ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ: Dec. 3, 2008 - 9 ຄຳເຫັນ [ Comment ] - 0 trackback(s) [ Trackback ]

 

ຈົດໝາຍຂຽນໃຫ້ຍິງສາວຜູ່ທີ່ຈະເປັນເມຍໃນອານາຄົດຂອງເຮົາ

ນອ້ງທີຮັກຂອງອ້າຍ ເຖິງວ່າໃນປະຈຸບັນພວກເຮົາຕ່າງກໍບໍຮູ້ຈັກກັນ ວ່ານອ້ງແມ່ນໃຜ ແລະອ້າຍແມ່ນໃຜ ແລະບໍຮູ້ຮອດວ່າໃຜຢູ່ໃສ ເຮົາຕ່າງກໍບໍເຄີຍເຫັນໜ້າກັນມາກ່ອນກໍເປັນໄປໄດ້ ຫຼືເຮົາຢູ່ຄຽງຂ້າງກັນກໍເວົ້າບໍຊ່າງ

ແຕ່ອ້າຍເຊື່ອແນ່ຢ່າງໝັ້ນໃຈວ່າ ພະເຈົ້າເທິງຟ້າຈະສົ່ງພອນແລະມາສ້າງໂອກາດ ແນະນຳໃຫ້ພວກເຮົາຮູ້ຈັກກັນໃນວັນໃດວັນໜຶ່ງ

ວິນາທີ ທີ່ສອງເຮົາຈະເລິ່ມພົບໜ້າກັນນັ້ນ ຈະມີຄວາມໝາຍວ່າ ຊີວິດນີ້ເໝືອນກັບວ່າດອກໄມ້ທີ່ພວມເບັ່ງບານເພື່ອໃຫ້ສອງເຮົາໄດ້ເປັນຄູ່ກັນ

ແລະຄ່ຳຄືນທີມິດງຽບເປົ່າປ່ຽວດຽວດາຍນັ້ນຈະເຖິງຈຸດຈົບ ໃບໜ້າອັນແຍ້ມຫວານຂອງນອ້ງ ກໍຈະປະກົດຕົວຂຶ້ນມາໃນມັນສະໝອງຂອງອ້າຍຢ່າງຕະຫຼອດ ສວຍງາມສົດໃສຢ່າງສຸດຍອດເລີຍ ເໝືອນກັບວ່າສັງຂານໄດ້ເລື່ອນຜ່ານແມ່ນ້ຳແຫ່ງຊີວິດ ແລະນ້ອງນັ້ນຄືຕົ້ນງີ້ວແຄມແມ່ນ້ຳທີມີໃບຂຽວອ່ອນ ແລະເຕັມໄປດອ້ຍດອກໄມ້ທີມີສີບົວ

ມີແຕ່ພະເຈົ້າເຖິງຟ້າເທົານັ້ນ ຈຶ່ງຮູ້ວ່າເມືອໃດນອ້ງຈຶ່ງໄດ້ມາແນບກາຍອ້າຍ ທີຮັກເອີຍ ອ້າຍຈະຄອງລໍຖ້ານ້ອງຈົນເຖິງວັນນັ້ນ

  ຮັກເອີຍ ອ້າຍຈະໃຊ້ທຸກສິ່ງທີມີໃນຊີວິດເພື່ອຖະໜອມຮັກນອ້ງ ແພງນອ້ງ ອ້າຍຈະບໍ່ອານຸຍາດໃຫ້ຮັກໃດໃນໂລການີ້ຫວານລື່ນຮັກຂອງສອງເຮົາ ຈິງແທ້ດາຍ

ອ້າຍຈະມອບຈົດໝາຍກ້ານນີ້ໃຫ້ນອ້ງໃນມື້ວັນວີວາຂອງເຮົາສອງ ແລະຂໍນອ້ງຈົ່ງຮັກສາໄວ້ຈົນເທົ້າໃດໆເດີ

 

  ຈາກ ຜູ່ຈະເປັນສາມີຂອງນ້ອງ

 

 

ຂຽນເມື່ອ: Jul. 23, 2008 - 1 ຄຳເຫັນ [ Comment ] - 0 trackback(s) [ Trackback ]

