ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 9, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ຕ່ອນເຊົ້າມື້ຫນຶ່ງຂອງລະດູຫນາວ ສາວຄຸຢື່ນຢູ່ຂ້າງກອງໄຟເພື່ອຮັບເອົາຄວາມອົບອຸ່ນກ່ອນເຂົ້າຫ້ອງສອນ,

ໃນຂະນະນັ້ນກໍ່ມີນັກເຮີຍນຈຳນວນຫນື່ງ ມາຢືນອ້ອມກອງໄຟເອົາຄວາມອຸ່ນຄືກັນກັບສາວຄູ. ສ່ວນສາວຄູກໍຕັດສິນໃຈໃຫ້ຄຳແນະນຳດີໆແກ່ນັກຮຽນ.

ສາວຄູ: ກ່ອນເລີ່ມບົດຮຽນ ຖ້າພວກນ້ອງຈະເວົ້າຫຍັງອອກໄປ ຕ້ອງພາກັນຄິດກ່ອນຈັງເວົ້າ.

ວິທີຈະຊ່ອຍໃຫ້ພວກເຮົາມີສະມາທິ ນັ້ນ ຄິດກ່ອນເວົ້າອອກໄປນັ້ນ ເຮົາຕ້ອງນັບໃນໃຈກ່ອນເຊັ່ນຖ້າເລື່ອງສຳຄັນຕ້ອງໄດ້ນັບເຖິງ 50 ກ່ອນ

ແລະຫຍ່ິງເປັນເລື່ອງສຳຄັນຫລາຍຕ້ອງນັບເຖິງ 100ພຸ້ນ ແຮງດີ, ໃນເວລານັ້ນຮີມສົບນັກຮຽນກໍ່ເລີ່ມຕີງມຸບໆມິບໆ ພ້ອມກັນ

ແລະ ......... ແລ້ວ ................ ພວກເຂົາກໍ່ປະສານສຽງອອກມາພ້ອມກັນ 

ນັກຮຽນ: 99 .. 100 ສາວຄູ ໄຟກຳລັງໄຫມ້ສີ້ນສາວຄູ !!!!!!!!!!! 

ສາວຄູ: .......................... ??????????????????? 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 27, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

 ວົງການການແພດ ກວດພົບໂຣກ 5 ຊະນິດທີ່ມັກເກີດຂຶ້ນກັບຄົນຊາລາຊຶ່ງປະກອບ ດ້ວຍ:

1.ໂຣກຄວາມດັນເລືອດສູງ 
ໂຣກຄວາມດັນເລືອດສູງ ເປັນໂຣກຊະນິດໜຶ່ງທີ່ຂ້າຊີວິດຄົນຊາລາຈຳນວນບໍ່ນ້ອຍໃນ ແຕ່ລະປີ. ໂຣກຄວາມດັນເລືອສູງ ສາມາດສັງເກດໄດ້ 3.ໄລຍະຄື: 
-
ໄລຍະທີຶໜຶ່ງ: ສ່ວນໃຫຍ່, ຜູ້ປ່ວຍ ຈະບໍ່ປະກົດອາການຜິດປົກກະຕິທາງຮ່າງກາຍ. 
-
ໄລຍະທີສອງ: ຜູ້ປ່ວຍ ອາດຈະບໍ່ຮູ້ຕົນເອງວ່າ ມີຄວາມດັນເລືອດສູງ. ອາການຜິດປົກກະຕິ ເປັນໆ, ຫາຍໆເຊັ່ນ ຫົວໃຈເຕັ້ນແຮງ, ອາການຕື່ນເຕັ້ນ, ນອນ ບໍ່ຫຼັບ, ມືສັ່ນ, ປວດຫົວ. ຖ້າຜູ້ປ່ວຍ ໄດ້ຮັບການຮັກສາໃນໄລຍະນີ້ ອາການຜິດປົກກະຕິດັ່ງກ່າວ ອາດຫາຍໄດ້ ຫຼື ອາການຂອງໂຣກ ອາດຈະບໍ່ຮຸນແຮງຂຶ້ນ. ຖ້າຄົນຊາລາ ຫຼື ຜູ້ເບິ່ງແຍງຄົນຊາລາ ພົບວ່າ ມີອາການຜິດປົກກະຕິທີ່ ເຂົ້າຂ່າຍຄວາມດັນເລືອດສູງ ຈະຕ້ອງໄປປຶກສາແພດ ເພື່ອກວດສຸຂະພາບ. 
-
ໄລຍະທີສາມ: ເປັນໄລຍະທີ່ຮຸນແຮງ. ຜູ້ປ່ວຍ ຈະຮູ້ສຶກປວດງ່ອນຊຶ່ງຜູ້ປ່ວຍ ຈະຮູ້ສຶກປວດ ຫຼາຍໃນເວລາຕື່ນນອນຕອນເຊົ້າ. ຜູ້ປ່ວຍ ອາດຈະມີອາການວິນ ຫົວ, ຕາມົວ ຫລື ອາການອ່ອນ ເພຍ ແລະ ໃຈສັ່ນ.

