ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 6, 2011 | ມີ 15 ຄຳເຫັນ ແລະ 0 trackback(s)

ລາຍງານຂ່າວຈາກສຳນັກງານCNNນິວຢອກລາຍງານຂ່າວເຊົ້າຂອງວັນທີ່ 6/9/2011 ລາຍງານສະຖິຕິຄວາມໂປ່ງໃສຂອງລັດຖະບານທຸກປະເທດທົ່ວໂລກປີ 2011

ຈາກອົງການສະຫະປະຊາຊາດທີ່ມີຢູ່ທົ່ວທຸກປະເທດໃນໂລກ  ຈາກ 178 ປະເທດທົ່ວໂລກ    ໂດຍຈະພິຈາລະນາຈາກຄວາມໂປ່ງໃສທາງດ້ານການເງິນ ງົບປະມານດ້ານການພັດພະນາ ແລະ

ໂຄງການຕ່າງໆ ໂດຍສະເພາະໂຄງການໃຫຍ່ໆທີ່ມີມູນຄ່າຫລາຍພັນລ້ານໂດລ່າ ໂດ້ຈັດອັນດັບໂດຍການໃຫ້ຄະແນນຄວາມໂປ່ງໃສ ຫຼື ການຄໍຣັບຊັ່ນແກ່ປະເທດທີ່ມີການຄໍຣັບຊັ່ນນ້ອຍທີ່ສຸດໄດ້ແກ່

ປະເທດທີ່ມີການຄໍຣັບຊັ່ນຫນ້ອຍທີ່ສຸດອັນດັບ 1 ໄດ້ແກ່: ປະເທດນິວຊີແລນ, ສະວີເດັນ, ສິງກະໂປ ໄດ້ຄະແນນຄວາມໂປ່ງຢູ່ທີ່  9.6 - 9.8    ຈາກ 10  ຄະແນນເຕັມ

ສ່ວນປະເທດລາວຈັດຢູ່ທີ່ອັນດັບທີ່ 157 ຂອງໂລກ          ໄດ້ແນນຄວາມໂປ່ງໃສຢູ່ທີ່ 2.1       ຈາກ 10 ຄະແນນເຕັມ

(  ລາວໄດ້ອັນດັບທີ່157 ຂອງໂລກຈາກ 178ປະເທດບໍ່ປ່ຽນແປງຈາກການ ອັນດັບທີ່ຜ່ານມາ )

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 2, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ຮຽນອັງກິດ 10 ມີດີທີ່ໃບປະກາດ


ຫລາຍຄົນຄົງຈະມີປັນຫາເລື່ອງຮຽນພາສາອັງກິດ ແລະ ຕັ້ງຄຳຖາມວ່າຮຽນພາສາອັງກິດແນວໃດຈື່ງຈະໄດ້ຮັບຜົນສຳເລັດແບບຄົນອື່ນ ເພາະວ່າຮຽນພາສາອັງກິດມາເກືອບ10 ປີແລ້ວແຕ່ບໍ່ສາມາດສື່ສານກັບຕ່າງປະເທດໄດ້ເລຍ ສ່ວນໃຫຍ່ທີ່ສື່ສານກັນກະເຂົ້າໃຈແດ່ບໍ່ເຂົ້າໃຈແດ່ໃຊ້ມືເປັນສ່ວນໃຫຍ່ກວ່າຈະລົມກັນເຂົ້າໃຈກໍ່ເມື່ອຍມືສຸດໆ(ເພາະໃຊ້ພາສາມືຫລາຍກວ່າພາສາເວົ້າ), ບາງຄົນຮຽນເພີ່ມແຕ່ສະໄຫມມັດທະຍົມຈົນມະຫາວິທະຍາໄລ ຈົບມີວຽກເຮັດຍັງຮຽນອີກແຕ່ກະຍັງເວົ້າບໍ່ໄດ້ ປ່ຽນສະຖາບັນຮຽນມາແລ້ວບໍ່ຕ່ຳກວ່າ5 ບ່ອນ, ບ່ອນໃດດີກໍ່ຈະໄປສະມັກຮຽນ ແລະ ກໍ່ຕັ້ງຄວາມຫວັງລົມໆແລ້ງໆວ່າເຮົາຈະຕ້ອງເວົ້າໄດ້ ແລະ ກໍ່ຈະເປັນແນວນີ້ໄປຕະຫລອດຊີວິດຖ້າບໍ່ຍຸດສັງເກດແດ່ຫນ້ອຍຫນື່ງຄື:

1,ຫລັກສູດສ່ວນໃຫຍ່ຂອງສະຖາບັນພາສາຢູ່ລາວສາມາດເອີ້ນໄດ້ວ່າ(ສະຖາບັນຟັນເງິນ),ເພາະຈະຮັບນັກຮຽນໃຫ້ໄດ້ຫລາຍທີ່ສຸດແຕ່ນັ້ນນັກຮຽນຈະເວົ້າອັງກິດໄດ້ຫນ້ອຍທີ່ສຸດ(ເຊິ່ງຄົນລາວກໍ່ມັກຟູ່ແລ້ວເລື່ອງຫມູ່ຫລາຍຈະບໍ່ຕ້ອງອາຍອາຈານ ອາຈານຈະຖາມຖ້າຄົນຫນ້ອຍ) ຖ້າເປັນແນວນີ້ຕ້ອງຮຽນອີກ20ປີພຸ້ນລະຈື່ງຈະເວົ້າໄດ້(ຮັບໃບປະກາດກໍ່ເຂົ້າໂລງພ້ອມ)

2, ຫລັກສູດການສອນຈະເນັ້ນໃຫ້ແປ ພາອ່ານ ທ່ອງຈຳ ແລະ ເອົາວຽກບ້ານໃຫ້ໄປເຮັດສັກ 1 ຂໍ້ (ພໍໃຫ້ນັກຮຽນມີວຽກບ້ານເຮັດ) ທ່ານຈະໄດ້ຮຽນຫລັກສູດແບບນີ້ມາແຕ່ນ້ອຍຈົນໃຫຍ່ແຕ່ທ່ານຈະບໍ່ສັງເກດແລະສົງໃສເລຍວ່າຮຽນແນວນີ້ຄືບໍ່ເວົ້າໄດ້ຈັກເທື່ອ (ທ່ານຈະຮຽນແນວນີ້ໄປເລື້ອຍໆຈົນທ່າເສຍຊີວິດພຸ້ນລະ)

3, ມື້ຫນື່ງໄດ້ຮຽນແປພຽງຫນ້າວດຽວກວ່າຈະຫມົດຫົວກໍ່ເລີຍໄປຮອດປີ 3 ແລ້ວ (ຍັງປື້ມຫົວເກົ່າຢູ່---ແນວນີ້ມື້ໃດຈະເວົ້າໄດ້)

4, ອາຈານສອນປະກາດວ່າມາຈາກຕ່າງປະເທດແຕ່9ໃນ10ແມ່ນອາຈານຢູ່ລາວ --ທີ່ທາງສະຖາບັນຊອກເກັບມາໄດ້(ບາງຄົນຈົບຊັ້ນສູງ ເຮັດວຽກພະນັກງານຂາຍອະໄຫຣ່ລົດ)ຫລືບໍ່ກະຈົບມາຈາກບ່ອນນັ້ນເອງ

 ເວົ້າມາຊຳ່ນີ້ທ່ານກໍ່ຈະຄຶດຍ້ອນຄືນວ່າມັນແມ່ນຄວາມຈິງຫລືບໍ່ ແລະ ບາງຄົນກໍ່ອາດມີຄຳຖາມວ່າ ແລ້ວຈະໄປຮຽນຢູ່ໃສ ຮຽນແບບໃດລະຈື່ງຈະດີທີ່ມີມາກະມີແຕ່ແບບນີ້ ຫລີກລ໋ຍງບໍ່ໄດ້ ຫນີບໍ່ພົ້ນ ຢອມຮັບຊະຕາກຳ(ຢອມແພ້ແລ້ວ)

ຂ້າພະເຈົ້າຂໍເວົ້າໄດ້ເລີຍວ່າບໍ່ມີພາສາໃດໃນໂລກທີ່ຄົນເຮົາຮຽນຮູ້ບໍ່ໄດ້ແລະໃຊ້ເວລາສັ້ນກວ່າທີ່ເຮົາຄິດໃຊ້ເວລາພຽງ 3 ເດືອນ ຫາ 6 ເດືອນເທົ່ານັ້ນທີ່ຈະ ຮຽນຮູ້ສຳນຽງ ລັກສະນາການເວົ້າແລະໃຊ້ພາສານັ້ນໆໃຫ້ເປັນ ທ່ານເຄີຍສັງເກດບໍ່ວ່າຄົນລາວທີ່ເປັນກຳມະກອນສາມາດເວົ້າພາສາຫວຽດນາມໄດ້ພຽງ ແຕ່ໂອ້ລົມກັບຫມຼ່ທີ່ເປັນຄົນຫວຽດເທົ່ານັ້ນ, ນັ້ນບົ່ງບອກວ່າໃຜໆກໍ່ສາມາດເວົ້າຫວຽດ ຫຼື ອັງກິດໄດ້ຖ້າເຮົາຮຽນແບບທຳມະຊາດ ບໍ່ແມ່ນການທ່ອງຈຳທີ່ ເຮົາໄດ້ຮຽນມາ, ການໄດ້ສຳພັດທັ້ງ5ກັບສະພາບແວດລ້ອມອ້ອມຂ້າງເຊັ່ນ: ໄດ້ຍິນ ເວົ້າລົມ ທ່າທາງສະແດງອອກ ແລະ ສຳຜັດຕົວຈິງ

