມ່ຍິງເວລາພົບປະກັນກໍ່ມັກຈະລົມກັນເລົ່າເລື່ອງສູ່ກັນຟັງ ເປັນເວລາຫລາຍປີທີ່ສາມສ່ຽວບໍ່ໄດ້ພໍ້ກັນ ແລະເມື່ອມາພົບກັນກໍ່ເປັນທຳມະດາແຫລະ ແຕ່ວ່າຄັ້ງນີ້ພວກເຂົາຊ້ຳພັດວ່າ ເລື່ອງເພັດ

ສ່ຽວຜູ້ທີ່ຫນື່ງ: ເຮົາມີບັນຫາເລື່ອງເພັດຂອງເຮົານະ ເວລາມັນເສົ້າ ເຮົາຕ້ອງໄດ້ໃຊ້ຢາລ້າງທີ່ຊື້ມາແຕ່ ນິວຍອກ ພຸ້ນເດະ ຂວດຫນື່ງຕັ້ງວ່າ  ສາມພັນ ໂດລາ ພຸ້ນນະ

ສ່ຽວຜູ້ທີສອງ: ສ່ວນເຮົານະໃຊ້ແຕ່ນ້ຳຢາລ້າງເພັດທີ່ຊື້ມາແຕ່ອີຢິບພຸ້ນໃດ ລ້າງແລ້ວເພັດມັນໃສກວ່າເກົ່າອີກ ແຕ່ວ່າມັນລາຄາແພງ ຊື້ມາຂວດລະ ສອງພັນຢູໂລ ພຸ້ນເກາະ ລະໂຕເດສ່ຽວ ໂຕໃຊ້ຫຍັງລ້າງເພັດໂຕຊັ້ນນະ 

ສ່ຽວຜູ້ທີສາມ: ສ່ວນເຮົານະເວລາເພັດເຮົາເສົ້າ ນະ ເຮົາຖີ້ມໂລດ ລະກໍ່ຊື້ໃຫມ່ ສະກະແລ້ວ

ສອງສ່ຽວ: !!!!!!!!!!!!!!!!!!!!!!!!!!!!!!!!!!!

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 9, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ຕ່ອນເຊົ້າມື້ຫນຶ່ງຂອງລະດູຫນາວ ສາວຄຸຢື່ນຢູ່ຂ້າງກອງໄຟເພື່ອຮັບເອົາຄວາມອົບອຸ່ນກ່ອນເຂົ້າຫ້ອງສອນ,

ໃນຂະນະນັ້ນກໍ່ມີນັກເຮີຍນຈຳນວນຫນື່ງ ມາຢືນອ້ອມກອງໄຟເອົາຄວາມອຸ່ນຄືກັນກັບສາວຄູ. ສ່ວນສາວຄູກໍຕັດສິນໃຈໃຫ້ຄຳແນະນຳດີໆແກ່ນັກຮຽນ.

ສາວຄູ: ກ່ອນເລີ່ມບົດຮຽນ ຖ້າພວກນ້ອງຈະເວົ້າຫຍັງອອກໄປ ຕ້ອງພາກັນຄິດກ່ອນຈັງເວົ້າ.

ວິທີຈະຊ່ອຍໃຫ້ພວກເຮົາມີສະມາທິ ນັ້ນ ຄິດກ່ອນເວົ້າອອກໄປນັ້ນ ເຮົາຕ້ອງນັບໃນໃຈກ່ອນເຊັ່ນຖ້າເລື່ອງສຳຄັນຕ້ອງໄດ້ນັບເຖິງ 50 ກ່ອນ

ແລະຫຍ່ິງເປັນເລື່ອງສຳຄັນຫລາຍຕ້ອງນັບເຖິງ 100ພຸ້ນ ແຮງດີ, ໃນເວລານັ້ນຮີມສົບນັກຮຽນກໍ່ເລີ່ມຕີງມຸບໆມິບໆ ພ້ອມກັນ

ແລະ ......... ແລ້ວ ................ ພວກເຂົາກໍ່ປະສານສຽງອອກມາພ້ອມກັນ 

ນັກຮຽນ: 99 .. 100 ສາວຄູ ໄຟກຳລັງໄຫມ້ສີ້ນສາວຄູ !!!!!!!!!!! 

ສາວຄູ: .......................... ??????????????????? 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 18, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

ແດງນ້ອຍມີເມຍເປັນຫມໍ ທີ່ມັກສະອາດທີ່ສຸດ ແຕ່ລະມື້ແຕ່ລະວັນເຂົາຕ້ອງໄດ້ອົດທົນກ້ຳກືນ ຝືນໄວ້   ນຳ ຄວາມເຈົ້າກີ້ເຈົ້າການ ຂອງເມຍ ບໍວ່າຈະເປັນຍາມກິນ ເອົາຖ້ວຍຕັກແກງກະຕ້ອງຖາມວ່າ" ລວກນ້ຳຮ້ອນລະເບາະ " ເອົາບ່ວງມາຕັກອາຫານກະຕ້ອງ ລວກນ້ຳຮ້ອນ ຈອກກະເຟ, ແປງຖູແຂ້ວ.... ທຸກຢ່າງເມຍຈະເປັນຝ່າຍທ້ວງຖາມຕະຫລອດວ່າ ລວກນ້ຳຮ້ອນລະເບາະ ແມ້ກະທັ້ງຕ່ອນນອນກາງຄືນແດງນ້ອຍຫລົງເອົາມືໄປກາຍຂາເມຍກະຍັງລະເມີອອກມາວ່າ ລວກນ້ຳຮ້ອນລະເບາະ

 

ຂອບໃຈທີ່ຄອມເມັ້ນໃຫ້

ຂຽນເມື່ອ ຂຽນເມື່ອ: ພ.ພ.. 4, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

ຊົ່ວໂມງຮຽນວິຊາພູມສາດ ສາວຄູນ້ອຍກຳລັງອະທິບາຍບົດຮຽນກ່ຽວກັບບັນດາປະເທດຕ່າງໆ ນ້ອຍໃຫຍ່ ໃນໂລກ. ບັງເອີນຫຼຽວໄປເຫັນ ທ້າວ ຈ່ອຍກຳລັງນັ່ງນອນ ງັອກໆ ຢູ່ຈິ່ງແກ່ວງສໍຂາວໄປໃສ່ຫົວປັອກບາດຫນື່ງ. ທ້າວຈ່ອຍກໍຊວດຮູ້ເມື່ອແກະຂີ້ຕາທັງເຊັດນຳລາຍຍ້ອຍຕືນໂຕຂື້ນມາ.