2. ໂຣກເບົາຫວານ: 
ໂຣກເບົາຫວານ ເປັນໂຣກທີ່ມັກພົບຫຼາຍໃນຄົນຊາລາ. ໂຣກນີ້ ມີສາເຫດມາຈາກພາວະ ນຳ້ຕານສູງໃນນຳ້ຍ່ຽວ. ຜູ້ປ່ວຍທີ່ເປັນໂຣກນີ້ ອາດຈະເກີດ ໂຣກແຊກ ຊ້ອນ ເຊັ່ນ: ຍ່ຽວເລື່ອຍໆ ແລະ ຍ່ຽວໃນປະລິມານຫຼາຍ. ສ່ວນໃຫຍ່, ຜູ້ປ່ວຍທີ່ໂຣກນີ້ ມີອາການຄໍແຫ້ງ, ພວນນ້ຳ, ດື່ມນ້ຳ ຫຼາຍ, ຫິວເລື້ອຍໆ, ຮັບປະທານອາຫານ ຫຼາຍ, ແຕ່ນ້ຳໜັກກັບຫຼຸດລົງ ແລະ ມີອາການອ່ອນເພຍ. ນອກຈາກນີ້, ຜູ້ປ່ອຍທີ່ເປັນໂຣກນີ້ ຖ້າມີແຜຕາມຮ່າງກາຍ ຈະດີຍາກ, ມີອາການຕິດເຊື້ອຕາມ ຜິວໜັງ, ຄັນຕາມຜິວໜັງ, ມີອາການຊາຕາມປາຍມື ແລະ ປາຍຕີນ.

3. ໂຣກຫົວໃຈ 
ອາການເບື້ອງຕົ້ນທີ່ຄວນສັງເກດ ຄື ອາການເຈັບໜ້າອົກ. ບາງຄົນ ມີອາການແໜ້ນອຶດ ອັດຕາມບໍລິເວນໜ້າອົກ, ຮູ້ສຶກອ່ອນເພຍຈະເປັນລົມ. ອາການເຈັບ ຈະທະວີຄວາມຮຸນແຮງຂຶ້ນ ເຖິງຂີດສູງສຸດແລ້ວ ຈະຄ່ອຍໆຫາຍໄປເອງໃນໄລຍະເວລາ 15 ນາທີ. ຖ້າຜູ້ປ່ວຍທີ່ກ້າມເນື້ອຫົວ ໃຈຕາຍທີ່ມີພາວະແຊກຊ້ອນ ກໍອາດມີອາການຮຸນແຮງຂຶ້ນ ແລະ ເຈັບໜ້າອົກຫຼາຍຂຶ້ນປະມານ ເຄິ່ງຊົ່ວໂມງ. ສ່ວນຜູ້ປ່ວຍທີ່ບໍ່ມີພາວະແຊກຊ້ອນ ກໍອາດມີອາການ ເຊັ່ນ ຫົວໃຈເຕັ້ນໄວ ຫຼື ຊ້າ ຜິດຈັງຫວະ. ເມື່ອຜູ້ປ່ວຍ ເຈັບໜ້າອົກ ອາດເກີດອາການຫົວໃຈວາຍ ຫຼື ເກີດອາການຫົວໃຈ ຊ໋ອກ.

4. ໂຣກອຳມະພາດແລະອຳມະພຶກ 
ໂຣກຊະນິດນີ້, ຜູ້ອາຍຸສູງ ເປັນກຸ່ມທີ່ມີຄວາມສ່ຽງສູງ ຈະເປັນໂຣກຊະນິດນີ້ ແລະ ໂດຍ ສະເພາະຜູ້ອາຍຸສູງຄົນໃດ ເປັນໂຣກເບົາຫວານ, ໂຣກຫົວໃຈ ເຕັ້ນຜິດ ປົກກະຕິ, ໂຣກຄວາມ ດັນເລືອດສູງ, ໂຣກໄຂມັນໃນເລືອດສູງ, ໂຣກອ້ວນ, ໂຣກຄຽດ, ສູບຢາ ຫຼື ດື່ມເຫຼົ້າໃນປະລິມານ ຫຼາຍເປັນປະຈຳ ແມ່ນມັກເປັນໂຣກ ຊະນິດນີ້. ບຸກຄົນໃດທີ່ຂາດການອອກກຳລັງກາຍ ກໍຍິ່ງມີ ຄວາມສ່ຽງຕໍ່ໂຣກນີ້. ອາການຂອງໂຣກນີ້ ຄືເວົ້າບໍ່ຊັດເຈນ, ແຂນ, ຂາ, ອ່ອນແຮງ-ຊາ ຫຼື ເຄື່ອນ ເໜັງບໍ່ໄດ້ທັນທີທັນໃດ, ຕາຂ້າງໃດຂ້າງໜຶ່ງມົວ ຫຼື ເບິ່ງເຫັນພາບຊ້ອນ, ປວດຫົວຮຸນແຮງ, ວິນຫົວ, ເສຍການຊົງຕົວ ຫຼື ໝົດສະຕິ.

5. ໂຣກຫຼອດເລືອດໃນສະໝອງຕີບ 
ອາການຂອງໂຣກ ຄື ຖ້າຜູ້ປ່ວຍ ມີອາການບໍ່ທັນຮຸນແຮງ, ຜູ້ປ່ວຍ ອາດມີອາການເວົ້າ ບໍ່ແຈ້ງ, ປາກເຕື່ອຍ, ​ ແຂນ - ຂາ ໝົດແຮງ ແຕ່ພໍແຕ່ຍ່າງໄດ້. ຖ້າຜູ້ປ່ວຍ ຄົນໃດ ມີອາການຮຸນແຮງ ກໍອາດຈະມີອາການບໍ່ຮູ້ສຶກຕົວ.

 

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 22, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

 ເອົາມາຈາກເພງລາວເດີ ໄວ້ເພື່ອເປັນ ຄະຕິເຕືອນໃຈ !!!!

