
ຂຽນເມື່ອ: Nov. 21, 2008
| ມີ
11 ຄຳເຫັນ
ແລະ
0 trackback(s)
ຂໍໂທດນຳທຸກໆທ່ານ ສຳລັບໄດອາຣີ່ທີ່ຜ່ານມານັ້ນ ມັນບໍເຫັນໂຕໜັງສືນັ້ນ ເພາະວ່າມັນຜິດຜາດທາງເຕັກນິກນ້ອຍນຶ່ງ
ຕ້ອງຂໍໂທດຫລາຍໆ
ການຮຽນໜັງສືເກັ່ງນັ້ນບໍ່ແມ່ນວ່າເປັນມາຕັ້ງແຕ່ເກີດ ແຕ່ເປັນການ ຝຶກຝົນຫຼໍ່ຫຼອມ ແລະ ສຸມໃສໃຫ້ ກັບການຮຽນຫຼາຍຫຼືໜ້ອຍເທົ່າໃດ. ບາງຄົນເວົ້າວ່າລະດັບສະຕິປັນຍາທີ່ແຕກຕ່າງກັນນັ້ນ ເຮັດໃຫ້ມີຜົນການຮຽນທີ່ແຕກ ຕ່າງກັນ, ແຕ່ກໍເປັນສ່ວນໜ້ອຍເທົ່ານັ້ນ.
ຄົນເຮົາເກີດມາມີລະດັບສະຕິປັນຍາທີ່ໃກ້ຄຽງ ຫຼື ເທົ່າທຽມກັນກໍວ່າໄດ້, ຄົນເຮົາລະດັບສະໝອງຕອນນີ້ ຈະເທົ່າທຽມກັນຢູ່ປະມານ ເກົ້າສິບເກົ້າ ເປີເຊັນ ສ່ວນອີກໜຶ່ງເປີເຊັນກໍຄື ຄົນທີ່ມີສະຕິປັນຍາ ດີກວ່າຄົນອື່ນ, ການທີ່ທ່ານກຳລັງອ່ານ ປຶ້ມຫົວນີ້ຢູ່ກໍຄື ຄົນສ່ວນໃຫ່ຍເກົ້າສິບເກົ້າເປີເຊັນ ແນ່ນອນ.
ໝູ່ເພື່ອນເຮົາບາງຄົນມີອ້າຍ, ເອື້ອຍ, ນ້ອງ ທີ່ຮຽນເກັ່ງໝົດເຮືອນ ສາຍເຫດທີ່ພາໃຫ້ເປັນແບບນັ້ນ ກໍເພາະວ່າພໍ່ແມ່ເຂົາກໍເປັນຄົນທີ່ຮຽນໜັງສື ເກັ່ງ (ຕັ້ງໃຈຮຽນ ແລະ ເຫັນຄວາມສຳຄັນຂອງການຮຽນ) ອ້າຍເອື້ອຍຂອງ ເຂົາກໍເປັນຄົນຮຽນເກັ່ງ ການຮຽນເກັ່ງນັ້ນບໍ່ໄດ້ຖ່າຍຖອດມາຈາກກຳມະພັນ ຫຼາຍດອກ. ດັ່ງທີ່ເວົ້າມາຂ້າງເທິງ ແຕ່ສາຍເຫດທີ່ຄົນຮຽນເກັ່ງໝົດເຮືອນ ກໍ ເພາະວ່າເຂົາຖ່າຍທອດ ວິຊາການຮຽນເກັ່ງເປັນຂັ້ນໆເຊັ່ນ: ພໍ່ສອນອ້າຍ, ອ້າຍສອນນ້ອງຕໍ່ໆກັນໄປ. ນອກຈາກນັ້ນກໍມີການ ເວົ້າເຖິງຄວາມສຳຄັນ ຂອງການ ຮຽນຢ່າງສະໝ່ຳສະເໝີ ແລະ ບັນຫາສຳຄັນຄື ເຂົາຈະຊື່ນຊົມ ຄົນຮຽນເກັ່ງ ກົງກັນຂ້າມບາງຄອບຄົວ ສອນລູກວ່າ ຮຽນໄປເຮັດຫຍັງ? ຮຽນໄປກໍຄືເກົ່າ ດອກອອກມາເຮັດວຽກດີກ່ວາ ຖ້າສອນກັນແບບນີ້ ຮັບຮອງວ່າຮຽນບໍ່ເກັ່ງແນ໋ ນອນ ເພາະວ່າຮຽນໄປກໍຄືເກົ່າຫັ້ນລະ.
