ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 21, 2009 | ມີ 19 ຄຳເຫັນ ແລະ 0 trackback(s)

 

 

ຄຳ​ວ່າ O.K ຄົນ​ທົ່ວ​​ໄປມັກ​ຈະ​ໄດ້ຍິນ ​ແລະ​ເວົ້າ​ກັນ​ຈົນ​ຕິດ​ປາກ ​ແຕ່​ທ່ານ​ຮູ້​ຫຼື​ບໍ່​ວ່າ ຄຳໆ​ນີ້​ມີ​ທີ່​ມາ​ຈັ່ງ​ໃດ….

 

ຄຳ​ວ່າ O.K ມາ​ຈາກ​ຄຳ​ເຕັມທີ່​ວ່າ Oll Korrect ​ເຊິ່ງທີ່ຖືກຕ້ອງ​ຄື All correct(​ແປ​ວ່າ​ຖືກຕ້ອງ) ມີ​ປະຫວັດ​ຄວາ​ມ​ເປັນ​ມາ​ທີ່​ໜ້າ​ສົນ​ໃຈ ຈາກ​ພໍ່ຄ້າ​ຊາວ​ອາ​ເມ​ລິ​ກາ​ຄົນ​ໜື່ງທີ່​ມີ​ຖານະຕຳ​ແໜ່​ງ ແລະ​ ໜ້າ​ທີ່​ການ​ງານ​ສູງ ​ແຕ່​ການ​ສຶກສາ​ຕ່ຳ ທຸກ​ຄັ້ງ​ທີ່​ເຂົາອະນຸມັດ​ສັ່ງ​ງານ​​ເຂົາ​ຈະ​ຂຽນ Oll Korrect ລົງ​ໃນ​ໃບ​ສັ່ງ​ໃບ​ນັ້ນ​ສະ​ເໝີ.

ຕໍ່​ມາ​ກິດຈະການຂອງ ພໍ່​ຄ້າ​ຄົນ​ນັ້ນ​ມີ​ຄວາມ​ຈະ​ເລີ​ນກ້າວ​ໜ້າ, ວຽກ​ທີ່​ຕິດ​ຕໍ່​ເຂົ້າ​ມາ​ມີ​ຫຼາຍ​ຂື້ນ​ຈົນ​ລົ້ນ​ໂຕະ, ດັ່ງ​ນັ້ນ ການ​ທີ່​ເຂົາ​ຈະ​ຕ້ອງ​ຂຽນ​ຄຳ​ວ່າOll Korrect ລົງ​ໃນ​ໃບ​ສັ່ງ​ທຸກ​ໃບ​ ຈະ​ຕ້ອງ​ໃຊ້​ເວລາ​ດົນ​ຫຼາຍ ​ເຂົາ​ຈິ່ງ​ຫຍໍ້​ລົງ​ເຫຼືອ O.K ​ເຊິ່ງ​ເປັນ​ຜົນ​ມີ​ຄວາມ​ໝາຍຄື​ກັນ​ກັບ​ຄຳ​ວ່າ “ອະນຸມັດ” ນັ້ນ​ເອງ ​ແລະກໍ່​ເລີຍ​ມີ​ການ​​ໃຊ້​ຢ່າງ​ແພ່​ຫຼາຍ​ໃນ​ທົ່ວ​ໂລກ ທັງ​ພາສາ​ເວົ້າ​ແລະ​ພາສາ​ຂຽນ.,

 

 

Credit:Sanook.com

 

Delicious Digg Fark Twitter