ບໍ່ຫຼີ້ນແຂ່ງອ້າຍ ໃຫ້ຊ້ຳຊີວີ ບໍ່ແຂ່ງຄວາມບໍ່ດີ ບໍ່ຫາວິທີແກ້ແຄ້ນ

ອາດີດຜ່ານມາ ຍອມຮັບວ່າອ້າຍຫຼາຍແຟນ ມີສາວຫຼາຍຄົນຄວງແຂນ 

ເພີດເພີນຈົນລືມເກງໃຈ ນ້ອງນີ້ຍັງຍອມຮັບໄດ້ ຕອນອ້າຍກັບຕົວ ສາລະພາບວ່າບໍ່ພັນພົ່ວ 

ຄວາມຊົ່ວທີ່ເຄີຍສ້າງໄວ້  ເລີກທ່ຽວເຮຮາ ເລີກຄວງສາວມາເຮັດໃສ່ ຮິບແລ້ວຮູ້ຈັກກັນໄວ້  

ໃຫ້ໂອກາດຄົນຢາກທຳດີ ຖ້າຫຼີ້ນແຂ່ງກັນ ມີແຕ່ ຄອບຄົວເພພັງ ຫຼົ້ມຈົມຂາຍມູນ ຂາຍມັງ

ສຸດທ້າຍເງີນຄຳບໍ່ມີ ບໍ່ເຊື່ອໃຈໝູ່ 

ຊຸກຍູ້ໄປທາງບໍ່ດີ ຕັ້ງໃຈຄິດຢ່າງຖ້ວນຖີ່ຈັ່ງມີວັນນີ້ຂື້ນມາ

ອ້າຍຜິດຮູ້ຈັກປ່ຽນແປງ ເຂົາວ່າຜູ້ຊາຍກ້າວໜ້າ

ແຂ່ງຂັນທຳຕົວບໍ່ມີລາຄາແຂ່ງຂັນທຳດີນີ້ຫໜາ ຈີ່ງພາໃຫ້ເຮົາໝັ້ນຄົງ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 19, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 ຮັກແທ້! ຂອງແມ່ເຮົາ

ຍາມລູກເຈັບໄຂ້.....ແມ່ກໍ່ໃຫ້ການຮັກສາ

ລູກໃຫຍ່ມາ.....ແມ່ກໍ່ສົ່ງຮຽນໜັງສື

ລູກຕ້ອງການ......ຕ່ຳລາແມ່ຫາຊື້

 ລູກປຶກສາ....ຫາລື.....ແມ່ຍີນດີ

ລູກຄົນໃດທຳ........ກຳແກ່ແມ່

ລູກຊົ່ວຊ້າ....ສີ້ນລາຄີ

ລູກດ່າແມ່....ລູກຕີແມ່...ລູກກາລີ

ລູກບໍ່ດີ...ເຮັດແມ່ຊ້ຳ......ນ້ຳຕານອງ

ນ້ຳຕາແມ່......ລີນໄຫຼ.....ເມື່ອລູກຮ້າຍ

ນ້ຳຕາແມ່.....ເປັນສາຍ.....ເມື່ອລູກໝີ່ນ

ນ້ຳຕາແມ່.....ຫຼັ່ງລົງ.....ຫົດແຜ່ນດີນ

ເມື່ອໄດ້ຍີນ....ລູກເສເພ......ເນລະຄຸນ....................ນອນກ່ອນມື້ໜ້າມີເວລາຈະມາຂຽນຕໍ່ 

 

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 18, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

ແດງນ້ອຍມີເມຍເປັນຫມໍ ທີ່ມັກສະອາດທີ່ສຸດ ແຕ່ລະມື້ແຕ່ລະວັນເຂົາຕ້ອງໄດ້ອົດທົນກ້ຳກືນ ຝືນໄວ້   ນຳ ຄວາມເຈົ້າກີ້ເຈົ້າການ ຂອງເມຍ ບໍວ່າຈະເປັນຍາມກິນ ເອົາຖ້ວຍຕັກແກງກະຕ້ອງຖາມວ່າ" ລວກນ້ຳຮ້ອນລະເບາະ " ເອົາບ່ວງມາຕັກອາຫານກະຕ້ອງ ລວກນ້ຳຮ້ອນ ຈອກກະເຟ, ແປງຖູແຂ້ວ.... ທຸກຢ່າງເມຍຈະເປັນຝ່າຍທ້ວງຖາມຕະຫລອດວ່າ ລວກນ້ຳຮ້ອນລະເບາະ ແມ້ກະທັ້ງຕ່ອນນອນກາງຄືນແດງນ້ອຍຫລົງເອົາມືໄປກາຍຂາເມຍກະຍັງລະເມີອອກມາວ່າ ລວກນ້ຳຮ້ອນລະເບາະ

 

ຂອບໃຈທີ່ຄອມເມັ້ນໃຫ້

ຂຽນເມື່ອ ຂຽນເມື່ອ: ພ.ພ.. 10, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