ສິ່ງທີ່ຈະເຮັດໃຫ້ຄົນເຮົາຮຽນເກັ່ງ ຂໍ້ສຳຄັນອັນດັບໜຶ່ງກໍຄື: ຕ້ອງເຊື່ອ ໝັ້ນວ່າເຮົາເກີດມາເໝືອນກັນໝົດທຸກຄົນ ມີສະຕິປັນຍາຄືກັນ, ສາມາດຮຽນ ເກັ່ງຄືຄົນອື່ນໄດ້ ຫາກວ່າເຮົາດຸໝັ່ນຮຽນ ຖ້າເຮົາອ່ານອອກຂຽນໄດ້ນັ້ນ ສະແດງວ່າເຮົາມີ ສະຕິປັນຍາ ເທົ່າຄົນອື່ນແລ້ວ ຈະຮຽນເກັ່ງຫຼືບໍ່ຂຶ້ນຢູ່ກັບເຮົາ ຖ້າ ເຮົາຢາກຮຽນເກັ່ງກໍ ຕ້ອງເຊື່ອໝັ້ນໃນຕົວເອງໃຫ້ຫຼາຍ ແລະ ອ່ານປຶ້ມຫົວນີ້ ທຸກອາທິດຈົນຈື່ເນື້ອໃນໄດ້ ຕໍ່ໄປກໍກວດເບິ່ງສະເພາະແຕ່ຫົວຂໍ້ທຸກອາທິດວ່າ ເຮົາໄດ້ປະຕິບັດຕາມທີ່ປຶ້ມແນະນຳທຸກໆບົດຫຼືບໍ່ ຖ້າເຮົາເຮັດໄດ້ກໍຮຽນເກັ່ງ ແນ່ນອນ.
ດັ່ງນັ້ນ ຫາກຕ້ອງການຮຽນເກັ່ງຕ້ອງດຸໝັ່ນເທົ່ານັ້ນ ຈະບໍ່ມີວິທີທາງ ລັດແບບອື່ນໆ ແລະ ຂໍເນັ້ນອີກວ່າເຮົາບໍ່ໄດ້ມີ ຄວາມຮູ້ໜ້ອຍກວ່າໃຜ ຖ້າ ຫາກເຮົາດຸໝັ່ນກໍຮຽນເກັ່ງໄດ້.
ຂໍ້2. ໜ້າທີ່ສຳຄັນອັນດັບໜຶ່ງ
ຄົນເຮົາເກີດມາແລ້ວໜ້າທີ່ສຳຄັນແມ່ນຮຽນໜັງສື ສ່ວນໜ້າທີ່ອັນອື່ນນັ້ນ ສຳຄັນເປັນອັນດັບສຳຮອງລົງມາ. ຫຼາຍຄົນອາດມີຄວາມຈຳເປັນຕ້ອງ ຊ່ວຍວຽກຄອບຄົວຫຼາຍຄົນອາດມີຄວາມຈຳເປັນຕ້ອງເຮັດວຽກ ເພື່ອຫາເງິນມາໃຊ້ຈ່າຍໃນການຮ່ຳຮຽນ ແຕ່ຫລາຍຄົນອາດໂຊກດີທີ່ບໍ່ຕ້ອງເຮັດວຽກຫຍັງ ມີຫນ້າທີ່ຮຽນຢ່າງດຽວ ເພາະສະນັ້ນຖ້າເຮົາຮູ້ຫນ້າທີ່ຂອງຕົນເອງວ່າເຮົາຈະຕ້ອງໃຫ້ເວລາກັບການຮຽນໃຫ້ຫຼາຍທີ່ສຸດ ກໍຈະປະສົບຜົນສຳເລັດໃນຊີວິດໃນທີ່ສຸດ.
