ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 8, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ


ຄວາມປ່າເຖື່ອນຂອງສັດເຖິງວ່າຈະດຸຮ້າຍສ່ຳໃດ ກໍ່ປຽບບໍ່ໄດ້ເທົ່າຄວາມປ່າເຖື່ອນຄວາມໂຫດຮ້າຍຂອງມະນຸດ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 6, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຢາກຮູ້ວ່າບໍ່ມີຫນ່ອຍງານໃດຮັບຜິດຊອບເລື່ອງນີ້ເລຍບໍ ການຄ້າສັດ ແລະ ທາລຸນສັດ ໂດຍສະເພາະແມ່ນຫມາ

ຫລືວ່າຫມາບໍ່ໄດ້ຈັດເຂົ້າປະເພດສັດຫວງຫ້າມຫວາ ໄປທາງພາກໃຕ້ເຫັນຄົນຫວຽດຊື້ຫມາໃສ່ກົງຂັງໄວ້ທ້າຍລົດຈັກຂີ່ຕາມຫົນທາງຢ່າງຫນ້າຕາເສຍ

ໄດ້ຍິນຂ່າວວ່ານຳໄປຂາຍທີ່ປະເທດຫວຽດນາມ ພ້ອມກັນນັ້ນເຈົ້າຫນ້າທີ່ລາວໃຫ້ລົດຂົນສົ່ງຫມາຂ້າມຈາກປະເທດໄທຜ່ານລາວໄປສູ່ຫວຽກນາມໄດ້ແນວໃດ

ແລະຫມາບາງໂຕມີເຈົ້າຂອງ ອາດຖືກລັກມາ ບາງໂຕກະເຈົ້າຂອງນຳໄປແລກເຄື່ອງໃຊ້ຕ່າງໆ ຮູ້ສຶກວ່າເລື່ອງນີ້ບໍ່ມີຄົນສົນໃຈ ການຊື້ຂາຍຂອງອ້າຍນ້ອງຫວຽດບໍ່ເປັນລະບຽບເລີຍ

 

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 5, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

 

ແຖມໃຫ້

ສຳຫລັບຄົນມັກຂອງແຖມ

 

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 24, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຫນັງຈີນກຳລັງພາຍໃນ ເລື່ອງ  "ເດດສຄຳພີເທວະດາ"  ຮູ້ວ່າຕອນສະໃຫມເດັກມັກເລື່ອງນີ້ຫລາຍ

ຫລີ້ນເປັນຕົວລະຄອນເລື່ອງນີ້ກັບຫມູ່ໆ ໂດດໄປໂດດມາຈົນຫົວເຂົ່າແຕກເລີຍ ກັບບ້ານຖືກແມ່ຕີອີກ 555

ຂຽນເມື່ອ ຂຽນເມື່ອ: ກ.ລ.. 22, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 19, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 19, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 13, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ອາຫານເຊົ້າກ່ອນໄປເຮັດວຽກ ເຮັດໃຫ້ເຮົາຈິດແຈ່ມໃສ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 12, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ຄົນບາບ ກັບຄົນບຸນ ທ່ານແຍກອອກຈາກກັນໄດ້ບໍ່ ຈຳແນກໄດ້ບໍ່ຈາກພາບນີ້ ຮິຮິຮິຮິຮິ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 12, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ລົງຍັນ ຂະຫນາດນີ້  ( ປອດໄພແນ່ນອນ )

ຂຽນເມື່ອ ຂຽນເມື່ອ: ກ.ລ.. 12, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

1.  ກ້ອຍໄຂ່ມົດສົ້ມ

2. ເຂົ້າໜຽວປີ້ງຫມູ

3. ໃສ້ອົ່ວ

4. ແກງໄຂ່ມົດສົ້ມ ໃສ່ເຫັດ

5. ປີ້ງຫມູ

6. ຕຳຫນາກຮູ່ງ

7. ປີ້ງໄກ່ລາດ

8. ກ້ອຍເຫັດປວກ (ເມນູນີ້ແຊບທີ່ສຸດ ລອງມາແລ້ວ)

 

9.

10. ລາບຊີ້ນງົວ ໃສ່ຫມາກນາວ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 11, 2012 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເປັນເດັກເປັນເລັກ ກໍ່ຄະດີຮ້າຍແຮງແລ້ວ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 9, 2012 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຊ່ວຍກັນໂຫວດສາວງາມເລກຫມາຍທີ່ມ່ານມັກ ກັບລາຍການປະກວດ "ນາງງາມຜັກກາດດອງ"  ແຫ່ງປີ 2012

ເຊື່ອວ່າຄວາມງາມຂອງພວກນາງຈະເຮັດໃຫ້ທ່ານຫົວໃຈເຕັ້ນແຮງ

No. 1

No. 2

No. 3

ຄົນນີ້ຕົວເຕັງຂອງລາຍການ

 

No. 4

ມາແບບໃສໆ ແບ້ວໆ

 

