ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 5, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

ອັບເດດຂ່າວກ່ຽວກັບທ່ານ ດຮ. ຄຳເຜີຍ ທີ່ຄົນລາວບາງສ່ວນຍົກຍ້ອງວ່າເປັນວິລະບຸລຸດຂອງຍຸກສະໄຫມ ເຊີ່ງໄດ້ຖືກຖອນຕຳແຫນ່ງຮອງກະຊວງວິທະຍາສາດ-ສັງຄົມ

ເຊີ່ງປະຈຸບັນ ທ່ານຍັງຄົງມີຕຳແຫນ່ງເປັນເປັນສະມາຊິກສະພາຢູ່ໃນຂະນະນີ້ ແລະ ມີສິດເຂົ້າຮ່ວມກອງປະຊຸມໃນສະໄຫມຫນ້າແຕ່ບໍ່ສາມາດສະແດງຄວາມຄິດເຫັນໃນທີ່ກອງປະຊຸມໄດ້

ແລະຄາດວ່າທ່ານຈະສາມາດເຂົ້າຮ່ວມກອງປະຊຸມໄດ້ອີກພຽງສະໄຫມດຽວເທົ່ານັ້ນ ເຊິ່ງໃນສະໄຫມຕໍ່ໄປອາດຈະບໍ່ມີລາຍຊື່ໃນທີ່ກອງປະຊຸມ ປະຈຸບັນທ່ານໄດ້ເປັນສະມາຊິກສະພາພຽງຕຳແຫນ່ງດຽວເທົ່ານັ້ນ ບໍ່ແມ່ນພຽງແຕ່ທ່ານ ດຮ. ຄຳເຜີຍ ເທົ່ານັ້ນ ຍັງມີຫລາຍໆທ່ານທີ່ຖືກຖອນຕຳແຫນ່ງ ແລະບໍ່ມີສິດເຂົ້າຮ່ວມກອງປະຊຸມສະມາຊິກສະພາ

ຍ້ອນສາເຫດທີ່ຜູ້ກ່ຽວໄດ້ກ່າວເນື້ອໃນບາງເນື້ອໃນໃນທີ່ກອງປະຊູມເຊິ່ງເປັນການຕໍ່ຕ້ານການນຳ