ຫາກເຮົາມີການງານ ຫຼື ພາລະກິດຢ່າງອື່ນທີ່ນອກເໜືອຈາກ ການ ຮຽນບໍ່ຕ້ອງໃຫ້ຄວາມສຳຄັນຫລາຍກວ່າການຮຽນ, ມີວິຊາເໝືອນມີສົມບັດ ຈະໄປຢູ່ໃສ ກໍສາມາດເອົາໂຕລອດໄດ້.
ຂໍ້3. ທັດສະນະຄະຕິທີ່ຖືກຕ້ອງ
ຄົນເຮົາເກີດມາ ເກົ້າສິບເກົ້າເປີເຊັນ ມີລະດັບຄວາມສາມາດໃນການຮຽນຮູ້ການຈົດຈຳໄດ້ໃກ້ຄຽງກັນ. ຈະມີພຽງແຕ່ຄວາມເຊື່ອໝັ້ນໃນຕົວເອງກັບຄວາມດຸ ໝັ່ນຂະຫຍັນເທົ່ານັ້ນທີ່ແຕ່ລະຄົນມີຄວາມແຕກຕ່າງກັນ ຢ່າປະໝາດຕົນເອງວ່າຮຽນສູ້ຄົນອື່ນບໍ່ໄດ້ ຕ້ອງເບິ່ງທີ່ເປົ້າໝາຍ ຫາກເຮົາມີເປົ້າ ໝາຍຢາກໄດ້ຄະແນນສູງຊຳ່ໃດກໍດຸໝັ່ນຮຽນຮູ້ໃຫ້ຫຼາຍ ແລະ ເຮັດໃຫ້ໄດ້, ຢ່າໄປປຽບທຽບກັບຄົນອື່ນວ່າເຂົາຈະໄດ້ຄະແນນເທົ່າໃດ ຫຼື ດຸໝັ້ນໜ້ອຍ ຫຼາຍປານໃດ ຕໍ່ໜ້າເຮົາເຂົາມີແຕ່ຫຼິ້ນ ຫຼື ມີອາການຊຶມເສົ້າ, ເຫງົາ, ຫາວນອນ ແຕ່ລັບຫຼັງເຮົາເຂົາອາດຈະອ່ານໜັງສືໝົດ ຄືນກໍ່ໍໄດ້.