ສາວຄູ: ທ້າວຈ່ອຍແມ່ນເຈົ້າເຮັດຫຍັງມາ ຄືຢາກນອນເອົາແທ້ເອົາວ່າ ເບາະ ແລະກໍມານັ່ງເຫງົານອນຢູ່ຫ້ອງຮຽນນິ. ນ້ອງຮູ້ບໍປະເທດໃດນ້ອຍກວ່າຫມູ່ຢູ່ໃນໂລກນິ?

ທ້າວຈ່ອຍ: ຮຽນສາວຄູ ຂະນ່ອຍຂໍຕອບ ອັນ ນ ນ ...... ໆ ໆ ປະເທດທີ່ນ້ອຍກວ່າຫມູ່ໃນໂລກນິແມ່ນປະເທດ ເອຢິບ ເພາະວ່າ ມັນມີແຕ່ ຢິບດຽວຫນື່ງ ຂະນ່ອຍ

ສາວຄູ: .....................​!!!!!!!!!!!!!!!!!!!!!!!!

ຂຽນເມື່ອ ຂຽນເມື່ອ: ພ.ພ.. 2, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ແມ່ເຖົ້າ ສາອາໃສຢູ່ກັບຫລານສາວສອງຄົນແຕ່ລະມື້ແມ່ເຖົ້າສາຈະເປັນຜູ້ເຝົ້າບ້ານ ໄວ້ຖ້າຫລານສາວ. ຫລານສາວຂອງລາວຈະອອກໄປເຮັດວຽກແຕ່ຫົວຄ່ຳ ແລະກໍ່ກັບມາເຮືອນຕ່ອນໃກ້ຈະແຈ້ງທຸກມື້ ໂດຍທີ່ເຖົ້າສາບໍ່ເຄີຍຮູ້ເລີຍວ່າຫລານເພິນເຮັດຫຍັງແດ່ , ມື້ຫນື່ງຕຳຫລວດກຸ່ມບ້ານໄດ້ອອກກວດລ້າງ ຈັບສາວຂາຍບໍລິການເພື່ອເອົາໄປສືກສາອົບຮົມ, ເຖົ້າສາຖ້າຫລານສາວຫມົດມື້ຫມົດຄືນກະບໍກັບບ້ານ ຄິດເປັນຫ່ວງກະເລີຍ ອອກໄປຊອກຫາຫລານສາວດ້ວຍໂຕລາວເອງ ພໍດີຍ່າງໄປຫາຫລານສາວ ຢູ່ຕະຫລາດ ເຫັນຫລານສາວລາວຢື່ນລຽນແຖວຢູ່ ກະຟ້າວແລ່ນໄປຖາມຫລານສາວດ້ວຍຄວາມເປັນຫ່ວງ

ເຖົ້າສາ: ອີຫລ້າ ໂຕໄປໃສ່ຫມົດມື້ຫມົດຄືນບໍກັບບ້ານ ລະເປັນຫຍັງຄືມາລຽນແຖວຢູ່ ນິ

ຫລານສາວ: (ຢ້ານແມ່ເຖົ້າຮູ້ກະເລີຍຕົວະ) ຫລານເຮັດວຽກລ່ວງເວລາ ນາແມ່ເຖົ້າ ດຽວນິຫລານກະມາຢືນລຽນແຖວຖ້າເອົາຫມາກກ້ຽງຫວານ ເພາະວ່າຂະເຈົ້າກຳລັງແຈກຫມາກກ້ຽງຢູ່.

ຝ່າຍແມ່ເຖົ້າເມື່ອໄດ້ຍິນຈັງຊັ້ນກະຄິດຢາກໄດ້ ກະຟ້າວໄປລັກລຽນແຖວໂດຍບໍບອກໃຫ້ຫລານສາວຮູ້ ເມື່ອຕຳຫລວດ ສອບສວນມາຈົນຮອດຜູ້ສຸດທ້າຍກະແປກໃຈ

ຕຳຫລວດ: ແມ່ເຖົ້າ ເຈົ້າເຖົ້າປານນິກະຍັງມາເຮັດນຳເຂົາຢູ່ເບາະນິ ?

ເຖົ້າສາ: ຮ້ວາຍ ເຖົ້າກະຍັງມີປາກຢູ່ໄດ ບັກຫລ້າ ແມ່ເຖົ້າເອົາປາກດູດເອົາກະໄດ້ ເດະ ........................

ຕຳຫລວດ: ...................... !!!!!!!!!!!!!!!!!

(ຂໍອະໄພ ໃນບາງຄຳສັບ)

ຂຽນເມື່ອ ຂຽນເມື່ອ: ມ.ນ.. 29, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

ທ້າວ ກຳໄປກິນອາຫານແລງຢູ່ຮ້ານອາຫານລາຄາຖືກໆແຫ່ງໜື່ງ. ທີ່ຮ້ານອາຫານດັງກ່າວເຂົາບັງເອີນພົບກັໜໝູ່ເກົ່າຄົນໜື່ງ

ທ້າວ ຊຽງ ເຊິ່ງເປັນຄົນເສີບ ອາຫານຢູ່ທີ່ນັ້ນ

ທ້າວ ກຳ: ຊຽງ ໂອ ! ໂຕບໍອາຍຊາດ ບ້ານເພິນຫວາ ທີ່ມາເສີບອາຫານ ຢູ່ຮ້ານອາຫານຊັ້ນຕ່ຳໆ ແບບນິ

ຊຽງຕອບຄືນ ຢ່າງໃຈເຢັນ: ເຮົາເຮັດວຽກຢູ່ຮ້ານອາຫານຊັ້ນຕຳ່ໆ ແນວນິ ກໍ່ຈິງ ແຕ່ເຮົາບໍໄດ້ ກິນອາຫານ ຢູ່ຮ້ານອາຫານຊັນຕ່ຳໆ ແບບນິຄືໂຕໄດ໊

ທ້າວກຳ: .........!!!!!!!!?????????

 

 

ຈົບ ຮອດໝ້ອງຫົວລະເດີ !!!!!!!!!!