 1, ສ້າງນິໃສ ລົງມືເຮັດທັນທີ ທີ່ຄິດແລະສ້າງແຜນການໄວ້ນັ້ນ

 2, ສ້າງນິໃສ ຮຽນລ່ວງໜ້າ ບໍ່ແມ່ນແຕ່ ຮຽນຕາມຫຼັງຄົນອື່ນ

 3, ສ້າງນິໃສມຸ້ງໝັ້ນວ່າ ຖ້າເຮັດຫຍັງບໍ່ແລ້ວຈະບໍ່ໃສ່ໃຈອັນອື່ນ
 
 4, ຈັດລຳດັບຂອງເລື່ອງກ່ອນຈະເຮັດກ່ອນລົງມື
 
 5, ຫັດຄິດແອບຄິດເທື່ອລະເລື່ອງ ໂດຍໃຫ້ເຈາະເລິກໃນເລື່ອງນັ້ນໆຢ່າຜິວເຜີນ
 
 6, ສ້າງສີ່ງແວດລ້ອມທີ່ເມາະສົມແກ່ການມີສະມາທິ
 
 7, ຮູ້ຈັກພັກເປັນຊ່ວງໆເປັນເວລາ
 
 8, ສ້າງຄວາມເຕັມໃຈ ແລະ ຈິງໃຈທີ່ຈະເຮັດສີ່ງນັ້ນໆ
 
 9, ພະຍາຍາມຄິດໃນເລື່ອງສ້າງສັນ (ສ້າງສັນໃນເລື່ອງນີ້ບໍຂໍຊີ້ແຈງສະແດງວ່າໃຫ້ທ່ານຜູ້ອ່ານຄິດເອງ ບໍ່ໃຫ້ຄິດວ່າສ້າງສັນໃນການກີນດືມສຸລານາລີກະພໍແລ້ວ ອິອິອິອິ)
 
10, ເລິກນິໃສຫຼາຍເລື່ອງໃນການເຮັດໃນການທີ່ຕົນຕ້ອງກະທຳຫຍັງຈັກຢ່າງ
 
  ມາຕອບມິດສະຫາຍສາຍພັນລາວແລ້ວເດີ ສາຍເຫດທີ່ບ່ມີສະມາທິ ແລະ ວີທີການມີສະມາທິ 
ຂຽນເມື່ອ ຂຽນເມື່ອ: ພ.ພ.. 10, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

 1,ຂາດຄວາມສົນໃຈໃນສີ່ງທີ່ເຮົາເຮັດກັບສິ່ງທີ່ເຮົາທຳ

 2,ສົນໃຈໃນສີ່ງທີ່ເຮົາເຮັດກັບສີ່ງທີ່ເຮົາທຳຈົນເກີນໄປ
 3,ສົນໃຈໃນຫຼາຍເລື່ອງໃນເວລາດຽວກັນ
 4,ຄວາມເປັນຄົນຫົວດີ ປັນຍາດີ ມັກຄິດໄປທາງທີ່ອື່ນໄວ
 5,ຈິດຄອບງຳດ້ວຍ(ນິວອນ) 
 ແລະ ຈະເຮັດແນວໃດຈະມີສະມາທິມື້ໜ້າຈະມາຕອບເດີ ຈົ່ງຕິດຕາມຕໍ່ໄປເດີແຟນພັນລາວ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 8, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 
ເຖິງ­ໝູ່­ພວກ­ພີ່ນ້ອງ............................­ເຊື້ອ­ຊາດ­ຕະ­­ກູນ­ລາວ 
ຢ່າ­­ໃຫ້­ຂາວ­ເປັນ­ດໍາ............................ມົວມອງ­ຄອງ­ຫ້ຽນ 
ພາ­ກັນ­ພຽນ­ຮັກ­ສາ­­ໄວ້.........................ຮີດ­ຄອງ­ອັນ­ລ້ໍາ­ຄ່າ 
ປີ­­ໃໝ່ມາຮອດ­­ແລ້ວ............................ປະ­­ສົງ­ສ້າງ­­ແຕ່ງ­ບຸນ 
ເພື່ອ­­ໃຫ້­ຕົນ­ຫລຸດ­ພົ້ນ..........................ຄວາມ­ທຸກ­­ໃນ­ມະ­­­­ໂນ 
ຄວາມ­­ໂມ­­ໂຫ­­ໂທ­­ໂສ............................­­ໂລບ­ຫລົງ­ປົງ­­ໄວ້ 
ເອົາ­­ໃຈ­­ໃສ່­ຄົນ­­ໃກ້...............................ຜູ້ມີ­ຄຸນ­ອັນ­ປະ­­­ເສີດ 
ເຊັ່ນ­ປູ່­ຕາ­ຍ່າ­ເຖົ້າ...............................ຜອງ­ເຖົ້າ­ພໍ່­­ແມ່­ຕົນ 
ອີກ­ນຶ່ງ ສອນ­ໝູ່­ເດັກ­ໜຸ່ມ­ນ້ອຍ................ຜູ້­ເກີດ­­ໃໝ່­­ໃຫຍ່­ລຸນ 
ໃຫ້­ເຫັນ­ຄຸນ­ເຫັນ­ຄອງ...........................ອັນ­ຄ່ອງ­ຄື­ລາວ­­ແທ້ 
ບໍ່­ສີ­­ແດ­ງ­ສີ­­ແຫຼ້..................................­­ແປງ­ຜົມ­ເປັນ­ຊາດ­ອື່ນ 
ບໍ່­­ແປງ­ຜືນ­­ແຜ່ນ­ຜ້າ.............................­­ໃຫ້­ເຫັນ­ກົ້ນ­ບາດ­ນຸ່ງ­ຮົມ 
ຢ່າ­­ໄດ້­ຫຼົງ­ນໍາ­ກົ້ນ................................ດາຣາ­­ໄກ­­ໃຈ­­ແຕກ 
ນຸ່ງ­ກະ­­­­ໂປ່ງ­­ແຫກ­ທ້າຍ..........................ພາ­ກັນ­ຍ້ອງ­ວ່າງາມ 
ມັນ­ເສຍ­ນາມ­ເສຍ­ເນື້ອ..........................ສະ­­ກຸນ­ລາວ­ມູນ­­ແມ່ ­ເຮົາ­­ແລ້ວ 
ຮັກ­ສາ­­ແນວວາດ­­ໄວ້............................­ເພື່ອ­ຫຼານ­ຫຼ້າ­ສືບ­­ໄປ ນັ້ນ­ທ້ອນ.