ຂໍໃຫ້ເຊື່ອໃນຕົວເອງວ່າ ເຮົາກໍເກີດມາເປັນຄົນຄົນໜຶ່ງ ຫາກອ່ານ ໜັງສືຄັ້ງດຽວຍັງໄດ້ຄະແນນບໍ່ດີກໍຕ້ອງອ່ານຫຼາຍຄັ້ງຂຶ້ນເລື້ອຍໆ ຄວາມສຳເລັດຕ້ອງຕົກເປັນຂອງໂຕເຮົາບໍ່ຫຼາຍກໍໜ້ອຍ ທີ່ສຳຄັນກໍຄືເຮົາເຮັດດີທີ່ສຸດແລ້ວ ຫຼື ບໍ່ ຖ້າຍັງມີຄວາມເຊື່ອຖືກຕ້ອງວ່າ ການຮຽນເກັ່ງນັ້ນຕ້ອງດຸໝັ່ນ, ບໍ່ແມ່ນວ່າເປັນເລື່ອງໜ້າອາຍ, ຖ້າດຸໝັ່ນ, ແລ້ວສອບເສັງໄດ້ຄະແນນໜ້ອຍໃຫ້ດຸໝັ່ນຮຽນດຸໝັ່ນອ່ານຫຼາຍຂຶ້ນອີກ ແລ້ວເຮົາ
ຂໍ້4. ທັດສະນະຄະຕິຕໍ່ຄູ
ຄວາມຮູ້ສຶກນຶກຄິດຂອງເຮົາທີ່ມີຕໍ່ຄູນັ້ນ ບາງຄັ້ງກໍມີຜົນກະທົບຕໍ່ການຮຽນໄດ້ ບາງວິຊາທີ່ເຮົາຊັງຄູຜູ້ສອນເພາະລາວບໍ່ທັນສະໄໝ, ຄວາມເວົ້າບໍ່ມ່ວນ, ໜ້າຕາບໍ່ງາມ, ຕຸ້ຍໂພດ, ຈ່ອຍໂພດ ກໍຈະເຮັດໃຫ້ເຮົາຊັງວິຊາທີ່ຄູນັ້ນສອນໄປນຳ ເມື່ອເປີດຫນັງສືກໍຄຶດເຖິງຫນ້າຄູທີ່ສອນເຮົາກໍມີຄວາມຮູ້ສຶກບໍ່ຢາກອ່ານ, ບໍ່ມັກວິຊານັ້ນໃນທີ່ສຸດ. ຖ້າເປັນແບບນີ້ເຮົາຮຽນບໍ່ເກັ່ງ ແນ່ນອນ ໃນວິຊາທີ່ເຮົາຊັງເຮົາຕ້ອງແຍກອອກໃຫ້ໄດ້ວ່າອັນໃດເປັນເລື່ອງສ່ວນຕົວ, ອັນໃດເປັນເລື່ອງວິຊາທ່ີເຮົາກຳລັງຮຽນ ຄູບໍ່ໄດ້ຢູ່ກັບເຮົາ ໝົດມື້ດອກ, ຕ້ອງຮຽນອົດໃຈເອົາໄວ້ ຖ້າ ຫາກອົດໃຈບໍ່ໄດ້ ຢ່າໃຫ້ເຖິງກັບຊັງຄູຈົນບໍ່ຢາກຮຽນໜັງສືເລີຍ ເພາະວ່າຜົນເສຍຈະຕົກແກ່ຕົວເຮົາເອງ. ອັນນີ້ຕ້ອງໄດ້ອົດໃຈ ເພາະວ່າເຮົາບໍ່ສາມາດຈະເລືອກຄູທີ່ມາສອນເຮົາໄດ້ເອງ ຫາກເຮົາຮູ້ສຶກວ່າເຮົາບໍ່ມັກຄູທີ່ສອນກໍຂໍໃຫ້ສົນໃຈວິຊາທີ່ຮຽນນັ້ນເພີ່ມເປັນສອງເທົ່າ ເພາະວ່າຄະແນນວິຊານັ້ນຈະໜ້ອຍໄປຕາມຄວາມເບື່ອໜ່າຍການ ຮຽນ.
ແຕ່ຖ້າຄວາມປະພຶດທີ່ບໍ່ເໝາະສົມຂອງຄູຫາກກະທົບເຖິງເຮົາໂດຍກົງ ອັນນີ້ຕ້ອງແຈ້ງຜູ້ປົກຄອງທັນທີ ເພາະວ່າຖ້າເຮົາບໍ່ບອກໃຜ ນອກຈາກຈະຮຽນບໍ່ເກັ່ງແລ້ວ ອາດມີຜົນເສຍຕ່ໍສຸຂະພາບທາງກາຍ ແລະ ຈິດໃຈຂອງເຮົານຳ.