ຂຽນເມື່ອ ຂຽນເມື່ອ: ມ.ນ.. 14, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

ພໍ່ເຖົ້າ ກັບລູກເຂີຍ ນັ່ງກິນເຂົານຳກັນ ແລະກະລົມກັນຕາມປະສາ ຄົນຢູ່ເຮືອນຫຼັງດຽວກັນ

ລູກເຂີຍ: ພໍ່ ຕ່ອນສະໄໝພໍ່ເປັນທະຫານ ພໍ່ກະມີປະຊົບການທີ່ ສ໊ຽວໆ ຢູ່ ເບາະ ແບບວ່າລອດຕາຍແບບ  ວຸດວິດຫ້ານ ນະ

ພໍ່ເຖົ້າ: ໂອຍ ພໍ່ລະບໍຢາກເວົ້າ ມັນມີຫຼາຍໂພດ ນາ

ລູກເຂີຍ: ໜ້ອຍໜື່ງກະຍັງດີື ໄດ໊ ເພື່ອລູກຫຼານຈະໄດ້ເອົາເປັນບົດຮຽນ

ພໍ່ເຖົ້າ: ມີຢູ່ຕ່ອນໜື່ງສັດຕູມາປິດລ້ອມໝົດ ອອກໄປໃສ່ກະບໍໄດ້ ສຸດທ້າຍມີແຕ່ພໍ່ຄົນດຽວ

ລູກເຂີຍ: ໂອະ ພໍ່ລອດຕາຍຄົນດຽວ ແມ່ນ ບໍ

ພໍ່ເຖົ້າ : ບໍແມ່ນ ໃນກອງຮ້ອຍນະ ໝົດທຸກຄົນ ລຸກຂື້ນປະຈັນບານກັບສັດຕູ ມີແຕ່ພໍ່ຄົນດຽວທໍ່ໜັ້ນ ທີ່ໝູບຕິດກັບດິນຢູ່

ລູກເຂີຍ: ....​!!!!!! ???

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 10, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ຄົນຂໍທານເຄາະປະຕູເຮືອນທິດຝອຍ ແລະກະເວົ້າ ວ່າ

ຄົນຂໍທານ: ຂໍເງິນແດ່ທ້ອນ

ທິດຝອຍ: ຂ້ອຍບໍມີເງິນ

ຄົນຂໍທານ:​ ກະຊັ້ນ ... ອາຫານກະໄດ້

ທິດຝອຍ: ຂ້ອຍບໍມີອາຫານເຫຼືອ

ຄົນຂໍທານ:​ ຊັ້ນ ຂະນ້ອຍ ຂໍສົ້ງເສື້ອເກົ່າກະໄດ້

ທິດຝອຍ: ສົ້ງເສື້ອເກົ່າ ຫຼືໃໝ່ຂ້ອຍກະບໍມີ

ຄົນຂໍທານ: ຖ້າເປັນແນວນັ້ນ .... ທ່ານຕ້ອງມາກັບຂ້ານ້ອຍ ແລະພາກັນໄປຂໍທານນຳກັນ

ທິດຝອຍ: .................​!!!!!!!!!!!!

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 23, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ສອງສ່ຽວນັງຊົດເຫຼົ້າຂາວ ຢູ່ນຳກັນ ກຳລັງແຊບຊ້ອຍຢູ່ ບັງເອີນສຽງໂທລະສັບກະດັງຂື້ນ

ສ່ຽວ1: ກົດຮັບໂທລະສັບ: ແມ່ນລະ , ກະຊັ້ນອີກ ສອງມື້ພໍ້ກັນເນາະ

ສ່ຽວ2: ໃຜໂທມາ ເບາະສ່ຽວ ?

ສ່ຽວ1: ຜູ້ສາວ ນ່າ

ວ່າແລ້ວ ກະຊົດເຫຼົ້າຕໍ່ ສຽງໂທລະສັບກໍດັງຂື້ນອີກ

ສ່ຽວ1: ກົດຮັບ: ອາໂຫຼ ... ໂດຍ ແມ່ນແລ້ວ ກະຊັ້ນມື້ແລງຊິໄປຫາ ເດີ

ສ່ຽວ2: ປາດທິໂທ ສ່ຽວໂຕຄືວ່າມີຜູ້ສາວຫຼາຍຄົນແທ້ ສະເໜ່ແຮງແທ້ ອີຫຼີຕະວານິ

ວ່າລະກະເອົາມືຕ້ອຍແກ້ມໝູ່ພ້ອມ

ສ່ຽວ1: ເວົ້າຢ່າງໝັ້ນອົກໝັ້ນໃຈ : ກະແທ້ລະ ແນວຄົນມັນຫຼໍ່ເວີ້ຍ

ບໍພໍຄາວສຽງໂທລະສັບກະດັງຂື້ນອີກ ແຕ່ບໍຍອມຮັບ. ສຽງໂທລະສັບດັງຂື້ນ ຕິດໆ ກັນຫຼາຍບາດກະຍັງບໍຍອມຮັບ

ສ່ຽວ2 ອົດບໍໄຫວກະເລີຍຮັບແທນ

ສ່ຽວ2: ອາໂຫຼ

ຜູ້ໂທມາ: ອາໂຫຼ ບັກເກີດ ເບາະນິ

ສ່ຽວ2: ບໍແມ່ນເດີ ຂ້ອຍແມ່ນສ່ຽວມັນ ມີຫຍັງບໍ

ຜູ້ໂທມາ: ມັນຕິດໜີ້ຂ້ອຍ 500000 ກີບ ແຕ່ທິດແລ້ວນິພຸ້ນ ວ່າຊິເອົາມາໃຊ້ມື້ນັ້ນມື້ນິຢູ່ ບໍເອົາມາຈັກ ເທື່ອ ດີແລ້ວ ເຈົ້າເປັນໝູ່ມັນ ..........................

ສ່ຽວ2: .................!!!!!!!!!!!!!!!!!

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 11, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

ສອງພໍ່ລູກ ນັ່ງຊ້ອນລົດຖີບກັບຈາກໂຮງຮຽນ

ຜູ້ເປັນພໍ່ ກະເລີຍສວຍໂອກາດສອນລູກ

ພໍ່: ລູກຕ້ອງຕັ້ງໃຈຮຽນເດີ ໃຫຍ່ຂື້ນມາ ກະຊິໄດ້ເ“ເປັນຫົວໜ້າຄົນໃຫ້ໄດ໊

ລູກ: ເປັນຫຍັງຈັ່ງເປັນຫົວໜ້າເບາະ ພໍ່ ?