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 8, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 ນາງເອີຍ! 
ຢາກເວົ້າ­ລົມ­ກັບເຈົ້າ ..........ຈົນ­ໃຈເຮົາ ບໍ່ກ້າເອີ່ຍ 
ຢາກ­ສະ­ເຫລີຍບອກ­ໃຫ້­ຮູ້ .........ວ່າ­ໃຈ­ອ້າຍ­ນີ້­ຄິດ­ນໍາ 
ຄິດ­ອ່ໍາຫລ່ໍາ­ນໍາ­ໃບ­ຫນ້າ ..........ຍາມ­ຍິ້ມມາເກີນ­ວ່າ­ຄ່ອງ 
ໄດ້­ແຕ່­ພຽງ­ລັກ­ຈ້ອງ ຍາມ­ນ້ອງກາຍ­ຜ່ານ­ຫນ້າ ທາງ­ຄວາມ­ກ້າ­ອ້າຍ­ບໍ່ມີ 

ໄດ້­ລັກ­ແນມເຈົ້າ­ແບບ­ນີ້ ..........ບໍ່­ຫານເອີ່ຍ­ຄວາມ­ໃນ­ໃຈ 
ກາຍ­ຫນ້າ­ກັນ­ພຽງ­ທາຍ­ທັກ .........ສະ­ບາຍ­ດີ ທໍ່ນັ້ນ 
ລັບ­ຫລັງ­ກັນ­ຄິດເຫັນ­ຫນ້າ ..........ຈິນ­ຕະ­ນາການ­ຄວາມ­ມຸ່ງມາດ 
ບາດ­ໄດ້­ຢູ່­ໃກ້ໆ­ຂ້າງ ..............ພັດ­ທາງ­ອ້າຍ­ປາກ­ບໍເປັນ ພະ­ນ໋າ 

ຫົວ­ໃຈ­ມັນ­ສຸດ­ຕື່ນເຕັ້ນ ..........ຍາມເຫັນເຈົ້າ­ຄົນ­ດີ 
ຄວາມ­ກ້າຫານ­ທີ່ເຄີຍ­ມີ ..........ສະ­ຫລາຍ­ຫນີ­ໄປຫມົດ­ກ້ຽງ 
ໄດ້­ແຕ່­ພຽງ­ລັກ­ລີ້ ..............ລັກ­ແນມ­ນໍາເຈົ້າ­ຫ່າງໆ­ 
ໃຈປາ­ຊິວ­ທຸກໆ­ຄັ້ງ ..........ຍາມນາງ­ຍິ້ມ­ສົ່ງມາ 

ອ້າຍ­ຂໍ­ໂທດເດີ້ນ້ອງ­ຫລ້າ .........ຫາກ­ວ່າ­ລົບກວນ­ຫລາຍ 
ຫາກ­ສາຍ­ຕາ­ໄປ­ລົບກວນ .........­ໂປດອະ­­ໄພ­ແນ່ເດີ້ເຈົ້າ 
ຊ່ວຍ­ຄົນເຫງົາ­ຄົນ­ນີ້ ................­ໄດ້ມີກໍາ­ລັງ­ໃຈ­ສູ້­ຕໍ່ 
ໄວ້ມື້­ໃດ­ໃຈ­ກ້າ­ພໍ ຊິ­ຂໍບອກ­ຮັກເຈົ້າ­ຕໍ່­ຫນ້າ ພ້ອມ­ຕາ­ຈ້ອງ­ນ້ອງ­ບໍ່ວາງ ­ແທ້ນ໋າ (ຄັ້ນ­ຄົນ­ອື່ນ­ບໍ່­ຈີບກ­ອ່ນ ອິໆ­ໆ­ໆ­) ເອົາເຂົາມາເຫັນມ່ວນດີ ກະເລີຍເອົາມາໃຫ້ມິດທັງຫຼາຍສາຍອ່ອຍລາຍສາຍພັນລາວອ່ານ ຮາາາາາາາາາາາາາາາາາາາາາ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 8, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ຄຽດໆ ຄຽດ

