ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 22, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ສີ່ງທີ່ເວົ້າໄປນີ້ອາດເປັນສຽງເລັກໆນ້ອຍໆທີ່ບໍ່ມີຄຸນຄ່າຫຍັງ! ແຕ່ຢາກຖາມຄວາມຄິດເຫັນຂອງເພື່ອນໃນພັນລາວ  ວ່າເຮົາມີຄວາມຈຳເປັນບໍ່

ທີ່ການປົກຄອງແບບພັກດຽວ ຈຳເປັນບໍ່ຈະຕ້ອງປົກຄອງດ້ວຍທະຫານ,  ຂພຈ  ຄິດວ່າການປົກຄອງແບບພັກດຽວນີ້ນ່າຈະເອົາບຸກຄົນ

ຫລາກຫລາຍອາຊີບ ຫລາຍສາຂາ ເຂົ້າມາມີສ່ວນຮ່ວມໃນດ້ານການເມືອງ ໃນລັດຖະສະພາ ເພື່ອລະດົມມັນສະຫມອງໃນການແກ້ໄຂປັນຫາບ້ານເມືອງ

ແກ້ໄຂສ້າງເສດຖະກິດໃຫ້ເຂັ້ມແຂງ ດືງຄົນມີຄວາມຮູ້ຄວາມສາມາດມີຄວາມຄິດສ້າງສັນມາໃຊ້ງານ ຫລືບໍ່ ກະຈ້າງທີ່ປືກສາດ້ານເສດຖະກິດເກັ່ງໆລະດັບໂລກ

ເປັນທີ່ປຶກສາເລື່ອງຕ່າງໆ (ບໍ່ແມ່ນດືງລູກຫລານຕົນເອງທີ່ຄ້ານຮຽນຮອດຫນັງສືມາເຂົ້າກົມກອງ )

ເອົາໄປເອົາມາ ບໍ່ວ່າຫ້ອງລ້າຫ້ອງການ ແລະ ກະຊວງຕ່າງໆຂອງລັດບ້ານເຮົາ ມີແຕ່ບຸກຄົນໃຊ້ເສັ້ນສາຍເຂົ້າສັງກັດ  ຄົນເກັ່ງມີຝີມືບໍ່ມີສິດຮັບໃຊ້ພາກລັດເລີຍບໍ

ລະບົບນີ້ຊ້ຳເຮື້ອມາດົນນານເກີນໄປ ຄວນເບີ່ງໂລກໃນອີກມຸມຫນື່ງໄດ້ແລ້ວ ໂລກເຮົາປ່ຽນໄປໄວຫລາຍ  (ຍຸກນີ້ບໍ່ແມ່ນຍຸກສົງຄາມ ຄວນປັບປ່ຽນບາງທິດທາງທີ່ຄວນປ່ຽນ ແລະ ຄົງໄວ້ແນວທາງທີ່ດີຂອງພັກລັດຕໍ່ໄປ)

Delicious Digg Fark Twitter