ພໍ່: (ຄິດດົນເຕີບ) ເພື່ອລູກຊິບໍໄດ້ເປັນລູກນ້ອງຫ້ານລະ

ເປັນຫົວໜ້າມັນຈັງດີ ບໍມີໃຜສັ່ງໄດ້ .................... (ຍົກເຫດຜົນ 108 ປະການ)

ລູກ : (ຍັງບໍຢາກເປັນຢູ່ດີ)

ພໍ່: ມີຄວາຍຝູງໜື່ງ ໂຕຜູ້ເປັນຜູ້ນຳຂອງຝູງ ກ່າຍຫ້ານແມ່ນຄວາຍແມ່ກັບລູກໆໝົດທີ່ຄ່ອຍປະຕິບັດຕາມຄຳສັງຫົວໜ້າຝູງ

ລູກຢາເປັນ ຫົວໜ້າຝູງບໍ ຫຼືວ່າ ຄວາຍແມ່?

ລູກ: ບໍຢາກເປັນດອກ ເພາະລູກບໍຢາກເປັນຄວາຍ

ພໍ່: ...........​!!!!!!!!!!!!!

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 24, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

ມື້ໜື່ງ ກິແດງຄອບແມ່ໄປຫຼີ້ນ ນຳໝູ່ ຢູ່ ພາກທາງເບື້ອງກົງກັນຂ້າມກັບເຮືອນຂອງຕົນເອງ

ກິແດງ: ແມ່ໆ ລູກຂໍໄປຫຼີ້ນນຳ ໝູ່ ແດ່ເດິ

ແມ່ກິແດງ: ໄປກະໄປ ແຕ່ລູກຕ້ອງລະວັງເດິ ເວລາຈະຂວ້າມທາງນັ້ນ ລູກຕ້ອງໃຫ້ລົດໃຫຍ່ຜ່ານໄປກ່ອນລູກ ຈັງຂ້າມ ເດິ

ຮັບປາກບໍລະ

ກິແດງ: ໂດຍໆໆໆ ໄປລະເດີ

ຜ່ານໄປດົນເຕີບ ກິແດງໃຫ້ກາກໆ ກັບມາຫາແມ່

ກິແດງ: ແມ່ໆໆ ລູກຖ້າຕັ້ງບັກດົນໆ ເປັນຫຍັງບໍເຫັນມີລົດໃຫຍ່ກາຍໜ້າເລີຍ ຮືໆໆໆໆ ແນວນິເຮັດໃດຊິໄດ້ຂ້າມຈັກເທື່ອ ຮືໆໆໆໆໆໆໆໆໆໆໆໆໆໆໆ

ແມ່ກິແດງ: ................!!!!!!!!!!!!!!!!!

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 17, 2010 | ມີ 13 ຄຳເຫັນ ແລະ 0 trackback(s)

ຕາມປົກກະຕິແລ້ວຢູ່ແຕ່ລະບ້ານຈະມີການກວດພະຍາດປະຈຳປີໂດຍເອົາ ນ້ຳປັດສະວະ ແລະອາຈົມໄປກວດ

ວັດແຫ່ງໜຶ່ງ ມີແມ່ຊີຕົນ1ອາໃສຢູ່ ແລະລາວກະຢາກກວດພະຍາດຄືກັນ

ລາວໄດ້ປັດສະວະ ໃສ່ໂຖນ້ອຍອັນໜຶງ ແລ້ວກະນຳເອົາໄປໃຫ້ແພດກວດ

ແຕ່ໃນຂະນະທີ່ເດີນທາງໄປນັ້ນຫົນທາງມັນກໍ່ຍາກແນ່ ຂະລຸກຂະລັກ

ກະເລີຍເຮັດໃຫ້ນ້ຳປັດສະວະທີ່ ແມ່ຊີຕຽມໄປນັ້ນເຮ່ຍຈົນໝົດ

ແມ່ຊີ: ໂອ໊ ຊິເຮັດແນວໃດເນາະບາດນິ.

ບັງເອີນຕ່ອນນັ້ນມີງົວແມ່ໂຕໜຶ່ງກຳລັງຍ່ຽວຢູ່

ລາວກະເລີຍໄປໂຕງເອົານ້ຳຍ່ຽວງົວນັ້ນໄປໃຫ້ແພດກວດ

ຜົນກວດອອກມາ ແລ້ວໝໍກະມາບອກພ້ອມຄວາມແປກໃຈວ່າ

ໝໍ: ຂໍສະແດງຄວາມ ..... ຕ່ອນນິເຈົ້າກຳລັງມີລູກ!

ແມ່ຊີ: ບໍວ່າດອກ ເຮົາໃຊ້ທຽນແຫຍ່ໃສ່ພຽງແຕ່ສອງຄັ້ງໜື່ງກະຊິມີລູກ

ໝໍ: ................ !!!!!!!!!!!!!!

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 17, 2010 | ມີ 12 ຄຳເຫັນ ແລະ 0 trackback(s)

ສາວຄູກຳລັງສອນໜັງສືຢູ່ ເປັນຊົ່ວໂມງພາສາອັງກິດຂອງຫ້ອງ ປ. 2

ໃນຂະນະທີກຳລັງສອນຢູ່ນັ້ນ

ສາວຄູ: (ເອົາໄມ້ຊີ້ໃສ່ກະດານ) ຕາບເບິລ  table

ບັງເອີນນ້ອງນ້ອຍຄົນໜຶງມີອ້າຍຮຽນຢູ່ຫ້ອງ ປ. 3

ນັກຮຽນ: ສາວຄູໆ! ອັນນິ ອ້າຍຂອງນ້ອງພາອ່ານວ່າ ເທເບິລ ໄດ

ສາວຄູ:​ (ຄິດໜ້ອຍ1ແລ້ວກະຕອບ)

ໂອ໊ຫວາ ! ປ 2 ເຮົາຕ້ອງອ່ານວ່າ ຕາບເບິລ ບາດເຮົາຂຶື້ນປ 3 ເຮົາຈັງອ່່ານວ່າ ເທເບິລ

ນັກຮຽນ: ໂດຍ ຕາບເບິລໆໆໆໆໆໆໆໆໆໆໆ ..........