No. 5     ພົກຄວາມຫມັ້ນໃຈເກີນຮ້ອຍ

 

No. 6   ກະບໍ່ມີໃຜຢູ້ເສົາລົ້ມໃຫ້ທານແດ່ເນາະ ຫມັ້ນໃຈເກີນ

 

No 7

ແລະນີ້ຄືສາວງາມຄົນສຸດທ້າຍ (ແຕ່ຮູ້ສືກ ວ່າ ລາວຈະຜິດພາດໄປຫນ້ອຍຫນື່ງ)

ຂຽນເມື່ອ ຂຽນເມື່ອ: ກ.ລ.. 7, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ຕ້ອງການຂາຍລົດມືສອງລາຄາຖືກ   ລາຄາ 285,375 USD,    ສະພາບດີ (ຍັງໃຫມ່)  ລົດຜູ້ຍິງຂັບ

ການນຳໃຊ້ງານບໍ່ເກີນ 2 ປີ ລາຄາຕໍ່ລອງກັນໄດ້  ສາມາດຈ່າຍຜ່ອນໄດ້ ເດືອນລະ  10,000 USD

ທ່ານໃດສົນໃຈຕິດຕໍ່ໄດ້

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 2, 2012 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ທ້າວ ເກ ເຖົ້າຜູ້ນີ້ເປັນຄົນໄທເປັນຫມໍ ມາເຮັດວຽກຢູ່ລາວ ເຂື່ອນໄຟຟ້າ (ແພດປະຈຳສະຫນາມ) ລາວຢູ່ກຸງເທບ ເຄີຍແຕ່ງງານແລະມີລູກສາວຫນື່ງຄົນ

ອາຍຸລູກລາວກະປະມານ 14ປີນີ້ລະ ເພາະລາວແຕ່ງງານອາຍຸ 25 ປະຈຸບັນລາວອາຍຸ 40 ປີ

ເລື່ອງມີຢູ່ວ່າທ້າວເກເຖົ້າຜູ້ນີ້ມາຫລີ້ນຫມູ່ຂ້ອຍຊື່ ຂ (ຫມູ່ຜູ້ຊາຍ) ແລ້ວເປັນແຟນກັນໄດ້4-5ປີແລ້ວຫາກະຮູ້ເລື່ອງບໍ່ດົນມານີ້ວ່າເຂົາເປັນແຟນກັນ

ຈາກນັ້ນຫມູ່ກະແນະນຳໃຫ້ຮູ້ຈັກລາວກະຄິດວ່າລຸ້ນອ້າຍເນາະ ກະລົມກະເວົ້າດີນຳ ແຕ່ວ່າລາວພັດໂທມາຫາ ຂພຈ ຕະຫລອດ

ຂ້າພະເຈົ້າກະເຂົ້າໃຈວ່າລາວມາເຮັດວຽກຢູ່ລາວຢາກມາຫມູ່ລົມກັນ ກະຮັບສາຍທຸກເທື່ອ ມື້ຫນື່ງລາວໂທມາຫາແລ້ວບອກວ່າມາວຽງສອງສາມມື້ມາຫລີ້ນນຳແດ່

ຊິໃຫ້ພາໄປຊື້ເຄື່ອງຕະຫລາດຈີນ ບໍ່ມີຫມູ່ໄປ ຂ້ອຍກະເລີຍໄປຫາລາວພັກຢູ່ໂຮງແຮມ ຂ້ອຍກະຊວນລາວໄປກິນເຂົ້າແຕ່ລາວວ່າເມື່ອຍພັກບຶດຫນື່ງກ່ອນ

ຂ້ອຍກະເລີຍນອນເບີ່ງໂທລະທັດ ລາວນັ້ນນຸ່ງແຕ່ໂສ້ງຂາສັ້ນ ລາວກະຕິມາກອດຂ້ອຍ ຂ້ອຍຕົກໃຈ ແລ້ວລາວວ່າຂໍມີຫຍັງກັບຂ້ອຍວ່າຊັ້ນ ຂ້ອຍກະຄິດແຜນໄປໂທລະສັບ

ຈື່ງລອດມາໄດ້  ຈາກນັ້ນສອງສາມມື້ກະສົ່ງຂໍ້ຄວາມມາອີກ ບາດນີ້ຫມູ່ຂ້ອຍພັດມາເບີ່ງຂໍ້ຄວາມຂອງລາວຕິເບາະ ຈື່ງຮູ້ວ່າລາວມາຈີບຂ້ອຍ ຂ້ອຍກັບຫມຼ່ກະເລີຍຜິດກັນຍ້ອນ

ຕອນນີ້ບໍ່ເວົ້ານຳກັນເລີຍ (ຫາກະຮູ້ວ່າຫມູ່ເປັນແຟນກັບລາວ ເພາະມັນກະມີແຟນເປັນຍິງຢູ່ຕອນນັ້ນ ) ຕອນນີ້ແຟນ ຂ  ກະເລິກກັນແລ້ວ ພໍ່ແມ່ທ້າວ ຂ ເລີຍຮູ້ເລື່ອງນີ້

