ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 19, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 ຮັກແທ້! ຂອງແມ່ເຮົາ

ຍາມລູກເຈັບໄຂ້.....ແມ່ກໍ່ໃຫ້ການຮັກສາ

ລູກໃຫຍ່ມາ.....ແມ່ກໍ່ສົ່ງຮຽນໜັງສື

ລູກຕ້ອງການ......ຕ່ຳລາແມ່ຫາຊື້

 ລູກປຶກສາ....ຫາລື.....ແມ່ຍີນດີ

ລູກຄົນໃດທຳ........ກຳແກ່ແມ່

ລູກຊົ່ວຊ້າ....ສີ້ນລາຄີ

ລູກດ່າແມ່....ລູກຕີແມ່...ລູກກາລີ

ລູກບໍ່ດີ...ເຮັດແມ່ຊ້ຳ......ນ້ຳຕານອງ

ນ້ຳຕາແມ່......ລີນໄຫຼ.....ເມື່ອລູກຮ້າຍ

ນ້ຳຕາແມ່.....ເປັນສາຍ.....ເມື່ອລູກໝີ່ນ

ນ້ຳຕາແມ່.....ຫຼັ່ງລົງ.....ຫົດແຜ່ນດີນ

ເມື່ອໄດ້ຍີນ....ລູກເສເພ......ເນລະຄຸນ....................ນອນກ່ອນມື້ໜ້າມີເວລາຈະມາຂຽນຕໍ່ 

 

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 28, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ອາຈານຄົນຫນື່ງມີລູກສິດຕາບອດ ທີ່ຖືວ່າເປັນຜູ້ທີ່ສະຫນິດທີ່ສຸດ ໄປໃສ່ມາໃສ່ລູກສິດຕາບອດນັ້ນ ກະຄ່ອຍຮັບໃຊ້ແລະຟັງຄຳສັງສອນຕັກເຕືອນຂອງອາຈານມາໂດຍຕະຫລອດ ມື້ຫນື່ງອາຈານໄດ້ເສຍຊີວິດໄປ ເນື່ອງຈາກວ່າເພິນເປັນຄົນທີ່ມີຜົນງານ ໄດ້ສ້າງສາ ພັດທະນາ ມາຫລາຍແລ້ວ ບັນດາລູກສິດກະມີຫລາຍ ດັ່ງນັ້ນໃນມື້ປົງສົບຈິງມີການອ່ານຜົນງານແລະປະຫວັດຂອງເພິນ ໂດຍລູກສິດແຕ່ລະຄົນໄດ້ເວົ້າຜ່ານໆໄປວ່າເພິນໄດ້ເຮັດຄຸນງາມຄວາມດີຫຍັງແດ່ ແລະສຸດທ້າຍບັນດາລູກສິດທັງຫລາຍກໍເຊີນໃຫ້ຊາຍຕາບອດ ນັ້ນມາເວົ້າກ່ຽວກັບອາຈານ
ຊາຍຕາບອດ: ຂ້ອຍນິເປັນຄົນຕາບອດເບິງບໍເຫັນຫຍັງຄືທຸກຄົນທີ່ຢູ່ໃນນິ ຂ້ອຍບໍ່ຮູ້ວ່າຫນ້າຕາຂອງອາຈານເປັນແນວໃດ ສູງຕຳ ຂາວຫລືດຳ ແຕ່ຂ້ອຍຟັງສຽງເພິນ ຄືກັນກັບຟັງສຽງຂອງຄົນອື່ນ ແຕ່ທີ່ຂ້ອຍຮູ້ ນີ້ແມ່ນ ອາຈານເພິນເປັນຄົນຈິ່ງໃຈ ບໍຄືກັບຄົນອື່ນສ່ວນຫລາຍ, ຄົນສ່ວນຫລາຍເວລາທີ່ເຮົາໄດ້ດີ ເຂົາຈະສະແດງຄວາມຍິນດີນຳແຕ່ຍັງແຝງດ້ວຍຄວາມອິດສາ ແລະເວລາທີ່ເຮົາມີບັນຫາເຂົາຈະສະແດງຄວາມເຫັນອົກເຫັນໃຈ ແຕ່ສ່ວນເລິກຂ້າງໃນກະຍັງລັກສົມນ້ຳຫນ້າ. ແຕ່ວ່າອາຈານເພິນບໍເປັນແບບນັ້ນ ເວລາທີ່ເພິນສະແດງຄວາມຍິນດີ ເພິນກະອອກມາຈາກໃຈຈິງເພິນແທ້ ແລະເວລາເພິນເສຍໃຈກະອອກມາຈາກໃຈເພິນແທ້ ......
ມາຮອດນິກະໂຈະໄວ້ສະກ່ອນ ຄ່ອຍຕິດຕາມຕ່ອນຕໍໄປ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 26, 2011 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

1. ເຖິງຈະໃຫຍ່ຄັບຟ້າ                                           ແຕ່ກໍ່ຍັງນ້ອຍກວ່າໂລງສົບ

ຈົ່ງໂງ່ບາງໂອກາດ                                          ແລະສະຫຼາດບາງເວລາ

ເວົ້າໜ້ອຍຖ່ອມຕົນ                                            ເປັນມຸງຄນຸແກ່ຕົນເອງ 

ເກີດມາປານນີ້ຕ້ອງເອົາດີໃຫ້ໄດ້                            ຈະຕາຍຊາດນີ້ຕ້ອງຝາກດີເອົາໄວ້

2. ຢາກໄດ້ດີບໍເຮັດດີນັ້ນມີຫຼາຍ                              ດີແຕ່ຢາກຫາກບໍເຮັດມັນໜ້າອາຍ

ຢາກໄດ້ດີຕ້ອງເຮັດດີຢ່າລວດລາຍ                          ດີແຕ່ຂໍລໍແຕ່ດີບໍດີເອີຍ

3. ຊື່ສຽງກັບຕົນເອງ                                         ອັນໃດເປັນຕາຫວງແຫນຫລາຍກວ່າກັນ

ຕົນເອງກັບຊັບສົມບັດ                                         ຢ່າງໃດມີຄ່າຫລາຍກວ່າກັນ

ຮັກສາຊີວິດໄວ້ໄດ້ແຕ່ສູນເສຍທູກສິ່ງ                         ຮັກສາທຸກສິ່ງໄວ້ໄດ້ແຕ່ສີ້ນຊີວິດ ຢ່າງໃດໜ້າເສົ້າແລະເຈັບປວດຫລາຍກວ່າກັນ 

 

ຂອບໃຈທຸກຄຳຕຳນິຕິຊົມ