ຄວາມດີ....ເປັນເສັ້ນທາງກ່າຍກ້ຽວ......ເດີນທ່ຽວໃຫ້ເຖິງຈຸດ
ບໍຣິສຸດສົດໃສ..................ຈາກໃຈຈິງແຈ້ງ
ບໍ່ໄດ້ແຝງຊອນໄວ້...............ຢູ່ທາງໃນຊ້ອນເຊື່ອງ
ທຳຄວາມດີບໍ່ຕ້ອງເຄືອງ....ນຳສຽງຄົນປາກຕ້ານ....ພານຂໍ້ຢ່າຕໍ່ເຕີມ

ຄວາມດີງາມຊ່ວຍເພີ້ມ...........ເຊີດຊູຊື່..ທັງລືສຽງ
ດີພ້ອມພຽງວາຈາ.................ວາດລີລາຍ້າຍ
ປະດັບກາຍຄົນເຮົານີ້..............ເອົາຄວາມດີເປັນທີນຶ່ງ
ແລ້ວຈຶ່ງຈະໄປເຖິງ.........ຈຸດທີ່ຫມາຍຫມັ້ນໄວ້.....ສົມດ້າມດັ່ງໃຈ

ຄວາມດີ....ແມ່ນຕົກລົງສູ່ໃຕ້......ໄຫຼລ່ອງໄປຕາມຂອງ
ເວີນຕາມສາຍນະທີທອງ............ແຕ່ບໍ່ຫມອງມົວເສົ້າ
ເຖິງຈະເອົາຈົມນໍ້າ....................ຕາມລຳທານວັງໃຫຍ່
ກໍຍັງໄຫຼເວີ່ນຜ້າຍ.............ກາຍມາໃກ້ໃຫ້ຫຼໍ່າແຍງ

ໃຊ້ວີທີຈະກັ່ນແກ້ງ...................ແຍ້ງໄປຈູດໄຟເຜົາ
ເຖົ່າຖ່ານແດງ..ໂດ້ນຟືນຈຸ...........ຈູດລົນຈົນໄຫມ້
ດັບຄວາມດີບໍ່ມີໄດ້.....................ສູນສລາຍໄປງ່າຍໆ
ຄວາມດີ..ຕົກລົງນໍ້າກໍບໍ່ໄຫຼ......ຕົກໃສ່ໄຟກໍບໍ່ໄຫມ້.....ຍັງຄົງໄວ້ຕະລອດການ

ສ່ວນເພັດພອຍຄ່າລ້ານ...........ທີ່ພວກທ່ານປະດັບກາຍ
ຄິດເປັນຫຼາຍຣາຄາ................ຄ່າເງິນຄຳແກ້ວ
ເປັນພຽງແວວປະກາຍເພີ້ມ.........ເສີມສັກສີໃຫ້ສູງສົ່ງ
ຍາມເມື່ອທ່ານລືມຫຼົງ....ປົດວາງປົງຖິ້ມໄວ້.....ຂະໂມຍຮ້າຍພັດຫອບໄປ

ເຈັບຫົວໃຈຈົນຄັບແຄ້ນ............ນີ້ວມືເປົ່າ...ຄໍກໍແປນ
ເສັຍແຫວນງາມ ສາມກາຣັດ.....ເຂັມຂັດທອງຄຳແທ້
ພໍຢາກດຸດຄັນແທຫມົ້ນ..............ຫົວຕຳໂພນທຸບດິນແກ່ນ
ເງິນເປັນລ້ານເປັນແສນ....ຫາມາແທນທຽບບໍ່ໄດ້....ຈິດໃຈເສົ້າໂສກສັນ

ຂອງນອກກາຍເຫຼົ່ານັ້ນ............ຕ່າງກໍໄຝ່ຝັນຫາ
ເງິນຕຣາທັງສິນຊັພ................ທີ່ໄຄວ່ຄວາມາໄດ້
ຍາມເມື່ອລົມຫາຍໃຈຈັ້ງ............ພະລັງແຮງກໍອິດອ່ອນ...ລົງແລ້ວ
ຜົນສຸດທ້າຍ....ເຫຼືອແຕ່ພຽງອາພອນ...ປົກຮ່າງນອນນິ້ງໆ.....ຄີງເຈົ້າກໍເປົ່າແປນ

