| ຄວາມດີ....ເປັນເສັ້ນທາງກ່າຍກ້ຽວ......ເດີນທ່ຽວໃຫ້ເຖິງຈຸດ ບໍຣິສຸດສົດໃສ..................ຈາກໃຈຈິງແຈ້ງ ບໍ່ໄດ້ແຝງຊອນໄວ້...............ຢູ່ທາງໃນຊ້ອນເຊື່ອງ ທຳຄວາມດີບໍ່ຕ້ອງເຄືອງ....ນຳສຽງຄົນປາກຕ້ານ....ພານຂໍ້ຢ່າຕໍ່ເຕີມ ຄວາມດີງາມຊ່ວຍເພີ້ມ...........ເຊີດຊູຊື່..ທັງລືສຽງ ດີພ້ອມພຽງວາຈາ.................ວາດລີລາຍ້າຍ ປະດັບກາຍຄົນເຮົານີ້..............ເອົາຄວາມດີເປັນທີນຶ່ງ ແລ້ວຈຶ່ງຈະໄປເຖິງ.........ຈຸດທີ່ຫມາຍຫມັ້ນໄວ້.....ສົມດ້າມດັ່ງໃຈ ຄວາມດີ....ແມ່ນຕົກລົງສູ່ໃຕ້......ໄຫຼລ່ອງໄປຕາມຂອງ ເວີນຕາມສາຍນະທີທອງ............ແຕ່ບໍ່ຫມອງມົວເສົ້າ ເຖິງຈະເອົາຈົມນໍ້າ....................ຕາມລຳທານວັງໃຫຍ່ ກໍຍັງໄຫຼເວີ່ນຜ້າຍ.............ກາຍມາໃກ້ໃຫ້ຫຼໍ່າແຍງ ໃຊ້ວີທີຈະກັ່ນແກ້ງ...................ແຍ້ງໄປຈູດໄຟເຜົາ ເຖົ່າຖ່ານແດງ..ໂດ້ນຟືນຈຸ...........ຈູດລົນຈົນໄຫມ້ ດັບຄວາມດີບໍ່ມີໄດ້.....................ສູນສລາຍໄປງ່າຍໆ ຄວາມດີ..ຕົກລົງນໍ້າກໍບໍ່ໄຫຼ......ຕົກໃສ່ໄຟກໍບໍ່ໄຫມ້.....ຍັງຄົງໄວ້ຕະລອດການ ສ່ວນເພັດພອຍຄ່າລ້ານ...........ທີ່ພວກທ່ານປະດັບກາຍ ຄິດເປັນຫຼາຍຣາຄາ................ຄ່າເງິນຄຳແກ້ວ ເປັນພຽງແວວປະກາຍເພີ້ມ.........ເສີມສັກສີໃຫ້ສູງສົ່ງ ຍາມເມື່ອທ່ານລືມຫຼົງ....ປົດວາງປົງຖິ້ມໄວ້.....ຂະໂມຍຮ້າຍພັດຫອບໄປ ເຈັບຫົວໃຈຈົນຄັບແຄ້ນ............ນີ້ວມືເປົ່າ...ຄໍກໍແປນ ເສັຍແຫວນງາມ ສາມກາຣັດ.....ເຂັມຂັດທອງຄຳແທ້ ພໍຢາກດຸດຄັນແທຫມົ້ນ..............ຫົວຕຳໂພນທຸບດິນແກ່ນ ເງິນເປັນລ້ານເປັນແສນ....ຫາມາແທນທຽບບໍ່ໄດ້....ຈິດໃຈເສົ້າໂສກສັນ ຂອງນອກກາຍເຫຼົ່ານັ້ນ............ຕ່າງກໍໄຝ່ຝັນຫາ ເງິນຕຣາທັງສິນຊັພ................ທີ່ໄຄວ່ຄວາມາໄດ້ ຍາມເມື່ອລົມຫາຍໃຈຈັ້ງ............ພະລັງແຮງກໍອິດອ່ອນ...ລົງແລ້ວ ຜົນສຸດທ້າຍ....ເຫຼືອແຕ່ພຽງອາພອນ...ປົກຮ່າງນອນນິ້ງໆ.....ຄີງເຈົ້າກໍເປົ່າແປນ ສ່ວນຄວາມດີ....ຈະຍືນຍົງແຫນ້ນແຟ້ນ.....ໃນຜືນແຜ່ນໂລກາ ຈະບໍ່ໄລລາລັບ................ດ່ວນຕາມຕົວເຈົ້າ ແມ່ນວ່າໄຟເຜົາໄຫມ້..........ດິນຖົມກາຍຈົນເປັນຝຸ່ນ ຄວາມດີບໍ່ສູນຫາຍ.....ປະດັບກາຍຈົນຊົ່ວຟ້າ......ນະພາຊີ້ນບໍ່ເສື່ອມສີ......ທ່ານເອີຍ |