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 13, 2010 | ມີ 3 ຄຳເຫັນ ແລະ 0 trackback(s)

ບໍຄິດວ່າເດັກນ້ອຍທຸກມື້ນິຊິເກັງປານນິ ນະ ຍອມ ນັກຮຽນຄືກັນ

ຢູ່ໃນຫ້ອງຮຽນ

ທ. ແດງ: ພວກໂຕຮູ້ເບາະໝາໃຜຢູ່ວັດ? ໃຜຕອບໄດ້ຊິໃຫ້ສັບໝາກກອກບາດ 1

ທ. ດຳ: ໝາຄູບາ

ແດງ: ບໍແມ່ນ ພ້ອມໝາກກອກໃສ່ ບາດ1

ທ ແກ້ວ : ໝາຄົນປ່ອຍ

ແດງ: ກະຍັງບໍແມ່ນ ແຖມໝາກກອກໃຫ້ພ້ອມ

ເອກ: ໝາບໍມີເຈົ້າຂອງ

ແດງ: ແຮ່ງບໍຖືກ ສັບກອກ ກ໊ອກ ບາດ1

ໝົດທຸກຄົນ : ຍອມໆໆໆໆ໋ໆ

ແດງ: ກະກະກະກະ................. ໝາຄູບອຍ ຫັ້ນເດະ

ໝົດທຸກຄົນຫົວແຊວຂື້ນ

ຂພຈ ຍັງນັ່ງງົງຢູ່ ຈົນມີ ນັກຮຽນຄົນ 1 ມາ ກະຊິບບອກ

ທິກເຊີ ກະເວົ້າປີ້ນຄຳຫັ້ນເດະ

ໂອ໊ !!!!!!!!!! ເຮົາກະ ເງີກປານນິ ນໍ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 12, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

ສອງສ່ຽວນັ່ງດື່ມເບຍກັນຢ່າງແຊບນົວ

ແລະກະລົມເລື່ອງກັນໄປຕາມປະສາສ່ຽວຫັ້ນລະ

ເອກ: ນິແກນ ! ສ່ຽວຮູ້ເບາະ ວ່າຫຍ້າ ດີຕໍ່ສາຍຕາແນວໃດນະ

ນິແກນ: ຈັກລະເດິ ອັນນິກະບໍຮູ້ຄືກັນ ແຕ່ວ່າຕັ້ງແຕ່ເກີດມານິ

ບໍເຄີຍເຫັນຄວາຍໂຕໃດໃສ່ແວ່ນຕາຈັກໂຕ ນະ !

ເກນ: ..........!!!!!!!!!

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 4, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ສາວໜື່ງນັ່ງອ່ານປື້ມວັດຈະນານຸກົມພາສາອັງກິດຢູ່ເທິງລົດເມ

ກຳລັງແລ່ນໄປຕະຫຼາດເຊົ້າ. ບ່າວທີ່ນັ່ງທາງຂ້າງກະເລີຍແມະເຂົ້າມາເຫຼືອດຕາເບິງນຳ ພ້ອມກັນເຮັດປາກມຸບໆມັບໆ

ໂດຍບໍມີທີທ່າຊິຮູ້ໂຕເລີຍວ່າສາວເລີ່ມບໍພໍໃຈແລ້ວ

ສາວ: ນິ! ເຈົ້າຮູ້ຈັກຄຳວ່າມາລະຍາດຢູ່ເບາະ?

ບໍໄດ້ຫຼາຍຄວາມດຶງເອົາປື້ມຈາກມືສາວພ້ອມກັບມາເປີດເບິງ່ໜ້າຕາເສີຍ

ບ່າວ: ຄືບໍບອກແຕ່ດົນວ່າຍາກຮູ້ຄຳນິ?

ສາວ: ........!!!!!!!!!??????????

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 3, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ສອງສ່ຽວບໍໄດ້ພໍ້ກັນດົນເຕີບມາເຫັນກັນກະຖາມສຸກທຸກເປັນທຳມະດາ............................

ສາວຄຳແພງ: ສ່ຽວ! ໂຕແຕ່ງງານມາໄດ້ສາມເດືອນນິ ແຕ່ເຮົາເຫັນໂຕໃສ່ແຫວນຜິດເບື້ອງຕະຫຼອດນະ ເປັນຫຍັງ?

ສາວນອ້ຍ: ເຮົາໃສ່ຜິດເບື້ອງນິເພື່ອຢື່ນຢັນໃຫ້ຄົນອື່ນຮູ້ແນວໜຶ່ງ ນະ ສ່ຽວ

ສາວຄຳແພງ: ແນວໃດເບາະສ່ຽວ?

ສາວຄຳແພງ: ເພື່ອໃຫ້ຄົນອື່ນຮູ້ວ່າເຮົາແຕ່ງງານຜິດຄົນ!

ສາວນ້ອຍ:.......................!!!!!!!!

ຂຽນເມື່ອ ຂຽນເມື່ອ: ກ.ລ.. 21, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ສອງສ່ຽວນັ່ງດືມເຫຼົ້າໝົດໄປຫຼາຍແກ້ວເຕີບ ຈົນວ່າຊືມທັງສອງຄົນ

ສ່ຽວ1: ສ່ຽວເຮົາວ່າພໍກ່ອນ ນະ ຢ້ານເມຍເຮົາບໍຈືນະບາດກັບບ້ານນະ

ສ່ຽວ2: ເອົາອີກນາ ເຮົາຊິໄປສົ່ງດອກ ບໍຕ້ອງຫວ່ງ!

ວ່າລະກະດືມອີກໝົດໄປສອງແກ້ວ ແລ້ວກະ ເຟືອກັນແທກທາງກັບບ້ານ

ພໍຮອດເຮືອນຂອງສ່ຽວທີ່1 ຜູ້ເປັນເມຍເຫັນກະຮ້ອງທັ່ງມາໃສ່ດ້ວຍຄວາມຢາກຮ້າຍ

ເມຍ: ບັກໜ້າໝາ ໄປເມົາມາອີກລະ ນໍ!

ສ່ຽວ1: ຫັ້ນນາ ເຮົາວ່າແລ້ວ ເມຍເຮົາຊິບໍຈື່ ນະ !

ສ່ຽວ2: .......................!!!!!!!!!!!!!

ເມຍ: !!!!!!!!!!!!!!!!!!!!!!!!!!!