ເລີຍໃຫ້ເອື້ອຍທ້າວ ຂ ໂທໄປລົມນຳລາວ ໃຫ້ຢຸດເຊົາແລະເປັນແຄ່ພີ່ນ້ອງກັນ ບໍ່ໃຫ້ມາຫາທ້າວ ຂ ອີກ ແຕ່ ທ້າວເກເຖົ້ານີ້ບໍ່ຍອມ ຊື້ປີ້ຍົນໃຫ້ ທ້າວ ຂ ໄປຫາຢູ່ໄທພາກັນໄປຫລີ້ນບ່ອນນັ້ນນີ້

ຂ້ອຍກະເລີຍເປັນຕາບາບໄປເລີຍບໍ່ກ້າໄປຮອດເຮືອນຫມູ່ ວ່າຊິໄປຫາເອື້ອຍລາວເພາະວ່າເປັນເອື້ອຍຮັກຂ້ອຍ ພໍ່ແມ່ລາວກະເປັນທຸກແຮງຕອນນີ້ຮູ້ວ່າລູກຊາຍເຮັດແບບນີ້

ຂ້ອຍຂໍເຕືອນເພື່ອນໆວ່າຢ່າເຊື່ອໃນສີ່ງທີ່ເຫັນເດີ ຄົນທີ່ມາແຕ່ໄທບໍ່ວ່າມາເຮັດວຽກມາທ່ຽວນະເປັນຕາຢ້ານເນາະແນວສັງຄົມເຂົາເຈົ້າມີສີ່ງລໍ້ຕາລໍ່ໃຈໃນເລື່ອງທາງເພດຫລາຍເກີນໄປ

ເລຍບໍ່ຢ້ນບາບກຳທີ່ເຮັດກັບລູກກັບເມີຍ ເດັກນ້ອຍລາວອາດຖືກລໍ້ລວງໄດ້

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 22, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ສີ່ງທີ່ເວົ້າໄປນີ້ອາດເປັນສຽງເລັກໆນ້ອຍໆທີ່ບໍ່ມີຄຸນຄ່າຫຍັງ! ແຕ່ຢາກຖາມຄວາມຄິດເຫັນຂອງເພື່ອນໃນພັນລາວ  ວ່າເຮົາມີຄວາມຈຳເປັນບໍ່

ທີ່ການປົກຄອງແບບພັກດຽວ ຈຳເປັນບໍ່ຈະຕ້ອງປົກຄອງດ້ວຍທະຫານ,  ຂພຈ  ຄິດວ່າການປົກຄອງແບບພັກດຽວນີ້ນ່າຈະເອົາບຸກຄົນ

ຫລາກຫລາຍອາຊີບ ຫລາຍສາຂາ ເຂົ້າມາມີສ່ວນຮ່ວມໃນດ້ານການເມືອງ ໃນລັດຖະສະພາ ເພື່ອລະດົມມັນສະຫມອງໃນການແກ້ໄຂປັນຫາບ້ານເມືອງ

ແກ້ໄຂສ້າງເສດຖະກິດໃຫ້ເຂັ້ມແຂງ ດືງຄົນມີຄວາມຮູ້ຄວາມສາມາດມີຄວາມຄິດສ້າງສັນມາໃຊ້ງານ ຫລືບໍ່ ກະຈ້າງທີ່ປືກສາດ້ານເສດຖະກິດເກັ່ງໆລະດັບໂລກ

ເປັນທີ່ປຶກສາເລື່ອງຕ່າງໆ (ບໍ່ແມ່ນດືງລູກຫລານຕົນເອງທີ່ຄ້ານຮຽນຮອດຫນັງສືມາເຂົ້າກົມກອງ )

ເອົາໄປເອົາມາ ບໍ່ວ່າຫ້ອງລ້າຫ້ອງການ ແລະ ກະຊວງຕ່າງໆຂອງລັດບ້ານເຮົາ ມີແຕ່ບຸກຄົນໃຊ້ເສັ້ນສາຍເຂົ້າສັງກັດ  ຄົນເກັ່ງມີຝີມືບໍ່ມີສິດຮັບໃຊ້ພາກລັດເລີຍບໍ

ລະບົບນີ້ຊ້ຳເຮື້ອມາດົນນານເກີນໄປ ຄວນເບີ່ງໂລກໃນອີກມຸມຫນື່ງໄດ້ແລ້ວ ໂລກເຮົາປ່ຽນໄປໄວຫລາຍ  (ຍຸກນີ້ບໍ່ແມ່ນຍຸກສົງຄາມ ຄວນປັບປ່ຽນບາງທິດທາງທີ່ຄວນປ່ຽນ ແລະ ຄົງໄວ້ແນວທາງທີ່ດີຂອງພັກລັດຕໍ່ໄປ)