ສ່ວນຄວາມດີ....ຈະຍືນຍົງແຫນ້ນແຟ້ນ.....ໃນຜືນແຜ່ນໂລກາ
ຈະບໍ່ໄລລາລັບ................ດ່ວນຕາມຕົວເຈົ້າ
ແມ່ນວ່າໄຟເຜົາໄຫມ້..........ດິນຖົມກາຍຈົນເປັນຝຸ່ນ
ຄວາມດີບໍ່ສູນຫາຍ.....ປະດັບກາຍຈົນຊົ່ວຟ້າ......ນະພາຊີ້ນບໍ່ເສື່ອມສີ......ທ່ານເອີຍ

 

ຜູ້ຂຽນ: Sao Luck7 alt

ຂຽນເມື່ອ: Jul. 23, 2008 - 1 ຄຳເຫັນ [ Comment ] - 0 trackback(s) [ Trackback ]

ຊິວິດເຮົາ......ເກີດມາ....ພຽງຄັ້ງດຽວ
ຢ່າຢຶດໝ່ຽວ.......ກັບສີ່ງ..ໄດ້ຜ່ານໄປ
ຕອ້ງຕັ້ງໃຈ.......ກັບສິ່ງ....ທີ່ໝາຍປອງ
ຢ່າໜົ່ນໜອງ....ກັບສີ່ງ...ທີ່ໄຮ້ຄ່າ
ເພາະເວລາ........ມັນສັ້ນ.......ທີ່ສັນຫາ
ເຮົາເກິດມາ.......ບໍ່ແມ່ນຟ້າ.....ຈັດສັນໃຫ້
ເຮົາຕອ້ງໄດ້.....ຢືນຢັດ........ ແລະ ສູ້ທົນ
ຕອ້ງຝືກຝົນ.....ພາກພຽນ......ໃຫ້ມີຄ່າ
ຢ່າປອ່ຍລ້າ...ເວລາ...ໃຫ້ເສຍຈາກ
ເຖີງຈະຍາກ...ລຳບາກ.....ກໍ່ບໍ່ຖອຍ
ຢ່າໄດ້ຄອຍ...ຄຳຫວ່າ......ໂຊກສະຕາ
ເພາະຄຳຫວ່າ........ສະຕານີ້.....ບໍ່ມີໃຜມີມາຄອງ
ທຸກຄົນຕອ້ງ........ຕົນເພີ່ງຕົນ....ທົນສູ້ໄປ
ຈິ່ງຈະໄດ້..........ມີສຸກ.......ທຸກບໍ່ເຢອືນ
ຈິ່ງຂໍເຕືອນ.....ພີ່ນອ້ງ.....ໝູ່ສະຫາຍ
ທ່ານທັງຫລາຍ....ຈົ່ງຢ່າໄດ້....ໄປທາງຜິດ
ເພາະຊິວິດ........ມີຄ່າ....ອັນເຫລືອຫລາຍ
ເຖີງຈະຕາຍ.....ຈົ່ງຝາກໄວ້......ໃນແຜ່ນປັດຕະພີ
ອັນຄວາມດີ...ທີ່ມີໄວ້......ໃນໃຈເຮົາ
ຖ້າເວົ້າຜິດ......ຄວາມຄິດ..ໝູ່ທຸກໄວ
ຕອ້ງອາໄພ......ຂໍນຳ..........ກັບຄຳເວົ້າ

ທີ່ຕົວເຮົາ......ຍັງດອ້ຍ...ທັງປັນຍາ
ຈະຂໍລາ....ພຽງເທົ່ານີ້....ສຸກຂີເຖີດ ເພອື່ນເອີຍ

ບົດກະວີນີ້ຂັດມາຈາກ"ອິນລາວ"
ອ່ານຄືນຫຼັງ
ໝວດໝູ່


LaoUpload.com au8ust.org LaoBlogger.com | ບໍລິການຟຣີເວບບລັອກ ເນື້ອທີ່ 1GB ທີ່ ລາວບລັອກເກີ.ຄອມ LaoZaa.com LaoBB.com