ຄຽດ ໆ ຄຽດ ຊີວິດປະຈຳວັນຂອງຄົນເຮົາເຮັດວຽກຫຼາຍເຮັດໃຫ້ດັດສະນີຂອງຄວາມຄຽດຂອງຄົນທົ່ວປະເທດຫຼືທົ່ວໂລກພຸ້ງສູງຂື້ນ ຄວາມຄຽດເຮັດໃຫ້ສຸຂະພາບຂອງມະນຸດຄົນເຮົາອ່ອນແອລົງ ເຮັດໃຫ້ປົ່ວບງ່າຍເຈັບເປັນໄດ້ໄວຂື້ນ! ທີ່ສຳຄັນສຳຫຼັບສາວໆ   ຄຽດຫຼາຍໆ ເຮັດໃຫ້ຫນ້າແກ່ກ່ອນໄວໄດ້ ( ຄິດວ່າຜູ້ຊາຍກະຄືກັນ)! ເມື່ອເຮົາຮູ້ສຶກວ່າຄຽດຫຼາຍຮ່າງກາຍເຮົາກະຈະຫຼັ່ງຮໍໂມນ Adrenaline  ຈາກຕ່ອມຫມວກໄຕ ຖ້າຄຽດຫຼາຍກໍ່ລັ່ງ Adrenaline ຫຼາຍຂື້ນຮໍໂມນຄວາມຄຽດກໍ່ຈະໄປຍັບຍັ້ງການເຮັດວຽກຂອງອະໄວຍະວະສຳຄັນທັງໝົດເຊັ່ນ ຫົວໃຈ, ໄຕ, ຕັບ and ປອດ ເຮັດໃຫ້ອະໄວຍະວະສຳຄັນຂອງເຮົາເສື່ອມລົງຍ່າງໄວວາ! ສຸດທ້າຍກໍ່ພລ້ອມໃຈຍຸດເຮັດວຽກເພາະຮໍໂມນຄວາມຄຽດໄປເຮັດໃຫ້ພູມຕ້ານທານຂອງຮ່າງກາຍເຮົາຕ່ຳລົງ and  ຕ່ຳລົງ ຮ້ອງວ່າໂລກຄຽດ! ຍາກເຕືອນມາຍັງຍິງໜຸ່ມຊາຍໂສດທັງຫຼາຍ ທີ່ມີຄວາມຮັກໃນໄວໃດໆທຸກໄວທຸດເພດຍ່າໃຫ້ເຫດການນີ້ເກີດແກ່ກັນແລະກັນ ຄົນທຳງານການຄ້າຂາຍນາຍທືນຂື້ນຮອດຄະນະລັດທະບານການບໍລິຫານກະຄືກັນຍ່າໃຫ້ໂລກນີ້ມາບຽດບຽນໄດ້ ໃຫ້ກຳລັງໃຈກັນໄວ້ດີແລ້ວທ່ານເອີຍ!    

ຂຽນເມື່ອ ຂຽນເມື່ອ: ພ.ພ.. 8, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

  ພໍ່ແມ່ຄື ບຸບພະກາລີ ມີພະຄຸນ

ຊ່ວຍອຸດໜຸນ ອາທອນ ເຂົ້າສອນສັ່ງ

 ລູກຄົນໃດ ໃຈຊົ່ວ ບໍ່ເຊື່ອຟັງ
 ຊີວິດພັງ ພົບກຳເວນ ເຫັນທັນຕາ
 ທັງຍິງຊາຍ ຄົນລຸ້ນໃໝ່ ຈິດໃຈສູງ
 ຈະເຮື່ອງຮຸ່ງ ກະຕັນຍູ ຮູ້ຄຸນຄ່າ
 ອັນປະເພນີ ຂອງລາວ ມີມານານ
ໃຫ້ເຄົາລົບ ບິດອນມານດາ ຈະຈຳເລີນ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 4, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

ຊົ່ວໂມງຮຽນວິຊາພູມສາດ ສາວຄູນ້ອຍກຳລັງອະທິບາຍບົດຮຽນກ່ຽວກັບບັນດາປະເທດຕ່າງໆ ນ້ອຍໃຫຍ່ ໃນໂລກ. ບັງເອີນຫຼຽວໄປເຫັນ ທ້າວ ຈ່ອຍກຳລັງນັ່ງນອນ ງັອກໆ ຢູ່ຈິ່ງແກ່ວງສໍຂາວໄປໃສ່ຫົວປັອກບາດຫນື່ງ. ທ້າວຈ່ອຍກໍຊວດຮູ້ເມື່ອແກະຂີ້ຕາທັງເຊັດນຳລາຍຍ້ອຍຕືນໂຕຂື້ນມາ.

ສາວຄູ: ທ້າວຈ່ອຍແມ່ນເຈົ້າເຮັດຫຍັງມາ ຄືຢາກນອນເອົາແທ້ເອົາວ່າ ເບາະ ແລະກໍມານັ່ງເຫງົານອນຢູ່ຫ້ອງຮຽນນິ. ນ້ອງຮູ້ບໍປະເທດໃດນ້ອຍກວ່າຫມູ່ຢູ່ໃນໂລກນິ?

ທ້າວຈ່ອຍ: ຮຽນສາວຄູ ຂະນ່ອຍຂໍຕອບ ອັນ ນ ນ ...... ໆ ໆ ປະເທດທີ່ນ້ອຍກວ່າຫມູ່ໃນໂລກນິແມ່ນປະເທດ ເອຢິບ ເພາະວ່າ ມັນມີແຕ່ ຢິບດຽວຫນື່ງ ຂະນ່ອຍ

ສາວຄູ: .....................​!!!!!!!!!!!!!!!!!!!!!!!!

ຂຽນເມື່ອ ຂຽນເມື່ອ: ພ.ພ.. 2, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ແມ່ເຖົ້າ ສາອາໃສຢູ່ກັບຫລານສາວສອງຄົນແຕ່ລະມື້ແມ່ເຖົ້າສາຈະເປັນຜູ້ເຝົ້າບ້ານ ໄວ້ຖ້າຫລານສາວ. ຫລານສາວຂອງລາວຈະອອກໄປເຮັດວຽກແຕ່ຫົວຄ່ຳ ແລະກໍ່ກັບມາເຮືອນຕ່ອນໃກ້ຈະແຈ້ງທຸກມື້ ໂດຍທີ່ເຖົ້າສາບໍ່ເຄີຍຮູ້ເລີຍວ່າຫລານເພິນເຮັດຫຍັງແດ່ , ມື້ຫນື່ງຕຳຫລວດກຸ່ມບ້ານໄດ້ອອກກວດລ້າງ ຈັບສາວຂາຍບໍລິການເພື່ອເອົາໄປສືກສາອົບຮົມ, ເຖົ້າສາຖ້າຫລານສາວຫມົດມື້ຫມົດຄືນກະບໍກັບບ້ານ ຄິດເປັນຫ່ວງກະເລີຍ ອອກໄປຊອກຫາຫລານສາວດ້ວຍໂຕລາວເອງ ພໍດີຍ່າງໄປຫາຫລານສາວ ຢູ່ຕະຫລາດ ເຫັນຫລານສາວລາວຢື່ນລຽນແຖວຢູ່ ກະຟ້າວແລ່ນໄປຖາມຫລານສາວດ້ວຍຄວາມເປັນຫ່ວງ