ຈະຮຽນດ້ວຍວິທີໃດ

- ຮຽນດ້ວຍວິທີທຳມະຊາດ ບໍ່ແມ່ນທ່ອງຈຳ ເປັນການຮຽນແບບທຳມະຊາດຖ້າເປັນແລ້ວຈະບໍ່ລືມ ແຕ່ກໍ່ຍັງມີບັນຫາເຊັ່ນ: ຢູ່ລາວຈະໄປເວົ້າອັງກິດນຳໃຜ(ເລື່ອງນີ້ໂທລະທັດເຮົານີ້ລະຊ່ວຍໄດ້---ຫັຼກສູດນີ້ແມ່ນຫລັກສູດທີ່ນຳໃຊ້ກັນຢ່າງແຜ່ຫລາຍໃນຕ່າງປະເທດ ເຂົາເຈົ້າຈະມີຫລັກສູດ ຫລື ຫົວຂໍ້ເພື່ອໃຊ້ໃນການສົນທະນາໃນແຕ່ລະວັນ ແລະ ເນັ້ນການອອກສຽງໃຫ້ຖືກຕ້ອງໃນຫ້ອງຮຽນ ແລະ ນອກຊົ່ວໂມງຮຽນນັກຮຽນຕ້ອງເບິ່ງວີດີໂອ ຫຼື ຫນັງ(ເລື່ອງໃດກໍ່ໄດ້ທີ່ທ່ານມັກ)ທີ່ເປັນພາສາອັງກິດ ບໍ່ມີພາກໄທ ແປໄທ ຫຼືຊັບອັງກິດເດັດຂາດຈະເບີ່ງໄປເລື້ອຍໆພ້ອມກັບຝືກຊ້ອມເວົ້າຕາມໂດຍເນັ້ນອອກສຽງໃຫ້ຖືກຕ້ອງ ມື້ຫນື່ງຢ່າງຕຳ່ 4 ຊົ່ວໂມງກຳລັງດີ (ແນ່ນອນວ່າທ່ານຈະຕ້ອງບໍ່ມີຄວາມອາຍໃດໆທີ່ຈະປະຕິບັດ) ທຸກມື້ຈະມີການສົ່ງວຽກບ້ານດ້ວຍທາງໂທລະສັບຕົວຈຶງບໍ່ມີຂຽນ ປະຕິບັດແບບນີ້ທຸກມື້ຈົນຄົບ 6 ເດືອນ ແນ່ນອນທ່ານຈະຕ້ອງປະສົບຜົນສຳເລັດແນ່ນອນ ແຕ່ການຮຽນແບບນີ້ເປັນການຮຽນແລ້ວຕ້ອງເປັນເລີຍ ແຕ່ທ່ານຕ້ອງໄດ້ຕຽມຕົວຕຽມໃຈສະຫລະກິດຈະກຳບາງຢ່າງ (ການທ່ຽວ ການສັງສັນ ຕ່າງໆທີ່ຈະສົ່ງຜົນທາງລົບຕໍ່ການຮຽນ ເປັນເວລາ 3 - 6ເດືອນ) ເຊິ່ງທ່ານຕ້ອງມີຈິໃຈທີ່ແນວແນ່ແລະເດັດຂາດໃນການຕັດສິນໃຈຮຽນຫລັກສູດນີ້

ແຕ່ກໍ່ຍັງມີຂໍ້ຫ້າມເຊັ່ນ:

- ຫ້າມເບິ່ງສິ່ງໃດທີ່ເປັນພາສາອື່ນນອກຈາກອັງກິດ

-ຫ້າມລະເລີຍ ຫຼື ຂ້າມຂັ້ນຕອນປະຕິບັດການອອກສຽງແຕ່ພຽງມື້ດຽວ

ແຕ່ເປັນທີ່ນ່າເສີຍດາຍທີ່ຫລັກສູດການສອນແບບນີ້ບໍ່ມີໃນປະເທດລາວເທື່ອ ແຕ່ທ່ານສາມາດໄປສຶກສາຂໍ້ມູນໃນການຮຽນຫລັກສູດແບບນີ້ໄດ້ທີ່ WWW.krukate.com (ຫລັກສູດນີ້ມີສອນແລ້ວທີ່ປະເທດໄທ)