ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 3, 2008 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ຈົດໝາຍຂຽນໃຫ້ຍິງສາວຜູ່ທີ່ຈະເປັນເມຍໃນອານາຄົດຂອງເຮົາ

ນອ້ງທີຮັກຂອງອ້າຍ ເຖິງວ່າໃນປະຈຸບັນພວກເຮົາຕ່າງກໍບໍຮູ້ຈັກກັນ ວ່ານອ້ງແມ່ນໃຜ ແລະອ້າຍແມ່ນໃຜ ແລະບໍຮູ້ຮອດວ່າໃຜຢູ່ໃສ ເຮົາຕ່າງກໍບໍເຄີຍເຫັນໜ້າກັນມາກ່ອນກໍເປັນໄປໄດ້ ຫຼືເຮົາຢູ່ຄຽງຂ້າງກັນກໍເວົ້າບໍຊ່າງ

ແຕ່ອ້າຍເຊື່ອແນ່ຢ່າງໝັ້ນໃຈວ່າ ພະເຈົ້າເທິງຟ້າຈະສົ່ງພອນແລະມາສ້າງໂອກາດ ແນະນຳໃຫ້ພວກເຮົາຮູ້ຈັກກັນໃນວັນໃດວັນໜຶ່ງ

ວິນາທີ ທີ່ສອງເຮົາຈະເລິ່ມພົບໜ້າກັນນັ້ນ ຈະມີຄວາມໝາຍວ່າ ຊີວິດນີ້ເໝືອນກັບວ່າດອກໄມ້ທີ່ພວມເບັ່ງບານເພື່ອໃຫ້ສອງເຮົາໄດ້ເປັນຄູ່ກັນ

ແລະຄ່ຳຄືນທີມິດງຽບເປົ່າປ່ຽວດຽວດາຍນັ້ນຈະເຖິງຈຸດຈົບ ໃບໜ້າອັນແຍ້ມຫວານຂອງນອ້ງ ກໍຈະປະກົດຕົວຂຶ້ນມາໃນມັນສະໝອງຂອງອ້າຍຢ່າງຕະຫຼອດ ສວຍງາມສົດໃສຢ່າງສຸດຍອດເລີຍ ເໝືອນກັບວ່າສັງຂານໄດ້ເລື່ອນຜ່ານແມ່ນ້ຳແຫ່ງຊີວິດ ແລະນ້ອງນັ້ນຄືຕົ້ນງີ້ວແຄມແມ່ນ້ຳທີມີໃບຂຽວອ່ອນ ແລະເຕັມໄປດອ້ຍດອກໄມ້ທີມີສີບົວ

ມີແຕ່ພະເຈົ້າເຖິງຟ້າເທົານັ້ນ ຈຶ່ງຮູ້ວ່າເມືອໃດນອ້ງຈຶ່ງໄດ້ມາແນບກາຍອ້າຍ ທີຮັກເອີຍ ອ້າຍຈະຄອງລໍຖ້ານ້ອງຈົນເຖິງວັນນັ້ນ

  ຮັກເອີຍ ອ້າຍຈະໃຊ້ທຸກສິ່ງທີມີໃນຊີວິດເພື່ອຖະໜອມຮັກນອ້ງ ແພງນອ້ງ ອ້າຍຈະບໍ່ອານຸຍາດໃຫ້ຮັກໃດໃນໂລການີ້ຫວານລື່ນຮັກຂອງສອງເຮົາ ຈິງແທ້ດາຍ

ອ້າຍຈະມອບຈົດໝາຍກ້ານນີ້ໃຫ້ນອ້ງໃນມື້ວັນວີວາຂອງເຮົາສອງ ແລະຂໍນອ້ງຈົ່ງຮັກສາໄວ້ຈົນເທົ້າໃດໆເດີ

 

  ຈາກ ຜູ່ຈະເປັນສາມີຂອງນ້ອງ

 

 

Delicious Digg Fark Twitter