 

ປລ: ຂໍອະໄພນຳ ອິອິອິ ເວົ້າບໍສຸພາບ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 21, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ແຂກຄົນໜື່ງຍາ່ງເຂົ້າຮ້ານມາ

ແຂກ: ຂໍເບຍສອງແກ້ວ ຂອງແກ້ມ 1 ຈານ (ຮ້ອງສັ່ງຢ່າງແຮງ)

ເຈົ້າຂອງຮ້ານນຳມາເສີບ ດ້ວຍໃບໜ້າຍີ້ມແຍ້ມ

ຫຼັງຈາກເວລາຜ່ານໄປ ຂອງແກ້ມແລະເຄື່ອງດືມກະຖືກກິນຈົນໝົດ

ແຂກດັງກ່າວຄ່ອຍໆບ້ຽນຕົວໄປຫຼັງເຄົາເຕີ້ ແລະຊິມໃສ່ເຈົ້າຂອງຮ້ານວ່າ

ແຂກ: ອອກໃບບິນໃຫ້ແດ່ ເຊັນໄວ້ເດິ ມື້ອື່ນຊິມາຈ່າຍ!

ເຈົ້າຂອງຮ້ານສະແດງສີໜ້າບໍພໍໃຈ ແລະເວົ້າວ່າ

ເຈົ້າຂອງຮ້ານ: ຕ່ອນເຂົ້າມາ ຄືຮ້ອງແຮງຈົນວ່າຮ້ານເຟືອນຍູດໆ ບາດອອກໄປຄືເວົ້າຄ່ອຍຈົນບໍມົ້ມຮອດຂີ້ສົບ!

ແຂກ: ........................ອິອິອິ !!!!!!!!!!!!!!

ເຈົ້າຂອງຮ້ານ: .................???

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 18, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ຫຼັງຈາກຄູພານັກຮຽນໄປທັດສະນະສຶກສາຢູ່ຟາມລ້ຽງສັດແຫ່ງໜຶ່ງ.

ຄູ: ໄປທັດສະນະສຶກສາຄັ້ງນີ້ໄດ້ຄວາມຮູ້ຫຍັງແດ່?

ທ. ແກ້ວ: ຂະນ້ອຍໄດ້ຄວາມຮູ້ກ່ຽວກັບແກະ

ຄູ: ຄັນຊັ້ນລອງອະທິບາຍໃຫ້ຄູຟັງເບິງດຸ?

ທ. ແກ້ວ: ຂະນ້ອຍຫາກໍ່ສັງເກດວ່າຂົນຂອງມັນເຮັດຈາກຜ້າພົມປູເຮືອນ.

ຄູ: ..............!!!!!!!!!!!!!!!!!!!!

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 11, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

ທີ່ໂຮງໝໍແຫ່ງໜື່ງ ຕູ້ສາຖືກຍູ້ໃສ່ລໍ້ມາໂຮງໝໍ

ໝໍ: ພໍຕູ້ເປັນຫຍັງຈິງເຈັບນິ?

ຕູ້ສາ: ຕູ້ຕຳຕໍປໍ ຫຼານເອີຍ(ໝາຍເຖິງຕຳຕໍກົກປໍ)

ໝໍ: ພໍ່ບໍຕ້ອງເວົ້າຫຽໍ້ ໃຫ້ເວົ້າແຈ້ງໂລດວ່າຕຳຫຍັງ ?

ຕູ້ສາ: ບໍນາ! ຍັງວ່າຕຳຕໍປໍ ເດ

ໝໍ: ເລີ່ມຫົນຫວາຍ. ຊັ້ນພໍ່ຕູ້ ຈໍ ຫຼໍ ບໍ ? (ຈໍ ຫຼໍ ບໍ ໝາຍເຖິງເຈັບຫຼາຍບໍ)

ຕູ້ສາ: .............​?????????????

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 11, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

ມື້ໜື່ງຂະນະທີ່ລູກຂີ້ກະເດືອນ ນຳກົ້ນແມ່ໄປຊອກຫາອາຫານ

ລູກຂີ້ກະເດືອນ: ອີແມ່ ເອີຍ! ລູກກະມີພໍ່ຢູ່ຫວາ?

ແມ່ຂີ້ກະເດືອນ: ມີລະເວີ້ຍ ໃຜໆໆ ກະມີພໍ່ທັງນັ້ນລະ!

ລູກຂີ້ກະເດືອນ: ຄັນຊັ້ນ ພໍ່ຂອງລູກໄປໃສ່ສະ ນະ?

ແມ່ຂີ້ກະເດືອນ: ພໍ່ໂຕນຳຄົນຊິດເບັດໄປຫາປາ !

ລູກຂີ້ກະເດືອນ: ..........??????????????

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 9, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ຄູ: ນ້ອງຮຽນໜັງສືມາເປັນປີແລ້ວ ແຕ່ນັບໄດ້ຮອດແຕ່ສາມເທົ່ານັ້ນ.

ຫາກຍັງສຶບຕໍ່ໄປແນວນີ້ ບໍຮູ້ວ່ານ້ອງຊິໄປເຮັດຫັຍງໄດ້ ໃນອະນາຄົດ?

ນ້ອງນັກຮຽນ: ນ້ອງຊິເຮັດອາຊີບ ເປັນນັກຖ່າຍຮູບ, ອາຊີບນີ້ຕ້ອງການນັບຮອດແຕ່ສາມ ກະພໍແລ້ວ.

ຄູ: ..........................!!!!!!!!!!!!!!!!!!!!!!!!!

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 7, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

ໝໍ: ໝໍຈະໃສ່ຢ່າສະຫຼົບ ແລ້ວເດີ!

ຄົນເຈັບ: ຢ່າຟ້າວທ່ານໝໍ!  ຫຼັງຈາກນັ້ນກະຍົກກະເປົາເງິນມານັບເບິ່ງ.

ໝ: ບໍ່ໆໆໆໆໆໆ ບໍຕ້ອງຈ່າຍຕ່ອນນີ້ກະໄດ້!

ຄົນເຈັບ: ຂ້ອຍບໍໄດ້ຈ່າຍຕ່ອນນີ້ດອກທ່ານໝໍເອີຍ! ຂ້ອຍຈະນັບໄວ້ກ່ອນຂ້ອຍຈະສະຫຼົບ ນາ!

ໝໍ: ........................!!!!!!!!!!!!!!

