ຊອກຫມູ່:   
ຫນ້າຫລັກ    ຊອກຫມູ່    ເຊີນຫມູ່ເຂົ້າຮ່ວມ    ຊ່ວຍເຫລືອ    ເກມ    ເວັບບອດ ສະມັກສະມາຊິກ    ເຂົ້າສູ່ລະບົບ

ຊີວິດ
12:26 PM on Jul. 23, 2008

ຊິວິດເຮົາ......ເກີດມາ....ພຽງຄັ້ງດຽວ
ຢ່າຢຶດໝ່ຽວ.......ກັບສີ່ງ..ໄດ້ຜ່ານໄປ
ຕອ້ງຕັ້ງໃຈ.......ກັບສິ່ງ....ທີ່ໝາຍປອງ
ຢ່າໜົ່ນໜອງ....ກັບສີ່ງ...ທີ່ໄຮ້ຄ່າ
ເພາະເວລາ........ມັນສັ້ນ.......ທີ່ສັນຫາ
ເຮົາເກິດມາ.......ບໍ່ແມ່ນຟ້າ.....ຈັດສັນໃຫ້
ເຮົາຕອ້ງໄດ້.....ຢືນຢັດ........ ແລະ ສູ້ທົນ
ຕອ້ງຝືກຝົນ.....ພາກພຽນ......ໃຫ້ມີຄ່າ
ຢ່າປອ່ຍລ້າ...ເວລາ...ໃຫ້ເສຍຈາກ
ເຖີງຈະຍາກ...ລຳບາກ.....ກໍ່ບໍ່ຖອຍ
ຢ່າໄດ້ຄອຍ...ຄຳຫວ່າ......ໂຊກສະຕາ
ເພາະຄຳຫວ່າ........ສະຕານີ້.....ບໍ່ມີໃຜມີມາຄອງ
ທຸກຄົນຕອ້ງ........ຕົນເພີ່ງຕົນ....ທົນສູ້ໄປ
ຈິ່ງຈະໄດ້..........ມີສຸກ.......ທຸກບໍ່ເຢອືນ
ຈິ່ງຂໍເຕືອນ.....ພີ່ນອ້ງ.....ໝູ່ສະຫາຍ
ທ່ານທັງຫລາຍ....ຈົ່ງຢ່າໄດ້....ໄປທາງຜິດ
ເພາະຊິວິດ........ມີຄ່າ....ອັນເຫລືອຫລາຍ
ເຖີງຈະຕາຍ.....ຈົ່ງຝາກໄວ້......ໃນແຜ່ນປັດຕະພີ
ອັນຄວາມດີ...ທີ່ມີໄວ້......ໃນໃຈເຮົາ
ຖ້າເວົ້າຜິດ......ຄວາມຄິດ..ໝູ່ທຸກໄວ
ຕອ້ງອາໄພ......ຂໍນຳ..........ກັບຄຳເວົ້າ

ທີ່ຕົວເຮົາ......ຍັງດອ້ຍ...ທັງປັນຍາ
ຈະຂໍລາ....ພຽງເທົ່ານີ້....ສຸກຂີເຖີດ ເພອື່ນເອີຍ

ບົດກະວີນີ້ຂັດມາຈາກ"ອິນລາວ"


ຄຳເຫັນ (1)
lisana - 5:54 PM on Jul. 23, 2008  [ ສົ່ງຂໍ້ຄວາມຫາຄົນນີ້ ]
ຊີວິດຖ້າທຳຄວາມດີແລ້ວຕົກນ້ຳກະບໍ່ໄຫລຕົກໄຟກະບໍ່ໄຫມສັນ ດອກຫວາ ຊີວິດມີມາແລ້ວກະມີການໄປເປັນທຳມະດາຂອງສັງຂານມະນຸດ
ເພິ່ນວ່າຄົນຕາຍໃຫ້ເອົາໄປຝັງ ຄົນທີ່ຍັງໃຫ້ເອົາໄວ້ເຮັດຄວາມດີ
ສ່ວນທີ່ເຫລືອຂອງຊີວິດຄືການຕໍ່ສູ້ຢ່າທໍ້ແທ້

LaoUpload.com au8ust.org LaoBlogger.com | ບໍລິການຟຣີເວບບລັອກ ເນື້ອທີ່ 1GB ທີ່ ລາວບລັອກເກີ.ຄອມ LaoZaa.com LaoBB.com