ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 21, 2011 | ມີ 16 ຄຳເຫັນ ແລະ 0 trackback(s)

ເກີດຂື້ນເມື່ອວັນທີ່ 20/9/11 ເວລາປະມານ 13 ໂມງ ທີ່ຫນ້າຮ້ານເຝີຫນ້າສາງຫລັກ 9 ໄດ້ມີການຊິງຊັບກັນເກີດຂື້ນໂດຍແກ໊ງດືງກະເປົາທີ່ຄາດວ່າຈະຕະເວນຫາເຫຍື່ອເພື່ອຊິງຊັບໃນເວລາກາງເວັນ

ເຊິ່ງເຫຍື່ອແມ່ນຍິງໄວ 40ປີທີ່ມາກິນເຝີຮ້ານດັ່ງກ່າວແລະກຳລັງຈະກັບໄປທີ່ລົດທີ່ລໍຖ້າຢູ່ຝາກທາງຫນ້າສາງຫລັກເກົ້າຄາດວ່າຄົນຮ້າຍໄດ້ຈັບຕາເບີ່ງເຫຍື່ອມາກ່ອນຫນ້ານີ້ແລ້ວ ແລະອາໃສຈັງຫວະ

ທີ່ຜູ້ເສຍຫານເຜີ ຈື່ງດືງກະເປົາ ເຮັດໃຫ້ເຫຍື່ອລົ້ມລົງ ແລະຮ້ອງຂໍຄວາມຊ່ວຍເຫຼືອຄນຮ້າຍໄດ້ໃຊ້ລົດຈັກລົບຫນີໂດຍມີ່ຫມູ່ອີກຄົນເປັນຜູ້ຂັບ ຫລັງຈາກເກີດເຫດການຊິງຊັບຂື້ນຜົວຂອງຜູ້ເສຍຫາຍ

ກໍ່ພະຍາຍາມລັດລົດຈັກທີ່ສວນມາແລະນຳຕິດຕາມແຕ່ຄາດວ່າຈະບໍ່ທັນຄົນຮ້າຍແລ້ວ ສ່ວນຜູ້ຖືກຊິງຊັບກໍ່ບໍ່ໄດ້ຮັບບາດເຈັບໃດໆ

 

ເຫດການດັ່ງກ່າວເກີດຂື້ນຈິງເຊີ່ງຂ້າພະເຈົ້າກໍ່ນັ່ງກິນເຝີຢູ່ຮ້ານດັ່ງກ່າວເຊັ່ນກັນ ໄດ້ຍິນແຕ່ສຽງຮ້ອງຂໍຄວາມຊ່ວຍເຫຼືອ ແຕ່ຄົນຮ້າຍຂ້າພະເຈົ້າກໍ່ບໍ່ເຫັນຊ້ຳ

ຂ້າພະເຈົ້າຈື່ງຂໍເຕືອນມາຍັງເອື້ອຍນ້ອງຍິງທັງຫລາຍໃຫ້ລະມັດລະວັງໃນຊັບສິນຂອງທ່ານເຖິງວ່າເປັນເວລາກາງເວັນ ແລະມີຄົນຢູ່ຈຳນວນຫລາຍກໍ່ຕາມ

ກໍ່ອາດເປັນເຫຍື່ອອາດຊະຍາກຳໄດ້ ສັງຄົມລາວປ່ຽນແປງໄປຫລາຍໃນຕອນນີ້

 

Delicious Digg Fark Twitter