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 4, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ເລື່ອງມັນກະມີຢູ່ວ່າ ຄະນະນັກຄົ້ນຄ້ວາ ກ່ຽວກັບການປະພຶດທາງເພດຂອງຄົນໃນເມືອງ ໄດ້ທຳການສຳພາດຜູ້ຊາຍທີ່ແຕ່ງງານ

ໜື່ງໃນບັນດາຄຳຖາມທີ່ຕັ້ງຂື້ນເວົ້າວ່າ  " ຫຼັງຈາກທ່ານຮ່ວມເພດແລ້ວປັບ ................. ທ່ານເຮັດຫຍັງ? "

ຄຳຕອບຕໍ່ຄຳຖາມນີ້ໄດ້ສະແດງອອກຢ່າງຈະແຈ້ງຄື:

10 % ບອກວ່າຕໍ່ຈາກນັ້ນກະມ້ອຍຫຼັບໄປເລີຍ

10% ໄປອະນາໄມລ້າງຕົນໂຕ ແລະຊອກບຳລຸງດ້ວຍນ້ຳໝາກໄມ້ສົດ ຫຼື ໂອວັນຕິນໃສ່ໄຂ່ ວ່າຊັ້ນ

ສ່ວນເຫຼືອ ອີກ 80% " ພໍເສັດສັບ ກໍຮີບອອກຈາກເຮືອນພັກ ເພື່ອກັບເຮືອນໂລດ " !!!!!!!

ຂຽນເມື່ອ ຂຽນເມື່ອ: ພ.ພ.. 24, 2010 | ມີ 12 ຄຳເຫັນ ແລະ 0 trackback(s)

ອອນສີ: ເອີ້ນດອກເຕີໃຫເຮົາແດ່! ເອີ້ນດອກເຕີໃຫ້ເຮົາແດ່!

ອອນສີເອີ້ນໃສ່ໝູ່ໃນງານພົບປະສ້າງສັນ.

ໄດ້ຍິນແນວນັ້ນເພື່ອນຂອງເຂົາຄົນໜື່ງເລີຍຖາມວ່າ: ໂຕເປັນຫຍັງ? ໂຕບໍສະບາຍບໍ ນິ?

ອອນສີ: ເຮົາບໍເຈັບ ບໍເປັນຫຍັງດອກ! ເຮົາຫາກະຮຽນຈົບດອກເຕີມາໃໝ່ໆ. ພວກໂຕກະເອີ້ນດອກເຕີໃຫ້ເຮົາແດ່ດຸຫັ້ນ !

ໝູ່ອອນສີ: .........!

ຂຽນເມື່ອ ຂຽນເມື່ອ: ມ.ສ.. 28, 2010 | ມີ 12 ຄຳເຫັນ ແລະ 0 trackback(s)

ສອງເຖົ້ານັ່ງລົມກັນ ເຖົ້າ ໜື່ງເປັນຄົນໄທ ແລະອີກເຖົ້າໜື່ງແມ່ນຄົນລາວ ນັ່ງລົມກັນ ຢູ່ ເຖົ້າ ລາວນັ້ນກຳລັງນັ່ງເບິງໂທລະທັດຢູ່ ສວ່ນເຖົ້າໄທນັ້ນ ພັດນັ່ງຄ້ຽວໝາກຢູ່

ເຖົ້າໄທ: ສ່ຽວ ! ຢຸດເບິງທໍລະພາບແລ້ວ ມານັ່ງຫຍ້ຳໝາກພູດກັນ ມັນ ຈະດີກວ່າເດ໊

ເຖົ້າລາວ: ອຶມ! ກະດີໄດ໊ ນໍໃຜຊິເກັ່ງ ລອງເບິ່ງນໍ

ເຖົ້າໄທ: ໂອ໊! ຣິບມາເລີຍ ນະ

ເຖົ້າລາວກໍ່ ມານັງ່ລົງປັບລົງທາງໜ້າເຖົ້າໄທພ້ອມກັບຈັດໝາກຄ້ຽວຕວ້າຍໆໆ ໂດຍບໍວ່າຫຍັງ ບໍພໍຄາວກະເປົານ້ຳໝາກແດງໆ ປູດໃສ່ໜ້າເຖົ້າໄທ

ເຖົ້າລາວ: ແນະ! ຄ້ຽວໝາກແຕ່ດົນສັງພັດບໍແດງປານນີ້ ເຮົາໄດ້ພູດໃສ່ກ່ອນເສີຍ 5555

ເຖົ້າໄທ: ................. ?

ຂຽນເມື່ອ ຂຽນເມື່ອ: ມ.ສ.. 25, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

ນັກດື່ມເບຍ 2ຄົນສົນທະນາກັນ ຕາມປະສາຄົນເມົາທັງພາສາລາວ ແລະ ພາສາອັງກິດ ດ້ວຍຄວາມຂີ້ໂມ້ໂອ້ອວດໃສ່ ກັນ

ທ້າວ ກຳ: ເລ້! ເຂົາວ່າໂຕເກັ່ງພາສາອັງກິດ ເຮົາຂໍພິສູດ ແດ່ດູ ! ກິນເຂົ້າເຊົ້າພາສາອັງກິດ ວ່າແນວໃດ?

ທ້າວ ເລ້: ສະບາຍ ! eat breakfast

ທ້າວກຳ: ເກັ່ງສົມຄຳລ້ຳລື! ກິນເບຍເດ ພາສາອັງກິດວ່າແນວໃດ?

ທ້າວເລ້: drink beer!

ທ້າວ ກຳ: ບະ ສ່ຽວ ໂຕຕົວະ ເຮົາຕິເບາະ ! ເຮົາບໍໄດ້ເວົ້າວ່າດືມ ເບຍ ນາ ເຮົາ ວ່າກິນເບຍ ນະ !

ທ້າວເລ້: ເອີ ,................?

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 25, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ສ່ອງສ່ຽວຢູ່ຄົນລະຟາກ ຟ້າສົນທະນາກັນ ທາງໂທລະສັບ ກ່ຽວກັບດິນຟ້າອາກາດ ຜູ້ນຶ່ງຢູ່ລາວ ຜູ້ນຶ່ງກຳລັງ ຢູ່ ອາຟຟີຣິກາ

ທ. ກິ: ສ່ຽວ ! ຢູ່ທາງພຸ໊ນ ຝົນກະິຕົກຄືກັນກັບ ບ້ານເຮົາ ຢູ່ ບໍ?

ທ. ແຂກ: ບໍດອກ ! ຝົນຢູ່ພີ້ ມັນ ບໍຕົກຈັກເທື່ອດອກ, ມັນຮຽນເກັ່ງ ບໍຄື ຝົນບ້ານເຮົາໃດ໊ ເຫັນມັນ ຄ້າງຫ້ອງຕະຫຼອດ ນະ ມັນເອົາ ຜົວ ລະ ບໍ?

ທ. ກິ: ໂອ່ ...........!

