ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 3, 2012 | ມີ 14 ຄຳເຫັນ ແລະ 0 trackback(s)

ທ່ານເຊື່ອບໍ່ວ່າໂລກຂອງເຮົາມາເຖິງຈຸດຈົບໃນປີ 2012 ນີ້ ແລະ ຖ້າເປັນຈິງທ່ານກຽມພ້ອມແນວໃດ?

ແລະ ທ່ານຈະເຮັດຫຍັງເປັນສີ່ງສຸດທ້າຍທີ່ທ່ານຢາກເຮັດທີ່ສຸດໃນຊີວິດ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 21, 2011 | ມີ 16 ຄຳເຫັນ ແລະ 0 trackback(s)

ເກີດຂື້ນເມື່ອວັນທີ່ 20/9/11 ເວລາປະມານ 13 ໂມງ ທີ່ຫນ້າຮ້ານເຝີຫນ້າສາງຫລັກ 9 ໄດ້ມີການຊິງຊັບກັນເກີດຂື້ນໂດຍແກ໊ງດືງກະເປົາທີ່ຄາດວ່າຈະຕະເວນຫາເຫຍື່ອເພື່ອຊິງຊັບໃນເວລາກາງເວັນ

ເຊິ່ງເຫຍື່ອແມ່ນຍິງໄວ 40ປີທີ່ມາກິນເຝີຮ້ານດັ່ງກ່າວແລະກຳລັງຈະກັບໄປທີ່ລົດທີ່ລໍຖ້າຢູ່ຝາກທາງຫນ້າສາງຫລັກເກົ້າຄາດວ່າຄົນຮ້າຍໄດ້ຈັບຕາເບີ່ງເຫຍື່ອມາກ່ອນຫນ້ານີ້ແລ້ວ ແລະອາໃສຈັງຫວະ

ທີ່ຜູ້ເສຍຫານເຜີ ຈື່ງດືງກະເປົາ ເຮັດໃຫ້ເຫຍື່ອລົ້ມລົງ ແລະຮ້ອງຂໍຄວາມຊ່ວຍເຫຼືອຄນຮ້າຍໄດ້ໃຊ້ລົດຈັກລົບຫນີໂດຍມີ່ຫມູ່ອີກຄົນເປັນຜູ້ຂັບ ຫລັງຈາກເກີດເຫດການຊິງຊັບຂື້ນຜົວຂອງຜູ້ເສຍຫາຍ

ກໍ່ພະຍາຍາມລັດລົດຈັກທີ່ສວນມາແລະນຳຕິດຕາມແຕ່ຄາດວ່າຈະບໍ່ທັນຄົນຮ້າຍແລ້ວ ສ່ວນຜູ້ຖືກຊິງຊັບກໍ່ບໍ່ໄດ້ຮັບບາດເຈັບໃດໆ

 

ເຫດການດັ່ງກ່າວເກີດຂື້ນຈິງເຊີ່ງຂ້າພະເຈົ້າກໍ່ນັ່ງກິນເຝີຢູ່ຮ້ານດັ່ງກ່າວເຊັ່ນກັນ ໄດ້ຍິນແຕ່ສຽງຮ້ອງຂໍຄວາມຊ່ວຍເຫຼືອ ແຕ່ຄົນຮ້າຍຂ້າພະເຈົ້າກໍ່ບໍ່ເຫັນຊ້ຳ

ຂ້າພະເຈົ້າຈື່ງຂໍເຕືອນມາຍັງເອື້ອຍນ້ອງຍິງທັງຫລາຍໃຫ້ລະມັດລະວັງໃນຊັບສິນຂອງທ່ານເຖິງວ່າເປັນເວລາກາງເວັນ ແລະມີຄົນຢູ່ຈຳນວນຫລາຍກໍ່ຕາມ

ກໍ່ອາດເປັນເຫຍື່ອອາດຊະຍາກຳໄດ້ ສັງຄົມລາວປ່ຽນແປງໄປຫລາຍໃນຕອນນີ້

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 4, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