ອີກຢ່າງໜຶ່ງກໍຄືຖ້າຄູເປັນຄົນງາມຖືກໃຈ ຫຼື ເຈົ້າຊູ້ໂດຍສະເພາະນັກຮຽນ ນັກສຶກສາທີ່ກຳລັງຂຶ້ນບ່າວ-ສາວ ອັນນີ້ຕ້ອງຫັກຫ້າມໃຈຕົວເອງໄວ້ໃຫ້ດີບໍ່ແມ່ນວ່າ ນັ່ງເບິ່ງໜ້າຄູແຕ່ຢ່າງດຽວຈະຮຽນໜັງສືໄດ້ແນວໃດ. ກັບເມືອເຮືອນອ່ານໜັງສືບໍ່ເກີນສອງໜ້າກໍຄຶດເຖິງແຕ່ໜ້າຄູ. ຖ້າເຮົາຫາກມີຄວາມຮູ້ສຶກຮັກຄູໃນຖານະຊູ້ສາວ, ນອກຈາກຈະຮຽນບໍ່ເກັ່ງເຮົາອາດຈະເສັງຕົກ ກໍໄດ້.
ຂໍໃຫ້ສົນໃຈໃນວິຊາທີ່ຮຽນໃຫ້ຫຼາຍທີ່ສຸດ ແລະ ສົນໃຈໃນເລື່ອງສ່ວນຕົວຂອງຄູທີ່ສອນໃຫ້ ໜ້ອຍທີ່ສຸດ ແລ້ວເຮົາກໍຈະຮຽນເກັ່ງຂຶ້ນມາເອງ.
ຂໍ້5. ຮຽນໜັງສືເພື່ອໃຜ
ບາງຄົນອາດເກີດຄວາມສັບສົນໃນຊີວິດ. ເຮົາເກີດມາເພື່ອໃຜ? ເຮົາຈະມີຊີວິດຢູ່ເພື່ອຫຍັງ? ຄວາມໝາຍຂອງການມີຊີວິດຢູ່ແມ່ນແນວໃດ? ມີຄວາມແຕກຕ່າງກັນແນວໃດ? ຫຼາຍຄົນອ່ານໜັງສືກໍມີຄວາມສຸກ, ຫຼາຍຄົນເບິ່ງໜັງ, ຟັງເພງກໍມີຄວາມສຸກ, ຫຼາຍຄົນຫລິ້ນ ກິລາກໍມີຄວາມສຸກ, ຫຼາຍຄົນເວົ້າເລື່ອງເພດສຳພັນກໍມີຄວາມສຸກ, ຫຼາຍຄົນກິນອາຫານແຊບແລ້ວມີຄວາມສຸກເປັນຕົ້ນ. ແຕ່ການທີ່ເຮົາສະແຫວງຫາຄວາມສຸກທີ່ເໝາະສົມກັບໄວ ເໝາະສົມກັບຖານະທີ່ເຮົາກຳລັງເປັນຢູ່ ບໍ່ບຽດບຽນຄົນອື່ນ ຫຼື ຕົນເອງບໍ່ຜິດສິນລະທຳ ຫຼື ກົດ ໝາຍແລ້ວລ້ວນແຕ່ເຮັດໄດ້.