ເຖົ້າສາ: ອີຫລ້າ ໂຕໄປໃສ່ຫມົດມື້ຫມົດຄືນບໍກັບບ້ານ ລະເປັນຫຍັງຄືມາລຽນແຖວຢູ່ ນິ

ຫລານສາວ: (ຢ້ານແມ່ເຖົ້າຮູ້ກະເລີຍຕົວະ) ຫລານເຮັດວຽກລ່ວງເວລາ ນາແມ່ເຖົ້າ ດຽວນິຫລານກະມາຢືນລຽນແຖວຖ້າເອົາຫມາກກ້ຽງຫວານ ເພາະວ່າຂະເຈົ້າກຳລັງແຈກຫມາກກ້ຽງຢູ່.

ຝ່າຍແມ່ເຖົ້າເມື່ອໄດ້ຍິນຈັງຊັ້ນກະຄິດຢາກໄດ້ ກະຟ້າວໄປລັກລຽນແຖວໂດຍບໍບອກໃຫ້ຫລານສາວຮູ້ ເມື່ອຕຳຫລວດ ສອບສວນມາຈົນຮອດຜູ້ສຸດທ້າຍກະແປກໃຈ

ຕຳຫລວດ: ແມ່ເຖົ້າ ເຈົ້າເຖົ້າປານນິກະຍັງມາເຮັດນຳເຂົາຢູ່ເບາະນິ ?

ເຖົ້າສາ: ຮ້ວາຍ ເຖົ້າກະຍັງມີປາກຢູ່ໄດ ບັກຫລ້າ ແມ່ເຖົ້າເອົາປາກດູດເອົາກະໄດ້ ເດະ ........................

ຕຳຫລວດ: ...................... !!!!!!!!!!!!!!!!!

(ຂໍອະໄພ ໃນບາງຄຳສັບ)

ຂຽນເມື່ອ ຂຽນເມື່ອ: ມ.ສ.. 28, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ອາຈານຄົນຫນື່ງມີລູກສິດຕາບອດ ທີ່ຖືວ່າເປັນຜູ້ທີ່ສະຫນິດທີ່ສຸດ ໄປໃສ່ມາໃສ່ລູກສິດຕາບອດນັ້ນ ກະຄ່ອຍຮັບໃຊ້ແລະຟັງຄຳສັງສອນຕັກເຕືອນຂອງອາຈານມາໂດຍຕະຫລອດ ມື້ຫນື່ງອາຈານໄດ້ເສຍຊີວິດໄປ ເນື່ອງຈາກວ່າເພິນເປັນຄົນທີ່ມີຜົນງານ ໄດ້ສ້າງສາ ພັດທະນາ ມາຫລາຍແລ້ວ ບັນດາລູກສິດກະມີຫລາຍ ດັ່ງນັ້ນໃນມື້ປົງສົບຈິງມີການອ່ານຜົນງານແລະປະຫວັດຂອງເພິນ ໂດຍລູກສິດແຕ່ລະຄົນໄດ້ເວົ້າຜ່ານໆໄປວ່າເພິນໄດ້ເຮັດຄຸນງາມຄວາມດີຫຍັງແດ່ ແລະສຸດທ້າຍບັນດາລູກສິດທັງຫລາຍກໍເຊີນໃຫ້ຊາຍຕາບອດ ນັ້ນມາເວົ້າກ່ຽວກັບອາຈານ
ຊາຍຕາບອດ: ຂ້ອຍນິເປັນຄົນຕາບອດເບິງບໍເຫັນຫຍັງຄືທຸກຄົນທີ່ຢູ່ໃນນິ ຂ້ອຍບໍ່ຮູ້ວ່າຫນ້າຕາຂອງອາຈານເປັນແນວໃດ ສູງຕຳ ຂາວຫລືດຳ ແຕ່ຂ້ອຍຟັງສຽງເພິນ ຄືກັນກັບຟັງສຽງຂອງຄົນອື່ນ ແຕ່ທີ່ຂ້ອຍຮູ້ ນີ້ແມ່ນ ອາຈານເພິນເປັນຄົນຈິ່ງໃຈ ບໍຄືກັບຄົນອື່ນສ່ວນຫລາຍ, ຄົນສ່ວນຫລາຍເວລາທີ່ເຮົາໄດ້ດີ ເຂົາຈະສະແດງຄວາມຍິນດີນຳແຕ່ຍັງແຝງດ້ວຍຄວາມອິດສາ ແລະເວລາທີ່ເຮົາມີບັນຫາເຂົາຈະສະແດງຄວາມເຫັນອົກເຫັນໃຈ ແຕ່ສ່ວນເລິກຂ້າງໃນກະຍັງລັກສົມນ້ຳຫນ້າ. ແຕ່ວ່າອາຈານເພິນບໍເປັນແບບນັ້ນ ເວລາທີ່ເພິນສະແດງຄວາມຍິນດີ ເພິນກະອອກມາຈາກໃຈຈິງເພິນແທ້ ແລະເວລາເພິນເສຍໃຈກະອອກມາຈາກໃຈເພິນແທ້ ......
ມາຮອດນິກະໂຈະໄວ້ສະກ່ອນ ຄ່ອຍຕິດຕາມຕ່ອນຕໍໄປ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