ຂຽນເມື່ອ ຂຽນເມື່ອ: ມ.ນ.. 24, 2010 | ມີ 14 ຄຳເຫັນ ແລະ 0 trackback(s)

ພໍ່ ອອັດ ສອນລູກ ຂອງເພີນ ຕະຫຼອດ ກຽ່ວກັບ ການລະງັບອາລົມຄວາມ ໂມໂຫ ໂທໂສ ມື້ນຶ່ງ

ພໍ່ອັອດ: ແອັດ ເອີຍ ເວລາ ຄົນອືນມາດາລູກ ລູກບໍຕ້ອງ ຮ້າຍເຂົາຕອບເດີລູກ ມັນ ບໍດີ

ແອັດ: ໂດຍ ພໍ່ ແຕ່ຖ້າ ເຂົາດາລູກວ່າເປັນໂ ຕສັດ ເດ ຊັ້ນນາ

ພໍ່ ອັອດ : ໂອຍ ອັນຊຳ່ນີ້ ນໍ ແອັດ ເອີຍ ລູກ ກະບໍຕ້ອງຄຽດ ແລະ ກະເລືອກເອົາວ່າຢາກເປັນ ສັດຫຍັງລະກະ ແລ້ວ ຕົວະ ເປັນ ແມວ ບໍ ເປັນ ກະຕ່າຍ ຫຼື ໝີແພນດ້າ ເລືອກຕາມໃຈ

ແອັດ: ໂດຍ ລູກເຂົ້າໃຈລະ ແຕ່ຖ້າເຂົາ ມາກວນ ຕີລູກເດ ຊັ້ນ

ພໍ່ອອັດ: ຈັງຊັ້ນ ລູກກະຕ້ອງ ນັບ 1 ຈົນເຖິງ 20ເດ ລູກ ຈະເຮັດໃຫ້ລູກໃຈເຢັນລົງ ໄດ້ ລະງັບຄວາມໂມໂຫຂອງລູກນາ

ແອັດ: ໂດຍ ໆ ລູກເຂົ້າໃຈ ລະ

ມື້ໜື່ງ ພໍ່ອອັດກຳລັງເຮັດວຽກຢູ່ ເຫັນລູກ ຊາຍແລ່ນ ໃຫ້ກາກໆໆ ມາຫາ ພໍ່ຕົກໃຈຫຼຽວເບິ່ງໜ້າລູກຊາຍ ເຫັນ ຂອບຕາຊ້ຳ ລະກະ ປາກແຕກ ....

ພໍ່ ອັອດ: ເປັນຫຍັງ ບັກ ແອັດ .....

ແອັດ: ..... ເຂົາ ເຂົາ ລະ ກວນຕີ ລູກ ຮືໆໆໆໆໆໆໆໆ ລູກ ກໍກວນເຂົາຄືນ ລູກ ນັບ 1 ເຖິງ 20 ເຂົາ ຊ້ຳພັດ ນັບ 1 ເຖິງ 10 ແລ້ວ ກໍ ແລ່ນ ມາຕີ ລູກ ໂລດ ຮືໆໆໆໆໆໆໆ . ພໍ ລູກ ນັບ ຮອດ 20 ວ່າຈະຕີເຂົາ ຄືນ ເຂົາ ກໍ ໝີ ໄປ ຈ້ອຍ ເລີຍ ຕີເຂົາ ບໍທັນ ຊ້ຳ ລູກ ກໍ ເຈັບໂຕ ແບບ ນີ້ ລະ ໂອຍ ໆໆໆໆໆໆໆໆໆ

ພໍ່ອັອດ : ..............?

ຂຽນເມື່ອ ຂຽນເມື່ອ: ມ.ນ.. 17, 2010 | ມີ 18 ຄຳເຫັນ ແລະ 0 trackback(s)

ເມຍ ແລະ ລູກໆກຳລັງແຕ່ງ ກິນ ຖ້າ ຜູ້ນຳຄອບຄົວຢູ່ ແຕ່ ຖ້າປານໃດກໍບໍມາຈັກເທື່ອ ຜູ້ ເປັນເມຍຈິງໂທຫາ

ເມຍ: ອ້າຍຢູ່ ໃສ

ຜົວ: ຍັງຢູ່ຫ້ອງການ ກຳລັງຈິສົງ ອີເມລ ຢູ່

ເມຍ: ດົນ ບໍອ້າຍ

ຜົວ: ບໍດອກ ຈັກໜ້ອຍເດີ

ເມຍ: .......... (ວາງສາຍ)

................. ເວລາຜ່ານໄປດົນເຕີບ

ເມຍ: ອ້າຍໄປສົ່ງ ອີເມລ ແລ້ວລະຫວາ

ຜົວ: ຍັງເທືອນາ ນ້ອງເອີຍ

ເມຍ: ຮວ້າຍ ສັງມາດົນແທ້ ໄປສົ່ງໄກ່ແທ້ຫວາ

ຜົວ: ບໍນາ ນ້ອງເອີຍ ຢູ່ໃກ້ຫ້ອງການນີ້ລະ

ເມຍ: ລູກຫີວເຂົ້າເດ ມາໄວເດີ

ຜົວ: ໂດຍ ແມ່ອີນ້ອຍ

..................... ຜ່ານໄປ

ເມຍ: ແລ້ວລະບໍອ້າຍ

ຜົວ: ຍັງ

ເມຍ: .......... ເລີມໃຈຮ້າຍ ແລ້ວກໍວາງສາຍ

........................ ຜ່ານໄປ

ເມຍ: ແລ້ວບໍ

ຜົວ: ຍັງ

ເມຍ: (ໃຈຮ້າຍແຮງ) ເຈົ້າຈະກັບມາຫຼືວ່າບໍມາດຽວນີ້ ອີເມລມັນແມ່ນລູກຜູ້ໃດມັນງາມແທ້ບໍ ຈຶງເອົາໃຈມັນເອົາແທ້ເອົາວ່າ ຂ້ອຍຈິບໍຖ້າເຈົ້າລະເດີ ໃຫ້ເຈົ້າໄປກິນກັບ ອີເມລຫັນລະ . ວ່າແລ້ວກໍວາງສາຍ

ຜົວ: ........... ງົງໆໆໆໆໆໆໆໆໆໆໆໆໆ

ຈົບແລ້ວ ອິອິອິອິອິອິອິ

ເລື່ອງນີ້ສອນໃຫ້ຮູ້ວາ່ເວລາເຮັດຫັຍງນັ້ນໃຫ້ບອກ ຜູ້ເປັນເມຍແຈ້ງໆແດ ( ອິອິອິ)