ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 6, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຢາກຮູ້ວ່າບໍ່ມີຫນ່ອຍງານໃດຮັບຜິດຊອບເລື່ອງນີ້ເລຍບໍ ການຄ້າສັດ ແລະ ທາລຸນສັດ ໂດຍສະເພາະແມ່ນຫມາ

ຫລືວ່າຫມາບໍ່ໄດ້ຈັດເຂົ້າປະເພດສັດຫວງຫ້າມຫວາ ໄປທາງພາກໃຕ້ເຫັນຄົນຫວຽດຊື້ຫມາໃສ່ກົງຂັງໄວ້ທ້າຍລົດຈັກຂີ່ຕາມຫົນທາງຢ່າງຫນ້າຕາເສຍ

ໄດ້ຍິນຂ່າວວ່ານຳໄປຂາຍທີ່ປະເທດຫວຽດນາມ ພ້ອມກັນນັ້ນເຈົ້າຫນ້າທີ່ລາວໃຫ້ລົດຂົນສົ່ງຫມາຂ້າມຈາກປະເທດໄທຜ່ານລາວໄປສູ່ຫວຽກນາມໄດ້ແນວໃດ

ແລະຫມາບາງໂຕມີເຈົ້າຂອງ ອາດຖືກລັກມາ ບາງໂຕກະເຈົ້າຂອງນຳໄປແລກເຄື່ອງໃຊ້ຕ່າງໆ ຮູ້ສຶກວ່າເລື່ອງນີ້ບໍ່ມີຄົນສົນໃຈ ການຊື້ຂາຍຂອງອ້າຍນ້ອງຫວຽດບໍ່ເປັນລະບຽບເລີຍ

 

 

Delicious Digg Fark Twitter