ຄົນທີ່ສະແຫວງຫາຄວາມສຸກເພື່ອຕົນເອງເທົ່ານັ້ນ ລ້ວນແຕ່ເປັນຄົນບໍ່ມີຄວາມສຸກໃນຊີວິດການຮຽນໜັງສືກໍເປັນຕົວຢ່າງອັນໜຶ່ງທີ່ເຮົາຕ້ອງເຮັດເພື່ອຕົວເຮົາເພື່ອພໍ່ແມ່ ແລະ ຍາດພີ່ນ້ອງຂອງເຮົາ ຫຼື ບາງຄົນອາດຈະເຮັດເພື່ອທີ່ຈະຊ່ວຍເຫຼືອຄົນທົ່ວປະເທດ ໂດຍສະເພາະຢ່າງຍິ່ງບາງຄົນຮຽນເພື່ອຈະໄດ້ມີໂອກາດໄດ້ຊ່ວຍເຫຼືອຄົນທົ່ວໂລກ. ຄົນທີ່ຄິດເຮັດເພື່ອຜູ້ອື່ນນັ້ນ ຈະມີພະລັງໃນການເຮັດສິ່ງໃດໆຫຼາຍ ກວ່າຄົນທີ່ເຮັດເພື່ອຕົນເອງ, ການທີ່ເຮົາເຮັດບໍ່ຄິດເຖິງໃຜເລີຍ ມັກບໍ່ສົນໃຈໃນການຮຽນເອົາແຕ່ສະແຫວງ ຫາຄວາມສຸກຈອມປອມ ທ່ຽວຫຼິ້ນເຮຮາ ຕິດຢາເສບຕິດ ເປັນທີ່ແນ່ນອນວ່າຊີວິດຂອງຄົນນັ້ນຍ່ອມພົບແຕ່ຄວາມທຸກ ແລະ ຈະມີຄວາມທຸກຫຼາຍຂຶ້ນ ທຸກມື້ ແລະ ທຸກເວລາທີ່ຜ່ານພົ້ນໄປ.
ຫາກເຮົາຕັ້ງໃຈຮຽນໜັງສືເພື່ອປະໂຫຍດຂອງຕົວເຮົາເອງ ແລະ ຄົນອື່ນແລ້ວເຮົາຈະຮຽນໄດ້ດີ ຂຶ້ນມາຢ່າງຫນ້າອັດສະຈັນຫຼາຍຄົນຄິດທີ່ຈະຮຽນໃຫ້ເກັ່ງເພື່ອທີ່ຈະສ້າງຍານອາວະກາດໄປສຳຫຼວດດາວດວງອື່ນເພື່ອຫາສິ່ງມີປະໂຫຍດຕໍ່ຊາວໂລກ, ຫຼາຍຄົນຢາກຮຽນເພື່ອເປັນແພດໃຫ້ໄດ້ເພື່ອຈະມີໂອ ກາດໄດ້ຮັກສາແມ່ທີ່ກຳລັງເຈັບປ່ວຍໃຫ້ເຊົາ, ຫຼາຍຄົນຢາກຮຽນເປັນທະນາຍ ຄວາມ, ເປັນຕຳຫຼວດເພື່ອຊ່ວຍຄົນທີ່ເດືອດຮ້ອນຈາກການຖືກຂົ່ມເຫັງ, ຫຼາຍ ຄົນຢາກຮຽນເພື່ອເປັນນັກເສດຖະສາດ ເພື່ອຈະໄດ້ມີໂອກາດມາບໍລິຫານປະເທດໃຫ້ຈະເລີນໄປກ່ວານີ້ຫາກຄິດທີ່ຈະຮຽນເພື່ອຕົນເອງ, ຄອບຄົວ ແລະ ເພື່ອຄົນອື່ນໆແລ້ວເຮົາຈະມີກຳລັງໃຈ ແລະ ຮຽນເກັ່ງຂຶ້ນມາເອງບໍ່ເຊື່ອລອງນຶກເຖິງເປົ້າໝາຍທີ່ຈະຮຽນໃຫ້ເກັ່ງເບິ່ງ ນອກເໜືອຈາກການຮຽນໜັງສືເພື່ອອະນາຄົດຂອງຕົນເອງແລ້ວ ລອງຄິດວ່າຈະຮຽນໜັງສືເພື່ອໄປຊ່ວຍເຫຼືອຄົນອື່ນ ຈະເຮັດໃຫ້ມີກຳລັງໃຈໃນການຮຽນ ແລະ ຮຽນເກັ່ງຂຶ້ນໂດຍບໍ່ຮູ້ສຶກໂຕ.