            ມີຫລາຍຄັ້ງທີ່ໃຜຫລາຍໆຄົນມັກເອົາອາດີດມາປົນກັບປະຈຸບັນ ເມື່ອໃດທີ່ຄິດຂື້ນມາ ໄດ້ ອາດຈະພາໃຫ້ເຮົາ ຍີ້ມຫົວຫລື ຮ້ອງໄຫ້ ກະເປັນໄດ້. ຖ້າຫາກວ່າທ່ານຄົບກັບຄົນຮັກແລ້ວ ບໍ່ໄດ້ດັງທີ່ຄາດໄວ້ ແລ້ວຫລາຍຄົນກໍ່ມັກຈະເອົາຄວາມຮັກຄັ້ງເກົ່າມາປຽບທຽບກັບຮັກຄັ້ງໃຫມ່

           ກໍແມ່ນຢູ່ວ່າທຸກເຫດການຜ່ານມາສຳລັບຄົນຮັກມັນແມ່ນພາບແຫ່ງຄວາມຊົງຈຳທີ່ດີທີ່ສຸດກໍວ່າໄດ້ ສິ່ງທີ່ຄົນສອງຄົນເຄີຍເຮັດຮ່ວມກັນ ເຄີຍສ້າງມາດ້ວຍກັນຈິ່ງບ່ອແປກດອກທີ່ເຮົາຈະຫວນຄິດເຫັນ ຫລື ບາງຄົນມັກຈະເອົາຄົນຮັກຂອງຕົນໄປປຽບທຽບກັບແຟນເກົ່າຢູ່ສະເໝີ ບໍວ່າຈະເປັນການບັນລະຍາຍເຖິງຮູບຮ່າງຫນ້າຕາ ການກະທຳ ສິ່ງທີ່ເຮັດນຳກັນ ການດູແລເທັກແຄກັນ ແລ້ວກະເອົາມາປຽບທຽບໃສ່ໃນປະຈຸບັນ

        ແຕ່ !!!!! ມີສິ່ງຫນື່ງໃນປະຈຸບັນນີ້ ແລະຕ່ອນນີ້ໃນຊ່ວງເວລາ ເຫຼົ່ານີ້ມັນໄດ້ຜ່ານພົ້ນໄປແລ້ວເຖິງມັນຈະບໍ່ສາມາດເຮັດໃຫເຮົາຍີ້ມໄດ້ທຸກເທື່ອທີ່ຜິດຖຽງກັບຄົນຮັກ ແຕ່ມັນຄືຈະບໍມີມືມາຈັບໃຫ້ອຸ່ນ ຫລື ວ່າຮ້ອນ ເຢັນ ຫນາວໄດ້ຄືເກົ່າອີກ ບໍມີຮອຍຍີ້ມທີ່ປອບໃຈ ບໍ່ມີຄຳເວົ້າທີ່ຫ່ວງໃຍ ທີ່ຈະມາສ້າງກຳລັງໃຈໃນຍາມທີ່ເຮົາຫມົດຫວັງ ເພາະຫຍັງ ຮູ້ ບໍ່ ?

ເພາະວ່າມັນເປັນພຽງອາດີດ ເປັນສິ່ງທີ່ຜ່ານໄປແລ້ວເພາະສະນັ້ນ ບໍຄວນທີ່ຈະໄປຢືດຕິດຢູ່ກັບບ່ອນເກົ່າ ແລະສິ່ງເດີມໆທີ່ຈະບໍມີວັນທີ່ຈະໄດ້ມັນກັບຄືນມາ ແລ້ວເຮົາມາຫັນເບິງຄົນທີ່ເຊົາພ້ອມຈະຢູ່ຄຽງຂ້າງເຮົາໄປຕະຫລອດ ຮ່ວມສຸກຮ່ວມທຸກ ເອົາໃຈໃສ່ ດູແລ ຍາມ ເຈັບເປັນ ທັງຫມົດນິ ເປັນສິ່ງທີ່ສຳພັດໄດ້ ເປັນຮັກປະຈຸບັນທີ່ຈັບຕ້ອງໄດ້ ເຖິງວ່າຮ່າງກາຍຈະຢູ່ໄກກັນພຽງໃດ ເຖິງຢ່າງໃດ ກໍຢ່າເຮັດໃຫ້ເຊົາຮູ້ສືກວ່າ ເຂົາບໍແມ່ນຄົນສຳຄັນ ບໍແມ່ນຄົນໃນອຸດົມການ ບໍແມ່ນຄົນທີ່ເຈົ້າພ້ອມຈະໃຊ້  ຊີວິດ ຮ່ວມໄປຈົນເຖົ້າຈົນແກ່ ຈົນເຮັດໃຫ້ເຂົາຮູ້ສຶກອ້າງວ້າງ ແຕ່ຖ້າມື້ໃດທີ່ເຂົາໄດ້ກ້າວຂາອອກໄປຈາກຊີວິດທ່ານ ຄົນທີ່ກິນແຫນ່ງແລະຮູ້ສຶກເສຍໃຈໄປຕະຫລອດຊີວິດ ກະຄືຈະແມ່ນໂຕຂອງທ່ານນັ້ນເອງ. ສະນັ້ນ ເວລາທີ່ທ່ານມີຄົນ ທີ່ດີ ພ້ອມ ເຂົ້າມາໃນຊີວິດທ່ານແລ້ວ ກໍ່ ຈົ່ງ ຢ່າ ປ່ອຍໃຫ້ເຂົາ ຈາກ ທ່ານໄປຢ່າງງ່າຍດາຍ ............