ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ສ້າງເມື່ອ ກ.ຍ.. 4, 2011 15 ຄົນໂຫວດ, 0 ຄຳເຫັນ, ອ່ານ 790 ເທື່ອ
ຂ້າພະເຈົ້າມີແຜນຈະເປີດຮ້ານອາຫານໄຫມ່ເລີຍຢາກຖາມຫມູ່ ເພື່ອນວ່າຈະຂາຍອາຫານປະເພດໃດດີທີ່ຄົນລາວນິຍົມບໍລິໂພກ ແລະຫນ້າຈະໄດ້ຮັບການຕອບຮັບຈາກພະນັກງານຫ້ອງການ ຕ່າງໆ

 
ສ້າງເມື່ອ ກ.ຍ.. 2, 2011 22 ຄົນໂຫວດ, 0 ຄຳເຫັນ, ອ່ານ 808 ເທື່ອ
ເປັນຫຍັງຄົນໄທຈື່ງຕ້ອງລັງກຽດຄົນລາວ ແລະ ດ່າວ່າ ຫຼື ດູຖູກຄົນລາວເລື້ອຍມາ ຄົນລາວມັນນ່າລັງກຽດປານນັ້ນຫວາ ຂໍເຫດຜົນທ່ານແດ່ ຫລືວ່າຄົນລາວເປັນຄົນບໍ່ດີ ຊ່ວຍໃຫ້ຮູ້ເຫດຜົນຫລັກໆຂອງທ່ານທີ່ເປັນຊາວໄທດ້ວຍ ຈະເປັນກະລຸນາຢ່າງຍິ່ງ

 
ສ້າງເມື່ອ ສ.ຫ.. 17, 2011 28 ຄົນໂຫວດ, 0 ຄຳເຫັນ, ອ່ານ 1064 ເທື່ອ
ຈາກສະຖິຕິທີ່ປະເທດລາວໃນອາດີດຈົນຮອດປະຈຸບັນລາວແມ່ນຂາດດຸນການຄ້າມາຕະຫລອດ ປະເທດລາວສາມາດຢູ່ໄດ້ດ້ວຍການຊ່ວຍເຫລືອລ້າຈາກປະເທດຕ່າງໆທີ່ໃຫ້ທຶນສ່ວນຫນື່ງສະຫນັບສະຫມຸນ ແຕ່ປະເທດລາວໄດ້ມີແຜນເພື່ອສ້າງເຄື່ອນໄຟຟ້າຈາກ 25 ເຄື່ອນ,ປະຈຸບັນມີຂໍ້ມູນຢັ້ງຢືນວ່າຈະສ້າງເພິ່ມທັງົມດ70 ປາຍກວ່າເຄື່ອນ ເພື່ອໃຫ້ເປັນຫມໍ້ໄຟແຫ່ງເອເຊຍ ເຖິງວ່າພາກລັດຈະພະຍາຍາມສ້າງເງື່ອນໄຂທາງດ້ານເສດຖະກິດກໍ່ຕາມແຕ່ຄວາມຈະເລີນຂອງປະເທດຕ້ອງປະກອບດ້ວຍຫລາຍປັດໃຈ ທ່ານຄິດວ່າປະເທດລາວຈະສາມາດເປັນປະເທດທີ່ມີເສດຖະກິດເທົ່າທຽມກັບປະເທດພາກພື້ນອາຊີຫລືບໍ່ ເຊັ່ນປະເທດ ໄທ,ຈີນ,ຫວຽດ, ມາເລເຊຍ ເປັນຕົ້ນ

 
ສ້າງເມື່ອ ສ.ຫ.. 10, 2011 15 ຄົນໂຫວດ, 0 ຄຳເຫັນ, ອ່ານ 607 ເທື່ອ
ທ່ານຄົງເຄີຍໄດ້ຍິນຄຸ້ນຫູແລ້ວເລື່ອງຄໍລັບຊັ່ນ,ບໍ່ວ່າໃນຮູບແບບຕ່າງໆບໍ່ວ່າຢູ່ພາຍໃນແລະຕ່າງປະເທດ,ລ້ວນແລ້ວແຕ່ມີການຄໍລັບຊັ່ນເກີດຂື້ນກັນທັ້ງນັ້ນແຕ່ຂ້າພະເຈົ້າຂໍຄວາມຄິດເຫັນເລື່ອງການຄໍລັບຊັ່ນຂອງພາກລັດໃນລາວເຊີ່ງມີການຄໍລັບຊັ່ນທຸກຮູບແບບເຊີ່ງຕ່າງສຳນັກງານຂ່າວລອຍເຕີ່ຕ່າງປະເທດກໍ່ກ່າວວ່າລາວເປັນຫນື່ງໃນ10ປະເທດແຖບເອເຊີຍຕາເວັນອອກສຽງໃຕ້ທີ່ມີການຄໍລັບຊັ່ນທັ້ງລະບົບທ່ານວ່າການຄໍລັບຊັ່ນໃນລາວນັ້ນເປັນຕົວສະລໍຫລືຕົວຖ່ວງຄວາມຈະເລີນທາງເສດຖະກິດຫລືບໍ່