<!--[if gte mso 9]> <![endif]--><!--[if gte mso 9]> Normal 0 false false false EN-US X-NONE TH <![endif]--><!--[if gte mso 9]> <![endif]--><!--[if gte mso 10]> /* Style Definitions */ table.MsoNormalTable {mso-style-name:"Table Normal"; mso-tstyle-rowband-size:0; mso-tstyle-colband-size:0; mso-style-noshow:yes; mso-style-priority:99; mso-style-parent:""; mso-padding-alt:0in 5.4pt 0in 5.4pt; mso-para-margin-top:0in; mso-para-margin-right:0in; mso-para-margin-bottom:10.0pt; mso-para-margin-left:0in; line-height:115%; mso-pagination:widow-orphan; font-size:11.0pt; mso-bidi-font-size:14.0pt; font-family:"Calibri","sans-serif"; mso-ascii-font-family:Calibri; mso-ascii-theme-font:minor-latin; mso-hansi-font-family:Calibri; mso-hansi-theme-font:minor-latin; mso-bidi-font-family:"Cordia New"; mso-bidi-theme-font:minor-bidi;}<![endif]-->

ທ່ານຄິດແນວໃດªÒ-®ñ­ນຫານີ້(ກ່ຽວກັບຄົນລາວການທີ່ໄປຂາຍແຮງງານຜິດກົດຫມາຍຢູ່ປະເທດໄທ)

ຕາມລາຍງານຂ່າວໃນວັນທີ9 ມີນາ 2011 ຈາກເວັບໃຊ້ຜູ້ຈັດການລາຍງານວ່າ: ເມື່ອວັນທີ່ 8 ມີນາ 2011 ຫນ່ວຍງານສະກັດກັ້ນແຮງງານຕ່າງດ້າວຂອງຈັງຫວັດອຸດອນທານີ ໄດ້ເຮັດການກວດລ້າງຈັບກຸມແຮງງານຕ່າງດ້າວຊາວລາວທີ່ຫລົບຫນີເຂົ້າເມືອງເພື່ອຂາຍແຮງງານຢ່າງຜິດກົດຫມາຍ ໄດ້ດັກຈັບແຮງງານຊາວລາວເປັນຍິງ 62 ຄົນ ຊາຍ 31 ຄົນ ເຊິ່ງກຳລັງລັກລອບນັ່ງລົດໂດຍສານປະຈຳທາງແລ່ນລະຫວ່າງ ອຸດອນ-ກຸງເທບ

                ແຮງງານລາວກຸ່ມນີ້ໄດ້ກ່າວວ່າ ມີນາຍຫນ້າຊາວໄທແລະລາວແນະນຳໃຫ້ໄປເຮັດວຽກຕາມໂຮງງານຮອບປະລິມົນທົນຂອງກຸງເທບ ຍ້ອນສາເຫດພື່ນທີ່ກະຊິກຳໃນປະເທດລາວກຳລັງປະສົບປັນຫາໄພແຫ້ງແລ້ງຈາກສະພາບອາກາດເຮັດໃຫ້ບໍ່ສາມາດເຮັດການປູກຝັງໄດ້

 

ຕາມເນື້ອຂ່າວນີ້ ແລະ ຫລາຍໆຄັ້ງທີ່ແຮງງານລາວລັກລອບໄປຂາຍແຮງງານທີ່ປະເທດໄທນັ້ນ ຂ້າພະເຈົ້າເຫັນວ່າເປັນບັນຫາຫນື່ງທີ່ບໍ່ໄດ້ຮັບການແກ້ໄຂຈັກເທື່ອ ແລະປ່ອຍປະລະເລີຍບັນຫານີ້ ທັ້ງທີ່ແຮງງານຊາວຫວຽດນາມກໍ່ເຂົ້າມາທຳມາຫາກິນທີ່ປະເທດເຮົາຢ່າງຫລວງຫລາຍ ທ່ານຄິວ່າປັນຫານີ້, ທ່າຄິດວ່າປັນຫາຍ້ອນສາເຫດຫຍັງ?  ແລະ ຄວນມີວິທີແກ້ໄຂແນວໃດ ແລະ ເຮົາຄວນຈະເບີ່ງປັນຫານີ້ຢ່າງຈິງຈັງແລ້ວຫລືບໍ່